ບ້ານລາວ ໃນປະເທດໄທ: ຕອນທີ 72
2007.11.20
ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບແລະຮັກແພງ
ເມື່ອສັປະດາທີ່ຜ່ານມາ: ເຮົາໄດ້ສເນີເລື້ອງຂອງ ກຸ່ມຄົນລາວທີ່ອົພຍົກ ເຂົ້າສູ່ພາກອີສານ ຄັ້ງຍິ່ງໃຫຍ່ທີ່ສຸດ ແມ່ນການອົພຍົກ ທີ່ເກີດຂຶ້ນຈາກ ຄວາມຂັດແຍ້ງກັນຣະຫວ່າງ ເຈົ້າສິຣິບຸນຍະສານ ກັບກຸ່ມຂອງພຣະວໍ-ພຣະຕາ ແລະການໜີໄພໄປຢູ່ ເມືອງໜອງບົວລຳພູ ແລະໃຊ້ເປັນຖານໃນ ການຕໍ່ສູ້ກັບວຽງຈັນ ຢັ້ງກັນຢູ່ເຖິງ 3 ປີໄດ້ນັ້ນ ເປັນເພາະມີຜູ້ສ້າງແປງ ເມືອງໜອງບົວລຳພູໄວ້ໃຫ້ ຊຶ່ງທາງຄະນະວິໄຈເຊື່ອວ່າ ເຈົ້າປາງຄຳ ຜູ້ເປັນພໍ່ຂອງພຣະວໍ ແລະພຣະຕາ ນັ້ນເອງ.
ແລະຄົນອີສານສ່ວນຫຼາຍ ທີ່ຢູ່ໃນດິນອີສານ ທຸກວັນນີ້ຄືລູກຫຼານ ແລະຣາດສະດອນ ກຸ່ມຂອງພຣະວໍ-ພຣະຕາ; ໂດຍສະເພາະແມ່ນຢູ່ແຂວງອຸບົນ, ແຂວງອຳນາດຈະເຣີນ ແລະແຂວງຍະໂສທອນ.
ໃນສັປະດານີ້ : ຈະໄດ້ນຳສເນີ ເລື້ອງຂອງພຣະວໍ-ພຣະຕາ ກັບເຈົ້າສິຣິບຸນຍະສານ ຊຶ່ງຈະເຮັດໃຫ້ເຫັນ ຄວາມສຳຄັນຂອງ ເມືອງໜອງບົວລຸ່ມພູ ແລະການພົວພັນ ຣະຫວ່າງວຽງຈັນກັບ ເມືອງໜອງບົວລຸ່ມພູ ຊຶ່ງຍັງບໍ່ທັນມີ ການສຶກສາຢ່າງ ເລິກເຊິ່ງມາກ່ອນ.
ການສຶກສາວິໄຈຂອງ ຄະນະນັກວິໄຈໄທບ້ານ ທີ່ມີອາຈານທົງສິນ ທະນະກັນຍາເປັນຫົວໜ້າ ໄດ້ສຶກສາພົບວ່າ ເມືອງໜອງບົວລຸ່ມພູ ຫຼືໜອງບົວລຳພູ ຊຶ່ງເປັນແຂວງໆ ນຶ່ງຂອງໄທຢູ່ປະຈຸ ບັນນີ້ນັ້ນມີຄວາມ ສຳຄັນຕໍ່ການເມືອງ ແລະເສຖກິດຂອງວຽງຈັນ ຢ່າງຫຼວງຫຼາຍແລະຖືວ່າ ເມືອງໜອງບົວລຸ່ມພູ ເປັນເມືອງທຳອິດ ທີ່ອານາຈັກລ້ານຊ້າງ ໄດ້ແຜ່ຂະຫຍາຍອຳນາດ ໂດຍການສົ່ງຂ້າຣາຊການ ຂັ້ນສູງໄປສ້າງແປງເມືອງ ແລະເປັນການເຄື່ອນ ກຳລັງພົນໄປສູ່ດິນດອນ ກ້ຳຂວາຂອງແມ່ ນ້ຳຂອງຢ່າງເປັນທາງການ.
