ປ່າໄມ້ລາວ ຖືກບຸກລຸກ
2009.05.01
ປ່າໄມ້ຢູ່ລາວ ຖືກບຸກລຸກ ທຳລາຍ ຢ່າງຫລວງຫລາຍ ມາໂດຍຕລອດ. ຕາມຂໍ້ມູນ ຂອງທາງການລາວ ໃນປີ 1940 ລາວມີປ່າໄມ້ ປົກຄຸມເນື້ອທີ່ ດິນຂອງປະເທດ ປະມານ 70 ສ່ວນຮ້ອຍ ຄືມີຢູ່ ລະຫວ່າງ 140 ພັນ ຕາລາງ ກິໂລແມດ; ໃນປີ 1960 ມີການຄາດ ຄະເນວ່າຍັງ ມີປ່າໄມ້ຢູ່ 64 ສ່ວນຮ້ອຍ. ແຕ່ຕົກມາເຖິງ ປີ 1989 ປ່າໄມ້ ຍັງເຫລືອພຽງ 47 ສ່ວນຮ້ອຍ. ໝາຍຄວາມວ່າພຽງ 49 ປີ ປະເທດລາວ ໄດ້ສູນເສັຍປ່າ ໄມ້ໄປເຖິງ 23 ສ່ວນຮ້ອຍ ຊຶ່ງສ່ວນຫລາຍ ໄມ້ດີໆແມ່ນ ຖືກຕັດຂົນໄປ ປະເທດຈີນ ວຽດນາມ ແລະໄທ.
ໃນປີ 1997 ນັກວິຊາການ ທະນາຄານໂລກ ແລະ ທະນາຄານ ພັທນາເອເຊັຍ ໄດ້ສຳຣວດ ປ່າໄມ້ໃນລາວ ໂດຍມີການ ຖ່າຍຮູບພາບ ເອົາພື້ນທີ່ດິນ ລາວ ແລະເວົ້າວ່າ ລາວຍັງມີ ປ່າໄມ້ ປົກຄຸມເນື້ອທີ່ ພຽງ 40 ສ່ວນຮ້ອຍ. ເວົ້າສະເພາະ ພຽງໄລຍະ 4 ປີ ຄືແຕ່ປີ 1993 ຫາປີ 1997 ກໍໄດ້ສູນເສັຍ ປ່າໄມ້ໄປເຖິງ 2.3 ສ່ວນຮ້ອຍ ແລະມາຮອດ ປັດຈຸບັນນີ້ ທາງການລາວ ກໍວ່າປ່າໄມ້ ຍັງເຫລືອພຽງ 37 ສ່ວນຮ້ອຍ.
ແຕ່ກ່ອນໜ້ານີ້ ທ່ານ ຄຳອ້ວນ ບຸບຜາ ຣັຖມົນຕຣີ ປະຈຳສຳນັກ ງານນາຍົກ ທີ່ເຄີຍຮັບຜິດ ຊອບກະຊວງ ກະສິກັມ ແລະປ່າໄມ້ ໄດ້ປະເມີນວ່າ ຍັງເຫລືອປ່າໄມ້ ທີ່ຢູ່ໃນ ສະພາບ ອຸດົມສົມບູນ ພຽງ 35 ສ່ວນຮ້ອຍ ຍ້ອນວ່າມີ ສາເຫດສຳຄັນ ມາຈາກການ ລັກລອບຕັດໄມ້ ເພື່ອການຄ້າເຖື່ອນ. ອົງການປົກປ້ອງ ສິ່ງແວດລ້ອມ ເວົ້າວ່າ ການຄ້າໄມ້ເຖື່ອນ ໃນລາວ ຍັງດຳເນີນ ຕໍ່ໄປຢູ່. ສ່ວນໃຫຍ່ຈະແມ່ນ ກຸ່ມທີ່ມີ ອິດທິພົນ ໃນລາວ ຢູ່ເບື້ອງຫລັງ ແລະມີການ ລັກລອບຕັດໄມ້ ຫລາຍກວ່າໝູ່ ຢູ່ ແຂວງຄຳມ່ວນ ໄຊຍະບູຣີ ສາຣະວັນ ເຊກອງ ແລະ ອັດຕະປື.
