ບ້ານລາວ ໃນປະເທດໄທ: ຕອນທີ 80

ເມື່ອສັປດາ ທີ່ຜ່ານມາ ເຮົາໄດ້ລາ ຈາກພາກອີ ສານຂອງໄທຍ ຊື່ງເປັນບ່ອນ ທີ່ມີຄົນ ເຊື້ອສາຍລາວ ຫລາຍທີ່ສຸດ. ໃນສັປດາ ນີ້ວຽງໄຊ ຈະພາທ່ານ ໄປຮູ້ຈັກ ກັບບ້ານລາວ ແຫ່ງໃຫມ່ ໃນພາກເຫນືອ ຂອງຣາຊອານາຈັກໄທຍ ເຊີນທ່ານຕິດຕາມ ຮັບຟັງໄດ້ເລີຍ.
ວຽງໃຊ
2007.11.20

ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ແລະຮັກແພງ ສັປດາ ທີ່ຜ່ານມາ: ແມ່ນຕອນສຸດທ້າຍ ຂອງບ້ານລາວ ຢູ່ພາກ ອີສານ ຂອງໄທ ໂດຍເຮົາໄດ້ ສເນີວ່າຄົນ ເຊື້ອສາຍລາວ ຢູ່ພາກອີສານ ຂອງໄທນັ້ນ ມີ 2 ສາຍໃຫຍ່ໆ ຄືກຸ່ມຂອງ ພຣະຄູ ໂພນສະເມັກ ແລະກຸ່ມ ຂອງ ພຣະວໍ-ພຣະຕາ ຊຶ່ງທັງສອງ ກຸ່ມນີ້ລ້ວນ ແຕ່ບໍ່ຖືກກັບ ຜູ້ປົກຄອງ ຢູ່ອານາຈັກ ລ້ານຊ້າງທັງສິ້ນ ແລະນີ້ເອງທີ່ ເປັນສາຍເຫດ ເຮັດໃຫ້ຝ່າຍ ລາວຜ່າຍແພ້ ແກ່ສຍາມ ເພາະມີຄົນ ອີສານຄອຍ ຊ່ວຍເຫຼືອແກ່ ຝ່າຍໄທ ຢູ່ເບື້ອງຫຼັງ.

ການທີ່ຄົນ ລາວຂ້າລາວຫຼື ລາວຂາຍລາວນີ້ ແມ່ນເຫດການ ໃນອາດີດ ຊຶ່ງສ້າງຄວາມ ເຈັບປວດໃຫ້ ກັບຄົນລາວ ທັງສອງຝັ່ງ ດັ່ງນັ້ນ ພັນທະໜ້າທີ່ ຂອງຄົນລາວ ແລະຄົນອີສານ ຢູ່ປະຈຸບັນນີ້ ຄວນຈະສຶກສາ ອາດີດເພື່ອໃຊ້ ເປັນເຄື່ອງມື ໃນການແກ້ ໄຂບັນຫາ ຂອງປະຈຸບັນ.

ສັປດານີ້: ເປັນຕອນທຳອິດ ຂອງບ້ານຄົນລາວ ຢູ່ພາກເໜືອ ຂອງໄທ ຊຶ່ງຈະໄດ້ ສເນີເລື້ອງ ຂອງບ້ານລາວ ບ່ອນໃໝ່ຊຶ່ງ ເຮົາຈະນຳພາ ທ່ານໄປພົບ ກັບບ້ານລາວ ຢູ່ພາກເໜືອ ຂອງໄທ. (music : ສຽງເສບດົນຕຼີ)

