ບ້ານລາວ ໃນປະເທດໄທ: ຕອນທີ 56

ສິ່ງທີ່ ສໍ່ສະແດງ ໃຫ້ເຫັນວ່າ ກຸ່ມຄົນສ່ວນຫລາຍ ໃນເມືອງ ພະນັດນິຄົມ ເປັນຄົນເຊື້ອສາຍລາວ ກໍ່ຄື ອາຊີບຈັກສານ ນັ້ນເອງ.
ສເນີ ໂດຍ ວຽງໄຊ
2007.11.20

ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບແລະຮັກແພງ
ໃນສັປະດາ ທີ່ຜ່ານມາ: ເຮົາໄດ້ສເນີວ່າ ໝູ່ບ້ານຂອງ ປະຊາຊົນຢູ່ ເມືອງພະນັດນິຄົມ ທັງໝົດ 185 ໝູ່ບ້ານນັ້ນ ເປັນບ້ານຄົນລາວ ຢູ່ຮ້ອຍກວ່າໝູ່ບ້ານ ເມືອງພະນັດນິຄົມຈຶ່ງຍັງ ເປັນເມືອງຂອງຄົນລາວຢູ່ ແລະຄົນລາວຍັງ ຢຶດຄຸມພື້ນທີ່ ຄຽງຄູ່ກັບຄົນຈີນ ຊຶ່ງຢຶດຄຸມ ອຳນາດທາງເສຖກິດ ແລະອຳນາດທາງ ການເມືອງ.

ໝູ່ບ້ານຂອງຄົນ ເຊື້ອສາຍລາວນັ້ນ ບໍ່ມີສິ່ງໃດສະແດງ ໃຫ້ເຫັນວ່າເປັນບ້ານ ຂອງຄົນລາວເລີຍ ນອກຈາກຊື່ຂອງບ້ານ ທີ່ເປັນຊື່ທີ່ໃຊ້ຊື່ ເປັນພາສາລາວ.

ໃນສັປະດານີ້ : ເຮົາຈະໄດ້ກ່າວເຖິງ ອາຊີບຈັກສານ ຂອງຄົນລາວທີ່ໂດ່ງດັງ ໄປທົ່ວປະເທດ ແລະຍັງເປັນສິນຄ້າ ຂາອອກໄປຕ່າງ ປະເທດອີກນຳດ້ວຍ.
               
ໃນເມືອງພະນັດນິຄົມນັ້ນ ນອກຈາກເຮືອນຊານ ຂອງບ້ານເມືອງ ຈະບໍ່ໄດ້ສະແດງ ໃຫ້ເຫັນວ່າເປັນຊຸມຊົນ ຂອງຄົນລາວແລ້ວ ແມ່ນແຕ່ຈະເຂົ້າ ໄປໂອ້ໄປໂລມ ກັບພວກຄົນເມືອງນີ້ ກໍບໍ່ມີຫຍັງ ທີ່ຈະບົ່ງບອກໄດ້ວ່າ ພວກເຂົາເຈົ້າເປັນ ຄົນລາວເລີຍ ເພາະວ່າຕາມ ປົກກະຕິແລ້ວ ພວກເຂົາເຈົ້າຈະ ປາກພາສາໄທ ແລະສຳນຽງຄວາມປາກເວົ້າ ກໍເປັນສຳນຽງໄທແທ້ໆ ບໍ່ມີປົນສຳນຽງລາວເລີຍ ຕ້ອງໄດ້ຖາມສໍ້ ເອົາຄັກແນ່ ເຂົາເຈົ້າຈຶ່ງຈະຍອມ ປາກເວົ້າລາວ. ແລ້ວຍັງຈະ ມີແນວໃດ ທີ່ຈະເປັນສິ່ງ ຢັ້ງຢືນໄດ້ວ່າ ພວກເຂົາເຈົ້າ ເປັນຄົນລາວ  ໂດຍບໍ່ຕ້ອງໄປສໍ້ຖາມ?

ມີສິ່ງດຽວ ທີ່ຈະສະແດງອອກ ວ່າຄົນເມືອງພະນັດນິຄົມ ເປັນຄົນລາວ ໂດຍບໍ່ຕ້ອງ ໄປສໍ້ໄປຖາມ ກໍຄື ເບິ່ງຈາກການ ປະກອບອາຊີບ ຖ້າແມ່ນເຮືອນໃດ ເຮັດວຽກງານ ຈັກສານດ້ວຍໄມ້ໄຜ່ ຕ້ອງແມ່ນເຮືອນຄົນລາວ ຢ່າງແນ່ນອນ ເພາະວ່າ ຢູ່ເມືອງພະນັດນິຄົມ ປະຈຸບັນນີ້ ມີແຕ່ຄົນເຊື້ອສາຍ ລາວເທົ່ານັ້ນ ທີ່ປະກອບອາຊີບນີ້.

