ບ້ານລາວ ໃນປະເທດໄທ (ຕອນທີ 36)
2007.11.20
ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບແລະຮັກແພງ
ໃນສັປດາ ທີ່ຜ່ານມາ ເຮົາໄດ້ ສເນີເຣື້ອງ ຄົນລາວ ຢູ່ບ້ານໄຜ່ໜອງ ແຂວງອະຢຸດທະຍາ ມາເຖິງ ຕອນທີ່ວ່າ ພິທີ ໄຫວ້ຄຣູ-ບູຊາເຕົາ ແມ່ນເຕັກນິກ ຂອງຄົນບູຮານ ເພື່ອໃຫ້ ເກິດຄວາມດີ 3 ຢ່າງ ຄື 1. ພາໃຫ້ ເຍົາວະຊົນ ໄດ້ສຳນຶກ ຮູ້ຄຸນ ຄູບາອາຈານ 2. ເກິດ ຄວາມສາມັກຄີ ໃນຊຸມຊົນ ແລະ 3. ເພື່ອໃຫ້ ນາຍຊ່າງ ໄດ້ສ້ອມແປງ ເຄື່ອງມື ໃຫ້ຢູ່ໃນ ສະພາບ ທີ່ພ້ອມ ສຳລັບ ເຮັດວຽກການ.
ແລະ ພິທີ ໄຫວ້ຄູ ນີ້ ຖືວ່າ ເປັນສິ່ງສຳຄັນ ຕໍ່ອາຊີບ ນາຍຊ່າງ ຕີມີດ ເພາະວ່າ ໃນ ສປປລາວ ປະຈຸບັນ ເຖິງແມ່ນວ່າ ຈະປ່ຽນແປງ ການປົກຄອງ ໄປແລ້ວ ກໍ່ຕາມ ແຕ່ ນາຍຊ່າງ ຕີມີດ ກໍຍັງຖື ປະຕິບັດ ການໄຫວ້ຄຣູ ຢູ່ຈົນເຖິງ ເທົ່າທຸກວັນນີ້ ດັ່ງທີ່ ນາຍຊ່າງ ບ້ານໄຜ່ໜອງ ໄດ້ໄປເຫັນມາແລ້ວ ຢູ່ວຽງຈັນ.
ໃນສັປດານີ້ ເຮົາ ຈະນຳພາ ທ່ານ ໄປພົບກັບ ອະນາຄົດ ຂອງນາຍຊ່າງ ຕີມີດ ບ້ານໄຜ່ໜອງ ແລະ ສະພາບການ ຕົວຈິງ ຂອງສະຫະກອນ ທີ່ພວກນາຍຊ່າງ ໄດ້ຊ່ອຍກັນ ສ້າງຕັ້ງຂຶ້ນມາ.
ກຸ່ມ ນາຍຊ່າງ ຕີມີດ-ຕີພ້າ ບ້ານໄຜ່ໜອງ ປະກອບ ອາຊີບ ຕີມີດ ມາແຕ່ ປາງຮຸ່ນທວດ ປູ່ຍ່າ ແລະ ສະໄໝ ພໍ່ແມ່ ຈົນເຖິງ ຍຸກສະໄໝ ຂອງພວກເຂົາເຈົ້າ ໃນປະຈຸບັນ ຖືໄດ້ວ່າ ການເປັນ ນາຍຊ່າງ ຕີມີດ ເປັນອາຊີບ ທີ່ສືບຕໍ່ ວຽກງານກັນ ມານັບເປັນ ຮ້ອຍໆປີ ແລະ ການທີ່ ເປັນອາຊີບ ເກົ່າແກ່ ທີ່ສາມາດ ກຸ້ມຕົນເອງ ຂອງພວກນາຍຊ່າງ ໄດ້ນັ້ນ ຖືໄດ້ວ່າ ເປັນອາຊີບ ທີ່ມີຄຸນຄ່າ ທາງດ້ານ ເສຖກິດ ແລະ ໝັ້ນຄົງ ດັ່ງນັ້ນ ຈຶ່ງໄດ້ເກິດ ຣະບົບ ເສຖກິດ ຂນາດນ້ອຍ ຂຶ້ນມາ ພາຍໃນ ຊຸມຊົນ ຂອງພວກເຂົາເຈົ້າ.
