ລົງໂທດຮ້ານບັນເທີງ ແອບແຝງ ຂາຍບໍຣິການ ທາງເພດ

ສຸພັດຕາ
2022.04.07
ລົງໂທດຮ້ານບັນເທີງ ແອບແຝງ ຂາຍບໍຣິການ ທາງເພດ ສະຖານທີ່ທ່ອງທ່ຽວກາງຄືນ
ນັກຂ່າວ ພົລເມືອງ

ໃນໄລຍະ 4 ປີ ທີ່ຜ່ານມາ ຄືຕັ້ງແຕ່ປີ 2018 ຫາປີ 2022 ເຈົ້າໜ້າທີ່ ຄະນະກັມມະການ ຕ້ານການຄ້າມະນຸສ ແຂວງອຸດົມໄຊ ໄດ້ລົງກວດກາບັນດາຮ້ານບັນເທີງ ທີ່ມີການລັກລອບ, ແອບແຝງຂາຍບໍຣິການໂສເພນີ ຈໍານວນ 140 ຮ້ານ ໃນນັ້ນ ຢູ່ເທສບານເມືອງໄຊ 27 ຮ້ານ ຈຶ່ງໄດ້ເກັບກໍາຂໍ້ມູນຂຶ້ນບັນຊີ, ດໍາເນີນການກັກໂຕຜູ້ປະກອບການ ຮ້ານບັນເທີງ ເປັນເວລາ 24 ຊົ່ວໂມງ ພ້ອມທັງເຮັດບົດບັນທຶກ ສຶກສາອົບຮົມ ແລະປັບໃໝ, ບໍ່ໃຫ້ເປີດຮ້ານບັນເທີງ ແອບແຝງຂາຍບໍຣິການໂສເພນີຕື່ມ.

ນອກຈາກນີ້ ເຈົ້າໜ້າທີ່ ຍັງກວດພົບເຫັນ ສາວຂາຍບໍຣິການທາງເພດ ຊຶ່ງເປັນແມ່ຍິງລາວທັງໝົດ ຈໍານວນ 112 ຄົນ ຢູ່ໃນ 140 ຮ້ານນັ້ນນໍ້າດ້ວຍ, ຈຶ່ງໄດ້ນໍາໂຕພວກເຂົາເຈົ້າ ມາສຶກສາອົບຮົມ ແລະລະດົມໃຫ້ກັບຄືນສູ່ພູມລໍາເນົາ ໄປປະກອບອາຊີພໃໝ່ ແລະຊອກວຽກເຮັດງານທໍາ ແບບຖືກຕ້ອງຕາມຣະບຽບກົດໝາຍ.

ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງອຸດົມໄຊ ໃນວັນທີ່ 7 ເມສາ ນີ້:

ກ່ຽວກັບໂຕນີ້ ເວົ້າເຣື່ອງຜິດ ມັນຜິດກົດໝາຍ ເຣື່ອງການຄ້າ ການຂາຍໂສເພນີເນາະ ມີແຕ່ວ່າ ພາກອັນນ່າ ຜູ້ຍິງໂສເພນີ ຖືວ່າ ສ່ວນຫຼາຍຈະບໍ່ປັບໃໝ ແຕ່ວ່າປັບໃໝອັນນ່າ ເຈົ້າຂອງຮ້ານ.”

ທ່ານກ່າວຕື່ມວ່າ ທັງຜູ້ປະກອບການຮ້ານບັນເທີງ ແລະສາວຂາຍບໍຣິການທາງເພດນັ້ນ ຈະບໍ່ໄດ້ຖືກຂັງຄຸກແຕ່ຢ່າງໃດ ເນື່ອງຈາກເປັນຄວາມຜິດເທື່ອທໍາອິດ, ແຕ່ຖ້າຫາກຜູ້ກ່ຽວທັງໝົດນີ້ ຍັງຈະສືບຕໍ່ເຮັດຜິດຄືເກົ່າ ເກີນ 3 ເທື່ອ ກໍຈະມີການປັບໃໝ ແລະໃສ່ຄຸກ ແລະດໍາເນີນຄະດີ ຕາມກົດໝາຍຕໍ່ໄປ.

