ບ້ານລາວ ໃນປະເທດໄທ: ຕອນທີ 102

ໃນຣາຍການ ບ້ນລາວໃນໄທ ແຕ່ອາດີດຫາປັດຈຸບັນ ສັປດານີ້ ວຽງໄຊ ຈະສເນີຕອນ ທີ່ເວົ້າເຖິງພິທີການ ໄຫ້ວຜີບັນພະບູຣຸດ ຂອງຄົນພວນ ບ້ານປາແດງ.
ວຽງໄຊ
2007.11.20

ສະບາຍດີ ທ່ານຜູ້ຟັງທີ່ ເຄົາຣົບແລະຮັກແພງ, ເມື່ອສັປດາທີ່ ຜ່ານມາ ເຮົາໄດ້ສເນີ ກ່ຽວກັບປະເພນີ ແລະວິຖີຊີວິດ ຂອງຄົນພວນ ບ້ານປ່າແດງ ເມືອງຕະພານຫີນ ແຂວງ ພິຈິດຂອງໄທຍ, ໃນເລື້ອງການນຸ່ງຖື. ຊຶ່ງວັທນະທັມ ການນຸ່ງຖື ຖືໄດ້ວ່າ, ເປັນຄວາມຢືນຢົງ ຄົງຕົວຂອງຊາດພັນ ໂດຍເສື້ອຜ້າໜ້າແພ, ຂອງຄົນພວນໃນ ອະດີດ ໄດ້ຈາກການຕ່ຳ, ແລະ ຫຍິບແສ່ວເອົາເອງ ແຕ່ການນຸ່ງຖື ແລະເອ້ ຂອງຄົນພວນຮຸ້ນໃໝ່ ໃນປັດຈຸບັນນີ້ ໄດ້ປ່ຽນແປງ ໄປຈາກດັ້ງເດີມ ຢ່າງຫຼວງຫຼາຍ. ຄົນຮູ້ນໃໝ່ ໄດ້ພາກັນຊື້ ເຄື່ອງນຸ່ງມາແຕ່ຕລາດ, ດັ່ງນັ້ນຈຶ່ງສາມາດ ເວົ້າໄດ້ວ່າຄວາມ ເປັນຊາດຂອງຄົນພວນ ບ້ານປ່າແດງ ຈະຍືນຍົງຄົງ ຕົວຢູ່ໄດ້ອີກ ບໍ່ຈັກເທົ່າໃດ ປີຫລືເທົ່າກັບ ອາຍຸຂອງ ຄົນເຖົ້າຄົນແກ່ ຂອງຄົນພວນ ບ້ານປ່າແດງ ເທົ່ານັ້ນເອງ.

ວັທນະທັມສຳຄັນ ອີກອັນນຶ່ງຂອງ ຄົນພວນ ບ້ານປ່າແດງ ຄືວັທນະທັມ ການກິນ, ຊຶ່ງເຄື່ອງກິນ ຂອງຄົນພວນນັ້ນ ເປັນແນວດຽວກັນ ກັບອາຫານການກິນ ຂອງຄົນ ລາວທົ່ວໄປ ໄດ້ແກ່ພວກຜັກ ນາງອາງຫຍ້າ, ທີ່ສາມາດຊອກ ເອົາຕາມແຄມຮົ້ວ ແລະຫ້ວຍຄອງ ໜອງນ້ຳທົ່ວໄປ ນອກຈາກນີ້ ຍັງມີເຂົ້າຕົ້ມ ເຂົ້າໜົມ ທີ່ໃຊ້ໃນ ພິທີກັມ ໃນບຸນບ້ານ.

