ແມ່ຍິງລາວ ຖືກຈັບຢູ່ໄທຍ ຂໍ້ຫາ ຄ້າປືນເຖື່ອນ

ສຸພັດຕາ
2022.06.14
ແມ່ຍິງລາວ ຖືກຈັບຢູ່ໄທຍ ຂໍ້ຫາ ຄ້າປືນເຖື່ອນ ເຈົ້າໜ້າທີ່ ນຳເອົາອາວຸດປືນ ທີ່ຍຶດໄດ້ຈາກເຄື່ອຂ່າຍ (ເບລ 1,000 ກະບອກ), ສ່ວນນຶ່ງມາສແດງໃນການຖແລງຂ່າວ ການຈັບກຸມ ວັນທີ 13 ມິຖຸນາ 2022.
ຮູບພາບ: ກອງບັນຊາການ ຕຳຣວດສອບສວນກາງ (ໄທຍ)

ໃນວັນທີ່ 13 ມິຖຸນາ 2022 ທີ່ຜ່ານມາ ຕໍາຣວດໄທຍ ຖແລງຂ່າວວ່າ ໃນໄລຍະຜ່ານມາ ໄດ້ມີການກວດຄົ້ນ ເພື່ອຈັບເຄືອຂ່າຍ ຄ້າອາວຸດປືນເຖື່ອນຂ້າມຊາດ ທີ່ມີຂບວນການ ລັກລອບຄ້າຂາຍກັນມາດົນນານແລ້ວ ເຊິ່ງສາມາດຈັບຜູ້ຕ້ອງຫາ ໄດ້ 16 ຄົນ, ໃນນີ້ ມີແມ່ຍິງລາວ 1 ຄົນ ມີສ່ວນຮ່ວມໃນຂບວນການ ຊື່ນາງຝ້າຍ ອາຍຸ 32 ປີ ສ່ວນທີ່ເຫຼືອ 15 ຄົນ ແມ່ນເປັນຄົນໄທຍ ໂດຍເຈົ້າໜ້າທີ່ສາມາດຍຶດປືນເຖື່ອນໄດ້ທັງໝົດ 100 ກະບອກ, ມີຈໍານວນ 35 ກະບອກ ຈະສົ່ງຂ້າມໄປປະເທດລາວ ເຊິ່ງອາວຸດປືນດັ່ງກ່າວນີ້ ກຸ່ມເຄືອຂ່າຍຄົນໄທຍດັ່ງກ່າວ ໄດ້ນໍາເຂົ້າຈາກຕ່າງປະເທດ ໂດຍບໍ່ຮູ້ວ່ານໍາເຂົ້າມາຈາກປະເທດໃດ ແລະບໍ່ມີການລົງທະບຽນແບບຖືກຕ້ອງ ເຊິ່ງເຈົ້າໜ້າທີ່ກໍາລັງສືບສວນ-ສອບສວນ ແລະຂຍາຍຜົລຕໍ່.

ດັ່ງເຈົ້າໜ້າທີ່ຕໍາຣວດໄທຍ ທີ່ກ່ຽວຂ້ອງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 14 ມິຖຸນາ ນີ້ວ່າ:

“ສຸລະການກອນໜອງຄາຍ ເຂົາເຄີຍຈັບອາວຸດປືນໄດ້ ບໍ່ແມ່ນອາວຸດສົງຄາມນ່າ ຂນາດ .22 ສາມສິບຫ້າກະບອກ ກ່ອນຂ້າມໄປປະເທດເພື່ອນບ້ານ ເປັນປືນຕ່າງປະເທດທັງໝົດ ຮ້ານປືນຊື້ເຂົ້າມາຂາຍ ແລ້ວກໍສົ່ງຕໍ່ ຫຼືອາຈແຝງໂຕໃນຕລາດມືດ ພໍຊື້ປືນໄດ້ແລ້ວໆ ບໍ່ເອົາປືນໄປຂຶ້ນທະບຽນ ມັນກໍຄືກັບຣົຖທີ່ຊື້ມາ ແລ້ວບໍ່ມີປ້າຍທະບຽນ ມັນກໍກວດສອບບໍ່ໄດ້.”

