ບ້ານລາວ ໃນປະເທດໄທ: ຕອນທີ 77
2007.11.20
ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ແລະຮັກແພງ ເມື່ອສັປດາ ທີ່ຜ່ານມາ ເຮົາກ່າວເຖິງວ່າ ຄົນລາວກຸ່ມຂອງ ພຣະວໍ-ພຣະຕາ ທີ່ຢູ່ໃນອ່າວ ລຸ່ມນ້ຳຍັງແລະ ນ້ຳຊີ ຈົນເຖິງ ປະຈຸບັນນີ້ ເຖິງວ່າສະພາບ ການດ້ານ ເສຖກິດ ສັງຄົມ ການເມືອງແລະ ວັທນະທັມ ຈະໄດ້ເຮັດ ໃຫ້ພວກເຂົາເຈົ້າ ເຫີນຫ່າງຈາກຄວາມ ເປັນລາວແລ້ວ ກໍ່ຕາມ ແຕ່ບໍຣິເວນ ພື້ນທີ່ ທີ່ເປັນຄ້າຍຂອງ ກຸ່ມພຣະວໍ-ພຣະຕາ ນັ້ນຍັງມີສິ່ງ ຢັ້ງຢືນເຖິງຄວາມ ເປັນລາວ ແລະເຮັດໃຫ້ ເຫັນວ່າ ພວກເຂົາເຈົ້າມີ ເຍື້ອໃຍຕໍ່ ປະເທດລາວ ຫຼືລ້ານຊ້າງຢູ່.ສິ່ງນີ້ກໍຄື ສິມທີ່ຢູ່ຕາມ ຄ້າຍຂອງກຸ່ມ ພຣະວໍ ທີ່ໄດ້ຖືກ ສ້າງໃຫ້ປິ່ນໜ້າ ໄປທາງທິດໃຕ້ ແຕກຕ່າງ ຈາກສິມຂອງ ປະເທດໄທ ທີ່ຖືກສ້າງ ໃຫ້ອ່ວຍໜ້າໄປ ທາງທິດຕາເວັນ ອອກເກືອບທັງໝົດ.
ໃນສັປດານີ້ ເຮົາຈະໄດ້ສເນີ ເລື້ອງຄວາມໝາຍແລະ ຄວາມສຳຄັນຂອງ ສິມທີ່ປິ່ນໜ້າ ໄປທາງທິດໃຕ້ ວ່າໄດ້ສະທ້ອນ ໃຫ້ເຫັນວ່າ ຄົນອີສານ ຍັງມີສາຍ ພົວພັນຕໍ່ແຜ່ນ ດິນລ້າງຊ້າງຢູ່.
ບັນດາສິມທີ່ ອ່ວຍໜ້າໄປທາງ ທິດໃຕ້ນັ້ນ ຢູ່ໃນຄ້າຍຕ່າງໆ ຂອງກຸ່ມພຣະວໍ ທັງໝົດ ຄ້າຍທຳອິດແມ່ນ ຄ້າຍວຽງສົ້ມໂຮງ ຢູ່ບ້ານສາລາ ຕາແສງອາດສາມາດ ແຂວງຣ້ອຍເອັດ ສິ່ງທີ່ຢັ້ງຢືນ ວ່າເປັນຄ້າຍຂອງ ພຣະວໍ ກໍຄື ໃນວັດດົງ ເຈົ້າປູ່ມະເຫສັກ ສິຕາຣາມ ຫຼື ຫໍເຈົ້າ ປູ່ມະເຫສັກ ຊຶ່ງຊາວບ້ານ ນັບຖືວ່າເປັນ ເຈົ້າປູ່ທີ່ສັກສິດ ໃນແຕ່ລະມື້ ຈະມີຄົນມາ ບະບົນ ຂໍໂຊກຂໍລາບ ຢູ່ບໍ່ຂາດ ໂດຍສະເພາະແມ່ນ ໃນຊ່ວງທີ່ມີ ການສອບເສັງ ຂອງພວກນັກຮຽນ ນັກສຶກສາ ຫຼືການສອບເສັງ ເຂົ້າຮັບຣາຊການ ຂອງປະຊາຊົນ ທົ່ວໄປ ຊື່ງຈະມີຫລາຍ ເປັນພິເສດ ຜູ້ເຖົ້າຜູ້ແກ່ ທີ່ຢູ່ປະຈຳ ຫໍເຈົ້າ ປູ່ມະເຫສັກ ເວົ້າວ່າຖ້າ ບະບົນຂໍເລື້ອງ ທີ່ກ່ຽວກັບການ ຂໍໃຫ້ໄດ້ ຍົດຖາບັນດາ ສັກນັ້ນ ກໍ່ຈະສົມ ຫວັງທຸກລາຍ ເພາະວ່າເຈົ້າ ປູ່ມະເຫສັກ ນັ້ນເປັນທະຫານ ແລະເປັນຜູ້ທີ່ ມີຍົດມີສັກ ຈື່ງດົນບັນດານ ໃນເລື້ອງການເລື່ອນ ຍົດຫລືສອບເສັງ ໄດ້ຕາມທີ່ຂໍ
ຢູ່ພາຍໃນ ຫໍແຫ່ງນີ້ ມີປູ່ມະເຫສັກ ຢູ່ 4 ອົງ ໄດ້ແກ່ ເຈົ້າເມືອງ ອຸປຮາດ ຣາຊວົງ ແລະຣາຊບຸດ ແລະນອກຈາກນັ້ນ ກໍ່ຍັງມີແສນ ເມືອງແລະພົມເທບ ຊຶ່ງເປັນຕຳແໜ່ງ ຕາມການປົກຄອງ ຂອງລາວ ຊາວບ້ານແລະ ຜູ້ເຖົ້າຜູ້ແກ່ ບອກວ່າ ປູ່ມະເຫສັກ ທຸກອົງລ້ວນ ແລ້ວແຕ່ເປັນ ທະຫານທີ່ໜີ ທັບມາຈາກກອງທັບ ຂອງວຽງຈັນ ທັ້ງໝົດ.
