ບ້ານລາວ ໃນປະເທດໄທ: ຕອນທີ 92
2007.11.20
ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ແລະຮັກແພງ ເມື່ອສັປດາ ທີ່ຜ່ານມາ: ເຮົາໄດ້ສເນີວ່າ ການປຸກເຮືອນ ແລະພິທີຂຶ້ນ ເຮືອນໃໝ່ຂອງ ຄົນພວນ ບ້ານປ່າແດງ ຊຶ່ງຈະຕ້ອງຫາ ມື້ດີວັນດີ ແລະ ຕ້ອງເຮັດເຮືອນ ໃຫ້ແລ້ວພ້ອມກັບ ທຳພິທີຂຶ້ນ ເຮືອນໃໝ່ ໃນມື້ດຽວກັນ.
ເມື່ອເຂົ້າຢູ່ອາໃສ ໃນເຮືອນແລ້ວ ຄົນພວນຈະບໍ່ ອະນຸຍາດ ໃຫ້ຜູ້ໃດລ່ວງ ຫ້ອງນອນ ເພາະຖືວ່າເປັນ ບ່ອນຢູ່ຂອງ ຂອງຮັກສາ ຊຶ່ງຄົນພວນຮ້ອງວ່າ “ພໍ່ລ້ຽງ” ແລະຖ້າຫາກວ່າ ມີຄົນເຮືອນອື່ນ ລ່ວງເຂົ້າຫ້ອງນອນ ເຈົ້າເຮືອນຈະຕ້ອງ ທຳພິທີຂໍ ສົມບັດສົມມາ ພໍ່ລ້ຽງ ຈຶ່ງຈະແລ້ວ.
ສັປດານີ້: ເຮົາຈະໄດ້ສເນີ ເຖິງການຕ່ຳແຜ່ນແພ ຂອງຄົນພວນ ບ້ານປ່າແດງ ຊຶ່ງຖືວ່າ ເປັນສິລປະ ວັທນະທັມ ອັນສຳຄັນຂອງ ຄົນພວນ ແລະຍັງສ້າງ ຣາຍໄດ້ໃຫ້ ພວກເຂົາເຈົ້າ ນຳອີກດ້ວຍ. (ສຽງລຳ : ລາວພວນ)
ການດຳເນີນ ຊີວິດໂດຍມີ ຮີດ-ຄອງ ເປັນຫຼັກອີງນັ້ນ ເຮັດໃຫ້ສັງຄົມ ມີຄວາມໝັ້ນແກ່ນ ໃນທຸກດ້ານ ບໍ່ວ່າຈະເປັນ ດ້ານເສຖກິດ, ສັງຄົມ, ການເມືອງ, ສິລປະ ແລະ ວັທນະທັມ ຍ້ອນວ່າ ບັນພະບຸຣຸດ ໄດ້ວາງອອກ ກິຈກັມ ສຳລັບໃຫ້ຄົນ ໃນສັງຄົມໄດ້ ຢູ່ຮ່ວມກັນຢ່າງ ມີຄວາມສຸກ. ຊຶ່ງນອກຈາກ ຈະເຮັດໃຫ້ຄົນ ໃນຊຸມຊົນໄດ້ ເພີ່ງພາຕົວເອງ ໃນເລື້ອງປັດໄຈ 4ຄື ທີ່ຢູ່ອາໃສ, ເຄື່ອງນຸ່ງຮົ່ມ, ຢາປົວພະຍາຕ ແລະ ອາຫານການກິນ ຈົນສັງຄົມທີ່ ຢູ່ພາຍໃຕ້ຮີດ 12ຄອງ14 ສາມາດຢືນໄດ້ ດ້ວຍລຳແຂ່ງຂອງ ຕົນເອງແລ້ວ ຍັງໄດ້ເຮັດໃຫ້ ທຸກຄົນຮັກແພງກັນ ແລະ ມີຄວາມສຸກຮ່ວມ ກັນອີກດ້ວຍ.
