ເຣື້ອງທີ່ເກັບບັນທຶກໄວ້
2022-06-15
ຄຣູອາສາສມັກ ທ່ານນຶ່ງ ທີ່ສອນຢູ່ໂຮງຮຽນປະຖົມ ບ້ານດົງຄັນຈ້ອງ ເມືອງຊົນນະບູຣີ ແຂວງສວັນນະເຂດ ໄດ້ 8 ປີ ໂດຍທີີ່ບໍ່ໄດ້ຮັບເງິນເດືອນ ຫຼື ເງິນອຸດໝູນໃດໆ ຕັດສິນໃຈລາອອກ ເພື່ອໄປປະກອບອາຊີບອື່ນ ຍ້ອນບໍ່ໄດ້ຮັບໂອກາດ ເຂົ້າເປັນຣັຖກອນຄຣູໃນປີນີ້.
2022-06-14
ຕໍາຣວດໄທຍ ຈັບເຄືອຂ່າຍ ຄ້າອາວຸດປືນເຖື່ອນ ຂ້າມຊາດ ໄດ້ 16 ຄົນ, ໃນນັ້ນ ນາງຝ້າຍ ອາຍຸ 32 ປີ ແມ່ຍິງລາວ ທີ່ມີສ່ວນຮ່ວມ ໃນຂບວນການ ໂດຍເຈົ້າໜ້າທີ່ສາມາດ ຍຶດປືນເຖື່ອນ ໄດ້ທັງໝົດ 100 ກະບອກ ສ່ວນແມ່ຍິງລາວດັ່ງກ່າວ ຈະຖືກດຳເນີນຄະດີ ຕາມກົດໝາຍໄທຍ.
2022-06-06
ໂຄຕ້າຣ໌ ການບັນຈຸອັດຕຣາ ຄຣູເຂົ້າເປັນຣັຖກອນ ໜ້ອຍລົງທຸກປີ ເຮັດໃຫ້ຈຳນວນຄຣູອາສາ ທີ່ບໍ່ໄດ້ຮັບເງິນເດືອນເພີ່ມຂຶ້ນ ຫຼືຕົກຄ້າງຈາກການ ບັນຈຸເປັນຣັຖກອນ, ສ່ວນໃນປີ 2022 ນີ້ ມີການຮັບ ແລະບັນຈຸຄຣູເປັນຣັຖກອນ ໃນທົ່ວປະເທດ ມີພຽງແຕ່ 318 ຄົນເທົ່ານັ້ນ.