ອອກຈາກເມືອງ ອີສານກວ້າງ ລັດທາງ ສາຍພູໃຫຍ່ ຜ່ານທົ່ງພຽງ ຮາບກວ້າງ ຄົນແຕ່ກີ້ ໃຊ້ທ່ອງທຽວ ທາງສາຍນີ້ ມັນຫາກເປັນ ທາງຊ້າງ ມ້າເສິກເຄີຍ ທຽວທ່ອງ ທັບສຍາມ,ລາວ,ພະມ້າ ໃຊ້ທຽວຂ້າ ຕ່ອຍຕີ ທາງສາຍນີ້ ມັນຫາກ ເຊື່ອມເຂດກັ້ນ ດິນແດນ ສອງພາກ ພາກອີສານ ກັບລ້ານນາ ກ່ອນກີ້ ເຂົາທຽວ ຢື້ຢ່ອງຢາມ ຈາກນາທາມ ຂ້າມສູ່ໂຄກ ດົງໂດກເຂົ້າ ພູໃຫຍ່ ໄຊຍະພູມ ບໍ່ແມ່ນຂອງ ໃກ້ໆ ໄກບ້ານຫ່າງຄົນ ພັກດີ ຊຸມພົນ ຢູ່ຕໍ່ໜ້າ ຣົຖໄຕ່ຜາ ຫົນທາງຍາກ ຂ້າມໜ່ວຍພູ ຫາກຍັງ ຮູຮ່ອມຫ້ວຍ ເຫວກວ້າງ ຕະຫຼິ່ງຊັນ ແຕ່ຢ່າງໃດ ສາຍທາງນີ້ ກໍຍັງດີ ກວ່າສາຍອື່ນ ເຖິງເປັນພູ ຮ່ອມຫ້ວຍ ແຕ່ຍັງຕື້ນ ກວ່າຫຼາຍ ທາງເມືອງເລີຍ ດ່ານຊ້າຍ ນະຄອນໄທ ຫົນທາງ ທຽວສອກຫຼີກ ທາງເກົ້າຄົດ ເກົ້າລ້ຽວ ຂຽວມື້ ຄ່ຳຄືນ ທຽວທາງເວີ້ງ ເຫິງນານ ຈົນຄ້າຍຄ່ຳ ໃຈເລີຍຄຶດ ອຳລຳ ນຳພໍ່ປູ່ ຍ່າຂ້ອຍ ອາດີດພຸ້ນ ເພີ່ນທຽວ ຝູງລາວວຽງ ລາວໂຊ້ງ ລາວພວນ ໄດ້ຫຼູຫຼັ່ງ ໄປນຳທາງ ຮ່ອມຫ້ວຍ ຖືກເຂົາຕ້ອນ ໄລ່ຕີ ລອດລົ້ມເຫຼືອ ຕາຍກວ່າຈະ ເຖິງບ່ອນນີ້ ຊີວີບໍ່ ເຖິງຄາດ ຈຶ່ງໄດ້ຢຸດ ຢູ່ຢັ້ງ ແປງບ້ານຢູ່ ຮ່ອມພູ ນີ້ແລ້ວ.                        (music: ສຽງເສບດົນຕຼີ)

ເສັ້ນທາງເຊື່ອມ ຕໍ່ຣະຫວ່າງ ພາກເໜືອ ຫຼືທີ່ຮ້ອງ ອີກຊື່ນຶ່ງວ່າ “ລ້ານນາ” ນັ້ນມີຢູ່ຫຼາຍ ສາຍເສັ້ນນຶ່ງ ອອກຈາກແຂວງ ຂອນແກ່ນເຂົ້າ ເມືອງຊຸມແພ ແລ້ວຂຶ້ນພູ ເຂົ້າເມືອງຫຼົ່ມສັກ ແລະອອກໄປ ທາງແຂວງ ພິດສະນຸໂລກ ອີກເສັ້ນທາງນຶ່ງ ອອກແຂວງເລີຍ, ເມືອງດ່ານຊ້າຍ, ເມືອງນະຄອນໄທ ແລະເມືອງ ຊາດຕະການ ແລະເຂົ້າແຂວງ ອຸດຕະຣະດິດ; ແລະອີກເສັ້ນນຶ່ງ ອອກທາງ ໄຊຍະພູມ ຂ້າມສາຍພູ ເພັຊບູນໄປເຖິງ ເມືອງພັກດີ ຊຸມພົນ ແລ້ວລົງພູເຂົ້າ ແຂວງພິຈິດ; ຊຶ່ງເສັ້ນທາງ ເສັ້ນທີ 3 ນີ້ແມ່ນເສັ້ນທາງ ທີ່ບໍ່ມີ ພູຜາສູງ ຫຼືອັນຕລາຍ ເທົ່າກັບສາຍ ທາງເສັ້ນອື່ນໆ ດັ່ງນັ້ນ ໃນສະໄໝ ບູຮານ ເສັ້ນທາງສາຍ ດັ່ງກ່າວຈຶ່ງ ເປັນເສັ້ນທາງ ການເຄື່ອນກອງທັບ ທັງກອງ ທັບພະມ້າ, ກອງທັບ ສຍາມ ແລະກອງທັບລາວ ລ້ວນແລ້ວແຕ່ ໃຊ້ເສັ້ນທາງ ສາຍນີ້.

