ແມ່ຍິງ-ເດັກນ້ອຍ 08-04-2014

ມະນີຈັນ
2014.08.05
f-default ແມ່ຍິງ-ເດັກນ້ອຍ 08-04-2014
RFA

 

ເມື່ອບໍ່ດົນ ມານີ້ ກະຊວງ ການ ຕ່າງປະເທດ ສະຫະຣັຖ ອະເມຣິກາ ໄດ້ຈັດ ສປປລາວ ຢູ່ໃນກຸ່ມ 2 ຊຶ່ງ ເປັນກຸ່ມ ປະເທດ ທີ່ ຕ້ອງຖືກ ຕິດຕາມ ສິ້ງຊອມ ເຣຶ້ອງຕ້ານ ການ ຄ້າມະນຸດ ທີ່ມີທັງ ແມ່ຍິງ ແລະ ເດັກນ້ອຍ.

ກະ​ຊວງ​ ການ​ ຕ່າງ​ປະ​ເທດ ​ສະ​ຫະ​ຣັ​ດ ​ອະ​ເມ​ຣິ​ກາ ໄດ້​ອອກ ​ຣາຍ​ງານ​ ປະ​ຈຳ​ປີ 2014 ກ່ຽວ​ກັບ ​ການ ​ຄ້າ​ມະ​ນຸດ ໃນ ​ປະ​ເທດ​ຕ່າງໆ ທົ່ວ​ໂລກ. ເວົ້າ​ສະ​ເພາະ ສ​ປ​ປ​ລາວ ຣາຍ​ງານ ຍັງ​ຣະ​ບຸ​ວ່າ ຍັງ​ເປັນ ​ປະ​ເທດ ທັງ​ແຫລ່ງ​ທີ່​ມາ ທັງ​ທາງ​ຜ່ານ ແລະ​ ປາຍ​ທາງ​ ຂອງ​ການ​ ຄ້າ​ມະ​ນຸດ ອັນ​ມີ ​​ແມ່​ຍິງ ​ແລະ​ ເດັກ​ນ້ອຍ ຮວມ​ຢູ່​ດ້ວຍ​ ຊຶ່ງ​ກໍ​ມັກ ​ຕົກ​ສູ່ ​ສະ​ພາບ​ ການ​ຄ້າທາງ​ເພດ ແລະ ​ບັງ​ຄັບ ໃຫ້​ອອກ ​ແຮງ​ງານ.

ຢ່າງ​ໃດ​ກໍ​ຕາມ ທ່ານ ຈອນ ແຄ​ຣີ ຣັ​ຖ​ມົນ​ຕ​ຣີ ​ການ ​ຕ່າງ​ປະ​ເທດ ສະ​ຫະ​ຣັ​ດ ກໍ​ໄດ້​ກ່າວ ​ເປີດ​ຣາຍ​ງານ ​ປີ 2014 ນີ້ ວ່າ:

"ຣາຍງານການ ຄ້າມະນຸດນີ້ ເປັນເຣື່ອງ ທີ່ດີ ເປັນ​​ສາມັນ ສຳນຶກ ເປັນການພິສູດເຖິງຄວາມຜິດ ພ້ອມດຽວກັນ ກໍເປັນ​​ຄວາມຈິງ ຊຶ່ງຮວມເຂົ້າ ເປັນ ອັນດຽວກັນ ແລະ ເຮົາກໍຂໍ ຮຽກຮ້ອງໃຫ້ ຣັບານ​ ​ພົເມືອງຂອງ ປະເທດຕ່າງໆ ໃນທົ່ວໂລກ ໃຫ້ເປີດເຜີຍ ຂ້າທາດ​ ​ແຫ່ງ ຍຸກມັຍ ແລະມີຄວາມຮັບຜິດຊອບ ໂດຍຣະບຸ​​ເຖິງ ຜູ້ ທີ່ໄດ້ຮັບ ເຄາະຮ້າຍ ແລະນຳເອົາກຸ່ມຄົນ ທີ່ລ່ວງຣະເມີດສິດທິ ນັ້ນ ຂຶ້ນດຳເນີນຄະດີ. ເຮົາບໍ່ສາມາດທີ່ ຈະບໍ່ໃຫ້ ມີການລົງໂທດ ສຳລັບ ພວກຄ້າມະນຸດ. ​ເຣື່ອງນີ້ມັນຕ້ອງ ໃຫ້ຈົບສິ້ນ".

