ບ້ານລາວ ໃນປະເທດໄທ: ຕອນທີ 101

ໃນລາຍການ ບ້ານລາວໃນໄທ ແຕ່ອາດີດ ຫາປັດຈຸບັນ ສັປດານີ້ ວຽງໄຊ ຈະເວົ້າເຖິງ ປະເພນີ ການນຸ່ງຖື ແລະ ອາຫານການກິນ ຂອງຄົນພວນ ບ້ານປ່າແດງ ໃນແຂວງພິຈິດ ຂອງໄທ.
ວຽງໄຊ
2007.11.20

ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ ແລະຮັກແພງ, ເມື່ອສັປດາ ທີ່ຜ່ານມາ: ເຮົາໄດ້ສເນີກ່ຽວກັບ ປະເພນີ ແລະວິຖີຊີວິດ ຂອງຄົນພວນ ບ້ານປ່າແດງ ເມືອງຕະພານຫີນ ແຂວງພິຈິດ ຂອງໄທຍ. ໃນເລື້ອງ ປະເພນີການບວດ ແລະການຕາຍຂອງ ຄົນພວນ ບ້ານປ່າແດງ, ຊຶ່ງການບວດ ໃນສາສນາພຸທ ຂອງຄົນພວນນັ້ນ ຖືວ່າຜູ້ຊາຍ ທີ່ບວດແລ້ວເປັນ “ຄົນສຸກ” ໝາຍເຖິງເປັນຄົນດີ ເປັນຜູ້ຊົງຮູ້.

ສ່ວນປະເພນີການຕາຍ ຂອງຄົນພວນນັ້ນ ຖ້າຕາຍ ຢູ່ນອກເຮືອນ, ຈະບໍ່ເອົາສົບຂຶ້ນເຮືອນ ແລະຍັງຂະລຳ ບໍ່ໃຫ້ເຜົາຫຼື ປົງສົບໃນມື້ ວັນສຸກ, ມື້ອອກໃໝ່ 9ຄໍ່າ ແລະມື້ອອກໃໝ່ 12ຄໍ່າ, ເພາະຖືວ່າ ຖ້າປົງສົບ ໃນມື້ດັ່ງກ່າວ ຈະເຮັດໃຫ້ລູກຫຼານ ບໍ່ມີຄວາມສຸກ.

ສັປດານີ້: ເຮົາຈະນຳສເນີ ການນຸ່ງຖືແລະ ອາຫານການກິນ ຂອງຄົນພວນ ບ້ານປ່າແດງ ເມືອງຕະພານຫີນ ແຂວງພິຈິດ ຂອງໄທຍ.

ການນຸ່ງຖື ເປັນວັທນະທັມ ຢ່າງນຶ່ງທີ່ຄົນ ໃນປັດຈຸບັນ ບໍ່ໃຫ້ຄວາມ ສຳຄັນແລ້ວ, ອັນທີ່ຈິງ ການນຸ່ງຖືເປັນເຄື່ອງຊີ້ ໃຫ້ເຫັນເຖິງຄວາມ ເປັນຊາດ ແລະ ເປັນຄວາມ ໝັ້ນຍືນຂອງຊາດ. ຊຶ່ງຊາດໃດນຶ່ງ ຈະດຳລົງຄົງຕົວ ຢ່າງວັທນາຖາວອນໄດ້, ຊາດນັ້ນຈະຕ້ອງ ມີຄວາມແຂງແກ່ນ ທາງວັທນະທັມ ການນຸ່ງຖື. ດັ່ງຈະເຫັນໄດ້ ຈາກການທີ່ເຮົາ ຮ້ອງຊື່ ຊົນຊາດຊົນເຜົ່າ ເຊັ່ນ: ກະຫຼ່ຽງແດງ, ກະຫຼ່ຽງຂາວ, ມູເຊີແດງ ມູເຊີດຳ, ໄທດຳ, ໄທຂາວ, ໄທແດງ ຫຼຶອິກຫຼາຍ ຊົນເຜົ່ານັ້ນ ຊື່ງຊົນເຜົ່າ ເຫຼົ່ານີ້ ລ້ວນແລ້ວແຕ່ໄດ້ມາ ຈາກສີຂອງ ເຄື່ອງນຸ່ງຖືທັງສິ້ນ, ດັ່ງນັ້ນເຄື່ອງນຸ່ງຖື ຈຶ່ງໝາຍເຖິງຄວາມ ເປັນຊາດ.