ຕລອດເສັ້ນທາງ ຊຶ່ງເປັນພື້ນ ທີ່ພູດອຍ ຈະມີບ້ານເຮືອນ ຂອງປະຊາຊົນ ຢູ່ທົ່ວໄປ ແລະຕລອດເສັ້ນ ທາງທີ່ມີ ບ້ານເຮືອນ ປະຊາຊົນ ເຫຼົ່ານັ້ນ ກໍຈະມີ ຕລາດຂອງ ຊຸມຊົນຢູ່ຕາມ ແຄມທາງເປັນ ໄລຍະໆເມື່ອ ເຂົ້າໄປຊື້ເຄື່ອງ ຈຶ່ງໄດ້ຮູ້ວ່າ ທັງພໍ່ຄ້າ ແລະປະຊາຊົນ ທີ່ເຂົ້າໄປ ຊື້ເຄື່ອງຢູ່ ຂອງກິນທັງໝົດ ເວົ້າພາສາ ລາວກັນ ແຕ່ຖ້າມີ ຄົນແປກໜ້າ ທີ່ບໍ່ລຶ້ງເຄີຍ ຈຶ່ງປາກ ພາສາໄທ; ແລະພາສາລາວ ທີ່ພວກເຂົາເຈົ້າ ປາກເວົ້າກັນນັ້ນ ແຕກຕ່າງຈາກ ພາສາລາວ ຂອງອີສານ ທົ່ວໄປ.

ເມື່ອຣົຖແລ່ນລົງ ຈາກໜ່ວຍພູ ນັ້ນໝາຍເຖິງວ່າ ໄດ້ເຂົ້າເຂດ ພາກເໜືອແລ້ວ ເພາະລົງພູ ກໍຈະເປັນ ເມືອງໜອງບົວ, ແຂວງ ນະຄອນສວັນ ຊຶ່ງຖືວ່າເປັນ ແຂວງພາກເໜືອ ແຂວງທຳອິດ ຂອງໄທ ອອກຈາກເມືອງ ໜອງບົວຕໍ່ ໄປອີກປະມານ 80 ຫລັກ ກິໂລແມັດ ກໍຮອດເມືອງ ຕະພານຫິນ ແຂວງພິຈິດ ກາຍຕົວເມືອງ ໄປອີກບໍ່ຮອດ 10 ຫຼັກ ກໍຈະເຖິງ ບ້ານປ່າແດງ ຕາແສງ ໜອງພະຍອມ, ເມືອງຕະພານຫິນ ແຂວງພິຈິດ.

ບ້ານປ່າແດງ ມີຈຸດພິເສດ ຫຼາຍຢ່າງທີ່ ແຕກຕ່າງໄປ ຈາກບ້ານອື່ນໆ ທີ່ຢູ່ອ້ອມຮອບ ຄືພາຍໃນ ໝູ່ບ້ານຈະມີ ຄົນຢູ່ບ້ານ ຫຼາຍກວ່າບ້ານອື່ນໆ ທີ່ກາຍມາ ແລະຈຸດພິເສດ ທີ່ແຕກຕ່າງ ໄປຈາກບ້ານ ອື່ນອີກກໍຄື ເຮືອນຊານຂອງ ຄົນບ້ານນີ້ ຈະມີເລົ້າເຂົ້າ ຢູ່ຄຽງຄູ່ ກັບເຮືອນເກືອບ ທຸກຫຼັງແລະ ເຮືອນຂອງຄົນ ບ້ານນີ້ເປັນ ເຮືອນຫຼັງໃຫຍ່ ແຕ່ລະຫຼັງມີ ຫຼາຍຫ້ອງແລະ ທຸກຫຼັງມີ ຕະລ່າງເຮືອນ ສູງເປັນພິເສດ ເຮືອນເກືອບທຸກຫຼັງ ເປັນເຮືອນເກົ່າ ທີ່ປຸກຂຶ້ນນັບ ເປັນຮ້ອຍປີແລ້ວ ຈຸດພິເສດນີ້ ເປັນເພາະວ່າ ບ້ານນີ້ແມ່ນ ໝູ່ບ້ານ ຂອງຄົນ ລາວພວນ. (music : ສຽງລຳ : ລາວພວນ)