ຍ້ອນວ່າຄົນລາວ ເປັນຄົນສ່ວນຫຼາຍ ຂອງຈັງຫວັດ ອາຊີບການຈັກສານ ຈຶ່ງເປັນອາຊີບ ຂອງຄົນສ່ວນຫຼາຍ ດັ່ງນັ້ນ ອາຊີບຈັກສານ ຈຶ່ງຖືກໃສ່ເຂົ້າ ເປັນຄຳຂວັນ (motto) ປະຈຳເມືອງພະນັດນິຄົມ  ຄື “ພຣະນັດສະບໍດີຄູ່ບ້ານ ຈັກສານຄູ່ເມືອງ ລືເລື່ອງບຸນ ກາງບ້ານ ຕຳນານພຣະຣົຖເມຣີ ສັກສີເມືອງສະອາດ ເກ່ງກາດການທາຍໂຈ໊ກ”.

ຄຳວ່າ “ຈັກສານຄູ່ເມືອງ” ນັ້ນເທົ່າກັບວ່າ ເມືອງນີ້ເປັນເມືອງ ຂອງຄົນລາວ ເພາະມີແຕ່ຄົນລາວ ເທົ່ານັ້ນ ທີ່ເຮັດວຽກງານ ຈັກສານຈົນມາ ເທົ່າທຸກມື້ນີ້ ແລະວຽກງານຈັກສານ ເປັນວຽກງານ ທີ່ສືບຕໍ່ກັນມາແຕ່ອາດີດ ເພາະວ່າອາຊີບນີ້ ບໍ່ມີໂຮງຮຽນໃດ ເປິດທຳການສິດສອນ; ຜູ້ທີ່ຈັກສານເປັນ ໄດ້ແກ່ຜູ້ທີ່ເຝິກ ແອບນຳພໍ່ແມ່ ຕ້ອງໄດ້ຕ້ອງເຝິກແອບ ກັນແຕ່ຍັງນ້ອຍໆ ຈຶ່ງຈະເຮັດເປັນ ເນື່ອງຈາກວ່າ ວຽກງານຈັກສານ ຕ້ອງໄດ້ໃຊ້ ຄວາມອົດທົນ, ຄວາມລະອຽດ, ຕ້ອງໃຈເຢັນ, ແລະຕ້ອງມີຜູ້ ເປັນຕົວແບບ; ເວົ້າງ່າຍໆ ກໍຄື ອາຊີບຈັກສານ ເປັນອາຊີບທີ່ ເປັນນຳແນວ ຄືຕ້ອງມີເຊື້ອ ມີໜໍ່ ມີແນວ ຈຶ່ງຈະເປັນວຽກ ແລະຕ້ອງມີສີມືດີ ຄົນຍອມຮັບແລະ ຍອມເສັຽເງິນຊື້ ຜູ້ນັ້ນຈຶ່ງ ຈະຢືນຢົງຄົງຕົວຢູ່ ໄດ້ຈົນມາເຖິງທຸກມື້ນີ້.

ວຽກງານຈັກສານ ເປັນວຽກງານ ທາງວັທນະທັມ ຕ້ອງສືບຕໍ່ກັນມາ ໂດຍໃຊ້ເວລາດົນ ດັ່ງນັ້ນ ຈຶ່ງມີແຕ່ຄອບຄົວ ຄົນລາວເທົ່ານັ້ນ ທີ່ເຮັດວຽກງານ ແນວນີ້ໄດ້ ເພາະສັງຄົມລາວ ຖືວ່າ ເຮືອນທີ່ຈະເປັນເຮືອນ ເປັນຊານໄດ້ນັ້ນ ຢູ່ເຮືອນຈະຕ້ອງ ມີນ້ຳສ່າງ ຫຼືສານ້ຳ 1 ໜ່ວຍ, ກໍໄຜ່ 1 ກໍ ດັ່ງນັ້ນ ສັງຄົມລາວ ຄົນລາວຈຶ່ງຕ້ອງ ເພິ່ງພາໄມ້ໄຜ່ ແລະໄມ້ໄຜ່ຖືວ່າ ເປັນພືດມີບຸນຄຸນ ມີກໍໄຜ່ນຶ່ງກໍ ຈະຕອບສນອງ ຄວາມຕ້ອງການໄດ້ໝົດ ບໍ່ວ່າຈະເອົາໜໍ່ ມາເປັນອາຫານ ແຕ່ງຢູ່ແຕ່ງກິນ, ລຳໄມ້ກໍໃຊ້ເຮັດ ທີ່ຢູ່ອາໃສ ແລະເຮັດເຄື່ອງມື ຫາຢູ່ຫາກິນ ເຊັ່ນ ເຮັດໄຊ, ລອບ, ຂ້ອງ, ຫຼືເຮັດເຄື່ອງ ໃຊ້ໄມ້ສອຍ ເຊັ່ນ ກະຕ່າ, ຄຸ, ກະບຸງ, ກະດົ້ງ ເປັນຕົ້ນ.

