ບ້ານລາວ ໃນປະເທດໄທ: ຕອນທີ 96

ໃນຣາຍການ ບ້ານລາວໃນໄທ ແຕ່ອາດີດຫາປັດຈຸບັນ ສັປດານີ້ ວຽງໄຊ ຈະເວົ້າເຖິງ ປະເພນີກິນດອງ ຂອງຄົນພວນ ບ້ານປ່າແດງ ແຂວງພິຈິຕ ຂອງໄທຕໍ່ ໃນກໍຣະນີ ທີ່ຍ້ອນເຫດຜົນ ອັນໃດກໍ່ດີ ປະເພນີຖືວ່າ ຍິງຊາຍຄູ່ນຶ່ງ ບໍ່ສາມາດແຕ່ງງານ ກັນໄດ້ ແຕ່ຄົນທັງສອງ ຫາກຍັງຝ່າຝືນ ໂດຍໂຕນໄປນຳກັນນັ້ນ ປະເພນີພວນ ຈະແກ້ໄຂ ສຖານະການຢ່າງໃດ. ເຊີນທ່ານຕິດຕາມ ຮັບຟັງໄດ້
ວຽງໄຊ
2007.11.20

ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ ແລະຮັກແພງ:

ເມື່ອສັປດາທີ່ຜ່ານມາ ເຮົາໄດ້ສເນີກ່ຽວກັບ ປະເພນີ ປະຕິບັດ ຂອງການເກີດຈົນຮອດ ການຕາຍຂອງຄົນພວນ ບ້ານປ່າແດງ ຮວມທັງເລື້ອງການ ແຕ່ງດອງ ມາເຖິງ ຕອນທີ່ຍໍ ຂັນໝາກເຈົ້າບ່າວ ໄປເຮືອນເຈົ້າສາວ ແລ້ວ ເຖົ້າແກ່ຝ່າຍເຈົ້າສາວ ກໍຈະໃຫ້ຄົນຍໍ ຂັນໝາກຂອງຝ່າຍ ເຈົ້າສາວມາຕັ້ງຮຽງກັນ ແລ້ວເຖົ້າແກ່ ທັງສອງຝ່າຍ ກໍເຊີນກັນມາ ຄ້ຽວໝາກ ຕໍ່ຈາກນັ້ນເຖົ້າແກ່ ຝ່າຍເຈົ້າບ່າວ ກໍມອບເຄື່ອງຕ່າງໆ ທີ່ຍໍມາໃຫ້ ຝ່າຍເຈົ້າສາວ ອັນໄດ້ແກ່ເງິນຄ່າຕົວ ຂອງເຈົ້າສາວ ເງິນຄ່ານ້ຳນົມແລະ ອື່ນໆ.

ເຈົ້າບ່າວຍັງຈະຕ້ອງ ຈ່າຍເງິນພິເສດຕຶ່ມອີກ ຖ້າເຈົ້າສາວມີ ອ້າຍຫຼືເອື້ອຍ ທີ່ຍັງບໍ່ທັນໄດ້ ກິນດອງເທຶ່ອ ໃນກໍຣະນີດັ່ງກ່າວ ເຈົ້າບ່າວຈະຕ້ອງໄດ້ ໃຫ້ເງິນແກ່ອ້າຍ-ເອື້ອຍຂອງເຈົ້າສາວ ຫຼືຖ້າຫາກວ່າ ເຈົ້າສາວເປັນສາວ ທີ່ຍັງບໍ່ເຄີຍ ແຕ່ງດອງມາກ່ອນ ແຕ່ວ່າເຈົ້າບ່າວ ເປັນພໍ່ຮ້າງພໍ່ໝ້າຍ ເຈົ້າບ່າວກໍ່ຈະຕ້ອງ ໄດ້ຈ່າຍເງິນເພິ່ມຕື່ມ ເປັນກໍຣະນີ ພິເສດອີກ.

ສັປດານີ້:ຈະໄດ້ສເນີ ປະເພນີຂອງ ຄົນພວນບ້ານປ່າແດງ ແຂວງພິຈິດຂອງໄທ ຕໍ່ໄປ ໃນກໍຣະນີ ທີ່ບ່າວ-ສາວ ໂຕນນຳກັນ ປະເພນີຂອງ ພວກເຂົາເຈົ້າຈະເຮັດ ແນວໃດ. 

