ບ້ານລາວ ໃນປະເທດໄທ: ຕອນທີ 100

ໃນຣາຍການ ບ້ານລາວໃນໄທ ແຕ່ອະດີດຫາປັດຈຸບັນ ສັປດານີ້ ວຽງໄຊ ຈະເວົ້າເຖິງປະເພນີ ການບວດແລະການຕາຍ ຂອງຄົນພວນ ບ້ານປ່າແດງ ໃນແຂວງພິຈິດຂອງໄທ ຂໍເຊີນທ່ານ ຮັບຟັງໄດ້ເລີຍ.
ວຽງໄຊ
2007.11.20

ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ ແລະຮັກແພງ ເມື່ອສັປດາທີ່ ຜ່ານມາ, ເຮົາໄດ້ສເນີກ່ຽວກັບ ປະເພນີ ແລະວິຖີຊີວິດ ຂອງຄົນພວນ ບ້ານປ່າແດງ ເມືອງຕະພານຫີນ ແຂວງພິຈິດຂອງໄທຍ ໃນເລື້ອງ ການອອກລູກ ແລະການລ້ຽງລູກ, ຊຶ່ງມີພິທີເລີ້ມ ຕັ້ງແຕ່ເມັຽເຈັບທ້ອງ ໄປຈົນຮອດການ ເບິ່ງແຍງແອນ້ອຍ ໂດຍຜູ້ເປັນຜົວ ຕ້ອງຊອກເອົາຟືນ ໄມ້ແກ ມາກຽມໄວ້ ຕັ້ງແຕ່ກ່ອນເມັຽ ຈະອອກລູກ ປະມານ 4-5 ເດືອນ.

ເມື່ອອອກລູກແລ້ວ ແມ່ລູກອ່ອນ ກໍຈະຕ້ອງໄດ້ກິນຢາ ຊື່ງມີສ່ວນປະກອບ 2ຢ່າງຄື: ເກືອກັບນ້ຳໝາກຂາມສົ້ມ ແລະກິນແຕ່ເຂົ້າ ກັບເກືອເທົ່ານັ້ນ. ເມື່ອລູກອອກແລ້ວ ກໍຕັດສາຍແຫ່ ແລ້ວເອົາໄປໃສ່ ໃນບັ້ງໄມ້ໄຜ່ ນຳໄປຝັງໄວ້ ກ້ອງຂັ້ນໄດ, ຈາກນັ້ນ ກໍເອົາເຂົ້າປ້ອນ ແອນ້ອຍ ໂດຍເອົາຄຳເຂົ້າ ໄປຕຸຮິມສົບ ຂອງແອນ້ອຍ ພໍເປັນພິທີ ແລະເມື່ອແອນ້ອຍ ມີອາຍຸໄດ້ 3-4ມື້ ພໍ່ແມ່ ກໍຈະບ່ອງຫູໃຫ້ ບໍ່ວ່າຈະເປັນ ລູກຜູ້ຍິງຫຼືຜູ້ຊາຍ ກໍຈະຖືກບ່ອງຫູ ເຊັ່ນກັນ.

ໃນສັປດານີ້: ເຮົາຈະໄດ້ນຳສເນີ ເລື້ອງປະເພນີ ການບວດ ແລະການຕາຍ ຂອງຄົນພວນ ບ້ານປ່າແດງ.

ຕາມຄວາມເຊື່ອແລະ ສັດທາຂອງຄົນ ທີ່ນັບຖື ສາສນາພຸທນັ້ນ, ຜູ້ຊາຍ ທີ່ຍັງບໍ່ໄດ້ບວດ ຖືວ່າຍັງເປັນ “ຄົນດິບ” ຢູ່ ເມື່ອໄດ້ບວດແລ້ວ ຈຶ່ງຈະກາຍເປັນ “ຄົນສຸກ”

