ບ້ານລາວ ໃນປະເທດໄທ: ຕອນທີ 83

ໃນຣາຍການ ບ້ານລາວ ໃນໄທ ແຕ່ອາດີດ ຫາປັດຈຸບັນ ມື້ນີ້ ວຽງໄຊ ຈະເວົ້າເຖິງ ກຸ່ມຄົນລາວພວນ ຢູ່ບ້ານປ່າແດງ ຊຶ່ງເປັນບ້ານ ລາວພວນ ແຫ່ງທຳອິດ ທີ່ເຮົາຈະພາ ທ່ານໄປຮູ້ຈັກ.
ວຽງໃຊ
2007.11.20

ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ແລະ ຮັກແພງ ເມື່ອສັປດາ ທີ່ຜ່ານມາ ເຮົາໄດ້ສເນີວ່າ ປະຫວັດສາດ ຂອງຄົນລາວພວນ ກໍຄືກັບ ປະຫວັດສາດ ຂອງຄົນ ເຊື້ອຊາດໄຕ-ໄທ-ລາວ ຄືມີກົກເຫງົ້າ ມາແຕ່ “ຂຸນບໍລົມ” ເໝືອນກັນໂດຍ ບັນພະບຸຣຸສ ຂອງຄົນລາວ ພວນ ແມ່ນ “ຂຸນເຈືອງ” ລູກຊາຍຫຼ້າຂອງ ຂຸນບໍລົມ ຊຶ່ງໄດ້ຖືກສົ່ງ ໄປສ້າງແປງ ເມືອງພວນ.

ໃນອາດີດ ເມືອງພວນເປັນ ຣັຖໆນຶ່ງຊຶ່ງມີ ເຈົ້າຜູ້ຄອງເມືອງ ຢູ່ຫຼາຍອົງ ແລະອົງທີ່ ສຳຄັນຄື “ເຈົ້າລ້ານຄຳກອງ” ຊຶ່ງໄດ້ຮັບການ ຍ້ອງຍໍຈາກ ປະຊາຊົນ ໃຫ້ເປັນເຈົ້າ ຊີວິດ ແຕ່ເນື່ອງຈາກ ເມືອງພວນເປັນຣັຖ ທີ່ຢູ່ຖ້າມກາງ ຣັຖເຈົ້າອຳນາດ ຄື ລາວ ວຽດນາມ ແລະ ສຍາມ ເມືອງພວນ ຈຶ່ງຕົກຢູ່ໃນ ອັນຕະລາຍ.

ໃນສະໄໝຂອງ ເຈົ້າສຸຣິຍະ ວົງສາທັມ ມິກກະຣາຊ ໄດ້ມີການ ຍົກທັບ ວຽງຈັນ ໄປຕີເມືອງພວນ ແລ້ວກວາດຕ້ອນເອົາ ຄົນພວນໄປໄວ້ ວຽງຈັນ ຈົນວຽງຈັນ ມີແຕ່ຄົນພວນ ເຕັມບ້ານເຕັມເມືອງ ແລະໃນທີ່ສຸດ ເມືອງພວນ ກໍຕົກເປັນ ຫົວເມືອງຂຶ້ນ ຂອງລາວ ແລະກາຍເປັນແຂວງ ນຶ່ງຂອງລາວ ຄົນພວນ ຈຶ່ງໄດ້ກາຍເປັນ ຄົນລາວ ແຕ່ນັ້ນມາ.

ໃນສັປດານີ້  ເຮົາຈະໄດ້ ສເນີເລື້ອງຂອງ ຄົນລາວພວນຢູ່ ບ້ານປ່າແດງ ຊຶ່ງເປັນບ້ານ ຄົນລາວພວນ ບ່ອນທຳອິດ ທີ່ເຮົາໄດ້ ລົງພື້ນຖານ. (ສຽງລຳ : ລາວພວນ)