ປຶ້ມ “ລາວໃນກຸງ ຣັດຕະນະ ໂກສິນ” (The Lao in Early Bangkok) ໂດຍ ບັງອອນ ປິຍະພັນ ໄດ້ກ່າວເຖິງ ການເຂົ້າສູ່ ສຍາມຂອງ ຄົນລາວພວນ ວ່າເຂົ້າສູ່ສຍາມ ຄັ້ງໃຫຍ່ 2 ຄັ້ງຄື ທັ້ງສອງຄັ້ງ ລ້ວນແລ້ວແຕ່ ຖືກກວາດຕ້ອນ ໄປທັງສິ້ນ; ຄັ້ງທຳອິດ ຄົນພວນຖືກ ກວາດຕ້ອນເມື່ອ ປີ ຄ.ສ. 1782 ຫຼື ພ.ສ. 2325 ຊຶ່ງເປັນປີ ດຽວກັນກັບ ທີ່ສຍາມ ໄດ້ສ້າງຕັ້ງ ເມືອງຫຼວງແຫ່ງໃໝ່ ໂດຍຍ້າຍມາ ຈາກກຸງ ທົນບຸຣີ ຊຶ່ງຕັ້ງຢູ່ ຝັ່ງຊ້າຍຂອງ ແມ່ນ້ຳເຈົ້າ ພຣະຍາ ໄປຢູ່ຝັ່ງຂວາ ຂອງແມ່ນ້ຳ ແລະໃສ່ຊື່ວ່າ “ກຸງຣັດຕະ ນະໂກສິນ” ຫຼືຄົນທົ່ວ ໄປຮ້ອງວ່າ ກຸງເທບ ຫຼືບາງກອກ ນັ້ນເອງ.

ສາຍເຫດທີ່ ຄົນພວນ ຖືກກວາດຕ້ອນ ກໍຍ້ອນວ່າ ຫຼັງຈາກສຍາມ ຢຶດຄອງ ອານາຈັກ ລ້ານຊ້າງ ໄດ້ແລ້ວ ພຣະບາດສົມເດັດ ພຣະພຸດທະ ຍອດຟ້າ ຈຸລາໂລກ ຣັຊການທີ 1 ຂອງບາງກອກ ໄດ້ສນັບສນູນ ໃຫ້ວຽງຈັນ ເປັນສູນກາງ ໃນການຄວບຄຸມ ຫົວເມືອງ ລາວຊຶ່ງຂະນະນັ້ນ ພຣະເຈົ້າ ນັນທະເສນ ໄດ້ດຳເນີນ ກຸສະໂລບາຍ ຕໍ່ສຍາມ ເພື່ອທີ່ຈະເຕົ້າ ໂຮມຄົນລາວ ທີ່ຖືກກວາດ ຕ້ອນໄປຢູ່ ສຍາມເຊັ່ນ ທີ່ແຂວງ ສະຣະບຸຣີ ຊຶ່ງມີຢູ່ຫຼາຍ ສິບພັນຄົນ ໂດຍຫວັງວ່າຈະ ໃຫ້ສຍາມສົ່ງ ກັບຄືນລ້ານຊ້າງ ຈື່ງພະຍາຍາມ ສ້າງຄວາມດີ ຕໍ່ສຍາມ ດ້ວຍການກ້ຽວກ່ອມ ຫົວເມືອງລາວ ທີ່ຢູ່ຕິດກັບ ຊາຍແດນວຽດນາມ ເຊັ່ນເມືອງພວນ, ເມືອງຄຳເກີດ ແລະເມືອງ ລະຄອນມາຂຶ້ນ ກັບວຽງຈັນ ແລ້ວກໍເອົາຄົນ ຈາກເມືອງເຫຼົ່າ ນີ້ໄປໃຫ້ສຍາມ.

