ບ້ານລາວ ໃນປະເທດໄທ: ຕອນທີ 89
2007.11.20
ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ແລະຮັກແພງ ເມື່ອສັປດາ ທີ່ຜ່ານມາ: ເຮົາໄດ້ສເນີ ວ່າການຫຼີ້ນ ປະເພນີຂອງ ຄົນພວນ ໄດ້ຖືກກຳນົດ ໃຫ້ຫຼີ້ນເປັນໝູ່ ເພື່ອໃຫ້ທຸກ ຄົນ ໄດ້ອອກແຮງງານ ຮ່ວມມື ຕ້ອງຊ່ວຍກັນ ເພື່ອຜ່ານຜ່າອຸປສັກ ໄປພ້ອມກັນ ບໍ່ວ່າຈະຫຼີ້ນ ຖໍ່ສ້າວ ຂາໂຕງເຕວ ຕໍ່ໄກ່ ແລະທີ່ມ່ວນຫຼາຍ ແມ່ນຫຼີ້ນກ່ຽວກັບ ການ ຊົງເຈົ້າເຂົ້າຜີ ເຊັ່ນ ຜີນາງກວັກ ຜີລິງລົມ ຜີນາງດົ້ງ ຜີນາງຕານ ຜີນາງສາກ ຜີທະນານ ຜີສຸ່ມ ຊຶ່ງລ້ວນແລ້ວແຕ່ ສ້າງຄວາມມ່ວນຊື່ນ.
ການຫຼີ້ນ ປະເພນີມີ ຄວາມສຳຄັນ ສຳຫຼັບຄວາມ ເປັນຄົນພວນ ຢ່າງຫຼວງຫຼາຍ ແລະຍ້ອນການຫຼີ້ນ ປະເພນີ ນີ້ເອງ ເຮັດໃຫ້ຄົນພວນ ຍັງສາມາດ ຮັກສາ ວັທນະທັມ ແລະເອກລັກຄວາມ ເປັນພວນ ເອົາໄວ້ໄດ້ ຊຶ່ງຖືວ່າເປັນ ກຸດສະໂລບາຍ ອັນເລິກແລບ ຂອງບັນພະບຸຣຸດ ຂອງພວກເຂົາເຈົ້າ ທີ່ໄດ້ກຳນົດ ໃຫ້ຫຼີ້ນ ປະເພນີ ໃນມື້ບຸນ ກຳຟ້າແລະ ບຸນສັງຂານ ໂດຍຈະ ປາດສຈາກບໍ່ໄດ້.
ໃນສັປດານີ້: ຈະໄດ້ສເນີ ເລື້ອງຮີດຄອງ ປະເພນີຂອງ ຄົນພວນ. (ສຽງລຳ : ລາວພວນ)
ເຖິງແມ່ນວ່າ ຄົນພວນ ຈະບໍ່ຖືວ່າພວກ ເຂົາເຈົ້າເປັນລາວ ໂດຍສະເພາະ ຄົນພວນ ຢູ່ປະເທດໄທ ຊຶ່ງມັກຈະເວົ້າວ່າ ພວກເຂົາເຈົ້າເປັນໄທ ຫຼືໄທພວນ ຫຼືຖ້າຈະຮ້ອງ ຕົນເອງ ກໍຈະຮ້ອງວ່າ ເປັນ “ຄົນພວນ” ອັນເຮັດໃຫ້ເຫັນ ວ່າພວນບໍ່ມີ ເຊື້ອລາວພໍດີ້ ແລະບໍ່ມີຄຳວ່າ “ລາວພວນ” ໃນວັຈນານຸກົມ ຂອງຄົນພວນ.
