ບ້ານລາວ ໃນປະເທດໄທ: ຕອນທີ 60

ຣາຍການ ບ້ານລາວ ໃນ ໄທ ແຕ່ ອະດີດ ຫາ ປັດຈຸບັນ ສັປດານີ້ ວຽງໄຊ ຈະກ່າວເຖິງ ວຽກງານຂອງກຸ່ມ ຈັກສານເຮືອນ ແມ່ປານີ ມູນພະຫຼາ ແລະ ແມ່ຍິງຜູ້ນຶ່ງ ຊຶ່ງທັງຊີວິຕ ເຮັດວຽກ ເປັນຢູ່ຢ່າງດຽວ ຄືປະດິດ ເຄື່ອງຈັກສານ.
ສເນີ ໂດຍ ວຽງໄຊ
2007.11.20

ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ແລະຮັກແພງ
ໃນສັປດາທີ່ຜ່ານມາ: ເຮົາໄດ້ພາທ່ານ ໄປພົບກັບ ກຸ່ມຈັກສານ ຢູ່ເມືອງພະນັດນິຄົມ ອີກກຸ່ມນຶ່ງ ຄື ສູນກາງ ການຈັກສານ ເຮືອນແມ່ປານີ ມູນຜະຫຼາ ຫຼື ກຸ່ມຈັກສານ ຊຸມຊົນຍ່ອຍ
ທີ່ 1 ເທດສະບານ ເມືອງພະນັດນິຄົມ ຊຶ່ງເປັນກຸ່ມ ທີ່ມີສັນຍະລັກ ເປັນເຄື່ອງຈັກສານ ທີ່ໃຫຍ່ ທີ່ສຸດ ໃນໂລກ ແລະ ມີຫໍພິພິດທະພັນ ເປັນເລົ້າເຂົ້າໃຫຍ່.

ໃນສັປດານີ້: ເຮົາຈະພາທ່ານ ໄປພົບກັບ ວຽກງານ ຂອງກຸ່ມຈັກສານ ເຮືອນແມ່ປານີ ມູນຜະຫຼາ ແລະພົບກັບ ແມ່ຍິງ ອີກຜູ້ນຶ່ງ ຊຶ່ງທັງຊີວິດ ເຮັດເປັນຢູ່ຢ່າງດຽວ ຄື ວຽກງານ ຈັກສານ ເທົ່ານັ້ນ.
               
ເຖິງແມ່ນວ່າ ໃນເຂດເທດສະບານ ເມືອງພະນັດນິຄົມ ຈະປ່ຽນແປງ ຫົວໜ່ວຍການປົກຄອງ ຈາກໝູ່ບ້ານ ມາເປັນຊຸມຊົນ ແຕ່ບ້ານເກົ່າ ກໍຍັງຄົງມີຢູ່ ບໍ່ໄດ້ຖືກລຶບລ້າງໄປ ຊຸມຊົນນຶ່ງໆ ປະກອບດ້ວຍ ບ້ານຫຼາຍບ້ານ ມາໂຮມກັນ ກຸ່ມຈັກສານ ຂອງແມ່ຍິງ ທີ່ມີຊື່ ວ່າ “ກຸ່ມຈັກສານ ຊຸມຊົນຍ່ອຍທີ່ 1” ຫຼື ສູນກາງການຈັກສານ ເຮືອນແມ່ປານີ ມູນຜະຫຼາ ນີ້ ກໍມີຊາວບ້ານ ຈາກຫຼາຍບ້ານ ມາໂຮມກັນ ເຮັດວຽກ ແລະເນື່ອງຈາກ ແຕ່ລະບ້ານນັ້ນ ຢູ່ໃກ້ກັນ ພວກເຂົາເຈົ້າ ຈຶ່ງພາກັນ ຍ່າງມາເຮັດວຽກ ບໍ່ຕ້ອງຂີ່ຣົຖ ຂີ່ຣາງ ໃຫ້ຍາກ.