ທີ່ວັດດົງ ເຈົ້າປູ່ມະເຫສັກ ມີສິມຢູ່ ຫຼັງນຶ່ງ ຕັ້ງຢູ່ກາງປ່າ ຕົ້ນຍາງໃຫຍ່ ແລະວັດແຫ່ງນີ້ ອະດີດນາຍົກ ຣັຖມົນຕຣີ ຂອງໄທ ພັນຕຳຣວດໂທ ທັກສິນ ຊິນນະວັດ ໄດ້ລົງພື້ນຖານ ເພື່ອຮັບຟັງການ ຮ້ອງທຸກຫຼືຄວາມ ເດືອດຮ້ອນຂອງ ປະຊາຊົນ ເພື່ອຈະໄດ້ອອກ ນະໂຍບາຍ ເພື່ອແກ້ໄຂ ບັນຫາ ແລະໃຊ້ອຳເພີ ອາດສາມາດ ນີ້ເປັນຕົວແບບ ເພື່ອແກ້ໄຂບັນຫາ ໃນພື້ນທີ່ອື່ນໆ ຊຶ່ງຕໍ່ມາ ຄົນໄທຈຶ່ງພາ ກັນຮ້ອງວ່າ “Atsamat Model”. ການໄປ ອາດສາມາດ ຄັ້ງນັ້ນ ອະດີດນາຍົກ ທັກສິນໄດ້ໄປ ນອນຢູ່ກາງເດີ່ນ ກ້ອງຕົ້ນຍາງຕໍ່ ໜ້າສິມຂອງວັດ ຈົນໄທບ້ານທີ່ ຢູ່ອ້ອມຮອບ ວັດສ່າລືກັນ ວ່າທ່ານໄປ ບະບົນຂໍໃຫ້ ເຈົ້າປູ່ມະເຫສັກ ຊ່ວຍປົດກັມ ແກ້ເວນໃຫ້ ແກ່ຕົນ.
ສິມໜ່ວຍທີ 2 ທີ່ອ່ວຍໜ້າໄປ ທາງໃຕ້ຕັ້ງຢູ່ ຄ້າຍບ້ານສິງທ່າ ຊຶ່ງປະຈຸບັນ ນີ້ກໍຄືຕົວ ແຂວງຍະໂສທອນ ນັ້ນເອງ ບ່ອນທີ່ຕັ້ງຄ້າຍ ຢູ່ເວລານີ້ ຊາວບ້ານຮ້ອງວ່າ “ດົງໂຕ່ງໂຕ້ນ” ຕາມຕຳນານ ເວົ້າວ່າຕອນທີ່ ນາຍພານ ເຈດຕະບຸດ ອອກສຳຣວດ ຊອກຫາພື້ນທີ່ ທີ່ຈະສ້າງ ຄ້າຍນັ້ນ ບໍຣິເວນນີ້ ມີຊາກຂອງ ສິມເກົ່າຢູ່ກ່ອນ ແລະຢູ່ສິມເກົ່າ ນີ້ກໍມີຮູບ ປັ້ນສິງ 2 ຕົວຢູ່ເຝົ້າ ນັ້ນກໍສແດງວ່າ ສິມຫລັງນີ້ ຕັ້ງທັບສິມເກົ່າ.
