ອົງການ ຄຣິສຈຽນສາກົນ Open Doors ທີ່ມີຊື່ພໍແປ ເປັນພາສາລາວ ໄດ້ວ່າ ເປີດປະຕູ ນັ້ນ ໄດ້ ອອກຣາຍງານ ປະຈໍາປີ 2009 ເມື່ອບໍ່ນານ ມານີ້ ກ່ຽວກັບ ສະພາບ ຊີວິດການເປັນຢູ່ ຂອງຊາວຄຣິສຈຽນ ຢູ່ປະເທດຕ່າງໆ ໃນທົ່ວໂລກ ຮວມທັງ ຢູ່ສປປລາວ. ໃນຣາຍງານ ໄດ້ຈັດ ສປປລາວ ເປັນປະເທດ ທີ່ມີການປາບປາມ ຜູ້ຄົນ ທີ່ນັບຖືສາສນາ ຄຣິສຈຽນ ຢ່າງຮ້າຍແຮງທີ່ສຸດ ອັນດັບ8 ໃນຈໍານວນ 50 ປະເທດ ທີ່ມີການ ປະຕິບັດ ບໍ່ດີຕໍ່ ຊາວຄຣິສຈຽນ ຂະນະທີ່ຈັດ ເກົາຫລີເໜືອຊຶ່ງ ເປັນປະເທດ ຖັນແຖວ ດຽວກັນກັບ ສປປລາວ ນັ້ນ ຢູ່ໃນອັນດັບ ທີນຶ່ງ ໃນການປາບປາມ ຊາວຄຣິສຈຽນ ເປັນປີທີ 7 ຕິດຕໍ່ກັນ.
ວິທະຍຸ ເອເຊັຽເສຣີ RFA ໄດ້ມີໂອກາດ ສໍາພາດ ຄຸນພໍ່ Paul Estrabrooks ຜູ້ໄດ້ເຂົ້າໄປ ຢ້ຽມຢາມເມືອງລາວ ເມື່ອບໍ່ນານ ມານີ້ ແລະທ່ານ ກໍໄດ້ກ່າວເຖິງ ເບື້ອງຫລັງ ຂອງການທີ່ ອົງການ Open Doors ຈັດສປປລາວ ຢູ່ອັນດັບ ທີ 8 ຄືດັ່ງປີ ທີ່ຜ່ານມານັ້ນວ່າ
ການຈັດຣະດັບ ແມ່ນອີງໃສ່ ຄໍາຕອບ ຕໍ່ຄໍາຖາມ 50 ຂໍ້ກ່ຽວກັບການ ປະຕິບັດ ເສຣີພາບ ທາງສາສນາ ໃນລາວ ຊຶ່ງກໍເປັນຄໍາຖາມ ທີ່ຖາມໃນ ປະເທດອຶ່ນໆ ຄືກັນ. ຫລັງຈາກນັ້ນ ກໍຈັດ ສປປລາວ ຢູ່ອັນດັບທີ 8. ທັງນີ້ກໍ ເປັນຍ້ອນ ການປາບປາມ ຊາວຄຣິສຈຽນ ໂດຍສະເພາະ ຊົນເຜົ່າ ທີ່ອາໃສ ຢູ່ເຂດຊົນເຜົ່າ ພູເຂົາ ຊຶ່ງທ່ານໄດ້ ພົບພໍ້ ກັບພວກຄົນ ເລົ່ານັ້ນ ຕອນທີ່ທ່ານ ໄດ້ເຂົ້າມາ ປະເທດລາວ ເມື່ອ 2 ເດືອນກ່ອນ. ໃນນັ້ນມີກຸ່ມຄົນ ຈໍານວນນຶ່ງ ຢູ່ຣະຫວ່າງ ການຫລົບຫລີກ ໜີການປາບປາມ ຕາມລ່າ. ຈໍານວນນຶ່ງ ກໍລີ້ຊ່ອນ ຕົວຢູ່.
