ເອມີ ຊະນະ ການປະກວດ ນາງສາວ ເອເຊັຍ-ອາເມຣິກັນ

ການສັມພາດ ນາງສາວ ເອມີ ຈັນທະພາວົງ, ກ່ອນໜ້າ ການເຂົ້າປະກວດ ນາງສາວ ເອເຊັຍ-ອາເມຣິກັນ ປີ 2009, ໃນຄໍ່າຄືນ ວັນເສົາ ທີ 8 ເດືອນສິງຫາ ນີ້, ທີ່ ນະຄອນ ແຊນ ຟແຣນສິສໂກ.

ເອມີ ຈັນທະພາວົງ ກໍາລັງ ສວມມົງກຸດ ນາງສາວ ເອເຊັຍ-ອາເມຣິກັນ
ເອມີ ຈັນທະພາວົງ ກໍາລັງ ສວມມົງກຸດ ນາງສາວ ເອເຊັຍ-ອາເມຣິກັນ (ເອມີ)

0:00 / 0:00

ຕິດຕາມ​ມາ​ດ້ວຍ ການສັມພາດຍານ​າງຈັນ​ຖນອມອຸ່ນ​ແກ້ວ, ປະທານສະມາຄົມລາ​ວ​ເສຣີ ​ໃນ​ນະ​ຄອນຊັນຟ​ແຣນສິສ​ໂກ ​ເຊັ່ນ​ດຽວ​ກັນ, ຊຶ່ງ​ເປັນ​ຜູ້​ອຸປຖັມນາງ​ສາວ ​​ແອ​ມີ ​​ໃນ​ການ​ເຂົ້າ​ປະ​ກວດຄັ້ງ​ນີ້. ການ​ສົ່ງ​ເສີມ ຫລື ອຸປຖັມ ນາງ​ສາວ​ລາວ ​ເຂົ້າ​ປະ​ກວດ ນາງ​ສາວ ​ເອ​ເຊັຍ-ອາ​ເມ​ຣິກັນ​ ຂອງ​ສະມາຄົມ ລາວ​ເສຣີນີ້ ຖື​ວ່າ ​ເປັນ​ຄັ້ງ​ທໍາ​ອິດ, ຊຶ່ງ​ຍານາງ ຈັນ​ຖນອມ ບອກ​ວ່າ ຈະ​ສນັບ​ສນູນ ນາງ​ສາວ​ລາວ ​​ໃນ​ທຸກໆ​ປີ.