ບ້ານລາວ ໃນປະເທດໄທ: ຕອນທີ 97

ໃນຣາຍການ ບ້ານລາວໃນໄທ ແຕ່ອາດີດຫາ ປັດຈຸບັນ ສັປດານີ້ ວຽງໄຊ ຈະເວົ້າເຖິງບົດບາດ ແລະຄວາມສຳຄັນ ຂອງໝໍພອນ ໃນສັງຄົມຂອງຄົນພວນ ບ້ານປ່າແດງ ຜູ້ຊຶ່ງເທົ່າກັບເປັນ ຜູ້ຮັກສາຄວາມເປັນພວນ ຕັ້ງແຕ່ບູຣານະການ ມາເຖິງເທົ້າທຸກມື້ນີ້.
ວຽງໄຊ
2007.11.20

ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ ແລະຮັກແພງ ເມື່ອສັປດາທີ່ຜ່ານມາ ເຮົາໄດ້ສເນີປະເພນີ ກ່ຽວກັບການແຕ່ງດອງ ຂອງແມ່ຍິງກັບຜູ້ຊາຍ ທີມັກຮັກກັນ ແຕ່ພໍ່ແມ່ຂອງ ທັງສອງຝ່າຍບໍ່ເຫັນພ້ອມ ຍ້ອນວ່າຍິງຊາຍ ຄູ່ດັ່ງກ່າວກ່ຽວຂ້ອງ ເປັນຍາຕິພີ່ນ້ອງກັນ ແຕ່ວ່າຍິງຊາຍດັ່ງກ່າວ ໄດ້ໂຕນໜີໄປນຳກັນ ພໍ່ແມ່ທັງຝ່າຍຍິງ ແລະຝ່າຍຊາຍຈຶ່ງຈຳໃຈ ໃຫ້ຄົນທັງຄູ່ແຕ່ງງານກັນ.

ການແຕ່ງງານດ້ວຍການ ໂຕນໜີໄປນຳກັນນີ້ ຈະທຳພິທີເທິງເຮືອນ ຝ່າຍໃດນຶ່ງບໍ່ໄດ້ ເປັນອັນຂາດ ຕ້ອງໄດ້ປຸກຜາມເຮັດພິທີ ຢູ່ເດີ່ນກາງບ້ານ ແລ້ວເຖົ້າແກ່ຝ່າຍ ຊາຍກໍມອບເງິນຄ່າຕ່າງໆ ເປັນຄ່າດອງແລ້ວໆ ກໍຈະປະກາດວ່າ ລູກໃພ້ລູກເຂີຍຄູ່ນີ້ ຍັງບໍ່ມີບ່ອນຢູ່ອາໃສ ຖ້າຜູ້ໃດຕ້ອງການ ຈະໃຫ້ໄປຢູ່ດ້ວຍ ກໍໃຫ້ແຕ່ງຂັນຫ້າ ມາຂໍເອົາ ແລ້ວພໍ່ແມ່ຂອງຝ່າຍຊາຍ ກໍຈະແຕ່ງຂັນຫ້າ ຂໍລູກແລະລູກໃພ້ ພ້ອມກັບຮັບເອົາ ຜົວເມັຽໃໝ່ໄປ ຢູ່ເຮືອນຂອງພວກກ່ຽວ ເປັນອັນວ່າຈົບພິທີ.

ສັປດານີ້ ເຮົາຈະໄດ້ສເນີບຸກຄົນ ທີ່ມີຄວາມສຳຄັນ ຕໍ່ພີທີກັມຂອງ ຄົນພວນບ້ານປ່າແດງ ນັ້ນກໍ່ຄືໝໍພອນນັ້ນເອງ. (ສຽງພໍ່ເຖົ້າສະອາດ ທອງທະວີ ສູດຂວັນຕົວຢ່າງ)

ນັ້ນແມ່ນສຽງສູດຂວັນຂອງ ພໍ່ເຖົ້າສະອາດ ທອງທະວີ ໝໍພອນຄົນພວນ ບ້ານປ່າແດງ ຕາແສງໜອງພະຍອມ ເມືອງຕະພານຫີນ ແຂວງພິຈິດ ສຽງສູດແບບນີ້ ຈະມີໃຫ້ໄດ້ຍິນ ຢູ່ທຸກວຽກງານທີ່ມີ ການທຳພິທີ ຍ້ອນວ່າໝໍພອນ ຄືບຸກຄົນທີ່ຈະ ປາສຈາກບໍ່ໄດ້ແລະ ທີ່ສຳຄັນໄປກວ່ານັ້ນ ກໍຄືໝໍພອນເປັນ ຜູ້ຕ່າງໜ້າຂອງຄວາມ ເປັນພວນທີ່ຍັງມີຊີວິດ ແລະຈັບຕ້ອງໄດ້.

