ບ້ານລາວ ໃນປະເທດໄທ: ຕອນທີ 84
2007.11.20
ສະບາຍດີ ທ່ານຜູ້ຟັງທີ່ ເຄົາຣົບ ແລະຮັກແພງ ເມື່ອສັປດາ ທີ່ຜ່ານມາ: ເຮົາໄດ້ສເນີວ່າ ບ້ານປ່າແດງ ຕາແສງ ໜອງພະຍອມ ເມືອງຕະພານຫິນ ແຂວງພິຈິດ ເກີດຂຶ້ນຈາກ ການອົພຍົບ ຍ້າຍຖິ່ນຂອງ ຄົນພວນ ຈາກອຳເພີເມືອງ ບ້ານໝີ່ ແລະ ອຳເພີເມືອງ ແຂວງລົບບຸຣີ ເນື່ອງຈາກພື້ນທີ່ ເຮັດຢູ່ທຳກິນ ລົດໜ້ອຍລົງ ຈຶ່ງພາກັນ ອົພຍົບ ໂດຍທາງທາງ ຣົຖໄຟ ໂດຍມີ “ພໍ່ວາດ ສິບພຸດ” ຊຶ່ງເປັນໝໍຍາ ແລະໝໍມໍເປັນ ຜູ້ນຳພາ.
ຄົນລາວພວນ ກຸ່ມນີ້ ມີວິທີເລືອກ ບ່ອນຕັ້ງບ້ານ ໂດຍສັງເກດຈາກ “ຟ່ອນເຂົ້າ” ຂອງໄທບ້ານ ຖ້າບໍຣິເວນ ໃດໄທບ້ານປົງ ຟ່ອນເຂົ້າຖີ່ ກໍຈະເລືອກເອົາ ບ່ອນນັ້ນ ແລະໃນທີ່ສຸດ ພວກເຂົາເຈົ້າ ກໍໄດ້ພື້ນທີ່ ທີ່ມີຫ້ວຍຫຼາຍ ສາຍໄຫຼຜ່ານ, ມີປ່າໄມ້ ຕຶບໜາພ້ອມທັງ ມີພວກສັດປ່າ ແລະ ຜັກນາງອາງຫຍ້າ ອຸດົມສົມບູນ ຊຶ່ງກໍຄື ບ້ານປ່າແດງ ໃນປັດຈຸບັນ ນີ້ນັ້ນເອງ.
ໃນສັປດານີ້: ເຮົາຈະໄດ້ສເນີ ວິຖີຊີວິດ ຂອງຄົນລາວພວນ ບ້ານປ່າແດງ. (ສຽງລຳ : ລາວພວນ)
ຫຼັງຈາກທີ່ ອົພຍົບ ກຸ່ມທຳອິດໄດ້ ເຫັນຄວາມ ອຸດົມສົມບູນ ຂອງທົ່ງນາ ໃນເຂດ ເມືອງຕະພານຫີນ ແລ້ວ ກຸ່ມຄົນທັງ 5 ຄອບຄົວຈຶ່ງໄດ້ ພາກັນກັບໄປ ບ້ານໝີ່ ແລ້ວກໍໄປເລົ່າ ເລື້ອງທີ່ໄດ້ໄປ ເຫັນພື້ນທີ່ ທີ່ຈະຕັ້ງບ້ານ ບ່ອນໃໝ່ໃຫ້ຍາດ ພີ່ນ້ອງຟັງ ປາກົດວ່າ ມີຜູ້ສົນໃຈ ຢາກຍ້າຍບ້ານໄປ ຢູ່ນຳພວກ ເຂົາເຈົ້າ ເປັນຈຳນວນ ຫຼວງຫຼາຍ ແລ້ວຊາວບ້ານ ຈຶ່ງພາກັນໄປ ເບິ່ງພື້ນທີ່ ແລະເມື່ອໄດ້ໄປ ເຫັນຄວາມ ອຸດົມສົມບູນ ສົມກັບຄວາມ ເລົ່າລືແລ້ວ ກໍກັບຄືນໄປ ຍ້າຍຄອບຄົວ ໄປຢູ່ຢ່າງ ຖາວອນ.
