ບ້ານລາວ ໃນປະເທດໄທ: ຕອນທີ 104

ໃນບົດສຸດທ້າຍ ຂອງສາຣະຄະດີ ບ້ານລາວໃນໄທ ແຕ່ອາດີດຫາ ປັດຈຸບັນ ມື້ນີ້ ວຽງໄຊ ຈະກ່າວເຖິງແຫ່ງຕ່າງ ໃນປະເທດໄທ ທີ່ມີຄົນເຊື້ອສາຍ ລາວອາສັຍຢູ່ ເພື່ອວ່າທ່ານຜູ້ໃດ ສົນໃຈ ມີໂອກາດໄດ້ ຜ່ານໄປປະເທດໄທ ແລະຢາກໄປຊອກ ຢ້ຽມຢາມ ຈະພໍຮູ້ທິດທາງ ໄປໄດ້ສດວກຂຶ້ນ. ເຊີນທ່ານຮັບຟັງໄດ້ເລີຍ
ວຽງໄຊ
2007.11.20

ນັບຕັ້ງແຕ່    ມື້ພຸ້ນ                ເຮົາໄດ້ຈາກໄກກັນ

ຄາວແຕ່        ພໍ່ແມ່ເຮົາ            ພາກກັນແຮມຮ້າງ

ກໍ່ຫາກ            ເຫີງນານແລ້ວ       ປານເຮືອແຈວໄກຕາຝັ່ງ

ດອກສະມັ່ງ        ມັນຫາກໄກຈາກຕົ້ນ        ບໍ່ມີມື້ຊິຕ່າວຄືນ

ມີແຕ່        ເສົາເຮືອນຕັ້ງ            ເຕືອນວ່າມີລາວເນົາຢູ່

ອີກທັງ            ແຈ່ວປາແດກແຊບ        ເຂົ້າໜຽວຈ້ຳຈ່ອມກິນ

ສຽງແຄນລາວ        ດັງກຶກກ້ອງ            ປົນຂັບລຳຟັງມ່ວນ

ແລ້ວກໍ່            ແອະແອ່ນຟ້ອນ            ພໍໄດ້ເອີ້ນວ່າລາວ

ການເວລາ    ມັນໄກເຍີ້ນ            ເອີ້ນສັ່ງບໍ່ເຫັນກັນ

ແຕ່ຫາກມີ        ຄຳວ່າ “ລາວ”          ເຫຼືອເປັນສາຍລາຍລ້ຽວ

ຄຳວ່າ             “ລາວ” ຄຳນີ້             ຄຶດດີໆ ໃຈຖີ່ໆ

ຂໍໃຫ້             ຊາວພີ່ນ້ອງ       ຟັງແລ້ວໄດ້ຮ່ຳຮອນ ທ່ານເອີຍ

ສະບາຍດີ ທ່ານຜູ້ຟັງທີ່ ເຄົາຣົບ ແລະຮັກແພງ ເມື່ອສັປດາທີ່ ຜ່ານມາ ເຮົາໄດ້ສເນີ ກ່ຽວກັບປະເພນີ ແລະວິຖີຊີວິດ ຂອງຄົນພວນ ບ້ານປ່າແດງ ເມືອງຕະພານຫີນ ແຂວງພິຈິດ ຂອງໄທຍ ເລື້ອງ ໝໍແຄນ-ໝໍລຳພວນ ຊຶ່ງມີຢູ່ແຕ່ພຽງ 2ຄົນຄື: ໝໍແຄນດີ ທິມເໝັ້ນ ແລະໝໍລຳໄພວັນ ສຸດທິພັນ.