ບ້ານລາວພວນ ແຫ່ງທຳອິດ ແຕ່ພາກເໜືອ ຂອງໄທ ທີ່ເຮົາລົງ ພື້ນຖານແມ່ນ ບ້ານທີ່ຊື່ວ່າ ບ້ານປ່າແດງ ຕາແສງ ໜອງພະຍອມ ເມືອງຕະພານຫິນ ແຂວງພິຈິດ ຊຶ່ງຢູ່ແຂວງ ດັ່ງກ່າວ ບໍ່ແມ່ນແຕ່ ບ້ານປ່າແດງ ນີ້ເທົ່ານັ້ນທີ່ ເປັນບ້ານຂອງ ຄົນລາວພວນ ຫາກ ຍັງມີຢູ່ ເມືອງອື່ນໆອີກ ຄືເມືອງ ບາງມູນນາກ ແລະສຳລັບຢູ່ ເມືອງຕະພານຫີນ ນີ້ກໍຍັງມີ ບ້ານລາວພວນ ບ້ານອື່ນໆອີກ ໄດ້ແກ່ ບ້ານວັງລຸ່ມ ບ້ານວັງທັບຄໍ້ ບ້ານທົ່ງໂພ ແລະພາຍໃນຕົວ ເມືອງຕະພານຫີນ ເອງກໍມີ ຄົນພວນອາສັຍ ຢູ່ອີກເປັນ ຈຳນວນບໍ່ໜ້ອຍ.

ບ້ານປ່າແດງ ເປັນໝູ່ ບ້ານລາວພວນ ທີ່ມີຊື່ສຽງ ທາງດ້ານ ສິລປະວັທນະທັມ ແລະເປັນໝູ່ບ້ານ ທີ່ເປັນໜ້າ ເປັນຕາຂອງ ເມືອງຕະພານຫີນ ແລະຂອງແຂວງ ເນື່ອງຈາກວ່າ ບ້ານນີ້ ເປັນບ້ານທີ່ມີ ຈຸດພິເສດ ຄືເປັນບ້ານເຮັດ ວຽກງານຫັຖກັມ ມີການຕ່ຳແຜ່ນ ແພມັດໝີ່ ຊຶ່ງແພມັດໝີ່ ບ້ານປ່າແດງ ໄດ້ຮັບການ ຍ້ອງຍໍ ຈາກສັງຄົມໄທ ແລະເປັນ “ສິນຄ້າໂອທອບ” (OTOP) ຫຼື One Tambon One Product ຫຼື “1 ຕຳບົນ 1 ຜລິດຕະພັນ” ຂອງຕາແສງ ໜອງພະຍອມ ເຖິງຂນາດໄດ້ ຖືກໃສ່ໃນ ຄຳຂວັນ (motto) ຂອງບ້ານວ່າ “ປະເພນີກຳຟ້າ ຜ້າທໍປ່າແດງ ແຫຼ່ງເຂົ້າສົມບູນ ເຈືອຈຸນນ້ຳໃຈ ກຽງໄກສາວງາມ ຖືຄວາມສາມັກຄີ”.

ນອກຈາກນີ້ແລ້ວ ໄທບ້ານປ່າແດງ ຍັງໄດ້ພາກັນ ຮັກສາຮີຕຄອງ ປະເພນີ ແລະພາສາຂອງ ຄົນລາວພວນ ໄວ້ເປັນຢ່າງດີ ຂະນະທີ່ໝູ່ ບ້ານລາວພວນ ອື່ນໆໃນຂົງເຂດ ໄດ້ກາຍເປັນ ຄົນໄທ ແລະປາກເວົ້າ ພາສາໄທກາງ ໄປຈົນເກືອບ ຈະໝົດແລ້ວ (ສຽງລຳ  ລາວພວນ)

ຄວາມຜູກພັນທາງ ເຊື້ອຊາດຂອງ ຄົນລາວພວນ ບ້ານນີ້ມີ ຢູ່ສູງ ໂດຍຄົນທັງ ໝູ່ບ້ານ ໄດ້ພາກັນ ໃຊ້ຊີວິດ ຢູ່ແບບຄົນພວນ ຄືກັນກັບ ສະໄໝອາດີດ ເຮືອນຊານຍັງເປັນ ເຮືອນຊົງເກົ່າ ພຽງແຕ່ສ້ອມແປງ ເລັກໆນ້ອຍໆ ເທົ່ານັ້ນ, ເຮືອນເກືອບທຸກຫຼັງ ຍັງຄົງມີ ເລົ້າເຂົ້າຕັ້ງ ຄຽງຄູ່ ແລະເລົ້າເຂົ້າຂອງ ຄົນພວນບ້ານນີ້ ລ້ວນແລ້ວແຕ່ ມີຂນາດໃຫຍ່ກວ່າ ຮ້ານຂາຍເຄື່ອງ ໃນໝູ່ບ້ານ ຊ້ຳອີກ.