ການກິນດອງຖືວ່າ ເປັນບາດກ້າວທຳອິດ ໃນການສ້າງຄອບຄົວ ຄອບຄົວ ຊຶ່ງເປັນຮາກຖານ ອັນສຳຄັນຂອງສັງຄົມ ດັ່ງນັ້ນ ການສ້າງຄອບຄົວ ຈຶ່ງມີຄວາມສຳຄັນ ເພາະເປັນການສ້າງ ສັງຄົມ ສ້າງປະເທດຊາດ ບ້ານເມືອງ ຊົນຊາດແລະຊົນເຜົ່າຕ່າງໆ ຈຶ່ງໃຫ້ຄວາມສຳຄັນ ໃນການກິນດອງ.

ການສ້າງຄວາມສຳຄັນ ໃຫ້ແກ່ກິຈກັມ ຢ່າງໃດຢ່າງນຶ່ງ ທຸກສັງຄົມໃນໂລກ ໄດ້ເຮັດຄືກັນໝົດ ນັ້ນກໍຄືເຮັດ ໃຫ້ກິຈກັມນັ້ນໆ ມີຄວາມລະອຽດ ເລິກແລບ ມີຫລາຍຂັ້ນ ຫລາຍຕອນ ຫລືຈະເວົ້າອີກຢ່າງນຶ່ງ ກໍຄືຕ້ອງເຮັດໃຫ້ ກິຈກັມນັ້ນມີ ຄວາມສັກສິດ ຄວາມສັກສິດຢູ່ທີ່ ການມີຄົນຈຳນວນ ຫລາຍເຂົ້າຮ່ວມ ເນື່ອງຈາກການຮ່ວມພິທີ ເປັນທັງການ ຮ່ວມຈິດຮ່ວມໃຈ ແລະການຮັບຮອງ ຄວາມຖືກຕ້ອງ ຂອງກິຈກັມນັ້ນໆ.

ເມື່ອຄົນຈຳນວນຫລາຍ ຮັບຮູ້ກິຈກັມນັ້ນ ກໍຈະເຮັດໃຫ້ ຜູ້ເຂົ້າພິທີກັມ ຄື:ຄູ່ຜົວ-ເມັຽ ເກີດຄວາມສຳນຶກ ຢູ່ຕລອດເວລາວ່າ ຈະຕ້ອງເຮັດໃຫ້ ມະຫາຊົນບໍ່ຜິດຫວັງ ຈະຕ້ອງຄອງຄູ່ຢູ່ໄປ ຈົນຕລອດຊີວິດ ແລະ ຕ້ອງໄດ້ສູ້ຊົນ ຜ່ານຜ່າອຸປສັກ ໃນການສ້າງຕັ້ງ ຄອບຄົວ ເພື່ອບໍ່ໃຫ້ສັງຄົມ ຜິດຫວັງ ດັ່ງນັ້ນການແຕ່ງດອງ ທີ່ທຳພິທີ ຈຶ່ງເປັນຄືສັນຍາ ປະຊາຄົມທີ່ ຜົວ-ເມັຽ ຈະມີຕໍ່ສັງຄົມ ຢ່າງນຶ່ງ.

ໃນອີກດ້ານນຶ່ງ ຖ້າບ່າວ-ສາວ ຢູ່ກິນກັນແບບຜົວເມັຽ ໂດຍບໍ່ມີພິທີ ແຕ່ງດອງກັນ ກໍ່ໝາຍຄວາມວ່າ ຄູ່ນີ້ບໍ່ໄດ້ຄຶດ ເຖິງຄວາມຮູ້ສຶກ ຫຼືຄວາມຫວັງຂອງ ມະຫາຊົນ ຈະປະຖິ້ມກັນ ມື້ໃດກໍໄດ້ ໂດຍບໍ່ຈຳເປັນຕ້ອງ ຄິດເຄືອງຫຍັງ ດັ່ງນັ້ນປະເທດຊາດ ຫຼືສັງຄົມທີ່ຈະເລີນ ຮຸ່ງເຮືອງ ມີຄວາມໝັ້ນແກ່ນ ແໜ້ນໜາ ບໍ່ວ່າຈະເປັນ ອິນເດັຽ ຈີນ ໂຣມ ອິຢິບ ລ້ວນແຕ່ມີພິທີ ກັມທີ່ເລິກແລບ ແລະຫຼວງຫຼາຍ. 

ສຳລັບຄົນພວນ ເຖິງວ່າພວກເຂົາເຈົ້າ ຈະບໍ່ມີປະເທດຊາດ ຂອງຕົນເອງ ແຕ່ຕ້ອງໄດ້ຢູ່ ປະປົນກັບປະຊາຊົນ ຂອງປະເທດອື່ນ ແຕ່ສິລປະ ວັທນະທັມ ແລະປະເພນີ ກໍຍັງດຳລົງຄົງຕົວ ຢູ່ເທົ່າທຸກມື້ນີ້ ສິ່ງສຳຄັນທີ່ເຮັດ ໃຫ້ອັດຕາລັກ ເອກລັກ ແລະຄວາມເປັນພວນ ຍັງຢູ່ໄດ້ ສ່ວນສຳຄັນກໍຄື ການທີ່ຄົນພວນ ຍັງຮັກສາ ພິທີກັມຂອງ ພວນ ໄວ້ນັ້ນເອງ.

