ບ້ານລາວ ໃນປະເທດໄທ: ຕອນທີ 88
2007.11.20
ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ແລະຮັກແພງ ເມື່ອສັປດາທີ່ ຜ່ານມາ: ເຮົາໄດ້ສເນີວ່າ ຮີດຄອງ ປະເພນີ ຂອງຄົນພວນ ທີ່ສຳຄັນຄື ບຸນກຳຟ້າ ແລະ ບຸນກຳຟ້າ ກໍເປັນ ກົກເປັນເຫງົ້າ ຂອງປະເພນີ ຂອງຄົນພວນ ອີກຫຼາຍຢ່າງ ຊຶ່ງມີຜົນ ສະທ້ອນຕໍ່ວິຖີ ຊີວິດ ຂອງເຂົາເຈົ້າ ຢ່າງຫຼວງຫຼາຍ.
ກິຈກັມສຳຄັນ ຂອງບຸນກຳຟ້າ ນອກຈາກເຮັດບຸນ ແລ້ວຍັງມີ ການຫຼີ້ນປະເພນີ ຊຶ່ງເປັນມື້ທີ່ ລູກສາວຄົນພວນ ໄດ້ອວດອ້າງ ຄວາມງາມ ຕົກກາງຄືນມາ ພວກເຂົາເຈົ້າກໍ ຈະພາກັນລົງຂ່ວງ ເຮັດໃຫ້ບັນດາ ຊາວໜຸ່ມໄດ້ມີ ໂອກາດພົບກັນ ມີໝໍລຳພວນ ມາລຳ ເພີ່ມຕື່ມ ຄວາມມ່ວນຊື່ນ ຫຼີ້ນມ່ວນກັນຢ່າງ ບໍ່ຖືຊາກັນ ເນື່ອງຈາກເປັນ ການຫຼີ້ນຍາມ ກາງຄືນ ເພື່ອໃຫ້ຕື່ນເຕັ້ນ ພວກເຂົາເຈົ້າຈຶ່ງ ຫຼີ້ນກ່ຽວກັບຜີ ດັ່ງການຫຼີ້ນ ນາງກວັກ ເປັນຕົ້ນ.
ໃນສັປດານີ້ : ເຮົາຈະຂໍສເນີວັທນະທັມການຫຼີ້ນປະເພນີຂອງຄົນພວນບ້ານປ່າແດງ ເມືອງ ຕະພານຫີນ ແຂວງພິຈິດຂອງໄທ ເພື່ອຈະໄດ້ຮູ້ຈັກຄົນພວນແລະວັທນະທັມພວນໃຫ້ດີຂຶ້ນຕື່ມ. (ສຽງລຳ : ລາວພວນ)
ການຫຼີ້ນ ປະເພນີ ເປັນການຫຼີ້ນ ທີ່ມີຄວາມ ສຳຄັນສຳຫຼັບ ຄົນພວນ ຍ້ອນການຫຼີ້ນ ປະເພນີ ນີ້ເອງ ເຮັດໃຫ້ຄົນພວນ ຍັງສາມາດ ຮັກສາ ວັທນະທັມ ແລະ ຄວາມເປັນພວນ ເອົາໄວ້ໄດ້ ການຫຼີ້ນ ປະເພນີ ໄດ້ເຮັດໃຫ້ ຄົນພວນ ເຂົ້າໃຈກັນ ແລະ ຮັກແພງກັນ ຕັ້ງແຕ່ນ້ອຍ ຈົນໃຫຍ່ ເນື່ອງຈາກການຫຼີ້ນ ດັ່ງກ່າວ ມີທັງການຫຼີ້ນ ຂອງເດັກນ້ອຍ ແລະການຫຼີ້ນ ຂອງຜູ້ໃຫຍ່ ໂດຍ ບັນພະບຸຣຸດ ຂອງຄົນພວນ ໄດ້ກຳນົດ ຫຼືວາງອອກ ຄືກັນກັບ ເປັນກົດໝາຍ ວ່າຄົນພວນຕ້ອງ ຫຼີ້ນປະເພນີ ໃນມື້ບຸນ ສຳຄັນໆ ເຊັ່ນ ບຸນກຳຟ້າ ແລະບຸນສັງຂານ ໂດຍ ຈະປາສຈາກ ບໍ່ໄດ້.