ສິມແຫ່ງທີ່ 3 ແລະແຫ່ງທີ່ 4 ຢູ່ຄ້າຍບ້ານ ຫົວໂນນ-ທ່າມ່ວງ ຄ້າຍນີ້ປະຈຸບັນ ຢູ່ໃນເຂດ ຂອງສອງບ້ານ ຄືບ້ານຫົວໂນນ ຕາແສງທະວັດ ດິນແດງ ເມືອງທະວັດບຸຣີ ແຂວງຣ້ອຍເອັດ ແລະບ້ານທ່າມ່ວງ ຕາແສງທ່າມ່ວງ ເມືອງເສລະພູມ ແຂວງຣ້ອຍເອັດ ບ່ອນນີ້ມີ ສິມ 2 ຫຼັງຄື ຢູ່ວັດເໜືອແລະ ວັດໃຕ້ຂອງ ບ້ານທ່າມ່ວງ ຕໍ່ມາສິມຫລັງ ທີ່ຢູ່ວັດເໜືອ ທີ່ເຄີຍ ປິ່ນໜ້າໄປ ທາງທິດໃຕ້ ກໍໄດ້ຖືກແປງ ໃໝ່ໃຫ້ປິ່ນໜ້າ ໄປທາງທິດຕາ ເວັນອອກຄືສິມ ທົ່ວໄປ ໃນປະເທດໄທ ແຕ່ກ່ອນເຄີຍມີ ຮູປປັ້ນສິງຢືນ ເຝົ້າຢູ່ຫົວຂັ້ນ ໃດທັງສອງ ເບື້ອງແຕ່ ປະຈຸບັນນີ້ ຮູປປັ້ນສິງ ໄດ້ຖືກ ທຳລາຍໄປແລ້ວ.
ການຊອກຄົ້ນ ສຳຣວດຈົນໄດ້ ຫຼັກຖານ ຄືສິມປິ່ນໜ້າ ໄປທາງທິດໃຕ້ ນີ້ທາງຄະນະ ວິໄຈໄດ້ເອົາ ຫຼັກຖານດັ່ງກ່າວ ໄປຖາມ ນັກວິຊາການ ຫຼາຍທ່ານ ບາງທ່ານກໍ່ ບອກວ່າການສ້າງ ສິມໃຫ້ປິ່ນໜ້າ ໄປທາງທິດໃຕ້ ນັ້ນເປັນເພາະວ່າ ຜູ້ສ້າງຕ້ອງການ ໃຫ້ສິມອ່ວຍ ໜ້າໃສ່ນ້ຳຊີ ຊຶ່ງເປັນແມ່ນ້ຳຫ ລັກທີ່ໄຫລຜ່ານ ຍ່ານນີ້ ແຕ່ຕໍ່ມາ ຄະນະວິໄຈ ໄດ້ພິສູດໃຫ້ ເຫັນວ່າ ຄຳບອກຂອງນັກ ວິຊາການນັ້ນ ບໍ່ຖືກຕ້ອງ ເພາະວ່າສິມລາງ ແຫ່ງທີ່ຕັ້ງຢູ່ ທາງທິດໃຕ້ ຂອງແມ່ນ້ຳຊີ ແທນທີ່ຈະປິ່ນ ໜ້າໄປທາງແມ່ ນ້ຳຊີຊ້ຳພັດ ຍັງອ່ວຍໜ້າໄປ ທາງທິດໃຕ້ ແລະຫັນຫຼັງໃຫ້ ນ້ຳຊີ ດັ່ງນັ້ນ ການທີ່ສິມຖືກ ສ້າງໃຫ້ຫັນໜ້າ ໄປທາງທິດໃຕ້ ນັ້ນສແດງວ່າ ຜູ້ສ້າງມີຄວາມ ຕ້ອງການທີ່ຈະ ໃຫ້ສິມຫັນໄປ ທາງທິດໃຕ້ໂດຍ ບໍ່ໄດ້ຄຳນືງ ວ່າທາງທີ່ສິມ ຈະຫັນໄປນັ້ນ ຈະມີແມ່ ນ້ຳຊີຫຼືບໍ່.