ບ້ານປ່າແດງ ເປັນບ້ານທີ່ ຜລິດເຂົ້າໄດ້ ຫຼາຍທີ່ສຸດ ໃນຂົງເຂດນີ້ ທັງນີ້ກໍເປັນ ຍ້ອນວ່າ ບັນພະບຸຣຸສ ຂອງຄົນບ້ານນີ້ ກ່ອນຈະໂຍກຍ້າຍ ມາຢູ່ບ່ອນນີ້ ໄດ້ຫລິງເຫັນວ່າ ບໍຣິເວນນີ້ ເປັນພື້ນທີ່ ທີ່ປູກຝັງເຂົ້າ ໄດ້ດີ ເປັນພື້ນທີ່ ດິນດຳນ້ຳຊຸ່ມ ເພາະມີຫ້ວຍເຖິງ 3 ສາຍໄຫຼຜ່ານຄື ຫ້ວຍເກດ, ຫ້ວຍຈ້ອຍ ແລະ ຫ້ວຍໄດປະດູ່.

ສ່ວນຫຼາຍແລ້ວ ຄົນບ້ານນີ້ມີ ພື້ນທີ່ປູກເຂົ້າ ຢ່າງຫຼວງຫາຍຄື ເຮືອນຫຼັງນຶ່ງມີ ນາຢ່າງນ້ອຍ 200 ໄຣ່ ການທີ່ມີນາ ຫຼາຍກໍເຮັດໃຫ້ບ້ານນີ້ມີ ຄວາມໝັ້ນຄົງທາງ ເສຖກິດ ແລະ ວິຖີກະເສຖກັມ ໄດ້ພາໃຫ້ ຜູ້ຄົນຍັງມີ ຊີວິດຕິດພັນ ຢູ່ກັບ ວັທນະທັມ ປະເພນີ ແລະ ສາສນາ ຄືໃນອາດີດ ຕລອດຈົນໄດ້ ເຮັດໃຫ້ຄົນບ້ານ ນີ້ຍັງປາກເວົ້າ ພາສາລາວພວນ ຢູ່ຈົນທຸກມື້ນີ້. (ສຽງລຳ : ລາວພວນ)

ບ້ານປ່າແດງ ເກີດຈາກການ ອົພຍົບຂອງ ຄົນລາວພວນ ມາຈາກອຳເພີ ຫຼືເມືອງບ້ານໝີ ແລະ ອຳເພີເມືອງ ແຂວງລົບບຸຣີ ເນື່ອງຈາກຢູ່ ບ້ານເກົ່າຄົນເພີ່ມ ຈຳນວນຂຶ້ນຫຼາຍ ຂະນະດຽວກັນ ພື້ນທີ່ເຮັດຢູ່ ທຳກິນກໍຫລຸດ ໜ້ອຍລົງ. ເມື່ອວັນທີ່ 23 ເດືອນ ມີນາ ຄ.ສ. 1914 ຈຶ່ງໄດ້ອອກ ເດີນທາງກັນ ໂດຍອົພຍົບ ມາພ້ອມກັນ 15 ຄອບຄົວ ນອກຈາກໄທບ້ານ ແລ້ວກໍ່ຍັງມີ ເຈົ້າຫົວແລະຈົວ ອີກ 7 ອົງຮ່ວມຂະບວນ ເຄື່ອນຍ້າຍມາ ພ້ອມກັນ. (ສຽງ ພໍ່ເຖົ້າ ສຸວັນ ຫົງສາວະດີ: ການຍົກຍ້າຍ ມາຢູ່ ບ້ານປ່າແດງ)

