
ຕອນທີ 1: ທ່ານ ວໍຣະເດດ ໄດ້ເລົ່າສູ່ຟັງ ກ່ຽວກັບ ຜົລງານເພງ ຊຸດໃໝ່ ຂອງທ່ານ, ທີ່ໄດ້ຮີບໂຮມເອົາ ເພງລາວເດີມ ແລະ ເພງລາວອະມະຕະ ມາຮຽບຮຽງດົນຕຣີ ແລະ ຮ້ອງຂຶ້ນມາໃໝ່ ແລະ ໃສ່ຊື່ວ່າ “ຈໍາປາເມືອງລາວ” 1. ດອກບົວທອງ 2. ຮັກສາວ ນາຊາຍທອງ 3. ຄິດ 4. ຈໍາປາເມືອງລາວ 5. ພາບນ້ອຍ ແທນນາງ 6. ນີ້ຫລື ຮັກຈິງ 7. ຄືນນັ້ນ 8. ຟ້າເທົ່ານັ້ນ 9. ເປນມິດກັນ ດີກ່ວາ 10. ຮັກສາວສວັນ. ເຊີນທ່ານຮັບຟັງ ລາຍລະອຽດ ຈາກການສໍາພາດໄດ້…
ຕອນທີ 2: ໃນການສໍາພາດ ຕອນທີ 2, ທ່ານ ວໍຣະເດດ ໄດ້ເລົ່າສູຟັງ ກ່ຽວກັບ ກິຈະກັມ ແລະ ໂຄງການ ຂອງທ່ານ ໃນວົງການບັນເທີງລາວ… ຊຶ່ງມີ ຊາວລາວ ຫລື ແຟນເພງ ຂອງທ່ານ ໄດ້ເຊີນທ່ານ ໄປສແດງ ໃນຣັຖຕ່າງໆ ແລະ ຕ່າງປະເທດ ອີກດ້ວຍ. ນອກຈາກນັ້ນ, ທ່ານ ຍັງມີແຜນການ ທີ່ຈະຮ້ອງເພງຄູ່ ກັບສິລປິນ ອື່ນໆອີກ ແລະ ຈະປະພັນເພງເພງ ອອກມາຕື່ມ
ທ່ານ ວໍຣະເດດ ດິດທະວົງ, ນອກຈາກ ຈະນໍາຄວາມບັນເທີງ ມາໃຫ້ພີ່ນ້ອງ ຊາວລາວແລ້ວ, ທ່ານ ຍັງໄດ້ໃຫ້ ຂໍ້ມູນຂ່າວສານ ແກ່ພີ່ນ້ອງຊາວລາວ ກ່ຽວກັບ ສະພາບການ ຂອງໂລກອີກດ້ວຍ ໃນເວລາທີ່ ທ່ານ ເປັນນັກຂ່າວ ທີ່ສຖານີ ວິທຍຸ ສຽງອະເມຣິກາ, ຊຶ່ງປັດຈຸບັນ ທ່ານ ໄດ້ອອກບໍານານແລ້ວ. ໃນໂອກາດໜ້າ ຂ້າພະເຈົ້າ ຈະສໍາພາດ ທ່ານ ວໍຣະເດດ ເພີ້ມຕື່ມ ເພື່ອໃຫ້ທ່ານຜູ້ຟັງ ໄດ້ຮູ້ຈັກ ກັບທ່ານວໍຣະເດດ ເປັນຢ່າງດີ.