ສັງຄົມທີ່ມີ ຫຼັກໃນການ ດຳເນີນຊີວິດ ແບບຮີດ 12ແລະຄອງ14 ໄດ້ເຮັດໃຫ້ຄົນ ມີລັກສະນະ ພິເສດ ເຖິງວ່າຄົນເຫລົ່ານັ້ນ ຈະຕົກໄປຢູ່ແຫ່ງ ຫົນໃດກໍ່ຕາມ ນອກຈາກຈະມີ ຊຸມຊົນ ທີ່ແຂງແກ່ນ ທາງດ້ານອາຊີບ ແລະດ້ານ ເສຖກິດແລ້ວ ຍັງເຮັດໃຫ້ມີ ບົດບາດສຳຄັນ ໃນບັນດາກຸ່ມຄົນ ທີ່ບໍ່ໄດ້ຖືຮີດ 12ຄອງ14 ຈົນເຫັນ ໄດ້ຢ່າງຈະແຈ້ງ ວ່າ ໃນສັງຄົມໄທ ຊຸມຊົນຂອງຄົນ ທີ່ມີເຊື້ອສາຍ ລາວ ທີ່ມີຫຼັກຮີດ 12ຄອງ14 ມີບົດບາດສູງ ໃນການ ຜລິດປັດໃຈ4 ແລະ ມີເອກລັກ ສະເພາະຕົວ.
ສັງຄົມຮີດ 12ຄອງ14 ຍິ່ງສະແດງອອກ ຫລາຍຂຶ້ນເລື້ອຍໆ ເມື່ອສະພາບການ ການດຳເນີນ ຊີວິດປ່ຽນແປງ ໄປດັ່ງທີ່ເປັນ ຢູ່ໃນໂລກ ປັດຈຸບັນ ຊຶ່ງຄົນໃນ ປະເທດ ຕ່າງໆໃນໂລກຕ້ອງ ເພີ່ງພາອາສັຍ ຕາເວັນຕົກ ໃນທຸກໆດ້ານ ໂດຍສະເພາະໃນ ດ້ານເຄື່ອງນຸ່ງຮົ່ມ ເພາະຖືວ່າ ສັງຄົມຕາເວັນຕົກ ໄດ້ພັທນາເລື້ອງ ເສື້ອຜ້າໜ້າແພ ຂຶ້ນຫຼາຍແລ້ວ ຕັ້ງແຕ່ມີການ ຊອກຄົ້ນວິທີ ປັ່ນຈັກດ້ວຍ ອາຍນ້ຳ ຈົນກາຍມາເປັນການ ປະຕິວັດ ອຸດສາຫະກັມ.
ເມື່ອຊາວຕາເວັນຕົກ ຜລິດແພໂດຍຈັກ ຢ່າງຫຼວງຫຼາຍ ດ້ວຍການຜລິດ ແບບໃຫ້ໄດ້ ປະຣິມານສູງ ຈຶ່ງເຮັດໃຫ້ ຜລິດຕະພັນ ທີ່ຫຍິບແສ່ວ ແລະຕ່ຳດ້ວຍມື ມີຄວາມ ສຳຄັນຂຶ້ນ ດັ່ງນັ້ນ ເມື່ອກາລເວລາ ຜ່ານມາຈົນເຖິງ ປັດຈຸບັນນີ້ ການຫຍິບແສ່ວແລະ ຕ່ຳດ້ວຍມື ຈຶ່ງກາຍເປັນ ເອກລັກ ແລະມີຄຸນຄ່າ ຂຶ້ນຊັກໄຊ້ ແລະຄວາມເປັນ ສັງຄົມຮີດ 12ຄອງ14 ກໍຍິ່ງສະທ້ອນ ອອກໃຫ້ເຫັນຢ່າງ ຈະແຈ້ງຂຶ້ນ ດ້ວຍເຊັ່ນກັນ.
ດັ່ງຈະເຫັນໄດ້ ວ່າຢູ່ ປະເທດໄທ ຖ້າຫາກຊຸມຊົນ ໃດມີການຕ່ຳແ ຜ່ນແພ ແລະເຮັດວຽກງານ ກ່ຽວກັບແຜ່ນແພ ແລ້ວ ສັນນິຖານ ໄດ້ເລີຍວ່າ ກຸ່ມຄົນເຫຼົ່ານັ້ນ ແມ່ນ ຄົນທີ່ມີເຊື້ອ ສາຍລາວ ຫຼືກຸ່ມຄົນທີ່ ມີຫຼັກການ ດຳເນີນຊີວິດ ຕາມຮີດ 12ຄອງ14. (ສຽງລຳ : ລາວພວນ)
ມີຄວາມເວົ້າ ໃນສັງຄົມທີ່ ຖືຮີດ 12ຄອງ14 ວ່າ “ຍາມຫວ່າງຈາກນາ ຜູ້ຍິງຕ່ຳແຜ່ນ ຜູ້ຊາຍຕີເຫຼັກ ຜູ້ເຖົ້າຈັກສານ” ຄວາມເວົ້ານີ້ ສະທ້ອນອອກ ໃຫ້ເຫັນເຖີງຄວາມ ໝັ້ນແກ່ນ ຂອງສັງຄົມ ເພາະແມ່ນແຕ່ຍາມ ຫວ່າງຈາກວຽກງານ ຫຼັກຄືເຮັດນາ ແລ້ວ ທຸກຄົນ ທຸກເພດ ທຸກໄວ ໃນສັງຄົມຕ່າງ ກໍມີໜ້າວຽກ ຂອງໃຜລາວ ແລະດ້ວຍ ວຽກງານຍາມຫວ່າງ ນີ້ແຫຼະ ທີ່ໄດ້ສ້າງສາ ໃຫ້ຊີວິດຄົນ ຖືຮີດ 12ຄອງ14 ມີຄວາມ ອຸດົມສົມບູນ ເປັນສັງຄົມ ທີ່ມີຄວາມສງົບສຸກ ຖ້າບໍ່ມີໄພ ສົງຄາມເຂົ້າມາ ແຊກແຊງ.