ການບວດໃນສາສນາພຸທ ຖືວ່າເປັນໂອກາດ ທີ່ຈະໄດ້ ສຶກສາຮ່ຳຮຽນ, ບໍ່ແມ່ນແຕ່ສຶກສາ ພຣະທັມວິໄນ ຫຼືທັມມະໃນ ສາສນາເທົ່ານັ້ນ. ໃນສະໄໝອະດີດ ທີ່ການສຶກສາ ຍັງບໍ່ແພ່ຫຼາຍ ການທີ່ຈະຊອກ ໂອກາດຮຽນໜັງສື ນັ້ນບໍ່ແມ່ນຂອງງ່າຍ, ນອກຈາກວ່າຈະ ເຂົ້າບວດເທົ່ານັ້ນ ຈຶ່ງຈະມີໂອກາດ ໄດ້ຮຽນໜັງສື. ໃນສະໄໝ ທີ່ຍັງບໍ່ທັນໄດ້ມີ ໂຮງຮຽນນັ້ນ, ວັດຈຶ່ງຖືວ່າເປັນ ໂຮງຮຽນ ແລະ ມະຫາວິທະຍາໄລ ແຫ່ງທຳອິດ ສຳລັບຊາວບ້ານ.

ເນື້ອໃນຫຼັກສູດ ຂອງຣະບົບການ ສຶກສາ ຂອງພຸທສາສນານັ້ນ ຕ້ອງໄດ້ຮຽນດ້ານ ອັກສອນສາດ ຄືຕ້ອງໄດ້ຮຽນ ທັງພາສາຂອງ ຕົວເອງ ແລະພາສາບາລີ, ສັນສະກຼຣິດ ແລະມະຄົດ ຊຶ່ງຮ້ອງງ່າຍໆວ່າ “ຮຽນບາລີ-ທັມມະບົດ” ນອກຈາກນີ້ຍັງ ຕ້ອງຮຽນ ພຣະໄຕຼປິດົກ, ຊຶ່ງເຮັດໃຫ້ຜູ້ຮຽນ ໄດ້ຮູ້ທັງດ້ານ ທິສດີແລະການ ປະຕິບັດ. ດັ່ງນັ້ນ ຜູ້ທີ່ໄດ້ບວດ ໄດ້ຮຽນຈຶ່ງເປັນຜູ້ ທີ່ມີນ້ຳອົດນ້ຳທົນ, ຮູ້ຈັກ ຄວາມອຶດຄວາມຫິວ, ໄດ້ອົບຮົມຕົວເອງ ແລະ ໄດ້ກາຍເປັນ ຄົນຜູ້ໃໝ່. ຊຶ່ງເມື່ອສິກອອກ ຈາກພຣະແລ້ວ ຈຶ່ງໄດ້ຊື່ວ່າ “ທິດ” ຊຶ່ງມາຈາກຄຳວ່າ “ບັນດິດ” ຫຼື “ບັນທິດ” ໃນພາສາບາລີ ໝາຍເຖິງ ຜູ້ຊົງຄວາມຮູ້, ຜູ້ມີປັນຍາ ຫຼືນັກປຼາດ. ທີ່ສຳຄັນໄປກວ່ານັ້ນ ກໍຄື ການໄດ້ບວດ ຍັງເຮັດໃຫ້ມີໂອກາດ ໄດ້ປະຕິບັດທັມ ຈົນພົ້ນຈາກກິເຫຼດ, ໄດ້ຊານ, ຫຼືເຖິງຂັ້ນສຳເຣັດ ພຣະອໍຣະຫັນ ຊຶ່ງຖືວ່າເຖິງ ຈຸດສູງສຸດຂອງຄົນ  ໃນພຸທສາສນາ.