ຢ່າງໃດກໍຕາມ ເຖິງວ່າຄົນພວນ ຈະເປັນໄທ ຫຼືເປັນຄົນພວນ ບໍ່ແມ່ນລາວ ແຕ່ພວກເຂົາເຈົ້າ ກໍຍັງໜີຄວາມ ເປັນລາວ ໄປບໍ່ມົ້ມ ມີຫຼາຍອັນຫຼາຍ ແນວທີ່ເຮັດໃຫ້ ເຫັນ ວ່າເນື້ອໃນຂອງ ຄົນພວນທີ່ແທ້ ແລ້ວກໍບໍ່ມີ ຫຍັງແຕກຕ່າງກັບ ຄົນລາວ ບໍ່ວ່າຈະເປັນ ພາສາປາກເວົ້າ ຕົວໜັງສື ແລະທີ່ ສຳຄັນກໍຄື ຮີດແລະຄອງ ນັ້ນເອງ.
ຄົນພວນນັບ ຖືຮີດແລະຄອງ ມາແຕ່ເຫິງນານ ແລ້ວ ໃນປຶ້ມຫົວຕ່າງໆ ທີ່ຂຽນກ່ຽວກັບ ຄົນພວນກໍມັກ ຈະຂຽນໄວ້ວ່າ ຄົນພວນຖືຮີດ-ຄອງມາເປັນ ເວລາ ພັນປີແລ້ວ ແລະຮີດ-ຄອງ ທີ່ຄົນພວນຖື ຮ້ອງວ່າ “ຮີດ12ຄອງ14” (ສຽງລຳ : ລາວພວນ)
ຮີດ12ຄອງ14 ຂອງຄົນພວນແມ່ນ ອັນດຽວກັນກັບ ຂອງຄົນລາວທີ່ ຢຶດຖືກັນມາ ແຕ່ບູຮານ ມີແຕ່ຄົນເຊື້ອ ສາຍລາວເທົ່ານັ້ນ ທີ່ຖືຮີດ-ຄອງ ເຖິງແມ່ນວ່າຄົນ ເຊື້ອ ສາຍອື່ນ ຈະມີບຸນ ປະເພນີ 12ເດືອນ ຄືກັນກັບຮີດ 12 ແຕ່ບຸນຕ່າງໆ ກໍບໍ່ຄົບຖ້ວນ ເຖິງ12ຮີດ ຊຶ່ງສ່ວນຫຼາຍ ທີ່ມີຄືກັນແມ່ນ ເດືອນ5 ເປັນບຸນສັງຂານ ຫຼືສົງການ ເດືອນ 8 ເຂົ້າວະສາ ຫຼືເຂົ້າພັນສາ ເດືອນ 9 ບຸນເຂົ້າ ປະດັບດິນ ເດືອນ 11 ບຸນອອກວະສາ ຫຼືອອກພັນສາ ແລະເດືອນ 12 ເປັນບຸນກະຖິນ ເຊັ່ນປະເພນີ 12 ເດືອນຂອງຄົນໄທ ພາກກາງຂອງ ປະເທດໄທ ຊຶ່ງບຸນເຂົ້າ ພັນສາ ບຸນອອກພັນສາ ແລະ ບຸນກະຖິນນັ້ນ ອັນເປັນ ທັມມະດາ ຂອງຄົນທີ່ນັບຖື ສາສນາພຸທ ນອກຈາກ 3ບຸນ ດັ່ງກ່າວນີ້ແລ້ວ ຄົນໄທພາກອື່ນໆ ກໍມີບຸນ ແຕກຕ່າງກັນໄປ ເຊັ່ນຄົນໄທ ທາງພາກໃຕ້ ມີບຸນເຂົ້າສາກ ຄືບຸນເດືອນສິບ ຫຼືທີ່ຮ້ອງວ່າ “ບຸນຊິງເປດ” (ຍາດເອົາ ເຄື່ອງນຳຜີເຜດ) ສ່ວນຄົນລ້ານນາ ຫຼືຄົນພາກເໜືອ ຂອງໄທ ກໍມີແຕ່ພຽງ ບຸນຕານກ໋ວຍສລາກ ໃນເດືອນ 10 ນອກຈາກນີ້ແລ້ວ ບໍ່ມີຄົນເຊື້ອ ສາຍອື່ນທີ່ມີ ບຸນຈົນຄົບຮີດ ທັງໝົດ ຄື12ຮີດ ຄືຄົນ ເຊຶ້ອສາຍລາວ.