ຢ່າງໃດກໍດີ ເຖິງແມ່ນວ່າ ຄົນພວນ ບ້ານປ່າແດງ ຕາແສງ ໜອງພະຍອມ ເມືອງຕະພານຫີນ ແຂວງ ພິຈິດຂອງໄທ ນີ້ຈະບໍ່ຖື ວ່າຕົວເອງເປັນ ລາວ ແຕ່ຫາກຢຶດ ຖືຮີດ12ຄອງ14 ມາແຕ່ພໍ່ແຕ່ແມ່ ຈຶ່ງເຮັດໃຫ້ ຊຸມຊົນ ບ້ານປ່າແດງ ມີລັກສະນະ ເດັ່ນກວ່າຊຸມຊົນ ຄົນໄທທົ່ວໄປ ໃນຕາແສງ ແລະ ເມືອງອ້ອມຂ້າງ ແລະຊື່ສຽງ ຂອງຄວາມເປັນ ສັງຄົມຮີດ 12ຄອງ14 ຂອງຊາວ ບ້ານປ່າແດງຄື ການຕ່ຳແຜ່ນແພ ຊຶ່ງຄົນໄທຮ້ອງວ່າ "ການທໍຜ້າ" ຈົນມີຜູ້ແຕ່ງ ຄຳຂວັນຍ້ອງຍໍ ວ່າ ປະເພນີ ກຳຟ້າ ຜ້າທໍປ່າແດງ ແລ່ງເຂົ້າສົມບູນ ເຈື້ອຈຸນນ້ຳໃຈ ກຽງໄກສາວງາມ ຖືຄວາມ ສາມັກຄີ.
ການຕ່ຳແຜ່ນແພ ຢູ່ບ້ານປ່າແດງ ສາມາດເວົ້າໄດ້ ວ່າພວກເຂົາເຈົ້າ ເປັນມາຕັ້ງແຕ່ເກີດ ເນື່ອງຈາກຄົນບ້ານ ນີ້ສາມາດ ຕ່ຳແຜ່ນແພກັນ ເປັນໝົດ ບໍ່ວ່າຈະເປັນ ຜູ້ຍິງ ຜູ້ຊາຍ, ຄົນເຖົ້າ ແລະເດັກນ້ອຍ ຍ້ອນວ່າ ຄອບຄົວຄົນພວນ ບ້ານນີ້ມີການ ສິດສອນລູກຫຼານ ໃຫ້ຕ່ຳແຜ່ນແພ ຕັ້ງແຕ່ນ້ອຍໆ ຈົນເກືອບ ເວົ້າໄດ້ວ່າ ເດັກນ້ອຍບ້ານ ນີ້ສາມາດ ຮ່ວມກິຈກັມ ໃນຂັ້ນຕອນໃດ ຂັ້ນຕອນນຶ່ງ ໃນການ ຕ່ຳແຜ່ນແພ ກ່ອນຈະປາກໄດ້.