ການທີ່ ບັນພະບຸຣຸດ ຂອງຄົນພວນ ກຳນົດໄວ້ ດັ່ງນັ້ນ ກໍເພື່ອຈະໃຫ້ ເຂົາເຈົ້າເກີດ ຄວາມສນິດສນົມ ໃນໝູ່ຄົນພວນ ນຳກັນ ຊຶ່ງຖືວ່າເປັນ ກຸດສະໂລບາຍ ອັນເລິກແລບ ດັ່ງນັ້ນ ຄົນພວນ ຈຶ່ງມີຄວາມ ຮັກແພງ ສາມັກຄີກັນ ເຖິງວ່າການ ເວລາຈະໄດ້ ລ່ວງເລີຍ ມາແລ້ວນັບ ພັນໆປີ ເມື່ອຄົນພວນ ຕ້ອງອົພຍົບ ໄປຢູ່ແຜ່ນດິນ ອື່ນການຫຼີ້ນ ປະເພນີ ກໍຍິ່ງມີ ຄວາມສຳຄັນ ຫຼາຍຂຶ້ນ ເທົ່ານັ້ນເອງ.
ເພາະສະນັ້ນ ການຫຼີ້ນ ປະເພນີຂອງ ຄົນພວນ ຈຶ່ງບໍ່ແມ່ນແຕ່ ການຫຼີ້ນມ່ວນຊື່ນ ສນຸກສນານ ເທົ່ານັ້ນ ຫາກຍັງເຮັດໃຫ້ ຄົນພວນ ມີຄວາມຮັກແກ່ນ ກັນຫຼາຍຂຶ້ນ ນຳອີກ. (ສຽງລຳ : ລາວພວນ)
ການຫຼີ້ນ ປະເພນີ ໄດ້ຖືກກຳນົດ ໃຫ້ຫຼີ້ນເປັນໝູ່ ອາໃສ ຄົນຫຼາຍຄົນ ບໍ່ໄດ້ຫຼີ້ນ ຜູ້ດຽວຫຼື ແຕ່ພຽງສອງຄົນ ແຕ່ຫາກ ຕ້ອງຫຼີ້ນເປັນ ໝູ່ສິບໝູ່ຊາວ ທັງນີ້ກໍເພື່ອ ໃຫ້ທຸກຄົນ ໄດ້ອອກແຮງງານ ຫຼືຕ້ອງໄດ້ ຮ່ວມມື ຊ່ວຍເຫຼືອກັນ ເພື່ອຜ່ານຜ່າ ອຸປສັກໄປ ພ້ອມກັນ ແຕ່ຢ່າງໃດ ກໍດີ ເຖິງແມ່ນວ່າຈະ ມີການຮັກສາ ຫຼືມີການ ກຳນົດ ໃຫ້ມີການຫຼີ້ນ ແຕ່ກໍຍັງມີ ການຫຼີ້ນ ປະເພນີ ບາງຢ່າງທີ ບໍ່ມີອີກແລ້ວ ເນື່ອງຈາກສະພາບ ການບ້ານເມືອງ ປ່ຽນແປງໄປ ຫຼືຊອກເຄື່ອງທີ່ ຈະມາປະກອບ ສ່ວນໃນການ ຫຼີ້ນບໍ່ໄດ້.