ບ່ອນເຮັດວຽກ ຂອງພວກເຂົາເຈົ້າ ເປັນເຮືອນຫຼັງໃຫຍ່ ພື້ນເຮືອນ ປູຊີມັງ ແລະ ພວກເຂົາເຈົ້າ ກໍປູສາດ ນັ່ງຈຸ້ມກັນ ເຮັດວຽກໄປ ໂອ້ລົມກັນໄປ ຄ້າຍຄື ກັບການອອກແຮງງານ ເຮັດວຽກຢູ່ວັດ ຍາມວັນສິນ ວັນທານ; ພໍເຖິງທ່ຽງ ກໍຢຸດເຮັດວຽກ ແລ້ວກໍຊຸມແຊວ ກິນເຂົ້າກັນ, ກິນເຂົ້າແລ້ວ ກໍອວ່າຍໜ້າ ເຂົ້າຫາວຽກຄືເກົ່າ ບັນຍາກາດ ການເຮັດວຽກ ຂອງພວກເຂົາເຈົ້າ ກໍເປັນຢູ່ຢ່າງນີ້ ມາ 15 ປີແລ້ວ ຄື ຕັ້ງແຕ່ ມື້ສ້າງຕັ້ງ ກຸ່ມຈັກສານ ກຸ່ມນີ້ຂຶ້ນມາ  ແລະເຮືອນ ທີ່ພວກກ່ຽວ ມາເຮັດວຽກນີ້ ກໍຄືເຮືອນຂອງ ແມ່ປານີ ຄົນສ່ວນຫຼາຍ ຈຶ່ງຮູ້ຈັກກຸ່ມ ໃນຊື່ວ່າ ກຸ່ມຈັກສານ ເຮືອນແມ່ປານີ.

ວັດຖຸດິບ ທີ່ກຸ່ມຈັກສານກຸ່ມນີ້ ໃຊ້ໃນວຽກຈັກສານ ທັງໝົດ ແມ່ນໄມ້ໄຜ່ ແລະໄມ້ໄຜ່ທີ່ໃຊ້ ກໍຄື ໄມ້ໄຜ່ນວນ ຊຶ່ງກໍຄືກັນ ກັບກຸ່ມຈັກສານ ບ້ານນາກາງ ແລະ ໄມ້ໄຜ່ນວນນີ້ ພໍ່ຄ້າໄມ້ໄຜ່
ຈາກພາກຕາເວັນອອກ ຂອງໄທ ເຊັ່ນ ແຂວງຕຣາດ, ຈັນທະບຸຣີ ແລະ ຣະຍອງ ຊຶ່ງເປັນແຂວງ ທີ່ຢູ່ຊາຍແດນໄທ-ກັມພູຊາ ເອົາມາຂາຍໃຫ້; ໄມ້ໄຜ່ນວນນີ້ ມີສ່ວນດີ ຫຼາຍຢ່າງ ຄືມີປ້ອງຍາວ ບໍ່ມີຕາຫຼາຍ ເຮັດໃຫ້ຜລິດຕະພັນທີ່ສານ ຈົບງາມດີ, ແລະ ການທີ່ ໄມ້ໄຜ່ນວນ ເປັນໄມ້ ທີ່ມີເນື້ອໜຽວໝັ້ນ ຈຶ່ງເຮັດໃຫ້ ສາມາດຈັກເປັນຕອກ ເສັ້ນໃຫຍ່ໆ ສຳລັບສານເຄື່ອງ ທີ່ໃຊ້ໃນຍຸກສະໄໝ ຊຶ່ງຕ້ອງຫັກແຈ ຫັກມຸມ ເປັນຮູບສີ່ຫຼ່ຽມ ຈະພັບ ຈະງໍ ຢ່າງໃດ ກໍບໍ່ຫັກງ່າຍ ຄືໄມ້ໄຜ່ໂດຍທົ່ວໄປ.