ສໍາລັບນາງຝ້າຍ ທີ່ເປັນຄົນລາວນີ້ ເປັນຜູ້ຕ້ອງຫາຕາມໝາຍຈັບ ຂອງສານອາຍາ ຄະດີສໍ້ຣາສບັງຫຼວງ ແລະປະພຶດໂຕບໍ່ດີ ໃນຖານສນັບສນູນພະນັກງານ ຮ່ວມກັນຈໍາໜ່າຍອາວຸດປືນ ເຄື່ອງກະສຸນປືນ ສໍາລັບການຄ້າຂາຍ ແລະຮ່ວມກັນ ສົ່ງອາວຸດປືນອອກນອກຣາຊອານາຈັກ ໂດຍບໍ່ໄດ້ຮັບອະນຸຍາດ ແລະຍັງຖືກໝາຍຈັບຂອງສານອາຍາ ໃນຖານຄວາມຜິດ ຮ່ວມກັນຟອກເງິນອີກນໍາດ້ວຍ ແລະແມ່ຍິງລາວຄົນນີ້ ຈະຕ້ອງຖືກດໍາເນີນຄະດີ ຕາມກົດໝາຍໄທຍ.

ອີງຕາມກົດໝາຍໄທຍ ມາດຕຣາ 24 ຜູ້ທີ່ຄອບຄອງປືນເຖື່ອນ, ຜູ້ຂາຍ ຕ້ອງຖືກໂທດຈໍາຄຸກ ຕັ້ງແຕ່ 2-20 ປີ, ປັບໃໝຕັ້ງແຕ່ 4,000-40,000 ບາດ, ສ່ວນຜູ້ຊື້ ມີຄວາມຜິດມາດຕຣາ 7 ຕ້ອງຖືກໂທດຈໍາຄຸກ ຕັ້ງແຕ່ 1-10 ປີ ແລະຖືກປັບໃໝ ຕັ້ງແຕ່ 2,000-20,000 ບາດ.

ຂະນະທີ່ ເຈົ້າໜ້າທີ່ຕໍາຣວດລາວ ທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ທີ່ຂໍສງວນຊື່ ແລະຕໍາແໜ່ງ ໄດ້ກ່າວວ່າ ໄດ້ຮັບຮູ້ເຖິງຂ່າວດັ່ງກ່າວແລ້ວ ແຕ່ກໍຍັງບໍ່ທັນໄດ້ຮູ້ຣາຍລະອຽດດີເທົ່າທີ່ຄວນ ແລະກ່ຽວກັບເຣື່ອງຄ້າອາວຸດປືນເຖື່ອນນີ້ ຂໍຢືນຢັນວ່າ ເຈົ້າໜ້າທີ່ຕໍາຣວດ, ທະຫານ ບໍ່ມີສ່ວນກ່ຽວຂ້ອງແນ່ນອນ ເພາະສ່ວນໃຫຍ່ແລ້ວ ພາກຣັຖຈະມີງົບປະມານໃຫ້ ແລະກໍຈັດຊື້ກັບບໍຣິສັດ ທີ່ຂຶ້ນກັບພາກຣັຖໂດຍຕຣົງ.