ເມື່ອເປັນດັ່ງນີ້ ຄະນະວິໄຈ ຈຶ່ງໄດ້ພາກັນ ຊອກຫາເຫດຜົນ ເພື່ອຮອງຮັບ ປາກົດການ ຕົວຈິງອັນນີ້ ໂດຍລົງພື້ນຖານ ອີກຫຼາຍເທື່ອ ເພື່ອໃຫ້ໄດ້ ຄຳຕອບ ຕໍ່ຄຳຖາມທີ່ ຄ້າງຄາໃຈ ຈົນຄົ້ນພົບ ວ່າການທີ່ສິມ ຂອງກຸ່ມ ພຣະວໍ-ພຣະຕາ ໄດ້ສ້າງຂຶ້ນໃຫ້ ອ່ວຍໜ້າໄປ ທາງເບື້ອງທິດໃຕ້ ກໍເພື່ອວ່າໃນ ເວລາທີ່ ພຣະສົງລົງສິມ ທຳປາຕິໂມກ ຫຼືຍາດໂຍມເຂົ້າ ໄປໃນສິມເພື່ອ ສູດມົນເມື່ອພວກ ເຂົາເຈົ້າກົ້ມຂາບ ພຣະເຈົ້າໃຫຍ່ ຊຶ່ງຕັ້ງຢູ່ທາງ ທິດເໜືອ ກໍເທົ່າກັບວ່າ ພວກເຂົາເຈົ້າຈະ ໄດ້ຂາບ ພຣະແກ້ວ ມໍຣະກົດ ໄປພ້ອມກັນ ເພາະວ່າ ພຣະແກ້ວນັ້ນ ຢູ່ທາງທິດເໜືອ ຂອງລຸ່ມ ນ້ຳຊີ ນ້ຳຍັງ.
ຄະນະວິໄຈ ໄດ້ພົບອີກວ່າ ສິມເຫຼົ່ານີ້ ຕ່າງກໍຖືກກໍ່ ສ້າງຂຶ້ນກ່ອນປີ ຄ.ສ. 1779 ຊື່ງເປັນປີທີ່ ເຈົ້າສິຣິບຸນ ຍະສານ ສົ່ງກອງທັບ ຈາກວຽງຈັນ ໄປລ້ອມປາບແລະ ຂ້າພຣະວໍຕາຍ ຄາຄ້າຍ ບ້ານດູ່ບ້ານແກ ຊຶ່ງເຮັດໃຫ້ສຍາມ ບໍ່ພໍໃຈຈຶ່ງ ໄດ້ສົ່ງກອງທັບ ມາຕີ ຈຳປາສັກ ວຽງຈັນ ແລະ ຫຼວງພຣະບາງ ຈົນອານາຈັກລາວ ທັງໝົດໄດ້ຕົກ ເປັນຫົວເມືອງຂຶ້ນ ຂອງສຍາມ ແລ້ວ ສຍາມກໍ່ໄດ້ເອົາ “ພຣະແກ້ວມໍຣະກົດ” ໄປໄວ້ທີ່ ກຸງທົນບຸຣີ ອີກດ້ວຍໃນປີ ນັ້ນຊື່ງຫມາຍ ຄວາມວ່າ ຕັ້ງແຕ່ນັ້ນມາ ພຣະແກ້ວ ມໍຣະກົດ ກໍບໍ່ໄດ້ຢູ່ ທາງທິດເໜືອຂອງ ພາກອີສານ ອີກຕໍ່ໄປ.
ອີກປະການນຶ່ງ ຄະນະວິໄຈ ຍັງໄດ້ຕັ້ງຂໍ້ ສັນນິຖານວ່າ ການທີ່ສິມ ຫຼາຍແຫ່ງ ຂອງກຸ່ມ ພຣະວໍ-ພຣະຕາ ມັກຈະມີຮູບ ປັ້ນສິງຄູ່ຍືນ ເຝົ້າຢູ່ຕາມ ຫົວຂັ້ນໃດນັ້ນ ອາດເປັນເພາະວ່າ ສິງຄືຮູບ ສັນຍາລັກ ຂອງກຸ່ມພຣະວໍ-ພຣະຕາ ນັ້ນເອງ.
ທ່ານຜູ້ຟັງ ທີ່ຮັກແພງ ເວລາສຳລັບ ລາຍການຂອງເຮົາ ໃນສັປະດານີ້ ໄດ້ສິ້ນສຸດ ລົງແລ້ວ ເຊີນທ່ານ ຮັບຟັງເລື້ອງ “ບ້ານລາວໃນໄທຍ-ແຕ່ອາດີດຫາປະຈຸບັນ” ໄດ້ໃໝ່ໃນ ສັປະດາໜ້າ ຊຶ່ງເຮົາຈະ ໄດ້ສເນີ ເລື້ອງຂອງ ຄົນລາວກຸ່ມ ພຣະວໍ-ພຣະຕາ ກ່ຽວຂ້ອງກັບ ນິທານອັນ ຍິ່ງໃຫຍ່ຂອງລາວ ຄື ສັງສິນໄຊ ນັ້ນໄດ້ແນວໃດ.
ສຳລັບ ສັປະດານີ້ ຂໍໄດ້ຮັບຄວາມ ປຣາຖໜາດີ ຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະ ຂ້າພະເຈົ້າ ວຽງໄຊ ຜູ້ສເນີ.... ສະບາຍດີ.