ໝໍແຄນດີ ເປົ່າແຄນ ປະກອບສ່ວນໃຫ້ ໝໍລຳແຕ່ອາຍຸ 25ປີ ແລະເປົ່າມາຈົນເຖິງ ອາຍຸ80ປີ. ສ່ວນໝໍລຳໄພວັນ ນັ້ນເປັນໝໍລຳ ພວນມະຫັສຈັນ ເພາະລາວສາມາດ ລຳໄດ້ໝົດຄືນ ໂດຍບໍ່ຕ້ອງທ່ອງ ກອນລຳ ເນື່ອງຈາກລາວສາມາດ ເຫັນກອນລຳລອຍ ມາຈາກເທິງຟ້າ, ແຕ່ປັດຈຸບັນນີ້ ທັງສອງຄົນໄດ້ ເຊົາເສພເຊົາລຳແລ້ວ ເນື່ອງຈາກໝໍແຄນດີ ມີບັນຫາດ້ານ ສຸຂພາບ ພາໃຫ້ ໝໍລຳໄພວັນ ຕ້ອງເຊົາລຳ ເຊັ່ນດຽວກັນ.

ໃນສັປດານີ້ ເຮົາຈະສະເໜີ ເປັນຕອນສຸດທ້າຍ ຂອງສາຣະຄະດີ “ບ້ານລາວໃນໄທຍ ແຕ່ອາດີດຫາ ປັດຈຸບັນ” ເປັນເວລານານ ເຖິງ2ປີແລ້ວ ນັບແຕ່ເຮົາໄດ້ ສເນີ ສາຣະຄະດີ “ບ້ານລາວໃນໄທຍ ແຕ່ອາດີດຫາ ປັດຈຸບັນ” ແລະໄດ້ພາທ່ານ ໄປຮູ້ຈັກກັບ ຄົນເຊື້ອສາຍລາວ ຢູ່ບ້ານ ແລະແຂວງຕ່າງໆ ທັງຢູ່ພາກກາງ ຂອງໄທ ຊຶ່ງມີທັງແຂວງ ທີ່ເປັນເມືອງຫຼວງ ເກົ່າຂອງໄທ ແລະແຂວງພາກ ຕາເວັນອອກ ແລະພາກອີສານ ຊຶ່ງເປັນພື້ນທີ່ ທີ່ມີຄົນເຊື້ອ ສາຍລາວຢູ່ຫຼາຍ ກວ່າໝູ່ໝົດໃນ ປະເທດໄທ. ແລ້ວກໍໄດ້ພາ ທ່ານຂຶ້ນໄປພາກເໜືອ ເພື່ອຢ້ຽມຢາມບ້ານ ຄົນພວນ.

ເນື່ອງຈາກລາຍການ ຂອງເຮົາ ໃນສັປດານີ້ ເປັນຕອນສຸດທ້າຍ ຈຶ່ງຢາກພາທ່ານ ຫວນຄືນໄປຢ້ຽມຢາມ ບ້ານລາວ ຢູ່ປະເທດໄທ ອີກເທື່ອນຶ່ງ ເປັນການສລຸບ ເພື່ອວ່າ ທ່ານທີ່ມີ ໂອກາດເດີນທາງ ໄປປະເທດໄທ ຈະໄດ້ຮູ້ວ່າ ພື້ນທີ່ໃດແດ່ ທີ່ມີຄົນລາວ ອາສັຍຢູ່, ຈະໄດ້ເຂົ້າໃຈ ວິຖີຊີວິດ ຂອງພວກເຂົາເຈົ້າ ແລະເປັນຂໍ້ມູນ ເບື້ອງຕົ້ນ ສຳລັບໃຊ້ໃນການ ໂອ້ລົມກັບພວກ ເຂົາເຈົ້າໃນແຕ່ ລະພື້ນທີ່ ພ້ອມທັງສເນີ ຂໍ້ຄິດເຫັນຂອງ ຜູ້ລົງພື້ນຖານ ເພື່ອໃຫ້ເຫັນເບື້ອງຫຼັງ ຂອງຜູ້ຄົນແຕ່ລະ ພື້ນທີ່ອີກດ້ວຍ.