ກຸ່ມຈັກສານກຸ່ມນີ້ ສ່ວນຫຼາຍແລ້ວ ຈະສານເຄື່ອງໃຊ້ໄມ້ສອຍ ທີ່ໃຊ້ໃນຄົວເຮືອນ ຫຼາຍກວ່າ ຈະສານພວກເຄື່ອງ ທີ່ໃຊ້ໃນທຸຣະກິດສະປາ (SPA) ຄືກຸ່ມຈັກສານ ບ້ານນາກາງ ເຄື່ອງທີ່ກຸ່ມນີ້ສານ ກໍໄດ້ແກ່ ໝວກ ຊຶ່ງໝວກທີ່ສານ ຮ້ອງວ່າ “ໝວກໂສ້” ຍ້ອນວ່າ ກ່ອນຈະນຳມາ ຫຍິບຕໍ່ກັນນັ້ນ ຕ້ອງສານເປັນໂສ້ກ່ອນ, ນອກຈາກນີ້ ກໍສານວີ ສຳລັບພັດວີ ຍາມຮ້ອນ ແລະພວກກະເປົ໋າຖື ຂອງແມ່ຍິງ ແລະເຄື່ອງສານ ທີ່ຂາຍດີ ທີ່ສຸດ ຄື ເຄື່ອງໃຊ້ໃນເຮືອນຄົວ ຊຶ່ງຄົນໄທ ຮ້ອງວ່າ “ຝາຊີ” ຝາຊີນີ້ ຈະໃຊ້ງຸມອາຫານ ບໍ່ໃຫ້ແມງວັນຕອມ ຊຶ່ງພັທນາມາຈາກ ເຂິງຊ້ອນປາ.

ແມ່ປານີ ມູນຜະຫຼາ ໄດ້ເວົ້າເຖິງວັດຖຸດິບ ແລະກິດຈະກັມ ຂອງກຸ່ມ ຂອງພວກເຂົາເຈົ້າ ວ່າ:
   
“ທີ່ນີ້ເຮັດແຕ່ໄມ້ໄຜ່ນວນ ຂໍ້ມັນຈັ່ງຍາວ ຊິຂຶ້ນຢູ່ຕາມເຂົາ  ປ້ອງມັນຈຶ່ງຍາວ ຂໍ້ມັນຈຶ່ງຍາວ
ຈັ່ງຊັ້ນ ກໍຕ້ອງໄປສັ່ງຈາກຕຼາດ ຈັນ ຣະຍອງ ກິດຈະກຳໃນກຸ່ມ ກໍສານຈັກສານກັນນີ້ແລ້ວ
ມີຫຼາຍຢ່າງ ເປັນເຄື່ອງໃຊ້ ເປັນກະເປົ໋າ ເປັນຫຍັງນີ້ ອັນນີ້ກໍເປັນຝາຊີນີ້ ເຮັດອອກບໍ່ທັນນີ້
ໂຕນີ້ ມີຈັກຫ້າຄັນຣົຖ ກໍເໝິດ."                              

