ເຣື້ອງທີ່ເກັບບັນທຶກໄວ້
2022-04-29
ກອງທຶນຫຼຸດຜ່ອນ ຄວາມທຸກຍາກ ເປັນກອງທຶນ ທີ່ສນັບສນູນ ໃຫ້ເກີດໂຄງການຕ່າງໆ ເພື່ອຊ່ອຍໃຫ້ ແມ່ຍິງລາວ ສາມາດເບິ່ງແຍງ ລູກອ່ອນ ໃຫ້ມີສານອາຫານພຽງພໍ, ມີສຸຂພາບແຂງແຮງດີ ໂດຍສະເພາະກຸ່ມແມ່ຍິງ ທີ່ຢູ່ເຂດ ຊົນນະບົດຫ່າງໄກ ອີກຢ່າງນຶ່ງກອງທຶນຍັງໄດ້ ຊ່ອຍໃຫ້ຊາວບ້ານ ມີນ້ຳສະອາດໃຊ້ ຊຶ່ງກໍຊ່ອຍໃຫ້ລົດ ການເຈັບປ່ອຍ ໄດ້ໃນລະດັບນຶ່ງ ແລະເດັກນ້ອຍ ໃນໄວຮຽນ ໄດ້ເຂົ້າໂຮງຮຽນ.
2022-04-08
ສົກຮຽນປີນີ້ ຈຳນວນນັກຮຽນ ທີ່ອອກໂຮງຮຽນ ຫຼືປະລະການຮຽນ ເພີ່ມຂຶ້ນ ເກີນຄວາມຄາດໝາຍ ຂອງກະຊວງສຶກສາທິການ ແລະກິລາ, ສ່ວນສາຍເຫດ ຄາດວ່າຄວາມທຸກຍາກ ຂອງເດັກໃນໄວຮຽນ ທີ່ຢູ່ເຂດຫ່າງໄກສອກຫຼີກ ເປັນສາຍເຫດໃຫຍ່.
2022-04-07
ສາວຂາຍບໍຣິການທາງເພດ ຖືຶກເຈົ້າໜ້າທີ່ ສຶກສາອົບຮົມ ພ້ອມກັນນັ້ນ ເຈົ້າຂອງຮ້ານບັນເທີງ ທີ່ມີການຂາຍບໍຣິການ ໂສເພນີ ຍັງຖືກຂຶ້ນບັນຊີ, ດຳເນີນການລົງໂທດ ພ້ອມກັບເຮັດບົດບັນທຶກ ສຶກສາອົບຮົມ, ປັບໃໝ ແລະສັ່ງຫ້າມເປີດຮ້ານ ແອບແຝງ ຂາຍບໍຣິການ ທາງເພດອີກ.