ພໍ່ເຖົ້າສະອາດ ທອງທະວີ ແມ່ນໝໍພອນຜູ້ນຶ່ງ ໃນຈຳນວນທັງໝົດ 4ຄົນທີ່ບ້ານປ່າແດງ ແລະໝໍພອນອີກ3ຄົນ ໄດ້ແກ່ພໍ່ເຖົ້າໃສ ພໍ່ເຖົ້າບຸນແລະພໍ່ເຖົ້າວັນ ຫຼືພໍ່ເຖົ້າ ສຸວັນ ຊຶ່ງໝໍພອນທີ່ໄລ່ຊື່ ມານີ້ລ້ວນແລ້ວ ແຕ່ມີອາຍຸ 70ປີປາຍຫາ82ປີ. ພໍ່ເຖົ້າສະອາດ ເວົ້າເຖິງໝູ່ໝໍພອນ ຢູ່ບ້ານປ່າແດງດ້ວຍກັນວ່າ:(ສຽງພໍ່ເຖົ້າສະອາດ  ທອງທະວີ: ໝໍພອນບ້ານປ່າແດງ)

ເຖິງວ່າບ້ານປ່າແດງ ພຽງບ້ານດຽວຈະມີ ໝໍພອນຢູ່ເຖິງ 4ຄົນແຕ່ພວກເຂົາເຈົ້າ ກໍບໍ່ເຄີຍຂັດແຍ່ງກັນເລື້ອງ ຜົນປໂຍດແຕ່ຢ່າງໃດເລີຍ ສາຍເຫດກໍເປັນຍ້ອນວ່າ ວຽກງານພິທີກັມ ສຳລັບຄົນພວນນັ້ນ ມີຢູ່ຢ່າງຫລວງຫລາຍ ບໍ່ວ່າຈະເປັນການບວດ ການແຕ່ງດອງ ການຂຶ້ນເຮືອນໃໝ່ ຫລືແມ່ນແຕ່ການ ເຮັດບຸນຫາຜູ້ຕາຍ ກໍລ້ວນແລ້ວແຕ່ຕ້ອງໃຊ້ ບໍຣິການຂອງ ໝໍພອນທັງໝົດ ຫລືຈະເວົ້າອີກ ຢ່າງນຶ່ງກໍຄື ບົດບາດແລະພັນທະ ໜ້າທີ່ຂອງໝໍພອນ ນັ້ນແຝງຢູ່ກັບຊີວິດ ຂອງຄົນພວນ ແຕ່ເກີດຫາຕາຍ ນັ້ນເອງ. ພໍ່ເຖົ້າສະອາດເວົ້າເຖິງ ບົດບາດພັນທະໜ້າທີ່ ຂອງໝໍພອນສູ່ຟັງວ່າ: (ສຽງພໍ່ເຖົ້າສະອາດ ທອງທະວີ ໝໍພອນສູດຫຍັງແດ່)

ຢູ່ເຂດພາກກາງຂອງໄທ ການສູດຂວັນໂດຍສະເພາະ ແມ່ນການສູດຂວັນນາກ ຫຼືສູດຂວັນໃຫ້ແກ່ ຜູ້ທີ່ຈະບວດໃນ ພຸທສາສນານັ້ນ ຖືໄດ້ວ່າເປັນ ທຸຣະກິດຊນິດນຶ່ງ ໄປແລ້ວຍ້ອນຄົນໄທຖືວ່າ ການບວດເປັນການຕອບ ບຸນແທນຄຸນໃຫ້ພໍ່ແມ່ ຜູ້ທີ່ໃຫ້ກຳເນິດ ແລະພໍ່ແມ່ເອງກໍຖືວ່າ ຖ້າໄດ້ບວດລູກຊາຍ ກໍຈະໄດ້ບຸນຫລາຍ ຊຶ່ງຄົນໄທ ຮ້ອງວ່າ “ໄດ້ເກາະເຊີງແພ ລູກຊາຍຂຶ້ນສວັນ” ດັ່ງນັ້ນໃນໄລຍະໜ້າແລ້ງ ຖືວ່າເປັນເທສການ ການບວດສຳລັບປະເທດໄທ ແລະຄົນໄທຈະລົງທຶນ ກັບການບວດ ຢ່າງບໍ່ຄຶດເສັຽດາຍ ເງິນຄຳເພາະວ່າແຂກ ທີ່ໄດ້ຮັບບັດເຊີນ ຈະເອົາເງິນມາເພາະໂມ ບໍ່ໃຫ້ນ້ອຍໜ້າ ຈົນລາງຄົນບໍ່ມີເງິນໃຊ້ ກໍຫາເລື້ອງບວດ ເພື່ອຈະໄດ້ເງິນ ຈາກແຂກກໍມີ.