ຖ້າເວົ້າເຖິງເມືອງໜອງບົວລຳພູ ກໍຈະປາດສະຈາກບໍ່ໄດ້ ທີ່ຈະຕ້ອງກ່າວເຖິງ ຜູ້ທີ່ມີບົດບາດສຳຄັນ ໃນການສ້າງເມືອງ ບຸກຄົນຜູ້ນີ້ຄື ທ້າວປາງຄຳ ຫຼືເຈົ້າປາງຄຳ ຊຶ່ງຄະນະວິໄຈ ຄະນະນີ້ມັກ ຈະຮ້ອງຜູ້ກ່ຽວວ່າ “ເຈົ້າປາງຄຳ” ເພາະພວກເຂົາເຈົ້າເຫັນວ່າ ເຈົ້າປາງຄຳນັ້ນເປັນ “ເຈົ້າ” ຫຼືເປັນເຊື້ອເຈົ້າຊີວິດແທ້ ເປັນເຊື້ອເຈົ້າຊີວິດ ມາແຕ່ຊຽງຮຸ້ງ.
ອາຈານທົງສິນ ທະນະກັນຍາ, ຫົວໜ້າຄະນະວິໄຈ ໄທບ້ານຄະນະນີ້ ໄດ້ວິເຄາະເຖິງຖານະ ຂອງ “ເຈົ້າປາງຄຳ” ວ່າ …
ສຽງ ອ.ທົງສິນ ທະນະກັນຍາ : ເຈົ້າປາງຄຳເປັນເຈົ້າ)
ຫົວໜ້າຄະນະວິໄຈ ຍັງໃຫ້ເຫດຜົນສນັບສນູນ ຄວາມເຊື່ອທີ່ວ່າ ເຈົ້າປາງຄຳແມ່ນ ມີເຊື້ອເຈົ້າແທ້ ກໍຄືເມືອງໜອງ ບົວລຸ່ມພູນັ້ນ ເປັນເມືອງໃຫຍ່ແລະ ມີຄວາມສຳຄັນຕໍ່ ວຽງຈັນຢ່າງຫຼວງຫຼາຍ ດັ່ງນັ້ນຄົນທີ່ຈະ ໄປສ້າງບ້ານແປງເມືອງ ນັ້ນຈະຕ້ອງເປັນ ຜູ້ມີອຳນາດ, ມີບາຣະມີ, ມີວາດສນາ ແລະໄດ້ຮັບຄວາມ ໄວ້ວາງໃຈຈາກ ເຈົ້າຊີວິດເທົ່ານັ້ນ ແຕ່ທີ່ສຳຄັນໄປກວ່ານັ້ນ ກໍຄືຜູ້ນັ້ນຕ້ອງມີເງິນ ຫຼືມີອຳນາດທາງເສຖກິດ.
ຄະນະວິໄຈຄະນະ ດັ່ງກ່າວນີ້ໄດ້ສຶກສາ ປະຫວັດສາດໃນຫຼາຍດ້ານ ໄປພ້ອມໆກັນບໍ່ໄດ້ ແນໃສ່ສະເພາະແຕ່ ເລື້ອງສົງຄາມເທົ່ານັ້ນ ຫາກແຕ່ຍັງໄດ້ສຶກສາ ເຖິງດ້ານວັທນະທັມ ແລະດ້ານເສຖກິດ ຄຽງຄູ່ກັນໄປອີກດ້ວຍ; ການທີ່ເຈົ້າປາງຄຳ ສາມາດສ້າງແປງ ເມືອງໜອງບົວລຸ່ມພູ ໃຫ້ຮັ່ງມີແລະມີອິດທິພົນ ຈົນມີເມືອງບໍຣິວານ ມາຂຶ້ນຕໍ່ອີກຫຼາຍເມືອງ ເຊັ່ນ ເມືອງພູຂຽວ, ເມືອງພູວຽງ, ເມືອງໜອງສາມຫມື່ນ, ເມືອງຜ້າຂາວ ແລະເມືອງພັນນາ ຊຶ່ງເປັນເມືອງສຳຄັນ ໃນແອ່ງສະກົນນະຄອນ ໄດ້ນັ້ນກໍເປັນ ເພາະວ່າການຢູ່ ເມືອງໜອງບົວລຸ່ມພູນັ້ນ ໄດ້ເຮັດໃຫ້ເຈົ້າປາງຄຳ ມີສິ່ງຍອດຍິ່ງທຸກຢ່າງ ເພາະຜູ້ກ່ຽວໄດ້ ທຳການຄ້າສິນຄ້າ ສຳຄັນໆຫຼາຍຢ່າງ ເຊັ່ນ ຊ້າງ, ຄຳ, ເຄື່ອງປ່າແລະທີ່ສຳຄັນ ຄືການຄ້າເກືອ.