ໂດຍສະເພາະແມ່ນ ພິທີກັມໃນການ ແຕ່ງດອງ ຊຶ່ງຖືວ່າເປັນການ ເລິ້ມຕົ້ນໃນການສ້າງ ຄອບຄົວ ແລະສ້າງສັງຄົມ ທີ່ຈະເຮັດໃຫ້ ຊົນເຜົ່າພວນ ຍັງສາມາດ ສືບເຊື້ອສາຍ ກັນຕໍ່ໄປໄດ້. 

ແຕ່ຢ່າງໃດກໍດີ ເຖິງວ່າການແຕ່ງດອງ ຈະເຮັດໃຫ້ເຊື້ອສາຍ ແລະ ສັງຄົມໝັ້ນແກ່ນ ແຕ່ຖ້າບ່າວສາວ ເປັນຄົນຄອບຄົວດຽວກັນ ຫຼືເປັນເຊື້ອສາຍ ຍາດພີ່ນ້ອງດຽວກັນ ແລ້ວມາແຕ່ງດອງກັນ ແທນທີ່ຈະເຮັດໃຫ້ ສັງຄົມໝັ້ນແກ່ນຂຶ້ນ ຊ້ຳພັດຈະເຮັດໃ ຫ້ເກີດຜົນທາງ ກົງກັນຂ້າມ ຄື:ຈະເຮັດໃຫ້ສັງຄົມ ຫຍຸ້ງຍາກສັບສົນ ຊຶ່ງໃນທາງ ວິທຍາສາດ ກໍອະທິບາຍວ່າ ການແຕ່ງງານຂອງຄົນ ໃນຄອບຄົວ ຫຼືຕະກູນດຽວກັນ ຈະເຮັດໃຫ້ເຊື້ອພັນ ອ່ອນແອ ເປັ້ຽລ່ອຍລົງເລື້ອຍໆ ແລະຈະດັບສູນ ໄປໃນທີ່ສຸດ ສັງຄົມຄົນພວນ ຖືວ່າການແຕ່ງດອງ ໃນລັກສະນະນີ້ ເປັນສິ່ງຂະລຳ ແລະ ຫ້າມບໍ່ໃຫ້ເຮັດເດັດຂາດ.

ແຕ່ໃນຄວາມເປັນຈິງແລ້ວ ທຸກສັງຄົມຍ່ອມ ຈະມີຜູ້ເຮັດ ຜິດຮີດຜິດຄອງ ປະເພນີຢູ່ສເມີ ໃນກໍຣະນີນີ້ ບັນພະບຸຣຸດ ຂອງຄົນພວນກໍໄດ້ ຄຶດຫາທາງອອກ ເອົາໄວ້ ເຊັ່ນກັນ.

ຍິງຊາຍທີ່ມັກຮັກກັນ ແຕ່ພໍ່ແມ່ຂອງ ທັງສອງຝ່າຍບໍ່ເຫັນພ້ອມ ຍ້ອນວ່າຖ້າຈະໃຫ້ ຄົນທັງສອງ ແຕ່ງງານກັນ ກໍຈະເປັນການ ຜິດປະເພນີ ຢ່າງຮ້າຍແຮງ ເຊັ່ນ: ແມ່ຍິງ-ຜູ້ຊາຍ ທີ່ກ່ຽວຂ້ອງເປັນ ຍາດຕິພີ່ນ້ອງກັນ ໂດຍຝ່າຍຜູ້ຊາຍ ມີຖານະເປັນ ນ້ອງຂອງຝ່າຍຍິງ ຫຼືທີ່ຄົນພວນ ຮ້ອງວ່າ “ຊາຍເປັນເຊື້ອນ້ອງ ຍິງເປັນເຊື້ອພີ່”   ໃນກໍຣະນີນີ້ ຍິງແລະຊາຍຄູ່ນີ້ ຈະແຕ່ງງານກັນ ບໍ່ໄດ້.