ໃນສັປດານີ້: ເຮົາຈະໄດ້ນຳ ສເນີປະເພນີ ການລ້ຽງຜີຂອງ ຄົນພວນບ້ານປ່າແດງ ຕາແສງໜອງພະຍອມ ເມືອງຕະພານຫີນ ແຂວງ ພິຈິດຂອງໄທ. ຄົນພວນຢູ່ ປະເທດໄທ, ໂດຍສະເພາະຢູ່ ບ້ານປ່າແດງ ນັ້ນເຖິງວ່າ, ພວກເຂົາເຈົ້າຈະ ມັກປະຕິເສດ ວ່າບໍ່ແມ່ນຄົນລາວ, ແຕ່ເມື່ອ ພິຈາຣະນາ ເບິ່ງເນື້ອໃນແລ້ວ ບັນດາສິລປະ ວັທນະທັມຂອງ ພວກເຂົາເຈົ້າ ບໍ່ໄດ້ແຕກຕ່າງ ຫຍັງຈາກຄົນລາວເລີຍ, ອັນທີ່ຢັ້ງຢືນ ໃນເລື້ອງນີ້ກໍຄື ການທີ່ຄົນພວນ ມີຊີວິດຢູ່ ໃນໂລກນີ້ ກໍເປັນແບບດຽວ ກັນກັບ ຄົນລາວ ຄື:ຄົນລາວນັ້ນ ມີຊີວິດຢູ່ ຣະຫວ່າງ ໂລກມະນຸດ ກັບໂລກແຫ່ງຈິດ ວິນຍານ ຫຼືສິ່ງທີ່ຢູ່ ເໜືອທັມມະຊາດ ເຊັ່ນ: ການຖືຜີ ຊຶ່ງມີທັງຜີ ທີ່ປົກປັກຮັກສາ ເບິ່ງແຍງໝູ່ບ້ານໃຫ້ຢູ່ເຢັນເປັນສຸກ ເປັນຕົ້ນວ່າ ຜີ ມະເຫສັກຫລັກເມືອງ, ແມ່ພຣະທໍຣະນີ, ຜີບ້ານ, ຜີປູ່, ຜີຍ່າ, ຜີຟ້າ, ຜີແຖນ, ພຣະແມ່ຄົງຄາ ເປັນຕົ້ນ.

ແຕ່ຫຼັງຈາກທີ່ ພຣະພຸທສາສນາ ໄດ້ແຜ່ຂະຫຍາຍ ເຂົ້າສູ່ດິນແດນ ສຸວັນນະພູມ ຄົນລາວກໍຮັບ ເອົາຄວາມເຊື່ອ ທາງສາສນາພຸທ ໂດຍຖືເອົາຕຳນານ ມູລປະຖົມ ແລະ ປະຖົມມູນສາຣະ ຊຶ່ງເວົ້າເຖິງ ຕຳນານການ ສ້າງມະນຸດ ຍິງ-ຊາຍ ຄູ່ທຳອິດຂຶ້ນ ໃນໂລກ ຄື:ປູ່ສັງກະສາ-ຍ່າສັງກະສີ ຫຼືປູເຍີ-ຍ່າເຍີ ແລະ ທີ່ສຳຄັນ ຄືຖືຮີດຖື ຄອງທີ່ຮ້ອງວ່າ “ຮີດສິບສອງ ຄອງສິບສີ່” ຊຶ່ງລ້ວນແຕ່ເຮັດ ໃຫ້ຄົນພວນ ມີວິຖີຊີວິດແບບ ດຽວກັບຄົນລາວ ຢ່າງປະຕິເສດບໍ່ໄດ້.

ດ້ວຍເຫດນີ້ ເຖິງວ່າຄົນພວນ ຈະໄດ້ອົພຍົບໄປ ຢູ່ປະເທດໄທເປັນ  ເວລານັບຮ້ອຍ ປີແລ້ວກໍຕາມ ຄົນພວນຢູ່ປະເທດ ໄທທຸກບ້ານ ກໍຍັງຖືຜີ ແລະມີປະເພນີ ພິທີກັມ ລ້ຽງຜີມາຈົນ ເທົ່າທຸກມື້ນີ້, ໂດຍທຸກບ້ານ ຈະມີສານປູ່ຕາ ຫຼືຫໍຜີປູ່ຕາ ຫຼືທີ່ຄົນພວນຮ້ອງວ່າ “ຫໍບ້ານ” ແລະຫໍບ້ານນີ້ ລາງບ້ານກໍຕັ້ງ ຢູ່ທາງທິດຕາ ເວັນອອກ ແລະລາງບ້ານກໍ ຕັ້ງໄວ້ທາງທິດເໜືອ ສຳລັບຄົນພວນ ບ້ານປ່າແດງນັ້ນ ພວກເຂົາເຈົ້າມີ ຫໍບ້ານແລະ ມີຜີຊື່ວ່າ “ເຈົ້າພໍ່ແສງອາລຸນ”. ຫໍຂອງເຈົ້າພໍ່ ແສງອາລຸນ ຕັ້ງຢູ່ເທິງໂພນ ທາງເບື້ອງ ທິດຕາເວັນອອກ ຂອງໝູ່ບ້ານປ່າແດງ  ໂດຍມີການເຊີນ ວິນຍານ ຂອງບັນພະບຸຣຸດ ຂອງພວກເຂົາເຈົ້າ. ທີ່ເປັນທີ່ຍອມ ຮັບນັບຖືຂອງ ຄົນໃນໝູ່ບ້ານ ຊຶ່ງອາດແມ່ນແມ່ ທັບນາຍກອງຫຼື ຜູ້ທີ່ເຄີຍນຳພາ ການຣົບທັບຈັບເສິກ ຫຼືບັນດາຜູ້ນຳ ຂອງຄົນໃນໝູ່ບ້ານ ມາແຕ່ອະດີດ ໃຫ້ມາສິງສຖິດ ຢູ່ຫໍເພື່ອ ປົກປັກຮັກສາ ລູກຫຼານໃນໝູ່ບ້ານ ໃຫ້ຢູ່ເຍັນເປັນສຸກ ແລະ ຈະເຣີນຮຸ່ງເຮືອງ ສືບໄປ.