ຣາຍ​ງານ ​ການ ​ຄ້າ​ມະ​ນຸດ ຂອງ​ ກະ​ຊວງ​ ການ ​ຕ່າງ​ປະ​ເທດ ສະ​ຫະ​ຣັ​ດ ​ປະ​ຈຳ​ປີ 2014 ຍັງ​ເວົ້າ​ເຖິງ ​ການ​ດຳ​ເນີນ ​ຄະ​ດີ ​ວ່າ ຣັ​ຖ​ບານ ສປປ​ລາວ ມີ​ຄວາມ ​ພ​ຍາ​ຍາມ ພໍ​ປະ​ມານ ​ຕໍ່​ເນື່ອງ ​ໃນ​ການ​ ດຳ​ເນີນ​ ຄະ​ດີ​ແລະ​ ກ່າວ​ໂທດ ​ຜູ້​ກະ​ທຳ​ຜິດ ໃນເຣື່ອງ​ການ ​ຄ້າ​ມະ​ນຸດ. ຣັ​ຖ​ບານ​ລາວ ຫ້າມ ​ທຸກ​ຮູບ​ແບບ ​ຂອງ​ ການ​ ຄ້າ​ມະ​ນຸດ ໂດຍ​ດັດ​ແປງ ມາ​ຕ​ຣາ 134 ​ໃນ​ກົດ​ໝາຍ ​ອາ​ຍາ​ ສະ​ບັບ​ປີ 2006 ທີ່ ໄດ້​ຣະ​ບຸ ​ການ​ລົງ​ໂທດ​ ນັບ​ຕັ້ງ​ແຕ່​ຈຳ​ຄຸກ 5 ປີ ເຖິງ​ ຕ​ລອດ​ຊີ​ວິດ ປັບ​ໃໝ​ ແຕ່ 1,250 ໂດ​ລາ​ ເຖິງ 12,500 ໂດ​ລາ​ ສະ​ຫະ​ຣັ​ດ ແລະ ​ຍຶດ​ຊັບ​ສິນ. ຣັ​ຖ​ບານ​ລາວ ຣາຍ​ງານ​ວ່າ ໄດ້​ເລີ່ມ​ຮ່າງ​ ​ກົດ​ໝາຍ ​​ການ ​ຄ້າ​ມະ​ນຸດ ສະ​ເພາະ ແຕ່​ບັນ​ດາ​ ອົງ​ການ​ຈັດ​ຕັ້ງ​ ທີ່​ມີ​ຄວາມ ​ຊ່ຽວ​ຊານ ດ້ານ​ການ​ຕ້ານ ​ການ ​ຄ້າ​ມະ​ນຸດ ຫາກ​​ໄດ້ ​ສະ​ແດງ ​ຄວາມ​ເປັນ​ຫ່ວງ ຢ້ານ​ວ່າ ​ຣັ​ຖ​ບານ ​ບໍ່ຮວມເອົາ​ຕົນ ​ເຂົ້າ​ຮ່ວມ ​ໃນ​ຂັ້ນ​ຕອນ​ ດັ່ງ​ກ່າວ.