ສຳລັບຄົນພວນ ແລ້ວເຖິງແມ່ນວ່າ ພວກເຂົາເຈົ້າ ຈະຕັ້ງເຮືອນຊານ ຢູ່ປະເທດໄທ ນັບເປັນຫຼາຍຮ້ອຍ ປີແລ້ວກໍ່ຕາມ ແຕ່ພວກເຂົາເຈົ້າ ຍັງຮັກສາຮີດ 12 ນີ້ໄວ້ ເກືອບຈະຄົນ ຖ້ວນຕາມຮີດເກົ່າ ຈະມີພຽງລາງ ບຸນເທົ່ານັ້ນ ທີ່ບໍ່ມີແລ້ວ ເນຶ່ອງຈາກວ່າ ວິຖີຊີວິດ ຂອງຄົນພວນ ຈະປ່ຽນແປງໄປ ຈາກອາດີດ ຫຼືເປັນຍ້ອນວ່າ ຄົນ ຫຼາຍຂຶ້ນ ເຮືອນຊານກໍມີ ຫຼາຍຂຶ້ນດ້ວຍ ເຮັດໃຫ້ບໍ່ສາມາດ ເຮັດບຸນ ລາງບຸນໄດ້ ເຊັ່ນບຸນບັ້ງໄຟ ເປັນຕົ້ນຍ້ອນວ່າ ບັ້ງໄຟອາດຈະ ຕົກໃສ່ຄົນແລະ ຕົກໃສ່ເຮືອນ ກໍເປັນໄດ້ ພວກເຂົາເຈົ້າຈຶ່ງ ບໍ່ພາກັນເຮັດ ບຸນດັ່ງກ່າວ.
ອາຈານ ສົມພອນ ສີພຶ່ງ ຊຶ່ງເປັນນາຍຄູ ຢູ່ບ້ານຫຼຸມເຂົ້າ ເມືອງໂຄກສຳໂຣງ ແຂວງລົບບຸຣີ ໄດ້ຜູກຜະຫຍາ ກ່າວເຖິງບຸນທີ່ ເຫຼືອໃນຮີດ 12 ຂອງຄົນພວນເອົາ ໄວ້ ດັ່ງນີ້...
ເດືອນອ້າຍ ບຸນເຂົ້າຈີ່ ເດືອນຍີ່ ບຸນເຂົ້າຫຼາມ ເດືອນສາມ ບຸນກຳຟ້າ ເດືອນຫ້າ ບຸນສົງການ (ບຸນສັງຂານ) ເດືອນຫົກ ບຸນໝູ່ບ້ານ ເດືອນແປດ ບຸນເຂົ້າພັນສາ(ວະສາ) ເດືອນເກົ້າ ບຸນຫໍ່ເຂົ້າສາດ ເດືອນສິບເອັດ ບຸນຕັກບາດ ເທໂວ ເດືອນສິບສອງ ໃສ່ກະຈາດ ເທດບຸນ ມະຫາຊາດ ສນຸກແລ.
