ນັກຮຽນຄົນນຶ່ງ ຖືກກ່າວຫາວ່າ ເຮັດຜິດລະບຽບໂຮງຮຽນ ທີ່ບໍ່ຊ່ວຍນາຍຄຣູ ກ່ຽວເຂົ້າ
2023.11.01
ໃນທ້າຍເດືອນຕຸລາ ປີ 2023 ນີ້ ເກີດເຫດການນັກຮຽນ ບໍ່ໄປກ່ຽວເຂົ້າຊ່ວຍນາຍຄຣູ ແລະ ຖືກບັນທຶກໃສ່ໃບສຳຣວດວ່າ ຜິດກົດລະບຽບໂຮງຮຽນ ຊຶ່ງເກີດຂຶ້ນຢູ່ໂຮງຮຽນມັທຍົມ ເມືອງເຊບັ້ງໄຟ ແຂວງຄຳມ່ວນ. ຍາດພີ່ນ້ອງ ຂອງນັກຮຽນນາງນຶ່ງກ່່າວວ່າ ຮູ້ສຶກເປັນຫວ່ງຕໍ່ອະນາຄົດ ຂອງນັກຮຽນຄົນນີ້ ເພາະກຳລັງຮຽນຢູ່ຊັ້ນມັທຍົມ 6 ແລ້ວ, ເມື່ອເຫດການດັ່ງກ່າວດຂຶ້ນ ຈຶ່ງເຮັດບໍ່ຢາກໄປໂຮງຮຽນ. ນາງເອງຮູ້ສຶກເສັຽໃຈ ທີ່ນັກຮຽນ ບໍ່ໄປກ່ຽວເຂົ້າຖືກໃສ່ໂທດ ຜິດລະບຽບຂອງໂຮງຮຽນ ນາງເຫັນວ່າ ເປັນເຣື່ອງທີ່ບໍ່ເໝາະສົມ ໃນການກະທຳ ດັ່ງກ່າວຂອງນາຍຄຣູຄົນນີ້.
“ນັກຮຽນຖາມວ່າ ໂຮງຮຽນອື່ນຄືບໍ່ໄດ້ໄປ. ຖ້າວ່າເຈັບໄຂ້ມາເດ ບໍ່ມີຜູ້ໃດຮັບຜິດຊອບ. ນາຍຄຣູເລີຍເວົ້າວ່າ ຄັນບໍ່ຟັງຄວາມ ບໍ່ຢາກຮຽນກໍໄດ້. ຍ້າຍໄປໂຮງຮຽນອື່ນກໍໄດ້. ມັນກໍຖືກບໍ່ ອາຈານເວົ້າແບບນີ້. ບໍ່ໄດ້ໄປກ່ຽວເຂົ້າຊ່ຳນີ້ ກະຂຽນໃສ່ໃບສຳຣວດ ແລ້ວຜູ້ກ່ຽວນັ້ນບໍ່ຢາກໄປຮຽນແລ້ວດຽວນີ້. ຂອ້ຍກໍຮູ້ສຶກເສັຽໃຈນຳລູກ ນຳຫລານແຮງ. ຂອ້ຍກໍຫ່ວງອະນາຄົດຂອງລູກຫລານ. ຂ້ອຍວ່າ ບໍ່ເໝາະສົມປານໃດ.”
ໃນຂະຄະດຽວກັນ ເຈົ້າໜ້າທີ່ສຶກສາ ຢູ່ເມືອງເຊບັ້ງໄຟ ທ່ານນຶ່ງກໍເວົ້າວ່າ ທ່ານຮູ້ກ່ຽວກັບເຣື່ອງນີ້ ແລະໄດ້ໂອ້ລົມກັບເຈົ້າຫນ້າທີ່ກ່ຽວຂ້ອງ ແລະຜູ້ອຳນວຍການແລ້ວ ທີ່ນາຍຄຣູຄົນດັ່ງກ່າວ ໄດ້ບັນທຶກໃສ່ ໃບສຳຣວດ ຍ້ອນວ່າ ເດັກນັກຮຽນຄົນນີ້ ມີພຶດຕິກັມບໍ່ເໝາະສົມ ເປັນນັກຮຽນບໍ່ປະຕິບັດຕາມກົດລະບຽບ ຂອງໂຮງຮຽນເທົ່າທີ່ຄວນ ໃນໂມງຮຽນ ກ່ຽວກັບການອອກແຮງງານຮ່ວມກັນ ຂອງນັກຮຽນ ເດັກນັກຮຽນຄົນດັ່ງກ່າວ ບໍ່ໃຫ້ຄວາມຮ່ວມມືກັບນາຍຄຣູ ແລະທາງໂຮງຮຽນ ຈະແຈ້ງເຣື່ອງນີ້ໃຫ້ພໍ່ແມ່ ຜູ້ປົກຄອງນັກຮຽນຮູ້ ເພື່ອໃຫ້ຊ່ອຍກັນປັບຄວາມປະພຶດ ຂອງນັກຮຽນ.
