ເຣື້ອງທີ່ເກັບບັນທຶກໄວ້
2023-11-28
ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ມີແຜນທີ່ຈະເລັ່ງດໍາເນີນການ ພິຈາຣະນາ ຄະດີຄວາມ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ເພື່ອໃຫ້ໄດ້ຮັບຄວາມຍຸຕິທັມ ພາຍຫຼັງແມ່ຍິງລາວຈໍານວນນຶ່ງ ຍັງປະສົບກັບຄວາມຮຸນແຮງ ຫຼາຍດ້ານ ໂດຍສະເພາະ ທາງເພດ ແລະດ້ານຊັບສິນ.
2023-11-22
ອົງການອາຫານໂລກ ປະຈຳລາວ ຈະສືບຕໍ່ ຊອກຫາທຶນ ເພື່ອສນັບສນູນ ໂຄງການອາຫານທ່ຽງ ໃຫ້ແກ່ເດັກນ້ອຍນັກຮຽນລາວ ໃນໂຮງຮຽນ ປະຖົມເປົ້າໝາຍ ທົ່ວປະເທດ 43 ແຫ່ງ.
2023-11-20
ທຸກໆປີ ໃນວັນທີ 20 ຂອງເດືອນພຶສຈິກາ ແມ່ນວັນເດັກນ້ອຍສາກົລ ຫຼື World Children’s Day ວັນດັ່ງກ່າວນີ້ ເພື່ອຮັບຮອງເອົາສົນທິສັນຍາ ວ່າດ້ວຍສິດທິເດັກ ຫຼື Convention on the Rights of the Child ແລະສ້າງຄວາມຮູ້ ຄວາມເຂົ້າໃຈ ດ້ານສິດທິ ແລະສວັດດີການຂອງເດັກນ້ອຍ.
2023-11-18
ນາງ ສຸກສະຫວັນ ມະນີວົງໄຊ ສິນລະປິນ ນັກແຕ້ມຮູບ ທີ່ໄດ້ຮັບລາງວັນຫຼຽນຄໍາ ອັນດັບທີ 1 ຂອງໂລກ ຈາກ ໂຄງການປະກວດແຕ້ມຮູບ “ລົດໂຕໂຢຕ້າ ໃນຝັນຂອງຂ້ອຍ ຫຼື (Toyota dream Car Art contest) ເມື່ອປີ 2018.
2023-11-16
ໂຄງການຍົກສູງ ຂີດຄວາມສາມາດ ຄຣູອາຈານ ຊົນນະບົດ ສປປ ລາວ ພາຍໃຕ້ທືນຊ່ອຍເຫຼືອ ຈາກຣັຖບານຈີນ ຈຳນວນ 4 ຕື້ຢວນຈັດຂຶ້ນໃນວັນທີ 13 ຫາ 26 ພຶສຈິກາ 2023 ເປັນເວລາ 14 ວັນ ໂດຍມີຄຣູ ແລະ ຜູ້ບໍຣິຫານໂຮງຮຽນ ທົ່ວປະເທດ ເຂົ້າຮ່ວມອົບຮົມທັງໝົດ 3,000 ຄົນ.
2023-11-13
ເກີດເຫດແມ່ຍິງຄົນຈີນຜູ້ນຶ່ງ ຖືກບັງຄັບຂຶ້ນຣົຖກະບະ ຢູ່ບໍຣິເວນໄຟແດງ 5 ແຍກຂົວຫຼວງ ນະຄອນຫຼວງວຽງຈັນ ແລະຮຽກຄ່າໄຖ່ 5 ລ້ານໂດລ້າຣ໌ ສະຫະຣັຖ ຂະນະທີ່ເຈົ້າໜ້າທີ່ ໄດ້ຊ່ອຍເຫຼືອແມ່ຍິງຄົນດັ່ງກ່າວນັ້ນ ຢ່າງປອດໄພ ໃນມື້ນັ້ນດຽວກັນນັ້ນ.
2023-11-07
ຊາວບ້ານຈໍານວນນຶ່ງ ລັກຂຸດຄໍາ ຢູ່ເຂດບໍ່ຄໍາຜາປົ່ນ, ບ້ານຫ້ວຍໂອດ ເມືອງປາກອູ ແຂວງຫຼວງພຣະບາງ ຂອງນັກລົງທຶນຈີນ ຖືກເຈົ້າໜ້າທີ່ຕຳຣວດ ຕັ້ງດ່ານຈັບ-ປັບໃໝ ພ້ອມທັງຍຶດຄຳ ທີ່ຊາວບ້ານ ໄດ້ຈາກການລັກຂຸດນັ້ນ ຂາຍຕໍ່ໃຫ້ແກ່ພໍ່ຄ້າຄົນກາງ.
2023-11-01
ເກີດເຫດການ ນັກຮຽນບໍ່ໄປກ່ຽວ ຊ່ວຍນາຍຄຣູ ແລະຖືກນາຍຄຣູ ລົງໂທດດ້ວຍການ ຈົດບັນທຶກໃສ່ໃບສຳຣວດວ່າ ຜິດກົດລະບຽບຂອງໂຮງຮຽນ ຊຶ່ງເຫດການນີ້ ເກີດຂຶ້ນຢູ່ໂຮງຮຽນມັທຍົມ ເມືອງເຊບັ້ງໄຟ ແຂວງຄຳມ່ວນ ເຮັດໃຫ້ສົງຄົມບໍ່ພໍໃຈ ໃນການກະທຳດັ່ງກ່າວ ຂອງນາຍຄຣູ.