ຕໍ່ໄປນີ້ ເຮົາຈະເວົ້າເຖິງ ການຫຼີ້ນ ປະເພນີຂອງ ຄົນພວນ ບ້ານປ່າແດງ ທີ່ຍັງຢູ່ຈົນ ຮອດປັດຈຸບັນ ນີ້ຊຶ່ງໄດ້ແກ່ ການຖໍ່ສ້າວ ຊຶ່ງເປັນການຫຼີ້ນ ທີ່ຕ້ອງໃຊ້ ຜູ້ຫຼີ້ນຫຼາຍຄົນ ໂດຍບໍ່ມີການ ຈຳກັດຈຳນວນ ແລະຫຼີ້ນໄດ້ທັງ ຜູ້ໃຫຍ່ແລະ ເດັກນ້ອຍ ວິທີຫຼີ້ນ ກໍ່ຄືຜູ້ຫຼີ້ນ ຕ້ອງພາກັນຫາ ໄມ້ສ້າວ ຊຶ່ງກໍໄດ້ແກ່ ໄມ້ໄຜ່ນັ້ນເອງ ທີ່ມີຄວາມຍາວ ເທົ່າໃດກໍໄດ້ ຈາກນັ້ນກໍແບ່ງ ຜູ້ຫຼີ້ນອອກເປັນ ສອງຝ່າຍ ແລະຂີດເສັ້ນແບ່ງ ເດີ່ນບ່ອນຫຼີ້ນ ຊຶ່ງສ່ວນຫຼາຍ ກໍແມ່ນເດີ່ນວັດ ຫຼືເດີ່ນກາງບ້ານ ທີ່ຢູ່ໃກ້ກັບ ຂ່ວງທີ່ລົງຫຼີ້ນ ເສັ້ນດັ່ງກ່າວນີ້ ຮ້ອງວ່າ ເສັ້ນໄຊ.
ເມື່ອໄດ້ຜູ້ຫຼີ້ນ ສອງຄນະແລ້ວ ກໍເລີ້ມຫຼີ້ນ ໂດຍຜູ້ຫຼີ້ນແຕ່ ລະຝ່າຍຈະ ພາກັນຈັບ ໄມ້ສ້າວແລ້ວ ຍູ້ໄປທາງໜ້າ ເພື່ອຈະໄດ້ຢຽບ ເສັ້ນໄຊ ດັ່ງນັ້ນການຫຼີ້ນ ຖໍ່ສ້າວນີ້ ຄົນລາວຈຶ່ງຮ້ອງ ວ່າຍູ້ສ້າວ ຊຶ່ງການຫຼີ້ນ ຍູ້ສ້າວຂອງ ຄົນລາວອາຈ ບໍ່ໃຊ້ໄມ້ສ້າວ ແຕ່ສາມາດ ໃຊ້ມືເປົ່າ ຍູ້ກັນກໍໄດ້. ເມື່ອຝ່າຍໃດຍູ້ ຈົນອີກຝ່າຍນຶ່ງ ຖອຍຫຼັງ ຈົນຝ່າຍຕົນ ຢຽບເສັ້ນໄຊໄດ້ ກໍຖືວ່າ ຊະນະ ການຫຼີ້ນຖໍ່ສ້າວ ນີ້ໄດ້ສ້າງ ຄວາມມ່ວນຊື່ນ ແລະເກີດການ ຮ່ວມແຮງຮ່ວມໃຈ ກັນເປັນຢ່າງດີ ຍ້ອນວ່າທຸກເທື່ອ ຈະຕ້ອງມີ ຜູ້ຫຼີ້ນ ພາກັນລົ້ມ ກັນເປັນ ຫລ່າວເພາະສູ້ແຮງ ຍູ້ຂອງອີກ ຝ່າຍນື່ງບໍ່ໄດ້. (ສຽງລຳ : ລາວພວນ)
ການຫຼີ້ນອີກ ຢ່າງນຶ່ງຄືການ ຫຼີ້ນຂາໂຕງເຕວ ຫຼືຄົນລາວ ຮ້ອງວ່າ ຫຼີ້ນຂາໂຖກເຖກ ຄືການເອົາໄມ້ ໄຜ່ປ່າຊຶ່ງ ມີຕາໝັ້ນໜຽວ ມາຕັດໂດຍໃຫ້ ເຫຼືອຕາໄວ້ ເພື່ອໃຊ້ເປັນບ່ອນ ວາງຕີນແລະ ຈົ່ງໃຫ້ໄມ້ຍາວ ພໍດີຫຼື ກາຍຫົວຜູ້ຫຼີ້ນ ເພື່ອຈະໄດ້ຈັບ ໄມ້ຖນັດມື ໄມ້ຂາ ໂຕງເຕວ ນີ້ຈະໃຫ້ຍາວ ເທົ່າໃດກໍໄດ້ ຂຶ້ນຢູ່ກັບ ຄວາມສາມາດ ຂອງຜູ້ຫຼີ້ນ ລາງຄົນທີ່ ຫຼີ້ນເກ່ງໆ ກໍໃຊ້ຂາໄມ້ ນີ້ປີນຂຶ້ນເຮືອນ ໂດຍບໍ່ຕ້ອງໃຊ້ ຂັ້ນໃດກໍມີ ດັ່ງທີ່ ພໍ່ເຖົ້າ ສຸວັນ ຫົງສາວະດີ ໝໍພອນຊຶ່ງ ເປັນຄົນພວນ ບ້ານປ່າແດງ ທີ່ມີອາຍຸ ຫຼາຍທີ່ສຸດ ເວົ້າສູ່ຟັງວ່າ (ສຽງ ພໍ່ເຖົ້າສຸວັນ ຫົງສາວະດີ : ຂາໂຕງເຕວ) (ສຽງລຳ : ລາວພວນ)
ການຫຼີ້ນ ປະເພນີ ອີກຢ່າງນຶ່ງ ທີ່ໄດ້ຮັບຄວາມ ນິຍົມໃນໝູ່ ຄົນພວນ ບ້ານປ່າແດງ ກໍຄື ການຫຼີ້ນຕໍ່ໄກ່ ຊຶ່ງຄົນພວນ ບ້ານນີ້ຈະໃຊ້ ສຸ່ມໄກ່ຕົວຈິງ ແລ້ວເອົາ ແພຜືນໜາໆ ຄຸມໄວ້ບໍ່ໃຫ້ ເຫັນຄົນທີ່ຢູ່ ໃນສຸ່ມ ວີທີຫຼີ້ນ ກໍແບ່ງຜູ້ຫຼີ້ນ ອອກເປັນສອງຝ່າຍ ໂດຍໃຫ້ຜູ້ຈະ ຫຼີ້ນນັ້ນ ສະແດງຕົວ ໃຫ້ອີກຝ່າຍນຶ່ງ ເຫັນກ່ອນ ກ່ອນຈະໃຫ້ ຜູ້ຫຼີ້ນຜູ້ນຶ່ງ ເຂົ້າໄປຢູ່ ໃນສຸ່ມ ແລ້ວໃຫ້ຜູ້ ຢູ່ໃນສຸ່ມຂັນ ເປັນໄກ່ໂອກ ແລ້ວຜູ້ຫຼີ້ນ ອີກຝ່າຍນຶ່ງ ກໍຈະທວາຍວ່າ ຜູ້ຂັນໄກ່ ນັ້ນແມ່ນໃຜ ຖ້າທວາຍຖືກ ກໍຊະນະ ຖ້າທວາຍບໍ່ຖືກ ກໍຖືວ່າ ບໍ່ແພ້ແລະ ຖ້າຝ່າຍໃດທວາຍ ຖືກຫຼາຍກວ່າ ກໍເປັນຝ່າຍ ຊະນະ.
ເຖີງແມ່ນວ່າ ຈະມີອາຍຸ ຫຼາຍແລ້ວກໍ່ຕາມ ແຕ່ພໍ່ເຖົ້າ ສຸວັນ ຍັງຈື່ຈຳ ການຫຼີ້ນ ທຸກຢ່າງໄດ້ດີ ແລະເມື່ອຖືກຂໍ ໃຫ້ເວົ້າສູ່ຟັງ ກໍຈະເລົ່າຢ່າງ ມີຄວາມສຸກ ດັ່ງທີ່ພໍ່ເຖົ້າ ເວົ້າເລື່ອງການ ຫຼີ້ນຕໍ່ໄກ່ ສູ່ຟັງວ່າ: (ສຽງ ພໍ່ເຖົ້າສຸວັນ ຫົງສາວະດີ :ຕໍ່ໄກ່) (ສຽງລຳ : ລາວພວນ)
ການຫຼີ້ນ ປະເພນີຂອງ ຄົນພວນ ທີ່ຖືວ່າມ່ວນ ກວ່າໝູ່ກໍຄື ການຫຼີ້ນ ຂີ່ມ້າຫຼັງໂປະ ຫຼືທີ່ຄົນລາວ ຮ້ອງວ່າ ການຫຼີ້ນ ຂີ່ມ້າຫຼັງໂປກ ນັ້ນເອງ ການຫຼີ້ນແນວນີ້ ສ້າງຄວາມມ່ວນຊື່ນ ໃຫ້ແກ່ຜູ້ຫຼີ້ນ ຢ່າງຍິ່ງ ໂດຍສະເພາະ ແມ່ນຊາວໜຸ່ມ ເພາະເປັນການຫຼີ້ນ ທີ່ເປີດ ໂອກາດ ໃຫ້ຖືກເນື້ອ ຖືກຄີງກັນໄດ້ ໂດຍບໍ່ຖືຊາ ເພາະຖືວ່າ ເປັນປະເພນີ.