ຜູ້ທີ່ຄຸ້ມຄອງ ເຄື່ອງນຸ່ງຖື ຫຼືຄຸ້ມຄອງປັດໄຈ ການນຸ່ງຖືຂອງ ຊົນຊາດ-ຊົນເຜົ່າ ກໍແມ່ນແມ່ຍິງ ຂອງຊາດ ຫຼືຂອງເຜົ່ານັ້ນເອງ ເພາະສະນັ້ນ ເຄື່ອງນຸ່ງຖື ກັບແມ່ຍິງ ຈຶ່ງມີຄວາມສຳຄັນ ຕໍ່ຄວາມເປັນຊາດ.

ການນຸ່ງຖືຂອງ ຄົນພວນ ບ້ານປ່າແດງ ຕາແສງໜອງພະຍອມ ເມືອງຕະພານຫີນ ແຂວງພິຈິດ ຂອງໄທ, ໄດ້ສະທ້ອນອອກ ໃຫ້ເຫັນເຊັ່ນດຽວກັນ ວ່າພວກເຂົາເຈົ້າ ຍັງມີຄວາມຍຶດໝັ້ນ ນຳວັທນະທັມ ຫລາຍປານໃດ.

ກ່ອນອື່ນເຮົາມາ ທຳຄວາມຮູ້ຈັກ ກັບເຄື່ອງນຸ່ງ ຂອງຄົນພວນໃນ ອະດີດກ່ອນ ວ່າພວກເຂົາເຈົ້າ ນຸ່ງຖືກັນແບບໃດ.

ການນຸ່ງຖືຂອງຄົນພວນ ສະໄໝກ່ອນ ຜູ້ຊາຍຈະນຸ່ງໂສ້ງ ແລະຖືແພ ໃຊ້ແພອີໂປ້ພາດບ່າ ຫຼືຄຽນແອວ, ແມ່ຍິງນຸ່ງສີ້ນ ແລະ ໃຊ້ແພອີໂປ້ ຄຽນໜ້າເອິກ ຊຶ່ງຄົນພວນ ຮ້ອງວ່າ “ແຫ່ງຕູ້” ແຕ່ຖ້ານຸ່ງເສື້ອ ຈະນຸ່ງເສື້ອແຂນຍາວ, ຊຶ່ງສ່ວນສຳຄັນ ທີ່ສຸດຂອງເສື້ອ ຄືເມັດກະດຸມ ເຮັດຈາກເງິນອິປ໊ອກ ບູຮານ, ລຽນກັນລົງມາ ຕັ້ງແຕ່ຄໍຈົນ ຮອດແອວ. ປົກກະຕິ ເສື້ອຜູ້ຍິງຜືນນຶ່ງ ມີກະດຸມຫລາຍ ຮອດ32ເມັດ.

ເສື້ອຜ້າຄົນພວນ ໃນອະດີດໄດ້ ຈາກການຕ່ຳແ ລະ ຫຍິບແສ່ວເອົາເອງ ສ່ວນສີຍ້ອມກໍໃຊ້ ວັສດຸຈາກທັມມະຊາດ, ຊຶ່ງໄດ້ຈາກຮາກໄມ້, ເປືອກໄມ້, ໝາກໄມ້ ເຊັ່ນ ຮາກຍໍ, ກົກຝາງ, ດອກຄຳຝອຍ ຫຼືໝາກເກືອ.