ການທຳລາຍ ປ່າໄມ້ຢູ່ລາວ ບໍ່ພຽງແຕ່ ທຳລາຍໄມ້ຢູ່ ໃນດົງໃນປ່າ ທີ່ຫ່າງໄກ ແຕ່ຫາກຍັງ ທຳລາຍໄມ້ ຢູ່ໃນເຂດ ປ່າປ້ອງກັນ ປ່າສງວນ ປ່າຜລິດ ປ່າຟື້ນຟູ ຕລອດຮອດ ປ່າຊຸດໂຊມ ກໍຍັງຊອກຕັດ. ສ່ວນວ່າ ຢູ່ແຂວງ ຫລວງນ້ຳທາ ໄດ້ສູນເສັຍ ປ່າສງວນ ນ້ຳຫາ ສ່ວນນຶ່ງແມ່ນຍ້ອນ ການປູກ ຢາງພາລາ.
ທ່ານ ສະຕີເວັນ ຊີປານີ ຜູ້ຊ່ຽວຊານ ຣະດັບສູງຂອງ ໂຄງການພັທນາ ການທ່ອງທ່ຽວ ລຸ່ມແມ່ນ້ຳຂອງ ຈາກອົງການ UNESCO ປະຈຳອົງການ ທ່ອງທ່ຽວ ແຫ່ງຊາດລາວ ໄດ້ກ່າວວ່າ ການສູນເສັຍ ຊີວະນາໆພັນ ໃນແຂວງ ຫລວງນ້ຳທາ ນັບມື້ ນັບໄວຂື້ນ ຍ້ອນການຫັນປ່ຽນ ປ່າທັມມະຊາດ ເປັນປ່າຕົ້ນ ຢາງພາລາ ເຮັດໃຫ້ ຊັພຍາກອນ ໃນປ່າດົງ ນັບມື້ນັບ ເຫລືອນ້ອຍລົງ. ແລະການໃຫ້ ສັມປະທານ ທີ່ດິນ ແຕ່ລະຄັ້ງ ມັກມີ ຜົນກະທົບ ຕໍ່ສິ່ງແວດລ້ອມ, ຕາມຄຳເວົ້າຂອງ ເຈົ້າໜ້າທີ່ ຫ້ອງການ ສິ່ງແວດລ້ອມ ແຂວງ ສວັນນະເຂດ. ແລະ ນັກວິຊາການ ປ່າໄມ້ ຂອງລາວທ່ານນຶ່ງ ກໍວ່າ ປັດຈຸບັນ ມີການໃຫ້ ບໍຣິສັດຈີນ ເຂົ້າມາລົງທຶນ ສັມປະທານ ທີ່ດິນໃນລາວ ຫລາຍສົມຄວນ ເຮັດໃຫ້ມີການ ຕັດໄມ້ຖາງປ່າ ປູກພືດ ອຸດສາຫະກັມ ເຊັ່ນຢາງພາລາ, ໄມ້ເກດສະໜາ ໄມ້ສັກ ເຮັດໃຫ້ປ່າໄມ້ ທີ່ເຄີຍມີຢູ່ ໝົດສິ້ນໄປ.
ສຳລັບ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງສະຫະພັນ ແມ່ຍິງລາວ ກໍໄດ້ກ່າວເຖິງ ການຕັດໄມ້ ທຳລາຍປ່າ ອັນເນື່ອງມາຈາກ ການທີ່ທາງ ການລາວ ມີນະໂຍບາຍ ໃຫ້ນັກລົງທຶນ ຕ່າງປະເທດ ເຂົ້າມາ ສັມປະທານ ພື້ນທີ່ ຫລາຍໆແຫ່ງ ເພື່ອປູກຕົ້ນໄມ້ ອຸດສາຫະກັມ ອັນເຮັດໃຫ້ ມີການຕັດໄມ້ ທຳລາຍປ່າ ຈົນເຮັດໃຫ້ ມີການ ພິຈາຣະນາ ບັນຫາດັ່ງກ່າວ ຄືນໃໝ່ ເພື່ອຊອກວິທີ ການກ້ໄຂ. ຍານາງ ເວົ້າເຖິງເລື່ອງ ນີ້ວ່າ:
ປັດຈຸບັນ ກໍຖືກທຳລາຍ ລົງແດ່ ເພາະສົ່ງເສີມການ ປູກຢາງພາລາ ເມື່ອກ່ອນກໍເປັນ ແຂວງທີ່ ອຸດົມສົມບູນ ໄປດ້ວຍ ຊັພຍາກອນ ທັມມະຊາດ ສະຫະພັນ ແມ່ຍິງ ກໍຈະສົ່ງເສີມ ເລື່ອງການ ປົກປັກຮັກສາ ສິ່ງແວດລ້ອມ ເພາະວ່າກໍ ຈະມີແຜນການ ໃນການບວດ ປ່າຄິດວ່າຈະ ໃຫ້ມັນດີເທົ່າ ທີ່ຈະດີໄດ້.