ດັ່ງນັ້ນສັງຄົມພຸທ ຈຶ່ງນິຍົມໃຫ້ ລູກບວດ, ແລະວາງຣະບຽບ ສັງຄົມ ໃຫ້ຜູ້ຊາຍທີ່ ມີອາຍຸຄົບ 20ປີ ຕ້ອງບວດກ່ອນຈຶ່ງ ຈະມີຄອບຄົວໄດ້. ເພາະສະນັ້ນສັງຄົມ ຄົນພວນ ບ້ານປ່າແດງ ຈຶ່ງໃຫ້ລູກຊາຍບວດ ເມື່ອອາຍຸຄົບ20ປີ.

ເຊັ່ນດຽວກັນກັບ ພິທີກັມດ້ານອື່ນໆ, ການບວດຂອງຄົນພວນ ຈຶ່ງມີຄວາມຣະອຽດ ເຊັ່ນກັນ, ໂດຍພິທີກັມ ຈະເລີ້ມຕັ້ງແຕ່ ກ່ອນບວດປະມານ 10ຫາ15ມື້ ຫຼື1ເດືອນ ຜູ້ເປັນພໍ່ເປັນແມ່ ຈະຕ້ອງພາລູກຫຼານ ໄປຝາກໃຫ້ຢູ່ກັບພຣະ, ເພື່ອສຶກສາ ພຣະທັມວິໄນ ຫຼືຣະບຽບ ຂອງການເປັນພຣະ ການໄປຢູ່ວັດ ກ່ອນບວດນີ້ ຖ້າແມ່ນຄົນລາວ ເຮົາຈະຮ້ອງວ່າ “ເຂົ້ານາກ” ຄືນັບແຕ່ມື້ ໄປຢູ່ວັດ ຈະຖືວ່າເປັນນາກເລີຍ ແຕ່ສຳລັບຄົນພວນ ຍັງບໍ່ຖືວ່າ ເປັນນາກ ຈົນກວ່າຈະຮອດ ມື້ບວດ.

ພໍ່ແມ່ຈະຕ້ອງກຽມ ເຄືອງນຸ່ງເຄື່ອງໃຊ້ ຂອງພຣະ8ຢ່າງ ຕາມທັມມະວິໄນ ຫຼືທີ່ຮ້ອງວ່າ “ອັຖບໍຣິຂານ” (ອັຖະ ແປວ່າ8, ບໍຣິຂານ ຄື ເຄື່ອງໃຊ້) ຊຶ່ງໄດ້ແກ່ສະບົງ, ຈີວອນ, ສັງຄາຕິ ຫຼືຜ້າສັງຄາ, ບາດ, ມີດແຖ, ເຂັມ, ສາຍປະຄົດ, ຫຼືສາຍຮັດແອວ ແລະໝໍ້ຕອງນ້ຳ, ພ້ອມທັງກຽມເຄື່ອງ ອັນຈຳເປັນສຳລັບ ຜູ້ບວດ ໄດ້ແກ່ ສາດ, ໝອນ, ໂອນ້ຳ, ບ່ວງແລະສ້ອມ ເພາະການບວດນັ້ນ ກໍຄ້າຍຄືກັນກັບ ການອອກເຮືອນໃໝ່ ຂອງຄົນເຮົານັ້ນເອງ.

ນອກຈາກນີ້ຍັງຕ້ອງ ໄດ້ແຕ່ງເຄື່ອງບູຊາ ໄດ້ແກ່: ດອກໄມ້, ທູບທຽນ ຈຳນວນ3ຊຸດ: ຊຸດທີ່1 ເອົາໄວ້ສຳລັບ ຂາບໄຫວ້ໃນການ ຂໍບວດ ຈາກພຣະອຸປະຊາ ແລະ ພຣະອັນດັບ, ຊຸດທີ່2 ເອົາໄວ້ຂາບໄຕຼ ສະຣະນາຄົມ ໝາຍເຖິງການ ປະຕິຍານຕົນວ່າ ຈະຍອມຮັບເອົາ ພຣະພຸທ, ພຣະທັມແລະພຣະສົງ ເປັນທີ່ເພິ່ງ ຄ້າຍຄືກັນກັບ ການຍອມຮັບພຣະເຈົ້າ ໃນພິທີແບບຄຣິສທ໌ ຂອງຄົນນັບຖື ສາສນາເຢຊູ ແລະເຄື່ອງບູຊາ ຊຸດທີ່3 ເອົາໄວ້ສຳລັບ ຂໍນິສັຍ ຊື່ງສ່ວນຫລາຍແລ້ວ ເຄື່ອງບູຊາຊຸດທີສາມ ຈະເຮັດເປັນຊວຍ ບັນຈຸໝາກ, ໝ້ຽງແລະດອກໄມ້.

