ບ້ານລາວ ໃນປະເທດໄທ: ຕອນທີ 93
2007.11.20
ສະບາຍດີ ທ່ານຜູ້ຟັງທີ່ ເຄົາຣົບ ແລະຮັກແພງ ເມື່ອສັປດາ ທີ່ຜ່ານມາ ເຮົາໄດ້ສເນີ ເຖິງຄວາມສຳຄັນ ຂອງຮີດ12ຄອງ14 ຊຶ່ງເຮັດໃຫ້ ສັງຄົມມີຄວາມ ໝັ້ນແກ່ນ ແລະ ການຕ່ຳແຜ່ນແພ ຊຶ່ງເປັນ ວຽກງານນຶ່ງທີ່ ຖືວ່າສຳຄັນ ຂອງສັງຄົມຮີດ 12ຄອງ14.
ຄົນພວນ ບ້ານປ່າແດງ ຕາແສງ ໜອງພະຍອມ ເມືອງຕະພານຫີນ ແຂວງພິຈິດ ຂອງໄທ ເປັນສັງຄົມ ທີ່ຢຶດຖືຮີດ 12ຄອງ14 ມາແຕ່ພໍ່ແຕ່ແມ່ ຈຶ່ງເຮັດໃຫ້ ຊຸມຊົນ ບ້ານປ່າແດງ ມີລັກສະນະ ເດັ່ນກວ່າຊຸມຊົນ ຄົນໄທທົ່ວໄປ ໃນຕາແສງແລະ ເມືອງອ້ອມຂ້າງ ແລະດ້ວຍວຽກງານ ຕ່ຳແຜ່ນແພ ນີ້ເອງທີ່ເຮັດ ໃຫ້ກຸ່ມຕ່ຳແຜ່ນແພ ບ້ານປ່າແດງ ໄດ້ຮັບຣາງວັນ “ອຸດສາຫະກັມ ດີເດັ່ນຣະດັບ ປະເທດ” ແລະ ໄດ້ຕ່ຳແຜ່ນແພ ຜືນປະຫວັດສາດ ມີຄວາມຍາວເຖິງ 939 ແມັດ. ເນື່ອງໃນໂອກາດ ຄົບຮອບການ ສ້າງຕັ້ງ ແຂວງພິຈິດໄດ້ 939 ປີ (ສຽງລຳ : ລາວພວນ)
ໂຮງຮຽນ ຢູ່ປະເທດໄທ ມີຢູ່ 3ຣະດັບ ຄື ຊັ້ນ ອະນຸບານ ແຕ່ອະນຸບານ 1-3 ຊັ້ນປະຖົມ ສຶກສາແຕ່ ປ1ຫາປ6 ຊັ້ນມັທຍົມ ສຶກສາຕອນຕົ້ນ ມ1ຫາ ມ3 ແລະ ຊັ້ນມັທຍົມ ສຶກສາຕອນປາຍ ແຕ່ ມ4 ຫາ ມ6 ສໍາລັບໂຮງຮຽນ ບ້ານປ່າແດງ ນັ້ນເປັນໂຮງຮຽນ ທີ່ມີນັກຮຽນ ທັງຊັ້ນ ປະຖົມສຶກສາ ເຖິງມັທຍົມສຶກສາ ຕອນຕົ້ນຄື ມີຊັ້ນຮຽນແຕ່ ຊັ້ນ ປ1 ຫາ ປ6 ແລະ ມ1 ຫາ ມ3 ໂຮງຮຽນ ບ້ານປ່າແດງ ຕັ້ງຢູ່ໃຈກາງ ຂອງບ້ານ ຊຶ່ງເດັກແລະ ເຍົາວະຊົນ ທຸກຄົນຕ້ອງເຂົ້າ ຮຽນຢູ່ບ່ອນນັ້ນ ເພາະສະນັ້ນ ນັກຮຽນໂຮງຮຽນ ນີ້ຈຶ່ງເປັນ ຊາວໜຸ່ມ ຄົນພວນທັງໝົດ.