ວິທີຫຼີ້ນ ກໍໃຫ້ຜູ້ຫຼີ້ນ ຈັບຄູ່ກັນ ອາຈເປັນຜູ້ຊາຍ ຄູ່ກັບຜູ້ຊາຍ ຫຼືຜູ້ຍິງ ຄູ່ຜູ້ຍິງ ແຕ່ສ່ວນຫຼາຍ ແລ້ວແມ່ນນິຍົມ ຈັບຄູ່ຜູ້ຍິງ ກັບຜູ້ຊາຍ ໂດຍໃຫ້ຜູ້ນຶ່ງ ເປັນມ້າ ອີກຜູ້ນຶ່ງເປັນ ຜູ້ຂີ່ຫຼັງ ຫຼືເຈັ່ຽກັນ ນັ້ນເອງ ອຸປກອນໃນ ການຫຼີ້ນຂີ່ມ້າ ຫຼັງໂປະ ກໍໄດ້ແກ່ “ລູກຊ່ວງ” ເຮັດຈາກການ ເອົາແພມາພັນ ກັນຈົນເປັນກ້ອນ ຄືໜ່ວຍບານນ້ອຍ ແລະເມື່ອຜູ້ ຫຼີ້ນທຸກຄູ່ ມາຍືນລ້ອມ ເປັນວົງແລ້ວ ຜູ້ຂີ່ມ້າ ຜູ້ນຶ່ງຈະໂຍນ ລູກຊ່ວງ ໃຫ້ຜູ້ຂີ່ມ້າ ໃນວົງຜູ້ຕໍ່ ໄປຊຶ່ງກໍຈະ ຮັບແລະໂຍນ ຕໍ່ໄປອີກເລື້ອຍໆ. ຖ້າຜູ້ຂີ່ມ້າ ຜູ້ໄດຮັບລູກ ຊ່ວງບໍ່ໄດ້ ມ້າຕົວ ທີ່ຢູ່ໃກ້ກັບ ລູກຊ່ວງ ກໍຈະເອົາ ລູກຊ່ວງທີ່ຕົກ ດິນນັ້ນວີໃສ່ ຜູ້ຂີ່ມ້າ ຖ້າຖືກຜູ້ໃດ ຜູ້ນັ້ນ ກໍຈະຕ້ອງ ເປັນມ້າແລະ ຕ້ອງປ່ຽນມາ ໃຫ້ຜູ້ເປັນມ້າ ຂື້ນຂີ່ຕົນ.