ຄຸນພໍ່ Paul Estrabrooks ຜູ້ເຜີຍແຜ່ ສາສນາ ລູ້ນອາວຸໂສ ມີຄວາມເປັນຫ່ວງ ເປັນໄຍ ນໍາຊາວຄຣິສຈຽນ ໃນບັນດາ ປະເທດ ທີ່ມີການ ຈໍາກັດສິດທິ ຕ່າງໆ ຮວມທັງສິດເສຣີພາບ ໃນການເຊື່ອຖື. ທ່ານ ໄດ້ເປັນທັງ ຜູ້ປະສານງານ ປະຈໍາເຂດ ເອເຊັຽຕາເວນ ອອກສ່ຽງໄຕ້ ຂອງອົງການ Open Doors ທີ່ມີສູນກາງ ຢູ່ປະເທດ ສິງກະໂປ ເປັນເວລານານ 3 ປີ ແລະເປັນ ຫົວໜ້າອົງການ ດັ່ງກ່າວ ປະຈໍາການາດາ 5 ປີ. ທ່ານກ່າວທົບທວນ ຄໍາເວົ້າຂອງ ຊົນເຜົ່າພູດອຍ ຫລືເຜົ່າມົ້ງ ຄົນອຶ່ນໆ ທີ່ໄດ້ປະເຊີນກັບ ການປາບປາມ ການຖືກຂັງຄຸກ ຊຶ່ງທ່ານໄດ້ພົບພໍ້ ຕອນທີ່ ໄປເມືອງລາວ ນັ້ນວ່າ ສີ່ງນຶ່ງທີ່ ນ່າສົນໃຈ ທີ່ພວກຄົນເລົ່ານັ້ນ ໄດ້ເປີດເຜີຍ ສູ່ທ່ານຟັງ ກໍຄື
ຄວາມຈິງ ມີຢູ່ວ່າ ທາງການລາວ ຖືສາສນາ ຄຣິສຈຽນ ເປັນສາສນາ ຂອງອະເມຣິກາ. ໃນຊົນເຜົ່າມົ້ງນີ້ ມີຫລາຍຄົນ ໄດ້ຕໍ່ສູ້ ຮ່ວມກັບ ອະເມຣິກາ ຕ້ານຝ່າຍ ປະເທດ ລາວແລະວຽດກົງ ໃນສໃມສົງຄາມ ວຽດນາມ ຊຸມປີ 1970. ດັ່ງນັ້ນ ທາງການລາວ ປັຈຸບັນ ຈຶ່ງຖືວ່າຊົນ ເຜົ່າມົ້ງ ພະຍາຍາມ ກໍ່ກວນຕົນ ໂດຍບໍ່ໄຊ້ ການທະຫານ ແຕ່ຫາກໄຊ້ ຄວາມມີຄ່ານິຍົມ ຕ່າງໆທາງ ສາສນາ ຊຶ່ງທາງການລາວ ພະຍາຍາມທີ່ ຈະກໍາຈັດໃຫ້ ໝົດໄປ.
ຄຸນພໍ່ Paul Estrabrooks ກ່າວຕໍ່ໄປວ່າ ຊາວເຜົ່າມົ້ງ ຫລາຍຄົນ ທີ່ທ່ານພົບພໍ້ ຢູ່ລາວນັ້ນ ໃນຕົວຈີງແລ້ວ ພວກເຂົາ ມາຈາກວຽດນາມ. ພວກເຂົາ ຖືກບັງຄັບ ໃຫ້ອອກ ຈາກວຽດນາມໄປ ແລະພວກເຂົາ ກໍໄດ້ພະຍາຍາມ ມາຕັ້ງຖີ່ນຖານ ຢູ່ປະເທດລາວ ແຕ່ຣັຖບານລາວ ພັດມີການ ຮ່ວມມືກັບ ຣັຖບານ ວຽດນາມ ແລະທໍາ ການ ກົດຂີ່ພວກເຂົາ ຢູ່ລາວຕື່ມອີກ. ໃນນັ້ນ ມີຈໍານວນນຶ່ງ ໄດ້ເອົາຕົວ ຫລົບໜີ ໄປປະເທດໄທ