ເມື່ອຍັງນ້ອຍ ຄົນພວນ ທັງຍິງແລະຊາຍ ໃສ່ກ້ອງຂາ ກ້ອງແຂນ, ຫຼືທີ່ຄົນພວນ ຮ້ອງວ່າ “ກ້ອງແຫນ” ເມື່ອຜູ້ຊາຍອາຍຸໄດ້ 15ປີຈຶ່ງເຊົາໃສ່ ສ່ວນແມ່ຍິງເມື່ອ ໃຫຍ່ເປັນສາວ ຫຼືແຕ່ງດອງແລ້ວ ກໍຈະເຊົາໃສ່ຄືກັນ ແລະກາຍມາເປັນ ປະເພນີພວນ ທີ່ຫ້າມບໍ່ໃຫ້ ແມ່ຍິງ ທີ່ແຕ່ງດອງແລ້ວໃສ່ ເຄື່ອງເອ້ ເງິນແລະຄຳ. ຈະເອ້ໄດ້ ກໍຕ້ອງຖ້າໃຫ້ ເຖິງຍາມໄປຢາມ ພໍ່ແມ່ ຫຼັງແຕ່ງດອງແລ້ວ ເທົ່ານັ້ນ.

ຕອນຍັງນ້ອຍຢູ່ ຄົນພວນ ທັງຊາຍແລະຍິງ ຈະແຖຜົມໄຟ ຄືຜົມທີ່ມີມາແຕ່ເກີດ ແລະຖ້າຫາກເປັນ ຜູ້ຊາຍຈະແຖຫົວ ໄປຕລອດ, ຈົນໃຫຍ່ເປັນບ່າວ ຈຶ່ງຈະປ່ຽນ ຊົງຜົມໄດ້, ສ່ວນເດັກນ້ອຍແມ່ຍິງ ກໍຈະເຮັດຜົມ ໄວ້ກາງຫົວຫຍ່ອມ ຫຼືຈຸກນຶ່ງ ນອກນັ້ນ ແຖອອກໝົດ ຊົງຜົມແບບນີ້ ຄົນໄທຮ້ອງວ່າ "ໄວ້ຈຸກ”.

ພໍເລິ້ມສອນສາວ ຄືອາຍຸໄດ້ 14-16 ປີ ກໍມັດຜົມ ຫຼືທີ່ຄົນພວນ ຮ້ອງວ່າ “ຜຸຜົມ” ຄືຫວີຜົມໄປທາງໜ້າ ແລ້ວເອົາເຊືອກ ມັດກົກຜົມ ເພື່ອໃຫ້ຜົມຕົກໄປ ຢູ່ທາງຫຼັງ ປ່ອຍໃຫ້ຜົມຍາວ ເອົາຜ້າດຳມ້ວນຜົມ ໃຫ້ເປັນກ້ອນ ແລ້ວເອົາຂົນເໝັ້ນ ຄັດໄວ້ກາງຫົວ, ຊຶ່ງຂົນເໝ້ນນີ້ ຄົນພວນຮ້ອງວ່າ “ໜາມເໝັ້ນ” ແລະ ໜາມເໝັ້ນອາດບໍ່ແມ່ນ ຂົນເໝັ້ນຕົວຈິງ ກໍໄດ້, ສ່ວນຫຼາຍແລ້ວ ຈ້າງໃຫ້ຊ່າງຕີເງິນ ຕີໃຫ້ປາຍແຫຼມ ຕີກົກເປັນແປດຫຼ່ຽມ ແລະ ຄວັດເປັນລວດລາຍ ແມ່ຍິງຄົນພວນ ຈະໃຊ້ໜາມເໝັ້ນ ໄປຈົນກວ່າ ຈະແຕ່ງດອງແລ້ວ ຈຶ່ງເຊົາໃຊ້.

