ຈຳນວນນັກຮຽນ ທີ່ອອກໂຮງຮຽນ ເພີ່ມຂຶ້ນ ເກີນຄາດໝາຍ

ໄຊຍາ
2022.04.08
ຈຳນວນນັກຮຽນ ທີ່ອອກໂຮງຮຽນ ເພີ່ມຂຶ້ນ ເກີນຄາດໝາຍ ນັກຮຽນ ໃນໂຮງຮຽນແຫ່ງນຶ່ງ ໃນແຂວງ ອຸດົມໄຊ ເດືອນຕຸລາ 2021
ນັກຂ່າວ ພົລເມືອງ

ກະຊວງສຶກສາທິການ ແລະກິລາ ພົບວ່າສົກຮຽນປີ 2021-2022 ມີນັກຮຽນຊັ້ນປະຖົມ ທົ່ວປະເທດປະລະການຮຽນເພີ່ມຂຶ້ນ 8.6% ເມື່ອສົມທຽບໃສ່ສົກຮຽນປີຜ່ານມາ ມີນັກຮຽນຊັ້ນປະຖົມ ປະລະການຮຽນພຽງ 4.3% ໂດຍສະເພາະນັກຮຽນຊັ້ນ ປ.1 ໃນສົກຮຽນປີນີ້ ປະລະການຮຽນເຖິງ 10.2% ທຽບໃສ່ປີຜ່ານມາ, ຊັ້ນປະຖົມ ປ.1 ປະລະການຮຽນພຽງ 5.4%. ກະຊວງສຶກສາທິການ ແລະກິລາ ຍັງພົບອີກວ່າສົກຮຽນປີນີ້ ຊັ້ນມັທຍົມຕອນຕົ້ນ ທົ່ວປະເທດປະລະການຮຽນເພີ່ມຂຶ້ນ 13.5% ເມື່ອທຽບໃສ່ສົກຮຽນປີຜ່ານມາ, ຊັ້ນມັທຍົມຕົ້ນປະລະການຮຽນພຽງແຕ່່ 10.3%.

ສາເຫດທີ່ນັກຮຽນ ຊັ້ນປະຖົມແຕ່ ປ.1 ຫາ ມ.3 ປະລະການຮຽນຈຳນວນຫລາຍ ແລະເພີ່ມຂຶ້ນຈາກປີກ່ອນນັ້ນ. ກະຊວງສຶກສາທິການ ແລະກິລາ ພົບວ່າເປັນຍ້ອນການຈັດຕັ້ງ ປະຕິບັດຫລັກສູດການຮຽນ-ການສອນ ບໍ່ເປັນລະບົບ ແລະບໍ່ຕໍ່ເນື່ອງຮວມເຖິງການຮຽນ-ການສອນ ລະບົບທາງໄກ ຜ່ານລະບົບອີເລັກໂທຣນິກໄລຍະຜ່ານມາ ທີ່ມີການແຜ່ຣະບາດຂອງ ໂຄວິດ-19 ເຮັດໃຫ້ນັກຮຽນຈຳນວນນຶ່ງ ທີ່ຢູ່ຫ່າງໄກສອກຫລີກ ທີ່ມີຖານະທຸກຍາກບໍ່ມີໂທຣະສັບ, ຄອມພີວເຕີ ແລະ ຍັງມີຫລາຍທ້ອງຖິ່ນບໍ່ມີສັນຍານໂທຣະສັບ ຫລືອິນເຕີເນັດໄປຮອດ-ໄປເຖິງ.

ດັ່ງເຈົ້າໜ້າທີ່ ກະຊວງສຶຶກສາທິການ ແລະກິລາ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 8 ເມສານີ້ວ່າ:

ຕັ້ງຮັບລະບົບການຮຽນ ແບບອ໋ອນລາຍນ໌ນີ້ ມັນບໍ່ທັນຄວາມສາມາດ ຂອງພະນັກງານເຮົານີ້ແຫລະ ຄຣູບາງຄົນກໍບໍ່ຮູ້ເຣື່ອງອ໋ອນລາຍນ໌ຄືກັນ ເຕັກນິການສອນອ໋ອນລາຍນ໌ແນວໃດ ເຂົາເຈົ້າກໍບໍ່ຮູ້ຄືກັນ ອັນນຶ່ງເນາະ ອັນສອງກໍແມ່ນຢູ່ໂຮງຮຽນເຂດນອກ ເຂົາເຈົ້າກໍບໍ່ມີໂທຣະສັບ ບໍ່ມີຄອມພີວເຕີຣ໌ ແລ້ວຈັກຊິຮຽນຈັ່ງໃດ.