ມີຜູ້ ວິພາກວິຈານ ຢູ່ສເມີວ່າ ຣະບົບການ ສຶກສາຂອງໄທ ນັ້ນເປັນການສຶກສາ ຮຽນແຕ່ເລື້ອງ ໄກຕົວ ເພາະຜູ້ນຳ ດ້ານການສຶກສາ ຂອງໄທໄປຮຽນ ມາຈາກປະເທດ ຕາເວັນຕົກ ກໍຈຶ່ງສ້າງ ຫຼັກສູດ ທີ່ບໍ່ສອດຄ່ອງ ກັບວິຖີຊີວິດ ຂອງຄົນໄທ ເມື່ອນັກຮຽນ ຮຽນຈົບແລ້ວ ກໍຍັງບໍ່ສາມາດ ຈະເຮັດວຽກຢູ່ ກັບພໍ່ແມ່ ບໍ່ສາມາດ ເຮັດໄຮ່ ເຮັດນາ ຫຼືບໍ່ສາມາດ ສຶບຕໍ່ເຮັດອາຊີບ ຂອງຄອບຕົວໄດ້ ຍ້ອນວ່າເປົ້າໝາຍ ການສຶກສາ ຂອງໄທໄດ້ ແນໃສ່ການຮັບ ໃຊ້ຣະບົບ ອຸດສາຫະກັມ ບໍ່ໄດ້ຮັບໃຊ້ ວິຖີຊີວິດ ຂອງຄົນໄທ ຊຶ່ງເປັນສັງຄົມ ກະເສດຕະກັມ.
ຕໍ່ມາຈຶ່ງມີ ຄວາມພະຍາຍາມ ຫັນປ່ຽນຣະບົບ ການສຶກສາໃຫ້ ສອດຄ່ອງກັບຄວາມ ເປັນຢູ່ຂອງ ປະຊາຊົນ ຕົວຈິງຫຼາຍຂຶ້ນ ໂດຍການໃຫ້ ປະຊາຊົນ ທຸກທ້ອງຖິ່ນ ມີສ່ວນຮ່ວມໃນການ ວາງອອກຫລັກສູດ ການສຶກສາຂອງ ໂຮງຮຽນ ໃນຊຸມຊົນຂອງ ພວກເຂົາເຈົ້າ ຈຶ່ງໄດ້ມີການ ສ້າງຫຼັກສູດ ການຮຽນທີ່ນຳ ເອົາປູມຜະຫຍາ ຫຼືທີ່ຄົນໄທ ຮ້ອງວ່າ “ພູມປັນຍາ” ທີ່ມີຢູ່ໃນ ທ້ອງຖິ່ນມາ ສິດສອນ ເຍົາວະຊົນ ຂອງໝູ່ບ້ານ ນັ້ນກໍ່ຄືການ ຕໍ່າແຜ່ນແພ ນັ້ນເອງ.
ຊາວບ້ານປ່າແດງ ໄດ້ໃຫ້ຄວາມ ສຳຄັນ ຕໍ່ອາຊີບ ຕ່ຳແຜ່ນແພ ຫລາຍກວ່າຢ່າງອື່ນ ຍ້ອນວ່າການ ຕ່ຳແຜ່ນແພ ນອກຈາກຈະເປັນ ອາຊີບດັ້ງເດີມ ຂອງຊຸມຊົນແລ້ວ ມັນຍັງສະທ້ອນ ອອກເຖິງສິລປະ ແລະຄວາມເປັນພວນ ໄດ້ຢ່າງແຈ່ມແຈ້ງ ອີກດ້ວຍ ດັ່ງນັ້ນການນຳ ເອົາການຕ່ຳແຜ່ນແພເ ຂົ້າເປັນຫຼັກສູດ ທ້ອງຖິ່ນ ນອກຈາກຈະ ເຮັດໃຫ້ຊາວ ໜຸ່ມນ້ອຍ ໄດ້ຮຽນແລ້ວ ຍັງເປັນການ ອະນຸຣັກ ຊັບສິນທາງ ປັນຍາ ຂອງຄົນພວນ ໄປນໍາອີກ.
