ສັມພາດ ຕັອດ ວີລູນາ

ມະນີຈັນ
2017.06.27
f-tot ຕັອດ ວີລູນາ ດາຣານັກຮ້ອງ ນັກໂຄສະນາ ແລະ ເປັນນາງແບບ ທີ່ມີຊື່ສຽງຂອງລາວ
Public Domain/starnow

ພາພຍົນລາວ ທີ່ຜູ້ຄົນໃຫ້ຄວາມສົນໃຈຫລາຍຂຶ້ນ ໃນປັດຈຸບັນ ທັງຢູ່ພາຍໃນລາວ ແລະ ຕ່າງປະເທດ ໂດຍສະເພາະ ຢູ່ໄທນັ້ນ ຄືເຣື່ອງ “ນ້ອງຮັກ” ຊຶ່ງສ້າງໂດຍ ແມ່ຍິງ ລາວ-ອາເມຣິກັນ ແລະມີ ຕັອດ ວີລູນາ ຊຶ່ງເປັນດາຣາ ນັກຮ້ອງ ນັກໂຄສະນາ ແລະທັງ ເປັນນາງແບບ ທີ່ມີຊື່ສຽງ ຂອງລາວ ສະແດງເປັນ ຕົວລະຄອນເອກ ຂອງເຣື່ອງ ແລະກໍເປັນເຣື່ອງ ທໍາອິດ ທີ່ ນາງສະແດງ ຊຶ່ງຕ້ອງສະແດງ ບົດບາດ ໃຫ້ສົມຈິງສົມຈັງ ໃນແຕ່ລະສາກ ທີ່ນາງຫລິ້ນ ຊຶ່ງມີຮວມທັງ ສາກທີ່ຍາກ ທີ່ນາງຕ້ອງໄດ້ ເຮັດວຽກບ້ານ ຫລື ຊ້ອມໜັກ ເພື່ອບໍ່ໃຫ້ທ່ວງ ເວລາ ໃນການຖ່າຍທໍາ. ຕ້ອດ ເວົ້າເຖິງພາພຍົນ ເຣື່ອງນີ້ ໂດຍເລີ່ມຈາກ ຕົວລະຄອນ ສໍາຄັນ: .ຖາມ-ຕອບ.

ພາພຍົນເຣື່ອງ “ນ້ອງຮັກ” ຖືກນໍາອອກສາຍ ທີ່ໂຮງຊີເນມາສູນການຄ້າ Central World ບາງກອກປະເທດໄທ ໃນຖານະເປັນສ່ວນນຶ່ງ ຂອງພາພຍົນ ທີ່ຖືກສາຍໃນເທສການ ພາພຍົນ ຢູ່ບາງກອກ 2017 ເມື່ອ ເດືອນເມສາ ກ່ອນທີ່ຈະຖືກນໍາ ອອກສາຍ ໃນໂຮງພາພຍົນ ທົ່ວໄປ ຢູ່ບາງກອກ ເມື່ອວັນທີ 18 ພຶສພາ ແລະຕໍ່ມາ ກໍຖືກນໍາອອກສາຍ ທີ່ໂຮງພາພຍົນ ຢູ່ ນະຄອນຫລວງວຽງຈັນ ແລະ ປາກເຊ ພາກໃຕ້ ຂອງລາວ.

ຕາມຄໍາເວົ້າຂອງ ຕັອດ ວີລູນາ ຫລື ລີລູນາ ເພັດມານີ: ຢູ່ລາວບໍ່ຄ່ອຍມີໜັງ ເຣື່ອງຜີ ຫລືເຣື່ອງທີ່ໜ້າຢ້ານກົວ. ສ່ວນໃຫຍ່ ຈະເປັນເຣື່ອງ ທີ່ມີເນື້ອຫາໄປ ທາງບັນເທິງ ຊວນຫົວ ແລະ ຄວາມຮັກ ຫລາຍກວ່າ. ໜັງເຣື່ອງຜີ ຕ້ອງມີ ເທັກນິກ ທີ່ນໍາໜ້າ ຫລາຍກວ່າ.

ນາງເວົ້າວ່າຊາວລາວ ມີພອນສະຫວັນ ມີຄວາມຮູ້ ຄວາມສາມາດ ໃນການສະແດງ ແຕ່ຮູ້ສຶກວ່າ ຕ້ອງໄດ້ປັບປຸງ ແລະ ພັທນາຕົນເອງ ຕື່ມອີກ ຢ່າງບໍ່ຢຸດຢັ້ງ.

ຂ້າພະເຈົ້າ ມະນີຈັນ ທີ່ນະຄອນຫຼວງວໍຊິງຕັນ ດີຊີ ໄດ້ສັມພາດ ຕັອດ ວີລູນາ ເມື່ອວັນທີ 20 ພຶສພາ 2017 ຜ່ານທາງໂທຣະສັບ ຈາກ ນະຄອນຫລວງວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.