ເຖິງແມ່ນວ່າຝ່າຍຊາຍ ຈະເປັນລູກຜູ້ອ້າຍ ຫລືຜູ້ເອື້ອຍ ແລະຝ່າຍຍິງເປັນ ລູກຜູ້ນ້ອງ ຫຼືຝ່າຍຊາຍເປັນ ລູກຜູ້ນ້ອງ ຝ່າຍຍິງເປັນລູກ ຜູ້ເອື້ອຍຫລືຜູ້ອ້າຍ ຢ່າງໃດ ຢ່າງນຶ່ງກໍດີ ຄົນທັງສອງ ຈະແຕ່ງງານກັນ ບໍ່ໄດ້ເຊັ່ນກັນ ຄົນພວນຮ້ອງການ ຂະລຳແນວນີ້ວ່າ “ຕ່າວ.”

ເຖິງພໍ່ແມ່ຂອງ ທັງສອງຝ່າຍຈະ ໄດ້ອ້າງເຫດຜົນວ່າ ຍິງຊາຍຄູ່ດັ່ງກ່າວ ຈະແຕ່ງງານກັນ ບໍ່ໄດ້ແລ້ວກໍຕາມ ແຕ່ຍິງຊາຍຄູ່ນັ້ນ ກໍຍັງຕັດໃຈ ຈາກກັນບໍ່ໄດ້ ເພາະສະນັ້ນ ຝ່າຍຊາຍຈຶ່ງໄດ້ພາ ຝ່າຍຍິງໜີ ຫຼືແລ່ນນຳກັນ ເມື່ອພໍ່ແມ່ທັງສອງຝ່າຍ ໄດ້ຮູ້ຂ່າວ ແລະຮູ້ດີວ່າ ເຖິງຢ່າງໃດກໍບໍ່ ອາດສາມາດ ພາກຄົນທັງສອງ ອອກຈາກກັນໄດ້ ແລ້ວຈຶ່ງຈຳເປັນ ໃຫ້ຄົນທັງສອງ ດັ່ງກ່າວແຕ່ງງານກັນ.

ເຖົ້າແກ່ພໍ່ແມ່ ທັງສອງຝ່າຍກໍຈະ ອ່ວຍໜ້າເຂົ້າ ປຶກສາກັນ ເພື່ອຮ່ວມກັນຄຸ້ມຄອງ ການແຕ່ງງານໃຫ້ ກັບຍິງຊາຍທັງສອງ ຊຶ່ງການແຕ່ງງານ ດ້ວຍການໜີໄປ ນຳກັນນີ້ ຈະທຳພິທີ ເທິງເຮືອນຝ່າຍໃດ ຝ່າຍນຶ່ງບໍ່ໄດ້ ເປັນອັນຂາດ ເພາະຖືວ່າເປັນ ການຂະລຳຢ່າງສຳຄັນ. 

ການທຳພິທີ ແຕ່ງດອງ ໃຫ້ກັບແມ່ຍິງ-ຜູ້ຊາຍ ທີ່ໜີນຳກັນ ຊຶ່ງບໍ່ສາມາດ ຈະທຳພິທີຢູ່ ເທິງເຮືອນ ຝ່າຍໃດຝ່າຍນຶ່ງນີ້ ເຖົ້າແກ່ພໍ່ແມ່ ທັງສອງຝ່າຍຈະຕ້ອງ ໄດ້ປຸກ ຜາມຂຶ້ນຢູ່ເດີ່ນ ກາງບ້ານ ໝາຍເຖິງວ່າເປັນ ທີ່ສາທາຣະນະ ບໍ່ຈຳເປັນຈະຕ້ອງ ຢູ່ກາງບ້ານແທ້ໆ ສ່ວນຫຼາຍແລ້ວ ມັກຈະປຸກຜາມ ຢູ່ຕໍ່ໜ້າເຮືອນ ຂອງຝ່າຍຊາຍ ຊຶ່ງວ່າຈະປຸກ ໃຫ້ໃຫຍ່-ນ້ອຍ ກໍຂຶ້ນຢູ່ກັບ ຈຳນວນຂອງຜູ້ທີ່ ຈະເຂົ້າຮ່ວມພິທີ ດັ່ງນັ້ນ ຜາມທີ່ປຸກນີ້ ຈະຕ້ອງໃຫ້ພໍດີກັບ ຈຳນວນຜູ້ທີ່ ຈະເຂົ້າຮ່ວມພິທີ.

ຕໍ່ຈາກນັ້ນ ທັງສອງຝ່າຍ ກໍຈະເຊີນເອົາ ຜູ້ເຖົ້າຜູ້ແກ່ ພ້ອມທັງຍາດພີ່ນ້ອງ ຂອງທັງສອງຝ່າຍ ມາຮ່ວມພິທີ ແລະເມື່ອເຖິງ ມື້ສັນວັນດີ ຊຶ່ງເປັນວັນທີ່ ໄດ້ກຳນົດກັນ ໄວ້ແລ້ວ ບັນດາຜູ້ເຖົ້າຜູ້ແກ່ ແລະຍາດພີ່ນ້ອງ ຂອງທັງສອງຝ່າຍ ກໍຈະມາພ້ອມກັນ ຢູ່ຜາມບ່ອນ ຈັດພິທີ.