ໂຮງຮຽນ ບ້ານປ່າແດງ ກັບໄທບ້ານ ໄດ້ຮ່ວມກັນເຮັດ ຫຼັກສູດການ ຕ່ຳແຜ່ນແພ ສຳລັບນັກຮຽນ ຣະດັບປະຖົມ ຕັ້ງແຕ່ ປ5 - ປ6 ແລະມັທຍົມ ສຶກສາຕອນຕົ້ນ ມ1 ຫາ ມ3 ຊຶ່ງໃນລະຍະ ທຳອິດ ຜູ້ສິດສອນ ໄດ້ແກ່ອາຈານ ນາຕຍາ ມະໂນເຄື່ອງ ນາຍຄູຣຂອງ ໂຮງຮຽນ ບ້ານປ່າແດງ ແລະເປັນຄົນໃນ ໝູ່ບ້ານ ເປັນຜູ້ຊ່ຽວຊານ ຫຼື ວິທຍາກອນ.
ປັດຈຸບັນນີ້ ຜູ້ຮັບຜິດຊອບ ແລະ ດຳເນີນການ ສິດສອນ ຄືຜູ້ຊ່ຽວຊານ ຈາກໝູ່ບ້ານ ແລະ ອາຈານ ອະນັນ ປຸຣະປັນຍາ ຮອງຜູ້ອຳນວຍການ ໂຮງຮຽນ ບ້ານປ່າແດງ ເປັນຜູ້ ຮັບຜິດຊອບ ຫຼັກສູດ ການຕ່ຳແຜ່ນແພ ອາຈານ ອະນັນ ປຸຣະປັນຍາ ໄດ້ເວົ້າເຖິງ ຫຼັກສູດການ ຕ່ຳແຜ່ນແພ ສູ່ຟັງວ່າ:(ອາຈານ ອະນັນ ປຸຣະປັນຍາ : ຫຼັກສູດຕ່ຳແຜ່ນ)
ຫຼັກສູດໄດ້ ຖອດຖອນເອົາຈາກ ການຕ່ຳແຜ່ນແພ ຕົວຈິງ ທີ່ຊາວບ້ານ ຕ່ຳຢູ່ຕາມ ປົກກະຕິ ຊຶ່ງມີວິທີ ການແລະຂັ້ນຕອນ ດັ່ງນີ້ 1.ການກໍ້ເສັ້ນດ້າຍຢືນ 2. ການເດີນ ຫຼືຄົ້ນເສັ້ນດ້າຍຍືນ 3. ການຫວີເສັ້ນດ້າຍ 4. ການໃຊ້ໃບໝາກ ປິ່ນມາກໍ້ດ້າຍ 5. ການອອກແບບ ລາຍມັດໝີ່ 6.ວິທີຄົ້ນດ້າຍ ຜ້າມັດໝີ່ 7.ການມັດລາຍຜ້າ 8.ການຍ້ອມດ້າຍ ມັດໝີ່ 9.ການກໍ້ດ້າຍ ມັດໝີ່ 10.ການຕ່ຳແຜ່ນແພ ແລະການຕົກແຕ່ງ ແປງແພເປັນຕົ້ນ.