ໃນກອງບວດຂອງ ຄົນໄທກອງນຶ່ງໆ ຈະມີເງິນໝູນວຽນ ເປັນແສນເປັນລ້ານບາດ ແລະຄ່າໃຊ້ຈ່າຍທີ່ ສຳຄັນໃນການບວດ ກໍຄືຄ່າຈ້າງໝໍສູດຂວັນ ຫຼືໝໍພອນຈຶ່ງເຮັດ ໃຫ້ໝໍພອນຄົນໄທ ມີຣາຍໄດ້ດີແລະ ຈຶ່ງປາກົດວ່າ ມີນັກຮ້ອງດັງໆ ໃນພາກກາງຂອງໄທ ໄດ້ຫັນໜ້າມາປະກອບ ອາຊີບເປັນໝໍພອນ ຢ່າງຫຼວງຫຼາຍທັງນັກຮ້ອງ ຊາຍແລະນັກຮ້ອງຍິງ ເຊັ່ນໄວພົດເພັດສຸພັນ ໄຊຊະນະບຸນນະໂຊດ ຍອດຮັກສລັກໃຈ ຂວັນຈິດສີປະຈັນ ທົສພົນຫິມະພານ ເປັນຕົ້ນເນື່ອງຈາກວ່າ ໝໍພອນຫລືທີຄົນ ໄທຮ້ອງວ່າ “ໝໍທຳຂວັນນາກ” ນັ້ນມີຣາຍໄດ້ ຫລາຍກວ່າການເປັນ ນັກຮ້ອງຫລາຍເທົ່າຕົວ ແລະຍັງມີວຽກງານ ຫລາຍກວ່ານັກຮ້ອງນັ້ນເອງ.

ແລະນີ້ກໍເປັນເງື່ອນໄຂ ອີກອັນນຶ່ງທີ່ເຮັດໃຫ້ ໝໍພອນບ້ານປ່າແດງ ບໍ່ຂັດແຍ່ງຫຼື ຍາດລູກຄ້າກັນ ນັ້ນກໍຄືວ່າຄ່າຈ້າງ ໝໍພອນຄົນພວນນັ້ນ ຖືກແສນຖືກ ເມື່ອປຽບທຽບ ກັບຄ່າຈ້າງໝໍພອນຄົນໄທ ຄ່າຈ້າງໝໍພອນ ຄົນພວນຖືວ່າມີຄ່າ ຕ່ຳທີ່ສຸດເນື່ອງຈາກວ່າ ໝໍພອນຄົນພວນ ຄິດຄ່າຈ້າງເທື່ອລະ 100-200ບາດເທົ່ານັ້ນ ແຕ່ວ່າໝໍ ພອນຄົນໄທຄິດໄລ່ ຄ່າຈ້າງເປັນເງິນໄທ ຢ່າງໜ້ອຍ2-3ພັນບາດ ໂດຍສະເພາະຄ່າຈ້າງ ໃນການແຕ່ງດອງນັ້ນ ໝໍພອນໄທ ເຖິງຂນາດຄິດໄລ່ ເປັນເປີເຊັນຈາກເງິນ ຄ່າດອງ. ພໍ່ເຖົ້າສະອາດ ທອງທະວີ ປຽບທຽບຄ່າຈ້າງ ຂອງໝໍພອນພວນກັບ ໝໍພອນໄທໃຫ້ຟັງວ່າ:  (ສຽງພໍ່ເຖົ້າສະອາດ ທອງທະວີຄ່າຕົວໝໍພອນ)