“ຂ້າພະເຈົ້າກະຮູ້ແລ້ວ ແລະກໍໄດ້ປະສານງານ ກັບພາກສ່ວນກ່ຽວຂ້ອງ. ຄວາມຈິງແລ້ວ ຜູ້ລົງ ເຟສນີ້ແຫລະ ເປັນນັກຮຽນທີ່ບໍ່ປະຕິບັດ ຕາມລະບຽບໂຮງຮຽນປານໃດ. ຄຣູອາຈານເວົ້າບໍ່ຢາກຟັງ ໃນໄລຍະຜ່ານມາ ທ້າວນີ້ ກໍບໍ່ເຄີຍປະກອບສວ່ນເທົ່າທີ່ຄວນປານໃດ. ບໍ່ສົມເປັນນັກຮຽນ ການເວົ້າແນວນີ້ ກໍຍັງໃຫ້ເຫັນຄືເກົ່າ ຮຽນຈົນຈົບຫັ້ນແຫລະ ຄຣູຂຽນໃບສຳຣວດ ເພື່ອໃຫ້ເຂົາສຳນຶກໂຕເອງ ໃຫ້ດີຂຶ້ນໃນຕໍ່ໄປ.”
ເຈົ້າໜ້າທີ່ທ່ານນີ້ ໄດ້ອະທິບາຍເພີ່ມຕື່ມວ່າ ປົກກະຕິແລ້ວໂຮງຮຽນ ໃນເຂດຊົນນະບົດ ຕາຕະລາງ ການຮຽນ-ການສອນ ປະຈຳອາທິດ, 1 ມື້ ໃຫ້ນັກຮຽນອອກແຮງງານລວມ ຂອງໂຮງຮຽນ ຂອງນັກຮຽນແຕ່ລະຊັ້ນ ຊຶ່ງການອອກແຮງງານລວມນັ້ນ ອາດເປັນການທຳຄວາມສະອາດ, ກວດເດີ່ນໂຮງຮຽນ, ກວດຖນົນຫົນທາງ ອອ້ມແອ້ມໂຮງຮຽນ ຫລື ໃນໄລຍະຣະດູເກັບກ່ຽວ, ຄອບຄົວຄຣູ ສາມາດເອົານັກຮຽນໄປເຮັດວຽກຊ່ອຍ ໃນໂມງຮຽນ ການອອກແຮງານ ລວມໄດ້.
ເຈົ້າໜ້ທີ່ສຶກສາ ຈາກແຂວງຄຳມ່ວນ ອີກທ່ານນຶ່ງເວົ້າວ່າ ຕາມປົກກະຕິໂຮງຮຽນ ໃນເຂດຊົນນະບົດ ຈະໃຫ້ນັກຮຽນ ໄປຊ່ອຍເຫລືອ ສ່ວນລວມ, ບາງເທື່ອຄອບຄົວຂອງນາຍຄຣູ ຂາດແຮງງານ ບໍ່ມີເວລາໄປກ່ຽວຂົ້າ ສາມາດຂໍອະນຸຍາດຈາກຜູ້ອຳນວຍການ ເອົານັກຮຽນໄປຊ່ອຍກ່ຽວເຂົ້າ ໃນໂມງອອກແຮງານໄດ້.
“ໃນກໍຣະນີຄອບຄົວ ມີແຕ່ມື້ເຂົ້າການເນາະ. ຜົວກໍເປັນພະນັກງານ ບໍ່ມີແຮງງານ ແລ້ວອາດຂຽນໃບສເນີມາຍັງຜູ້ອຳນວຍການ ກະເປັນໄປໄດ້ ໃນຫລາຍຮູບແບບຢູ່. ຄັນວ່າຜູ້ອຳນວຍການ ເພິ່ນວ່າຕົກລົງວ່າໃຫ້ຫ້ອງນີ້ໄປ ກໍຈຳເປັນແຫລະ.”
ກ່ຽວກັບເຣື່ອງນີ້ ຄົນລາວທ່ານນຶ່ງ ຢູ່ແຂວງຄຳມ່ວນເວົ້າວ່າ ເຣື່ອງດັ່ງກ່າວ ເປັນເຣື່ອງທີ່ບໍ່ເໝາະສົມ ຖ້ານາຍຄຣູ ເອົາເດັກນັກຮຽນໄປຊ່ອຍກ່ຽວເຂົ້າ ໂດຍທີ່ນັກຮຽນບໍ່ເຕັມໃຈ ແລ້ວຖືກບັນທຶກໃບສຳຣວດ, ຕັດຄະແນນ ຖືວ່າ ບໍ່ຖືກຕ້ອງ.
