ບ້ານລາວ ໃນປະເທດໄທ: ຕອນທີ 103
2007.11.20
ສະບາຍດີທ່ານ ຜູ້ຟັງທີ່ເຄົາຣົບ ແລະຮັກແພງ ເມື່ອສັປດາທີ່ຜ່ານມາ: ເຮົາໄດ້ສເນີ ກ່ຽວກັບປະເພນີ ແລະວິຖີຊີວິດ ຂອງຄົນພວນບ້ານປ່າແດງ ເມືອງຕະພານຫີນ ແຂວງພິຈິດຂອງໄທ ໃນເຣື້ອງການລ້ຽງຜີ ຊຶ່ງຢູ່ບ້ານປ່າແດງ ຫໍບ້ານຕັ້ງຢູ່ ທິດຕາເວັນອອກ ແລະຜີດັ່ງກ່າວຊື່ວ່າ “ເຈົ້າພໍ່ແສງອາລຸນ”.
“ເຈົ້າພໍ່ແສງອາລຸນ” ບໍ່ແມ່ນຊື່ຂອງຄົນ ຜູ້ດຽວແຕ່ຄຳວ່າ “ເຈົ້າພໍ່ແສງອາລຸນ” ນີ້ໂຮມເອົາ ບັນດາວິນຍານ ຂອງບັນພະບຸຣຸດ ຂອງພວກເຂົາເຈົ້າ ມາສິງສຖິດ ໄວ້ບ່ອນດຽວກັນ ແລະເວົ້າຮວມ, ຮ້ອງວ່າ “ເຈົ້າພໍ່ແສງອາລຸນ” ເພື່ອໃຫ້ວິນຍານ ດັ່ງກ່າວ ປົກປັກຮັກສາ ລູກຫຼານໃນໝູ່ບ້ານ ໃຫ້ຢູ່ເຢັນເປັນສຸກ ແລະ
ຈະເຣີນຮຸ່ງເຮືອງສືບໄປ.
ສັປດານີ້ ເຮົາຈະສເນີ ສິລປະວັທນະທັມ ອັນສຳຄັນຂອງ ຄົນພວນບ້ານປ່າແດງ ທີ່ສະແດງອອກ ເຖິງຄວາມເປັນພວນ ຂອງພວກເຂົາເຈົ້າ ນັ້ນກໍຄື “ໝໍລຳພວນ” ສິລປະວັທນະທັມ ທີ່ຢັ້ງຢືນຄວາມ ເປັນເຊື້ອຊາດນັ້ນ ບໍ່ມີສິ່ງໃດ ທີ່ຈະດີໄປກວ່າ ສິລປະດ້ານເພງ ແລະດົນຕຼີ ຫຼືການຮ້ອງການລຳ ໄປໄດ້, ເນື່ອງຈາກວ່າ ການຮ້ອງການລຳ ນັ້ນໄດ້ແຊກຊຶມ ເຂົ້າສູ່ຈິດໃຈ ຂອງຜູ້ຄົນແລະ ຝັງເລິກມາເປັນ ເວລາຍາວນານ. ດັ່ງນັ້ນ ຊາດມະຫາອຳນາດ, ຈຶ່ງເອົາ ສິລປະວັທນະທັມ ດ້ານເພງແລະ ດົນຕຼີຂອງຕົນ ສົ່ງອອກເປັນສິນຄ້າ ໄປທົ່ວໂລກ ເພື່ອເຮັດໃຫ້ຄົນ ຊາດອື່ນ ນິຍົມຊົມຊອບ ນັ້ນເອງ.
ເພງ-ລຳ ແລະດົນຕຼີຂອງ ຄົນເຜົ່າໃດ ຫຼືເຊື້ອຊາດໃດ ກໍມັກຈະສ້າງ ຄວາມມ່ວນຊື່ນ ແລະຜູກມັດຈິດໃຈ ຂອງຄົນເຜົ່າຫລື ເຊື້ອຊາດນັ້ນ ໃຫ້ເກີດຮັກເຊື້ອ ຮັກເຜົ່າພົງຂອງຕົນ, ແລະເຖິງແມ່ນຈະຈາກ ຖິ່ນກຳເນິດໄປ ຫຼາຍຟ້າຫລາຍປີ ແລ້ວກໍຕາມ, ແຕ່ຄົນພວນກໍຍັງ ຜູກພັນກັນຢ່າງ ແໜ້ນໜຽວຍ້ອນວ່າ ຍັງຄົງສືບທອດ ສິລປະການຮ້ອງລຳ ແລະດົນຕຼີຢູ່ ນັ້ນເອງ.