ຢູ່ເມືອງພະນັດນິຄົມ ມີໝູ່ບ້ານທີ່ ປະກອບອາຊີບ ການຜລິດທີ່ເປັນສິນຄ້າ ຫຼາຍໝູ່ບ້ານ ທີ່ມີຊື່ສຽງ ໄດ້ແກ່ 1) ສູນກາງການຈັກສານ ເຮືອນແມ່ປານີ ບໍຣິບູນ ຊຶ່ງສົ່ງສິນ ຄ້າຈັກສານ ອອກຂາຍໄປທົ່ວ ປະເທດແລະ ຕ່າງປະເທດ 2) ສູນກາງການຈັກສານ ເຮືອນແມ່ປານີ ມູນຜະຫຼາ ບ່ອນນີ້ມີ ຫໍພິພິດທະພັນ ເຄື່ອງຈັກສານທີ່ໃຫຍ່ ທີ່ສຸດໃນໂລກ ແລະ 3) ສູນກາງການ ຈັກສານບ້ານນາກາງ.

ມື້ນີ້ເຮົາຈະພາທ່ານ ໄປພົບກັບສູນກາງການ ຈັກສານບ່ອນທີ່ 3 ຄື ສູນກາງການຈັກສານ ບ້ານນາກາງ.

ບ້ານນາກາງ ຕັ້ງຢູ່ຕຳບົນ ຫຼືຕາແສງໄຮ່ຫຼັກທອງ ຢູ່ທາງເໜືອຂອງ ເມືອງພະນັດນິຄົມໄປ 7 ຫຼັກກິໂລແມັດ; ຕາແສງໄຮ່ຫຼັກທອງ ມີໝູ່ບ້ານທັງໝົດ 11 ໝູ່ ມີຄອບຄົວຢູ່ 730 ຄອບຄົວ, ມີປະຊາກອນທັງໝົດ 3,046 ຄົນ ສະເພາະຢູ່ບ້ານ ນາກາງນັ້ນມີຄົນຢູ່ 246 ຄົນ ແລະມີ “ສູນກາງການຈັກສານ ໄມ້ໄຜ່ບ້ານນາກາງ”  ຊຶ່ງຈັດຕັ້ງ ຂຶ້ນໃນປີ ພ.ສ. 2534 ຫຼື ຄ.ສ. 1991 ຖືວ່າ ເປັນສູນກາງ ການຈັກສານ ທີ່ໃຫຍ່ທີ່ສຸດ ຂອງເມືອງພະນັດນິຄົມ ຫຼືອາດຈະ ເປັນການຮວມກຸ່ມ ທີ່ໃຫຍ່ທີ່ສຸດ ໃນປະເທດໄທ ກໍອາດ ຈະເປັນໄດ້  ເພາະໃນຊ່ວງທີ່ ທຸຣະກິດໄດ້ຮັບ ຄວາມນິຍົມນັ້ນ ກຸ່ມໄດ້ມີສະມາຊິກ ຫຼາຍທີ່ສຸດເຖິງ 150 ກວ່າຄນ ສູນກາງແຫ່ງ ນີ້ມີອາຄານຖາວອນ : ສຳລັບເປັນຫ້ອງການ, ເປັນບ່ອນສະແດງ ແລະຂາຍສິນຄ້າ,  ແລະເປັນຄັງ ບ່ອນເກັບມ້ຽນ ຜລິດຕະພັນ ແລະວັດຖຸດິບ ນອກຈາກນີ້ ຍັງມີເດິ່ນຈອດຣົຖ ສຳລັບນັກທ່ອງທ່ຽວ ຢ່າງກວ້າງຂວາງ ອີກດ້ວຍ.