ເມື່ອຄົນທັງໝົດ ມາພ້ອມກັນແລ້ວ ເຖົ້າແກ່ຝ່າຍຊາຍ ກໍຈະເປັນຜູ້ເລິ້ມ ພິທີ ໂດຍການກ່າວມອບ ເງິນຕ່າງໆ ໃຫ້ແກ່ຝ່າຍຍິງ ຊຶ່ງເງິນດັ່ງກ່າວ ກໍມີຄືກັນ ກັບເງິນທີ່ໃຫ້ ໃນພິທີການ ແຕ່ງດອງປົກຕິ ເຊັ່ນ: ເງິນຄ່າຕົວຂອງເຈົ້າສາວ ຊຶ່ງກຳນົດກັນແຕ່ 4-12 ບາດ ເງິນຄ່ານ້ຳນົມ 2ສະຫຼຶງ ຫລືເຄິ່ງບາດ ເງິນຄ່າພາເຂົ້າ 2ບາດ ເງິນຄ່າ ຄວາຍ4ບາດ ເງິນຄ່າສາຍລຸງສາຍຕາ ໝາຍເຖິງເງິນສົມມາ ເຊື້ອທາງພໍ່ 2ບາດ.

ເມື່ອເຖົ້າແກ່ຝ່າຍຍິງ ຮັບມອບເງິນແລ້ວ ກໍຈະມອບໃຫ້ແກ່ ພໍ່ແມ່ຂອງຝ່າຍຍິງ ອີກຕໍ່ນຶ່ງ ເມື່ອພິທີມອບເງິນ ໃຫ້ກັນແລ້ວໆ ເຖົ້າແກ່ ກໍຈະປະກາດວ່າ ລູກໃພ້-ລູກເຂີຍ ຄູ່ນີ້ຍັງບໍ່ມີ ບ່ອນຢູ່ອາສັຍ ຖ້າແມ່ນຜູ້ໃດ ຕ້ອງການຈະໃຫ້ ໄປຢູ່ນຳກໍໃຫ້ ແຕ່ງຂັນດອກໄມ້ ຫຼືຂັນຫ້າມາຂໍ ນຳເຖົ້າແກ່ໄດ້.

ເມື່ອໄດ້ຍິນດັ່ງນັ້ນ ພໍ່ແມ່ຂອງຝ່າຍຊາຍ ກໍຈະແຕ່ງຂັນຫ້າ ຂໍລູກແລະລູກໃພ້ ນຳເຖົ້າແກ່ ພ້ອມກັບຮັບເອົາ ຜົວ-ເມັຽໃໝ່ ໄປຢູ່ເຮືອນຂອງ ພວກກ່ຽວ ເປັນອັນວ່າຈົບ ພິທີ ຊຶ່ງຈະເຫັນໄດ້ວ່າ ການແຕ່ງດອງນີ້ ເຮັດຂຶ້ນດ້ວຍຄວາມ ຈຳເປັນຈຳໃຈ ເປັນເລື້ອງ ໜ້າອັບອາຍຂາຍໜ້າ ຈຶ່ງເຮັດໃຫ້ພໍ ແລ້ວໆໄປຊື່ໆ.

ທ່ານຜູ້ຟັງທີ່ ຮັກແພງ ເວລາ ສຳລັບລາຍການ ຂອງເຮົາ ໃນສັປດານີ້ ໄດ້ສິ້ນສຸດລົງແລ້ວ ເຊີນທ່ານຮັບຟັງເລື້ອງ “ບ້ານລາວໃນໄທຍ ແຕ່ອາດີດຫາປະຈຸບັນ”  ໄດ້ໃໝ່ໃນສັປດາໜ້າ ຊຶ່ງຈະສເນີເລື້ອງ ຂອງບຸກຄົນທີ່ມີ ຄວາມສຳຄັນຕໍ່ ພິທີກັມຂອງຄົນພວນ ອັນໄດ້ແກ່ໝໍພອນ ນັ້ນເອງ.

ສຳລັບສັປດານີ້ ຂໍໄດ້ຮັບຄວາມ ປາຖນາດີຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ ແລະຂ້າພະເຈົ້າ ວຽງໄຊ ຜູ້ສເນີ ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.