ບ້ານລາວ ໃນປະເທດໄທ: ຕອນທີ 99

ໃນລາຍການ ບ້ານລາວໃນໄທ ແຕ່ອາດີດຫາປັດຈຸບັນ ສັປດານີ້ ວຽງໃຊ ຈະເວົ້າເຖິງ ປະເພນີ ອອກເຮືອນຂອງ ຄູ່ສົມຣົດໃໝ່ ໄປຈົນເຖິງພິທີກັມ ໃຫ້ການກໍາເນີດ ແກ່ຊີວິດໃໝ່ ເຊີນທ່ານຕິດຕາມ ຮັບຟັງໄດ້ເລີຽ.
ວຽງໄຊ
2007.11.20

ສະບາຍດີ ທ່ານຜູ້ຟັງທີ່ ເຄົາຣົບແລະຮັກແພງ ເມື່ອສັປດາ ທີ່ຜ່ານມາ: ເຮົາໄດ້ສເນີເລື້ອງ ໝໍພອນ ບ້ານປ່າແດງ ຕາແສງໜອງພະຍອມ ເມືອງຕະພານຫີນ ແຂວງພິຈິດຂອງໄທ ໂດຍເຮົາໄດ້ພາທ່ານ ໄປຮູ້ຈັກກັບໝໍພອນ ອີກຜູ້ນຶ່ງຊື່ວ່າ ພໍ່ເຖົ້າສຸວັນ ຫົງສາວະດີ ຊຶ່ງບໍ່ໄດ້ຮຽນ ວິຊາຕໍ່ຈາກໝໍພອນ ຜູ້ອື່ນ ແຕ່ຮຽນຈາກ “ຕຳຣາພົມມະຊາດ” ຊຶ່ງຮິບໂຮມໂດຍ ພຣະສົງຊາວອີສານ.

ຕຳຣາພົມມະຊາດ ເປັນຕຳຣາທີ່ແຕ່ງ ເປັນພາສາລາວ ໝໍພອນສຸວັນ ຈຶ່ງແປງຄວາມລາວ ໃຫ້ເປັນຄວາມພວນ ໃສ່ທຳນອງໃຫ້ຄື ກັນກັບທຳນອງ ສູດຂອງພວນ ແລະໃຊ້ຕຳຣາ ດັ່ງກ່າວສູດມາ ຈົນຮອດ ປັດຈຸບັນນີ້.

ໃນສັປດານີ້: ເຮົາຈະໄດ້ສເນີ ກ່ຽວກັບປະເພນີ ແລະວິຖີຊີວິດ ຂອງຄົນພວນ ໃນເລື້ອງການອອກລູກ ແລະການລ້ຽງລູກ ຂອງຄົນພວນ ບ້ານປ່າແດງ ເມືອງຕະພານ ຫີນ ແຂວງ ພິຈິດຂອງໄທຍ.

ເມື່ອຍິງ-ຊາຍ ແຕ່ງງານກັນແລ້ວ ຖ້າຜົວເມັຽຄູ່ໃດ ພໍ່ແມ່ຢາກໃຫ້ໄປ ຢູ່ລ້ຽງພໍ່ແມ່ ຂອງຝ່າຍໃດນຶ່ງ ຫຼືທີ່ ພາສາພວນຮ້ອງວ່າ “ຢູ່ກິນມູນ” ພໍ່ແມ່ຂອງທັງ ສອງຝ່າຍ ກໍຈະຕ້ອງໄດ້ ຕົກລົງກັນກ່ອນ, ໃນກໍຣະນີ ທີ່ພໍ່ແມ່ຂອງ ຝ່າຍຍິງຢາກໃຫ້ ລູກສາວຢູ່ລ້ຽງ ຜົວເມັຽຄູ່ນັ້ນ ກໍພາກັນຢູ່ໄດ້ເລີຍ ເພາະເມື່ອແຕ່ງດອງກັນ ຜົວເມັຽກໍຢູ່ເຮືອນ ຂອງພໍ່ແມ່ ຝ່າຍຍິງຢູ່ແລ້ວ.

ແຕ່ຖ້າພໍ່ແມ່ ຝ່າຍຊາຍຢາກຈະ ໃຫ້ລູກຊາຍແລະລູກໃພ້ ໄປຢູ່ເຮືອນນຳ ຊຶ່ງຈະເຮັດໃຫ້ ລູກໃພ້ຕ້ອງໄດ້ ຍ້າຍໜີອອກຈາກ ບ້ານພໍ່ແມ່ ພໍ່ແມ່ຂອງຝ່າຍຊາຍ ຈະຕ້ອງ ທຳພິທີຂໍລູກໃພ້ອີກເທື່ອນຶ່ງ ໂດຍຕ້ອງແຕ່ງເຖົ້າແກ່ ໄປຂໍລູກໃພ້ ຊຶ່ງມີພິທີລະອຽດ ບໍ່ໜ້ອຍກ່ວາການ ແຕ່ງດອງ.

