ບ້ານລາວ ໃນປະເທດໄທ: ຕອນທີ 85

ໃນຣາຍການ ບ້ານລາວ ໃນໄທ ແຕ່ອາດີດ ຫາປັດຈຸບັນ ສັປດານີ້ ວຽງໄຊ ຈະເວົາເຖິງ ຮີດຄອງປະເພນີ ຂອງ ຊາວລາວພວນ ຊຶ່ງເຖິງວ່າ ຈະພັດພາກ ຈາກເມືອງແມ່ ມາດົນນານແລ້ວ ກໍ່ຕາມ ຍັງພາກັນ ປະຕິບັດ ຮັກສາໄວ້ ຈົນເຖິງເທົ້າ ທຸກວັນນີ້.....
ວຽງໃຊ ຣາຍງານ
2007.11.20

ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ແລະຮັກແພງ ເມື່ອສັປດາ ທີ່ຜ່ານມາ: ເຮົາໄດ້ສເນີວ່າ ການອົພຍົບ ຂອງຄົນພວນ ທີ່ເຂົ້າໄປຢູ່ ບ້ານປ່າແດງ ເກີດຂື້ນຫລາຍ ເທື່ອ ໂດຍທີ່ພວກ ເຂົາເຈົ້າໄດ້ ຕັ້ງເຮືອນຢູ່ ແຄມຫ້ວຍເກດ ຈຶ່ງໃສ່ຊື່ບ້ານ ວ່າ: ບ້ານຄອງຫ້ວຍເກດ ຕາມຄົນໄທ ທີ່ເອີ້ນຊື່ ຫ້ວຍເກດ ວ່າ: ຄອງຫ້ວຍເກດ.

ຄົນພວນ ບ້ານປ່າແດງ ມີອາຊີບ ເປັນຊາວນາ ເປັນຕົ້ນຕໍ ດັ່ງນັ້ນ ເຮືອນເກືອບທຸກຫລັງ ຈຶ່ງຕ້ອງມີ ເລົ້າເຂົ້າ ທີ່ຄົນພວນບ້ານ ປ່າແດງຮ້ອງວ່າ “ຍຸ້ງເຂົ້າ” ຕັ້ງຢູ່ຄຽງຄູ່ ກັບເຮືອນ ຈົນເທົ່າ ທຸກມື້ນີ້.

ຄົນພວນນິຍົມ ສົ່ງລູກຫລານ ຮຽນໜັງສື ເພາະສະນັ້ນ ຢູ່ຝາເຮືອນ ເກືອບທຸກຫລັງ ຈະມີຮູບຮັບ ໃບປະຣິນຍາ ຍ້ອນຄົນພວນ ບ້ານປ່າແດງ ຮູ້ສຶກວ່າ ຕົວເອງບໍ່ມີ ຄວາມຮູ້ ເປັນແຕ່ ພໍ່ໄຮ່ພໍ່ນາ ຈຶ່ງຢາກໃຫ້ ລູກຫລານໄດ້ ເປັນເຈົ້າຄົນນາຍຄົນ ແລະມີ ອະນາຄົດ ທີ່ດີກວ່າຕົນ ຈຶ່ງສົ່ງລູກຮຽນ ໜັງສື ໃຫ້ໄດ້ສຸງໆ.

ສັປດານີ້: ເຮົາຈະໄດ້ ສເນີເລື້ອງຂອງ ການຄຸ້ມຄອງ ຮັກສາ ສິລປະວັທນະທັມ ຂອງຄົນພວນ ບ້ານປ່າແດງ. (ສຽງລຳ : ລາວພວນ)

ຢູ່ເມືອງ ຕະພານຫີນ ເຖິງແມ່ນວ່າ ຈະມີ ບ້ານຄົນພວນ ຢູ່ຫລາຍບ້ານ ຫລືແມ່ນແຕ່ໃນ ຕົວເມືອງ ຕະພານຫີນ ເອງກໍຍັງມີ ຄົນພວນ ອາສັຍຢູ່ ແຕ່ບ້ານຄົນພວນ ແຕ່ລະບ້ານ ກໍຍັງຢູ່ໄກ ກັນສົມຄວນ ບ້ານຂອງຄົນພວນ ຈຶ່ງປະປົນກັບ ບ້ານຄົນໄທ ຊຶ່ງເປັນຄົນ ສ່ວນຫລາຍ ຂອງແຂວງພິຈິດ ແຕ່ຢ່າງໃດ ກໍດີ ຖ້າຢາກຮູ້ວ່າ ບ້ານໃດເປັນບ້ານ ຂອງຄົນພວນນັ້ນ ບໍ່ແມ່ນຂອງຍາກ ແຕ່ຢ່າງໃດ.