ອາຊີບ ຕີມີດ ໄດ້ພາໃຫ້ເກິດ ຣະບົບ ພໍ່ຄ້າ ຄົນກາງຂຶ້ນ ອີກອາຊີບນຶ່ງ ຄຽງຄູ່ ມາກັບ ການຕີມີດ ຂອງພວກນາຍຊ່າງ ບ້ານໄຜ່ໜອງ ເຖິງແມ່ນວ່າ ໃນອາດີດ ການຄ້າຂາຍ ມີດ ພວກນາຍຊ່າງ
ຈະເປັນ ຜູ້ຂາຍເອງ ໂດຍນຳເອົາ ໄປຂາຍ ຢູ່ບ້ານອະຣັນຢິກ ຈົນພາໃຫ້ ຜລິດຕະພັນ ຂອງພວກເຂົາເຈົ້າ ຄື ມີດ ໄດ້ຖືກໃສ່ ຊື່ວ່າ “ມີດອະຣັນຢິກ” ແຕ່ ຂະນະດຽວກັນ ຢູ່ທາງ ທິດຕາເວັນຕົກ
ຂອງບ້ານໄຜ່ໜອງ ຄື ບ້ານຕົ້ນໂພ ຊຶ່ງເປັນໝູ່ບ້ານ ທີ່ຄົນ ບ້ານໄຜ່ໜອງ ແຜ່ລູກແຜ່ຫຼານ ອອກໄປຢູ່ ກໍ່ໄດ້ເກິດ ມີຕລາດ ຄ້າມີດ ຂຶ້ນ.
ເນື່ອງຈາກວ່າ ຢູ່ບ້ານຕົ້ນໂພ ບໍຣິເວນ ວັດສີຈຳປາ ຊຶ່ງຢູ່ແຄມ ແມ່ນ້ຳ ປ່າສັກ ເປັນທ່າເຮືອ ຊຶ່ງ ສະດວກ ໃນການຄົມມະນາຄົມ ບໍຣິເວນ ດັ່ງກ່າວ ຈຶ່ງໄດ້ເກິດມີ ຕລາດ ຂຶ້ນ ຍ້ອນວ່າ ພວກຄົນຈີນ ໄດ້ເຂົ້າໄປ ຕັ້ງ ເຮືອນຊານ ແລະ ຮ້ານຄ້າ ເພື່ອຮັບຊື້ ມີດ ຈາກນາຍຊ່າງ ບ້ານຕົ້ນໂພ ຜູ້ຊຶ່ງ ອອກເຮືອນ ໄປຈາກ ບ້ານ ໄຜ່ໜອງ ແລະ ເລິ່ມຈະມີ ການຕີມີດ ແດ່ແລ້ວ ມີດຈາກ ແຫຼ່ງຜລິດໃຫຍ່ ຄື ບ້ານໄຜ່ໜອງ ແລະ ມີດ ທີ່ຮັບຊື້ ໄປນັ້ນ ພວກພໍ່ຄ້າ ຄົນຈີນ ກໍຕັ້ງເປັນ ຮ້ານຂາຍມີດ ຂຶ້ນ ໃນບໍຣິເວນ ວັດສີຈຳປາ ຢູ່ ບ້ານຕົ້ນໂພ ນັ້ນເອງ. ຕໍ່ມາ ພໍ່ຄ້າ ຄົນຈີນ ກໍຂຍາຍ ກິດຈະການ ລາມໄປເຖິງ ບ້ານໄຜ່ໜອງ.
ພໍ່ເຖົ້າ ບັນຢັດ ເວົ້າເຖິງ ການກໍ່ເກິດ ພໍ່ຄ້າ ຄົນກາງ ຂອງທຸຣະກິດ ການຄ້າ ມີດ ອະຣັນຢິກ ວ່າ:
“ພໍ່ຄ້າ ຄົນຈີນ ມາຕັ້ງຮ້ານ ຢູ່ແຖວບ້ານ ຕົ້ນໂພ ນີ່ ແຕ່ກ່ອນນີ່ ມີຢູ່ຫຼາຍໆ ຮ້ານ ຄືກັນ ພໍ່ຄ້າ ເພີ່ນຈະມາຮັບຊື້ ເອົາໄປ ຂາຍກັນ ບ່ອນຮັ່ນນ່ະ ເຮົາໄປຂາຍ ເຂົາມາສັ່ງ ເຮົາກໍ່ ໄປຂາຍ ຕໍ່ມາ ກໍ່ມາ ຂຍາຍມາບ້ານນີ່ ກໍ່ມີ ທີ່ເປັນພໍ່ຄ້າ ຄົນກາງ ທີ່ຊື້ ກໍ່ມີຢູ່ ຫຼາຍຮ້ານ ຄືກັນ.”