ແຕ່ຖ້າຜົວເມັຽ ບໍ່ຕ້ອງການຈະ "ກິນນູນ" ເມື່ອແຕ່ງດອງແລ້ວ ກໍຕ້ອງກຽມຕົວ ອອກເຮືອນໂດຍໜ້າ ທີ່ຮັບຜິດຊອບ ໃນການປຸກເຮືອນ ເປັນໜ້າທີ່ຂອງ ພໍ່ແມ່ຝ່າຍຍິງ ເພາະຄົນພວນຖືວ່າ ເຮືອນທີ່ຜົວເມັຍສ້າງ ຂຶ້ນນີ້ແມ່ນ “ເຮືອນພໍ່ເຖົ້າແມ່ເຖົ້າ" ດັ່ງນັ້ນຜູ້ເປັນ ພໍ່ເຖົ້າແມ່ເຖົ້າ ຫຼືພໍ່ແມ່ຂອງ ຝ່າຍຍິງຈຶ່ງຕ້ອງ ຮັບຜິດຊອບໃນ ການປຸກ ເຮືອນ.

ໃນກໍຣະນີ ທີ່ຢູ່ກິນກັນໄປ ແລະເກີດມີລູກ ເມື່ອຜູ້ເປັນເມັຽ ຖືພາ ຈົນເຫຼືອເວລາ ອີກປະມານ 4-5 ເດືອນ ກໍຈະອອກລູກນັ້ນ ຜູ້ເປັນຜົວຕ້ອງ ໄປຕັດຟືນໄມ້ແກ ສໍາລັບ ໃຊ້ໃຫ້ເມັຽຢູ່ໄຟ ໂດຍຕ້ອງເລືອກເອົາ ຕົ້ນເທົ່າແຂນ ແລະບໍ່ມີເຄືອ ໄມ້ກ້ຽວ ເມື່ອໄດ້ຟືນແລ້ວ ກໍເອົາມາກອງເທີນ ກັນໄວ້ຢູ່ເດີ່ນບ້ານ ພໍເມັຽເຣີ້ມເຈັບ ທ້ອງຈະອອກລູກ ຜູ້ເປັນຜົວຈະຕ້ອງ ໄປຍູ້ຟືນທີ່ກອງ ໄວ້ນັ້ນໃຫ້ເພລົງ.

ຜູ້ທີ່ເປັນໝໍ ທີ່ຈະມີໜ້າທີ່ ເບິ່ງແຍງການອອກ ລູກນີ້ ສ່ວນຫຼາຍຈະແມ່ນ ແມ່ຍິງໃນບ້ານ ປ່າແດງນັ້ນເອງ ແລະ ໝໍຂອງຊາວບ້ານ ນີ້ຮ້ອງວ່າ “ໝໍຕຳແຍ” ເປັນຜູ້ທີ່ມີ ອາຍຸອ່າວຫຼາຍ ແລະ ເຄີຍອອກລູກມາແລ້ວ ທັງໄດ້ຮັບການ ຝຶກແອບຈາກ ໝໍຕຳແຍ ຮຸ້ນກ່ອນໆ ມາເປັນຢ່າງດີ.

ເມື່ອອອກລູກແລ້ວ ແມ່ລູກອ່ອນກໍ ຈະຕ້ອງໄດ້ກິນຢາ ຊື່ງມີສ່ວນ ປະກອບ2ຢ່າງຄື: ເກືອກັບ ນ້ຳໝາກຂາມສົ້ມ ຈາກນັ້ນກໍເອົາຟືນ ທີ່ຜົວຊອກມາໄວ້ ມາຈູດໄຟເພື່ອ ໃຫ້ເມັຽຢູ່ໄຟ ຫຼືຢູ່ກັມ ຊຶ່ງໃນໄລຍະ ທຳອິດ ຕ້ອງນັ່ງຢ່າງດຽວ ເປັນເວລາ 3ມື້3ຄືນ ຫ້າມບໍ່ໃຫ້ນອນ ຢ່າງເດັດຂາດ ຖ້າແມ່ນຢາກນອນ ກໍໃຫ້ຫາຕັ່ງ ຫຼືໂຕ໊ະນ້ອຍໆ ມາວາງແຂນແລ້ວ ກໍເອົາຫົວປົງລົງ ກັບແຂນນັ້ນ ຫຼືຈະນັ່ງເທີ້ງ ເອົາກໍໄດ້ ແຕ່ບໍ່ໃຫ້ນອນ ຍ້ອນວ່າ ຖ້ານອນຈະເຮັດໃຫ້ເລືອກຕົກຫົວ.