ໝູ່ບ້ານຂອງ ຄົນພວນ ມີຄວາມແຕກຕ່າງ ໄປຈາກບ້ານ ຂອງຄົນໄທ ທົ່ວໄປ ຍິ່ງຖ້າແມ່ນ ຄົນລາວແລ້ວ ຈະຮູ້ໄດ້ ທັນທີໂລດ. ກ້າວທຳອິດ ທີ່ເຮົາຍ່າງ ເຂົ້າໄປໃນ ໝູ່ບ້ານ ບ້ານປ່າແດງ ສິ່ງທີ່ໄດ້ເຫັນ ທັງສອງຂ້າງທາງ ຄື ແມ່ເຖົ້າ 4-5 ຄົນ ນຸ່ງສີ້ນໝີ່ ບ່ຽງແພ ສີຂາວ ຖືກະຕ່າ ຈະໄປຈັງຫັນ ຊຶ່ງພາບແນວນີ້ ຈະພົບເຫັນໄດ້ ກໍແຕ່ຢູ່ ບ້ານຄົນລາວ ແລະຄົນໃນພາກ ອີສານເທົ່ານັ້ນ ແຂວງພິຈິດ ເຖິງຈະຖືກ ກຳນົດໃຫ້ເປັນ ພາກເໜືອຂອງໄທ ກໍຕາມ ແຕ່ຄົນສ່ວນຫລາຍ ກໍຄືຄົນ ພາກກາງ ເພາະວ່າພວກກ່ຽວ ປາກເວົ້າ ພາສາໄທ ຄືຄົນບາງກອກ ບໍ່ໄດ້ປາກ ພາສາເໜືອຄື ໄທຊຽງໃໝ່ ດັ່ງນັ້ນ ການທີ່ຜູ້ເຖົ້າ ຍັງນຸ່ງຖື ແນວນີ້ຈະຫາ ບໍ່ໄດ້ແນ່ນອນ ຢູ່ບ້ານອື່ນໆ ໃນຂົງເຂດ ແຂວງພິຈິດ.

ຄົນພວນ ບ້ານປ່າແດງ ເປັນຜູ້ທີ່ມີ ຄວາມຮັກໃນ ຮີດຄອງ ປະເພນີ ຂອງພວກເຂົາເຈົ້າ ຢ່າງຫລວງຫລາຍ ເຖິງວ່າຈະມີ ບ້ານຂອງຄົນໄທ ອ້ອມຂ້າງຢູ່ ກໍຕາມ ໂຄງຮ່າງຂອງ ບ້ານລາວພວນ ກໍເປັນແບບດຽວ ກັນກັບບ້ານ ຄົນລາວທົ່ວໄປ ຄືປຸກເຮືອນ ຢູ່ໃກ້ກັນ ເມື່ອອອກເຮືອນ ກໍປຸກຢູ່ຕິດກັນ ໃນວົງ ຄະນາຍາດ; ບ້ານປ່າແດງ ແບ່ງອອກເປັນຄຸ້ມ ແຕ່ລະຄຸ້ມ ກໍຈະແບ່ງອອກ ເປັນຮ່ອມ ຊຶ່ງຄົນໄທ ຮ້ອງວ່າຊອຍ ແລະແຕ່ລະຊອຍ ຈະມີປ້າຍ ຂຽນບອກຊື່ ໄວ້ທາງໜ້າຮ່ອມ ໂດຍທຸກຊອຍ ຢູ່ບ້ານປ່າແດງ ລ້ວນແລ້ວແຕ່ ໃສ່ຊື່ບ້ານເກົ່າ ຂອງພວກເຂົາເຈົ້າ ເຊັ່ນຜູ້ທີ່ຍ້າຍ ມາຈາກບ້ານກ້ວຍ ເມືອງບ້ານໝີ່ ແຂວງລົບບຸຣີ ກໍຈະໃສ່ ຊື່ຊອຍວ່າ ຊອຍບ້ານກ້ວຍ ແລະຖ້າຄົນ ບ້ານກ້ວຍມາ ຢູ່ຫລາຍຊອຍ ກໍໃສ່ຊື່ວ່າ ບ້ານກ້ວຍ1 ບ້ານກ້ວຍ2 ເປັນຕົ້ນ. (ສຽງລຳ: ລາວພວນ)