ໃນຍຸກສະໄໝ ໂບຮານນັ້ນມີຄຳ ເວົ້າຢູ່ປໂຍກນຶ່ງວ່າ “ຜູ້ໃດຢຶດກຸມເກືອ ແມ່ນຜູ້ນັ້ນກຸມອຳນາດ” ດັ່ງນັ້ນເກືອຈຶ່ງເປັນ ສິນຄ້າທີ່ຊົງອຳນາດ ແລະຢູ່ດິນພາກອີສານ ນັ້ນມີເກືອຢູ່ຢ່າງ ຫຼວງຫຼາຍມາແຕ່ອາດີດ ຈົນເຖິງປະຈຸບັນນີ້.
ຈາກຫຼັກຖານການ ສ້າງເສີມແລະສ້ອມແປງ “ພຣະທາດບໍ່ພັນຂັນ” ໂດຍເຈົ້າປາງຄຳ ຊຶ່ງພຣະທາດອົງນີ້ ຕັ້ງຢູ່ແຫຼ່ງເກືອທີ່ສຳຄັນ ທີ່ສຸດຢູ່ພາກອີສານ ໃນສະໄໝນັ້ນຄື ເມືອງສຸວັນນະພູມ; ນັ້ນສະແດງໃຫ້ເຫັນວ່າ ເຈົ້າປາງຄຳໄດ້ເຂົ້າກຸມ ອຳນາດເໜືອບໍ່ເກືອ ແລະໄດ້ເປັນຜູ້ຄ້າເກືອ ລາຍສຳຄັນໃນ ສະໄໝນັ້ນອີກດ້ວຍ.
ທ່ານທົງສິນເວົ້າເຖິງ ສິນຄ້າທີ່ສ້າງ ຄວາມຮັ່ງມີໃຫ້ແກ່ ເມືອງໜອງບົວລຸ່ມພູ ດັ່ງນີ້ …
ສຽງ ນາຍຄູທົງສິນ ທະນະກັນຍາ : ເຈົ້າປາງຄຳທຳການຄ້າ)
ການຢຶດຄອງດິນ ພາກອີສານນັ້ນ ຖືວ່າເປັນຄວາມ ໄດ້ປຽບແລະສຳຄັນ ສຸດສຳລັບວຽງຈັນ ເພາະວ່າພາກອີສານນັ້ນ ເປັນພື້ນທີ່ທີ່ ອານາຈັກລ້ານຊ້າງ ມັກອ້າງວ່າດິນຕ່ອນ ນີ້ເປັນຂອງຕົນ ແຕ່ລ້ານຊ້າງກໍບໍ່ເຄີຍ ໄດ້ແຜ່ຂຍາຍອຳນາດ ເຂົ້າຄຸມພື້ນທີ່ ຢ່າງຈິງຈັງເລີຍ; ການໄດ້ແຜ່ຂຍາຍ ເຂົ້າສູ່ພາກອີສານ ໂດຍການໃຊ້ເມືອງ ໜອງບົວລຸ່ມພູເປັນຖານນັ້ນ ຖືວ່າລ້ານຊ້າງໄດ້ທັງ ເສັ້ນທາງຄົມນາຄົມ ເພີ່ມຕື່ມຂຶ້ນແລະຍັງ ໄດ້ຢຶດກຸມສິນຄ້າ ສຳຄັນໆອີກດ້ວຍ.