ຄັ້ງທີ 2 ທີ່ຄົນລາວພວນ ໄດ້ອົພຍົບ ເຂົ້າສູ່ສຍາມ ໃນອີກ 10 ປີຕໍ່ມາຄື ປີ ຄ.ສ. 1792 ໂດຍເມືອງພວນ ຊຶ່ງເປັນເມືອງ ລາວທີ່ຢູ່ຕິດ ກັບຊາຍແດນ ວຽດນາມ ຈຶ່ງຖືກວຽດນາມ ອ້າງສເມີວ່າ ເປັນຂອງວຽດນາມ ເພາະເຄີຍສົ່ງ ສ່ວຍໃຫ້ວຽດນາມ ສ່ວນເມືອງ ພວນເອງກໍໄດ້ ເອົາໃຈອອກ ຈາກທາງວຽງຈັນ ເຈົ້ານັນທະເສນ ຈຶ່ງໄດ້ຍົກ ກອງທັບ ໄປຕີເມືອງພວນ ແລ້ວເລີຍຂຶ້ນໄປ ຕີເມືອງແຖງ ອີກດ້ວຍ ຈາກນັ້ນກໍໄດ້ ເອົາຄົນລາວພວນ ໄປສົ່ງໃຫ້ ສຍາມ ປະມານ 4,000 ກວ່າຄົນ ໂດຍໃຫ້ຕັ້ງ ເຮືອນຊານ ຢູ່ໃນບາງ ກອກ ປະຈຸບັນຄື ບໍຣິເວນ ໂຮງພາບພະຍົນ ສເລີມກຸງ ທີ່ມີຖນົນ ສາຍນຶ່ງຖືກ ໃສ່ຊື່ວ່າ ຖນົນບ້ານລາວ ແລະປຶ້ມຫົວ ນີ້ກໍຍັງບົ່ງ ອີກວ່ານອກຈາກ 2 ຄັ້ງນີ້ແລ້ວ ກໍບໍ່ມີການ ອົພຍົບຂອງ ຄົນລາວພວນ ອີກເລີຍ. (music : ສຽງລຳ : ລາວພວນ)

ແຕ່ວຽກງານ ວິໄຈຂອງ ສຳນັກງານ ວັທນະທັມ ແຂວງພິຈິດ ກັບບອກວ່າ ການອົພຍົບ ຂອງຄົນລາວ ພວນສູ່ສຍາມ ບໍ່ໄດ້ມີພຽງ 2 ຄັ້ງນີ້ເທົ່ານັ້ນ ແຕ່ຍັງມີການ ອົພຍົບ ອີກຫຼາຍເທື່ອ ຊຶ່ງຄົນລາວພວນ ທີ່ອົພຍົບ ນອກເໜືອຈາກ 2 ເທື່ອນີ້ແລ້ວ ຄືຄົນລາວພວນ ທີ່ຢູ່ຕາມ ພາກຕ່າງໆ ຂອງໄທ ແລະຮວມທັງຄົນ ລາວພວນ ບ້ານປ່າແດງ. (music : ສຽງລຳ : ລາວພວນ)

ທ່ານຜູ້ຟັງ ທີ່ຮັກແພງ ເວລາສຳລັບ ລາຍການຂອງເຮົາ ໃນສັປດານີ້ ໄດ້ສິ້ນສຸດ ລົງແລ້ວ ເຊີນທ່ານຮັບ ຟັງເລື້ອງຂອງ “ບ້ານລາວ ໃນໄທຍ-ແຕ່ອາດີດ ຫາປະຈຸບັນ”  ໄດ້ໃໝ່ໃນ ສັປດາໜ້າ ຊຶ່ງຈະເປັນ ການສືບຄົ້ນ ເຖິງການອົພຍົບ ຂອງຄົນລາວພວນ ທີ່ເຂົ້າສູ່ ສຍາມຄັ້ງຕ່າງໆ ແລະການຕັ້ງ ບ້ານເຮືອນຂອງ ຄົນລາວພວນ ວ່າມີຢູ່ໃສແດ່.

ສຳລັບ ສັປດານີ້ ຂໍໄດ້ຮັບ ຄວາມປຣາຖນາ ດີຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະຂ້າພະເຈົ້າ ວຽງໄຊ ຜູ້ສເນີ, ສະບາຍດີ.

 


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.