ເປັນທີ່ໜ້າສັງເກດ ວ່າ ຕັ້ງແຕ່ເຮົາ ເຂົ້າໄປຮູ້ຈັກ ກັບກຸ່ມຈັກສານ ເມືອງພະນັດນິຄົມ ນັ້ນ ໄດ້ພົບເຫັນ ແຕ່ພວກແມ່ຍິງ ເປັນຜູ້ດຳເນິນງານ ທັງວຽກງານ ບໍຣິຫານກຸ່ມ ແລະ ວຽກງານ ການຈັກສານ  ບໍ່ເຫັນ ພວກຜູ້ຊາຍພໍຄົນ ເລື້ອງນີ້ ແມ່ປານີ ມູນຜະຫຼາ ຫົວໜ້າກຸ່ມ ຈັກສານ
ຊຸມຊົນຍ່ອຍທີ່ 1 ເທດສະບານ ເມືອງພະນັດນິຄົມ ໄດ້ອະທິບາຍ ເຖິງສາຍເຫດ ທີ່ກຸ່ມ
ຈັກສານ ມີແຕ່ແມ່ຍິງເຮັດວຽກ ໃຫ້ຟັງວ່າ ມັນເປັນໄປ ຕາມຄວາມປ່ຽນແປງ ຂອງຣະບົບ
ການຜລິດ ໃນສັງຄົມ ຄື ສະໄໝກ່ອນ ວຽກງານຈັກສານ ຕ້ອງໄດ້ຮັບໃຊ້ ວຽກງານ
ການກະເສດ ເນື່ອງຈາກ ວ່າ ຄົນສະໄໝກ່ອນ ຕ່າງກໍເຮັດໄຮ່ໃສ່ນາ ຄົນສານ ເຄື່ອງຈັກສານ
ກໍຜລິດມາ ເພື່ອໃຫ້ໃຊ້ ໃນວຽກງານ ກະເສດຕະກັມ ເຊັ່ນ ກະຕ່າ, ກະບຸງ, ຂ້ອງ, ໄຊ, ລອບ ແລະອື່ນໆ ຊຶ່ງເຄື່ອງເຫຼົ່ານີ້ ເອົາໄວ້ໃຊ້ ຕັກເຂົ້າ-ຕັກນ້ຳ, ຫຼືໃສ່ເຂົ້າ ແກ່ໄປຂຶ້ນເລົ້າ ຂຶ້ນສາງ ຫຼືບໍ່ດັ່ງນັ້ນ ກໍໃຊ້ຫາຢູ່ຫາກິນ ຕາມຫ້ວຍຕາມໜອງ ຊຶ່ງເຄື່ອງໃຊ້ເຫຼົ່ານີ້ ຈຳເປັນ ຕ້ອງໝັ້ນໜຽວ ເພື່ອໃຫ້ທົນທານ ສຳລັບວຽກງານໜັກ ດັ່ງນັ້ນ ເຄື່ອງພວກນີ້ ຈຶ່ງຕ້ອງສານ ໃຫ້ມີຂນາດໃຫຍ່ ແລະຕ້ອງ ໄດ້ໃຊ້ຕອກແຂງ ດັ່ງນັ້ນແລ້ວ ຜູ້ສານເຄື່ອງ ເຫຼົ່ານີ້ ຈຶ່ງຕ້ອງ ເປັນຜູ້ທີ່ມີແຮງຫຼາຍ ຈຶ່ງຈະສານໄດ້ ແລະຜູ້ສານ ຈຶ່ງແມ່ນ ພວກຜູ້ຊາຍ.

ແຕ່ພໍມາຮອດສະໄໝນີ້ ນະໂຍບາຍ ການພັທນາປະເທດ ຂອງໄທ ໄດ້ຫັນປ່ຽນ ໄປພັທນາ ທາງດ້ານອຸດສາຫະກັມ ວຽກງານ ການກະເສດ ກໍຖືກຫຼຸດບົດບາດ ໃນສັງຄົມລົງ ວິຖີຊີວິດ ຂອງຜູ້ຄົນ ກໍປ່ຽນແປງໄປ ຜູ້ເຮັດ ວຽກງານຈັກສານ ຈຶ່ງຕ້ອງ ຫັນມາ ຮັບໃຊ້ວິຖີຊີວິດ ແບບໃໝ່ ຄື ມີການຫັນປ່ຽນ ມາຈັກສານ ພວກເຄື່ອງໃຊ້ ໃນຄົວເຮືອນ ຫຼາຍກວ່າ ການຜລິດເຄື່ອງໃຊ້ ທາງການກະເສດ ເຊັ່ນ ຕ້ອງສານໝວກ, ສານວີ, ກະເປົາແມ່ຍິງ ແມ່ນແຕ່ຂອງ ທີ່ສານຫຍໍ້ສ່ວນລົງ ເປັນຂອງຝາກ ຂອງຕ້ອນ ແທນການສານຂ້ອງ ສານລອບ ຄືແຕ່ເກົ່າ ດັ່ງນັ້ນ ຄົນເຮັດວຽກ ຈຶ່ງມີແຕ່ພວກຜູ້ຍິງ ເພາະເຄື່ອງ ທີ່ສານນັ້ນ ຕ້ອງໃຊ້ຄວາມລະອຽດ ບໍ່ຕ້ອງໃຊ້ແຮງຫຼາຍ.

ແມ່ປານີ ມູນຜະຫຼາ ໄດ້ເວົ້າເຖິງ ຄວາມປ່ຽນແປງ ຂອງວຽກງານ ຈັກສານ ໃຫ້ຟັງ ວ່າ ...