ເມື່ອຮອດມື້ກ່ອນ ທີ່ຈະບວດນຶ່ງມື້, ຊຶ່ງຄົນພວນຖືວ່າ ຜູ້ທີ່ຈະບວດ ເປັນນາກນັ້ນ ຈະຕ້ອງແຖຜົມ, ຄິ້ວ, ໜວດ, ແລະຕ້ອງນຸ່ງເຄື່ອງ ຕາມທັມນຽມຂອງໄທ ຄື: ຖືແພ ເຍັຽຣະບັບ ຫຼືແພທີ່ຂັ້ນໃໝຄຳໃສ່ ຜືນແພແລະເສື້ອຍາວ ແລ້ວ ນາກກໍເຂົ້າໄປນັ່ງ ຕໍ່ໜ້າພາບາສີ ເພື່ອທຳພິທີ ສູ່ຂວັນນາກ ແລະ ນອກຈາກພາບາສີແລ້ວ ຍັງມີບາດ, ຜ້າໄກ ແລະບໍຣິຂານ ເຄື່ອງໃຊ້ຕ່າງໆ.

ໃນການສູ່ຂວັນນາກ ຈະມີການສູດມົນ ເພື່ອສລອງການ ເປັນນາກ ແລະສລອງຜ້າໄກ ອັນໝາຍເຖິງແພ 3ຜືນ ຄື: ຈີວອນ, ສະບົງແລະອັງສາ (ແພບ່ຽງ) ແລະ ໃນມື້ດັ່ງກ່າວນີ້ ຖືວ່າ ການສູ່ຂວັນນາກ ເປັນການແຕ່ງຂຶ້ນເພື່ອ ໃຫ້ກຳລັງໃຈນາກ ແລະເຮັດໃຫ້ນາກ ໄດ້ເຂົ້າໃຈເຖິງ ຈຸດປະສົງຂອງ ການບວດ, ໃນຣະຫວ່າງພິທີ ບັນດາຍາດພີ່ນ້ອງ ຜູ້ໃຫຍ່, ແຂກແລະມິດສະຫາຍ ຈະມາຮ່ວມ ອະນຸໂມທະນາ ຫຼືສະແດງຄວາມຍິນດີ ໂດຍນັ່ງອ້ອມຮອບ ຕົວນາກ ຊຶ່ງເປັນຊ່ວງທີ່ ໝໍພອນເປັນ ຜູ້ດຳເນີນການ.

ພໍຕຶ່ນເຊົ້າຊຶ່ງ ກໍຄືມື້ບວດ, ຍາດພີ່ນ້ອງແລະ ຊາວບ້ານຄົນອື່ນໆ ກໍແຫ່ນາກເຂົ້າສິມ ແລະຫຼັງຈາກນັ້ນ ພິທີກັມທັງໝົດ ກໍເປັນໜ້າທີ່ຂອງ ພຣະສົງ.