ເມື່ອອາຍຸໄດ້ 17-18 ປີຖືວ່າເປັນສາວ ແລ້ວຈຶ່ງແປງຊົງຜົມ ທີ່ຮ້ອງວ່າ “ໂຄ້ງຜົມ” ຄືຈັບຜົມໃຫ້ ເປັນວົງກົມ ຢູ່ເທິງຫົວ ແລ້ວ ກໍເອົານ້ຳມັນທາ ຊຶ່ງການທີ່ເຮັດ ຊົງຜົມຊົງນີ້ຖືວ່າ ເປັນການປະກາດ ຕົວວ່າ, ຜູ້ນັ້ນເປັນສາວ ພ້ອມທີ່ຈະມີ ຄວາມມັກຄວາມຮັກ ແລະພ້ອມທີ່ຈະ ແຕ່ງດອງໄດ້ແລ້ວ.

ເມື່ອອາຍຸຄົບ 20 ປີເປັນສາວໃຫຍ່ ຈະຕ້ອງແປງຊົງຜົມ ອີກຊົງນຶ່ງ ໂດຍເອົາຜົມມ້ວນ ເປັນກ້ອນໄວ້ກາງຫົວ ຫຼືເກົ້າຜົມ ຊຶ່ງຄົນພວນຮ້ອງວ່າ “ຫອຍເກົ້າ” ຫຼື “ຫອຍຄຳເກົ້າ” ແລ້ວໃຊ້ໜາມເໝັ້ນ ຫຼືຜູ້ທີ່ມີຖານະດີ ກໍໃຊ້ປິ່ນປັກ ຮ້ອງວ່າ “ປິ່ນເກົ້າ” ແລະຊົງຜົມຊົງນີ້ ກໍເຊັ່ນດຽວກັນ, ຄືເປັນການ ປະກາດຕົວວ່າ ເປັນສາວແລ້ວ ພ້ອມທີ່ຈະແຕ່ງດອງໄດ້.

ວັທນະທັມນຸ່ງຖື ແລະເອ້ຂອງຄົນພວນ ໃນປັດຈຸບັນນີ້ ໄດ້ປ່ຽນແປງໄປ ຈາກເດີມຢ່າງຫຼວງຫຼາຍ, ສ່ວນຫຼາຍຄົນພວນ ມັກນຸ່ງຖືແບບດຽວ ກັບຄົນໄທທົ່ວໄປ, ຄືຊື້ເຄື່ອງນຸ່ງຈາກ ຕລາດ, ປັດຈຸບັນຄົນພວນ ທີ່ຍັງພໍເວົ້າໄດ້ ວ່ານຸ່ງຖືແບບພວນ ກໍມີແຕ່ພຽງ ຜູ້ເຖົ້າຜູ້ແກ່ ບໍ່ເທົ່າໃດຄົນ ເທົ່ານັ້ນ. ພວກແມ່ເຖົ້າຄົນພວນ ຈະນຸ່ງເສື້ອຄໍກະທະ ຫຼືຄໍອີເປົ້າ ແລະເອົາຜົມຍາວ ຂອດໄວ້ທາງຫຼັງ ໃຊ້ແພຮັດເອິກແທນ ການນຸ່ງເສື້ອ ນຸ່ງສີ້ນຕີນຈົກສີ ພື້ນຫຼືລາຍຂວາງ ແລະ ນຸ່ງສີ້ນມັດໝີ່ລາຍ; ສ່ວນຜູ້ຊາຍ ກໍນຸ່ງໂສ້ງ ຫົວຕໍ່ສີດຳ ແລະເສື້ອດຳ.

ດັ່ງນັ້ນ ຈຶ່ງສາມາດເວົ້າໄດ້ວ່າ ວັທນະທັມການນຸ່ງຖື ຂອງຄົນພວນ ບ້ານປ່າແດງ ຫຼືຄວາມເປັນຊາດ ຂອງຄົນພວນ ບ້ານປ່າແດງ ຈະຍືນຍົງຄົງຕົວ ຢູ່ໄດ້ບໍ່ຈັກ ເທົ່າໃດປີ ຫຼືເທົ່າກັບອາຍຸ ຂອງຄົນເຖົ້າຄົນແກ່ ຂອງຄົນພວນ ບ້ານປ່າແດງ ກໍອາຈເປັນໄດ້.