ສໍາລັບສາວຂາຍບໍຣິການທາງເພດ ທີ່ຖືກນໍາໂຕມາສຶກສາອົບຮົມ ຈໍານວນທັງໝົດ 112 ຄົນນີ້ ສ່ວນໃຫຍ່ເປັນຊົນເຜົ່າຂະມຸ ມາຈາກເຂດຊົນນະບົດຂອງແຂວງອຸດົມໄຊ, ແຂວງຫຼວງພຣະບາງ ແລະແຂວງຜົ້ງສາລີ, ທີ່ສ່ວນໃຫຍ່ສມັກໃຈ ມາເຮັດວຽກເປັນສາວບໍຣິການທາງເພດ ຢູ່ໃນໂຕເມືອງ ຂອງແຂວງອຸດົມໄຊ ຍ້ອນຖານະຄອບຄົວທຸກຍາກ, ເຊິ່ງສາວຂາຍບໍຣິການທາງເພດ ຫຼືຄົນລາວທົ່ວໄປ ຮູ້ຈັກກັນໃນຊື່ວ່າ ສາວຮ້ານນັ້ນ ກໍຈະບໍ່ມີເງິນເດືອນ ໃນການເຮັດວຽກ ແຕ່ຈະໄດ້ເງິນເປີຣ໌ເຊັນທ໌ ຈາກຂາຍເຄື່ອງດື່ມໃນຮ້ານບັນເທີງ ຫຼືເງິນຈາກການຂາຍບໍຣິການທາງເພດ ນໍາລູກຄ້າ.

ດັ່ງເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງອຸດົມໄຊ ທ່ານດຽວກັນນີ້ ກ່າວວ່າ:

ອັນຢ້ານກໍຢ້ານຢູ່ ບາງພາກສ່ວນ ເຂົາອາຈຮູ້ວ່າ ເຈົ້າໜ້າທີ່ໄປ ບາງພາກສ່ວນກະອາຈແລ່ນ ຈະລີ້ ແຕ່ເຂົາມາຢູ່ ກໍບໍ່ມີເງິນເດືອນໃດ໋ ລັກສະນະເຂົາເອົາມາອາສັຍຢູ່ ຂາຍໂຕນ່າ ມາຂາຍເບັຍ ຂາຍອັນນັ້ນ ໃຫ້ເຈົ້າຂອງຮ້ານ ແລ້ວກໍມີແຂກເອົາໄປ ແລ້ວເຈົ້າຂອງຮ້ານ ບາງເທື່ອ ກໍໄລ່ເງິນ ໄລ່ແມ່ນຫຍັງນໍາເຂົາ ບາງຄົນ ບາງຄົນນັ້ນກໍຈະເປັນ ຄອບຄົວທີ່ມັນຢາກຂາດໆ ເຂີນໆ ຫັ້ນແຫຼະ.”

ພາຍຫຼັງທີ່ເຈົ້າໜ້າທີ່ຕໍາຣວດ ໄດ້ນໍາໂຕສາວບໍຣິການທາງເພດ ທັງໝົດນັ້ນ ມາສຶກສາອົບຮົມຢູ່ຫ້ອງການຕໍາຣວດແລ້ວ ກໍຈະອະນຸຍາດໃຫ້ພວກເຂົາເຈົ້າ ກັບຄືນພູມລໍາເນົາຂອງໃຜລາວທັນທີ ຈະບໍ່ໄດ້ສົ່ງໂຕພວກເຂົາເຈົ້າ ມາຍັງຫ້ອງການແມ່ຍິງຕື່ມແຕ່ຢ່າງໃດ ແລະສາວຂາຍບໍຣິການທາງເພດທັງໝົດນີ້ ແມ່ນອາຍຸກາຍ 18 ປີ.