“ຄົນຈີນນີ້ເຂົາກໍຄ້າ ເຂົາກໍຂາຍຕາມຕະຫຼາດ ຄົນໄທນີ້ກໍແມ່ນຄ້າຂາຍ ຄົນລາວນີ້ ບໍ່ເຮັດໄຮ່ເຮັດນາແມ່ນບໍ່ຫຼະ ກໍສານແຕ່ກະບຸງ ຕະກ້າ ຕະແກງ ໄວ້ຊ້ອນປູ ຊ້ອນປາ ເຮັດບໍ່ໄຫວດອກຜູ້ຍິງ ແຂງ ເພາະມັນຫຍາບ ເສັ້ນມັນໃຫຍ່ ກໍພວກຜູ້ຊາຍແຫຼະເພີ່ນສານ ເພາະມັນແຂງ ແຕ່ຫັຼງມານີ້ ເຮັດຂາຍຢູ່ນີ້ ມັນເປັນງານລະອຽດ ເຮັດເປັນສີມືແລ້ວ ຜູ້ຍິງກະເຮັດ ຜູ້ຊາຍບໍ່ຄ່ອຍເຮັດ ລະອຽດເຮັດບໍ່ຄ່ອຍໄດ້ ມີພວກຜູ້ຍິງແມ່ບ້ານນີ້ ເຮັດຫວ່າງຈາກ ການເຮັດງານແລ້ວຄ່ອຍມາຫຍິບເຮັດວຽກນີ້.”                                                              

ຄົນທາງພາກອີສານ ແລະ ພາກເໜືອຂອງໄທ ສ່ວນຫຼາຍ ເປັນກະເສດຕະກອນ ແລະ ມີສິລະປະ ວັທນະທັມ ປະເພນີ ທີ່ຕ້ອງໃຊ້ ເຄື່ອງຈັກສານ ຢ່າງຫຼວງຫຼາຍ ທັງເຄື່ອງຈັກສານ ທີ່ຖືກຈັດ ໃຫ້ເປັນ “ເຄື່ອງຫັດຖະກັມ” ແລະ “ເຄື່ອງຫັດຖະກັມມະສິນ”  ຊຶ່ງເຄື່ອງຫັດຖະກັມ ໝາຍເຖິງ ເຄື່ອງທີ່ໃຊ້ ໃນຊີວິດປະຈຳວັນ ຄືເຄື່ອງທີ່ໃຊ້ ໃນການກະເສດ ແລະການຫາຢູ່ ຫາກິນ ເຊັ່ນ ກະຕ່າ, ກະບຸງ, ລອບ, ຂ້ອງ, ໄຊ, ຕຸ້ມປາ, ຕຸ້ມກົບ ເປັນຕົ້ນ; ສ່ວນເຄື່ອງຫັດຖະກັມມະສິນນັ້ນ ໝາຍເຖິງ ເຄື່ອງຈັກສານ ທີ່ມີຄວາມລະອຽດ ຈົບງາມ ສຳລັບ ໃຊ້ໃນພິທີກັມ ທາງສາສນາ ແລະ ພິທີກັມ ທາງຈິດວິນຍານ ເຊັ່ນ ຮ້ານຖວາຍເຂົ້າພຣະ, ຮ້ານດອກໄມ້ ແລະເຄື່ອງບູຊາ, ແຢ່ງໃສ່ແກ້ວນ້ຳ, ຕີນບາດ, ຕັ່ງ ໄປຈົນເຖິງ ທຸງ ແລະ ທັມມາດ.

ດັ່ງນັ້ນ ເມື່ອເວົ້າເຖິງ ວຽກງານ ການຈັກສານແລ້ວ ຄົນໄທສ່ວນຫຼາຍ ຈຶ່ງເຂົ້າໃຈວ່າ ຜູ້ທີ່ປະກອບອາຊີບ ການຈັກສານ ຕ້ອງເປັນຄົນ ທາງພາກອີສານ ຫຼື ຄົນທາງພາກເໜືອ ເທົ່ານັ້ນ ແລະກໍເຂົ້າໃຈວ່າ ຜລິດຕະພັນ ເຄື່ອງຈັກສານ ທີ່ຢູ່ໃນຕະຫຼາດ ເປັນສີມືຂອງຄົນ ສອງພາກ ດັ່ງກ່າວນີ້ ອີກດ້ວຍ;  ແຕ່ໃນຕົວຈິງແລ້ວ ຜູ້ທີ່ຜລິດເຄື່ອງສານ ສ່ວນຫຼາຍ ຢູ່ຕະຫຼາດເຄື່ອງຈັກສານ ທົ່ວປະເທດ ຄື ຄົນເຊື້ອສາຍລາວ ເມືອງພະນັດນິຄົມ ນີ້ເອງ.