ນາງເນດນະພາ ສົມງາມ ສະມາຊິກຂອງ ສູນກາງການຈັກສານ ບ້ານນາກາງ ໄດ້ເວົ້າເຖິງ ສະມາຊິກ ຜູ້ຖືຫຸ້ນຂອງກຸ່ມ ຈັກສານບ້ານນາກາງ ໃຫ້ຟັງວ່າ ...

“ກ່ອນເລືອກຕັ້ງປີ 34 ກໍມີ 30 ປັດຈຸບັນນີ້ ກະເຫຼືອບໍ່ເຖິງຣ້ອຍ ຈາກຣ້ອຍກວ່າເພີ່ມ ເຂົ້າມາເລື້ອຍໆ ເລີ່ມແຣກເລີຍຮັ້ນ 30 ກວ່າຄົນ ແລ້ວກໍມາຮວມກຸ່ມກັນ ສູງສຸດຣ້ອຍກວ່າຄົນກະປີ 50 ແລ້ວເສຖກິດເລີ່ມ ຖົດຖອຍການປັນຜົນ ການຫຍັງມັນໜ້ອຍລົງ ສະມາຊິກ ກະຖອນຮຸ້ນອອກໄປ ຕອນນີ້ກະເຫຼືອປະມານ 50-60 ຄົນ ເງິນທຶນຢູ່ໃນ ເກນສອງແສນ ເງີນປັນຜົນກະ  ປີໃໝ່ໆ ປີແຣກໆ ກະປັນກັນ 30-40 ຕໍ່ຮຸ້ນ ຮຸ້ນຣ້ອຍນຶ່ງນ່ະ ແລ້ວມາປີຫຼັງນີ້ ເສຖກິດເຮົາ ລົດຖອຍລົງ ກໍເຫຼືອຮຸ້ນລະ 5 ບາດ.”

ການຕັ້ງກຸ່ມຮວບຮວມ ຜູ້ທຳການຈັກສານ ເຂົ້າມາຢູ່ໃນບ່ອນ ດຽວກັນນັ້ນ ມີປໂຍດຫຼາຍຢ່າງ ຕັ້ງແຕ່ ມີອຳນາດຕໍ່ຣອງ ກັບພວກພໍ່ຄ້າ ທີ່ເຂົ້າມາຊື້ສິນຄ້າ, ມີການຕັ້ງຣາຄາ ຜລິດຕະພັນ ທີ່ເປັນເອກະພາບກັນ ບໍ່ຕັດຣາຄາກັນ ນອກຈາກນີ້ ທາງກຸ່ມຍັງໄດ້ ເປີດການ ຝຶກອົບຮົມໃຫ້ແກ່ ປະຊາຊົນ ທີ່ສົນໃຈໃນ ວຽກງານຈັກສານ ແລະມີຄົນເຂົ້າຮັບ ການອົບຮົມເຖິງ ເທື່ອລະ 200-300 ຄົນ ໃນຈຳນວນນັ້ນ ສ່ວນຫຼາຍ ເປັນຄົນທີ່ມາຈາກ ທາງພາກອີສານ ຊຶ່ງກໍຄືຄົນ ເຊື້ອສາຍລາວ ທີ່ມີພື້ນຖານ ໃນວຽກງານຈັກສານ ມາພໍສົມຄວນແລ້ວ ນັ້ນເອງ.

