ບ້ານລາວ ໃນປະເທດໄທ: ຕອນທີ 90

ຣາຍການ ບ້ານລາວໃນໄທ ແຕ່ອາດີດ ຫາປັດຈຸບັນ ສັປດານີ້ ຈະກ່າວເຖິງ ປະເພນີ ວັທນະທັມ ທີ່ສະແດງ ໃຫ້ເຫັນວ່າ ຄວາມໝັ້ນຄົງ ແຂງແກ່ນຂອງ ສັງຄົມຄົນພວນນັ້ນ ມາຈາກປະເພນີ ວັທນະທັມນັ້ນເອງ. ສເນີໂດຍ ວຽງໄຊ
ວຽງໄຊ
2007.11.20

ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ແລະຮັກແພງ ເມື່ອສັປດາ ທີ່ຜ່ານມາ: ເຮົາໄດ້ສເນີວ່າ ເຖິງຄົນພວນ ມັກຈະບອກວ່າ ພວກເຂົາເຈົ້າ ບໍ່ແມ່ນລາວ ແຕ່ຮີດຄອງ ປະເພນີ ຂອງພວກເຂົາເຈົ້າ ເປັນສິ່ງຢັ້ງຢືນ ໄດ້ດີວ່າ ຄົນພວນໜີຄວາມ ເປັນລາວໄປບໍ່ມົ້ມ ຍ້ອນວ່າເນື້ອໃນ ຂອງຄົນພວນທີ່ ແທ້ແລ້ວກໍບໍ່ ໄດ້ແຕກຕ່າງຫຍັງ ກັບຄົນລາວ ບໍ່ວ່າຈະເປັນ ພາສາປາກເວົ້າ ຕົວໜັງສື ແລະທີ່ສຳຄັນ ກໍຄືຮີດ ແລະຄອງ.

ຄົນພວນນັບຖື ຮີດແລະຄອງ ຮ້ອງວ່າ “ຮີດ12ຄອງ14” ຊຶ່ງແມ່ນອັນດຽວ ກັນກັບຮີດ 12ຄອງ14 ຂອງຄົນລາວທີ່ ຢຶດຖືກັນມາ ແຕ່ບູຮານ ແລະທີ່ສຳຄັນເຖິງ ແມ່ນວ່າຄົນພວນ ຈະໄດ້ອົພຍົບ ມາຢູ່ເມືອງໄທ ໄດ້ຮ້ອຍໆປີ ແລ້ວກໍຕາມ ແຕ່ພວກເຂົາເຈົ້າ ຍັງຄົງຮັກສາ ຮີດ12 ນີ້ໄວ້ເກືອບຈະ ຄົບຖ້ວນ ຕາມຮີດເກົ່າ ຊຶ່ງແຕກ ຕ່າງຈາກ ປະເພນີຂອງ ຄົນໄທຢ່າງ ຫຼວງຫຼາຍເພາະຄົນ ໄທບໍ່ໄດ້ຢຶດ ຖືຕາມຮີດ 12ຄອງ14.

ໃນສັປດານີ້: ເຮົາຈະໄດ້ສເນີ ເລື້ອງວັທນະທັມ ປະເພນີ ຊຶ່ງຈະເຮັດໃຫ້ ເຫັນວ່າ ຄວາມໝັ້ນຄົງ ແຂງແກ່ນຂອງ ສັງຄົມຄົນພວນ ນັ້ນມາແຕ່ ປະເພນີວັທນະທັມ. (ສຽງລຳ : ລາວພວນ)

ເຮືອນຖືວ່າເປັນ 1ສ່ວນ4 ຂອງສິ່ງຈຳເປັນ ສຳລັບມະນຸດ ຫຼືທີ່ຮ້ອງວ່າ "ປັດໄຈ4" ອັນໄດ້ແກ່ທີ ພັກອາໃສ ອາຫານການກີນ ເຄື່ອງນຸ່ງຮົ່ມແລະ ຢາປົວພະຍາດ ນອກ ຈາກນີ້ແລ້ວເຮືອນ ແລະອີກ3 ປັດໄຈອື່ນນັ້ນ ຍັງໄດ້ທຳໜ້າທີ່ ສະທ້ອນອອກໃຫ້ ຮູ້ເຖິງຊາດພັນ ວັທນະທັມ ວິຖີຊີວິດ ສະພາບພູມສາດ ປະຫວັດສາດ ແລະຄວາມ ຈະເຣີນກ້າວໜ້າ ຂອງຊາດທາງດ້ານ ເສຖກິດ ສັງຄົມແລະ ການເມືອງຂອງຊາດ ນັ້ນໆອີກດ້ວຍ.