ໃນການໄປຢູ່ ໄລຍະທຳອິດ ຄົນກຸ່ມນີ້ ຈະຢູ່ແບບ ເຕົ້າໂຮມກັນ ບໍ່ມີຜູ້ໃດ ແຍກຕົວອອກໄປ ຢູ່ຕ່າງຫາກ ເພາະວ່າ ໃນອ່າວນັ້ນ ນອກຈາກຄວາມ ອຸດົມສົມບູນ ຂອງຊັພຍາກອນ ແລ້ວ ກໍ່ຍັງມີສັດ ປ່າທີ່ເປັນ ອັນຕະລາຍ ຢູ່ຢ່າງຫຼວງຫຼາຍ; ພວກເຂົາເຈົ້າໄດ້ ພາກັນໄປ ປຸກຕູບຢູ່ແຄມ ຫ້ວຍເກດ ຊື່ງເປັນຕູບ ຂນາດໃຫຍ່ ສຳລັບຢູ່ກັນ ໄດ້ໝົດທຸກ ຄອບຄົວ ແມ່ນແຕ່ໝາ ທີ່ໄປນຳ ກໍຍັງຕ້ອງ ໃຫ້ຂຶ້ນໄປຢູ່ ເທິງຕູບ ຖ້າບໍ່ດັ່ງນັ້ນ ຕົກຍາມກາງຄືນ ມາກໍຈະຖືກ ເສືອຄາບໄປ ກິນໄດ້.
ຕໍ່ມາເມື່ອ ພາກັນຂຸດກົ່ນ ສາວໄຮ່ສາວນາ ແລ້ວຈຶ່ງໄດ້ຍ້າຍ ກັນອອກໄປປຸກ ຕູບຢູ່ເປັນ ຄອບຄົວໃຜລາວ ແຕ່ກໍຍັງປຸກ ໃຫ້ຢູ່ໃກ້ໆກັນ ດັ່ງນັ້ນຊຸມຊົນ ບ່ອນທຳອິດ ຈຶ່ງຕັ້ງຢາຍກັນ ໄປຕາມຫ້ວຍເກດ ຊຶ່ງໄຫຼໄປຕົກ ແມ່ນ້ຳນ້ານ ໂດຍພວກເຂົາເຈົ້າ ຕັ້ງຊື່ບ້ານ ວ່າ ບ້ານຄອງຫ້ວຍເກດ ຊຶ່ງເປັນຊື່ທີ່ ຄົນໄທຮ້ອງ ຫ້ວຍເກດວ່າ ຄອງຫ້ວຍເກດ.
ເມື່ອ ປີ ຄ.ສ. 1916 ຫຼື 2 ປີ ຫຼັງຈາກທີ່ໄດ້ ຕັ້ງບ້ານຄອງ ຫ້ວຍເກດ ທາງຣາຊການ ກໍໄດ້ໃຫ້ ຊາວບ້ານຕັ້ງ ນາຍບ້ານ ພວກເຂົາເຈົ້າ ກໍຈຶ່ງພາກັນ ຕັ້ງຊື່ ບ້ານໃໝ່ວ່າ “ບ້ານປ່າແດງ” ຊຶ່ງໃນເວລາ ນັ້ນຂຶ້ນຢູ່ກັບ ເມືອງທ່າຫຼວງ ແຂວງພິຈິດ ບໍ່ແມ່ນເມືອງຕະ ພານຫີນ ຄືທຸກມື້ນີ້.