ດັ່ງເຈົ້າໜ້າທີ່ ຫ້ອງການແມ່ຍິງ ແຂວງອຸດົມໄຊ ກ່າວໃນມື້ດຽວກັນນີ້ວ່າ:

ຢູ່ບ້ານເຮົາສ່ວນຫຼາຍກະແມ່ນ ຖ້າວ່າຂະເຈົ້າເຮັດວຽກ ສ່ວນຫຼາຍເຂົາເຈົ້າຈະມີໃບອະນຸຍາດໝົດ ຮອດອາຍຸ ແມ່ນຫຍັງຫັ້ນນ່າເນາະ ສ່ວນຫຼາຍ ຄືພວກວັທນະທັມ ຂະເຈົ້າລົງກວດນີ້ ເຂົາເຈົ້າກະອາຍຸ ຂະເຈົ້າຮອດເໝິດ ຄັນບໍ່ຮອດອາຍຸ ຂະເຈົ້າກະບໍ່ໃຫ້ເຮັດແດ່ເນາະ ວຽກອັນນັ້ນເນາະ ສ່ວນຫຼາຍເຂົາຊິປິດບໍຣິການ ເປັນ 2-3 ເດືອນ ກໍປິດ ແລ້ວຄົນກໍບໍ່ໄດ້ເຂົ້າຮ້ານ ເຂົ້າອີ່ຫຍັງ ດຽວນີ້ບໍ່ມີຜູ້ໃດ ໄປເລາະໄປທ່ຽວ ຊ່ວງ 2 ປີນີ້ໃດ໋.”

ໃນຂະນະດຽວກັນ ຊາວບ້ານ ຢູ່ບ້ານຫົວນໍ້າບາກ ເມືອງໄຊ ແຂວງອຸດົມໄຊ ກ່າວໃນມື້ດຽວກັນນີ້ວ່າ ຢູ່ບ້ານຫົວນໍ້າບາກ ເມືອງໄຊ ແຂວງອຸດົມໄຊ ເປັນນຶ່ງບ້ານ ທີ່ຢູ່ໃນເຂດຊົນນະບົດ ຫ່າງໄກສອກຫຼີກ ຫ່າງຈາກໂຕເມືອງ ປະມານ 60 ກິໂລແມັດ ກໍມີແມ່ຍິງລາວ ພາຍໃນບ້ານຈໍານວນນຶ່ງ ອອກໄປເຮັດວຽກເປັນສາວຂາຍບໍຣິການທາງເພດ ຢູ່ພາຍໃນແຂວງ ຫຼືຕ່າງແຂວງ ເນື່ອງຈາກຄວາມທຸກຍາກ ຂາດເຂີນທາງຄອບຄົວ ແລະກໍດີໃຈ ທີ່ເຈົ້າໜ້າທີ່ ສາມາດສະກັດກັ້ນບັນຫາການຄ້າໂສເພນີໄດ້:

ໄປກວດກາເບິ່ງ ມັນຢູ່ຮ້ານໃດ ບ່ອນໃດຫັ້ນແຫຼະ ເວົ້ານໍາຂະເຈົ້າຫັ້ນໂອ້ ຊົມເຊີຽເດີ້ ໄປສະກັດກັ້ນ ໃຫ້ເຂົາເຈົ້າມີອາຊີພ ປະກອບຢູ່ບ້ານນີ້ ເຊິ່ງວ່າ ອາຊີພເລັກໆ ນ້ອຍໆ ກໍແມ່ນຢູ່ບ້ານ ເຮັດໄດ້ຊໍ່າໃດກໍເອົາ ພໍມັນລ້ຽງຊີພ ໃຫ້ມັນຖືກກົດໝາຍຫັ້ນແຫຼະ ເບິ່ງເຂົາໄປ-ມາ ແມ່ນຢູ່ທາງໜ້າມີໝົດ ເຂົາຕິດດອກໄມ້ ດອກເອີ່ຍອີ້ສັງ ໂອ່ຜົມແດງອີກ ໂອ່ຍຫຼາຍ ບາງຄົນໄປບໍ່ໄດ້ ກັບມາ ກໍໄປເສບສິ່ງເສບຕິດໄປນໍາ ເສບຢາ ລະກະເອີ່ ມີຫຼອກມີລາຍ ມາບ້ານມາເຮືອນ ກໍເຮັດໃຫ້ເພື່ອນລັງກຽດຕື່ມອີກ.”

