ບ້ານລາວ ໃນປະເທດໄທ: ຕອນທີ 78
2007.11.20
ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ແລະຮັກແພງ ເມື່ອສັປດາ ທີ່ຜ່ານມາ: ເຮົາໄດ້ກ່າວເຖິງ ຄວາມໝາຍແລະຄວາມ ສຳຄັນຂອງການ ທີ່ສິມຢູ່ພາຍ ໃນຄ້າຍຂອງກຸ່ມ ພຣະວໍ ໄດ້ຖືກສ້າງໃຫ້ ອ່ວຍໜ້າໄປທາງ ທິດໃຕ້ກໍເພາະ ວ່າໃນເວລາ ທີ່ຂາບໄຫວ້ ພຣະເຈົ້າໃຫຍ່ ໃນສິມຜູ້ຂາບ ກໍຈະໄດ້ຂາບ ພຣະແກ້ວມໍຣະກົດ ໄປພ້ອມກັນເນື່ອງ ຈາກວ່າໃນ ເວລານັ້ນ ພຣະແກ້ວມໍຣະກົດ ຍັງປະດິດ ສຖານຢູ່ທາງ ທີຕເໜືອ ຂອງພາກອີສານ ແລະນີ້ກໍ່ຄື ຄວາມສຳຄັນທີ່ ສແດງອອກໃຫ້ ເຫັນວ່າຄົນອີສານ ຍັງມີສາຍໃຍ ຕໍ່ແຜ່ນດິນລ້າງຊ້າງ ຊຶ່ງເປັນກົກເປັນເຫງົ້າ ແລະເປັນບ້ານເດີມ ຂອງພວກເຂົາເຈົ້າຢູ່.
ສັປດານີ້: ເຮົາຈະໄດ້ສເນີ ຜົນຂອງການ ສຶກສາຂອງ ຄະນະນັກວິໄຈ ທີ່ໄດ້ພົບວ່າ ຄົນລາວກຸ່ມ ພຣະວໍ-ພຣະຕາ ນັ້ນກ່ຽວຂ້ອງກັບ ວັນນະຄະດີ ອັນຍິ່ງໃຫຍ່ຂອງ ຄົນເຊື້ອສາຍລາວ ຄື “ສັງສິນໄຊ” ໄດ້ແນວໃດ.
ນອກຈາກຈະໄດ້ ສຶກສາເຖິງຄວາມ ເປັນມາຂອງຄົນ ອີສານຢູ່ລູ່ມ ນ້ຳຍັງແລະ ລຸ່ມນ້ຳຊີວ່າ ເປັນຄົນລາວ ກຸ່ມໃດມາແຕ່ ທີ່ໃດແລະ ພົວພັນກັບ ການເມືອງ-ການທະຫານ ຂອງລາວແລະໄທ ແນວໃດແລ້ວ ນັກວິໄຈໄທ ບ້ານຄະນະນີ້ ຍັງໄດ້ສຶກສາ ຕໍ່ໄປຈົນສາມາດ ສລຸບໄດ້ວ່າ “ເຈົ້າປາງຄຳ” ຊຶ່ງເປັນພໍ່ຂອງ ພຣະວໍນັ້ນ ແມ່ນຜູ້ດຽວກັນກັບ “ປາງຄຳ” ຜູ້ແຕ່ງ ວັນນະຄະດີ ເລື້ອງ “ສັງສິນໄຊ”.
ວັນນະຄະດີ ເລື້ອງນິີ້ທີ່ຮ້ອງ ກັນສັ້ນໆວ່າ ສິນໄຊ ນັ້ນເປັນ ວັນນະຄະດີ ທີ່ມີຄຸນຄ່າ ທາງດ້ານ ວັນນະສິນ ສູງຍິ່ງໃນ ບັນດາ ວັນນະສິນ ຂອງຄົນເຊື້ອສາຍ ລາວທັງໝົດ ບໍ່ວ່າຈະເປັນ ຄົນເຊຶ້ອສາຍລາວ ຢູ່ດິນລາວຫຼື ຄົນເຊື້ອສາຍລາວ ຢູ່ດິນພາກ ອີສານຂອງໄທ.