ເມື່ອດັງໄຟໃຫ້ ເມັຽຢູ່ກັມແລ້ວ ຜູ້ເປັນຜົວຕ້ອງ ໄປຊອກເອົາປາ ທີ່ຕົວຂນາດ ດຽວກັນມາຄູ່ນຶ່ງ ຊຶ່ງສ່ວນຫຼາຍມັກ ຈະເລືອກເອົາ ປາດຸກ ພໍໄດ້ປາແລ້ວ ກໍເອົາໄມ້ມາ ສຽບແລະມັດ ຫາງປາຕິດກັນ ແລ້ວເອົາໄປປີ້ງໄຟ ທີ່ດັງໄວ້ແລ້ວນັ້ນ ໂດຍໃຫ້ຫົວປາ ອວ່າຍລົງຫາກອງໄຟ ປານີ້ຮ້ອງວ່າ “ປາຄູ່” ແລະ ກອງໄຟທີ່ໃຊ້ ຢູ່ໄຟນີ້ຮ້ອງ ວ່າ “ໄຟໝໍ້ກັມ” ເນື່ອງຈາກວ່າ ໄຟກອງນີ້ໃຊ້ ໃນການຢູ່ກັມ.

ຄໍາວ່າ“ກັມ” ນີ້ໝາຍຄວາມວ່າ "ບາ"ຫຼືເວັ້ນ ຫຼືຫ້າມບໍ່ໃຫ້ເຮັດ ຫຼືຂະລຳນັ້ນເອງ ເພາະວ່າການຢູ່ກັມ ຫຼືຢູ່ໄຟນີ້ ຕ້ອງໄດ້"ບາ" ໄດ້ເວັ້ນ ບໍ່ເຮັດຫຼາຍຢ່າງ ເຊັ່ນໃນຣະ ຫວ່າງຢູ່ກັມ ຕ້ອງເວັ້ນບໍ່ໃຫ້ ກິນອາຫານຕາມ ປົກກະຕິ ແມ່ລູກອ່ອນຕ້ອງ ກິນເຂົ້າກັບເກືອ ເທົ່ານັ້ນ ໂດຍເອົາເຂົ້າມາ ປັ້ນເປັນປັ້ນຍາວໆ ແລ້ວໂຮຍເກືອລົງ ຄົນພວນ ຮ້ອງວ່າ “ເຂົ້າທູ້” ຫຼືຖ້າເປີດບໍ່ ຢາກກິນຄືແນວ ນັ້ນແລ້ວ ກໍເອົາໃບແຂມ (ພືດປະເພດ ດຽວກັນກັບອໍ້) ມາຫໍ່ປັ້ນເຂົ້າ ແລ້ວເອົາໄປຕົ້ມ ເຮັດເປັນເຂົ້າຕົ້ມ ກິນກໍໄດ້.
ການຢູ່ກັມນີ້ ຖ້າເປັນລູກຫົວສາວ  ຄືເປັນລູກຜູ້ທຳອິດ ແມ່ລູກອ່ອນຈະຕ້ອງ ຢູ່ກັມ ແລະກິນເຂົ້າບ່າຍ ເກືອຢູ່ເຖິງ1ເດືອນ ເພື່ອຈະໃຫ້ບາດແຜຈາກການ ອອກລູກ ແຫ້ງດີ.

ສຳລັບລູກທີ່ ອອກມາໃໝ່ນັ້ນ ເມື່ອເກີດແລ້ວ ກໍຈະເອົາໄປ ຕັດສາຍແຫ່ ການຕັດສາຍແຫ່ ຕ້ອງຕັດດ້ວຍ ໄມ້ຮວກຫຼືໄມ້ໄຜ່ ແລະໃຊ້ຖ່ານຮອງ ຊຶ່ງເຊື່ອວ່າຈະເຮັດ ໃຫ້ປາສຈາກ ເຊື້ອໂຣກ, ພໍຕັດແລ້ວກໍເອົາ ສາຍແຫ່ໄປລ້າງນ້ຳ ແລະເອົາໄປໃສ່ ໃນບັ້ງໄມ້ໄຜ່ ເອົາເກືອໂຮຍຈັກໜ່ອຍ ຈາກນັ້ນກໍເອົາ ບັ້ງສາຍແຫ່ໄປຝັງ ໄວ້ໃຕ້ ຂັ້ນໄດ ຊຶ່ງສາຍແຫ່ ຂອງລູກທຸກຄົນ ກໍຈະຖືກຝັງ ຢູ່ກ້ອງຂັ້ນໄດ ບ່ອນດຽວກັນນີ້ ຊຶ່ງຄົນພວນເຊື່ອວ່າ ຖ້າໄດ້ຝັງສາຍ ແຫ່ໄວ້ກ້ອງຂັ້ນໄດ ຈະເຮັດໃຫ້ລູກ ຮັກບ້ານ ເກີດເມືອງນອນ.