ຄົນພວນ ບ້ານປ່າແດງ ພາກັນຖື ຮີດຄອງເຊັ່ນດຽວ ກັນກັບຄົນລາວ ແລະຄົນອີສານ ຄືຖືຮີດ 12 ຄອງ 14 ເຖິງແມ່ນວ່າ ບາງຮີດຈະຖືກ ປ່ຽນແປງໄປ ຕາມສະພາບການ ເຊັ່ນບຸນບັ້ງໄຟ ຊຶ່ງມີເປັນ ລາງປີເພາະວ່າ ການຈູດບັ້ງໄຟ ເປັນອັນຕະລາຍ ແກ່ບ້ານ ອ້ອມແອ້ມ ນອກຈາກນັ້ນແມ່ນ ເປັນຄືກັນກັບ ຮີດຂອງຄົນລາວ ທຸກປະການ.

ບຸນຕາມຮີດ 12 ທີ່ຄົນພວນ ຖືເປັນບຸນ ສຳຄັນທີ່ສຸດ ຄື: “ບຸນກັມຟ້າ” ຊຶ່ງຄົນພວນ ທຸກໝູ່ບ້ານ ຈະປາສຈາກ ບໍ່ໄດ້ ຕ້ອງເຮັດບຸນນີ້ ທຸກໝູ່ບ້ານ ບຸນກັມຟ້າ ແມ່ນບຸນໃຫຍ່ ທີ່ສຸດຂອງ ບັນດາຮີດ ທັງໝົດ ແລະ ບຸນກັມຟ້າ ຖືເປັນ ສັນຍະລັກ ຂອງບ້ານຄົນພວນ ຫາກບ້ານໃດ ບໍ່ເຮັດ ບຸນກັມຟ້າ ເຖິງຈະປາກເວົ້າ ພາສາພວນ ແຕ່ກໍບໍ່ຖືວ່າ ເປັນບ້ານຄົນພວນ ເພາະບຸນປາງນີ້ ຄົນພວນໄດ້ຖື ປະຕິບັດກັນ ມາແຕ່ຄັ້ງ ບູຮານພຸ້ນ.

ພໍ່ເຖົ້າ ສຸວັນ ຫົງສາວະດີ ໝໍພອນ ປະຈຳບ້ານ ປ່າແດງຊຶ່ງມີ ອາຍຸຫລາຍ ທີ່ສຸດ ໄດ້ອະທິບາຍ ເຖິງ ບຸນກັມຟ້າ ໃຫ້ຟັງດັ່ງນີ້: (ສຽງ ພໍ່ເຖົ້າສຸວັນ ຫົງສາວະດີ: ບຸນກັມຟ້າ ບ້ານປ່າແດງ)

ບຸນກັມຟ້າ ຂອງຄົນພວນ ກໍຄືການ ເຮັດບຸນເພື່ອ ສະແດງຄວາມ ເຄົາຣົບຕໍ່ຟ້າ ເພາະຄົນພວນມີ ອາຊີບ ເປັນຊາວນາ ຈຶ່ງມີຄວາມ ຢຳເກງຕໍ່ຟ້າ ບໍ່ກ້າເຮັດ ຜິດໃຈຟ້າ ຍ້ອນວ່າຖ້າຟ້າ ໄດ້ຄຽດແລ້ວ ກໍຈະເຮັດ ໃຫ້ແລ້ງ ຫລືຖ້າເຮັດໃຫ້ ຟ້າບໍ່ພໍໃຈ ກໍຈະເຮັດໃຫ້ ຝົນຕົກແບບ ບໍ່ຖືກຕາມ ຣະດູການ; ບຸນກັມຟ້າ ຈັດຂຶ້ນໃນມື້ ອອກໃໝ່ 3 ຄ່ຳຂອງເດືອນ 3 ຊຶ່ງກົງກັບ ບຸນເບີກຟ້າ ຂອງຄົນລາວ ແລະຄົນອີສານ.