ເມື່ອ ເຫິງນານເຂົ້າ ພໍ່ຄ້າ ຄົນຈີນ ກໍທ້ອນໂຮມ ທຶນ ນັບມື້ນັບຫຼາຍ ຂຶ້ນ ຈົນໃນທີ່ສຸດ ພວກເຂົາເຈົ້າ ກໍກ້າວຂຶ້ນ ເປັນນາຍທຶນ ເຕັມຕົວ ແລະ ພວກນາຍທຶນ ຄົນຈີນ ກໍໃຊ້ເງິນ ທຶນນັ້ນ ຮັບຊື້ ມີດ ຈາກພວກນາຍຊ່າງ ຕີມີດ ແບບຈ້າງ ໃຫ້ຜລິດ ຈົນສຳເຣັດ ເປັນດວງມີດ.
ໃນຈຳນວນ ດັ່ງກ່າວ ກໍມີ ພວກນາຍທຶນ ທີ່ສະຫຼາດ ກວ່ານັ້ນ ຄື ໃຊ້ທຶນ ຈ້າງນາຍຊ່າງ ທັງຢູ່ ບ້ານ ຕົ້ນໂພ ແລະ ບ້ານໄຜ່ໜອງ ໃຫ້ຜລິດ ມີດ ປ້ອນໃຫ້ ໂດຍບໍ່ໄດ້ ຈ້າງໄທ ເຮືອນດຽວຕີ ຈົນ ເປັນມີດ ສຳເຣັດ ແຕ່ຫາກ ໄດ້ຈ້າງ ຫຼາຍໆເຮືອນ ໂດຍໃຫ້ເຮືອນນັ້ນ ຕີຕົວມີດ ອີກ ເຮືອນນຶ່ງ ເຮັດດ້າມມີດ ແລະ ອີກເຮືອນອື່ນໆ ເຮັດສ່ວນປະກອບ ສ່ວນອື່ນໆ ຂອງມີດ ໂດຍນາຍທຶນ ຄົນຈີນ ເປັນຜູ້ ອອກທຶນ ຊື້ ວັດຖຸດິບ ໃນການຕີມີດ ໃຫ້ພວກນາຍຊ່າງ.
ດ້ວຍວິທີ ການຈ້າງ ແບບກະແຈກ ກະຈາຍ ແນວນີ້ ຕົວມີດ ທີ່ໄດ້ນັ້ນຈຶ່ ງບໍ່ແມ່ນມີດ ຂອງຜູ້ໃດນຶ່ງ ແຕ່ຫາກ ເປັນມີດ ຂອງນາຍທຶນ ຜູ້ຈ້າງຕີ ດັ່ງນັ້ນ ພໍ່ຄ້າ ຄົນຈີນ ຈຶ່ງຜລິດ ກາເຄື່ອງໝາຍ ໃສ່ຕົວມີດ ວ່າເປັນ ມີດ ຂອງເຂົາເຈົ້າ ບໍ່ແມ່ນ ກາເຄື່ອງໝາຍ ຂອງນາຍຊ່າງ ຜູ້ໃດຜູ້ນຶ່ງ.
ພໍ່ເຖົ້າ ບັນຢັດ ໄດ້ອະທິບາຍ ເຖິງວິວັທນາການ ຂອງຣະບົບ ນາຍທຶນ ພໍ່ຄ້າມີດ ສູ່ຟັງວ່າ:
“ພໍ່ຄ້າ ຄົນກາງ ເພີ່ນເປັນ ຄົນກາງ ຫຼາຍຢ່າງ ຄົນກາງ ໃນການຊື້ ມີດ ສຳເຣັດຮູບ ກັບຈ້າງ ເຮັດແຕ່ລະສ່ວນແຕ່ ລະຢ່າງ ເຮັດໂຕ ກໍ່ໄປຈ້າງ ຜູ້ທີ່ເຮັດ ໂຕມີດ ເຮັດໂຕເສັດແລ້ວ ຈະເຂົ້າດ້າມ ກໍ່ໄປຈ້າງ ຜູ້ທີ່ເຂົ້າດ້າມ ເພີ່ນໄປຈ້າງ ເຂົາມາໝົດແຫຼະ ມາກໍ່ ເປັນໂຕມີດເລີຍ ເພີ່ນກໍ່ເອົາມາສົ່ງ ມາສົ່ງເຈົ້າຂອງເພີ່ນກະມາຕີກາເອົາ.”