ເມື່ອຕັດສາຍແຫ່ແລ້ວ ກໍປ້ອນເຂົ້າໃຫ້ ແອນ້ອຍ ຄົນພວນຮ້ອງວ່າ “ແກ້ມເຂົ້າ” ຖ້າແອນ້ອຍເປັນ ຜູ້ຊາຍກໍໃຫ້ ຜູ້ຊາຍປ້ອນ, ແລະຖ້າແມ່ນຜູ້ຍິງ ກໍໃຫ້ຜູ້ຍິງ ເປັນຜູ້ ປ້ອນເຂົ້າ ແລະຜູ້ປ້ອນເຂົ້າ ໃຫ້ແອນ້ອຍນີ້ ຈະຕ້ອງເປັນຜູ້ ມີຄວາມສລາດ ແລະມີສີລມີທັມ ຊຶ່ງສ່ວນຫຼາຍກໍ ແມ່ນພໍ່ແລະແມ່ ຂອງແອນ້ອຍນັ້ນເອງ.

ການປ້ອນເຂົ້ານີ້ ເປັນພິທີເທ່ານັ້ນ ໂດຍເອົາເຂົ້າແຕ່ພຽງ 3ຄໍາ ໄປແປະໃສ່ສົບ ແອນ້ອຍເທົ່ານັ້ນ.

ເມື່ອແອນ້ອຍມີ ອາຍຸໄດ້3-4ມື້ ພໍ່ແມ່ກໍຈະບ່ອງ ຫູໃຫ້ໂດຍບ່ອງ ທັງຍິງແລະຊາຍ ເມື່ອອາຍຸໄດ້1ເດືອນ ພໍດີກັບແມ່ອອກກັມ ກໍແຖຜົມໄຟ ແລະສູ່ຂວັນໃຫ້ ແອນ້ອຍ ໂດຍໃຫ້ ຜູ້ເຖົ້າຜູ້ແກ່ ຜູ້ມີສີນມີທັມ ໜີບຜົມກ່ອນພໍ ເປັນພິທີ ເມື່ອແຖຜົມໄຟ ແລະສູ່ຂວັນແລ້ວໆ ກໍເອົາໄຂ່ໄກ່ 2ໜ່ວຍ ໄປລອຍນ້ຳໃນ ຊາມອ່າງທີ່ກຽມ ໄວ້ສຳລັບ ຈະອາບໃຫ້ ແອນ້ອຍ ແລະອາບນ້ຳແຊ່ ໄຂ່ໄກ່ຢູ່3ມື້ ຊຶ່ງຄົນພວນເຊື່ອວ່າ ຈະເຮັດໃຫ້ແອນ້ອຍ ມີຜິວພັນກ້ຽງ ຂາວຄືໜ່ວຍໄຂ່. ເມື່ອອາບນ້ຳແລ້ວໆ ຜູ້ເຖົ້າຜູ້ແກ່ ກໍໃຫ້ສີນໃຫ້ພອນ ແລະກິນລ້ຽງກັນ ກໍເປັນອັນແລ້ວພິທີ.

ເມື່ອອອກໄຟແລ້ວ ແມ່ລູກອ່ອນກໍ ຈະເອົາ “ປາຄູ່” ທີ່ປີ້ງໄວ້ຕັ້ງແຕ່ ມື້ທຳອິດທີ່ຢູ່ກັມ ໃໝ່ມາກິນແລະ ກິນອາຫານອື່ນໆ ໄດ້ຕາມປົກກະຕິ ຫຼັງຈາກນັ້ນ ແມ່ລູກອ່ອນ ຈະຕ້ອງໄປຂໍ ສົມມາ ໝໍຕຳແຍ ທີ່ໄດ້ຊ່ວຍໃນ ການອອກລູກ ລາງຄົນກໍມີເງິນ ໄປໃຫ້ໝໍຕຳແຍ ທີ່ເປັນເງິນບໍ່ຫຼາຍ ຄືບໍ່ຮອດນຶ່ງບາດ ຫຼືລາງຄົນກໍເອົາ ແພບ່ຽງໄປໃຫ້.