ເປັນທີ່ຮູ້ກັນທົ່ວໄປວ່າ ພາກອີສານນັ້ນ ເປັນດິນແດນທີ່ແຫ້ງແລ້ງ ອຶດຢາກທີ່ສຸດ ຂອງປະເທດໄທ ແຕ່ມີໜ້ອຍຄົນຈະຮູ້ວ່າ ໃນຄວາມແຫ້ງແລ້ງ ນັ້ນແລ້ວຄືຄວາມອຸດົມ ຮັ່ງມີເພາະໃນ ສະໄໝໂບຮານນັ້ນ ການປິ່ນປົວແລະ ວິຊາການດ້ານການແພດ ຍັງບໍ່ກ້າວໜ້າ ຄືທຸກວັນນີ້ ດັ່ງນັ້ນເມື່ອເຈັບເປັນມາ ກໍມັກຈະເສັຽຊີວິດໂລດ ສະເພາະແມ່ນປ່ວຍ ເປັນພະຍາດໄຂ້ຍຸງ ແມ່ນໃຜໄດ້ເປັນ ແມ່ນຕາຍໂລດ.
ຄວາມແຫ້ງແລ້ງຂອງ ຣະດູການຂອງພາກອີສານ ໄດ້ຕັດກົງລໍ້ຂອງ ພະຍາດຫຼາຍພະຍາດ ສະເພາະແມ່ນພະຍາດ ທີ່ຄົນໂບຮານຢ້ານ ຫຼາຍທີ່ສຸດຄື ພະຍາດໄຂ້ຍຸງ. ອາຈານທົງສິນເວົ້າ ເຖິງຄວາມອຸດົມຮັ່ງມີ ແລະຈຸດພິເສດຂອງ ພາກອີສານທີ່ ຄະນະວິໄຈຂອງ ຜູ້ກ່ຽວໄດ້ພົບຈາກ ການທຳການ ວິໄຈໃນຄັ້ງນີ້ ວ່າ…
ສຽງ ນາຍຄູທົງສິນ ທະນະກັນຍາ : ຈຸດພິເສດຂອງພາກອີສານ)
ເຖິງແມ່ນວ່າເຈົ້າປາງຄຳ ແລະລູກໆຂອງຜູ້ກ່ຽວ ຈະໄດ້ຄອງໜອງບົວລຸ່ມພູ ແລະຖືວ່າເປັນ ເມືອງທີ່ບໍ່ຕ້ອງອາໃສ ພາຍເພີ່ງວຽງຈັນແລ້ວກໍຕາມ ແຕ່ສາຍພົວພັນຂອງ ເຈົ້າປາງຄຳແລະລູກໆ ຂອງຜູ້ກ່ຽວໃນຮຸ່ນຕໍ່ມາ ໄດ້ແກ່ພຣະຕາແລະພຣະວໍ ກໍຍັງຄົງໝັ້ນແກ່ນຢູ່ ເໝືອນເດີມ; ຈະເຫັນໄດ້ຈາກເມື່ອ ເກີດຄວາມຜິດຂ້ອງໝອງໃຈ ກັນຣະຫວ່າງພຣະຕາ-ພຣະວໍ ກັບເຈົ້າຊີວິດ ລ້ານຊ້າງວຽງຈັນ ຄື ເຈົ້າສິຣິບຸນຍະສານນັ້ນ ເມື່ອມີກອງທັບວຽງຈັນ ເຂົ້າຕີເມືອງໜອງບົວລຸ່ມພູ ຈົນພຣະຕາຕາຍ ໃນສນາມຣົບນັ້ນ ຄົນເມືອງໜອງບົວລຸ່ມພູ ໄດ້ພາກັນອົພຍົກ ໜີລົງໄປທາງ ນ້ຳຊີແລະນ້ຳຍັງ.ທີ່ສຳຄັນຄື ໃນບັນດາຜູ້ທີ່ ອົພຍົກໄປຢູ່ ລຸ່ມນ້ຳຊີແລະລຸ່ມນ້ຳຍັງນັ້ນ ຊ້ຳພັດມີຄົນລາວຈ າກວຽງຈັນປົນເປືອຢູ່ດ້ວຍ ດັ່ງນັ້ນການພ່າຍແພ້ ຂອງໜອງບົວລຳພູ ໄດ້ເຮັດໃຫ້ມີຄົນ ລາວອົພຍົກເຂົ້າ ສູ່ລຸ່ມນ້ຳຊີແລະລ່ ຸມນ້ຳຍັງຢູ່ 2 ກຸ່ມຄືກຸ່ມຄົນລາວ ຈາກເມືອງໜອງບົວລຸ່ມພູ ແລະກຸ່ມຄົນລາວ ຈາກວຽງຈັນ.