ເຖິງແມ່ນຈະ ປະຕິບັດຮີດ 12 ສັບຫວ່າງເປັນ ບາງເດືອນແຕ່ ກໍເຫັນໄດ້ວ່າ ຮີດ 12 ຂອງຄົນພວນຍັງ ເປັນແນວດຽວກັນ ກັບຮີດ 12 ຂອງລາວ ເພາະມີແຕ່ຄົນ ເຊື້ອລາວເທົ່ານັ້ນ ທີ່ປະຕິບັດ ຮີດ-ຄອງນີ້ ດັ່ງປຶ້ມຄູ່ມື ພົງສາວະດານ ລາວຂອງທ່ານ ດວງໄຊ ຫຼວງພະສີ (ດວງໄຊ ຫຼວງພະສີ, 1995) ໄດ້ຂຽນກ່ຽວກັບ ຮີດຄອງ ເອົາໄວ້ວ່າຮີດ 12ຄອງ14 ທີ່ຄົນເຊື້ອສາຍ ລາວຢຶດຖື ປະຕິບັດກັນ ຢູ່ນີ້ແມ່ນມີມາ ແຕ່ສະໄໝ ໜອງແສ ໃນຣັຊສະໄໝ ຂອງຂຸນບໍລົມ ຊຶ່ງເນື້ອໃນໄດ້ ກ່າວໄວ້ດັ່ງນີ້ ..ອານາຈັກໜອງແສ (ຄ.ສ. 618-757) ມີນັກປາດ ນັກກະວີເກິດ ຂຶ້ນຢ່າງຫຼວງຫຼາຍ ມີຮູປແບບການ ປົກຄອງ ມີປະເພນີ ແລະຈາຣີດ ຣະບຽບພາຍ ໃນວັງ ແລະ ພິທີການເຂົ້າ ເຝົ້າແລະຂາບທູນ ເຈົ້າຊີວິດ ຊັ້ນຍົດຕໍາແໜ່ງ ຂອງຝ່າຍທະຫານ ແລະພົລເຮືອນ ຕຼອດໄປຈົນເຖິງ ການປົກຄອງ ໃນສ່ວນທ້ອງຖິ່ນ ການນຸ່ງຖື ການ ເສບດົນຕີ ການແຕ່ງງານ ການກິນລ້ຽງ ການພົບປະ ສັງສັນ ການຄ້າຂາຍ ຕຼອດຈົນການ ທຳໄຮ່ໃສ່ນາ ຈົນມີການ ປະຕິບັດມາ ຈົນຮອດປັດຈຸບັນ ໂດຍຣະບຽບ ແບບແຜນທຸກຢ່າງ ໄດ້ມີການຂຽນ ເປັນໜັງສື ເອົາໄວ້ (ສຽງລຳ: ລາວພວນ)
ປຶ້ມປະເພນີ ໂບຮານ ຂຽນໂດຍ ປີຊາ ພິນທອງ (ປີຊາ ພິນທອງ 1991) ໄດ້ກ່າວເຖິງຮີດ 12 ເອົາໄວ້ວ່າ ຮີດກົງກັບ ພາສາບາລີວ່າ ຈາຣິດຕະ ພາສາ ສັນສະກຼິດ ວ່າ ຈາຣິດຕຼະ ຊຶ່ງມີຄວາມໝາຍ ວ່າຂະໜົບທັມນຽມ ແບບແຜນຄວາມ ປະພຶດດີງາມ ຫຼືປະເພນີ ຊື່ງມີດັ່ງນີ້.