ຫຼັກສູດການ ຕ່ຳແຜ່ນຢູ່ ໂຮງຮຽນ ໄດ້ມີການພັທນາ ຈາກແບບດັ້ງເດີມ ຫຼາຍຢ່າງ ທີ່ສຳຄັນແມ່ນ ການແຕ້ມລາຍແພ ໂດຍໃຊ້ຫຼັກ ວິຊາການ ເຂົ້າຊ່ວຍ ໃຊ້ເຈັ້ຽ ຕາຕະລາງຫລື (graphic paper) ມາແຕ້ມລາຍ ຊຶ່ງສາມາດ ຈະໃຊ້ກັບເຄື່ອງ ຄອມພິວເຕີ ອີກທັງຍັງເຮັດ ໃຫ້ສາມາດແຕ້ມ ລາຍແປກໃໝ່ໄດ້ ແຕ່ຢ່າງໃດກໍຕາມ ລາຍແພກໍຍັງຄົງ ເນັ້ນໃສ່ສິລປະ ຂອງພວນ ເອົາໄວ້ອີກດ້ວຍ.
ການຮຽນ-ການສອນ ການຕ່ຳແຜ່ນແພ ຢູ່ໂຮງຮຽນ ບ້ານປ່າແດງ ສຳລັບນັກຮຽນ ຊັ້ນປະຖົມ ຈະຮຽນ ການຕ່ຳແຜ່ນແພ ແລະຖ້າເຖິງ ຊັ້ນມັທຍົມ ແລ້ວກໍຮຽນການ ແຕ້ມລາຍແພ ດັ່ງ ອາຈານ ອະນັນ ປຸຣະປັນຍາ ອະທິບາຍວ່າ: (ອາຈານອະນັນ ປຸຣະປັນຍາ: ຣະດັບ ການຮຽນຕ່ຳແຜ່ນ) (ສຽງລຳ : ລາວພວນ)
ແພທີ່ນັກຮຽນ ຕ່ຳໄດ້ຈະຖືກ ນຳມາຂາຍຢູ່ ສູນກາງຕ່ຳແຜ່ນແພ ບ້ານປ່າແດງ ຊຶ່ງມີປ້າຍຂຽນ ເປັນພາສາໄທວ່າ “ສູນທໍຜ້າ ບ້ານປ່າແດງ” ທີ່ເປັນຕລາດ ພາຍໃນ ໝູ່ບ້ານ ດັ່ງນັ້ນນອກຈາກ ເຍົາວະຊົນ ບ້ານປ່າແດງ ຈະໄດ້ ອະນຸຣັກ ສິລປະ ການຕ່ຳແຜ່ນແພ ຂອງຕົນແລ້ວ ຍັງເຮັດໃຫ້ມີ ຣາຍໄດ້ຈາກການ ຈຳໜ່າຍແພ ຣະຫວ່າງທີ່ຍັງ ຢູ່ໂຮງຮຽນ ຢູ່ອີກດ້ວຍ.
ນອກຈາກຈະມີ ຫຼັກສູດທີ່ ກຳນົດໃຫ້ ນັກຮຽນທຸກຄົນ ຕ້ອງໄດ້ຮຽນການ ຕ່ຳແຜ່ນແພ ຊຶ່ງເປັນ ວິທີທີ່ຈະ ໃຫ້ຊາວໜຸ່ມໄດ້ ສຳພັດ ສິລປະພວນ ເມື່ອຮຽນຮອດ ຊັ້ນ ປ5ຂຶ້ນໄປ ໂຮງຮຽນຍັງໄດ້ ກຳນົດໃຫ້ ນັກຮຽນທຸກຄົນ ຕ້ອງນຸ່ງເຄື່ອງ ທີ່ຫຍິບດ້ວຍແພ ທີ່ຕົນຕ່ຳເອງ. ໃນທຸກວັນພຸທ ອີກດ້ວຍ ຊຶ່ງເຮັດໃຫ້ ນັກຮຽນເກີດຄວາມ ພູມໃຈທີ່ສາມາດ ນຸ່ງຖືສິ່ງທີ່ ຕົນເອງ ໄດ້ເຮັດຂຶ້ນ ແລະ ເກີດຄວາມຮັກບ້ານ ຮັກຄວາມເປັນພວນ ຂອງພວກ ເຂົາເຈົ້ານໍາອີກ.