ບ່ອນທຳອິດທີ່ ເຮົານຳສເນີກໍຄື ບ້ານນາປ່າໜາດ ເມືອງຊຽງຄານແຂວງເລີຍ ຢູ່ພາກຕາເວັນອອກ ສຽງເໜືອຂອງ ປະເທດໄທ ຊື່ງເປັນໝູ່ບ້ານດຽວ ຂອງແຂວງເລີຍ ແລະ ຂອງພາກອີສານ ທີ່ມີຄົນລາວໂສ້ງດຳອາໄສຢູ່; ບ້ານນາປ່າໜາດ ມີສູນກາງ ສິລປະວັທນະທັມ ຢູ່ກາງບ້ານ2ບ່ອນ ມີທັງສູນກາງ ໃຫມ່ແລະເກົ່າ ຢູ່ສູນເກົ່າຈະມີ “ແມ່ເຖົ້າອ່ອນ” ຫຼື “ເອມອ່ອນ” ເປັນຜູ້ຕາງໜ້າ ຄົນລາວໂສ້ງດຳ ບ້ານນາປ່າໜາດ ແລະ ພາຍໃນສູນກາງ ຍັງມີເຮືອນລາວ ໂສ້ງດຳແລະ ຫູກຕ່ຳແຜ່ນແພ ພ້ອມທັງ ມີສິນຄ້າທີ່ ເປັນແຜ່ນແພແລະ ຖົງຍ່າມ ຊຶ່ງເປັນສັນຍາລັກ ຂອງລາວໂສ້ງດຳ ໄວ້ຈຳໜ່າຍ ນອກຈາກນີ້ ຍັງມີພວກແມ່ເຖົ້າ ຫຼາຍຄົນທີ່ຄອຍຖ້າ ໃຫ້ຂໍ້ມູນ ດ້ານປວັດ ສາດ ແລະນຳພາທ່ຽວ ໝູ່ບ້ານ.

ບ້ານທີ2ແມ່ນບ້ານ ຄົນເຊື້ອສາຍລາວ ໃນເຂດພາກກາງ ແລະເປັນເມືອງຫຼວງ ເກົ່າຂອງໄທ ຄື:ບ້ານໜອງໄຜ່ ແລະບ້ານຕົ້ນໂພ ເມືອງນະຄອນຫຼວງ     ແຂວງອາຍຸທຍາ; ທັງສອງບ້ານນີ້ ແມ່ນບ້ານຂອງຊ່າງ ຕີພ້າ ທີ່ມີຊື່ສຽງທີ່ສຸດ ຂອງປະເທດໄທ, ຖ້າຂຶ້ນຊື່ວ່າ “ມີດອະຣັນຢິກ” ຖືວ່າເປັນພ້າ ທີ່ມີຄຸນນະພາບ ດີທີ່ສຸດ ແລະບໍ່ມີຜູ້ໃດ ຮູ້ວ່າພ້າທີ່ ມີຊື່ສຽງນີ້ ແມ່ນພ້າທີ່ຄົນ ເຊື້ອສາຍລາວ ເປັນຜູ້ຜລິດ.

“ພໍ່ເຖົ້າບັນຢັດ” ຊຶ່ງເຄີຍເປັນປະທານ ສະຫະກອນມີດ ອະຣັນຢິກ ແລະຍັງເປັນຜູ້ ຕີພ້າຄົນສຳຄັນ ຈົນເທົ່າທຸກມື້ນີ້ ສາມາດຈະໃຫ້ ການຮັບຕ້ອນທ່ານ ໄດ້ເປັນຢ່າງດີ ເພາະເປັນຜູ້ທີ່ ມີຄວາມຮູ້ທັງ ດ້ານການຕີພ້າ ແລ້ວຍັງຮູ້ປວັດ ຄວາມເປັນມາຂອງ ຄົນບ້ານໜອງໄຜ່ ແລະບ້ານຕົ້ນໂພ ທັງເປັນຜູ້ມີ ນ້ຳໃຈຮັກເຊື້ອ ຮັກເຜົ່າພັນທີ່ສຸດ ຜູ້ນຶ່ງ; ຫຼືຖ້າບໍ່ດັ່ງນັ້ນ ກໍເຂົ້າວັດໄປ ໂອ້ລົມກັບເຈົ້າ ອາວາດທີ່ເປັນ ຄົນເຊື້ອສາຍລາວ ແລະຍັງມີສິມທີ່ ມີທາດອ້ອມຮອບ ທີ່ມີຮູບຊົງ ແບບດຽວກັບ ພຣະທາດຫຼວງ ທີ່ຢູ່ນະຄອນ ຫຼວງວຽງຈັນ.