ຮີດທີ1 ເດືອນອ້າຍ: ບຸນເຂົ້າກັມ ເປັນບຸນສຳລັບ ພຣະສົງຜູ້ທີ່ ຕ້ອງອາບັດ ສັງຄາທິເສດ ຕ້ອງຢູ່ກັມ ຍາດໂຍມພໍ່ອອກ ແມ່ອອກທີ່ຫວັງ ຈະໄດ້ບຸນກໍ ໄປເຮັດບຸນ ຮີດທີ2 ເດືອນຍີ່: ບຸນຄູນລານ ຄືເມື່ອເຮັດນາ ໄດ້ຜົນຜລິດດີ ຊາວນາ ກໍເຮັດບຸນ ຮີດທີ3 ເດືອນສາມ: ບຸນເຂົ້າຈີ່ ເປັນການທຳບຸນ ດ້ວຍເຂົ້າຈີ່ ຊຶ່ງຖືວ່າໄດ້ ບຸນຫຼາຍ ຮີດ4 ເດືອນສີ່: ບຸນພຣະເຫວດ ເຊື່ອວ່າຖ້າຜູ້ໃດ ໄດ້ຟັງເທດ ພຣະເຫວດຈົບ ໃນມື້ດຽວຈະ ໄດ້ເກີດຮ່ວມ ພຣະສີອານ ຮີດທີ5 ເດືອນຫ້າ: ບຸນສົງນ້ຳ ຄືບຸນຮົດສົງ ພຣະພຸທຮູບ ພຣະສົງແລະ ຜູ້ຫຼັກຜູ້ໃຫຍ່ ຫຼຶຮ້ອງອີກຢ່າງ ນຶ່ງວ່າ ບຸນສົງການ ຫຼືບຸນສັງຂານ ຮີດ6 ເດືອນຫົກ: ບຸນບັ້ງໄຟ. ຮີດ7 ເດືອນເຈັດ: ບຸນຊຳຮະ ເຮັດບຸນ ເພື່ອຊະລ້າງ ສິ່ງບໍ່ດີອອກ ຈາກເຮືອນຊານ ແລະຈິດໃຈ ຮີດ8 ເດືອນແປດ: ບຸນເຂົ້າພັນສາ ຮີດ9 ເດືອນເກົ້າ: ບຸນເຂົ້າ ປະດັບດິນ ຄືເອົາເຂົ້າແລະ ອາຫານໄປຖວາຍ ພຣະ ເຫຼືອນັ້ນກໍເອົາ ໄປຫ້ອຍໄວ້ຕາມ ກົກໄມ້ ຮີດທີ10 ເດືອນສິບ: ບຸນເຂົ້າສາກ ຮີດທີ11 ເດືອນສິບເອັດ ບຸນອອກພັນສາ ແລະ ຮີດທີ12 ເດືອນສິບສອງ: ບຸນກະຖິນ (ສຽງລຳ : ລາວພວນ)
ສຳລັບຄົນພວນ ບ້ານປ່າແດງນັ້ນ ພວກເຂົາເຈົ້າໄດ້ ຖືປະຕິບັດ ຮີດ12 ຢ່າງເຄັ່ງຄັດ ໂດຍພໍ່ເຖົ້າ ສຸວັນ ຫົງສາວະດີ ໝໍພອນແລະ ເປັນຜູ້ຊາຍ ທີ່ມີອາຍຸຫຼາຍ ທີ່ສຸດ ໃນບ້ານປ່າແດງ ໄດ້ເວົ້າເຖິງການ ປະຕິບັດຮີດ 12 ໃຫ້ຟັງວ່າ ຄົນບ້ານປ່າແດງ ເຮັດບຸນຈົນຄົບ ທັງ12ຮີດ ຄືມີບຸນທຸກເດືອນ ເຊັ່ນດຽວກັບຮີດ 12 ຂອງຄົນລາວ ມີພຽງລາງບຸນ ເທົ່ານັ້ນທີ່ຜິດ ໄປຈາກຮີດ ຂອງລາວ ຄືຮີດທີ7 ຄືບຸນຊຳຮະ ຄົນພວນພາກັນ ເຮັດບຸນຮ້ອງວ່າ “ບຸນກາງບ້ານ” ຊຶ່ງມີຂຶ້ນໃນ ເດືອນຫົກ ແລະອີກຮີດ ນຶ່ງຄືຮີດທີ9 ບຸນເຂົ້າ ປະດັບດິນ ຄົນພວນບໍ່ເຮັດ ບຸນດັ່ງກ່າວ ຄືພວກເຂົາເຈົ້າ ພາກັນເຮັດພຽງ ແຕ່ບຸນເຂົ້າສາກ ເທົ່ານັ້ນ ຊຶ່ງຄົນພວນຮ້ອງ ບຸນເຂົ້າສາກວ່າ ບຸນເຂົ້າ ສາດ.