ດັ່ງນັ້ນຈະເຫັນ ໄດ້ວ່າບໍ່ວ່າ ແຕ່ສະໄໝບູຮານ ຫຼືປະຈຸບັນນີ້ ກໍຕາມ ເມື່ອຊົນຊາດຫຼື ປະເທດເຈົ້າ ອຳນາດ ທີ່ແຂງແຮງກວ່າ ເຂົ້າຢຶດຄອງ ຊົນຊາດຫຼື ປະເທດໃດນຶ່ງ ໄດ້ແລ້ວ ຊາດເຈົ້າອຳນາດ ກໍຈະເຂົ້າໄປ ປ່ຽນແປງປັດໃຈ4 ທັນທີທັງນີ້ ກໍເພື່ອຈະຫັນ ປ່ຽນຈິດໃຈຂອງ ຄົນໃນຊາດ ໃຫ້ໄປນິຍົມ ສັດທາຕໍ່ປະເທດ ເຈົ້າອຳນາດ ຍ້ອນ ວ່າໄຊຊະນະ ທີ່ແທ້ຈິງກໍຄື ຕ້ອງຊະນະໃຈ ບໍ່ແມ່ນຊະນະ ດ້ວຍອາວຸດ.

ດັ່ງນັ້ນແລ້ວ ການທີ່ຈະບອກ ໄດ້ວ່າຊາດໃດ ຫຼືປະເທດໃດ ມີຄວາມໝັ້ນຄົງ ຫຼືບໍ່ນັ້ນ ກໍ່ຕ້ອງເບິ່ງໄປ ທີ່ການຄຸ້ມຄອງ ຮັກສາປັດໄຈ ທັງ4 ວ່າຊາດນັ້ນຫຼື ປະເທດນັ້ນ ມີປັດໄຈ4 ທີ່ແຂງແກ່ນ ພຽງໃດເຊັ່ນ ໃນສະໄໝທີ່ ພະມ້າເຂົ້າກຳ ອຳນາດເໜືອ ລ້ານນາ ຫຼືພາກເໜືອຂອງ ໄທນັ້ນ ພະມ້າໄດ້ປ່ຽນ ຮູບຊົງເຮືອນຊານ ແລະວັດວາ ອາຮາມຂອງ ລ້ານນາ ໃຫ້ເປັນແບບ ພະມ້າ ຈົນເທົ່າທຸກມື້ນີ້ ສັນຍາລັກຂອງ ຄວາມເປັນຫົວເມືອງ ຂຶ້ນຂອງພະມ້າ ກໍຍັງຕິດແໜ້ນ ຢ່າງແກະບໍ່ອອກ ນັ້ນກໍ່ຄື “ເຮືອນກາແລ” ຊຶ່ງເປັນເຮືອນ ທີ່ມີສີໜ້າ ຫຼືໜ້າຈົ່ວທີ່ມີ ເຄື່ອງໝາຍເປັນຮູປ ໄປ່ຕີນກາ ຫຼືຮູບຊົງທາງ ສະຖາປັດຕ່າງໆ ໃນປະເທດທີ່ ຖືກຢຶດຄອງ ໂດຍປະເທດ ມະຫາອຳນາດ ຈາກຕາເວັນຕົກ ອື່ນໆຊຶ່ງມີ ໃຫ້ເຫັນຢູ່ທົ່ວ ບ້ານທົ່ວເມືອງ.