ນອກຈາກນີ້ ອອກໄປທາງທິດເໜືອ ຂອງບ້ານໜອງໄຜ່ ຄື: ບ້ານສາມໄຖ ຈະມີທາດອົງໃຫຍ່ ທີ່ມີຮູບຊົງ ແບບດຽວກັບ ພຣະທາດຫຼວງ ແລະ ພຣະທາດພະນົມ ໂດຍຄົນບ້ານນີ້ ອ້າງວ່າເປັນຄົນລາວ ເຊື້ອສາຍເຈົ້າ ອານຸວົງ.

ແຫ່ງທີ3ແມ່ນ ເມືອງຂອງຄົນລາວ ທີ່ຄົນລາວເປັນ ຜູ້ສ້າງ ຄື: ເມືອງພະນັດນິຄົມ ແຂວງຊົນບຸຣີ ຊຶ່ງຢູ່ບໍ່ໄກ ຈາກເມືອງພັທຍາ ທີ່ເປັນເມືອງທ່ອງທ່ຽວ ທີ່ມີຊື່ສຽງ  ຂອງໄທ; ຕົວເມືອງ ແລະວັດວາອາຮາມ ເກືອບທັງໝົດ ແມ່ນສົມບັດຂອງ ຄົນລາວ; ທ່ານສາມາດເຂົ້າ ທ່ຽວຊົມສູນກາງ ສິລປະວັທນະທັມ ຢູ່ພາຍໃນເທສບານ ຫຼືບໍ່ດັ່ງນັ້ນ ກໍຖາມຫາ “ອາຈານສົມດຸນ ທຳເນົາ” ຊຶ່ງເປັນ ນັກວິຊາການ ທີ່ສຶກສາປວັດ ຂອງຄົນລາວ ແລະນິທານ ຕຳນານໝູ່ບ້ານ ແລະເມືອງ ພະນັດນິຄົມ ທ່ານກໍຈະໄດ້ຮັບ ທັງຄວາມອົບອຸ່ນ ແລະຄວາມຮູ້ແລ້ວ ກໍຍັງສາມາດ ໄປສຶກສາວິຖີ ຊີວິດຂອງຄົນ ເຊື້ອສາຍລາວ ຢູ່ເຮືອນແມ່ປານີ ມູນຜະຫຼາ ຊຶ່ງເປັນສູນກາງ ການຈັກສານ ແລະມີເຄື່ອງ ຈັກສານໄມ້ໄຜ່ ທີ່ໃຫຍ່ທີ່ສຸດ ໃນໂລກ ຫຼືຖ້າຢາກໄປ ສຳຜັດກັບຊີວິດ ຂອງຊາວບ້ານ ກໍເຊີນໄປ ຢ້ຽມຢາມບ້ານກາງ ຕາແສງໄຣ່ ຫຼັກທອງ ຊຶ່ງເປັນສູນກາງ ການຈັກສານ ເຊັ່ນດຽວກັນ ບ່ອນດັ່ງກ່າວນີ້ ຈະເຮັດໃຫ້ທ່ານ ໄດ້ເຫັນຄວາມເປັນ ຢູ່ຂອງຄົນເຊື້ອ ສາຍລາວ ໃນຣະດັບໝູ່ບ້ານ ທີ່ຍັງບໍ່ທັນ ໄດ້ປ່ຽນແປງໄປຫຼາຍ ເນື່ອງຈາກມີໝູ່ ບ້ານລາວອີກຫຼາຍ ບ້ານທີ່ຕັ້ງຢູ່ ອ້ອມຂ້າງ.
ບ່ອນທີ່4ແມ່ນ ບ້ານທ່າຢ້ຽມ ເມືອງເສລະພູມ ແຂວງຣ້ອຍເອັດ ຊຶ່ງບ້ານນີ້ມີ ນາຍຄູຊື່ “ອາຈານທົງສິນ ທະນະກັນຍາ” ທ່ານເປັນຫົວໜ້າ ຄນະນັກວິໄຈ ທີ່ນຳພາຊາວ ບ້ານສຶກສາຄົ້ນຄວ້າ ປວັດສາດຂອງຄົນລາວ ໃນພາກອີສານ ຊຶ່ງວຽກງານສຶກສາ ຂອງທ່ານສາມາດ ເຮັດໃຫ້ເຂົ້າໃຈ ການອົພຍົບຂອງ ກຸ່ມຄົນລາວ ກຸ່ມຕ່າງໆ ໃນພາກອີສານ ຢ່າງເປັນຣະບົບ ແລະການທີ່ ອາຈານທົງສິນ ເປັນຜູ້ລົງມື ສຶກສາເອງ ຈຶ່ງເຮັດໃຫ້ເຫັນ ຊີວິດຄົນລາວ ໃນພາກອີສານ ທີ່ຜ່ານກາຍມາ ແລ້ວນັບຮ້ອຍ  ປີແລ້ວນັ້ນ ໃຫ້ມີຊີວິດ ລຸກຂຶ້ນມາອີກ ຄັ້ງນຶ່ງ.