ປັດຈຸບັນນີ້ ບ້ານປ່າແດງ ຍັງເຫຼືອໝໍລຳ ແລະໝໍແຄນຢູ່ ໃນໝູ່ບ້ານແຕ່ພຽງ ຄູ່ດຽວເທົ່ານັ້ນ ແລະຄົນຄູ່ນີ້ ກໍມີອາຍຸຫຼາຍແລ້ວ ຢ່າງໝໍແຄນຊື່ ດີ ທິມເໝັ້ນ ປັດຈຸບັນ ກໍມີອາຍຸ 83ປີແລ້ວ ສ່ວນໝໍລຳຊື່ວ່າ ໄພວັນ ສຸດທິພັນ ກໍມີອາຍຸ 50ປີປາຍແລ້ວ ເຊັ່ນກັນ, ເນື່ອງຈາກຜູ້ທີ່ ຈະເປັນໝໍແຄນໄດ້ ຈຳເປັນຕ້ອງຮູ້ ກອນລຳຂອງໝໍລຳ ຈຶ່ງຈະເປົ່າແຄນ ປະກອບສ່ວນໄດ້ ດັ່ງນັ້ນ ເມື່ອໝໍແຄນ ດີ ເຈັບປ່ວຍມາໄດ້ 3ປີແລ້ວ ໝໍລຳໄພວັນ ຈຶ່ງຕ້ອງເຊົາລຳ ດ້ວຍເຊັ່ນກັນ.
ໝໍແຄນດີ ທິມເໝັ້ນ ເລີ້ມຮຽນເປົ່າແຄນ ມາແຕ່ນ້ອຍ ພໍອາຍຸໄດ້25ປີ ຈຶ່ງໄດ້ເປົ່າແຄນ ປະກອບສ່ວນໃຫ້ ແກ່ໝໍລຳ ບຸນທີ ໂພປຼະຢູນ ໂດຍໝໍລຳ ບຸນທີ ຄິດຄ່າລຳຄືນລະ 1,000-1,500ບາດ, ຊຶ່ງຖືວ່າເປັນ ຣາຄາທີ່ແພງ ສົມຄວນ ໃນສະໄໝນັ້ນ ແຕ່ວ່າໝໍລຳ ຕ້ອງລຳແຕ່7 ໂມງກາງຄືນໄປ ຈົນຮອດແຈ້ງ.
ໝໍແຄນ ດີ ເປົ່າແຄນໃຫ້ໝໍລຳ ຫຼາຍຕໍ່ຫຼາຍຄົນ ແລະຕ່ຳມາຈຶ່ງ ໄດ້ເປົ່າປະຈຳ ໃຫ້ກັບໝໍລຳໄພວັນ ແຕ່ພຽງຜູ້ດຽວ ຈົນອາຍຸໄດ້ 80ປີ ຈຶ່ງໄດ້ເຊົາເປົ່າແຄນ ຍ້ອນວ່າໃນໄລຍະ 3ປີມານີ້ ໝໍແຄນດີ ມັກມີອາການ ເຈັບປ່ວຍຢູ່ເລື້ອຍໆ ຈຶ່ງເຮັດໃຫ້ໝໍລຳ ໄພວັນ ຕ້ອງເຊົາລຳໄປ ນຳກັນ.