ອັນທີ່ຈິງ ບຸນກັມຟ້າ ຂອງຄົນພວນ ແມ່ນບຸນດຽວກັນ ກັບບຸນເບີກຟ້າ ຂອງຄົນເຊື້ອສາຍ ລາວນັ້ນເອງ ເພາະວ່າ ໃນມຶ້ອອກໃໝ່ 3 ຄ່ຳເ ດືອນ 3 ຄົນເຊື້ອສາຍລາວ ຖືວ່າເປັນມື້ ດີສຳລັບ ຊາວນາ ເປັນຈຸດເລີ້ມຕົ້ນ ຂອງການເຮັດນາ ແລະ ໃນມື້ນັ້ນ ຄົນລາວ ຈະພາກັນ ເອົາຝຸ່ນໃສ່ນາ ເພາະເຊື່ອກັນວ່າ ຈະເຮັດໃຫ້ເຂົ້າ ກ້າງາມດີ ສຳລັບຄົນພວນ ກໍ່ມີຄວາມເຊື່ອ ຄືກັນດັ່ງທີ່ ພໍ່ເຖົ້າສຸວັນ ເວົ້າສູ່ຟັງວ່າ: (ສຽງ ພໍ່ເຖົ້າສຸວັນ ຫົງສາວະດີ: ບຸນກຳຟ້າ ບ້ານປ່າແດງ)

ໜັງສືກ້ອມ ຊື່ວ່າ “ຕຳຣາໄຂ ປັກຕູຟ້າ” ພົບທີ່ ວັດໜອງລົ່ມ ແຂວງສາຣະຄາມ ແລະ ວັດບ້ານດົງບັງ ເມືອງນາດູນ ແຂວງສາຣະຄາມ (ຄະນະ ກັມມະການ ຝ່າຍປະມວນ ເອກກະສານ ແລະ ຈົດໝາຍເຫດ ໂຮງພິມ ຄຸຣຸສະພາ 2543) ບົ່ງວ່າ ມື້ນີ້ເປັນ ມື້ຟ້າໄຂ ປ່ອງທ່າງ ຈະເກີດສຽງ ຟ້າຮ້ອງ ໃນຍາມກາງເວັນ ແລະຊາວບ້ານ ຈະພາກັນ ສັງເກດສຽງຟ້າ ວ່າຮ້ອງມາແຕ່ ທາງທິດໃດ ເມື່ອຮູ້ແລ້ວ ກໍເອົາມາທວາຍ ວ່າຝົນປີນັ້ນ ຈະເປັນແນວໃດ. (ສຽງລຳ:ລາວພວນ)

ຄວາມທວາຍຝົນ ໃນມື້ ດັ່ງກ່າວນີ້ ມີຜູ້ຂຽນ ເປັນກອນ ເອີ້ນວ່າ “ໂສກຝົນ” ໄວ້ດັ່ງນີ້ ຖ້າຟ້າຮ້ອງ:

1) ທິດບົວຣະພາ ຫລືທິດ ຕາເວັນອອກ ຊຶ່ງມີຄຸດ ເປັນສັດ ປະຈຳທິດ ເປັນທິດ ປັກຕູນ້ຳ ທວາຍວ່າ ຝົນຈະດີ ເຂົ້າກ້າໃນນາ ຈະອຸດົມ ສົມບູນ ຄົນທັ້ງປວງໄດ້ ທຳບຸນທຳທານ

2) ທິດອາຄະເນ ຫລືທິດ ຕາເວັນອອກ ສ່ຽງໃຕ້ ມີແມວເປັນສັດ ປະຈຳທິດ ເປັນທິດ ປັກຕູລົມ ທວາຍວ່າ ຝົນຈະໜ້ອຍ ນາແລ້ງ ຄົນອຶດຢາກ ແລະເກີດພະຍາດ ຕິດແປດ