ການທີ່ມີຄົນລາວ ຈາກວຽງຈັນຮ່ວມໃນ ການອົພຍົກດ້ວຍນັ້ນ ຄະນະວິໄຈເຫັນວ່າ ຄົນກຸ່ມດັ່ງກ່າວນີ້ ເປັນຄົນຂອງພຣະວໍ ຊຶ່ງພຣະວໍໄດ້ຮັບ ຣາຊການຢູ່ວຽງຈັນ ເພາະວ່າຄຳວ່າ “ພຣະວໍ” ນີ້ ເປັນຄຳຫຍໍ້ ມາຈາກຄຳວ່າ “ພຣະວໍຣະຣາຊະພັກດີ” ຊຶ່ງເປັນນາມະຍົດ ຂອງຂ້າຣາຊການ ຂັ້ນສູງຂອງລ້ານຊ້າງ.
ດັ່ງອາຈານທົງສິນ ເວົ້າເຖິງເລື້ອງພຣະວໍ ຊຶ່ງແສດງໃຫ້ເຫັນ ສາຍພົວພັນຣະຫວ່າງ ໜອງບົວລຸ່ມພູ ແລະວຽງຈັນວ່າ …
ສຽງ ນາຍຄູທົງສິນ ທະນະກັນຍາ : ພຣະວໍຣັບຣາຊການຢູ່ວຽງຈັນ)
ນອກຈາກນີ້ຄະນະວິໄຈ ຍັງພົບອີກວ່າ ເມືອງໜອງບົວລຸ່ມພູ ເປັນເມືອງທີ່ມີ ຄວາມສຳຄັນເທົ່າໆ ກັນກັບເມືອງຈຳປາສັກ ແລະສອງເມືອງນີ້ມີ ການພົວພັນກັນຢ່າງ ໃກ້ຊິດດ້ວຍເຊັ່ນກັນ.
ທ່ານຜູ້ຟັງທີ່ຮັກແພງ ເວລາສຳລັບລາຍການ ຂອງເຮົາໃນສັປະດານີ້ ໄດ້ສິ້ນສຸດລົງແລ້ວ ເຊີນທ່ານຮັບຟັງ ເລື້ອງລາວຂອງ “ບ້ານລາວໃນໄທຍ-ແຕ່ອາດີດຫາປະຈຸບັນ” ໄດ້ໃໝ່ໃນ ສັປະດາໜ້າ ຊຶ່ງຈະໄດ້ສເນີເລື້ອງ ການພົວພັນຣະຫວ່າງ ກຸ່ມຄົນລາວກຸ່ມ ໃຫຍ່ທີ່ສຸດໃນພາກອີສານ 2 ກຸ່ມຄືກຸ່ມພຣະວໍ-ພຣະຕາ ກັບກຸ່ມພຣະຄູໂພນສະເມັກ ຫຼືພຣະຄູຂີ້ຫອມ.
ສຳລັບສັປະດານີ້ ຂໍໄດ້ຮັບຄວາມ ປຣາຖໜາດີຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະຂ້າພະເຈົ້າ ວຽງໄຊ ຜູ້ສເນີ, ສະບາຍດີ