ເມື່ອຊາວບ້ານ ມີຄວາມເດືອດຮ້ອນ ຂັດຂ້ອງໝອງໃຈ ຫລືທໍາການສິ່ງໃດ, ແລ້ວບໍ່ສົມກັບ ຄວາມຕັ້ງໃຈ ບໍ່ວ່າຈະເປັນ ຄວາມເດືອດຮ້ອນ ພາຍໃນຄອບຄົວ ຫລືເລື້ອງຟ້າຝົນ, ທີ່ບໍ່ຕົກຕາມ ຣະດູການ ພວກເຂົາເຈົ້າກໍ ຈະພາກັນໄປ ຂໍຜີບ້ານ, ຫລືເຈົ້າພໍ່ແສງອາລຸນ ໃຫ້ມີນ້ຳມີທ່າ ມາລ້ຽງ ພຶດພັນຜົລປູກ. ເມື່ອໄດ້ຜົນສົມ ກັບທີ່ຂໍໄວ້ແລ້ວ, ຜູ້ທີ່ສົມຫວັງ ກໍຈະແຕ່ງເຄື່ອງ ໄປເສັ້ນໄຫວ້ເຈົ້າພໍ່ ເພື່ອເຮັດໃຫ້ເຈົ້າພໍ່ ເຫັນວ່າໄດ້ ປະຕິບັດຕາມ ຄຳໝັ້ນສັນຍາ ທີ່ເວົ້າໄວ້.

ດ້ວຍສາຍເຫດທີ່ວ່າ ຫໍບ້ານ ເປັນບ່ອນໂຮມຂອງ ວິນຍານ ຂອງບັນພະບຸຣຸດ ຂອງຄົນພວນ, ຫໍບ້ານ ຈຶ່ງປຽບສະເໝືອນ ຈຸດສູນລວມນ້ຳໃຈ ຂອງຄົນໃນໝູ່ບ້ານ ແລະຫໍບ້ານ ກໍເຮັດໃຫ້ພວກ ເຂົາເຈົ້າມີຂວັນ, ມີກຳລັງໃຈ ໃນການດຳເນີນ ຊີວິດ. ດັ່ງນັ້ນ ໃນທຸກໆປີ, ຄົນພວນບ້ານປ່າແດງ ຈຶ່ງພາກັນແຕ່ງ ພິທີກັມລ້ຽງຜີ ຢູ່ຫໍບ້ານ ໂດຍລາງບ້ານ ກໍລ້ຽງພ້ອມກັບ ເຮັດບຸນບັ້ງໄຟ, ລາງບ້ານກໍລ້ຽງ ໃນເດືອນ6 ແລະລາງບ້ານ ກໍລ້ຽງເຖິງປີລະ 3ເທື່ອກໍມີ.