ວັນນະສິນ ເລື້ອງນີ້ ເປັນຮ້ອຍກອງທີ່ ຜູ້ແຕ່ງໄດ້ລົງ ສຳຜັດ ແລະປົງຄຳ ຢ່າງຈົບງາມ ໄດ້ອ່ານແລ້ວມ່ວນ ແລະອອນຊອນໃຈ ນອກຈາກນີ້ແລ້ວ ຜູ້ແຕ່ງຍັງໄດ້ ໃຊ້ຄໍາ ແລະພາສາ ທີ່ເລິກແລບ ຊຶ່ງຖ້າຫາກ ພິຈາຣະນາ ເນື້ອໃນຂອງເລື້ອງ ແລ້ວກໍຈະໄດ້ ຄະຕິສອນໃຈ ໄປພ້ອມໆກັບ ຄວາມມ່ວນແລະຄວາມ ຕື່ນເຕັ້ນ ທີ່ສຳຄັນ ຜູ້ແຕ່ງຍັງໄດ້ ເຊື່ອງຄວາມໝາຍ ອັນເລິກຊື້ງໄວ້ ໃຫ້ໄດ້ຄຶດ ອີກດ້ວຍ.
ວັນນະຄະດີ ເລືອງ “ສັງສິນໄຊ” ນີ້ຈະອ່ານເອົາ ຄວາມມ່ວນຄວາມຊື່ນ ກໍໄດ້ ຫຼືຈະອ່ານເອົາ ປັຣຊຍາ ຄວາມຮູ້ກໍໄດ້ ອີກເຊັ່ນກັນ ເພາະວ່າເນື້ອໃນ ຂອງວັນນະຄະດີ “ສັງສິນໄຊ” ໄດ້ກ່າວເຖິງ ຫຼັກການ ການປົກຄອງ ບ້ານເມືອງ ສຳລັບໃຫ້ຜູ້ ປົກຄອງຈະໄດ້ວາງ ບາດກ້າວແລະ ໜ້າທີ່ຂອງຕົນ ໃນການປົກຄອງ ບ້ານປົກຄອງເມືອງ ໃຫ້ຖືກຕ້ອງ ພ້ອມນີ້ຍັງໄດ້ ສແດງໃຫ້ເຫັນ ເຖິງຄວາມຮັກ ຄວາມຜູກພັນຂອງ ແມ່ຍິງທີ່ມີ ຕໍ່ຊາຍທີ່ ຕົນຮັກ ແລະຍັງໄດ້ ບັລຍາຍເຖິງ ຄວາມງາມຂອງ ທັມມະຊາດ ພູຜາປ່າໄມ້ ມີບັ້ນຊົມນົກ, ຊົມໜູຊົມດົງ ຊົມປ່າ ຢ່າງຫຼວງຫຼາຍ.
ຄະນະວິໄຈ ໄດ້ລົງຄຳເຫັນ ວ່າຜູ້ທີ່ຈະ ມີຄວາມສາມາດ ແຕ່ງ “ສັງສິນໄຊ” ໄດ້ຈະຕ້ອງເປັນ ຜູ້ທຽວທາງໄກ ອີກທັງຍັງຈະ ຕ້ອງມີຄວາມຮູ້ ກ່ຽວກັບຕົ້ນໄມ້ ແລະສັຕສາວາ ສິ່ງເປັນຢ່າງດີ ບໍ່ດັ່ງນັ້ນແລ້ວ ກໍຈະຂຽນຊື່ ຕົ້ນໄມ້ ຊື່ນົກ ຫຼືຊື່ສັດຕ່າງໆ ໄດ້ເຖິງໄດ້ກໍ ບໍ່ລະອຽດຫຼື ຜູ້ອ່ານໆແລ້ວ ເຫັນມະໂນພາບ ເປັນຮູບປະທັມ ທີ່ຈະແຈ້ງຄື ດັ່ງປາກົດຢູ່ ໃນປຶ້ມເຫລັ້ມນີ້.
ດັ່ງນັ້ນ ຄະນະວິໄຈ ຈຶ່ງເຊື່ອວ່າ ເຈົ້າປາງຄຳ ຄືຜູ້ແຕ່ງເລື້ອງ “ສັງສິນໄຊ” ໂດຍໃຊ້ເສັ້ນທາງ ຈາກໜອງບົວລຸ່ມພູ ເຖິງຈຳປາສັກ ຊຶ່ງເປັນເສັ້ນທາງ ໄປຄ້າຊ້າງຂອງ ເຈົ້າປາງຄຳ ເປັນສາກແລະ ບັນຍາກາດ ຂອງທ້ອງເລື້ອງ: ດັ່ງ ອ.ທົງສິນ ທະນະກັນຍາ ຫົວໜ້ານັກ ວິໄຈ ກ່າວກ່ຽວກັບ ເລື້ອງນີ້ວ່າ: ສຽງ ອ. ທົງສິນ ທະນະກັນຍາ...
