ນ້ຳຖ້ວມ ເຮັດໃຫ້ໂຮງຮຽນ ຢູ່ຫຼວງນໍ້າທາ ຍັງບໍ່ໄດ້ເປີດການຮຽນ-ການສອນ ຄືນເທື່ອ
2024.09.19

ໂຮງຮຽນ 50 ແຫ່ງ ຊຶ່ງໃນນັ້ນມີໂຮງຮຽນມັດທະຍົມສົມບູນ 3 ແຫ່ງ, ໂຮງຮຽນມັດທະຍົມຕອນຕົ້ນ 7 ແຫ່ງ, ໂຮງຮຽນປະຖົມ 23 ແຫ່ງ ແລະໂຮງຮຽນອະນຸບານ 17 ແຫ່ງ ຢູ່ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໄດ້ຮັບຄວາມເສຍຫາຍ ຈາກໄພນໍ້າຖ້ວມໜັກ.
ໃນຈໍານວນໂຮງຮຽນ 50 ແຫ່ງທີ່ວ່ານີ້ ມີຄູ ແລະອາຈານ 362 ຄົນ ແລະນັກຮຽນ 5,611 ຄົນ ທີ່ຕ້ອງການຄວາມຊ່ອຍເຫຼືຶ ຍ້ອນປື້ມແບບຮຽນ ແລະປື້ມຄູ່ມືຄູ ແລະໂຕະ ຕັ່ງຖືກນໍ້າພັດໄປ ແລະດິນຖົມ, ອາຄານຮຽນບາງຫຼັງ ເປ່ເພ ເສຍຫາຍຫຼາຍ ລວມມູນຄ່າເສຍຫາຍທັງໝົດ ຫຼາຍກວ່າ 2 ຕື້ກີບ ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ແຂວງຫຼວງນໍ້າທາ ນາງນຶ່ງ ຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 19 ກັນຍານີ້.
“ໜັກໜ່ວງ ອັນນຶ່ງກໍແມ່ນ ນໍ້າຖ້ວມດິນຫັ້ນ ມູນເນາະ ດິນຖົມພື້ນໂຮງຮຽນຫັ້ນ 2 ກໍແມ່ນໂຕະຕັ່ງຈໍານວນນຶ່ງກໍໄຫລນໍ້າ ຈໍານວນນຶ່ງກໍເປ່ເພ ຈໍານວນນຶ່ງກໍເສັຽຫາຍຫັ້ນແຫລະ ອັນທີ 3 ກໍແມ່ນປຶ້ມຕໍາລາ ຄູອາຈານແຕ່ລະໂຮງຮຽນມາຮັບໄປ ກໍບໍ່ທັນແຈກຫັ້ນນ່າ ນັກຮຽນ..ເທື່ອກໍໄປປະໂຮງຮຽນ ກໍນໍ້າຖ້ວມເສັຽຫາຍຫັ້ນນ່າ.”
ນາງກ່າວຕື່ມວ່າ ນໍ້າຖ້ວມເທື່ອນີ້ ຖືວ່າ ຮຸນແຮງກວ່າທຸກປີທີ່ຜ່ານມາ, ໄດ້ຮັບຄວາມເສຍຫາຍຫຼາຍ ເຖິງແມ່ນວ່າ ກ່ອນນໍ້າຈະຖ້ວມ ຈະໄດ້ຮັບການເຕືອນໄພແລ້ວກໍຕາມ.
“ເຕືອນເຂົາກໍຫາກເຕືອນແລ້ວ ແຕ່ວ່າບໍ່ຮູ້ວ່າ ມັນສິຮ້າຍແຮງປານນີ້ ກໍຄືວ່າແບບທໍາມະດາຊື່ໆ ຜ່ານມາກໍຖືວ່າ ຖ້ວມກໍຖ້ວມທໍາມິດາ ຢ່າງເກັ່ງກໍຂຶ້ນປະມານ 30-40 ເຊັນແຕ່ວ່າເທື່ອອນີ້ຫັ້ນ ມັນຜິດປົກກະຕິມັນຂຶ້ນຮອດ 3-4 ແມັດ ພຸ້ນເດ້ ບາງບ່ອນຮອດ 5 ແມັດ ນໍ້າທະລຸມາແຮງ.”