ພໍ່ຄ້າ ມີດ ມີກາເຄື່ອງໝາຍ ການຄ້າ ສ່ວນຕົວ ກໍເຮັດໃຫ້ ກາເຄື່ອງໝາຍ ຂອງພວກກ່ຽວ ເປັນທີ່ ຮູ້ຈັກກັນ ຢ່າງກວ້າງຂວາງ ຍ້ອນວ່າ ກາເຄື່ອງໝາຍ ຂອງພໍ່ຄ້າຈີນ ມີຜລິດຕະພັນ ຈຳນວນ ຫຼວງຫຼາຍ ມີສ່ວນສະເລັ່ຽ ໃນຕລາດ ຫຼາຍກວ່າ ກາເຄື່ອງໝາຍ ຂອງພວກນາຍຊ່າງ ຕົວຈິງ.
ແຕ່ຢ່າງໃດ ກໍດີ ໃນເມື່ອການຜລິດ ຂອງພໍ່ຄ້າ ເປັນຣະບົບ ການຜລິດ ແບບສົມສົ່ວ ໃຊ້ນາຍຊ່າງ ຫຼາຍຄົນ ຈຶ່ງພາໃຫ້ ຜລິດຕະພັນ ຂອງພວກເຂົາເຈົ້າ ບໍ່ໄດ້ ມາດຕະຖານ ແລະ ຜູ້ຜລິດ ບໍ່ມີ ຄວາມພູມໃຈ ແລະ ບໍ່ຕ້ອງ ຮັບຜິດຊອບ ໃນຄຸນນະພາບ ຄືກັນ ກັບການໃຊ້ ກາເຄື່ອງໝາຍ ຂອງເຂົາເຈົ້າເອງ ຄຸນນະພາບ ຂອງມີດ ນາຍທຶນ ຈຶ່ງນັບມື້ ນັບຂີ້ຮ້າຍ ລົງໄປ ຊັກໃຊ້. ແຕ່ນາຍທຶນ ກໍຄື ນາຍທຶນ ເຖິງຢ່າງໃດ ພວກເຂົາເຈົ້າ ກໍຕ້ອງ ຊອກວິທີ ແກ້ໄຂ ບັນຫາ ຈົນໄດ້ ບໍ່ໄດ້ດ້ວຍເລ້ ກໍເອົາ ດ້ວຍກົນ ບໍ່ໄດ້ ດ້ວຍມົນ ກໍເອົາ ດ້ວຍຄາຖາ ກາເຄື່ອງໝາຍ ຂອງຕົວເຈົ້າຂອງ ຂີ້ຮ້າຍ ກໍໃຊ້ ວິທີ ທີ່ເຮັດໃຫ້ ນາຍຊ່າງ ຄົນເຊື້ອ ສາຍລາວ ເຖິງຕ້ອງ ອ້າປາກຄ້າງ ດ້ວຍຄວາມງຶດງໍ້.
ພໍ່ເຖົ້າ ບັນຢັດ ເຜີຍເລ້ຫຼ່ຽມ ຂອງພວກນາຍທຶນ ສູ່ຟັງວ່າ:
“ຈະຕີກາ ຕົວເອງ ກະຕີໄປ ຖ້າຂອງໂຕເອງ ຂາຍບໍ່ດີ ກາໃດດີ ເພີ່ນກະເອົາ ກາດີ ຕີໄປ ກໍ່ແກະ ເອົາເອງ ຈ້າງເຂົາ ເຮັດໄດ້ ກໍ່ມີທີ່ ເຂົາຈ້າງ ເຮັດຢູ່ນ່ະ ເພາະສະນັ້ນ ເຈົ້າຂອງ ກາຕົວຈິງ ບາງທີ ບໍ່ໄດ້ ຮູ້ເຣື້ອງເລີຍ.”
ເປັນໜ້າເສັຽດາຍ ທີ່ກາ ເຄື່ອງໝາຍ ຢູ່ດວງມີດ ຂອງນາຍຊ່າງ ຄົນລາວ ບໍ່ມີໃຜ ໄດ້ໄປ ຈົດທະບຽນລິກຂະສິດ ຕາມກົດໝາຍ ຄຸ້ມຄອງ ລິກຂະສິດ ການລະເມີດ ຂອງພວກນາຍທຶນ ຈຶ່ງສາມາດ
ເຮັດໄດ້ ຕາມໃຈມັກ ເພາະກາ ເຄື່ອງໝາຍ ຂອງນາຍຊ່າງ ທີ່ຕີລົງ ໃນຕົວມີດນັ້ນ ພວກເຂົາເຈົ້າ ເຮັດໄວ້ ສຳລັບ ເປັນການ ຮັບປະກັນ ຄຸນນະພາບ ໃຫ້ແກ່ລູກຄ້າ ເປັນຄວາມຮັບຜິດຊອບ ບໍ່ໄດ້ມີ ຄວາມໝາຍ ເຖິງຄວາມເປັນເຈົ້າ ຂອງລິກຂະສິດ ແລະ ບໍ່ໄດ້ຄຶດໄ ປໄກ ວ່າ ຈະມີ ຄົນຫົວໃສ ມາເຮັດແບບນີ້.