I talked to 2 pastors who are …. ທ່ານ ໄດ້ໂອ້ລົມກັບ ບາດຫລວງ 2 ທ່ານທີ່ລີ້ຊ່ອນ ຕົວຢູ່ໄທ ແລະເຂົ້າໃຈວ່າ ພວກເພິ່ນມີຄວາມ ຮູ້ສຶກວ່າ ອາດຈະຖືກ ຈໍາຄຸກ ຕລອດຊີວິດ ຫລືຖືກ ປະຫານຊີວິດ ກໍເປັນໄດ້ ຖ້າຫາກພວກເພິ່ນ ຫາກກັບຄືນລາວ ຍ້ອນເປັນຜູ້ນໍາ ຊາວຄຣິສຈຽນ ຢູ່ລາວ. ນັ້ນແມ່ນ ບັນຫາ ທີ່ເກີດຂຶ້ນກັບ ຊາວເຜົ່າມົ້ງ ຄຣິສຈຽນ ແລະເມື່ອຖາມເຖິງ ການປະຕິບັດ ຂອງທາງການລາວ ຕໍ່ຊາວຄຣິສຈຽນ ອຶ່ນໆນັ້ນ ຄຸນພໍ່ Paul ບອກວ່າ ພວກເຂົາເຈົ້າ ກໍປະເຊີນກັບ ການຂົ່ມເຫັງ ບຽດບຽນ ກັ່ນແກ້ງຄືກັນ ໂດຍສເພາະ ຢູ່ທາງແຂວງ ພາກໄຕ້ ແຂວງສຫວັນນະເຂດ
but I do know when I was there in the fall, they were telling me about the pressure against the church of Laotian National….ທ່ານວ່າທ່ານຮູ້ ຕອນທີ່ທ່ານໄປ ຢາມເມືອງລາວ ໃນຣະດູໃບໄມ້ ປົ່ງຜ່ານມາ ພວກເຂົາເຈົ້າ ໄດ້ເລົ່າສູ່ທ່ານ ຟັງກ່ຽວກັບ ການກົດດັນ ໂບດຂອງຊາວ ລາວ ໃນເຂດແຂວງ ພາກໄຕ້ ຊຶ່ງມີຜູ້ເຊື່ອຖື ສາສນາ ຄຣິສຈຽນ ຫລາຍທີ່ສຸດນັ້ນວ່າ ທາງການລາວ ປະຕິບັດແບບ ໃຫ້ປະຊາຊົນ ປະລະຄວາມ ເຊື່ອຖື ໃນສາສນາ ຄຣິສຈຽນ ໂດຍໃຫ້ເຊັນຊື່ ໄວ້ໃນເອກກະສານ ເປັນຢ່າງດີ ຊຶ່ງທ່ານຄິດວ່າ ວິທີດັ່ງກ່າວ ເປັນວິທີ ດຽວກັນກັບ ທີ່ໄຊ້ຕໍ່ຊາວ ເຜົ່າມົ້ງ.
ເມື່ອຖາມເຖິງ ບັນຫາ ການນໍາເອົາ ເອກກະສານ ສາສນາຕ່າງໆ ເຂົ້າປະເທດລາວນັ້ນ ຄຸນພໍ່ບອກວ່າ ຄືກັນກັບຢູ່ ວຽດນາມແລະຈີນ ຊຶ່ງເປັນປະເທດ ຄອມມິວນິດ ທີ່ບໍ່ຮັບຮູ້ ສາສນາໃດໆ ຢ່າງເປັນທາງການ ແລະກໍບໍ່ໃຫ້ ຄວາມສໍາຄັນ ໃນເອກກະສານ ທາງສາສນາ ຫລືຄວາມ ເຊື່ອຖື ໃນສາສນາໃດໆ ທັງສີ້ນ ແລະບໍ່ແມ່ນແຕ່ ທໍ່ເອກກະສານ ກ່ຽວກັບສາສນາ ຄຣິສຈຽນ. ດັ່ງນັ້ນ ພວກທ່ານຈຶ່ງໄດ້ ສແດງຄວາມ ບໍ່ພໍໃຈ ກ່ຽວກັບ ບັນຫານີ້ ຕລອດມາ. ພວກທ່ານ ວ່າ ຄວນໃຫ້ມີການ ນໍາເອກກະສານ ເລົ່ານັ້ນ ເຂົ້າມາໃນ ປະເທດໄດ້. ທ່ານວ່າ ແນ່ນອນ ໂອກາດ ທີ່ຈະນໍາເອົາ ເອກກະສານ ສາສນາ ເຂົ້າປະເທດ ຄອມມິວນິດນັ້ນ ແມ່ນມີໜ້ອຍ ເຕັມທີ ຫລືກະທັ້ງ ບໍ່ມີໂອກາດ ຊໍ້າ. ດັ່ງນັ້ນ ທາງອົງການ ເຊັ່ນອົງການ ເປີດປະຕູ ຫລື Open Doors ຈຶ່ງເຄື່ອນໃຫວກ ເພື່ອຊ່ວຍໃຫ້ຊາວ ຄຣິສຈຽນ ໄດ້ມີໂອກາດ ເຂົ້າເຖິງ ຊາວຄຣິສຈຽນ ໃນປະເທດ ທີ່ບໍ່ມີ ເອກກະສານ ສາສນາ ໂດຍຮຽກຮ້ອງ ໃຫ້ທາງການ ປະເທດຄອມມິວນິດ ອະນຸຍາດໃຫ້. ຖ້ານໍາເຂົ້າ ກໍຖືກຖືວ່າເປັນ ການກະທໍາທີ່ຜິດ ກົດໝາຍ.
ຕໍ່ຄໍາຖາມ ທີ່ວ່າ ໃນກໍຣະນີ ທີ່ພວກທ່ານ ຕ້ອງໄດ້ ກະທໍາ ແມ່ນພວກທ່ານ ໄຊ້ວິທີການ ແນວໃດນັ້ນ ຄຸນພໍ່ Paul ບອກວ່າ
Well, we just basically using a carrier system of different people that are visiting the country. The needs in Laos especially … ພວກທ່ານ ກໍຈະໄຊ້ ແບບໃຫ້ ຜູ້ຄົນ ທີ່ເຂົ້າໄປຢ້ຽມຢາມ ປະເທດນັ້ນ ຖືມານໍາ. ສໍາລັບຊາວຄຣິສ ຈຽນ ຢູ່ລາວ ຄວາມຈໍາເປັນ ໃນເລື່ອງເອກກະສານ ບໍ່ມີຫລາຍ ຖ້າປຽບທຽບໃສ່ ກັບຈີນ.
ຄຸນພໍ່ Paul ໄດ້ໄປເຂົ້າຮ່ວມ ຊຸດອົບຮົມ ທີ່ເປີດຂຶ້ນ ຢູ່ໄທ ເມື່ອທ້າຍເດືອນ ຕຸລາປີກາຍ. ໃນນັ້ນ ມີຊາວຄຣິສຈຽນ ຈາກປະເທດລາວ ເດີນທາງ ໄປຮ່ວມ ເປັນເວລາ 2 ວັນແລ້ວກໍ ກັບຄືນລາວ. ແລະວ່າ ມີບາດຫລວງ 10 ທ່ານຖືກຈັບ ຢູ່ຊາຍແດນລາວ ເມື່ອພວກເພິ່ນ ໄປເຂົ້າຮ່ວມ ນໍາພາກສ່ວນນຶ່ງ ຂອງຊຸດອົບຮົມ ດັ່ງກ່າວນັ້ນ. ໃນເງື່ອນໃຂ ທີ່ສາມາດ ອອກ-ເຂົ້າ ປະເທດໄດ້ນັ້ນ ແມ່ນມີບາງໂອກາດ ທີ່ພວກເຂົາເຈົ້າ ນໍາເອົາເອກກະສານ ຕ່າງໆຕິດຕົວ ກັບຄືນລາວ ໄດ້ງ່າຍຂຶ້ນ ແດ່ເລັກນ້ອຍ.