ດັ່ງທ່ານກ່າວວ່າ:

“ກະເບິ່ງຢູ່ ກະຍັງບໍ່ເຂົ້າໃຈວ່າ ມັນແມ່ນແນວໃດ ການທີ່ຈະນໍາອາວຸດເສິກເຂົ້າມາໄດ້ນີ້ ມັນຕ້ອງຜ່ານຣັຖບານ ມີແຜນງົບປະມານຂອງຣັຖບານຄັກແນ່ ຮັບບ່ອນນັ້ນບ່ອນນີ້ ຮັບປະກັນວ່າ ຈະບໍ່ມີເດັດຂາດເດີ້ ບ້ານເຮົາຖືວ່າ ມັນບໍ່ມີດອກ ຜູ້ທີ່ມີອິດທິພົລ ເຈົ້າມີເງິນລະເຈົ້າຊິໃຫຍ່ ເຈົ້າມີໜ້າທີ່ເຈົ້າຊິໃຫຍ່ ຜູ້ຄົນກໍສເມີພາບກັນ.”

ທ່ານກ່າວຕື່ມອີກວ່າ ການປາບປາມປືນເຖື່ອນນີ້ ທາງການລາວ ກໍມີກົດໝາຍຄຸ້ມຄອງມາໂດຍຕລອດ ໂດຍປະຊາຊົນທົ່ວໄປ ຈະບໍ່ສາມາດມີປືນໄວ້ໃນຄອບຄອງ ຖ້າຜູ້ໃດມີໄວ້ ຖືວ່າຜິດກົດໝາຍ ແລະຕ້ອງດໍາເນີນຄະດີ ຕາມກົດໝາຍທັນທີ ສ່ວນຜູ້ທີ່ຈະມີປືນໄວ້ໃນຄອບຄົງນັ້ນ ສ່ວນໃຫຍ່ຈະເປັນເຈົ້າໜ້າທີ່ຕໍາຣວດ, ທະຫານ ແລະກອງກໍາລັງທີ່ໄດ້ຮັບອະນຸຍາດເທົ່ານັ້ນ.

“ອີງຕາມຄໍາສັ່ງ ສະເພາະຂອງກະຊວງປ້ອງກັນຄວາມສະຫງົບເຮົາ ຕາມຜູ້ທີ່ມີເງື່ອນໄຂໃຫ້ຖືປືນ ມັນກໍມີເຈົ້າໜ້າທີ່ທະຫານ ຕໍາຣວດ ແລະກໍມີກໍາລັງເຈົ້າໜ້າທີ່ ອາດຊິລະບຸໄວ້ໃນກົດໝາຍ ບຸກຄົນຜູ້ໃດ ຫາກມີອາວຸດເສິກໄວ້ໃນຄອບຄອງ ໂດຍບໍ່ຖືກຕ້ອງ ກະຖືວ່າຜູ້ນັ້ນ ກໍໄດ້ຖືກດໍາເນີນຄະດີ ຕາມຂັ້ນຕອນຂອງກົດໝາຍ.”

ກ່ຽວກັບເຣື່ອງນີ້ ຊາວລາວທ່ານນຶ່ງ ໄດ້ກ່າວວ່າ ປັດຈຸບັນນີ້ ຜູ້ທີ່ຈະຄອບຄອງປືນໄດ້ ຕ້ອງໄດ້ຮັບອະນຸຍາດຈາກຂັ້ນເທິງເທົ່ານັ້ນ ຫາກແມ່ນບໍ່ໄດ້ຮັບອະນຸຍາດໃຫ້ຄອບຄອງປືນ ກໍຈະຖືກຈັບດໍາເນີນຄະດີຕາມກົດໝາຍທັນທີ ແລະຕົນເອງຄິດວ່າ ຜູ້ທີ່ລັກລອບນໍາປືນເຖື່ອນເຂົ້າມາຂາຍໃນລາວນີ້ ກໍໜ້າຈະມີຢູ່ ສ່ວນໃຫຍ່ເປັນພວກຄ້າ-ຂາຍຢາເສບຕິດ.