ໃນການອົພຍົບ ຈາກແຂວງ ລົບບຸຣີນັ້ນ ຄົນລາວພວນ ໄດ້ເດີນທາງ ດ້ວຍຣົຖໄຟ ຈາກອຳເພີບ້ານໝີ ແລະອຳເພີ ເມືອງລົບບຸຣີ ໄປລົງທີ່ ສະຖານີ ຣົຖໄຟ ຕະພານຫີນ ຈາກນັ້ນກໍຢາຍ ກັນໄປຊອກບ່ອນ ພັກເຊົາຢູ່ກັບ ຍາດພີ່ນ້ອງ ທີ່ໂຍກຍ້າຍ ມາກ່ອນ  ຕໍ່ມາ ຈຶ່ງໄດ້ເດີນທາງ ໄປສຳຣວດ ພື້ນທີ່ສຳລັບການ ຕັ້ງບ້ານໃໝ່ ໂດຍມີ “ພໍ່ວາດ ສິບພຸດ” ຊຶ່ງເປັນຜູ້ມີ ອາຍຸສູງສຸດ ໃນກຸ່ມ ແລະຜູ້ກ່ຽວກໍ ເປັນຜູ້ຊ່ຽວຊານ ທາງດ້ານ ໂຫຣາສາດ ຫຼືໝໍມໍ ແລະມີຄວາມຮູ້ ທາງດ້ານ ຢາປິ່ນປົວໂຣກ ເປັນຫົວໜ້າກຸ່ມ.

ຄະນະສຳຣວດ ໄດ້ຍ່າງຝ່າດົງ ຈາກເມືອງ ຕະພານຫີນ ຈົນເຂົ້າສູ່ເຂດ ປ່າຕຶບໜາ ກຸ່ມຄົນລາວພວນ ທີ່ນຳພາໂດຍ “ພໍ່ວາດ” ມີວິທີ ຕັດສິນໃຈເລືອກ ບ່ອນຕັ້ງບ້ານ ໂດຍການສັງເກດ “ຟ່ອນເຂົ້າ” ຂອງໄທບ້ານ ທີ່ຢູ່ຕິດກັບ ບໍຣິເວນນັ້ນ ຖ້າເຫັນ ບໍຣິເວນໃດ ໄທບ້ານ ປົງຟ່ອນເຂົ້າຖີ່ ກໍຈະເລືອກເອົາ ບ່ອນນັ້ນ ແລະ ເມື່ອມາເຖິງ ບໍຣິເວນ ຫ້ວຍເກດ ຄະນະໄດ້ເຫັນ ໄທບ້ານ ປົງຟ່ອນເຂົ້າຖີ່ ຕາມທີ່ຕ້ອງການ. ນອກຈາກນີ້ ບໍຣິເວນ ດັ່ງກ່າວຍັງມີ ປ່າໄມ້ຕຶບໜາ ລ້ວນແລ້ວແຕ່ ເປັນໄມ້ທີ່ມີ ຣາຄາແລະ ສາມາດປູກເຮືອນ ໄດ້ ພ້ອມທັງມີ ພວກສັດປ່າ ແລະ ຜັກນາງຢ່າງ ອຸດົມສົມບູນ ຕລອດຈົນໃນຫ້ວຍ ຮ່ອງຕ່າງໆກໍມີ ປາຢ່າງຫຼວງຫຼາຍ.

“ພໍ່ວາດ” ໄດ້ທວຍເຫດການ ໃນອະນາຄົດ ສຳລັບ ບໍຣິເວນ ນັ້ນວ່າ “ບໍຣິເວນ ຫ້ວຍເກດນີ້ ເປັນພື້ນທີ່ ເໝາະສົມຫຼາຍ ຖ້າໄດ້ຕັ້ງ ບ້ານເຮືອນ ຈະມີຄວາມ ຊຸ່ມເຢັນ ຢູ່ດີກິນດີ ຈະບໍ່ມີໃຜ ຍ້າຍອອກ ມີແຕ່ຄົນ ຈະຍ້າຍເຂົ້າ ແລະຈະຈະເຣີນ ກ້າວໜ້າຕໍ່ໄປ”

ແລ້ວພວກເຂົາເຈົ້າ ກໍພາກັນເລືອກ ເອົາບ່ອນດັ່ງກ່າວ ແລະ ບໍຣິເວນ ນັ້ນກໍກາຍເປັນ “ບ້ານປ່າແດງ” ມາຈົນເຖິງເທົ່າ ທຸກມື້ນີ້. (ສຽງລຳ : ລາວພວນ)