ອີກສາຍເຫດນຶ່ງ ທີ່ເຮັດໃຫ້ ຄະນະວິໄຈ ເຊື່ອວ່າເຈົ້າປາງຄຳ ພໍ່ຂອງພຣະວໍ ເປັນຜູ້ແຕ່ງ ສັງສິນໄຊ ນັ້ນກໍເພາະວ່າ ໃນຍຸກສະໄໝ ທີ່ເລື້ອງ ສັງສິນໄຊ ຖືກເຜີຍແຜ່ໄປ ສູ່ປະຊາຊົນ ນັ້ນແມ່ນສະໄໝ ຂອງເຈົ້າ ສຸຣິຍະວົງສາ ທັມມິກກະຣາຊ ເປັນເຈົ້າ ມະຫາຊີວິດ ຊຶ່ງຖື ວ່າເປັນຍຸກຄຳ ທາງດ້ານ ວັນນະສິນ ແລະດ້ານ ສາສນາ ຂອງແຜ່ນດິນ ລ້ານຊ້າງ ແລະຮ່ວມຍຸກ ຮ່ວມສະໄໝກັບ ເຈົ້າປາງຄຳ.
ສິ່ງທີ່ເຮັດໃຫ້ ຄະນະວິໄຈ ໝັ້ນໃຈອີກເລື້ອງ ນຶ່ງກໍຄື ໃນເລື້ອງ ສັງສິນໄຊ ໄດ້ກ່າວເຖິງ ຄົນພື້ນເມືອງຄື ຄົນຂ້າແລະຄົນເຍີ ທັ້ງໆທີ່ເລື້ອງ ສັງສິນໄຊ ເປັນເລື້ອງລາວ ໃນຈິນຕະພາບ ທີ່ບໍ່ອາດສາມາດ ບົ່ງກາລະເວລາ ໄດ້ຊຶ່ງໃນເລື້ອງ ມີທັງນາກ ຄຸດແລະຍັກ ມີການ ສແດງ ອິດທະຣິດ ອະພິນິຫານ ຊຶ່ງເປັນເລື້ອງທີ່ ບໍ່ຢູ່ໃນ ສະໄໝຂອງຄົນ ເຮົາທຸກມື້ນີ້.
ຄົນຂ້າແລະເຍີ ບໍ່ໄດ້ຢູ່ຮ່ວມ ສະໄໝກັບຍັກ, ຄຸດແລະນາກ ຢ່າງແນ່ນອນ ເພາະຄົນຂ້າ ແລະເຍີນີ້ ເປັນຄົນພື້ນເມືອງ ຊຶ່ງເປັນເຈົ້າຂອງ ແຜ່ນດິນຢູ່ ພາກອີສານ ກ່ອນທີ່ຄົນເຊື້ອ ສາຍລາວຈະໂຍກ ຍ້າຍເຂົ້າໄປຢູ່ ນອກຈາກນີ້ ກໍຍັງມີຄົນ ຂ້າແລະເຍີທີ່ ຢູ່ຢາຍກັນ ຕາມແຂວງຕ່າງໆ ຂອງພາກໃຕ້ຂອງ ລາວ ຫຼືທີ່ຮ້ອງວ່າ “ລາວເທິງ” ນັ້ນກໍສແດງວ່າ ຜູ້ແຕ່ງເລື້ອງ ສັງສິນໄຊ ນີ້ຕ້ອງເຄີຍຢູ່ ຫຼືຮູ້ຈັກພາກ ອີສານແລະພາກ ໃຕ້ຂອງລາວ ຊຶ່ງມີຄົນຂ້າ ແລະ ເຍີຢູ່ອາສັຍ ເປັນຢ່າງດີ.