ແລະບ່ອນທີ4ແມ່ນ ບ້ານຄົນພວນ ບ້ານປ່າແດງ ເມືອງຕະພານຫີນ ແຂວງພິຈິດ ຊຶ່ງເປັນຄົນເຊື້ອ ສາຍລາວໃນເຂດ ພາກເໜືອຂອງໄທ ໃນບ້ານນີ້ມີ ສູກກາງຫັຖກັມ ຕ່ຳແຜ່ນແພ ແລະ ຍັງມີເຮືອນຊານ ແລະວິຖີຊີວິດ ຂອງຄົນພວນທີ່ ຍັງມີຊີວິດຢູ່. ທ່ານສາມາດສຶກສາ ຊີວິດຄົນພວນ ໄດ້ທຸກຫົນແຫ່ງ ທັງຢູ່ໂຮງຮຽນ ຊຶ່ງມີອາຈານ ອະນັນ ປຸຣະປັນຍາ ທີ່ໄດ້ສຶກສາປວັດ ແລະວິຖີຊີວິດ ຂອງຄົນພວນ ບ້ານປ່າແດງ, ຫຼືຈະໄປທີ່ ເທສບານກໍມີ ຫໍພິພິທພັນ ທີ່ສະແດງວິຖີ ຊີວິດຂອງຄົນພວນ ບ້ານປ່າແດງ ຫຼືຈະໄປຂໍຟັງ ລຳພວນຈາກ “ໝໍລຳໄພວັນ ສຸດທິພັນ” ກໍໄດ້.

ນອກຈາກນີ້ ເຮົາຍັງໄດ້ໄປ ຢ້ຽມຢາມ ຄົນພວນ ທີ່ຕາແສງຫາດສ້ຽວ ເມືອງ ສີສັດຊະນາໄລ ແຂວງສຸໂຂໄທ ຊຶ່ງເປັນສູນກາງ ຂອງສິລປະ ການຕ່ຳແຜ່ນແພ ແລະມີ ຣະບົບທຸຣະກິດ ທີ່ຟົດຟື້ນພ້ອມທັງ ມີຫໍພິພິທພັນ ທີ່ຮິບໂຮມແຜ່ນແພ ຢ່າງເປັນຣະບົບ ແລະ ມີຄວາມຫຼາກຫຼາຍ ທີ່ສຸດ ໃນປະເທດໄທ ບ່ອນນີ້ ມີແຜ່ນແພທີ່ ຕ່ຳດ້ວຍໃໝຄຳ ມີ: “ທ່ານສາທອນ ໂສຣັດຈະ ປະສົບສັນຕິ” ຊຶ່ງເປັນຄົນພວນ ແລະເປັນເຈົ້າຂອງ ຫໍພິພິທພັນ “ສາທອນພິພິທພັນ ຜ້າທອງຄຳ” ຄອຍຮັບຕ້ອນ ແລະທຸກປີຍັງ ມີພິທີບວດຊ້າງ ອັນເປັນປະເພນີ ທີ່ສຳຄັນ ຂອງຄົນພວນ ທີ່ບໍ່ມີໂອກາດ ໄດ້ສເນີແກ່ທ່ານ.