ປະເພນີຂອງຄົນພວນ ທີ່ສຳຄັນ ອີກຢ່າງນຶ່ງຄື: ພິທີການຄຸ້ມຄອງ ເມື່ອມີຄົນຕາຍ ຕ້ອງໄດ້ເຜົາສົບ ຜູ້ຕາຍ ຊຶ່ງຖືວ່າເປັນ ປະເພນີ ທີ່ທຸກສັງຄົມຕ້ອງ ໄດ້ປະຕິບັດ; ສ່ວນຄົນພວນນັ້ນ ຖືເລື້ອງການຕາຍ ຫຼາຍຢ່າງ ໂດຍສະເພາະ ຖ້າມີຄົນຕາຍ ຢູ່ນອກເຮືອນ ເຊັ່ນ: ຕາຍຢູ່ໂຮງພຍາບານ ເປັນຕົ້ນ, ຄົນພວນຈະບໍ່ເອົາ ສົບຄົນຕາຍ ຂຶ້ນເຮືອນຢ່າງເດັດຂາດ ແຕ່ຈະເອົາສົບ ໄປດອຍໄວ້ວັດ.

ແຕ່ຖ້າຫາກມີ ຄົນຕາຍຢູ່ເຮືອນ ກ່ອນຈະເອົາໂຮງ ຄົນຕາຍ ຫຼືທີ່ຄົນພວນ ຮ້ອງວ່າ "ໂມງ" ຂຶ້ນເຮືອນໄປໃສ່ສົບນັ້ນ ຄົນພວນຈະມີພິທີ ສຳຄັນຢ່າງນຶ່ງ ຄື: ຈະມີການ ຮ້ອງຖາມແລະຕອບກັນ ກ່ອນ, ຈຶ່ງຈະເອົາໂຮງ ໃສ່ສົບໄດ້ ແລະການຖາມ-ຕອບ ກັນນັ້ນ ມີຂໍ້ຄວາມ ດັ່ງນີ້:

ຖາມ : ເອົາໂມງມາໃສ່ຜູ້ໃດ
ຕອບ : ເອົາມາໃສ່…… (ຜູ້ນັ້ນຜູ້ນີ້ ຄື ບອກຊື່ຜູ້ຕາຍ)
ຖາມ : ເອົາມາໃສ່ຜູ້ດຽວບໍ່
ຕອບ : ເອົາມາໃສ່ຜູ້ດຽວ

ເມື່ອຖາມ-ຕອບກັນ ດັ່ງນີ້ແລ້ວ, ຈຶ່ງຈະເອົາໂຮງ ໃສ່ສົບຂຶ້ນເຮືອນໄດ້ ເມື່ອເອົາໂຮງຂຶ້ນໄດ້ແລ້ວ, ກ່ອນຈະເອົາສົບ ລົງໃສ່ ຕ້ອງໃຊ້ນ້ຳມົນ ທີ່ເອົາມາແຕ່ວັດ ມາຊິດໃສ່ ໂຮງສົບກ່ອນ ຈຶ່ງຄ່ອຍເອົາສົບ ໃສ່ລົງໄດ້; ຕໍ່ຈາກນັ້ນ ບັນດາຜົວ-ເມັຽ ລູກ ຫຼານຂອງຜູ້ຕາຍ ກໍຈະໄປຂໍ ສົມມາຜູ້ຕາຍ ໂດຍແຕ່ງຂັນ5 ແລ້ວກ່າວວ່າ:…
ຍັງ ຍັງ ໂທສັງ ສັບພັງໂທສັງ ຂາຕຸໂນ ກາຍຍະກັມມັງ ວະຈີກັມມັງ ມະໂນກັມມັງ ສັບພະປາປັງ ວິນາດສັນຕຸ: ຂ້າພະເຈົ້າ ຜູ້ເປັນລູກເປັນຫຼານ ໄດ້ກະທຳຜິດ ທຸດຈະຣິດ ດ້ວຍກາຍກໍດີ ດ້ວຍວາຈາກໍດີ ຈິດຄຶດ ປະໝາດພາດພັ້ງ ທັງຕໍ່ໜ້າແລະ ລັບຫຼັງ ກັມອັນໃດທີ່ມີ ກັບຂ້າພະເຈົ້າ ຂໍໃຫ້ພໍ່ແມ່ ເຖົ້າແກ່ ຈົງອະໂຫສິກັມ ໃຫ້ແກ່ລູກຫຼາຍ ດ້ວຍເຖິ່ນ.