ນອກຈາກການນຸ່ງຖືແລ້ວ ວັທນະທັມ ສຳຄັນອີກຢ່າງນຶ່ງ ຂອງຄົນພວນ ບ້ານປ່າແດງ ຄືວັທນະທັມ ການກິນ, ຊຶ່ງເຄື່ອງກິນ ຂອງຄົນພວນ ເປັນແນວດຽວກັນກັບ ອາຫານການກິນ ຂອງຄົນລາວທົ່ວໄປ, ຊຶ່ງໄດ້ແກ່ ພວກຜັກນາງອ້າງຫຍ້າ ທີ່ສາມາດເກັບ ເອົາຕາມແຄມຮົ້ວ ແລະຫ້ວຍຄອງ ໜອງນ້ຳທົ່ວໄປ ເຊັ່ນ ຜັກກະຖິນ, ຜັກກຸ່ມ, ຜັກຕຳນິນ, ຜັກກະເດົາ, ຜັກໄຊ່ ເປັນຕົ້ນ ຊຶ່ງຜັກດັ່ງກ່າວ ຄົນພວນ ຈະເອົາມາກິນກັບ ແຈ່ວ, ແຈ່ວກຸ້ງ, ປາແດກເຄື່ອງ ແລະລາບ; ສ່ວນພວກໝາກໄມ້ ກໍໄດ້ແກ່ ໝາກມ່ວງ, ໝາກຮຸ່ງ, ໝາກແຕງ.

ຄົນພວນບ້ານປ່າແດງ ມີວິທີການຮັກສາ ອາຫານແບບດຽວກັບ ຄົນລາວ ຄື: ເມື່ອໄດ້ປາຫຼາຍ ຈົນກິນບໍ່ທັນ ພວກເຂົາເຈົ້າ ກໍຈະເກັບມ້ຽນໄວ້ ກິນໃນຍາມແລ້ງ ຍາມອຶດປາ ໂດຍເຮັດປາແດກ, ສົ້ມປາ, ສົ້ມປານ້ອຍ ນອກຈາກນີ້ຍັງ ຄັ້ນສົ້ມຜັກໄວ້ກິນ ຄື:ສົ້ມຜັກສ້ຽນ ແລະໜໍ່ໄມ້ສົ້ມ ເປັນຕົ້ນ.

ແຂວງພິຈິດ ເຖິງຈະຖືວ່າຢູ່ ພາກເໜືອຂອງໄທ, ແຕ່ກໍຢູ່ຕິດແທດ ກັບພາກກາງ ຊຶ່ງມີພົລເມືອງ ກິນເຂົ້າຈ້າວ ດັ່ງນັ້ນ, ຄົນພວນບ້ານປ່າແດງ ຈຶ່ງຕ້ອງກິນເຂົ້າຈ້າວ ຄືກັນກັບຄົນໄທ ໃນເຂດນັ້ນ, ແຕ່ໃນຂນະດຽວກັນ ພວກເຂົາເຈົ້າກໍຍັງ ຖິ້ມກົກເຫງົ້າ ທີ່ກິນເຂົ້າໜຽວ ບໍ່ໄດ້ຈຶ່ງເຮັດນາ ທັງເຂົ້າຈ້າວ ແລະເຂົ້າໜຽວ ຄຽງຄູ່ກັນໄປ.

ຄົນພວນບ້ານນີ້ ຈະກິນເຂົ້າໜຽວ ເປັນລາງຄາບເທົ່ານັ້ນ, ເຂົ້າໜຽວສ່ວນຫຼາຍ ຈະເອົາໄປເຮັດ ເຂົ້າເໝົ້າ, ເຂົ້າຫຼາມ ແລະເຂົ້າໜົມຕ່າງໆ ສຳລັບໃຊ້ໃນ ບຸນປະເພນີ ຊຶ່ງຈະປາສຈາກ ເຂົ້າໜົມບໍ່ໄດ້.