ໝູ່ບ້ານທີ່ຈ້າງ ໝໍລຳພວນໄປລຳ ກໍໄດ້ແກ່ບ້ານ ຂອງຄົນພວນເທົ່ານັ້ນ ເພາະນອກຈາກຜູ້ທີ່ ຟັງລຳພວນເປັນ ຕ້ອງຮູ້ພາສາ ພວນແລ້ວ ລຳພວນຍັງມີ ຄວາມແຕກຕ່າງໄປ ຈາກໝໍລໍາລາວ ທົ່ວໄປອີກ, ຄືໝໍລຳພວນ ເປັນໝໍລຳຜະຫຍາ ບໍ່ມີລຳທາງສັ້ນ, ທາງຍາວ, ລຳເຕີ້ຍ ຫຼືລຳລ່ອງ ແບບລຳລາວ ດັ່ງນັ້ນ ແມ່ນແຕ່ຄົນ ລາວທີ່ພໍ ຮູ້ພາສາພວນ ກໍບໍ່ມັກຟັງ ລຳພວນ ບໍ່ຕ້ອງເວົ້າເຖິງ ຄົນໄທ ຊຶ່ງບໍ່ຟັງທັງ ລຳພວນແລະລຳລາວ ຢູ່ແລ້ວ. ໝໍລຳພວນມີ ອັນແຕກຕ່າງຈາກ ລຳລາວ ຢູ່ບ່ອນວ່າໝໍແຄນ ຕ້ອງໄດ້ຄວາມລຳ ແລະຮູ້ໃຈໝໍລຳ ວ່າຈະລຳໄປ ແນວໃດ ດັ່ງໝໍແຄນ ດີ ແລະໝໍລຳໄພວັນ ພາກັນເວົ້າເຖິງ ເລື້ອງນີ້ສູ່ຟັງວ່າ: (ສຽງໝໍແຄນ ດີ ທິມເໝັ້ນ ໝໍລຳພວນຕ່າງ ຈາກໝໍລຳລາວ)
ຄຽງຄູ່ໄປກັບ ໝໍແຄນ ກໍແມ່ນໝໍລຳ ແລະ ໝໍລຳທີ່ຄຽງຄູ່ ໄປກັບໝໍແຄນ ດີ ແມ່ນໝຳລຳ ໄພວັນ ສຸດທິພັນ ຊື່ງເປັນຄົນມາ ຈາກບ້ານໜອງເຕົ່າ ແຂວງລົບບຸຣີ, ໝໍລຳໄພວັນ ຖືວ່າເປັນໝໍລຳ ໂດຍຈິດວິນຍານ ໂດຍແທ້ແລະເກີດມາ ເພື່ອຈະເປັນໝໍລຳ ລາວເວົ້າວ່າ: ວ່າແຕ່ໄດ້ຍິນ ສຽງແຄນເປົ່າຂຶ້ນ ແມ່ນຢາກຟ້ອນຢາກລຳ ແລະ ຢູ່ເຮືອນບໍ່ໄດ້ ຕ້ອງໄດ້ປະກອບ ສ່ວນທຸກເທື່ອ ບໍ່ດັ່ງນັ້ນແລ້ວ ແມ່ນຢູ່ບໍ່ໄດ້ ລາວເວົ້າເຖິງ ເລື້ອງນີ້ວ່າ: (ສຽງ ໝໍລຳ ໄພວັນ : ໄດ້ຍິນສຽງແຄນ ຢູ່ບໍ່ໄດ້)
ຄອບຄົວຂອງໝໍລຳ ໄພວັນ ມີພີ່ມີນ້ອງເປັນ ໝໍລຳຢູ່ຫຼາຍຄົນ ແລະຍັງມີລຸງ ເປັນໝໍລຳທີ່ມີ ຊື່ສຽງໂດ່ງດັງ ຄື ໝໍລຳບຸນທີ ໂພປຼະຢູນ ຊຶ່ງເປັນໝໍລຳ ຄູ່ກັບໝໍແຄນ ດີ ໃນອາດີດນັ້ນເອງ, ໝໍລຳໄພວັນ ໄດ້ຝຶກແອບກັບ ໝໍລຳບຸນທີ ພໍລຳເປັນ, ຕໍ່ຈາກນັ້ນ ກໍມີສິ່ງແປກ ປະຫຼາດເກີດຂຶ້ນ ກັບຜູ້ກ່ຽວ ຢ່າງບໍ່ໜ້າເຊື່ອ. ໝໍລຳໄພວັນ ເວົ້າໃຫ້ຟັງວ່າ ຫຼັງຈາກທີ່ຮຽນລຳ ເປັນແລ້ວທຸກໆເທື່ອ ທີ່ຕັ້ງຂັນບູຊາ ຂັນ5ຂັນ8 ເພື່ອຍົກອໍ້ຍໍຄູ ລາວກໍຈະເຫັນ ກອນລຳຂຶ້ນຢູ່ເທິງ ທ້ອງຟ້າທຸກຄັ້ງ ເມື່ອເຫັນດັ່ງນັ້ນ ລາວກໍສາມາດ ລຳໄດ້ໝົດຄືນ ໂດຍບໍ່ຊ້ຳກອນລຳ ຫຼືຂ້ອງຄາແຕ່ ຢ່າງໃດ ລາວບອກວ່າ ຈະເຫັນກອນລຳ ເປັນຊ່ອງ ແລ້ວກໍລຳໄປຕາມ ຄວາມລຳທີ່ເຫັນ ເຫດການດັ່ງກ່າວນີ້ ກໍເປັນມາຕຼອດ ຈົນຮອດທຸກມື້ນີ້, ດັ່ງລາວເວົ້າເຖິງ ເລື້ອງນີ້ໃຫ້ຟັງວ່າ:(ສຽງ ໝໍລຳ ໄພວັນ : ແນມເຫັນກອນລຳ)