ເມື່ອກ່າວແລ້ວໆ ກໍເອົາຂັນ5 ໄປປົງໄວ້ເທິງສົບ, ແລະຫຼັງຈາກນັ້ນ ກໍພາກັນອາບນ້ຳ ໃຫ້ສົບ ແລະເອົາສົບໃສ່ລົງ ໃນໂຮງຄົນຕາຍ ແລະນິມົນພຣະ ມາສູດອະພິທັມ ອາດຈະເປັນເວລາ 3ມື້ ຫຼື5ມື້ ຫຼື7ມື້ ຕາມແຕ່ຖານະ ແລະສັດທາຂອງ ເຈົ້າພາບ.

ເມື່ອສູດອະພິທັມແລ້ວໆ ກໍຮອດມື້ເຜົາ ຊຶ່ງສະໄໝກ່ອນນີ້ ຄົນພວນບ້ານປ່າແດງ ຍັງປຸກເຮືອນຫຼັງ ບໍ່ໃຫຍ່ ເມື່ອຈະຍົກໂຮງ ຫຼືໂມງລົງເຮືອນ ກໍບໍ່ສາມາດ ຈະເອົາອອກ ທາງປະຕູໄດ້ ດັ່ງນັ້ນ, ແຕ່ກີ້ ຈຶ່ງມີການ ມ້າງຝາເຮືອນ ເພື່ອເອົາໂຮງສົບ ລົງເຮືອນ.

ໃນມີ້ເຜົາ ລູກຫຼານຂອງຜູ້ຕາຍ ທີ່ເປັນຜູ້ຊາຍ ແລະຢູ່ເຮືອນດຽວ ກັນກັບຜູ້ຕາຍ, ຈະເອົາແພອີໂປ້ ຄຽນຫົວ ແລະ ເອົາພ້າສຽບກວັກ (ກວັກທີ່ໃຊ້ກວັກ ດ້າຍຕ່ຳແພ) ເມື່ອສຽບແລ້ວກໍ ແບກພ້າຂຶ້ນບ່າ ອີກມືນຶ່ງ ຖືຂັນນ້ຳມົນ, ພໍໂມງ ຫຼືໂຮງຄົນຕາຍ ຖືກຫາມອອກມົ້ມ ເຂດບ້ານ ລູກຊາຍ-ຫຼານຊາຍ ຜູ້ຕາຍ ກໍຈະສາດນ້ຳມົນ ແລ້ວເອົາພ້າຟັນ ກວັກໃຫ້ມຸ່ນ ແລ້ວກໍໂຍນພ້າຖິ້ມ ໄປພ້ອມກັນ. ຈາກນັ້ນກໍປິ່ນຫຼັງ ຍ່າງໜີຈາກບ່ອນນັ້ນ ໂດຍມີຂໍ້ຫ້າມວ່າ ບໍ່ໃຫ້ອວ່າຍໜ້າ ໄປເບິ່ງ, ສ່ວນລູກຫຼານ ຄົນອື່ນໆ ໃນມື້ເຜົາສົບ ຈະຕ້ອງຫໍ່ເຂົ້າ ແລ້ວເອົາມາ ໂຮມກັນໃສ່ຖົງ, ແລ້ວເອົາຖົງເຂົ້າ ໃສ່ລົງໃນໂຮງ ເພື່ອເປັນອາຫານ ສຳລັບຜູ້ຕາຍ.