ເມື່ອ ພວກນາຍທຶນ ໄດ້ຮິບໂຮມ ທຶນ ໄດ້ຫຼາຍຂຶ້ນ ຈາກເຫື່ອແຮງ ຂອງຄົນເຊື້ອ ສາຍລາວ ພວກເຂົາເຈົ້າ ກໍໃຊ້ ອຳນາດເງິນ ຢຽບບ່າ ພວກນາຍຊ່າງ ຂຶ້ນເປັນ ຕົວຕັ້ງຕົວຕີ ໃນການກຳນົດ ຣາຄາມີດ
ຊຶ່ງນາຍຊ່າງ ຜູ້ຕີມີດ ຈົນ ຫຼັງຂົດຫຼັງໂຂ ບໍ່ມີສິດ ຈະຕັ້ງຣາຄາ ຂອງຜລິດຕະພັນ ຂອງຕົວເອງໄດ້ບໍ່ວ່າ ນາຍຊ່າງ ທີ່ເປັນລູກຈ້າງ ນາຍທຶນ ຫຼື ນາຍຊ່າງ ທີ່ເປັນເອກກະຣາດ ກໍບໍ່ມີສິດ ຕັ້ງຣາຄາມີດ
ໄດ້ເຊັ່ນກັນ.
ຕາແສງ ບັນຢັດ ສະທ້ອນ ສະພາບຕົວຈິງ ອັນຂົມຂື່ນ ນີ້ວ່າ:
“ການເຮັດມີດ ນີ່ ບັນຫາ ສຳຄັນ ມັນຢູ່ ທີ່ວ່າ ເຮົາເຮັດແລ້ວນີ່ ເຮົາກຳໜົດ ຣາຄາເອງ ບໍ່ໄດ້ ຜູ້ທີ່ ເຮັດມີດນີ່ ສ່ວນໃຫຍ່ ພໍ່ຄ້າ ເພີ່ນຈະ ກຳໜົດ ຣາຄາ ໃຫ້ ເພາະວ່າ ເຮົາບໍ່ມີທຶນ ຕ້ອງໄປ ເອົາທຶນເອົາວັສດຸ ຈາກພໍ່ຄ້າ ເຂົາມາເຮັດ ເພີ່ນກໍ່ຈະຕັ້ງ ຣາຄາ ມາເອງ ເອົາເຫຼັກ ມາໃຫ້ ເຂົາເຮັດໂຕ ແມ່ນບໍ່ລ່ະ ເອົາດ້າມໄປໃຫ້ເຂົາ ເຂົ້າດ້າມ ອີກບ້ານນຶ່ງ ຕ້ອງຫາໄປ ໃຫ້ເຂົາ ພໍ່ຄ້ານ່ະ ແລ້ວໆ ເຮົາກຳໜົດ ຣາຄາເອງ ບໍ່ໄດ້ ຄືກັບ ຜູ້ທີ່ ເຮັດນານີ່ ຂາຍເຂົ້າ ຂາຍເຂົ້ານີ່ ເພີ່ນກະກຳໜົດ ຣາຄາເອງ ບໍ່ໄດ້ ຕ້ອງໃຫ້ ພໍ່ຄ້າ ເພີ່ນມາກຳໜົດ.”
ທ່ານຜູ້ຟັງ ທີ່ຮັກແພງ ເວລາ ສຳລັບ ຣາຍການ ຂອງເຮົາ ໃນສັປດານີ້ ກໍໄດ້ສິ້ນສຸດລົງ ອີກແລ້ວ ເຊີນທ່ານ ຮັບຟັງເຣື້ອງ “ບ້ານລາວໃນໄທຍ ແຕ່ອາດີດ ເຖິງປັດຈຸບັນ” ໄດ້ໃໝ່ ໃນສັປດາໜ້າ ຊຶ່ງຈະສືບຕໍ່ ນຳພາ ທ່ານ ໄປພົບກັບ ອະນາຄົດ ຂອງນາຍຊ່າງ ຕີມີດ ບ້ານໄຜ່ໜອງ ແລະ ຊະຕາກັມ ຂອງສະຫະກອນ ຂອງພວກເຂົາເຈົ້າ.
ສຳລັບ ສັປະດານີ້ ຂໍໄດ້ຮັບ ຄວາມປຣາຖໜາດີ ຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະ ຂ້າພະເຈົ້າ ວຽງໄຊ ຜູ້ສເນີ, ສະບາຍດີ.