ຄົນເຊື້ອສາຍລາວ ຢູ່ເມືອງ ພະນັດນິຄົມ ນັ້ນ ມີຊີວິດ ຢູ່ກັບວຽກງານ ການກະເສດ ແລະຢູ່ກັບວຽກງານ ຈັກສານ ມາຊົ່ວຊີວິດ ເມືອງນີ້ ມີກຸ່ມຈັກສານ ທີ່ຈັດຕັ້ງກັນ ເປັນກຸ່ມ ຢ່າງເປັນທາງການ ເຖິງ 14 ກຸ່ມ ມາໄດ້ 15 ປີແລ້ວ ແຕ່ວ່າ ການຈັກສານ ທີ່ເຮັດກັນ ຢູ່ຕາມຄອບຄົວນັ້ນ ມີມາແຕ່ບູຮານພູ້ນ ແລະ ຄົນເຊື້ອສາຍລາວ ເມືອງພະນັດນິຄົມ ເປັນພຽງ ຄົນກຸ່ມດຽວ ທີ່ຮູ້ຈັກ ການໃຊ້ໄມ້ໄຜ່ນວນ ໃນວຽກການຈັກສານ ເພາະເມືອງພະນັດນິຄົມ ຢູ່ໃກ້
ກັບແຫຼ່ງໄມ້ໄຜ່ນວນ ດັ່ງນັ້ນ ຜລິດຕະພັນ ຂອງພວກເຂົາເຈົ້າ ຈຶ່ງລະອຽດ ມີຄວາມຈົບງາມ ປານີດ ກວ່າເຄື່ອງຈັກສານ ຈາກພາກສ່ວນອື່ນ ຂອງໄທ.

ເຄື່ອງຈັກສານ ຂອງຄົນເຊື້ອສາຍລາວ ເມືອງພະນັດນິຄົມ ໄດ້ຖືກວາງຂາຍ ທົ່ວປະເທດໄທ ແຕ່ເມື່ອ ຜລິດຕະພັນ ຂອງເມືອງພະນັດ ໄປຢູ່ບ່ອນໃດ ຄົນກໍມັກຈະເຂົ້າໃຈ ວ່າ ເປັນຂອງເມືອງນັ້ນ ນອກຈາກ ຈະສົ່ງໄປຂາຍ ຕາມແຂວງອື່ນແລ້ວ ແມ່ປານີ ຍັງໄດ້ເປິດຮ້ານ
ທີ່ຂາຍສະເພາະ ເຄື່ອງຈັກສານ ແຕ່ພຽງຢ່າງດຽວ ມາເຖິງ 30 ປີແລ້ວ.

ກຸ່ມຈັກສານ ເຮືອນແມ່ປານີ ມີສະມາຊິກ ທັງໝົດ 45 ຄົນ ແຕ່ຜູ້ທີ່ມາໂຮມກັນ ເຮັດວຽກ ມີແຕ່ພຽງ 7-8 ຄົນ ເທົ່ານັ້ນ ສະມາຊິກສ່ວນຫຼາຍ ເຮັດວຽກ ຢູ່ເຮືອນໃຜເຮືອນລາວ ແລະ ໃນຈຳນວນ ຜູ້ເຮັດວຽກ ຢູ່ເຮືອນແມ່ປານີ ມູນຜະຫຼາ ນີ້ ມີແມ່ຍິງຜູ້ນຶ່ງ ອາຍຸ 50 ກວ່າປີ ຊື່ວ່າ ແມ່ບຸນເລືອງ ສີນວນ ເປັນຄົນບ້ານເຮືອນໃຫຍ່ ມີອ້າຍນ້ອງ 7 ຄົນ ພໍ່ຂອງລາວຕາຍ
ຕັ້ງແຕ່ລາວຍັງນ້ອຍຢູ່; ແມ່ບຸນເລືອງ ເກິດມາ ມືນຕາເບິ່ງໂລກ ກໍເຫັນຜູ້ເປັນແມ່ ເຮັດຈັກສານເຄື່ອງແລ້ວ ຄອບຄົວຂອງ ແມ່ບຸນເລືອງ ບໍ່ໄດ້ເຮັດໄຮ່ ເຮັດນາ ອາໃສສານເຄື່ອງ
ຂາຍ ເປັນອາຊີບຫຼັກ ຊຶ່ງຕ່າງຈາກ ສະມາຊິກ ທັງໝົດ ທີ່ເຮັດວຽກງານ ຈັກສານ ເປັນອາຊີບສຳຣອງ ໂດຍບໍ່ໄດ້ປະຖິ້ມ ອາຊີບເຮັດນາ.