ດັ່ງນັ້ນປັດໄຈ4 ຈຶ່ງມີຄວາມ ສຳຄັນທີ່ສຸດ ໂດຍສະເພາະ ແມ່ນເຮືອນ ເພາະວ່າເປັນອັນ ທີ່ເຫັນໄດ້ງ່າຍ ແລະດຳລົງຄົງ ຕົວຢູ່ເປັນຮ້ອຍ ເປັນພັນປີ ດັ່ງນັ້ນ ຖ້າຈະເບີ່ງ ວ່າຊາດໃດຫຼື ຊົນເຜົ່າໃດມີ ຄວາມໝັ້ນຄົງທາງ ດ້ານວັທນະທັມ ຫຼືບໍ່ ກໍສາມາດເບີ່ງ ໄດ້ງ່າຍໆຈາກ ເຮືອນຊານຂອງ ພວກກ່ຽວ. (ສຽງລຳ : ລາວພວນ)    

ຄົນພວນ ບ້ານປ່າແດງ ເມືອງຕະພານຫີນ ແຂວງພິຈິດ ຂອງໄທ ຖືໄດ້ວ່າເປັນ ໝູ່ບ້ານຄົນພວນ ອີກບ້ານນຶ່ງທີ່ ຍັງຄົງມີຄວາມ ຄົງຕົວທາງ ວັທນະທັມ ດ້ານທີ່ຢູ່ອາ ໃສ ເນື່ອງຈາກວ່າຢູ່ ບ້ານນີ້ຍັງມີ ເຮືອນທີ່ເປັນແບບ ດັ້ງເດີມຂອງ ຄົນພວນຢູ່ ຫຼາຍກວ່າ 80ສ່ວນຮ້ອຍ ເຖິງວ່າເຮືອນລາງ ຫຼັງຈະຖືກແປງ ໃຫ້ເປັນເຮືອນ ສະໄໝ ໃໝ່ ຫຼືໃຊ້ວັສດຸ ທີ່ເປັນຂອງໃໝ່ ປົນເປືອແລ້ວ ກໍ່ຕາມ ແຕ່ໂຄງຮ່າງຂອງ ເຮືອນກໍຍັງເປັນ ແບບເກົ່າແຕ່ ສະໄໝອາດີດ ຢູ່ຫຼາຍສ່ວນ ເນື່ອງຈາກວ່າ ໂຄງລ່າງ ເປັນໄມ້ ແກ່ນຢ່າງດີ ຊຶ່ງຫາບໍ່ໄດ້ ແລ້ວໃນສະໄໝ ທຸກມື້ນີ້ ເຖິງວ່າຈະໃຊ້ ຊີມັງທີ່ມີ ຄວາມຄົງທົນກວ່າ ມາແທນກໍຕາມ ແຕ່ຫາກຄວາມງາມ ສູ້ໄມ້ບໍ່ໄດ້ ຢູ່ນັ້ນເອງ.

ເຮືອນຄົນພວນ ບ້ານປ່າແດງ ເປັນເຮືອນ ກ້ອງຕະລ່າງສູງ ເນື່ອງຈາກວ່າ ຄົນພວນເປັນກຸ່ມ ຄົນທີ່ມີ ອາຊີບເປັນ ກະເສຖກັມ ເຮັດໄຮ່ໃສ່ນາ ໃຕ້ກ້ອງເຮືອນ ຈຶ່ງຕ້ອງ ເຮັດໃຫ້ສູງ ເພື່ອໃຊ້ເປັນ ຄອກງົວຄອກຄວາຍ ຈຸດພິເສດ ຂອງເຮືອນ ຄົນພວນບ້ານ ປ່າແດງ ທີ່ຕ້ອງປຸກເຮືອນ ໃຫ້ຕະລ່າງສູງ ກໍເນື່ອງຈາກວ່າ ແຕ່ສະໄໝ ອາດີດ ບ້ານປ່າແດງ ມີຄວາມສ່ຽງ ອັນຕະລາຍຈາກ ພວກສັດຮ້າຍ ນອກຈາກນີ້ແລ້ວ ການທີ່ເຮັດໃຫ້ ກ້ອງຕະລ່າງເຮືອນ ສູງກໍຍ້ອນວ່າ ເມື່ອແລ້ວວຽກໄຮ່ ວຽກນາແລ້ວ ຜູ້ຍິງຄົນພວນ ຈະໃຊ້ເປັນບ່ອນ ຕັ້ງກີ່ຕ່ຳຫູກເ ຮັດແຜ່ນແພ ເພາະກ້ອງຕະລ່າງ ເປັນບ່ອນ ກັນບັງຈາກແສງ ແດດຕລອດວັນ. 

ອາຈານ ອະນັນ ປຸຣະປັນຍາ ລູກຫຼານຄົນພວນ ບ້ານປ່າແດງ ເວົ້າເຖິງເຮືອນຂອງ ຄົນພວນ ບ້ານປ່າແດງ ສູ່ຟັງວ່າ: (ອາຈານອະນັນ ປຸຣະປັນຍາ: ເຮືອນຄົນພວນ)

ເຮືອນຄົນພວນ ຢູ່ບ້ານປ່າແດງ ບໍ່ແມ່ນແຕ່ຈະ ເປັນບ່ອນຢູ່ ຫຼືບ່ອນພັກເຊົາ ຫຼືມີໄວ້ ສຳລັບອວດອ້າງ ທະນົງຕົວວ່າ ເປັນເຮືອນຂອງ ຄົນພວນເທົ່ານັ້ນ ຫາກຍັງເປັນ ຂີດໝາຍຂອງ ຄວາມຮັກແພງຂອງ ຄົນພວນ ທີ່ມີຕໍ່ກັນ ອີກດ້ວຍເພາະວ່າ ຄົວເຮືອນແຕ່ ລະຫຼັງຈະເປັນ ເຮືອນຂຶ້ນມາ ໄດ້ນັ້ນ ຕ້ອງໄດ້ຮັບ ຄວາມຮ່ວມມື ຈາກຄົນ ໃນໝູ່ບ້ານ ຄົນພວນຕ້ອງໄດ້ ຊ່ວຍເຫຼືອກັນ ຕັ້ງແຕ່ເລີ້ມຕົ້ນ ຈົນເປັນເຮືອນ ເປັນຊານ ດັ່ງນັ້ນ ເຮືອນຄົນພວນ ບ້ານປ່າແດງ ທຸກຫຼັງທີ່ເຫັນ ຢູ່ທຸກມື້ນີ້ ຈຶ່ງລ້ວນແຕ່ ເປັນອະນຸສອນ ຂອງຄວາມຮັກແພງ ກັນທັ້ງສິ້ນ ການປຸກເຮືອນຂອງ ຄົນພວນ ໃນອາດີດ ບໍ່ໄດ້ຈ້າງກັນ ແຕ່ຈະມີການ ຂໍແຮງກັນຊ່ວຍ ທັງຈາກຍາດ ພີ່ນ້ອງແລະ ຄົນອື່ນໆ ໃນໝູ່ບ້ານ ເມື່ອແລ້ວໆ ກໍລ້ຽງເຂົ້າປາ ອາຫານກັນ ເທົ່ານັ້ນ ການອອກແຮງງານ ນີ້ບໍ່ແມ່ນ ຂໍໃຫ້ຊ່ວຍ ແຕ່ຕອນປຸກເຮືອນ ແຕ່ຈະຂໍໃຫ້ ຊ່ວຍຕັ້ງແຕ່ ຫາໄມ້ ເຮັດເຮືອນຈົນ ເຖິງປຸກ ມີຫຼັງຄາ ແລະສາມາດຈະ ພໍເຂົ້າຢູ່ ອາໃສໄດ້ ຕໍ່ຈາກນັ້ນເຈົ້າ ຂອງເຮືອນຈຶ່ງ ຄ່ອຍເຮັດເອງ.

ການທີ່ຄົນພວນ ຕ້ອງຊ່ວຍເຫຼືອກັນ ປຸກເຮືອນຈົນຢູ່ ໄດ້ດັ່ງກ່າວນີ້ ມາຈາກ ປະເພນີ ຂອງພວນທີ່ ກຳນົດວ່າ ເມື່ອຫາ ມື້ສັນວັນດີ ໄດ້ແລ້ວຈະຕ້ອງ ປຸກໃຫ້ແລ້ວພາຍ ໃນມື້ດຽວ ພ້ອມກັບເຮັດ ພິທີຂຶ້ນເຮືອນ ໃໝ່ໃນມື້ນັ້ນ ເມື່ອປະເພນີ ກຳນົດແນວນີ້ ກໍຈຶ່ງຈຳເປັນ ຕ້ອງໄດ້ຊ່ວຍກັນ ນີ້ກໍແມ່ນ ວິທີຂອງ ບັນພະບຸຣຸດ ຂອງຄົນພວນອີກ ຢ່າງນຶ່ງ ທີ່ເຮັດໃຫ້ ຄົນພວນ ຕ້ອງໄດ້ຮ່ວມມື ສາມັກຄີກັນ. (ສຽງລຳ : ລາວພວນ)