ເນື້ອໃນຂອງເລື້ອງ ສັງສິນໃຈ ທີ່ເຊື່ອງອຳ ແລະປົນຢູ່ກັບ ຄວາມມ່ວນຊື່ນ ຕື່ນເຕັ້ນ ຄືເລື້ອງຫຼັກການ ການປົກຄອງ ບ້ານເມືອງ ຊຶ່ງຜູ້ແຕ່ງຕ້ອງ ການຈະສິດສອນ ຜູ້ທີ່ຈະເປັນ ຜູ້ປົກຄອງໃຫ້ ຮູ້ເຖິງວິທີ ການປົກຄອງ ວ່າຕ້ອງເຮັດແນວ ໃດແດ່ ຊຶ່ງຖ້າຜູ້ແຕ່ງ ເປັນຄົນ ລາວທີ່ຢູ່ ແຜ່ນດິນລ້ານຊ້າງ ແລ້ວກໍຈະບໍ່ ແຕ່ງແນວນີ້ ເພາະວ່າແຜ່ນດິນ ລ້ານຊ້າງ ມີເຈົ້າຊີວິດ ມີເສນາອາມາດ ແລະມີຣະບົບ ການປົກຄອງທີ່ ໝັ້ນແກ່ນຄື ຣະບົບອາດຍາ 4 ຢູ່ແລ້ວ ຈຶ່ງບໍ່ຈຳເປັນ ທີ່ຜູ້ແຕ່ງ ຈະມາສິດສອນ ຫຼືເວົ້າເຖິງເລື້ອງ ດັ່ງກ່າວ ການທີ່ເລື້ອງ ສັງສິນໄຊ ກ່າວເຖິງວິທີ ການປົກຄອງພາໃຫ້ ຄະນະນັກວິໄຈ ເຊື່ອວ່າກູ່ມຄົນ ລາວທີ່ອົພຍົບ ມາຢູ່ພາກອີສານ ຕ້ອງໄດ້ສ້າງບ້ານ ແປງເມືອງກັນໃໝ່ ຍັງບໍ່ມີຣະບົບ ການປົກຄອງຈຶ່ງ ຈຳເປັນທີ່ຈະ ຕ້ອງຮູ້ວິທີ ປົກຄອງດັ່ງນັ້ນ ເຈົ້າປາງຄຳ ຈຶ່ງໄດ້ຂຽນ ຕຳຣາການ ປົກຄອງເພື່ອຜູ້ ປົກຄອງຈະໄດ້ຮູ້.
ເລື້ອງ “ສິງສິນໄຊ” ຫຍໍ້ໆເປັນດັ່ງນີ້: ຍັງມີເມືອງໆ ນຶ່ງຊື່ເປັງຈານ ມີພະຍາ ກຸດສະຣາຊ ເປັນເຈົ້າຄອງເມືອງ ມີມະເຫສີຊື່ ຈັນທາ ແລະມີນ້ອງ ສາວຊື່ ນາງສຸມຸນທາ ຕໍ່ມາ ຍັກກຸມພັນໄດ້ ລັກເອົານາງ ສຸມຸນທາໄປ ເປັນເມັຽ ພຣະເຈົ້າ ກຸດສະຣາຊ ຈຶ່ງອອກນຳຫາ ນ້ອງສາວໂດຍບວດ ເປັນເຈົ້າຫົວໄປ ແລ້ວກໍໄດ້ພົບ ກັບລູກສາວ ທັງເຈັດ ຂອງເສດຖີ ຈຶ່ງໄດ້ສິກແລະ ຂໍເອົານາງລູກ ເສດຖີທັງ 7 ຄົນມາເປັນ ມະເຫສີຕື່ມອີກ.
ຕໍ່ມາ ເຈົ້າກຸດສະຣາຊ ກໍໄດ້ລູກກັບ ມະເຫສີທັງ 8 ຄົນ ແຕ່ວ່າລູກຂອງ ນາງຈັນທາ ແລະນາງລຸນ ຊຶ່ງເປັນລູກສາວຫຼ້າ ຂອງເສດຖີອອກ ມາເປັນຄົນປະຫຼາດ ຄືລູກນາງ ຈັນທາ ເປັນຣາຊະສີ (lion) ເລີຍໃສ່ຊື່ວ່າ ສີໂຫ ສ່ວນລູກນາງລຸນ 2 ຄົນ ຜູ້ນຶ່ງເປັນຄົນ ແຕ່ຍາມເກີດມາ ຖືດາບກັບທະນູ ມາພ້ອມ ຈຶ່ງໄດ້ຊື່ວ່າ ສັງສິນໄຊ ສ່ວນຜູ້ນ້ອງເປັນ ຫອຍສັງ ຈຶ່ງໄດ້ຊື່ວ່າ “ສັງຂາຣະກຸມມານ” ດັ່ງນັ້ນ ນາງທັງສອງ ແລະລູກນ້ອຍ ຈຶ່ງໄດ້ຖືກໄລ່ ໜີອອກຈາກເມືອງ ໄປຢູ່ປ່າ.
