ສັມພາດ ຕັອດ ວີລູນາ (ຕໍ່)
2017.07.12

ແມ່ຍິງລາວ ນະຄອນຫລວງວຽງຈັນ ທີ່ ມີຊີວິດ ເປັນນັກຮ້ອງ ນັກໂຄສະນາ ພິທີກອນ ນາງແບບ ໄດ້ກ້າວເຂົ້າສູ່ ວົງການບັນເທິງ ແລະ ກາຍມາເປັນທັງ ນັກສະແດງ ທີ່ໂດດເດັ່ນ ໃນພາພຍົນ ເຣື່ອງດັງ ເຣື່ອງນຶ່ງ ຂອງລາວນັ້ນ ບໍ່ແມ່ນໃຜອື່ນໄກ ຫາກເປັນ Tot Lina ຫລື Vilouna Phetmany ນັ້ນເອງ.
ໃນການໃຫ້ສັມພາດ RFA Tot Lina ເວົ້າວ່າ ນາງເລີ່ມເຂົ້າສູ່ວົງການບັນເທິງ ມາຕັ້ງແຕ່ ຕອນມີອາຍຸ 17-18 ປີ ຍ້ອນມີຄວາມຮັກ ແລະ ຜ່ານການຮຽນຮູ້ ແລະ ປະສົພການ ຂອງຕົນເອງ ແລະຄົນອື່ນໆ ແລະ ເລີ່ມຈາກນ້ອຍ ຄ່ອຍໆຂຍາຍໂຕກ້າວຂຶ້ນ ໂດຍບໍ່ໄດ້ຜ່ານ ໂຮງຮຽນ ໃນດ້ານນີ້ເລີຍ. ແລະ ກ່ອນຈະກ້າວມາເຖິງຈຸດທີ່ເປັນຢູ່ ໃນຂນະນີ້ ໃນວົງການບັນເທິງ ຂອງລາວ ບໍ່ແມ່ນ ເຣື່ອງງ່າຍ ພໍປານໃດ.
ນາງຕ້ອງໄດ້ພັທນາ ຕົນເອງຢູ່ຕລອດ ດ້ວຍການສັງເກດ ແລະຮຽນຮູ້ຈາກ ຜູ້ທີ່ມີ ປະສົພການຕ່າງໆ ທັງຢູ່ພາຍໃນ ແລະ ນອກປະເທດ ແລະນັ້ນກໍເປັນ ສ່ວນນຶ່ງ ທີ່ຊ່ວຍໃຫ້ ນາງ ກ້າວມາເຖິງຈຸດ ທີ່ນາງເປັນຢູ່ ໃນປັດຈຸບັນ ແລະ ກໍປາກົດວ່າ ຕັອດ ບໍ່ປ່ອຍໃຫ້ ຕົນເອງ ຫວ່າງງານເລີຍ.
ຫລັງຈາກສະແດງເປັນດາຣານໍາ ໃນພາພຍົນ ເຣື່ອງ ‘ນ້ອງຮັກ’ ຊຶ່ງເປັນເຣື່ອງທໍາອິດ ຊຶ່ງແມ່ຍິງລາວ-ອະເມຣິກັນ ເປັນຜູ້ສ້າງຂຶ້ນ ແລະ ກໍປາກົດວ່າ ຈະມີພາພຍົນ ເຣື່ອງໃໝ່ ຕໍ່ໄປອີກ ສໍາລັບນາງ: ສຽງ1....
ໃນຕອນທ້າຍຂອງການສັມພາດ ຕັອດ ຍັງຂໍຝາກເນື້ອຝາກໂຕ ໄວ້ກັບທ່ານຜູ້ຟັງ ທັງຫລາຍ ຕລອດເຖິງມິດຮັກ ແຟນວົງການບັງເທິງ ຂອງລາວ ນໍາດ້ວຍ: ສຽງ2..
Tot Lina ຫລື Vilouna Phetmany ປັດຈຸບັນ ຍັງສຶກສາຢູ່ ມະຫາວິທຍາລັຍ Lao-America ຝ່າຍບໍຣິຫານ ທຸຣະກິດ ໃນຂນະດຽວກັນ ກໍພຍາຍາມເຮັດວຽກ ໃນວົງການບັນເທິງ ໃຫ້ເປັນວຽກງານຫລັກ ຂອງຕົນໄປ ພ້ອມໆກັນ.