ຄຸນພໍ່ Paul ກ່າວຕອບ ຄໍາຖາມກ່ຽວກັບ ຄວາມແຕກຕ່າງກັນ ຂອງສພາບ ສາສນາພຸດ ແລະສາສນາ ຄຣິສຈຽນ ຢູ່ລາວວ່າ
Philosophically Buddhism was one of their historic religions of the region and being a part of the religion they don’t have any concerns about being a threat to the govt and I think
ສາສນາພຸດ ເປັນນຶ່ງ ໃນສາສນາ ຂອງພາກພື້ນ ແຫ່ງນີ້ ຢ່າງເປັນປວັດການ ແລະການ ເປັນສ່ວນນຶ່ງ ຂອງສາສນານັ້ນ ສາສນາພຸດ ບໍ່ຈໍາເປັນ ຕ້ອງມີຄວາມ ກັງວົນໃດໆ ກ່ຽວກັບວ່າ ຈະເປັນສີ່ງ ທ້າທາຍຕໍ່ ທາງຣັຖບານ ແລະທ່ານກໍຄິດວ່າ ທັງໝົດນັ້ນ ກ່ຽວພັນກັບ ແນວຄິດເກົ່າແກ່ ທີ່ຖືສານາ ຄຣິສຈຽນ ເປັນສາສນາ ຂອງຕາເວນຕົກ.
ຄຸນພໍ່ Paul Strasbrook ກ່າວເຖິງໂບດ ທີ່ທາງການ ປະເທດຕ່າງໆ ຮັບຮູ້ຢ່າງ ເປັນທາງການ ນັ້ນວ່າກະທັງ ເກົາຫລີເໜືອ ຊຶ່ງເປັນປະເທດ ທີ່ມີການປາບປາມ ທາງດ້ານສາສນາ ຫລາຍທີ່ສຸດ ອັນດັບນຶ່ງນັ້ນ ກໍຍັງມີໂບດ ທີ່ໄດ້ຮັບ ອະນຸຍາດ ໃຫ້ເຂື່ອນໃຫວ ແຕ່ກໍເປັນພຽງການ ສແດງໃຫ້ເຫັນ ເຖິງຮູບການຫລື showcase ເທົ່ານັ້ນ. ຕໍ່ຄໍາຖາມທີ່ວ່າ ມີການເຂື່ອນໃຫວ ທາງດ້ານກົດໝາຍ ເພື່ອໃຫ້ ຂໍ້ກໍານົດກ່ຽວກັບ ສິດເສຣີພາບ ທາງສາສນາ ທີ່ບົ່ງໄວ້ ຢູ່ໃນຣັຖທັມນູນ ນັ້ນມີຜົນ ບັງຄັບໄຊ້ ໃນຕົວຈິງ ໃນລາວແນວໃດ ແດ່ບໍ່ນັ້ນ ຄຸນພໍ່ Paul ບອກວ່າ
yes, to my knowledge ມີເທົ່າທີ່ ທ່ານຮູ້ແມ່ນມີ ສ່ວນໃດສ່ວນນຶ່ງ. ລາວ ເປັນປະເທດນ້ອຍ ມີປະຊາຊົນໜ້ອຍ. ທີ່ຜ່ານມາທ່ານ ບໍ່ຮູ້ຄັກວ່າ ມີການເຂື່ອນໃຫວ ໃນດ້ານນີ້ ຫລາຍປານໃດ ແຕ່ທ່ານຮູ້ວ່າ ມີພວກຄົນ ທີ່ພະຍາຍາມ ພົວພັນກັບຣັຖບານ ໃນນາມ ຊາວຄຣິສຈຽນ ເພື່ອຊ່ວຍໃຫ້ ຣັຖບານລາວ ຮັບຮູ້ວ່າ ພວກເຂົາເຈົ້າ ບໍ່ໄດ້ເປັນ ພິດໄພ ຕໍ່ຣັຖບານ ບໍ່ວ່າ ໃນຮູບແບບໃດໆ ກໍດີ.