ການທີ່ຈະໃຫ້ ເຍົາວະຊົນ ຊາວໜຸ່ມໄດ້ຮຽນ ການຕ່ຳແຜ່ນແພ ສຳລັບບ້ານອື່ນ ອາຈມີບັນຫາ ຫຍຸ້ງຍາກແດ່ ແຕ່ສຳລັບ ບ້ານປ່າແດງ ຊຶ່ງຄົນສ່ວນຫລາຍ ສາມາດ ຕ່ຳແພໄດ້ ບໍ່ວ່າຈະມີ ອາຍຸເທົ່າໃດ ນັ້ນຈຶ່ງບໍ່ມີ ບັນຫາຫຍັງເລີຍ.
ອາຈານ ອະນັນ ປຸຣະປັນຍາ ເວົ້າເຖິງຄວາມ ສະດວກສະບາຍ ໃນການ ຈັດຕັ້ງຫຼັກສູດວ່າ (ອາຈານ ອະນັນ ປຸຣະປັນຍາ: ຊາວບ້ານມີພື້ນ ຖານການຕ່ຳແຜ່ນ)
(music : ສຽງລຳ : ລາວພວນ)
ການຕ່ຳແຜ່ນແພ ຖືວ່າເປັນ ສິລປະທີ່ເກີດ ຈາກຮີດຈາກຄອງ ຊຶ່ງເປັນການກໍາ ໜົດຂອງ ບັນພະບຸຣຸດ ເພື່ອວາງຮາກຖານ ຂອງສັງຄົມໃຫ້ ມີຄວາມແຂງແກ່ນ ຮອດ ປັດຈຸບັນນີ້ ໄດ້ພິສູດ ແລ້ວວ່າສັງຄົມ ທີ່ຢຶດຖືຮີດ 12ຄອງ14 ມີຄວາມຍືນຍົງ ແລະຜູ້ຄົນກໍ ຮັກແກ່ນກັນເປັນ ຮ້ອຍເປັນພັນ ປີມາແລ້ວ ແລະຍັງຈະດຳເນີນ ສືບຕໍ່ ໄປອີກ ຊຸມຊົນຄົນພວນ ບ້ານປ່າແດງ ຕາແສງ ໜອງພະຍອມ ເມືອງຕະພານຫີນ ແຂວງພິຈິດ ຂອງໄທ ຊຶ່ງເປັນຊຸມຊົນ ທີ່ຢູ່ຖ້າມກາງ ຊຸມຊົນຄົນ ພື້ນເມືອງທີ່ບໍ່ໄດ້ ຖືຮີດ12ຄອງ14 ກໍ່ນັບວ່າເປັນ ຕົວແບບອັນສຳຄັນ ທີ່ເຮັດໃຫ້ເຫັນ ຄວາມແຕກຕ່າງກັນ.
ທ່ານຜູ້ຟັງ ທີ່ຮັກແພງ ເວລາສຳລັບ ລາຍການຂອງເຮົາ ໃນສັປດານີ້ ໄດ້ສິ້ນສຸດລົງ ແລ້ວ ເຊີນທ່ານ ຮັບຟັງເລື້ອງ “ບ້ານລາວໃນໄທຍ ແຕ່ອາດີດຫາ ປັດຈຸບັນ” ໄດ້ໃໝ່ໃນ ສັປດາໜ້າ ຊຶ່ງຈະໄດ້ ນຳສເນີ ປະເພນີ ປະຕິບັດກ່ຽວກັບ ການເກີດແລະ ການຕາຍ ຂອງຄົນພວນ ບ້ານປ່າແດງ.
ສຳລັບ ສັປດານີ້ ຂໍໄດ້ຮັບຄວາມ ປາຖນາ ດີຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ ແລະຂ້າພະເຈົ້າ ວຽງໄຊ ຜູ້ສເນີ ສະບາຍດີ.