ເມື່ອໃຫຍ່ກ້າໜ້າບານ ແລ້ວທັງລູກຂອງ ນາງຈັນທາແລະ ລູກນາງລຸນ ກໍໄດ້ຮ່ວມກັບ ລູກໆຂອງນາງ ທັງຫົກ ອອກໄປນຳເອົາອາ ຄືນາງສຸມຸນທາ ແຕ່ລູກທັງສາມ ຂອງນາງຈັນທາ ແລະນາງລຸນ ເປັນຜູ້ມີວິຊາ ຈຶ່ງສາມາດນຳ ເອົາອາກັບມາ ໄດ້ສຳເຣັດ ຕໍ່ມາ ສັງສິນໄຊ ກໍໄດ້ຄອງ ເມືອງເປັງຈານ ສືບຕໍ່ຈາກ ພຣະບິດາ.
ເລື້ອງຫຍໍ້ໆ ມີເທົ່ານີ້ ແຕ່ເນື້ອໃນ ລາຍລະອຽດນັ້ນ ຍາວກວ່ານີ້ ຫຼາຍເທົ່າ ຈານໃສ່ໃບລານ ເປັນໜັງສືຜູກ ກໍໄດ້ຫຼາຍຜູກ, ພິມເປັນປຶ້ມ ພາສາລາວ ກໍ່ໄດ້ເຖິງ ສີ່ເຫລັ້ມ ແລະເປັນປຶ້ມ ພາສາໄທ ທີ່ປະຣິວັດ ຫຼືແປອອກຈາກ ໃບລານໂດຍ ນາຍຄູ ໝັ້ນ ຈົງຣຽນນັ້ນ ມີຄວາມໜາເຖິງ 444 ໜ້າ; ຊຶ່ງບັ້ນ ສິນໄຊ ນຳເອົາອາ ຖືວ່າເປັນ ເຫດການສຳຄັນ ຂອງເລື້ອງ ເພາະມີການ ຣົບເລວກັບຍັກ ມີການຂ້າ ສັດປະຫຼາດ ຄືງູຊວງ ແລະມີການ ສແດງອິດທິຣິດ ອື່ນໆຍິ່ງກວ່າ ເລື້ອງ Harry Potter ທັງໆທີ່ ສັງສິນໄຊ ຖືກແຕ່ງ ກ່ອນເປັນຮ້ອຍໆ ປີ.
ວັນນະສິນ ເລື້ອງ ສັງສິນໄຊ ນີ້ທາງລາວກໍ ອ້າງວ່າເກີດ ຢູ່ລາວ ເພາະມີສຖານທີ່ ກ່ຽວຂ້ອງກັບເລື້ອງ ຫຼາຍອັນຫຼາຍແນວ; ສ່ວນຢູ່ພາກອີສານ ນອກຈາກຈະອ້າງ ເຫດຜົນດັ່ງ ກ່າວແລ້ວ ທາງຄະນະ ນັກວິໄຈກໍ ໄດ້ພົບກັບ ບໍຣິເວນທີ່ ກ່ຽວຂ້ອງກັບເລື້ອງ ຊຶ່ງຢູ່ຂົງ ເຂດລຸ່ມ ນ້ຳຍັງເຊັ່ນກັນ. ອາຈານ ທົງສິນ ທະນະກັນຍາ ໄດ້ເວົ້າເຖິງສິ່ງ ທີ່ຄົ້ນພົບ ດັ່ງນີ້: ສຽງ ອ. ທົງສິນ ທະນະກັນຍາ...
ທ່ານຜູ້ຟັງ ທີ່ຮັກແພງ ເວລາສຳລັບ ລາຍການຂອງເຮົາ ໃນສັປດານີ້ ໄດ້ສິ້ນສຸດລົງແລ້ວ ເຊີນທ່ານຮັບ ຟັງເລື້ອງ “ບ້ານລາວໃນໄທຍ-ແຕ່ອາດີດຫາປະຈຸບັນ” ໄດ້ໃໝ່ໃນ ສັປດາໜ້າ ຊຶ່ງເປັນເລື້ອງ ບ້ານລາວ ຢູ່ພາກອີສານ ເປັນຕອນສຸດທ້າຍ ຫຼັງຈາກນັ້ນ ເຮົາຈະ ໄດ້ນຳເອົາເລື້ອງ ຂອງບ້ານຄົນລາວ ຢູ່ພາກເໜືອຂອງ ໄທມາສເນີ ທ່ານເປັນ ລຳດັບຕໍ່ໄປ.
ສຳລັບ ສັປດານີ້ ຂໍໄດ້ຮັບຄວາມ ປຣາຖໜາດີຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ ແລະຂ້າພະເຈົ້າ ວຽງໄຊ ຜູ້ສເນີ ສະບາຍດີ.