ການເຜົາສົບຢູ່ ບ້ານປ່າແດງ ແຕ່ອະດີດທີ່ຍັງ ບໍ່ມີເຕົາເຜົາສົບ, ຊາວບ້ານຈະປົງສົບ ຢູ່ເທີງກອງຟອນ ໂດຍເອົາຟືນມາ ກອງໄຂວ່ກັນ ຄ້າຍຄືກັບຄອກໝູ, ແລ້ວຈຶ່ງເອົາ ສົບປົງລົງເທິງ ກອງຟອນ, ຊຶ່ງການປົງສົບນີ້ ກໍມີອັນຖື ເໝືອນກັນຄື: ຖ້າເປັນສົບຜູ້ຊາຍ ໃຫ້ປົງສົບ ນອນຂ້ວມລົງ ແລ້ວຈຶ່ງຄ່ອຍເອົາ ໂຮງງຸມສົບ ອີກເທື່ອນຶ່ງ, ແຕ່ຖ້າເປັນສົບ ແມ່ຍິງ, ໃຫ້ປົງສົບນອນຫງາຍ ແລ້ວຈຶ່ງເອົາ ໂຮງງຸມສົບ ເຊັ່ນດຽວກັນ.

ໃນເລື້ອງການປົງສົບ ຄົນພວນຍັງມີອັນ ຂະລຳອີກຢ່າງນຶ່ງ ຄື, ຫ້າມບໍ່ໃຫ້ເຜົາສົບ ຫຼືປົງສົບໃນມື້ ວັນສຸກ, ມື້ອອກໃໝ່ 9ຄໍ່າ ແລະມື້ອອກໃໝ່ 12ຄໍ່າ ຊຶ່ງຄົນພວນ ເຊື່ອວ່າ ຖ້າປົງສົບ ໃນມື້ດັ່ງກ່າວ ຈະເຮັດໃຫ້ລູກຫຼານ ບໍ່ມີຄວາມສຸກ.

ເມື່ອປົງສົບແລ້ວໆ ກໍເຮັດບຸນຫາ ຜູ້ຕາຍເປັນເວລາ 7ມື້ ໂດຍເຊີນໝໍພອນ ມາສູດຂວັນເຮືອນ, ເພື່ອເປັນ ສິຣິມຸງຄຸນ ໃຫ້ລູກຫຼານ ຢູ່ເຢັນເປັນສຸກ ແລະ ປະກອບອາຊີບ ຈະເຣີນຮຸ່ງເຮືອງ.

ການມ້ຽນດູກຜູ້ຕາຍ ຂອງຄົນພວນ ຈະໃສ່ໄວ້ໃນທາດ ຢູ່ວັດ, ໂດຍຈະບໍ່ເອົາດູກ ຂຶ້ນເຮືອນ ເພາະເຊື່ອວ່າ ດູກຜູ້ຕາຍ ບໍ່ເປັນສິ່ງມຸງຄຸນ ຈະໄດ້ຂາດຈາກ ການເປັນພີ່ ເປັນນ້ອງ ສ່ວນດູກ ທີ່ເຫຼືອຈາກໃສ່ທາດ ຈະເອົາໄປໃຫລນ້ຳ ຫຼືເອົາໄປຝັງ ໄວ້ໃກ້ໆທາດ.

ທ່ານຜູ້ຟັງທີ່ ຮັກແພງ ເວລາສຳລັບ ລາຍການຂອງເຮົາ ໃນສັປດານີ້ ໄດ້ສິ້ນສຸດລົງແລ້ວ ເຊີນທ່ານຮັບຟັງ ເລື້ອງຂອງ “ບ້ານລາວໃນໄທຍ-ແຕ່ອາດີດ ຫາປະຈຸບັນ”  ໄດ້ໃໝ່ໃນ ສັປດາໜ້າ ຊຶ່ງຈະໄດ້ສເນີ ການນຸ່ງຖືແລະ ອາຫານການກິນ ຂອງຄົນພວນ ບ້ານປ່າແດງ ເມືອງຕະພານຫີນ ແຂວງ ພິຈິດຂອງໄທຍ.

ສຳລັບສັປດານີ້ ຂໍໄດ້ຮັບຄວາມ ປຣາຖນາດີ ຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະຂ້າພະເຈົ້າ ວຽງໄຊ ຜູ້ສເນີ, ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.