ໃນອາດີດ ຄົນພວນ ບ້ານປ່າແດງ ໄດ້ໃຊ້ຝ້າຍ ທີ່ປູກຝັງໄວ້ ໃນໄຮ່ຂອງພວກ ເຂົາເຈົ້າເອງ ໂດຍເອົາຝ້າຍມາ ອິ້ວເອົາເມັດອອກ, ດີດຝ້າຍ, ຍ້ອມ ແລະປັ່ນເປັນເສັ້ນ ແລ້ວໃຊ້ກີ່ເພື່ອ ຕ່ຳແຜ່ນແພ ໂດຍໃຊ້ມື ຊັດກະສວຍ ຫຼອດດ້າຍ ແລະ ໃຊ້ມືຟັດຟືມ; ເມື່ອຕ່ຳແຜ່ນແພ ໄດ້ແລ້ວ ກໍເອົາໄປມ້ຽນໄວ້ ເພື່ອໃຊ້ຫຍິບແສ່ວ ເຄື່ອງນຸ່ງຮົ່ມ ໃນຊີວິດ ປະຈຳວັນ ເຊັ່ນ ສີ້ນ ໂສ້ງ ແພອີໂປ້ ຜ້າຫົ່ມ ເສື່ອ ໝອນ ແລະຖົງຍ່າມ ຊຶ່ງລ້ວນແລ້ວແຕ່ ເປັນເຄື່ອງໃຊ້ ໃນຄົວເຮືອນ ແລະ ການຕ່ຳແຜ່ນແພ ຈະຕ່ຳໃນ ຊ່ວງຫລັງຣະດູ ການກ່ຽວເຂົ້າແລ້ວ.
ແຜ່ນແພ ຂອງ ບ້ານປ່າແດງ ຖືເປັນ ສິລປະກັມ ພື້ນບ້ານທີ່ມີ ຄວາມຈົບງາມ ມີເອກລັກ ສະເພາະຕົວ ຂອງບ້ານປ່າແດງ ແພທີ່ເປັນທີ່ ນິຍົມຫຼາຍ ແລະສ້າງຊື່ສຽງ ໃຫ້ກັບ ບ້ານປ່າແດງ ຄື ແພມັດໝີ່ ເກັດໃໝເງິນໃໝຄຳ ຈຶ່ງເຮັດໃຫ້ ແຜ່ນແພ ບ້ານປ່າແດງ ມີແສງສະທ້ອນ ເຫຼື້ອມໃນຕົວ ແລະມີດອກ ສະເພາະໄດ້ແກ່ ລາຍເຂົ້າ ຫລາມ, ລາຍເຮຂາຄະນິດ (geometric stripe) ແລະລາຍດອກ ທີ່ເປັນເອກລັກ ຂອງບ້ານປ່າແດງຄື ລາຍນົກຈິບ. (ສຽງລຳ : ລາວພວນ)
ປັດຈຸບັນນີ້ ການຕ່ຳແຜ່ນແພ ຢູ່ບ້ານປ່າແດງ ໄດ້ຫັນປ່ຽນມາ ໃຊ້ກີ່ທີ່ຮ້ອງວ່າ “ກີ່ກະຕຸກ” ຊຶ່ງກົມສົ່ງເສີມ ອຸດສາຫະກັມ ກະຊວງ ອຸດສາຫະກັມ ໄດ້ເຂົ້າໄປ ຊີ້ນຳ ແລະເອົາ ກີ່ກະຕຸກ ມາໃຫ້ຊາວບ້ານ ແຕ່ປີ 1981 ແລະ ຕັ້ງແຕ່ນັ້ນມາ ການຕ່ຳແຜ່ນແພ ຢູ່ບ້ານປ່າແດງ ກໍໃຊ້ ກີ່ກະຕຸກ ທັງໝົດ ເນື່ອງຈາກວ່າ ເປັນກີ່ທີ່ເຮັດໃຫ້ ການຕ່ຳແຜ່ນແພ ໄດ້ຫຼາຍແລະໃຊ້ ເວລາໜ້ອຍກວ່າ ການໃຊ້ກີ່ ແບບດັ້ງເດີມ.
ໃນປີ ຄ.ສ. 1981-1982 ບ້ານປ່າແດງ ເລີ້ມຕ່ຳແພໂດຍ ໃຊ້ກີ່ກະຕຸກ ຈຳນວນ 14ຫຼັງ ນອກຈາກນີ້ ກົມສົ່ງເສີມ ອຸດສາຫະກັມ ຍັງໄດ້ສົ່ງຜູ້ ຊ່ຽວຊານໄປສອນ ການຍ້ອມແພ ແລະການເຮັດ ດອກລາຍແພ ຊະນິດຕ່າງໆ ໃຫ້ແກ່ຊາວບ້ານ ອີກດ້ວຍ.