ແມ່ບຸນເລືອງ ເວົ້າເຖິງ ຊີວິດຂອງຕົວເອງ ໂດຍມີໝູ່ຄູ່ ກຸ່ມຈັກສານ ຊ່ວຍປະກອບຄຳເຫັນ
ນຳດ້ວຍ ດັ່ງນີ້ ...
   
“ຊື່ນາງບຸນເລືອງ ສີນວນ ນາມສະກຸນເກົ່າກໍວົງຄຳພູ, ຄືນາມສະກຸນໄທອິສານ ກໍອິສານຕວ໋າ ແມ່ນໄປທ່ຽວອິສານ ແລ້ວເຫັນເຂົາ ໂອ໊ຍ! ວົງຄຳພູທັງນັ້ນ ໂອ້! ຄືຊິມາມີຍາດ ພີ່ນ້ອງທາງພີ້, ເກີດຢູ່ນີ້ບ້ານໜອງປຶກນີ້ ບ້ານແມ່ຢູ່ນີ້ ແລ້ວບ້ານພໍ່ ຢູ່ທາງບ້ານເຮືອນໃຫຍ່  ເກີດມາກໍເຫັນແມ່ເຮັດສານແລ້ວ ພໍ່ແມ່ ເຮັດກະຈາດນ້ອຍໆ ກະຈັກສານກັນມາ ແຕ່ນ້ອຍໆ, ເຮັດຂາຍ ເອີ້!ແຕ່ໃນນີ້ເກີດມາ ກະເຮັດຂາຍແລ້ວ ເພາະວ່າ ເຮັດແຕ່ຮຸ່ນແມ່ ເຫັນແມ່ ເກີດມາກໍເຫັນແມ່ເຮັດແລ້ວວ່ະ, ກໍເປັນຫຼາຍໆ ຢ່າງ ເພີ່ນໃຫ້ເຮັດອີຫຍັງ ກະສານກັນມາພູ້ນຫຼະ ຄັນເປັນແລ້ວ ມັນບໍ່ຍາກດອກເນາະ ຄັນບໍ່ເປັນຕິມັນຍາກ ທີແຣກມັນກໍຍາກ  ຖ້າບໍ່ເປັນແລ້ວ ມັນຍາກເໝິດແຫຼະ ເປັນແລ້ວມັນບໍ່ຍາກດອກ, ອຳເພີພະນັດນີ້ ເຮັດໄດ້ທຸກຢ່າງ.”

ທ່ານຜູ້ຟັງທີ່ຮັກແພງ ເວລາສຳລັບລາຍການຂອງເຮົາ ໃນສັປດານີ້ ໄດ້ສິ້ນສຸດລົງແລ້ວ ເຊີນທ່ານ ຮັບຟັງເລື້ອງ  “ບ້ານລາວໃນໄທ-ແຕ່ອາດີດຫາປະຈຸບັນ”  ໄດ້ໃໝ່ ໃນສັປດາໜ້າ ຊຶ່ງຈະໄດ້ສເນີ ເລື້ອງຂອງຫໍພິພິດທະພັນ ເຄື່ອງຈັກສານ ເມືອງພະນັດນິຄົມ.

ສຳລັບສັປດານີ້ ຂໍໄດ້ຮັບຄວາມປຣາຖໜາດີ ຈາກ ແສງແກ້ວ ແກ່ນທັມ ຜູ້ຣຽບຣຽງ, ແລະຂ້າພະເຈົ້າ ວຽງໄຊ ຜູ້ສເນີ, ສະບາຍດີ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.