ເມື່ອໄດ້ມື້ລ້ຽງ ຜີແລ້ວ ຊາວບ້ານກໍຈະ ພາກັນແຕ່ງເຄື່ອງ ຊຶ່ງເຄື່ອງສຳຄັນ ໄດ້ແກ່ ເຫລົ້າແລະໄກ່ ຫລືທີ່ຮ້ອງວ່າ ເຫລົ້າໄຫ ໄກ່ຕົວ ນອກຈາກນີ້ກໍຍັງມີ ເຂົ້າໜົມຕົ້ມດຳ, ເຂົ້າໜົມຕົ້ມແດງ, ເຂົ້າຕອກ, ດອກໄມ້, ທູບແລະທຽນ ລວມທັງຢາສູບ ແລະເຄື່ອງອື່ນໆ. ຜູ້ທີ່ເປັນເຈົ້າການ ໃນການລ້ຽງຜີ ຄື “ເຈົ້າຈ້ຳ” ຫລືທີ່ຄົນລາວ ຮ້ອງວ່າ: ຈ້ຳ ຫລື ຂະຈ້ຳ ຊຶ່ງເຈົ້າຈ້ຳ ໃນການລ້ຽງ ເຈົ້າພໍ່ແສງອາລຸນ ຂອງບ້ານປ່າແດງ ຄື: ພໍ່ເຖົ້າສະອິ້ງ ທອງທະວີ.

ຜູ້ທີ່ຈະໄດ້ເປັນ ເຈົ້າຈ້ຳນັ້ນ ຕ້ອງໄດ້ຜ່ານການ ເລືອກຕັ້ງ ຈາກຊາວບ້ານ, ຊຶ່ງການເລືອກເຈົ້າຈ້ຳ ນີ້ຖືເປັນ ປະຊາທິປະໄຕ ເກົ່າແກ່ຢ່າງນຶ່ງ ຂອງຄົນທີ່ຖື ຮີດສິບສອງ ຄອງສິບສີ່, ໂດຍຊາວບ້ານຕ້ອງ ສເນີຊື່ ຂອງຜູ້ທີ່ຈະ ເປັນຈ້ຳ ໃຫ້ຊາວບ້ານລົງ ຄະແນນ ຊຶ່ງຜູ້ທີ່ຈະເປັນ ຈ້ຳໄດ້ ຕ້ອງເປັນຜູ້ທີ່ ປະພຶດປະຕິບັດ ຢູ່ໃນສີນໃນທັມ ເປັນຜູ້ມີອາຍຸ ຫລາຍແລ້ວ ແລະມີບາຣະມີ, ເປັນທີ່ເຄົາຣົບ ນັບຖືຂອງຄົນ ໃນໝູ່ບ້ານ, ແລະ ເຂົ້າໃຈພິທີກັມ ໃນການລ້ຽງຜີ. ເມື່ອຊາວບ້ານລົງ ຄະແນນເລືອກແລ້ວ ຜູ້ທີ່ໄດ້ຮັບ ການເລືອກຈຶ່ງ ປະຕິບັດ ໜ້າທີ່ໄດ້.

ການລ້ຽງຜີ ຫລືລ້ຽງເຈົ້າພໍ່ ແສງອາລຸນ ຢູ່ບ້ານປ່າແດງນັ້ນ, ເລີ້ມດ້ວຍການທີ່ ເຈົ້າຈ້ຳ ຮ້ອງເອົາດວງ ວິນຍານ ຂອງບັນພະບຸຣຸດ, ໃຫ້ມາຮັບເອົາ ເຄື່ອງບູຊາ ໂດຍການນັ່ງ ສະມາທິ ແລະ ສູດມົນພາວະນາ ຄາວນຶ່ງ ເຈົ້າຈໍ້າ ກໍມີອາການ ສັ່ນຂື້ນ ນັ້ນກໍສະແດງ ໃຫ້ເຫັນວ່າ ວິນຍານ ຂອງບັນພະບຸຣຸດ ໄດ້ເຂົ້າທຽມຮ່າງ ເຈົ້າຈ້ຳ ຫລືຜູ້ຊົງເຈົ້າແລ້ວ, ພວກຊາວບ້ານທີ່ ນຳເຄື່ອງມາຖວາຍ ເຈົ້າພໍ່ ກໍຈະໄຂແກ້ວເຫຼົ້າ ແລະ ຍໍເຄື່ອງເສັ້ນໄຫວ້ ອື່ນໆໄປໄວ້ໃກ້ໆ ເຈົ້າຈ້ຳ ເພື່ອໃຫ້ເຈົ້າພໍ່ ແສງອາລຸນ ໄດ້ເລືອກກິນ.