ການຫຼີ້ນຂີ່ມ້າ ຫຼັງໂປະນີ້ ໃຫ້ທັງຄວາມ ມ່ວນຊື່ນແກ່ ຜູ້ຫຼີ້ນ ແຕ່ທີ່ສຳຄັນ ຄືການໄດ້ ຖືກເນື້ອຕ້ອງຄີງ ກັນຂອງຊາວໜຸ່ມ ຊຶ່ງເປັນການ ສະທ້ອນອອກ ແລະຢັ້ງຢືນ ໃຫ້ເຫັນວ່າ ສັງຄົມຄົນພວນ ຫຼືແມ່ນແຕ່ ສັງຄົມຄົນລາວ ເອງນັ້ນ ເປັນສັງຄົມ ທີ່ມີຄວາມ ເຂົ້າໃຈ ແລະສາມາດ ຄຸ້ມຄອງໃນເລື້ອງ ເຍົາວະຊົນ ຊາວໜຸ່ມເປັນ ຢ່າງດີແລະ ປະຕິບັດ ກັນມາແຕ່ ສະໄໝ ບູຮານພູ້ນ. ພໍ່ເຖົ້າສຸວັນ ເວົ້າເຖິງການ ຫຼີ້ນຂີ່ມ້າ ຫຼັງໂປະ ສູ່ຟັງດັ່ງນີ້ (ສຽງ ພໍ່ເຖົ້າສຸວັນ ຫົງສາວະດີ: ມ້າຫຼັງໂປະ) (ສຽງລຳ : ລາວພວນ)
ການຫຼີ້ນ ປະເພນີຂອງ ຄົນພວນ ບ້ານປ່າແດງ ຍັງມີອີກຫຼາຍ ອັນຫຼາຍແນວ ຊຶ່ງບໍ່ສາມາດ ຈະນຳມາສເນີ ໄດ້ໝົດ ໂດຍສະເພາະ ການຫຼີ້ນນາງທຽມ ຊຶ່ງບໍ່ມີແຕ່ ຫຼີ້ນນາງກວັກ ເທົ່ານັ້ນ ຍັງມີການ ຫຼີ້ນຜີລິງລົມ ຜີນາງດົ້ງ ຜີນາງຕານ ຜີນາງສະ ຫຼືຜີນາງສາກ ຜີກະຕ່າ ຜີສຸ່ມ ຊຶ່ງລ້ວນແລ້ວແຕ່ ສ້າງຄວາມ ມ່ວນຊື່ນໃຫ້ແກ່ ຜູ້ຫຼີ້ນ ແລະຜູ້ຊົມ.
ການຫຼີ້ນ ປະເພນີທີ່ ມີຢູ່ຢ່າງ ຫຼວງຫຼາຍນີ້ ນອກຈາກຈະ ສະທ້ອນອອກ ໃຫ້ເຫັນວ່າ ຄົນພວນ ບ້ານປ່າແດງ ຍັງຄົງຮັກສາ ແລະຄຸ້ມຄອງ ປະເພນີ ເອົາໄວ້ໄດ້ແລ້ວ ຍັງເຮັດໃຫ້ເຫັນ ອີກວ່າຄົນພວນ ບ້ານປ່າແດງ ຍັງມີຄວາມ ຮັກແພງກັນ ເປັນຢ່າງດີ ນອກຈາກ ນີ້ແລ້ວການ ຫຼີ້ນປະເພນີ ກໍຄືເຄື່ອງມື ສຳຄັນ ທີ່ຈະບົ່ງຊີ້ ໃຫ້ເຫັນວ່າ ສັງຄົມໃດຍັງ ແຂງແກ່ນ ຫຼືໝັ້ນຄົງ ຢູ່ພຽງໃດ. (ສຽງລຳ : ລາວພວນ)
ທ່ານຜູ້ຟັງ ທີ່ຮັກແພງ ເວລາສຳລັບ ລາຍການຂອງເຮົາ ໃນສັປດານີ້ ໄດ້ສິ້ນສຸດ ລົງແລ້ວ ເຊີນທ່ານຮັບຟັງ ເລື້ອງຂອງ “ບ້ານລາວໃນໄທຍ ແຕ່ອາດີດ ຫາປັດຈຸບັນ” ໄດ້ໃໝ່ໃນ ສັປດາໜ້າ ຊຶ່ງຈະໄດ້ ນຳສເນີ ວັທນະທັມຮີດ 12 ຂອງຄົນພວນ ບ້ານປ່າແດງ ເມືອງ ຕະພານຫີນ ແຂວງພິຈິດ ຂອງໄທ. ສຳລັບ ສັປດານີ້ ຂໍໄດ້ຮັບຄວາມ ປາຖນາດີ ຈາກແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ ແລະຂ້າພະເຈົ້າ ວຽງໄຊ ຜູ້ສເນີ ສະບາຍດີ.