ການປຸກເຮືອນຂອງ ຄົນພວນ ເລີ້ມແຕ່ການຫາ ໄມ້ໃນປ່າຄື ເມື່ອຫາມື້ ປຸກເຮືອນໄດ້ແລ້ວ ກ່ອນຈະຮອດມື້ ຜູ້ຈະປຸກເຮືອນ ຈະຊວນພີ່ນ້ອງ 2-3ຄົນ ໄປຊອກເສົາ ເຮືອນ ໂດຍຈະເລືອກເສົາ ໄວ້ເກີນຈຳນວນ ເສົາທີ່ຕ້ອງການ ເພາະຕ້ອງເລືອກ ເພື່ອວ່າໄມ້ຕົ້ນ ນັ້ນເປັນ ໄມ້ຂະລຳ ເຮັດເສົາເຮືອນ ບໍ່ໄດ້.

ຄວາມຂະລຳຂອງ ໄມ້ເສົາເຮືອນ ຄືຕ້ອງບໍ່ເປັນ ໄມ້ທີ່ມີເຄືອ ໄມ້ພັນກ້ຽວ ໄມ້ທີ່ມີງ່າ ສອງງ່າແຕກອອກ ໂດຍງ່າທັງສອງ ຂວາງຕາເວັນ ຫຼືທີ່ຮ້ອງວ່າ ໄມ້ຕາເວັນຜ່າງ່າມ ໄມ້ທີ່ມີ ງ່າຕາຍ ໄມ້ທີ່ເກີດຢູ່ ເທິງຈອມປວກ ໄມ້ທີ່ຂຶ້ນດ້ວຍ ກັນສອງຕົ້ນ ຫຼືທີ່ຮ້ອງວ່າ “ສອງນາງນັ່ງໄຫ້” ໄມ້ທີ່ຢູ່ ແຄມຫ້ວຍຫຼື “ໄມ້ແຍງຂາ” ແລະຕົ້ນໄມ້ ທີ່ມີຕາໄມ້ ຢູ່ຕ່ຳຫຼື “ໄມ້ໝູສີ” ທັງໝົດທີ່ເວົ້າ ມານີ້ແມ່ນ ໄມ້ຂະລຳ ບໍ່ສາມາດຈະ ເອົາມາເຮັດ ເສົາເຮືອນໄດ້ ເມື່ອເລືອກໄດ້ ໄມ້ຖືກໂສກ ພຽງພໍແລ້ວ ຜູ້ທີ່ໄປເລືອກ ໄມ້ກໍຈະພາກັນ ໝາຍໄວ້ ມື້ລຸນກໍຈຶ່ງ ຄ່ອຍພາກັນ ໄປຕັດ.

ການຕັດເສົາເຮືອນ ຕ້ອງເລືອກຕັດຕົ້ນ ທີ່ຈະເປັນ ເສົາເອກກ່ອນ ກ່ອນຈະລົງມື ຕັດຕ້ອງມີເຄື່ອງ ບູຊາຄືໝາກ 1ຄຳ ຢາ1ກອກ ເມື່ອບູຊາແລ້ວໆ ກໍໃຫ້ປ້ຳໄມ້ ນັ້ນທັນ ທີ ເມື່ອປ້ຳແລ້ວຕ້ອງເ ບິ່ງທິດທາງໄມ້ ນັ້ນລົ້ມລົງ ໃຫ້ດີເພາະໄມ້ ທີ່ຈະເຮັດເສົາ ເອກໄດ້ຕ້ອງເປັນ ໄມ້ທີ່ປ້ຳແລ້ວ ລົ້ມຕົກໃສ່ດິນ ເທົ່ານັ້ນ ຖ້າປ້ຳແລ້ວໄມ້ ຟົ້ງຂຶ້ນຄ້າງຕໍ ໄມ້ເກົ່າທີ່ພວມ ຕັດຮ້ອງວ່າ “ໄມ້ຍອງຕໍ” ຫຼືປ້ຳແລ້ວ ປາຍໄມ້ໄປພາດ ກັບຕົ້ນໄມ້ອື່ນ ບໍ່ຕົກຮອດດິນ ໄມ້ແນວນີ້ນອກ ຈາກຈະໃຊ້ເຮັດ ເສົາເອກບໍ່ໄດ້ ແລ້ວຍັງເຮັດເສົາ ອື່ນອີກ ກໍ່ບໍ່ໄດ້.