ທ່ານໄດ້ກ່າວຕື່ມວ່າ ການປະລະການຮຽນຊັ້ນປະຖົມ ແລະຊັ້ນມັທຍົມຕົ້ນ ທົ່ວປະເທດເປັນອັດຕຣາ ການປະລະການຮຽນທີ່ເກີນຄາດໝາຍ ຂອງກະຊວງສຶກສາທິການ ແລະກິລາ ຊຶ່ງທາງກະຊວງໄດ້ຄາດໝາຍວ່ານັກຮຽນຊັ້ນປະຖົມ ທົ່ວປະເທດຈະປະລະການຮຽນຕໍ່າກວ່າ 4% ໃນສົກຮຽນ ປີ 2021-2022, ພັດມີອັດຕຣາປະລະການຮຽນ ນັກຮຽຊັ້ນປະຖົມເພີ່ມຂຶ້ນ 8.6% ແລະ ນັກຮຽນຊັ້ນມັທຍົມຕອນຕົ້ນ ທົ່ວປະເທດຄາດໝາຍໃນອັດຕຣາບໍ່ເກີນ 10% ໃນປີນີ້, ພັດມີອັດຕຣາປະລະການຮຽນສູງເຖິງ 13.5%.

ການປະລະການຮຽນ ທີ່ເກີນຄາດໝາຍຖືວ່າເປັນບັນຫາໃຫຍ່ ທີ່ກະຊວງສຶກສາທິການ ແລະກິລາ ຕ້ອງເລັ່ງແກ້ໄຂ. ຜ່ານມາກະຊວງສຶກສາ ໄດ້ພະຍາຍາມແກ້ໄຂບັນຫານີ້ເປັນຕົ້ນ ເຂດໃດທີ່ບໍ່ເປັນເຂດສ່ຽງ ຕໍ່ການແຜ່ຣະບາດຂອງ ໂຄວິດ-19 ກໍຈະໃຫ້ເປີດການຮຽນ-ການສອນ ແບບຊຶ່ງໜ້າຮວມເຖິງ ມີນະໂຍບາຍໃຫ້ນັກຮຽນ ສາມາດເອົາຄະແນນສະສົມ ຍື່ນເລື່ອນຊັ້ນຮຽນໄດ້ ໂດຍບໍ່ຈຳເປັນຕ້ອງສອບເສັງເລື່ອນຊັ້ນ ຄືກັບສະຖານະການປົກກະຕິ ທີ່ຜ່ານມາ.

ສ່ວນໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງຊຽງຂວາງ ກໍມີນັກຮຽນຍິງປະລະການຮຽນ ໃນປີນີ້ເຖິງ 14 ຄົນ ເນື່ອງຈາກການຮຽນຜ່ານອ໋ອນລາຍນ໌ ເຮັດໃຫ້ນັກຮຽນບໍ່ສາມາດເຂົ້າເຖິງໄດ້ ຍ້ອນນັກຮຽນຊົນເຜົ່າສ່ວນຫລາຍ ມີບ້ານຢູ່ເຂດຫ່າງໄກສັນຍານໂທຣະສັບ ເຂົ້າບໍ່ເຖິງ ຈຶ່ງເຮັດໃຫ້ນັກຮຽນປະລະການຮຽນ. ນອກຈາກນັ້ນປະເພນີຂອງຊົນເຜົ່າ ນັກຮຽນແຕ່ຊັ້ນ ມ.1 ຫາ ມ.4 ທີ່ເປັນແມ່ຍິງ ກໍຈະເປັນວັຍທີ່ປະລະການຮຽນຫລາຍ ເພື່ອໄປສ້າງຄອບຄົວຊ່ອຍກັນ ທຳມາຫາກິນຍ້ອນຄວາມທຸກຍາກ ກໍຈະປະລະການຮຽນ. ດັ່ງນາຍຄຣູ ຢູ່ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງຊຽງຂວາງ ກ່າວໃນມື້ດຽວກັນວ່າ:

ສະພາບຂອງນັກຮຽນ ຈຳນວນນຶຶ່ງທີ່ເຂົາເຈົ້າ ທາງນອກມັນບໍ່ເຂົ້າມາຮຽນຫັ້ນນ່າ ທັງໂທຣະສັບບໍ່ ການສື່ສານຂອງເຂົາເຈົ້ານ່າ ມັນບໍ່ມີເງິນເຕີມເນັດແດ່ ລະກໍຢູ່ໄກບໍ່ມີສັນຍານໂທຣະສັບແດ່ຫັ້ນ່າ ແລ້ວພໍ່-ແມ່ເຂົາເຈົ້າແບບຕາມໃຈ ນັກຮຽນ ຕາມໃຈລູກຫັ້ນ ອາຍຸບໍ່ເຖິງວັຍກໍອອກໄປເລີຍ ກໍຫລັງຈາກຊ່ວງເຂົາເຈົ້າພັກກິນຈຽງຫັ້ນເດ ກໍເລີຍເອົາເລີຍນ່າ.