ກຸ່ມຈັກສານ ບ້ານນາກາງນີ້ ດຳເນີນກິດຈະການ ມາໄດ້ເກືອບ 20 ປີກວ່າແລ້ວ ຖືວ່າໄດ້ຜ່ານ ໄລຍະເວລາ ມາພໍສົມຄວນ ດັ່ງນັ້ນ ຫາກຫັນໄປເບິ່ງປະສົບການ ທີ່ຜ່ານມາໃນ ອາດີດຂອງກຸ່ມແລ້ວ ກໍຈະພົບວ່າ ກຸ່ມຈັກສານກຸ່ມນີ້ ຕ້ອງຜ່ານໄລຍະ ເວລາແຫ່ງ ຄວາມຮຸ່ງເຮືອງ ແລະຕົກຕ່ຳຊຶ່ງ ຢູ່ປະຈຸບັນນີ້ ກຳລັງເປັນຊ່ວງ ເວລາທີ່ຕົກຕ່ຳ ເພາະຈະເຫັນໄດ້ວ່າ ຈາກຫ້ອງການທີ່ເຄີຍ ມີຄົນມາເຮັດ ການຢູ່ໜາແໜ້ນນັ້ນ ດຽວນີ້ ຊ້ຳພັດມີແຕ່ ຫ້ອງຫວ່າງແລະ ອັດມິດໄວ້ ແລະຈາກທີ່ມີ ເງິນທຶນໝູນວຽນ ຕໍ່ເດືອນຫຼາຍ ແສນ ບາທ ດຽວນີ້ເຫຼືອພຽງແຕ່ 2 ແສນບາທ ຫຼືປະມານ 6,060 ໂດລາ ເທົ່ານັ້ນ. ແລະຈາກທີ່ເຄີຍ ມີຄົນມາເຮັດວຽກ ງານຈັກສານ ຢ່າງຫຼວງຫຼາຍ ດຽວນີ້ ມີແຕ່ພຽງສອງ ເອື້ອຍນ້ອງ ນາມສະກຸນ ສົມງາມ ຄື ນາງເນດນະພາ ກັບເອື້ອຍລາວ ຄື ນາງຣະຣິນທິບ ນອກຈາກນັ້ນ ກໍມີພວກລູກໆ ຫຼານໆ ຂອງພວກກ່ຽວອີກສອງ-ສາມຄົນ ເທົ່ານັ້ນ.

ນາງເນດນະພາ ສົມງາມ ໄດ້ເວົ້າເຖິງສະພາບ ການຂອງກຸ່ມ ແລະຍັງໄດ້ເວົ້າເຖິງຂໍ້ດີ ແລະຂໍ້ເສັຽ ຂອງການຕັ້ງກຸ່ມ ດັ່ງນີ້ ...

“ມັນແນວດີນ່ະເຮັດ ໃຫ້ຄົນໄດ້ຮູ້ຈັກ ຖ້າເຮົາບໍ່ມີກຸ່ມ  ບໍ່ມີຫຍັງທີ່ຖືກຕ້ອງ ບໍ່ມີຄົນໄດ້ຮູ້ຈັກ ແລະການຕໍ່ຣອງສິນຄ້າ ຈາກລູກຄ້າ ຖ້າຕ່າງຄົນຕ່າງຂາຍ ຈະຕໍ່ຣອງສິນຄ້າບໍ່ໄດ້ ທີ່ລວມໂຕກັນໂຕນີ້ ເຮົາຕ້ອງຂາຍຣາຄາ ທໍ່ນີ້ເດີ້ ຖ້າເອົາເຂົ້າບ້ານ ເຮົານີ່ເຂົ້າກຸ່ມເຮົານີ່ ຜົນກຳໄຣນີ້ເຮົາ ຮວມກຸ່ມກັນ ມັນກະດີກວ່າ, ຂໍ້ເສັຽກະບາງຄົນ ມາລົງທຶນເພື່ອຫວັງຜົນ ຢ່າງດຽວບໍ່ເຮັດຫຍັງ ຖ້າຫວັງຜົນກຳໄຣ ມາຖ້າບໍ່ໄດ້ແຢະ (ຫຼາຍ)ກະຖອນຮຸ້ນ.”

ທ່ານຜູ້ຟັງ ທີ່ຮັກແພງ ເວລາສຳລັບລາຍການ ຂອງເຮົາໃນສັປະດານີ້ ໄດ້ສິ້ນສຸດລົງແລ້ວ ເຊີນທ່ານຮັບຟັງເລື້ອງ  “ບ້ານລາວໃນໄທຍ-ແຕ່ອາດີດຫາປະຈຸບັນ”  ໄດ້ໃໝ່ໃນສັປະດາໜ້າ ຊຶ່ງຈະໄດ້ສເນີເລື້ອງ ຂອງບ້ານນາກາງ ແລະວຽກງານຈັກສານຂອງ ສູນກາງການຈັກສານ ບ້ານນາກາງຕໍ່ໄປ.

ສຳລັບສັປະດານີ້ ຂໍໄດ້ຮັບຄວາມ ປຣາຖໜາດີຈາກ ແສງແກ້ວ ແກ່ນທັມ ຜູ້ຣຽບຣຽງ, ແລະຂ້າພະເຈົ້າ ວຽງໄຊ ຜູ້ສເນີ, ສະບາຍດີ.



ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.