ອາຈານ ອະນັນ ປຸຣະປັນຍາ ຮອງຜູ້ ອຳນວຍການ ໂຮງຮຽນ ບ້ານປ່າແດງ ຊຶ່ງເປັນຄົນພວນ ບ້ານປ່າແດງ ໂດຍພໍ່ຂອງທ່ານ ເປັນຄົນ ອົພຍົບຮຸ່ນທີ 2 ໄດ້ເວົ້າເຖິງການ ອົພຍົບ ຂອງກຸ່ມຄົນພວນ ບ້ານປ່າແດງ ໃຫ້ຟັງວ່າ…(ສຽງ ອາຈານ ອະນັນ ປຸຣະປັນຍາ: ການໂຍກຍ້າຍ ມາຢູ່ ບ້ານປ່າແດງ)
ແຕ່ຢ່າງໃດກໍດີ ກ່ອນໜ້າທີ່ ກຸ່ມຄົນພວນ ກຸ່ມນີ້ຈະໄດ້ ເຂົ້າໄປພື້ນທີ່ ໝາຍໄຮ່ໝາຍນາ ແລະປຸກເຮືອນ ຊານນັ້ນ ພື້ນທີ່ອ່າວນີ້ ມີຄອບຄົວ ຄົນລາວ ຢູ່ມາກ່ອນໜ້າ ນັ້ນແລ້ວ ໂດຍຄົນລາວ ກຸ່ມນີ້ມີຢູ່ ບໍ່ຫຼາຍຄອບຄົວ ຈົນປັດຈຸບັນ ນີ້ ຄອບຄົວຄົນລາວ ກຸ່ມດັ່ງກ່າວ ກໍຍັງຢູ່ ບ່ອນເກົ່າ ແລະກາຍເປັນຄົນ ສ່ວນນຶ່ງຂອງ ບ້ານປ່າແດງໃຕ້ ຊຶ່ງເປັນຄົນ ກຸ່ມນ້ອຍຂອງ ບ້ານປ່າແດງ ເພາະວ່າຄົນ ສ່ວນຫຼາຍແມ່ນ ຄົນພວນ ທີ່ມາໃໝ່ ແລະດິນດອນ ສ່ວນຫຼາຍກໍຖືກ ຄົນພວນຄອບຄອງ.
ດິນດອນຕ່ອນຫຍ້າ ທີ່ຄົນພວນ ພາກັນໝາຍໄຮ່ ໝາຍນາ ມີຢູ່ຢ່າງ ຫຼວງຫຼາຍ ແລະເຮັດໄຮ່ເຮັດນາ ໄດ້ເຂົ້າຢ່າງ ອຸດົມສົມບູນ ເຮັດໃຫ້ມີ ຄົນລາວພວນ ຈາກແຂວງ ລົບບຸຣີ ໂຍກຍ້າຍກັນ ນຳມາອີກ ຫຼາຍຂຶ້ນຈົນ ບ້ານປ່າແດງ ຂຍາຍຕົວອອກໄປ ອີກເປັນ 3 ໝູ່ບ້ານ ຄືໝູ່ 1 ຮ້ອງວ່າ ບ້ານປ່າແດງເໜືອ ໝູ່ 6 ຮ້ອງວ່າ ບ້ານປ່າແດງໃຕ້ ແລະໝູ່ 7 ຮ້ອງວ່າ ບ້ານປ່າແດງ.
ໃນ ຄ.ສ. 2004 ການສຳຣວດ ຈຳນວນ ປະຊາກອນ ພົບວ່າ ບ້ານປ່າແດງເໜືອ ມີເຮືອນຄົນຢູ່ 224 ຄອບຄົວ, ປະຊາກອນ 985 ຄົນ; ບ້ານປ່າແດງໃຕ້ 180 ຄອບຄົວ, ປະຊາກອນ 813 ຄົນ; ແລະບ້ານປ່າແດງ ມີ 254 ຄອບຄົວ, 1,074 ຄົນ ຄິດໄລ່ ເປັນປະຊາກອນ ທັງໝົດ 2,872 ຄົນ ແລະຄິດເປັນ 658 ຄອບຄົວ ຊື່ງຖືໄດ້ວ່າ ບ້ານປ່າແດງ ບ້ານຄົນລາວພວນ ນີ້ບໍ່ແມ່ນບ້ານ ນ້ອຍໆເລີຍ ເມື່ອປຽບທຽບ ກັບບ້ານອື່ນໆ ໃນອ່າວດຽວກັນ ຄືຕາແສງ ໜອງພະຍອມ ຊຶ່ງຕາແສງ ຫຼືຕຳບົນ ໜອງພະຍອມ ປະກອບດ້ວຍ ໝູ່ບ້ານທັງໝົດ 11 ໝູ່ບ້ານ ມີຄອບຄົວ ຮວມກັນແຕ່ພຽງ 1,673 ຄອບຄົວເທົ່ານັ້ນ.