ເມື່ອສະພາບການ ທາງເສຖກິດແລະ ສັງຄົມຂອງໄທປ່ຽນແປງໄປ ວິຖີຊີວິດຂອງຄົນພວນ ບ້ານປ່າແດງກໍ ປ່ຽນແປງ ໄປເຊັ່ນດຽວກັນ ຄົນພວນຮຸ່ນໃໝ່ ໄດ້ຮັບການ ສຶກສາສູງຂຶ້ນ ກວ່າຄົນຮຸ່ນກ່ອນ ການສຶກສາໄດ້ເຮັດ ໃຫ້ຄົນພວນຮຸ່ນໃໝ່ ຕ້ອງອອກຈາກບ້ານ ເຂົ້າສູ່ເມືອງແລະບາງກອກ ເຮັດໃຫ້ຫ່າງເຫີນ ໄປຈາກວັທນະທັມ ພວນໄປເປັນສ່ວນຫລາຍ ແລະການອອກຈາກບ້ານ ກໍເຮັດໃຫ້ຄົນຮຸ່ນໃໝ່ ໄດ້ຮັບເອົາວັທນະທັມ ຈາກຕ່າງຖິ່ນເຂົ້າມາ ສູ່ບ້ານປ່າແດງ ດ້ວຍເຊັ່ນກັນ.

ແຕ່ຢ່າງໃດກໍດີ ສຳລັບໝໍພອນແລ້ວ ກັບບໍ່ໄດ້ຮັບຜົນສະທ້ອນ ຈາກຄວາມປ່ຽນແປງ ແຕ່ຢ່າງໃດເລີຍ ກົງກັນຂ້າມການກັບ ເຂົ້າມາຈາກຖິ່ນອື່ນ ຂອງຄົນບ້ານປ່າແດງ ຊ້ຳພັດເຮັດໃຫ້ໝໍພອນ ມີວຽກງານເພີ່ມຕື່ມຂຶ້ນ ຍ້ອນວ່າຄົນເຫຼົ່ານັ້ນ ມີເງິນມີຄຳ ກໍສ້າງເຮືອນໃໝ່ ຈົບການສຶກສາ ອາຍຸພໍບວດກໍກັບບ້ານ ມາບວດແລະຫລາຍ ຕໍ່ຫລາຍຄົນກໍໄດ້ ຄົນຮັກແລະກັບມາ ແຕ່ງດອງກັນຢູ່ບ້ານເກີດ ຊຶ່ງລ້ວນແລ້ວແຕ່ຕ້ອງ ໄດ້ຊົມໃຊ້ບໍຣິການ ຂອງໝໍພອນທັງໝົດ. ພໍ່ເຖົ້າສະອາດ ທອງທະວີເລົ່າ ປະສົພການຂອງ ການເປັນໝໍພອນ ແລະໄດ້ສູດຂວັນໃຫ້ ກັບຄົນພວນທຸກ ປະເພດວ່າ: (ສຽງ ພໍ່ເຖົ້າສະອາດ ທອງທະວີ ສູດຂວັນໃຫ້ ກັບຄົນຫຼາຍປະເພດ)

ການຈ້າງໝໍພອນ ມາສູດຂວັນ ນອກຈາກຈະປະຫຍັດ ຄ່າໃຊ້ຈ່າຍແລ້ວເຈົ້າພາບ ຫຼືຜູ້ຈ້າງຍັງໄດ້ຊື່ວ່າ ເປັນຜູ້ສືບທອດ ວັທນະທັມອັນດີຂອງ ຊາວພວນນຳອີກ ດັ່ງນັ້ນໝໍພອນ ຈຶ່ງຍັງຢູ່ຄຽງຄູ່ກັບ ວິຖີຊີວິດຂອງຄົນ ບ້ານປ່າແດງຕລອດໄປ.

ທ່ານຜູ້ຟັງທີ່ຮັກແພງ ເວລາສຳລັບລາຍການ ຂອງເຮົາໃນສັປດານີ້ ໄດ້ສິ້ນສຸດລົງແລ້ວ ເຊີນທ່ານຮັບຟັງເລື້ອງຂອງ “ບ້ານລາວໃນໄທຍແຕ່ອາດີດ ຫາປັດຈຸບັນ”  ໄດ້ໃໝ່ໃນສັປດາໜ້າ ຊຶ່ງຈະໄດ້ສເນີເລື້ອງ ຂອງໝໍພອນທັງ ພໍ່ເຖົ້າສະອາດ ແລະໝໍພອນຄົນ ອື່ນໆອີກຕໍ່ໄປ. ສຳລັບສັປດານີ້ ຂໍໄດ້ຮັບຄວາມປາຖນາດີຈາກ            ແສງແກ້ວແກ່ນທັມ ຜູ້ຮຽບຮຽງ ແລະຂ້າພະເຈົ້າວຽງໄຊ ຜູ້ສເນີ...  ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.