ແລະມີຫລາຍ ພາກສ່ວນໃຫ້ການ ຄາດຄະເນ ກັນວ່າປ່າໄມ້ ອັນທີ່ເຄີຍ ອຸດົມສົມປູນ ຢູ່ລາວຍັງຈະ ຖືກຄຸກຄາມ ຢ່າງຫລວງຫລາຍ ຢູ່ຕໍ່ໄປ ເຖິງແມ່ນວ່າ ສປປລາວ ມີກົດໝາຍ ວ່າດ້ວຍປ່າໄມ້ ທີ່ກຳນົດຫລັກ ການຣະບຽບ ການ ແລະມາຕການ ຄຸ້ມຄອງ, ປົກປັກຮັກສາ, ນຳໄຊ້ ຊັພຍາກອນ ປ່າໄມ້ ແລະທີ່ດິນ ປ່າໄມ້ ຢູ່ລາວກໍຕາມ. ເພາະວ່າກົດໝາຍ ຂໍ້ກຳນົດ ຣະບຽບການ ຄູ້ມຄອງ ນຳໄຊ້ ຊັພຍາກອນ ປ່າໄມ້ ແລະທີ່ດິນ ປ່າໄມ້ ທີ່ວ່ານັ້ນ ແມ່ນບໍ່ໄດ້ຮັບ ການປະຕິບັດ ໃຫ້ເກີດຜົນ ເປັນຈິງ ພໍເທົ່າໃດ. ຍ້ອນແນວນັ້ນ ຈຶ່ງເກີດມີ ຜົນສະທ້ອນ ອັນບໍ່ດີຕໍ່ ສະພາບແວດລ້ອມ ແລະຕໍ່ຊີວິດ ການເປັນຢູ່ ຂອງປະຊາຊົນ ເປັນຕົ້ນ ຜູ້ທີ່ຢູ່ຕາມ ຊົນນະບົດ ຕື່ມອີກ.
ເມື່ອຫລາຍປີກ່ອນ ມີນັກຊ່ຽວຊານ ເອກກະຣາດ ໄດ້ທຳການ ສຳຣວດປ່າໄມ້ ໃນລາວເປັນ ເວລາ 3 ເດືອນ ແລະໃຫ້ຂໍ້ ສັງເກດວ່າ ປ່າໄມ້ ຖືກທຳລາຍ ຢ່າງໄວວາ ຈົນບໍ່ມີໃຜ ຈະຄວບຄຸມໄດ້. ແລະວ່າການ ສູນເສັຍປ່າໄມ້ ທີ່ວ່ອງໄວນີ້ ຈະເປັນ ອັນຕະຣາຍ ຕໍ່ຊີວິດການ ເປັນຢູ່ຂອງ ປະຊາຊົນລາວ, ຕໍ່ອະນາຄົດ ຂອງເສຖກິດ ແຫ່ງຊາດ ແລະຕໍ່ຊີວິດ ຂອງສັດທັງໝົດ ທີ່ອາໃສຢູ່ ໃນປ່າ.