ໃນ​ຊ່ວງ​ ຣາຍ​ງານ ​ສະ​ບັບ​ນີ້ ທາງ​ການ​ລາວ ຣາຍ​ງານ​ວ່າ ໄດ້​ສືບ​ສວນ​ ສອບ​ສວນ 56 ຄະ​ດີ​ ຜູ້​ຕ້ອງ​ສົງ​ສັຍ ​ຄ້າ​ມະ​ນຸດ ແລະ ໃນ​ນັ້ນ ໄດ້​ສົ່ງ 24 ຄະ​ດີ ​ເພື່ອ​ຟ້ອງ​ຮ້ອງ. ກໍ​ຣະ​ນີ ​ທີ່ ​ສານ ​ພິ​ຈາ​ຣະ​ນາ ມີ​ຣາຍ​ງານ​ວ່າ ມີ​ການ​ຕັດ​ສິນ ຜູ້​ກະ​ທຳ​ ຄວາມ​ຜິດ 35 ຄົນ ເພີ່ມ​ຂຶ້ນ​ຈາກ​ ທີ່​ມີ 18 ​ຄົນ​ ໃນ​ຊ່ວງ​ ຣາຍ​ງານ ​ປີກ່ອນ. ຣັ​ຖ​ບານ​ລາວ ບໍ່​ໄດ້​ເວົ້າ​ເຖິງ ​ຣາຍຣະອຽດ ເນື້ອຫາ ຂອງຄະດີ ​​ເຫລົ່າ​ນີ້ ຫລື​ ໃຫ້​ຣາຍ​ ຣະ​ອຽດ​ໃດໆ ກ່ຽວ​ກັບ​ ການ​ລົງ​ໂທດ ຜູ້​ກະ​ທຳ​ຜິດ ​ຄົນ​ໃດ​ເລີຍ. ສື່ມວນ​ຊົນ ຣາຍ​ງານ ແລະ​ ຂໍ້​ມູ​ລ ​ຈາກ​ອົງ​ການ ​ຈັດ​ຕັ້ງ​ ສາ​ກົ​ລ​ຕ່າງໆ ບອກວ່າ ຢ່າງ​ໜ້ອຍ​ມີ 5 ກໍ​ຣະ​ນີ ທີ່​ກ່ຽວ​ຂ້ອງ ​ກັບ ​ຜູ້​ເຄາະ​ຮ້າຍ ​ຊາວ​ລາວ ທີ່ ​ຖືກ​ຂູດ​ຮີດ​ ຢູ່​ໄທ ແລະ ​ກຸ່ມ​ຄົນ​ທີ່​ກະ​ທຳ​ ຄວາມ​ຜິດ ຖືກ​ຕັດ​ສິນ​ໂທດ ​ຈຳ​ຄຸກ 15 ປີ​ ຫລື​ ຫລາຍກວ່າ​ ນັ້ນ. ຣັ​ຖ​ບານ​ລາວ ບໍ່​ສາ​ມາດ​ ຮວບ​ຮວມ​ ຂໍ້​ມູ​ນ ​ກ່ຽວ​ກັບ​ ຄວາມ ​ພ​ຍາ​ຍາມ ບັງ​ຄັບ​ ໃຊ້​ກົດ​ໝາຍ ​ຕ້ານ​ການ ​ຄ້າ​ມະ​ນຸດ. ຂັ້ນ​ຕອນ ​ດຳ​ເນີນ​ງານ​ຂອງ​ສານ ກໍ​ຂາດ​ຄວາມ ​ໂປ່ງ​ສັຍ ແລະ​ ຂໍ້​ມູ​ນ​ ຣາຍ​ຣະ​ອຽດ ທີ່ ​ບັນ​ທຶກ​ໄວ້ ​ກໍ​ບໍ່​ພຽງ​ພໍ ແລະ​ ພາກ​ສ່ວນ​ ຕຸ​ລາ​ການ​ ຂອງ​ລາວ ກໍ​ຍັງ​ອ່ອນ​ແອ ​ແລະ ​ບໍ່​ມີ ​ປະ​ສິດ​ທິ​ພາບ.