“ຄັນລັກສນະນີ້ບໍ່ຖືກຕ້ອງໄດ໋ ເພາະວ່າໃນການໄປັນັ້ນ ບໍ່ຕ້ອງບັງຄັບໃດ ສົມມຸດວ່າດຽວນີ້ ຄຣູຫາຄວາມຊ່ອຍເຫລືອ ຈາກນ້ອງໆນັກຮຽນ ມື້ນີ້ອາຈານຈະກ່ຽວເຂົ້າ ແລ້ວຂໍໃຫ້ນ້ອງໆຫັ້ນ ຜູ້ໃດມີຄວາມສມັກໃຈໄປ ແລ້ວໄປ, ແຕ່ຜູ້ໃດບໍ່ໄປກໍແລ້ວໄປ. ບໍ່ແມ່ນຈະມາຂຽນໃບສຳຣວດ ຫລື ຕັດຄະແນນ.”
ຊາວລາວ ອີກທ່ານນຶ່ງ ກ່າວເຫມືອນກັນວ່າ ເຣື່ອງດັ່ງກ່າວເປັນເຣື່ອງທີ່ບໍ່ຖືກຕ້ອງ ໃຊ້ກົດລະບຽບຂອງໂຮງຮຽນ ມາບັງຄັບໃຫນັກຮຽນ ໄປກ່ຽວເຂົ້າ ຊຶ່ງຕາມຄວາມຈິງແລ້ວ ຕອ້ງຂຶ້ນກັບຄວາມສມັກໃຈ ເຂົາເອງ ແຕ່ໃນເຂດຊົນນະບົດ ສ່ວນໃຫຍ່ຂຶ້ນນັກນາຍຄຣູ ອາຈານນຳອີກ.
“ໃນເຂດຊົນນະບົດ ກໍຈະເປັນແບບນີ້ ກະເປັນບາງເຂດ ທີ່ແບບວ່າໃຊ້ກົດລະບຽບ ນັກຮຽນໂຕນີ້ ມັນກະບໍ່ຖືກແຫລະ. ມັນຂຶ້ນຢູ່ກັບອາຈານຫັ້ນແຫລະ ເວົ້າງ່າຍໆສະ. ຄວາມຄິດຂອງອາຈານ ແຕ່ລະບ່ອນ ບໍ່ຄືກັນ.”
ອະດີດນາຍຄຣູ ທ່ານນຶ່ງ ກ່າວຜ່່ານສື່ສັງຄົມອອນລາຍນ໌ວ່າ ຈາກທີ່ທ່ານເຄີຍເປັນນາຍຄຣູ ມາກ່ອນ ທ່ານ ເຄີຍໃຫ້ນັກຮຽນໄປກ່ຽວເຂົ້າຄືກັນ ນອກຈາກນີ້ໄດ້ພານັກຮຽນໄປຊ່ອຍກ່ຽວເຂົ້າ ຊາວບ້ານນຳອີກ ແລ້ວຄ່າຈ້າງແຮງານ ເອົາເຂົ້າຄັງຂອງໂຮງຮຽນ ເພາະວ່າ ຢູ່ເຂດຊົນນະບົດ ນັກຮຽນສ່ວນໃຫຍ່ ມາຈາກຄອບຄົວທຸກຍາກ ບໍ່ມີເງິນຈະໃຊ້ໃນກິຈກັມຕ່າງໆ ຂອງໂຮງຮຽນ ແລະເຫັນວ່າ ການໃຫ້ນັກຮຽນ ໄປຊ່ອຍນາຍຄຣູກ່ຽວເຂົ້ານັ້ນ ບໍ່ຫນັກຫນາປານໃດ ຖ້າຈະໃຫ້ນາຍຄຣູຈ້າງນັກຮຽນ ບໍ່ໄດ້ຍ້ອນເງິນເດືອນໜ້ອຍ. ນາຍຄຣູຈຶ່ງອາໄສນັກຮຽນ ຖ້າບໍ່ໃຊ້ລະບຽບ ບັງຄັບ ກໍບໍ່ມີຜູ້ໃດໄປ, ດັ່ງນັ້ນ ການບັນທຶກໃສ່ໃບສຳຣວດ ຖືວ່າ ເປັນຂໍ້ຜູກມັດ ທີ່ເຮັດໃຫ້ນັກຮຽນ ປະຕິເສດບໍ່ໄດ້.