ຢູ່ໂຮງຮຽນມັດທະຍົມສົມບູນ ນາເຕີຍ ເມືອງຫຼວງນໍ້າທາ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢ່າງໜັກໜ່ວງ ຈົນໄດ້ໂຈະການຮຽນ ການສອນຊົ່ວຄາວ ຍ້ອນໂຕະ ຕັ່ງ ແລະອຸປະກອນການຮຽນ ການສອນ ຖືກນໍ້າພັດໄປ, ມາຮອດປັດຈຸບັນ ກໍຍັງບໍ່ມີພາກສ່ວນໃດໃຫ້ການຊ່ອຍເຫຼືອເທື່ອ ດັ່ງນາຍຄູຢູ່ໂຮງຮຽນນາເຕີຍທ່ານນຶ່ງເວົ້າໃນມື້ດຽວກັນນີ້ວ່າ:
“ດຽວນີ້ຫັ້ນ ທາງໂຮງຮຽນຫັ້ນ ຕ້ອງການຢາກໄດ້ໂຕະຕັ່ງເນາະ ອູປະກອນການຮຽນພ້ອມຫັ້ນນ່າ ທັງຄອມທັງປິ້ນເຕີ້ ກໍຖືກນໍ້າຖ້ວມ ຈະມີໂຮງຮຽນຕຶກ 2 ຊັ້ນ ນໍ້າຈະຖ້ວມໄປຊັ້ນນຶ່ງເລີຍນ່າ ສ່ວນຫລາຍຈະເປັນຫ້ອງມ.ຕົ້ນ ຮອດມ.4 ຫັ້ນນ່ານໍ້າຈະຖ້ວມ ໃຊ້ການບໍ່ໄດ້ແລ້ວ ຍັງບໍ່ມີຜູ້ໃດຕິດຕໍ່ໃຫ້ຄວາມຊ່ວຍເຫລືອມາເທື່ອ.”
ກ່ຽວກັບເລື່ອງທີ່ວ່ານີ້ ຜູ້ປົກຄອງນັກຮຽນ ຢູ່ເມືອງຫຼວງນໍ້າທາ ນາງນຶ່ງເວົ້າວ່າ ຢາກຂໍໃຫ້ຜູ້ມີສັດທາ ຊ່ອຍເຫຼືອໂຮງຮຽນ ທີ່ຖືກນໍ້າຖ້ວມຢູ່ເມືອງນີ້ ຍ້ອນນັກຮຽນຈໍານວນຫຼວງຫຼາຍ ຍັງບໍ່ສາມາດເຂົ້າໂຮງຮຽນ ໄດ້ຕາມປົກກະຕິ ພາຍຫຼັງທີ່ໂຮງຮຽນຖືກນໍ້າຖ້ວມ ເສຍຫາຍໜັກ.
“ບ່ອນນໍ້າບໍ່ຖ້ວມ ກໍໄປປົກກະຕິ ບ່ອນນໍ້າຖ້ວມກໍບໍ່ໄດ້ໄປ ໂອ໋ ສະພານນີ້ກໍ ຝົນຕົກແລ້ວກໍໄຫລຊຸ ບາງບ່ອນກໍ ອັນນໍ້າຖ້ວມກໍເປັນຕາ ນັກຮຽນບໍ່ມີປຶ້ມອິຫຍັງກໍບໍ່ມີ ນໍ້າຖ້ວມແລ້ວກໍມັນໃຊ້ການບໍ່ໄດ້ແລ້ວ ເອົາບໍ່ທັນນ່າ ນໍ້າມາບາດດຽວ ຖ້າມີເງື່ອນໄຂກໍຢາກໃຫ້ຊ່ວຍເປັນປຶ້ມເປັນບິ໊ກ.”
ສໍາລັບຢູ່ແຂວງສະຫວັນນະເຂດ ເພື່ອຮັກສາຄວາມປອດໄພຂອງເຂື່ອນ ແລະຮັບປະກັນບໍ່ໃຫ້ມີຜົນກະທົບ ຕໍ່ຊີວິດ ແລະຊັບສິນຂອງປະຊາຊົນ ແລະໂຄງຮ່າງພື້ນຖານ ກະຊວງພະລັງງານ ແລະບໍ່ແຮ່ ສັ່ງໃຫ້ເຂື່ອນໄຟຟ້າເຊລະນອງ 1 ປ່ອຍນໍ້າອອກຈາກເຂື່ອນ ຍ້ອນຄາດຄະເນວ່າ ໃນມື້ວັນທີ 19 ກັນຍານີ້ ຈະມີພະຍຸຝົນເຂົ້າມາ.
ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ແຂວງສະຫວັນນະເຂດ ນາງນຶ່ງເວົ້າວ່າ ພາກສ່ວນທີ່ກ່ຽວຂ້ອງ ໄດ້ແຈ້ງເຕືອນໄພນໍ້າຖ້ວມ ໄປຍັງເມືອງເຊໂປນ, ເມືອງນອງ, ເມືອງພີນ, ເມືອງພະລານໄຊ, ເມືອງອາດສະພັງທອງ, ເມືອງຊົນນະບູລີ, ເມືອງຈໍາພອນ, ເມືອງສອງຄອນ ແລະເມືອງທ່າປາງທອງ ໃຫ້ກຽມຮັບມື້ນໍ້າຖ້ວມ ແລະເຝົ້າລະວັງຢ່າງໃກ້ຊິດແລ້ວ ໃນຂະນະທີ່ລະດັບນໍ້າເຊບັງຫຽງ, ເຊຈໍາພອນ ແລະເຊລະນອງ ໃນມື້ວັນທີ 19 ກັນຍານີ້ ເວລາ 7 ໂມງເຊົ້າ ຍັງຢູ່ໃນລະດັບປົກກະຕິ ບໍ່ເຖິງຂັ້ນເຕືອນໄພ ຫຼືເຂດອັນຕະລາຍເທື່ອ ດັ່ງທີ່ນາງເວົ້າວ່າ:
“ເຊບັງຫຽງ ເຊຈໍາພອນ ເຊລະນອງ ເຊລະນອງຖື ວ່າມັນຢູ່ໃນເຂດປົກກະຕິ ຍັງບໍ່ເຖິງເຂດເຕືອນໄພ ແລ້ວກໍບໍ່ແມ່ນເຂດອັນຕະລາຍ ຍັງລໍຢູ່ໃນເຝົ້າລະວັງ ໂຄເພິ່ນສິປ່ອຍເຂື່ອນລະນອງນີ້ແຫລະ ພວກເຮົາກໍໄດ້ອອກແຈ້ງເຕືອນຫັ້ນແລ້ວ ເອົາອີ່ສັງຂຶ້ນໄວ້ບ່ອນສູງ ໂດຍສະເພາະພື້ນທີ່ນໍ້າຖ້ວມເພິ່ນກໍວິມີການຈັດຕຽມໄວ້ ຢູ່ແລ້ວ ບ່ອນຄົນທີ່ຍອນຫລືວ່າ ເປັນເຮືອທີ່ຈະລົງໄປຊ່ວຍເຫລືອປະຊາຊົນ.”
ນາງເວົ້າຕື່ມວ່າ ເຖິງແມ່ນລະດັບນໍ້າທີ່ວ່ານັ້ນ ຈະຢູ່ໃນລະດັບປົກກະຕິ ແຕ່ກໍມີບາງພື້ນທີ່ ທີ່ຕໍ່າ ກໍຈະຖືກນໍ້າຖ້ວມ ຊຶ່ງເກີດຂື້ນທຸກປີ, ເປັນເລື່ອງປົກກະຕິ.
ແຕ່ເຖິງຢ່າງໃດກໍຕາມ ກົມອຸຕຸນິຍົມ ແລະອຸທົກກະສາດ ກໍໄດ້ແຈ້ງເຕືອນໄພນໍ້າຖ້ວມ ສະບັບທີ 3, ໃນລະຫວ່າງວັນທີ 19 ແລະ 22 ກັນຍານີ້ ພະຍຸໝຸນເຂດຮ້ອນ ຊູລິກ (Soulik) ຈະເຄື່ອນທີ່ ຢູ່ປະເທດວຽດນາມ ແລະຄາດວ່າ ຈະອ່ອນກໍາລັງລົງ ເປັນພາຍຸ ດີເປຣສຊັນ ຫລື ສະພາບກົດອາກາດຕໍ່າ ແລະຈະເຂົ້າມາຜ່ານແຂວງສະຫວັນນະເຂດ, ຄໍາມ່ວນ ແລະແຂວງບໍລິຄໍາໄຊ ໃນວັນທີ 21 ກັນຍານີ້, ໃຫ້ລະມັດລະວັງ ໂດຍສະເພາະ ຜູ້ທີ່ອາໄສລຽບຕາມແຄມຝັ່ງເຊຈໍາພອນ ໃຫ້ກະກຽມຍົກຍ້າຍສິ່ງຂອງ ແລະສັດລ້ຽງ ໄປໄວ້ບ່ອນທີ່ປອດໄພ.