ຈາກການທີ່ໄດ້ ໄປຢ້ຽມຢາມ ຄົນເຊື້ອສາຍລາວ ຫຼາຍຕໍ່ຫຼາຍເມືອງ ເຮັດໃຫ້ເຮົາໄດ້ ຮູ້ວ່າຄົນລາວນັ້ນ ເຖິງແມ່ນ ຈະຢູ່ບ່ອນໃດ ປະເທດໃດ ກໍຍັງມີເຍື່ອໃຍ ແລະ ຈິດວິນຍານ ສົ່ງເຖິງກັນຢູ່ ຢ່າງບໍ່ເສື່ອມຄາຍ ເພາະສະນັ້ນກ່ອນ ຈາກກັນ ເຮົາຂໍສເນີ ບົດກະວີ ທີ່ໄດ້ຈາກ ການໄປຢ້ຽມຢາມ ຄົນເຊື້ອສາຍລາວ ຢູ່ໃນປະເທດໄທ ເພື່ອສົ່ງຄວາມ ຄິດຮອດຄິດເຖິງ ຫາຄົນລາວ ໃນທົ່ວໂລກ:  

ມາເຖິງ        ບົດມ້ວນທ້າຍ        ຂ້າຂໍສັ່ງອາວອາ

ທັງລຸງມາປ້າສີ        ພໍ່ເຖົ້າມີ            ບັກຊຽງນ້ອຍ

ຊິໄດ້        ວອຍວອຍຂ້າມ        ເມືອເຮືອນລັດທົ່ງ     ໄປແລ້ວ

ຕອນໜ້າພຸ້ນ        ບຸນສ້າງຄ່ອຍພົບກັນ

ລາເດີ          ລາຄົນພອຍ    ຜູ້ໄກບ້ານ    ປຸກເຮືອນຊານຢູ່ບ້ານເພີ່ນ

ຂ້າຊິ        ໜີໄກເຍີ້ນ        ເຂີນທ້າງຫ່າງໄລ

ໄດ້ຢູ່ໄທ     ເປັນໄທແລ້ວ        ໃຫ້ເຫຼືອແນວໄວ້ເຕື້ອງຕໍ່   

ຢ່າລືມ..        ຢ່າລືມ        ໜໍ່ກໍເຊື້ອ     ໃຫ້ຄອຍເອື້ອອ່າວກັນ

ຄຶດຮອດເດ        ຍາມເມື່ອແລງຄ່ຳຄ້ອຍ

ລົມວອຍວອຍ        ບ້ານ “ເອມອ່ອນ”