ບ້ານໝີ ຊຶ່ງເປັນບ້ານເກົ່າ ຂອງຄົນພວກ ບ້ານປ່າແດງ ນັ້ນຖືວ່າເປັນ ແຂວງທີ່ມີ ຄົນລາວພວນ ອາໄສຢູ່ຫຼາຍ ທີ່ສຸດ ໃນປະເທດໄທ ແລະຫຼາຍກວ່າ ເມືອງໃນແຂວງ ດຽວກັນ ເຊັ່ນ ອຳເພີ ໂຄກສຳໂຣງ ແລະ ອຳເພີ ເມືອງລົບບຸຣີ ແລະ ບ້ານນີ້ຖືວ່າ ເປັນບ້ານ ດຽວ ທີ່ໄດ້ຊື່ມາ ຈາກບ້ານເກົ່າ ທີ່ຢູ່ເມືອງພວນ.

ຜູ້ເຖົ້າຜູ້ແກ່ ໄດ້ເລົ່າໃຫ້ ລູກໆຫຼານໆ ຟັງສືບຕໍ່ ກັນມາວ່າ ບ້ານໝີ ຢູ່ຊຽງຂວາງ ເກີດຈາກກຸ່ມ ຄົນພວນ ທີ່ຖືກກວາດ ຕ້ອນໄປຢູ່ ວຽງຈັນ ຕໍ່ມາພວກກ່ຽວ ໄດ້ຜ່າຍໜີອອກ ຈາກວຽງຈັນ ເພາະທົນຄວາມ ອຶດຢາກບໍ່ໄດ້ ໂດຍໄດ້ເດີນທາງ ກັບຄືນຊຽງຂວາງ ຊຶ່ງ ເປັນບ້ານເກົ່າ. ຄົນພວນກຸ່ມ ດັ່ງກ່າວ ໄດ້ພາກັນຊອກ ບ່ອນຕັ້ງບ້ານ ຂຶ້ນໃໝ່ ແລ້ວກໍໄດ້ ພື້ນທີ່ ບໍຣິເວນ ແຄມໜອງ ທີ່ມີຕົ້ນໝີ ອ້ອມຮອບໜອງ ເລີຍໃສ່ຊື່ບ້ານ ວ່າ “ບ້ານໝີ່”.

ພໍ່ເຖົ້າ ສຸວັນ ຫົງສາວະດີ ຊຶ່ງເປັນຜູ້ເຖົ້າ ທີ່ມີອາຍຸ ຫຼາຍເປັນທີ່ 2 ຂອງ ບ້ານປ່າແດງ ແລະເປັນ ໝໍພອນ ທຳໜ້າທີ່ ສູດຂວັນ ໃຫ້ແກ່ຄົນ ບ້ານປ່າແດງ ເວົ້າເຖິງ ບ້ານຢູ່ຊຽງຂວາງ ຕາມທີ່ໄດ້ ຮັບຟັງມາຈາກ ພໍ່ເຖົ້າແມ່ເຖົ້າ ອີກຕໍ່ນຶ່ງ ວ່າ… (ສຽງ ພໍ່ເຖົ້າ ສຸວັນ ຫົງສາວະດີ: ບ້ານໝີ ຊຽງຂວາງ-ລົບບຸຣີ) (ສຽງລຳ : ລາວພວນ)

ທ່ານຜູ້ຟັງ ທີ່ຮັກແພງ ເວລາສຳລັບ ລາຍການຂອງເຮົາ ໃນສັປດານີ້ ໄດ້ສິ້ນສຸດ ລົງແລ້ວ ເຊີນທ່ານຮັບຟັງ ເລື້ອງ “ບ້ານລາວໃນໄທຍ-ແຕ່ອາດີດ ຫາປະຈຸບັນ”  ໄດ້ໃໝ່ໃນ ສັປດາໜ້າ ຊຶ່ງຈະໄດ້ ນຳສເນີ ວິຖີຊີວິດ ຂອງ ຄົນລາວພວນ ບ້ານປ່າແດງ.

ສຳລັບ ສັປດານີ້ ຂໍໄດ້ຮັບຄວາມ ປຣາຖນາດີ ຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະ ຂ້າພະເຈົ້າ ວຽງໄຊ ຜູ້ສເນີ...  ສະບາຍດີ.

 




ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.