ສ່ວນຢູ່ໃນໂຕເມືອງ ທີ່ມີໂຮງຈັກ-ໂຮງງານ ຫລືເຂດທີ່ມີການພັທນາ ດ້ານອຸດສາຫະກັມນັ້ນ ພໍ່ແມ່ຜູ້ປົກຄອງ ເອົາລູກຂອງໂຕເອງມາເຮັດວຽກນຳ ເຮັດໃຫ້ນັກຮຽນປະລະການຮຽນແຕ່ຍັງນ້ອຍ ເນື່ອງຈາກວຽກທີ່ພໍ່ແມ່ຜູ້ປົກຄອງເຮັດ ສ່ວນໃຫຍ່ເປັນວຽກກັມກອນ ກໍ່ສ້າງທີ່ຕ້ອງຍ້າຍບ່ອນເຮັດວຽກຢູ່ຕລອດ ແລະ ພໍ່ແມ່ຜູ້ປົກຄອງກຸ່ມນີ້ ຈະບໍ່ມີເງິນຊື້ໂທຣະສັບມືຖືໃຫ້ລູກຮຽນ ແລະບໍ່ມີເວລາສອນໜັງສືລູກ ຍ້ອນໄປເຮັດວຽກແຕ່ເຊົ້າຮອດແລງ ຈຶ່ງເຮັດໃຫ້ລູກຂອງເຂົາເຈົ້າປະລະການຮຽນ.

ດັ່ງນາຍຄຣູ ຢູ່ໂຮງຮຽນວຽງສວັນ ເມືອງຫາດຊາຍຟອງ ກ່າວໃນມື້ດຽວກັນວ່າ:

ອັນສ່ວນຫລາຍ ບາງຄອບຄົວຫັ້ນເພິ່ນກໍວ່າ ເພິ່ນບໍ່ມີໂທຣະສັບ ເພິ່ນກໍໃຊ້ແຕ່ໂທຣະສັບ ອັນທີ່ວ່າເປັນອັນນ່າ ອັນຕັ້ງໂຕະອີ່ຫຍັງຫັ້ນນ່າ ແລ້ວເພິ່ນກໍບໍ່ມີໂທຣະສັບ ທີ່ວ່າຈະສາມາດຮຽນທາງອ໋ອນລາຍນ໌ໄດ້ ຄືບາງຈຳນວນໄປນຳຄອບຄົວ ມາແຕ່ຕ່າງແຂວງ ມາຫາເງິນ ຫາຄຳ ສົມມຸດວ່າມາເຮັດວຽກເປັນກັມກອນ ຢູ່ບ້ານນີ້ກໍມາເຂົ້າຢູ່ບ້ານນີ້ເນາະ ຄັນສົມມຸດວ່າ ຢູ່ບ້ານນັ້ນມັນຢູ່ຫ່າງໄກສອກຫລີກ ຣົຖລາງອັນໃດກໍຫາມາສົ່ງກັນຍາກ ມັນກໍເປັນສາເຫດໃຫ້ລູກຫັ້ນປະລະການຮຽນ.

ກະຊວງສຶກສາທິການ ແລະກິລາ ມີງົບປະມານບໍ່ພຽງພໍ ທີ່ຈະສົ່ງເສີມໂຄງການອາຫານທ່ຽງ ໃຫ້ນັກຮຽນເຂດຫ່າງໄກສອກຫລີກ ໄດ້ມີອາຫານການກິນພາຍໃນໂຮງຮຽນ ພາຍຫລັງໂຄງການອາຫານທ່ຽງ ສາກົນຢຸດການຊ່ອຍເຫລືອລ້າ ເຮັດໃຫ້ໂຄງການອາຫານທ່ຽງ ບາງທ້ອງຖິ່ນບໍ່ໄດ້ສືບຕໍ່ ນັກຮຽນບໍ່ມີແຮງຈຸງໃຈມາໂຮງຮຽນ. ອີກທັງກະຊວງສຶກສາທິການ ແລະກິລາ ບໍ່ມີງົບປະມານຊ່ອຍຄ່າເດີນທາງ ໃຫ້ນັກຮຽນ ຫລືສ້າງໂຮງຮຽນໃກ້ບ້ານ ໃຫ້ນັກຮຽນຈຶ່ງເຮັດໃຫ້ນັກຮຽນປະລະການຮຽນ ຍ້ອນໄດ້ຍ່າງຈາກບ້ານມາໂຮງຮຽນເປັນໄລຍະທາງ ຫລາຍກິໂລແມັດ.