ເມື່ອກະປະມານວ່າ ເຈົ້າພໍ່ ກິນອາຫານແລ້ວໆ, ຊາວບ້ານກໍຈະ ພາກັນຂໍພອນ ແລະຂໍໃນເລື້ອງ ທີ່ແຕ່ລະຄົນ ຕ້ອງການ, ຫລັງຈາກນັ້ນ ເຈົ້າຈ້ຳ ຊຶ່ງຖືວ່າເປັນ ເຈົ້າພໍ່ ຫລືຜີ ບັນພະບຸຣຸດດ ກໍຈະອວຍພອນ ໃຫ້ແກ່ຊາວບ້ານ ແລະໃນທີ່ສຸດ, ເຈົ້າພໍ່ ກໍຈະອອກຈາກ ຮ່າງຂອງ ເຈົ້າຈ້ຳ ແລະ ບັນຍາກາດ ກໍຄືນສູ່ ປົກກະຕິ. ຊາວບ້ານ ຈະເອົາ ເຄື່ອງເສັ້ນໄຫວ້ ແລະເຫຼົ້າຢາ ທີ່ຖວາຍເຈົ້າພໍ່ ມາປັນກັນກິນ ການກິນເຂົ້າກິນ ເຫຼົ້າຢາຢູ່ຫໍບ້ານ ຖືເປັນການສັງສັນ, ຫລືງານກິນລ້ຽງ ຢ່າງນຶ່ງ ຂອງຊາວບ້ານ ເຊັ່ນດຽວກັນກັບ ການໄປເຮັດບຸນ ເຮັດທານຢູ່ວັດ, ຊຶ່ງຖືວ່າເປັນການ ກິນລ້ຽງສັງສັນ ທີ່ຊາວບ້ານ ໄດ້ຮ່ວມໃຈກັນ ແລະຖືເປັນຄວາມ ຈົບງາມຢ່າງນຶ່ງ ຂອງສັງຄົມ, ທີ່ຖືຮີດສິບສອງ ຄອງສິບສີ່ ທີ່ມີມາແຕ່ ບູຮານ.

ການກິນລ້ຽງແບບ ຊາວບ້ານນີ້ ໄດ້ເປັນໂອກາດ ທີ່ເຮັດໃຫ້ຄົນ ໃນຊຸມຊົນມີຄວາມ ສະໜິດສະໜົມ ກັນເຂົ້າໃຈກັນ, ເພາະໃນພາເຂົ້ານັ້ນ ມີການເວົ້າຈາ ກັນເຖິງເລື້ອງ ຕ່າງໆທັງເລື້ອງ ທົ່ວໄປ ແລະເລື້ອງການ ເຮັດຢູ່ທຳກິນ, ໄປຈົນເຖິງບັນຫາ ທີ່ມີຢູ່ ແລະພາເຂົ້າຈາກ ການລ້ຽງເຈົ້າພໍ່, ກໍຈຶ່ງເປັນ ເວທີສໍາລັບ ການແກ້ໄຂບັນຫາ, ແລະ ສ້າງຄວາມສາມັກຄີ ໃຫ້ກັບຄົນໃນ ຊຸມຊົນ.

ນີ້ຄືເນື້ອໃນ ທີ່ແຝງຢູ່ໃນ ພີທີກັມການ ລ້ຽງເຈົ້າພໍ່ ແສງອາລຸນ ຂອງຄົນພວນ ບ້ານປ່າແດງ, ແລະເມື່ອກິນເຂົ້າ ກິນເຫຼົ້າ ເວົ້າຈາກັນແລ້ວໆ, ກໍຖືວ່າພິທີກັມ ການລ້ຽງຜີ ຈົບລົງ, ຊຶ່ງການລ້ຽງນີ້ ບໍ່ມີກຳນົດ ເວລາທີ່ແນ່ນອນ.

ທ່ານຜູ້ຟັງທີ່ ຮັກແພງ ເວລາສຳລັບ ລາຍການຂອງເຮົາ ໃນສັປດານີ້ ໄດ້ສິ້ນສຸດ ລົງແລ້ວ ເຊີນທ່ານຮັບຟັງ ເລື້ອງຂອງ “ບ້ານລາວໃນໄທຍ-ແຕ່ອາດີດ ຫາປັດຈຸບັນ”  ໄດ້ໃໝ່ໃນສັປດາໜ້າ ຊຶ່ງຈະໄດ້ສເນີ ເລື້ອງຂອງ ໝໍລຳພວນ ຊຶ່ງເປັນໝໍລຳ ຜູ້ສຸດທ້າຍ ຂອງບ້ານປ່າແດງ. ສຳລັບ ສັປດານີ້ ຂໍໄດ້ຮັບຄວາມ ປຣາຖນາດີ ຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະຂ້າພະເຈົ້າ ວຽງໄຊ ຜູ້ສເນີ, ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.