ເມື່ອໄດ້ເສົາເອກ ແລ້ວກໍຈຶ່ງຄ່ອຍ ຕັດໄມ້ເສົາອື່ນໆ ຈົນຄົບແລ້ວ ກໍພາກັນແກ່ ໄມ້ເຂົ້າບ້ານແລະ ຂໍແຮງ ກັນມາຖາກເສົາ ໂດຍສ່ວນຫຼາຍ ພວກພວນ ມັກເຮັດເຮືອນ ເປັນເສົາແປດຫຼ່ຽມ ເມື່ອຫາໄມ້ສ່ວນ ອື່ນໆໄດ້ຄົບ ໝົດແລ້ວ ຜູ້ປຸກຈະຕ້ອງ ປຸກຕູບແຮໄວ້ ສຳລັບພັກເຊົາ ຣະຫວ່າງປຸກເຮືອນ ຊຶ່ງຄົນພວນ ຮ້ອງວ່າ “ລົງຜາມ” ບໍ່ໃຫ້ໄປ ພັກເຊົານຳ ເຮືອນອື່ນ.

ມື້ນຶ່ງກ່ອນຮອດ ມື້ປຸກເຮືອນ ເຈົ້າຂອງເຮືອນ ຈະຂຸດຂຸມໄວ້ ແລ້ວຂໍແຮງ ຜູ້ອື່ນຍົກເສົາ ມາແຮໄວ້ໃກ້ ປາກຂຸມຕົກແລງ ມາກໍນິມົນ ພຣະມາສູດ ຈະເຫັນໄດ້ວ່າ ການ ປຸກເຮືອນຂອງ ຄົນພວນ ມີພິທີ ລະອຽດຫຼາຍ ເຮືອນຄົນພວນຈຶ່ງ ເປັນສິ່ງສຳຄັນ ສຳລັບການໃຊ້ ຊີວິດ ດັ່ງນັ້ນຈຶ່ງ ປາກົດວ່າ ເມື່ອຢູ່ກັນເປັນ ບ້ານແລ້ວຄົນພວນ ຈຶ່ງ ບໍ່ຄ່ອຍໂຍກຍ້າຍ ໄປບ່ອນອື່ນແຕ່ ຈະຢູ່ບ່ອນນັ້ນ ຈົນຕາຍ. (ສຽງລຳ : ລາວພວນ)

ທ່ານຜູ້ຟັງທີ່ ຮັກແພງ ເວລາສຳລັບ ລາຍການຂອງເຮົາ ໃນສັປດານີ້ ໄດ້ສິ້ນສຸດລົງແລ້ວ ເຊີນທ່ານຮັບຟັງ ເລື້ອງຂອງ “ບ້ານລາວໃນໄທຍ ແຕ່ອາດີດ ຫາປະຈຸບັນ”  ໄດ້ໃໝ່ໃນ ສັປດາໜ້າ ຊຶ່ງຈະໄດ້ ສເນີການປຸກ ເຮືອນຂອງຄົນພວນ ຕໍ່ໄປ ເພື່ອໃຫ້ເຫັນ ຄວາມເລິກຊື້ງຂອງ ຄົນພວນ ທີ່ມີຕໍ່ຖິ່ນຖານ ທີ່ຢູ່ອາໃສ ແລະເຮັດໃຫ້ຄົນ ພວນບໍ່ຍອມໜີ ຫຼືໂຍກຍ້າຍໄປ ບ່ອນອື່ນໃດ້ງ່າຍໆ.

ສຳລັບ ສັປດານີ້ ຂໍໄດ້ຮັບຄວາມ ປຣາຖນາດີຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ ແລະຂ້າພະເຈົ້າ ວຽງໄຊ ຜູ້ສເນີ  ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.