ນາປ່າໜາດ    ລາວໂສ້ງດຳ    ຕ່ຳແຜ່ນຕ້ອນ     ແຮຖ້າຜູ້ທ່ຽວຊົມ

ຫອມເອີຍ    ຫອມດອກອົ້ມ        ຢ່າຊຸຈົ່ມນຳຫຼັງ

ຢ່າຊຸ        ໃຫ້ເພພັງ        ໂຄດລາວເພມ້າງ

ເຍືອງທາງ    ໃຫ້ເຫັນສົ້ນ        ເຜົ່າຄົນແຕ່ປາງກ່ອນ

ຫຼອນວ່າ    ຈວບພົບພໍ້        ໃຫ້ຖາມສໍ້ເຊື້ອເຜົ່າພັນ   

ສຸດທີ່ໂອ້    ອົກກັ້ນ        ລາຊຸມລາວ        ບ້ານໜອງໄຜ່

ອາຢຸທຢາ    ໃຜໄດ້ໄປ    ເມື່ອໜ້າ        ຢ່າລືມພ້າໜ່ວຍຄົມ

ອະຣັນຢິກ    ບໍ່ຫຼອກຕົ້ມ        ພ້າຄົມຄົມຄົນໄທໄດ້ລືສ່າ

“ພໍ່ເຖົ້າບັນຢັດ”     ຍັງຢູ່ຖ້າ            ກາງແຂນອ້າຮັບໝູ່ເຮົາ

ຫາກທ່ານ    ຍັງບໍ່ຟ້າວ     ເຊີນໄປຢາມ    ຊົນບຸຣີ ເມືອງທະເລແຄມທ່າ

ແວໄປ        ພັທຍາ        ໄປຊອກຫາຫຼີ້ນນ້ຳ    ສາແລ້ວຄ່ອຍໄປ   

ພະນັດນິຄົມ    ຢູ່ບໍ່ໄກ            ບໍ່ໃກ້            ເປັນລາວທັງຄຸ້ມຂ່ວງ

ລ່ວງໄປວັດ         ຫຼວງພໍ່ຕິ້ວ        ໃຫ້ຍໍນິ້ວນົບເອົາ

ອາຈານສົມດຸນ ທຳເນົາ     ຜູ້ເປັນຫຼານເຫຼນເຊື້ອ    ຄົນລາວເຊື້ອນັກປຼາດ

ຜູ້ສະຫຼາດ    ຜູ້ທີ່            ເຫັນຮ່ອມຮູ້        ແນວເຊື້ອແຕ່ເດີມ

ເຊີນທ່ານໄປ        ຕື່ມເພິ່ມ            ໂອ້ລົມໂອມອ່ານ

ຟັງນິທານ        ປະຫວັດບ້ານ-        ເມືອງແລ້ວຄ່ອຍລາ

ເຊີນໄປ ທາງຝ່າຍກ້ຳ         ອີສານຄຳ         ໄປຟັງການສ້າງກໍ່

ເມືອງອີສານ    ເລື້ອງພຣະວໍ   ຜູ້ເພີ່ນກໍ່    ສືບສ້າງ   ເມືອງບ້ານຈົນໃຫຍ່ສູງ

ເຊີນໝູ່ລຸງ        ແລະແມ່ປ້າ        ອາວອາທັງໜ້າບ່າວ

“ອາຈານທົງສິນ”     ຜູ້ສືບເຄົ້າ        ລາວຊິເວົ້າສູ່ຟັງ

ຫຼືໄດ້ໄປ        ເນົາຢັ້ງ            ທາງເໜືອຂອງປະເທດ

ບ່ອນເປັນ        ເຂດຂອບຂັ້ນ        ຂວາງກັ້ນປ່າສູງ

ຍັງມີ            ຝູງຊາວເຊື້ອ        ລາວເຮົາຢູ່ຫຼາຍບ່ອນ   

ບ້ານປ່າແດງ    ແຂວງພິຈິດ   ໝາຍຂີດໄວ້   ຄົນພວນແທ້ໄດ້ຢູ່ເຢັນ

ຫລາຍນໍ    ຫລາຍຂວບມື້        ຫຼາຍລະດູແຖມຖ່າຍ

ແຕ່ຂ້າ      ເລາະລຽບຕ້າຍ        ເມືອງໄທກວ້າງໄປຢ່ອງຢາມ

ອັນນຶ່ງ    ຂ້າໄດ້     ເຫັນຕ່ອນຮ້າຍ      ຂອງການພັດພາກ

ອີກຍັງເຫັນ        ໃຈລາວ            ວ່າບໍ່ມີວັນມ້າງ

ເຖິງຊິໄປ        ເນົາຢັ້ງ            ທາງໃດກໍຕາມຊ່າງ   

ເພີ່ນບໍ່            ປ໋ະລະໄວ້        ພົງເຊື້ອເຜົ່າລາວ ດອກເດ໋…

ທ່ານຜູ້ຟັງທີ່ ຮັກແພງ ທ່ານກຳລັງຮັບຟັງ ບົດສຸດທ້າຍຂອງ ສາຣະຄະດີ “ບ້ານລາວໃນໄທຍແຕ່ອາດີດຫາ ປັດຈຸບັນ” ພົບກັນໄດ້ໃໝ່ໃນໂອກາດໜ້າ ສຳລັບວາຣະນີ້ ຂໍໄດ້ຮັບຄວາມ ປຣາຖນາດີຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະຂ້າພະເຈົ້າ ວຽງໄຊ ຜູ້ສເນີ, ຈົນກວ່າຈະພົບ ກັນໃໝ່… ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.