3) ທິດທັກສິນ ຫລືທິດໃຕ້ ມີຣາຊສີ ເປັນສັດ ປະຈຳທິດ ເປັນທິດ ປັກຕູທອງ ທວາຍວ່າ ຝົນຈະຫລາຍ ນ້ຳຈະຖ້ວມ ເຂົ້າກ້າໃນນາ ເສັຽຫາຍເຖິງ 2 ສ່ວນ 5 ນາລຸ່ມເສັຽ ນາດອນດີ ມີປູປາ ອຸດົມສົມບູນ

4) ທິດຫໍຣະດີ ຫລືທິດ ຕາເວັນຕົກ ສ່ຽງໃຕ້ ມີເສືອເປັນສັດ ປະຈຳທິດ ເປັນທິດ ປັກຕູຂີ້ກົ່ວ ທວາຍວ່າ ຝົນຈະດີ ນ້ຳງາມພໍເໝາະ ຜົລໝາກຮາກໄມ້ ອຸດົມ ປູປາມີຫລາຍ ເຂົ້າກ້າ ບໍຣິບູນ ຜູ້ຄົນ ມີຄວາມສຸກ

5) ທິດປັດຈິມ ຫລືທິດ ຕາເວັນຕົກ ມີນາກເປັນສັດ ປະຈຳທິດ ເປັນທິດ ປັກຕູເຫຼັກ ທວາຍວ່າ ຝົນຈະແລ້ງ ນ້ຳໜ້ອຍ ເຂົ້າກ້າໃນນາ ແຫ້ງຕາຍ ເສັຍຫາຍໜັກ

6) ທິດພາຍັບ ຫລືທິດ ຕາເວັນຕົກ ສ່ຽງເໜືອ ມີໜູເປັນສັດ ປະຈຳທິດ ເປັນທິດ ປັກຕູຫີນ ທວາຍວ່າ ຝົນຈະຕົກ ປານກາງເຂົ້າກ້າ ໄດ້ຜົນເຄີ່ງນຶ່ງ ປູປາມີໜ້ອຍ ຄົນຈະປ່ວຍໄຂ້

7) ທິດອຸດອນ ຫລືທິດ ເໜືອ ມີຊ້າງເປັນສັດ ປະຈຳທິດ ເປັນທິດ ປັກຕູເງິນ ທວາຍວ່າ ຝົນຈະດີ ເຂົ້າກ້າໃນນາ ງອກງາມດີ ຄົນຈະມີ ສຸກກັນທົ່ວໜ້າ

8) ທິດອີສານ ຫຼືທິດ ຕາເວັນອອກ ສ່ຽງເໜືອ ມີງົວເປັນສັດ ປະຈຳທິດ ເປັນທິດ ປັກຕູດິນ ທວາຍວ່າ ຝົນຈະດີ ຕລອດປີ ເຂົ້າກ້າໃນນາ ຈະງອກງາມ  ຄົນມີສຸກ ຕລອດປີ ຢ່າງທົ່ວໜ້າ (ສຽງລຳ : ລາວພວນ)

ທ່ານຜູ້ຟັງ ທີ່ຮັກແພງ ເວລາສຳລັບ ລາຍການຂອງເຮົາ ໃນສັປດານີ້ ໄດ້ສິ້ນສຸດລົງ ອີກແລ້ວ ເຊີນທ່ານຮັບຟັງ ເລື້ອງຂອງ “ບ້ານລາວໃນໄທຍ ແຕ່ອາດີດ ຫາປັດຈຸບັນ”  ໄດ້ໃໝ່ໃນ ສັປດາໜ້າ ຊຶ່ງຈະໄດ້ ສເນີ ການຄຸ້ມຄອງ ຮັກສາ ສິລປະວັທນະທັມ ຂອງຄົນ ພວນບ້ານປ່າແດງ ຊຶ່ງຈະເວົ້າເຖິງ ເລື້ອງ ບຸນກັມຟ້າ ຕໍ່ ເພາະເປັນບຸນ ສຳຄັນຂອງ ປະເພນີ ຂອງຄົນພວນ.

ສຳລັບ ສັປດານີ້ ຂໍໄດ້ຮັບ ຄວາມປຣາຖນາ ດີຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະ ຂ້າພະເຈົ້າ ວຽງໄຊ ຜູ້ສເນີ,  ສະບາຍດີ.

 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.