ເຮົາໄດ້ໄລ່ບຸນ ໄປເທື່ອລະບຸນ ກັບພໍ່ເຖົ້າ ສຸວັນ ຕັ້ງແຕ່ບຸນ ເຂົ້າກັມຊຶ່ງເປັນ ຮີດທຳອິດ ຈົນເຖິງບຸນ ສຸດທ້າຍ ຄືບຸນກະຖິນ ພໍ່ເຖົ້າເວົ້າເຖິງ ແຕ່ລະບຸນວ່າ ລາງບຸນໄດ້ມີ ການປ່ຽນແປງ ແດ່ ເຊັ່ນບຸນບັ້ງໄຟ ເຖິງແມ່ນວ່າບ້ານ ຄົນອ້ອມແອ້ມ ບ້ານປ່າແດງ ຈະຍັງບໍ່ມີ ເຮືອນຄົນຫຼາຍ ເທົ່າໃດແຕ່ກໍ ບໍ່ໄດ້ຈັດໃຫ້ ມີຂຶ້ນທຸກປີ ເປັນເພາະວ່າຜູ້ ພາເຮັດບຸນ ຄືຄູບາທີ່ເປັນ ເຈົ້າວັດໄດ້ ມໍຣະນະພາບ ໄປແລ້ວເລີຍ ບໍ່ມີຜູ້ພາ ເຮັດບຸນບັ້ງໄຟ.
ດັ່ງພໍ່ເຖົ້າ ສຸວັນ ຫົງສາວະດີ ເວົ້າເຖິງ ບຸນປາງນີ້ວ່າ ... (ສຽງ ພໍ່ເຖົ້າສຸວັນ ຫົງສາວະດີ: ບຸນບັ້ງໄຟ)
ຈະເຫັນໄດ້ວ່າ ບຸນໃນ 12ຮີດ ຂອງຄົນພວນນັ້ນ ຄາດເຄື່ອນຈາກ ຂອງລາວແດ່ແຕ່ ກໍຍັງຄົງເນື້ອໃນ ແລະຈຳນວນບຸນ ເກືອບຄົບຖ້ວນ ຊຶ່ງຢູ່ ປະເທດໄທ ນອກຈາກ ຄົນເຊື້ອສາຍ ລາວແລ້ວກໍມີ ແຕ່ຄົນພວນນີ້ ເທົ່ານັ້ນທີ່ຍັງ ປະຕິບັດ ຮີດຄອງຫຼາຍ ທີ່ສຸດ ຈະເຫັນໄດ້ວ່າ ແມ່ນແຕ່ຄົນ ໄທດຳຢູ່ໃນ ປະເທດໄທ ກໍບໍ່ມີການ ທຳບຸນ ຕາມຮີດ12ເລີຍ.
ອັນນີ້ຈະພໍ ສະແດງ ໃຫ້ເຫັນວ່າຄົນ ທີ່ປະຕິບັດ ຮີດ12 ຄືຄົນພວນນັ້ນ ແມ່ນມີເຊື້ອ ສາຍຄົນລາວ ຫຼືບໍ່? (ສຽງລຳ : ລາວພວນ)
ທ່ານຜູ້ຟັງ ທີ່ຮັກແພງ ເວລາສຳລັບ ລາຍການຂອງເຮົາ ໃນສັປດານີ້ ໄດ້ສິ້ນສຸດ ລົງແລ້ວ ເຊີນທ່ານຮັບຟັງ ເລື້ອງຂອງ ບ້ານລາວໃນໄທຍ ແຕ່ອາດີດ ຫາປັດຈຸບັນ ໄດ້ໃໝ່ໃນ ສັປດາໜ້າ ຊຶ່ງຈະໄດ້ນຳ ສເນີ ວັທນະທັມ ປະເພນີ ທີ່ຈະເຮັດໃຫ້ ເຫັນວ່າຄວາມ ໝັ້ນຄົງແຂງແກ່ນ ຂອງສັງຄົມ ຄົນພວນ ມີມາແຕ່ ວັທນະທັມ ປະເພນີ.
ສຳລັບ ສັປດານີ້ ຂໍໄດ້ຮັບຄວາມ ປຣາຖນາດີ ຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ ແລະຂ້າພະເຈົ້າ ວຽງໄຊ ຜູ້ສເນີ ສະບາຍດີ.