ສ່ວນຊາວບ້ານ ຢູ່ໃນເຂດເທສບານເມືອງແບງ ແຂວງອຸດົມໄຊ ກ່າວວ່າ ກໍເຫັນເຈົ້າໜ້າທີ່ຕໍາຣວດ ລົງມາກວດກາຮ້ານບັນເທີງ ທີ່ແອບແຝງຂາຍບໍຣິການ ໃນໄລຍະທີ່ມີການແຜ່ຣະບາດຂອງເຊື້ອ ໂຄວິດ-19, ແຕ່ປີນີ້ ຍັງບໍ່ເຫັນລົງມາກວດກາເທື່ອ, ເຊິ່ງການລົງກວດກາຂອງເຈົ້າໜ້າທີ່ ກໍເປັນຜົລດີຕໍ່ທ້ອງຖິ່ນ ບໍ່ພຽງແຕ່ຮັກສາຮີດຄອງປະເພນີລາວເທົ່ານັ້ນ.

ດັ່ງຊາວບ້ານຜູ້ນີ້ ເວົ້າວ່າ:

ກໍຫາກມີຜົລດີຢູ່ ເພາະວ່າທ້ອງຖິ່ນຫັ້ນ ບໍ່ໃຫ້ມັນມີ ອັນນ່າການລົບກວນສັງຄົມແນ່ ສ່ວນຫຼາຍ ກໍເຮັດກາຍໂມງ ກາຍເວລາຫັ້ນແຫຼະ ການກິນດື່ມຫັ້ນນ່າ ເອົາມາສຶກສາອົບຮົມ ເພາະວ່າໄປໃຫ້ມັນຖືກຕາມຣະບຽບຂອງແນວທາງແດ່ ໄປເຮັດຂາຍໂຕບໍ ຫຼືເປັນສາວບໍຣິການ ມັນຮີດຄອງປະເພນີ ຂອງລາວເຮົາ ຂ້ອຍວ່າ.”

ຢູ່ເມືອງໄຊ ແລະເມືອງແບງ ແຂວງອຸດົມໄຊ ຫາກໍໄດ້ມີການຈັດຕັ້ງຄະນະເຮັດວຽກ ກ່ຽວກັບວຽກງານຕ້ານການຄ້າມະນຸສ ເມື່ອບໍ່ດົນທີ່ຜ່ານມາ ຈຶ່ງເຮັດໃຫ້ວຽກງານການລົງກວດກາ ບັນດາຮ້ານບັນເທີງ ໃນໄລຍະຜ່ານມາບໍ່ຕໍ່ເນື່ອງ ອີກທັງງົບປະມານ ແລະຈໍານວນເຈົ້າໜ້າທີ່ ເພື່ອລົງຕິດຕາມກວດກາ ກ່ຽວກັບວຽກງານດັ່ງກ່າວ ໃນໄລຍະການແຜ່ຣະບາດຂອງ ເຊື້ອໂຄວິດ-19 ບໍ່ພຽງພໍ ຈຶ່ງເຮັດໃຫ້ມີການລັກລອບເປີດຮ້ານບັນເທີງ ແລະແອບແຝງ ຂາຍບໍຣິການໂສເພນີ ຢ່າງຕໍ່ເນື່ອງ ໃນໄລຍະນັ້ນ.

ໃນປັດຈຸບັນ ຄະນະກັມມະການຕ້ານການຄ້າມະນຸສ ແຂວງອຸດົມໄຊ ກໍມີມາຕການສະກັດກັ້ນ ບັນຫາການຄ້າໂສເພນີ ຄື ລົງກວດກາຕາມຮ້ານບັນເທີງເປົ້າໝາຍ ໂດຍອີງໃສ່ງົບປະມານ ທີ່ຖືກຂັ້ນເທິງຈັດສັນມາໃຫ້, ອີງຕາມຂໍ້ມູນ ຈາກຫ້ອງການ ກອງບັນຊາການ ປກສ ແຂວງອຸດົມໄຊ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.