ໃນປີ ຄ.ສ. 1997 ບ້ານປ່າແດງ ໄດ້ຮັບຣາງວັນ “ອຸດສາຫະກັມ ດີເດັ່ນ ຣະດັບປະເທດ” ເຮັດໃຫ້ຄົນໃນ ໝູ່ບ້ານຄິດເປັນ 900ສ່ວນຮ້ອຍ ພາກັນເຮັດວຽກ ຫັດຖະກັມ ຕ່ຳແຜ່ນແພ ແລະມີຣາຍໄດ້ ສະເລັ່ຽຄົນລະ 150ບາດຕໍ່ມື້ ແລະຊາວບ້ານທີ່ ມີສີມືດີ ກໍຖືກເຊີນໃຫ້ ໄປເປັນຜູ້ ຊ່ຽວຊານ ໄປໃຫ້ຄວາມຮູ້ ແກ່ຊາວບ້ານ ທັງໃນແຂວງ ພິຈິດ ແລະ ແຂວງໃກ້ຄຽງ.
ແຕ່ນັ້ນມາ ການຕ່ຳແຜ່ນແພ ກໍກາຍເປັນ ວຽກງານຫຼັກ ຂອງຄົນ ບ້ານປ່າແດງ ແລະບໍ່ໄດ້ ຕ່ຳແຕ່ຍາມຫວ່າງຈ າກການເຮັດນາ ອີກຕໍ່ໄປ ທຸກມື້ນີ້ຕ້ອງ ຕ່ຳຕລອດປີ ເພາະຕ້ອງເຮັດ ໃຫ້ທັນ ກັບການສົ່ງຂາຍ ຊຶ່ງມີຕລາດຢູ່ ທັງໃນປະເທດ ແລະຕ່າງປະເທດ ແລະ ລວດລາຍຕ່າງໆ ກໍຕ້ອງເພີ່ມຕື່ມ ເຂົ້າມາຕາມຄວາມ ຕ້ອງການຂອງ ລູກຄ້າ.
ນອກຈາກສິນຄ້າ ທີ່ໄດ້ຈາກການ ຕ່ຳແຜ່ນແພຈ ະຖືກສົ່ງໄປ ຂາຍພາຍໃນ ປະເທດແລະຕ່າງ ປະເທດແລ້ວ ໃນໝູ່ບ້ານ ປ່າແດງເອງ ກໍຍັງມີ “ສູນຕ່ຳແຜ່ນ ບ້ານ ປ່າແດງ” ຊຶ່ງສູນກາງນີ້ ຈະເປັນບ່ອນ ສາທິດ ການຕ່ຳແຜ່ນແພ ໃຫ້ນັກທ່ອງທ່ຽວ ທີ່ເດີນທາງໄປ ທ່ຽວຊົມ ແລະເປັນທີ່ ຈຳໜ່າຍສິນຄ້າ ອີກດ້ວຍ.
ສີມືຂອງແພ ບ້ານປ່າແດງ ໄດ້ເຮັດໃຫ້ ພວກເຂົາເຈົ້າໄດ້ ຮັບກຽດໃຫ້ເປັນ ໝູ່ບ້ານທີ່ ຕ່ຳແຜ່ນແພ ປະຫວັດສາດ ເນື່ອງໃນໂອກາດ ຄົບຮອບການສ້າງ ຕັ້ງແຂວງ ພິຈິດ 939ປີ ໂດຍແພຜືນ ດັ່ງກ່າວ ມີຄວາມຍາວ 939ແມັດ ແລະ ປັດຈຸບັນ ຈັດສະແດງຢູ່ ບໍຣິເວນ ສູນກາງ ຕ່ຳແຜ່ນແພ ບ້ານປ່າແດງ. (ສຽງລຳ: ລາວພວນ)
ທ່ານຜູ້ຟັງທີ່ ຮັກແພງ ເວລາສຳລັບ ລາຍການຂອງເຮົາ ໃນສັປດານີ້ ໄດ້ສິ້ນສຸດ ລົງແລ້ວ ເຊີນທ່ານຮັບຟັງ ເລື້ອງ “ບ້ານລາວໃນໄທຍ ແຕ່ ອາດີດຫາ ປັດຈຸບັນ” ໄດ້ໃໝ່ໃນ ສັປດາໜ້າ ຊຶ່ງຈະສເນີ ການນຳວຽກງານ ຕ່ຳແຜ່ນແພ ເຂົ້າເປັນຫຼັກສູດ ການສອນ ໃນໂຮງຮຽນ ບ້ານປ່າແດງ.
ສຳລັບ ສັປດານີ້ ຂໍໄດ້ຮັບຄວາມ ປຣາຖນາດີ ຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ ແລະ ຂ້າພະເຈົ້າ ວຽງໄຊ ຜູ້ສເນີ.... ສະບາຍດີ