ການລ້ຽງແອນ້ອຍ ຂອງຄົນພວນ ຈະໃຊ້ໝາກກ້ວຍ ທະນີອອງບົດໃສ່ ກັບເຂົ້າໃຫ້ກິນ ຫຼືຖ້າແມ່ໄປເຮັດວຽກ ລູກຢາກກິນນົມ ກໍໄປຂໍນົມຈາກ ແມ່ລູກອ່ອນຜູ້ອື່ນ ໄດ້ ໂດຍຕ້ອງເອົາເງິນ ໄປຊື້ຄືໃຊ້ເງິນ ສະຫຼຶງດຽວ ຫຼືບໍ່ເຖິງບາດໄປຊື້ ຮ້ອງວ່າ “ໄປແຂງນົມ” ຊຶ່ງຈະຊື້ກັນແຕ່ ເທື່ອທຳອິດເທົ່ານັ້ນ ເທື່ອຕໍ່ໄປກໍ ບໍ່ຕ້ອງໃຫ້ເງິນ ຊຶ່ງຄົນພວນເຊື່ອວ່າ ຖ້າບໍ່ຊື້ນ້ຳນົມ  ຈະບໍ່ອອກ.

ການຂໍນົມກັນ ໃຫ້ລູກນີ້ ຄົນພວນຖືວ່າ ເປັນເລື້ອງປົກກະຕິ ເພາະເປັນການຊ່ວຍ ເຫຼືອກັນຊຶ່ງນອກ ຈາກຈະເຮັດໃຫ້ຄົນ ໃນຊຸມຊົນມີຄວາມ ຮັກແພງກັນແລ້ວ ແອນ້ອຍທີ່ໄດ້ ກິນນົມ ກໍຈະເປັນຄົນທີ່ ຮັກແກ່ນຄົນໃນ ຊຸມຊົນສືບຕໍ່ໄປ.

ຈະເຫັນໄດ້ວ່າ ບໍ່ວ່າຈະເປັນພິທິ ກັມຫຍັງກໍດີ ຄົນພວນມັກຈະເອົາມາ ເປັນສາຍເຫດໃຫ້ ຄົນຮັກແກ່ນກັນໄດ້ ທຸກເລື້ອງ ສະເພາະແມ່ນການ ຂໍນົມໃຫ້ລູກກິນນີ້ ແມ່ນວິທີການ ທີ່ເຮັດໃຫ້ລູກຫຼານ ຮັກແພງກັນ ເມື່ອຂໍນົມກັນ ໄປກັນມາ ຄົນທັງຊຸມຊົນກໍມີ ຄວາມຮັກແກ່ນກັນ ທັງໝົດ ເພາະຖືວ່າ ຄົນທັງໝົດໄດ້ ກິນນົມຮ່ວມກັນ ຜູ້ນີ້ເປັນແມ່ນ້າ ແມ່ນົມຜູ້ນັ້ນ ຜູ້ນັ້ນກໍເປັນ ແມ່ນ້າແມ່ນົມ ຜູ້ນີ້ ດັ່ງນັ້ນ ສັງຄົມຄົນພວນ ຈຶ່ງຮັກແພງກັນດັ່ງ ເປັນສາຍເລືອດດຽວກັນ.

ທ່ານຜູ້ຟັງທີ່ ຮັກແພງ ເວລາສຳລັບ ລາຍການຂອງເຮົາ ໃນສັປດານີ້ ໄດ້ສິ້ນສຸດລົງແລ້ວ ເຊີນທ່ານຮັບຟັງ ເລື້ອງຂອງ “ບ້ານລາວໃນໄທຍ ແຕ່ອາດີດຫາ ປັດຈຸບັນ”  ໄດ້ໃໝ່ໃນສັປດາໜ້າ ຊຶ່ງຈະໄດ້ສເນີ ເລື້ອງການບວດແລະ ການຕາຍຂອງຄົນພວນ ບ້ານປ່າແດງ ຕາແສງໜອງພະຍອມ ເມືອງຕະພານຫີນ ແຂວງພິຈິດ ຂອງໄທ.

ສຳລັບສັປດານີ້ ຂໍໄດ້ຮັບຄວາມ ປາຖນາດີຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ ແລະຂ້າພະເຈົ້າ ວຽງໄຊ ຜູ້ສເນີ ສະບາຍດີ.

 


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.