ປັດຈຸບັນນີ້ ບ້ານປ່າແດງ ເປັນທີ່ຕັ້ງຂອງ ອົງການ ບໍຣິຫານ ສ່ວນຕຳບົນ ໜອງພະຍອມ ມີນາຍົກ ອົງການ ບໍຣິຫານ ເປັນຄົນລາວພວນ ຄື ທ່ານສະເຫຼີມໄຊ ສີນັນທະກຸນ ແລະສືບຕໍ່ມາ ກໍເປັນຄົນພວນ ຄືກັນ ຊື່ ຍານາງບົງກົດ ຕ່າຍທອງ ຊຶ່ງເປັນນາຍົກ ອົງການ ບໍຣິຫານ ສ່ວນຕຳບົນ ໜອງພະຍອມ ຄົນປັດຈຸບັນ. (ສຽງລຳ : ລາວພວນ)
ຍ້ອນມີດິນ ດອນຢ່າງຫຼວງຫຼາຍ ຄົນບ້ານປ່າແດງ ຈື່ງມີອາຊີບ ຕົ້ນຕໍເປັນ ກະເສດຕະກອນ ຄືເຮັດນາ ແລະເນື່ອງຈາກ ບໍຣິເວນ ທີ່ເລືອກຕັ້ງບ້ານ ເປັນພື້ນທີ່ ທີ່ມີປ່າໄມ້ ຕຶບໜາ ເຮືອນຊານຂອງ ຄົນພວນ ບ້ານນີ້ກໍຈຶ່ງ ມີແຕ່ເຮືອນ ຫຼັງໃຫຍ່ ທີ່ເຮັດດ້ວຍໄມ້ ຢ່າງດີ ແລະເຮືອນຕັ້ງແຕ່ ປູ່ແຕ່ຍ່າ ກໍຍັງເປັນເຮືອນ ຂອງລູກຫຼານ ສືບຕໍ່ມາ ຈົນເທົ້າ ທຸກມື້ນີ້ ໂດຍທີ່ພວກ ລູກຫຼານພຽງແຕ່ ຕໍ່ເຕີມກ້ອງ ຕະລ່າງເຮືອນໃຫ້ ເປັນເຮືອນຊີມັງ ເພື່ອປໂຍດໃຊ້ສອຍ ແລະເພື່ອໃຫ້ ທັນສະໄໝ ແຕ່ຢ່າງໃດ ກໍດີ ໂຄງຮ່າງເຮືອນ ກໍຍັງ ໃຊ້ເຮືອນຫຼັງເກົ່າ ຊຶ່ງເປັນເຮືອນໃຫຍ່ ກ້ອງຕະລ່າງ ສູງກວ່າເຮືອນ ຄົນໄທທົ່ວໄປ; ແລະ ທີ່ຂາດບໍ່ໄດ້ ເຮືອນເກືອບທຸກຫຼັງ ຢູ່ປັດຈຸບັນ ນີ້ຈະຕ້ອງມີ ເລົ້າເຂົ້າ ຊຶ່ງຄົນພວນ ບ້ານປ່າແດງ ນີ້ຮ້ອງວ່າ “ຍຸງເຂົ້າ” ຄຽງຄູ່ກັບເຮືອນ ເຖິງວ່າ ລາງຄອບຄົວທີ່ ບໍ່ມີລູກຫຼານ ສືບຕໍ່ ເຮັດໄຮ່ໃສ່ນາ ກໍໄດ້ມ້າງ ເລົ້າເຂົ້າຖິ້ມ ເພາະບໍ່ເປັນ ປໂຍດຕໍ່ຊີວິດ ແລ້ວກໍຕາມ. (ສຽງລຳ : ລາວພວນ)
ນອກຈາກເຮືອນຊານ ແລະເລົ້າເຂົ້າຈະ ເປັນເອກກະລັກ ຂອງຄົນພວນ ບ້ານປ່າແດງແລ້ວ ຍັງມີອີກ ສິ່ງນຶ່ງທີ່ ເປັນຄວາມນິຍົມ ຂອງຄົນພວນ ບ້ານນີ້ນັ້ນ ກໍຄືພວກ ເຂົາເຈົ້ານິຍົມ ສົ່ງລູກຫຼານ ຮຽນໜັງສື ຈະສັງເກດໄດ້ວ່າ ບໍ່ວ່າຈະຂຶ້ນ ເຮືອນໃດກໍຕາມ ນອກຈາກຮູບຄົນ ໃນເຮືອນແລ້ວ ຢູ່ເທິງຝາເຮືອນ ຈະມີແຕ່ຮູບ ຮັບໃບປຣິນຍາ ຂອງລູກຫຼານ ຄົນພວນເກືອບ ທຸກຫຼັງ.