ເຖິງວ່າພວກຄົນພວນ ຈະກິນເຂົ້າແນວ ໃດກໍຕາມ, ແຕ່ເຄື່ອງກິນ ປະຈຳວັນ ຂອງເຂົາເຈົ້າກໍຍັງ ເປັນແບບພວນ ຢູ່ຄືເກົ່າ, ຄືກິນປາແດກ ຫຼືທີ່ຄົນພວນ ຮ້ອງວ່າ ປາແດະ ເຮັດຈາກພວກ ປາກະເດີດ, ປາເຂັງ, ສົ້ມປານ້ອຍ ເຮັດຈາກປານ້ອຍ ຈຳພວກປາຊິວ ປາສ້ອຍ; ສົ້ມປາ ເຮັດຈາກປາຂາວ; ສົ້ມປາຟັກ ເຮັດແບບດຽວກັນ ກັບສົ້ມງົວ-ສົ້ມໝູ ຄື: ເອົາຊີ້ນປາ ມາຟັກໃຫ້ມຸ່ນກ່ອນ, ປາເກືອຫຼືປາເຄັມ ຄືເອົາປາໄປ ເອືອບເກືອ ແລະກ່ອນຈະແຕ່ງກິນ ກໍເອົາໄປລ້າງນ້ຳ ເສັຽກ່ອນ ຈຶ່ງເອົາມາຈືນ ຫຼືວ່າມາປີ້ງ, ປາຢ້າງ, ປາແດກເຄື່ອງ ແຈ່ວກຸ້ງ ຄືເອົາກຸ້ງມາຕຳ ແລະໃສ່ເຄື່ອງປຸງ ຄືກັນກັບແຈ່ວປາ, ລາບປາ, ສົ້ມຜັກ ໄດ້ແກ່ ສົ້ມຜັກກາດ, ໜໍ່ໄມ້ສົ້ມ ຫຼືທີ່ຄົນພວນ ຮ້ອງວ່າ ຈານດອງ, ແກງສົ້ມໜໍ່ໄມ້ນ້ຳໃສ ຫຼືແກງ ຈານດອງນ້ຳໃສ  ແລະຫຼາມໝາກເຂືອ ເປັນຕົ້ນ.

ພວກເຂົ້າໜົມ ກໍໄດ້ແກ່ ເຂົ້າກະຍາສາດ, ເຂົ້າຂຽບຫູຊ້າງ, ເຂົ້າໜົມຕາຄວາຍ, ເຂົ້າໜົມກົງແຫນ, ເຂົ້າໜົມດາດກະທະ, ເຂົ້າໂລ້ງ ແລະ ເຂົ້າໜົມກ້ວຍແດະ.

ທ່ານຜູ້ຟັງທີ່ຮັກແພງ, ເວລາສຳລັບລາຍການ ຂອງເຮົາໃນສັປດານີ້ ໄດ້ສິ້ນສຸດລົງແລ້ວ ເຊີນທ່ານຮັບຟັງ ເລື້ອງຂອງ “ບ້ານລາວໃນໄທຍ-ແຕ່ອາດີດ ຫາປະຈຸບັນ”  ໄດ້ໃໝ່ ໃນສັປດາໜ້າ ຊຶ່ງຈະໄດ້ສເນີ ການລ້ຽງຜີ ຂອງຄົນພວນ ບ້ານປ່າແດງ ຕາແສງໜອງພະຍອມ ເມືອງຕະພານຫີນ ແຂວງພິຈິດ.

ສຳລັບສັປດານີ້ ຂໍໄດ້ຮັບຄວາມ ປຣາຖນາດີຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະຂ້າພະເຈົ້າ ວຽງໄຊ ຜູ້ສເນີ, ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.