“ບໍ່ມີໜ້າທີ່ບໍ່ໄດ້ ຕໍາຣວດ ຄັນແມ່ນຂັ້ນນ້ອຍອິຫຍັງ ກະບໍ່ໄດ້ຄືກັນ ເຂົາບໍ່ໃຫ້ຖື ຄັນບໍ່ມີໜ້າທີ່ ເຂົາກະບໍ່ໃຫ້ຄືກັນໃດ໋ ບໍ່ຊື້ມີຂາຍເລີຍ ຖ້າໂຕຢາເສບຕິດ ມັນລັກຊື້ລັກຫຍັງຫັ້ນມີ ຖ້າວ່າເຂົາເຫັນກະບໍ່ໄດ້ເດ້ ເຂົາກໍລົງໄປເອົາໂລດແຫຼະ ປືນນີ້ເອົາມາແຕ່ໃສ ຖືກຕ້ອງ ຫຼືບໍ່ຖືກຕ້ອງຕາມລະບຽບບໍ່.”

ຊາວລາວອີກທ່ານນຶ່ງ ກໍກ່າວວ່າ ການລັກລອບນໍາເຂົ້າປືນເຖື່ອນ ມາຂາຍຢູ່ລາວນີ້ ຕົນເອງຄາດວ່າໜ້າຈາມີຢູ່ ບາງເທື່ອກໍບໍ່ແມ່ນແຕ່ນັກຄ້າ-ຂາຍຢາເສບຕິດ ອາຈມີເຈົ້າໜ້າທີ່ກ່ຽວຂ້ອງບາງຄົນ ຮ່ວມມືກັບຜູ້ຄ້າຂາຍປືນເຖື່ອນ ໂດຍໄດ້ເງິນເປັນສິ່ງຕອບແທນ ກໍໃຫ້ນໍາເຂົ້າມາລາວໄດ້.

“ມັນກໍບໍ່ກ່ຽວດອກ ມັນກໍຂຶ້ນຢູ່ກັບບຸກຄົນນັ້ນແຫຼ້ວ ເອົາປືນມານີ້ ບາງເທື່ອເຈົ້າໜ້າທີ່ ສວຍໃຊ້ໜ້າທີ່ເອົາເງິນກະມີ ມັນບໍ່ໄດ້ເຮັດວຽກເຕັມຮ້ອຍຫັ້ນນ່າ ມັນໃຫ້ຈັກພັນ ສອງພັນບາດນີ້ ມັນໄດ້ຊື່ໆເດ້ເງິນ ມັນກະປ່ອຍໄປ.”

ຢ່າງໃດກໍຕາມ ຜູ້ຕ້ອງຫາ ທັງ 16 ຄົນ ທີ່ເຈົ້າໜ້າທີ່ຕໍາຣວດໄທຍຈັບໄດ້ ໃນຂໍ້ຫາຂາຍອາວຸດປືນເຖື່ອນຂ້າມຊາດນີ້ ໃນນັ້ນ ທ້າວ ດນຸພົລ ຫຼື ເບລ ເຊິ່ງເປັນໂຕການໃຫຍ່ ທີ່ມີສາຍາວ່າ ເບລ 1,000 ກະບອກ ເຊິ່ງເປັນອະດີດນາຍບ້ານ ຢູ່ແຂວງຊົນບູຣີ ປະເທດໄທຍ ແລະຍັງມີເຈົ້າໜ້າທີ່ຣັຖ ທີ່ມີສ່ວນຮ່ວມກ່ຽວຂ້ອງອີກ 3 ຄົນນໍາດ້ວຍ.

ຜູ້ຕ້ອງຫາທັງໝົດ 16 ຄົນດັ່ງກ່າວນີ້ ຈະຖືກດໍາເນີນຄະດີຕາມຄວາມຜິດ ຮ່ວມກັນສົ່ງອອກອາວຸດປືນເຖື່ອນໄປນອກຣາຊອານາຈັກ ແລະຮ່ວມກັນມີອາວຸດປືນ ໄວ້ໃນຄອບຄອງ ໂດຍບໍ່ໄດ້ຮັບອະນຸຍາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.