ອາຈານ ອະນັນ ໄດ້ອະທິບາຍ ວ່າສາຍເຫດທີ່ ຄົນບ້ານປ່າແດງ ນິຍົມ ສົ່ງລູກຮຽນ ກໍເປັນເພາະວ່າ ຄົນພວນ ບ້ານປ່າແດງ ຮູ້ສຶກວ່າ ຕົວເອງ ບໍ່ມີຄວາມຮູ້ ເປັນແຕ່ ພໍ່ໄຮ່ພໍ່ນາ ຈຶ່ງຢາກໃຫ້ ລູກຫຼານ ໄດ້ເປັນເຈົ້າ ຄົນນາຍຄົນ ບໍ່ຕ້ອງບຸກບືນ ເຮັດໄຮ່ໃສ່ນາ ດ້ວຍຄວາມລຳບາກ ຄືພວກເຂົາເຈົ້າ; ອີກປະການນຶ່ງ ເຂົາເຈົ້າຖືວ່າ ຕົນເອງເປັນ ຄົນທຸກຍາກ ຈຶ່ງຢາກໃຫ້ ລູກເຕົ້າມີ ອະນາຄົດ ທີ່ດີກວ່າ ທີ່ສຳຄັນ ພວກເຂົາເຈົ້າ ຫລິງເຫັນວ່າ ອາຊີບ ກະເສດຕະກັມ ບໍ່ແມ່ນອາຊີບ ທີ່ໝັ້ນແກ່ນຫຍັງ ກໍເລີຍສົ່ງ ລູກຮຽນໜັງສື.
ດັ່ງທີ່ອາຈານ ອະນັນ ໄດ້ອະທິບາຍ ວ່າ… (ສຽງ ອາຈານອະນັນ ປຸຣະປັນຍາ : ຄົນພວນ ມັກສົ່ງລູກຮຽນ) (ສຽງລຳ : ລາວພວນ)
ທ່ານຜູ້ຟັງ ທີ່ຮັກແພງ ເວລາສຳລັບ ລາຍການຂອງເຮົາ ໃນສັປດານີ້ ໄດ້ສິ້ນສຸດ ລົງແລ້ວ ເຊີນທ່ານຮັບຟັງ “ບ້ານລາວໃນໄທຍ-ແຕ່ອາດີດຫາ ປັດຈຸບັນ” ໄດ້ໃໝ່ໃນ ສັປດາໜ້າ ຊຶ່ງຈະໄດ້ ນຳສເນີ ການຄຸ້ມຄອງ ຮັກສາ ສິລປະ ວັທນະທັມ ຂອງຄົນພວນ ບ້ານປ່າແດງ. ສຳລັບ ສັປດານີ້ ຂໍໄດ້ຮັບຄວາມ ປຣາຖນາ ດີຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະ ຂ້າພະເຈົ້າ ວຽງໄຊ ຜູ້ສເນີ, ສະບາຍດີ.