ກ່ຽວກັບເລື່ອງນີ້ ທ່ານ Serge Verniau ຜູ້ຕາງໜ້າ ອົງການອາຫານ ແລະ ການກະເສດ ຂອງສະຫະ ປະຊາຊາດ ປະຈຳລາວ ກ່າວວ່າ ບັນຫານຶ່ງ ທີ່ຮ້າຍແຮງ ຊຶ່ງປະຊາຊົນ ລາວກຳລັງ ປະເຊີນຢູ່ ໃນປັດຈຸບັນ ຄືບັນຫາ ພື້ນທີ່ດິນ ບໍ່ມີຕົ້ນໄມ້ ບໍ່ມີປ່າໄມ້. ປະຊາຊົນລາວ ຫລາຍເຖິງ 80 ສ່ວນຮ້ອຍ ຍັງອາໃສ ປ່າໄມ້ເປັນບ່ອນ ທຳມາຫາກິນ ແລະດຳເນີນ ຊີວິດ ປະຈຳວັນ ຂອງພວກເຂົາເຈົ້າ. ໃນເມື່ອປ່າໄມ້ ແລະຕົ້ນໄມ້ ຢູ່ລາວ ຖືກທຳລາຍໄປ ເກືອບໝົດແລ້ວ ດິນຟ້າອາກາດ ກໍປ່ຽນແປງ ແລະ ພາໃຫ້ເກີດ ສະພາບແຫ້ງແລ້ງ ຫລາຍເກີນໄປ ໃນລະດູແລ້ງ. ມີລົມພະຍຸ ແຮງ ແລະຝົນຕົກໜັກ ຫລາຍໂພດໃນ ຣະດູຝົນ.
ແຕ່ເຖິງຢ່າງໃດກໍຕາມ ທາງການລາວ ກໍວ່າຕົນມີ ນະໂຍບາຍ ປູກຕົ້ນໄມ້ ເພື່ອໃຫ້ປ່າໄມ້ ຟື້ນຄືນ ປີລະ 1,000,000 ຕົ້ນ ດັ່ງທ່ານ ຈັນທວງ ຜົນນະຈິດ ຫົວໜ້າຫ້ອງການ ວິທຍາສາດ ເທັກໂນໂລຍີ ແລະສິ່ງແວດລ້ອມ ແຂວງ ຫລວງພະບາງ ເວົ້າວ່າ:
ພວກຂ້າພະເຈົ້າ ກຳລັງ ຣະດົມກັນ ໃນການປູກ ຕົ້ນໄມ້ ປີນຶ່ງໃຫ້ໄດ້ 1 ລ້ານຕົ້ນ ປູກຕົ້ນໄມ້ ທີ່ວ່າຈະເຮັດ ໃຫ້ປ່າໄມ້ ຟື້ນຄືນ ມີໄມ້ສັກ ໄມ້ມະຄ່າ ໄມ້ດູ່ ໄມ້ຂະຍູງ ໄມ້ທຸກຢ່າງ ທີ່ວ່າມີ.
ເຖິງມີໂຄງການ ວ່າຈະປູກຕົ້ນ ໄມ້ໃນແຕ່ ລະປີ ໃຫ້ໄດ້ 1 ລ້ານຕົ້ນແຕ່ ຣັຖບານລາວ ກໍຍັງບໍ່ທັນ ມີງົບປະມານ ເພື່ອກ້າເບັ້ຍ ພັນໄມ້ ເພື່ອປູກທົດແທນ ປ່າໄມ້ທີ່ຖືກ ບຸກລຸກຕັດ ແລະທຳລາຍ ແລະສົ່ງອອກ ໄປຂາຍອັນມີ ທັງການລັກລອບ ສົ່ງອອກໄປຂາຍ ຕ່າງ ປະເທດ ຢ່າງຫລວງຫລາຍ ໃນແຕ່ລະປີ. ພ້ອມກັນນັ້ນ ກໍຍັງບໍ່ຮູ້ ພື້ນທີ່ອັນ ແນ່ນອນວ່າ ຈະປູກບ່ອນໃດ ກັນແທ້ ບ່ອນໃດຄວນປູກ ບ່ອນໃດບໍ່ ຄວນປູກ, ຕາມຄຳເວົ້າຂອງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງແຂວງ ສວັນນະເຂດ ແລະຂອງກະຊວງ ກະສິກັມ ແລະ ປ່າໄມ້ຂອງລາວ.