ສ່ວນຫຼາຍແລ້ວ ໝໍລຳໄພວັນ ຈະລຳສະເພາະ ແຕ່ຢູ່ໝູ່ ບ້ານປ່າແດງເທົ່ານັ້ນ ລາວຖືວ່າລາວ ເປັນແຕ່ພຽງໝໍລຳ ສະໝັກຫຼີ້ນ ບໍ່ກ້າພໍທີ່ ຈະເອົາຄ່າຈ້າງ ແຕ່ຖ້າມີໝໍລຳ ທາງອື່ນມາລຳ ຢູ່ບ້ານປ່າແດງ ໝໍລຳໄພວັນ ກໍອາສາຂຶ້ນໄປ ລຳຄູ່ກັບໝໍລຳ ຈາກຕ່າງຖິ່ນທຸກຄັ້ງໄປ ແລະສາມາດລຳ ຢູ່ໄດ້ໝົດຄືນ ໂດຍບໍ່ໝົດກອນລຳ
ໝໍລຳໄພວັນ ເປັນໝໍລຳທີ່ ເຫຼືອພຽງຜູ້ດຽວ ໃນໝູ່ບ້ານປ່າແດງ ປັດຈຸບັນເນື່ອງ ຈາກລາວບໍ່ເຄີຍ ທ່ອງກອນລຳ ແລະບໍ່ມີການ ຈົດບັນທຶກກອນລຳ ລາວຈຶ່ງບໍ່ສາມາດ ຈະສິດສອນຄົນ ຮຸ່ນໃໝ່ໃຫ້ຂຶ້ນ ມາເປັນໝໍລຳ ຂອງບ້ານປ່າແດງໄດ້ ແລະອີກອັນນຶ່ງກໍຄື ທຸກມື້ນີ້ ຄົນຮຸ່ນໃໝ່ຕ້ອງ ເຂົ້າໂຮງຮຽນແຕ່ນ້ອຍ ເມື່ອເຂົ້າໂຮງຮຽນ ຊາວໜຸ່ມກໍຕ້ອງ ໄດ້ຮຽນໜັງສືໄທ ແລະປາກພາສາໄທ ເມື່ອເປັນດັ່ງນັ້ນ ກໍພາໃຫ້ຄົນພວນ ຮຸ່ນໃໝ່ບໍ່ສາມາດ ລຳ ແລະບໍ່ເຫັນຄວາມ ສຳຄັນຂອງລຳພວນ.
ເພາະສະນັ້ນຈຶ່ງ ເປັນທີ່ແນ່ນອນວ່າ ເມື່ອໝົດໝໍລຳ ໄພວັນ ແລະໝໍແຄນດີ ແລ້ວບ້ານປ່າແດງ ກໍຄືຈະບໍ່ມີ ໝໍລຳພວນອີກ ຕໍ່ໄປ. ກ່ອນຈາກກັນ ໝໍລຳໄພວັນ ສຸດທິພັນ ໄດ້ຝາກກອນລຳ ໂດຍບໍ່ໃສ່ແຄນ ເພື່ອໃຫ້ຄົນພວນ ທົ່ວໂລກໄດ້ ລະນຶກເຖິງ ສິລປະພວນ ແລະໃຫ້ຄິດຮອດ ຄິດເຖິງກັນດັ່ງນີ້ (ສຽງ ໝໍລຳ ໄພວັນ: ລຳພວນ)
ທ່ານຜູ້ຟັງທີ່ ຮັກແພງ ເວລາສຳລັບ ລາຍການຂອງເຮົາ ໃນສັປດານີ້ ໄດ້ສິ້ນສຸດລົງແລ້ວ ເຊີນທ່ານຮັບຟັງ ເລື້ອງຂອງ “ບ້ານລາວໃນໄທຍ-ແຕ່ອາດີດ ຫາປັດຈຸບັນ” ໄດ້ໃໝ່ໃນ ສັປດາໜ້າ ຊື່ງຈະເປັນຕອນ ສຸດທ້າຍ ຂອງສາຣະຄະດີ “ບ້ານລາວໃນໄທຍ-ແຕ່ອາດີດ ຫາປັດຈຸບັນ” ສຳລັບສັປດານີ້ ຂໍໄດ້ຮັບຄວາມ ປຣາຖນາດີ ຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະຂ້າພະເຈົ້າ ວຽງໄຊ ຜູ້ສເນີ, ສະບາຍດີ.