ສະພາບຄວາມທຸກຍາກ ແລະການບໍ່ມີວຽກເຮັດງານທຳຢູ່ລາວ ຂອງພໍ່ແມ່ຜູ້ປົກຄອງນັກຮຽນ ບາງຄົນກໍຈຳເປັນຕ້ອງໄປອອກແຮງງານ ຢູ່ຕ່າງປະເທດ ໂດຍສະເພາະປະເທດໄທຍ ກໍເຮັດໃຫ້ພໍ່ແມ່ຜູ້ປົກຄອງ ຕ້ອງເອົາລູກໄປຢູ່ປະເທດໄທຍນຳດ້ວຍ ເຮັດໃຫ້ລູກບໍ່ໄດ້ຮຽນໜັງສື ແລະປະລະການຮຽນນໍາອີກ.

ດັ່ງເຈົ້າໜ້າທີ່ ປະສານງານລະຫວ່າງ ກະຊວງສຶກສາທິການ ແລະກິລາ ກັບອົງການສຶກສາ ວິທຍາສາດ ແລະວັທນາທັມ ແຫ່ງສະຫະປະຊາຊາດ ທີ່ເຮັດໂຄງການສົ່ງເສີມເດັກ ໃນຂົງເຂດອາຊ້ຽນບໍ່ມີບ່ອນຮຽນກ່າວໃນມື້ດຽວກັນວ່າ:

ແລ້ວໂຄງການອາຫານນີ້ນ່າ ມັນໃຊ້ງົບປະມານຫລາຍເນາະ ເຮັດໄປລະຍະນຶ່ງແລ້ວ ອົງການຊ່ອຍເຫລືອມອບໃຫ້ຣັຖບານ. ຣັຖບານກໍມີງົບປະມານຄືຮູ້ຈັກຫັ້ນແຫລະເນາະ ເປັນປະເທດທຸກຍາກຢູ່, ພໍ່ແມ່ເອົາລູກໄປໄທຍເນາະ ຄົນລາວທີ່ເຮັດວຽກຢູ່ໄທຍນັບແສນ, 3 ແສນ, 4 ແສນ ຄົນ, ແລ້ວລູກເຕົ້າກໍໄປ ກໍຖືວ່າປະລະການຮຽນເນາະ ອັນນີ້.

ທ່ານກ່າວຕື່ມວ່າ ອົງການສາກົນເປັນຕົ້ນ UNESCO ກໍໄດ້ມີການຊ່ອຍເຫລືອ ໃຫ້ນັກຮຽນລາວຊັ້ນປະຖົມ ແລະມັທຍົມ ມີສິດທິເຂົ້າເຖິງການສຶກສາ ດັ່ງໂຄງການຮ່ວມມືລະຫວ່າງປະເທດ ໃນອາຊ້ຽນເປັນຕົ້ນແມ່ນ ກັມພູຊາ, ໄທຍ, ພະມ້າ, ອິນໂດເນເຊັຽ ແລະ ມາເລເຊັຽ ທີ່ສນັບສນູນໃຫ້ເດັກນ້ອຍ ທຸກຄົນທີ່ຢູ່ໃນວັຍຮຽນ ຊັ້ນປະຖົມ ແລະມັທຍົມໄດ້ເຂົ້າໂຮງຮຽນ ຕາມບ່ອນທີ່ພໍ່ແມ່ຜູ້ປົກຄອງຢູ່ອາສັຍ ແບບບໍ່ມີເງື່ອນໄຂ ວ່າເດັກຜູ້ນັ້ນຈະເຂົ້າມາຢູ່ ແຕ່ລະປະເທດແບບຜິດກົດໝາຍ ຫລື ຖືກກົດໝາຍ, ພ້ອມທັງໃຫ້ເງິນກຳລັງໃຈນາຍຄຣູ ທີ່ຢູ່ເຂດຫ່າງໄກສອກຫລີກ ຊ່ອຍສົມທົບກັບອຳນາດການປົກຄອງທ້ອງຖິ່ນ ຕິດຕາມນັກຮຽນທີ່ປະລະການຮຽນ ໃຫ້ກັບຄືນມາຮຽນຄືເກົ່າ ແຕ່ກໍບໍ່ທົ່ວເຖິງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.