ອາດຍ້ອນມີ ສາເຫດ ຄືແນວນັ້ນ ທີ່ຜ່ານມາ ທາງການລາວ ຈຶ່ງຍອມຮັບວ່າ ການປູກຕົ້ນໄມ້ ເພື່ອທົດແທນ ປ່າໄມ້ ທີ່ຖືກຕັດ ແລະຖືກທຳລາຍ ນັ້ນສາມາດ ປະຕິບັດໄດ້ ພຽງ 30 ສ່ວນຮ້ອຍ ຂອງເປົ້າໝາຍ ທີ່ວາງເອົາໄວ້ ໃນແຕ່ລະປີ. ແລະບໍ່ຮູ້ວ່າ ໃນຈຳນວນ 30 ສ່ວນຮ້ອຍ ທີ່ວ່າປູກໄດ້ ນັ້ນຈະຍັງເຫລືອ ເທົ່າໃດຕົ້ນ ທີ່ຈະໃຫຍ່ ຂື້ນມາພໍ ໄຊ້ການໄດ້ ຍ້ອນບໍ່ມີການ ປົກປັກຮັກສາ ແລະ ບົວຮະບັດ ພໍເທົ່າໃດ. ດັ່ງເຈົ້າໜ້າທີ່ ກະຊວງ ກະສິກັມ ແລະປ່າໄມ້ ໄດ້ກ່າວເຖິງ ເລື່ອງນີ້ວ່າ:
ປີຜ່ານມາ ພວກເຮົາປູກຕົ້ນ ໄມ້ໄດ້ພຽງ ປະມານ 30 ເປີເຊັນເທົ່ານັ້ນ ຂອງແຜນການ ທີ່ຂັ້ນເທິງ ວາງອອກ ແລະອັນສຳຄັນ ທີ່ສຸດກໍຄື ການຟື້ນຟູ ປ່າໄມ້ ໃນຊ່ວງທີ່ ຜ່ານມາ ພວກເຮົາຍັງບໍ່ ໄດ້ເອົາໃຈໃສ່ ໂຕນີ້ ເພາະວ່າປ່າ ສ່ວນຫລາຍ ພວກເຮົາຍັງ ບໍ່ໄດ້ ກຳນົດເຂດໃຫ້ ປະຊາຊົນ ຄູ້ມຄອງ ສະນັ້ນ ພວກເຮົາຈຶ່ງຈະ ໄດ້ຫັນມາເອົາ ໃຈໃສ່ໃນການ ແບ່ງເຂດ ຄູ້ມຄອງປ່າ ຢ່າງລະອຽດ ຈະແຈ້ງ ຊຶ່ງຈະເລີ່ມ ປະຕິບັດ ໃນມໍ່ໆນີ້.
ເມື່ອເບິ່ງ ຈຳນວນໄມ້ ທີ່ປູກໄດ້ ຕົວຈິງ ໃສ່ຈຳນວນໄມ້ ແລະປ່າໄມ້ ທີ່ຖືກຕັດ ແລະຖືກທຳລາຍ ຢູ່ລາວຊຶ່ງ ອົງການຈັດຕັ້ງ ສາກົນ ປະເມີນວ່າ ໃນແຕ່ລະປີ ມີເຖິງ 3 ແສນເຮັກຕາ ແລ້ວກໍໝາຍ ຄວາມວ່າໃນ 30–40 ປີຕໍ່ໜ້າ ປະເທດລາວ ຈະບໍ່ມີປ່າໄມ້ ຄົງຄ້າງ ຢູ່ເລີຍ ໃນຂະນະ ທີ່ມີລາຍງານ ເມື່ອກ່ອນວ່າຢູ່ ເອເຊັຍຕາເວັນ ອອກສ່ຽງໄຕ້ ອັນມີ ອິນໂດເນເຊັຍ, ມາເລເຊັຍ, ຟີລິບປິນ ແລະໄທ ມີຊັພຍາກອນ ປ່າໄມ 168 ລ້ານ 560 ພັນເຮັກຕາ ຫລືເທົ່າກັບ ປະມານ 7.33 ສ່ວນຮ້ອຍ ຂອງຈຳນວນ ປ່າໄມ້ທັງໝົດ ໃນໂລກ.