ການ​ຝຶກ ​ອົບ​ຮົມ​ ທີ່​ໄດ້​ຮັບ​ທຶນ ​ຊ່ວຍ​ເຫລືອ ຈາກ​ຜູ້ ​ບໍ​ຣິ້​ຈາກ ເຂົ້າ​ເຖິງ ​ເຈົ້າ​ໜ້າ​ທີ່ ​ທ້ອງ​ຖິ່ນ​ໄດ້ ​ຢ່າງ​ໜ້ອຍ 244 ຄົນ. ຣັ​ຖ​ບານ​ລາວ ຣາຍ​ງານ​ວ່າ ໄດ້​ສືບ​ສວນ ​ສອບ​ສວນ ຮ່ວມ​ກັບ ​ຣັ​ຖ​ບານ​ ມາ​ເລ​ເຊັຽ ຈີນ ແລະ​ໄທ. ການ​ສໍ້​ຣາ​ສ ​ບັງ​ຫລວງ ຍັງ​ເປັນ ​ບັນ​ຫາ​ ບໍ່​ຈົບ​ສິ້ນ ​ໃນ​ລາວ. ພ້ອມ​ດຽວ​ກັນ ການ​ທີ່​ ປະ​ຊາ​ຊົນ ຍັງ​ມີ​ຄວາມ ​ລັ່ງ​ເລ​ໃຈ​ຢູ່ ໃນ​ການ ​ເຮັດ​ວຽກ​ ກັບ ​ເຈົ້າ​ໜ້າ​ທີ່ ​ຕຳ​ຣວດ ແລະ​ ອາ​ໄສ​ ການ​ໄກ່​ເກັ່ຽ ນ​ອກ​ສານ ກໍ​ເປັນ ​ອຸ​ປ​ສັກ ກີດ​ຂວາງ ຄວາມ​ສາ​ມາດ​ ຂອງ ​ທາງ​ການ​ລາວ ໃນ​ການ ​ສືບ​ສວນ​ຄະ​ດີ ​ຄ້າ​ມະ​ນຸດ ທັງ​ພາຍ​ໃນ ຫລື ​ຂ້າມ​ຊາຍ​ແດນ ຢ່າງ​ມີ ​ປະ​ສິດ​ທິ​ພາບ.

ອົງ​ການ ​ຕ້ານ​ການ ​ຄ້າ​ມະ​ນຸດ ຕ່າງ ​ກໍ​ຣາຍ​ງານ​ວ່າ ເຈົ້າ​ໜ້າ​ທີ່ ​ທ້ອງ​ຖິ່ນ​ ຈຳ​ນວນ​ນຶ່ງ ຮັບ​ເງິນ ເພື່ອ ​ອຳ​ນວຍ ​ຄວາມ​ສະ​ດວກ ​ໃນ​ການ ​ເຂົ້າ​ເມືອງ ຫລື​ ຂົນ​ສົ່ງ ​ແມ່​ຍິງ​ລາວ ​ໄປ​ໄທ. ຣ​ັ​ຖ​ບານ​ລາວ ບ​ໍ່​ໄດ້ ​ຣາຍ​ງານ​ການ​ສືບ​ສວນ ​ສອບ​ສວນ ​ໃດໆ ຫລື​ ການ​ກ່າວ​ໂທດ​ ເຈົ້າ​ໜ້າ​ທີ່ ທີ່ ສົມ​ຮູ້ ​ຮ່ວມ​ຄິດ ໃນ​ການ ​ຄ້າ​ມະ​ນຸດ ຫລື ​ການ​ເຄື່ອນ​ໄຫວ ​ທີ່ ​ກ່ຽວ​ຂ້ອງ ກັບ​ການ ​ຄ້າ​ມະ​ນຸດ ໃນ​ຊ່ວງ​ປີ​ ຣາຍ​ງານ ​ນີ້. ມາ​ຮອດ​ໜີ້ ກໍ​ຢາກ ​ຂໍ​ທົບ​ທວນ ​ຄຳ​ເວົ້າ​ ຂອງ ​ທ່ານ ຈອນ​ ແຄ​ຣີ ​ຕື່ມ​ຕອນ​ນຶ່ງ ທີ່​ກ່າວ​ມື້​ ເປີດ ​ຣາຍ​ງານ:

"ນັບເປັນເວລາຫລາຍປີແລ້ວ ທີ່ພວກເຮົາ ຮູ້ວ່າ ອາຍາກັມນີ້ ສົ່ງຜົກະທົບ ຕໍ່ທຸກປະເທດ ໃນທົ່ວໂລກ ຮວມທັງປະເທດຂອງພວກເຮົາ ພວກເຮົາ ແມ່ນບໍ່​​ຖືກຍົກເວັ້ນ ມີຫລາຍກວ່າ 20 ລ້ານຄົນ ເປັນຜູ້ເຄາະຮ້າຍ ຈາກການ ຄ້າມະນຸດ ນີ້ເປັນການຄາດຄະເນ ທີ່ຕ່ຳ ແລະ ສະຫະຣັ ກໍເປັນ ຜູ້ທຳອິດທີ່ຮັບຮູ້ ແຕ່ບໍ່ມີ ຣັບານປະເທດໃດ ບໍ່ມີຢູ່ ເຂດໃດເລີຍ ທີ່ ດຳເນີນການ ຢ່າງພຽງພໍ ພວກເຮົາ ພວມຍາຍາມ ບາງປະເທດຍາຍາມ ບໍ່ພຽງພໍ ບາງປະເທດ ກໍ ຍາຍາມຫລາຍ ແລະພວກເຮົາ ຈຳເປັນຕ້ອງຍາຍາມ ຫລາຍຂຶ້ນຕື່ມ ແລະ ດຳເນີນການ ຫລາຍຂຶ້ນ.

ໃນ​ຣາຍ​ງານ ​ປະ​ຈຳ​ປີ 2014  ທາງ ​ກະ​ຊວງ​ ການ​ຕ່າງ ​ປະ​ເທດ ​ສະ​ຫະ​ຣັ​ດ ໄດ້​ມີ​ຂໍ້​ ແນະ​ນຳ ​ສຳ​ລັບ ​​ຣັ​ຖ​ບານ ສ​ປ​ປ​ລາວ ເພື່ອ​ປັບ​ປຸງ​ ການ​ຕ້ານ​ ການ​ ຄ້າ​ມະ​ນຸດ ໃຫ້​ດີ​ຂຶ້ນ ດັ່ງ​ນີ້:

ໃຫ້​ຮວມ ​ເອົາ​ອົງ​ການ​ ຈັດ​ຕັ້ງ ທີ່​ມີ ​ຄວາມ​ຊ່ຽວ​ຊານ ເຂົ້າ​ໃນ​ການ ​ຮ່າງ​ກົດ​ໝາຍ​ ວ່າ​ດ້ວຍ ການ​ຕ້ານ​ການ ​ຄ້າ​ມະ​ນຸດ ໃນ​ ທຸກ​ຂັ້ນ​ຕອນ ​ຂອງ​ການ​ຮ່າງ. ໃຫ້​ ດຳ​ເນີນ​ການ ​ຣະ​ບຸ​ໂຕ​ ຜູ້​ເຄາະ​ຮ້າຍ ​ຢ່າງ​ເປັນ ​ທາງ​ການ ແລະ ​ຝຶກ​ອົບ​ຮົມ​ ເຈົ້າ​ໜ້າ​ທີ່ ​ຕຳ​ຣວດ ແລະ​ ເຈົ້າ​ໜ້າ​ທີ່​ ຊາຍ​ແດນ ໃຫ້​ສາ​ມາດ ​ຣະ​ບຸ ​ຜູ້​ເຄາະ​ຮ້າຍ​ ໄດ້ ຢ່າງ​ ເປັນ​ຣະ​ບົບ ແລະ​ ສົ່ງ​ພວກ​ເຂົາ​ເຈົ້າ ​ໃຫ້​ພາກ​ສ່ວນ ​ທີ່ໃຫ້​ ການ​ຊ່ວຍ​ເຫລືອ ໂດຍ​ສະ​ເພາະ ​ພວກ​ຄົນ​ງານ ​ທີ່​ຖືກ​ ສົ່ງ​ກັບ​ຄືນ ຈາກ​ ປະ​ເທດ​ໄທ ແລະ ​ຜູ້​ເຄາະ​ຮ້າຍ ພາຍ​ໃນ ​ປະ​ເທດ​ລາວ ​ເອງ. ໃຫ້​ພັ​ທ​ນາ ​ຖານ​ຂໍ້​ມູ​ລ database ໂດຍ​ໄດ້​ຮັບ ​ການ​ຊ່ວຍ​ເຫລືອ ​ຈາກ ອົງ​ການ ຄູ່​ຮ່ວມ ​ນາໆ​ຊາດ ເພື່ອ​ຮວບ​ຮວມ ​ຂໍ້​ມູ​ລ ​ກິ​ຈ​ກັມ ຂອງ​ ຣັ​ຖ​ບານ ຕ້ານ​ການ ​ຄ້າ​ມະ​ນຸດ​ ແລະ ​ແລກ​ປ່ຽນ ​ຂໍ້​ມູນ​ ນັ້ນ​ກັບ ​ພາກ​ສ່ວນ​ຕ່າງໆ ທີ່​ກ່ຽວ​ຂ້ອງ. ​ເພິ່ມ​ທະ​ວີ ​ຄວາມ​ພ​ຍາ​ຍາມ ແກ້​ໄຂ ​ບັນ​ຫາ ​ການ ​ຄ້າ​ມະ​ນຸດ ຢູ່​ພາຍ​ໃນ ​ລາວ ຊຶ່ງ​ມີ​ຮວມ​ທັງ ​ເດັກ​ນ້ອຍ ທີ່ ​ຖືກ​ຕົກ​ສູ່​ການ ​ຄ້າ​ທາງ​ເພດ ຮວມ​ເຖິງ ​ພວກ​ຄົນ​ ວັຍ​ໜຸ່ມ​ ແລະ ​ເດັກ​ນ້ອຍ ທີ່​ຖືກ​ບັງ​ຄັບ ​ໃຫ້ໃຊ້​ແຮງ​ງານ ໃນ​ພາກ ​ການ​ກະ​ເສດ ເພື່ອ​ການ​ຄ້າ ໂດຍ​ຣະ​ບຸ​ໂຕ ​ແລະ ​ໃຫ້​ການ​ຊ່ວຍ​ເຫລືອ ແກ່​ຄົນ​ລາວ ​ທີ່​ຖືກ​ ຄ້າ​ມະ​ນຸດ​ ຢູ່​ພາຍ​ໃນ​ລາວ ແລະ ດຳ​ເນີນ​ຄະ​ດີ ​ພວກ​ຄົນທີ່​ ກະ​ທຳ​ ຄວາມ​ຜິດ ເຫລົ່າ​ນີ້. ໃຫ້​ຮັບ​ຜ່ານ ​ບັນ​ທຶກ ​ຄວາມ​ເຂົ້າ​ໃຈ MOU ກັບ​ອົງ​ການ​ ຈັດ​ຕັ້ງ ​ທີ່​ບໍ່​ສັງກັດ ​ຣັ​ຖ​ບານ ແລະ ​ອົງ​ການ​ສາ​ກົ​ລ ​ຕ່າງໆ ໃຫ້ໄວ​ຂຶ້ນ ເພື່ອ​ ​ພວກ​ເຂົາ​ເຈົ້າ ຈະ​ສາ​ມາດ ​ໃຫ້​ການ ​ຊ່ວ​ຍ​ເຫລືອ​ ແກ່ ​ຜູ້​ເຄາະ​ຮ້າຍ​ໄດ້. ໃຫ້​ເພີ່ມ​ຣາຍ​ຈ່າຍ ​ໂດຍ​ລວມ ຂອງ​ ຣັ​ຖ​ບານ​ ໃນ​ການ​ ບໍ​ຣິ​ການ​ ຜູ້​ເຄາະ​ຮ້າຍ ແລະ​ ໃນ​ການ ​ໂຄ​ສະ​ນາ ເຕືອນ​ເຖິງ​ພັຍ​ ອັນ​ຕ​ຣາຍ ​ຂອງ​ການ ​ຄ້າ​ມະ​ນຸດ. ໂດຍ​ ຮ່ວມ​ກັບ​ ອົງ​ການ ​ທ້ອງ​ຖິ່ນ​ ແລະ​ສາ​ກົ​ລ ໃຫ້ເພີ່ມ​ແຫລ່ງ​ ຊັ​ພ​ຍາ​ກອນ ແລະ​ ການ​ຝຶກ​ ອົບ​ຮົມ ​ວິ​ຊາ​ຊີບ ເພື່ອ​ສ​ນັບ​ສ​ນູນ ຜູ້​ເຄາະ​ຮ້າຍ ຮວມ​ທັງ ​ທີ່​ເປັນ​ຜູ້​ຊາຍ ໃນ​ການ ກັບ​ຄືນ​ສູ່ ​ຊຸມ​ຊົນ ​ບ້ານ​ເກີດ. ໃຫ້​ຫລຸດຜ່ອນ ​ຄວາມ​ຕ້ອງ​ການ​ ການ​ທ່ອງທ່ຽວ ​ທີ່​ສ​ແວງ​ຫາ​ ເຣື່ອງ​ເພດ ໂດຍ​ ໂຄ​ສະ​ນາ ​ເຕືອນ ຕາມ​ ສະ​ຖານ​ທີ່ ​ເປົ້າ​ໝາຍ ແລະ​​ ປະ​ຕິ​ບັດ ​ການລົງ​ໂທດ​ ອາ​ຍາ. ໃຫ້​ ພ​ຍາ​ຍາມ​ ຫລາຍ​ຂຶ້ນ​ ໃນ​ການ ​ປາບ​ປາມ​ ເຈົ້າໜ້າ​ທີ່ ທີ່ ​ສົມ​ຮູ້​ຮ່ວມ​ຄິດ ໂດຍ​ສະ​ເພາະ ​ໃນ​ຂັ້ນ ​ທ້ອງ​ຖີ່ນ ແລະ​ ລົງ​ໂທດ​ ເຈົ້າ​ໜ້າ​ທີ່ ທີ່​ກ່ຽວ​ຂ້ອງ ​ກັບ​ການ ​ຄ້າ​ມະ​ນຸດ.

ນັ້ນ​ຄື​ ຣາຍ​ງານ​ ປະ​ຈຳ​ປີ 2014 ກ່ຽວ​ກັບ ​ການ​ຕ້ານ​ການ ​ຄ້າ​ມະ​ນຸດ ສ່ວນ​ໜຶ່ງ ຂອງ​ ກະ​ຊວງ ​ການ ​ຕ່າງ​ປະ​ເທດ ສະ​ຫະ​ຣັ​ດ ຊຶ່ງ​ໄດ້​ຈັດ ​ໃຫ້ ​ສ​ປ​ປ​ລາວ ຢູ່​ໃນ​ກຸ່ມ​ທີ 2 ໃນ​ຄວາມ ​ພ​ຍາ​ຍາມ ​ຕ້ານ​ການ ​ຄ້າ​ມະ​ນຸດ ຈາກ​ ທັງ​ໝົດ 3 ກຸ່ມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.