ໃນຕອນທ້າຍ ຂອງການສໍາພາດ ກ່ຽວກັບ ສາສນາຄຣິສຈຽນ ຢູ່ລາວຄຸນພໍ່ Paul ກ່າວຕອບໂດຍ ມີລັກສະນະ ສລຸບວ່າ
Well first of all they don’t have to ກ່ອນອຶ່ນໝົດ ຣັຖບານລາວ ບໍ່ຕອງກັງວົນ. ຄຣິສຈຽນ ບໍ່ແມ່ນສາສນາ ຂອງອະເມຣິກາ ເຖິງແມ່ນວ່າ ຜູ້ຄົນ ພາກັນ ສັດທາ ຫລືເຊື່ອຖື ຢ່າງກວ້າງຂວາງ ຢູ່ອະເມຣິກາ ກໍດີ. ແລະຊາວຄຣິສຈຽນ ຢູ່ປະເທດລາວເອງ ກໍເປັນພົລເມືອງດີ ບໍ່ເຂື່ອນໃຫວ ໂຄ່ນລົ້ມ ຣັຖບານລາວ. ມີພຽງແຕ່ ພວກເຂົາເຈົ້າ ຕ້ອງການ ໄດ້ຮັບອະນຸຍາດ ໃຫ້ປະຕິບັດ ຕາມຄວາມເຊື່ອ ຖືຂອງພວກ ເຂົາເຈົ້າເທົ່ານັ້ນ. ນັ້ນເປັນເສຣີພາບ ທາງສາສນາ ທີ່ໄດ້ຮັບ ການຢືນຢັນ ຢູ່ໃນ ຣັຖທັມມະນູນ ຂອງລາວ. ແລະນັ້ນກໍຄື ສິ່ງທີ່ພວກ ເຂົາເຈົ້າ ຢາກໄດ້.
ຕາມຣາຍງານ ເມື່ອ 2-3 ປີກ່ອນ ສປປລາວ ມີຜູ້ນັບຖື ສາສນາ ກາໂຕລິກ ສາສນາເຢຊູ ປະມານ 50-60 ພັນຄົນ ແບ່ງເປັນ 4 ສັງຄະມົນທົນ ຫລື 4 ເຂດ ຄື ຫລວງພະບາງ ແລະເຂດພາກເໜືອ, ວຽງຈັນ-ບໍຣິຄໍາໄຊ, ຄໍາມ່ວນ ສຫວັນນະເຂດ ແລະ ປາກເຊ ແລະແຂວງພາກໄຕ້. ອີງຕາມບັນທຶກ ຂອງຄຸນພໍ່ Marini ຊາວອິຕາລີ ແລ້ວ ສາສນາເຢຊູ ໄດ້ເຂົ້າມາ ເຜີຍແຜ່ຢູ່ລາວ ເທື່ອທໍາອິດ ໃນສໃໝ ຂອງພຣະເຈົ້າ ສຸຣິຍະວົງສາ ແຕ່ການເຜີຍແຜ່ ແທ້ນັ້ນ ໄດ້ເລີ່ມຂຶ້ນ ໃນທ້າຍສັຕວັດ ທີ 19. ໃນການເຜີຍແຜ່ ສ່ວນໃຫຍ່ ຈະເປັນຄຸນພໍ່ ຄະນະ Oblat De Marie Immacule ທີ່ເປັນຊາວ ຝຣັ່ງເສດ ແລະອິຕາລີ. ແລະນັບແຕ່ ປີ 1975 ມາ ຄຸນພໍ່ ເຍຊູ ທີ່ເປັນຊາວ ຕ່າງປະເທດ ໄດ້ຖືກທາງການລາວ ສັ່ງໃຫ້ເດີນທາງ ກັບຄືນປະເທດ ຂອງພວກເພິ່ນ.
ຄຸນພໍ່ Paul Estrabrooks ພ້ອມພັລຍາ ຊຶ່ງແຕ່ງງານກັນ ມາໄດ້ 42 ປີ, ມີລູກນໍາກັນ 3ຄົນ ແລະມີຫລານ 7 ຄົນນັ້ນ ປັຈຈຸບັນ ຕັ້ງບ້ານເຮືອນ ຢູ່ເມືອງ London ເຂດ Ontario ປະເທດ Canada. ການສໍາພາດ ທ່ານ ມີຂຶ້ນ ໃນວັນທີ 4 ກຸມພາ ປີ 2009 ນີ້.