ແມ່ຍິງ-ເດັກນ້ອຍ 03-02-2015

ມະນີຈັນ
2015.03.03
f-image ການແຂ່ງຂັນ ຮູບພາບ ທີ່ ກຸງ Brussels ປະເທດ Belgium
RFA

ຮູປພາບ ການແຕ່ງ ແລະ ກິນ ອາຫານ ຂອງ ຊົນເຜົ່າ ຢູ່ເຂດ ພູດອຍ ໃນ ແຂວງ ຜົ້ງສາລີ ໂດຍ ສະເພາະ ເຂົ້າຈີ່ ປະປ່າ ມີ ໝາກງາ ໂຮຍໜ້າ ເປັນໜຶ່ງ ໃນສາມ ຮູບພາບ ຄາບເຂົ້າ ທີ່ໄດ້ ຄະແນນ ນິຍົມ ແຂ່ງຂັນ ຮູບພາບ ທີ່ ກຸງ Brussels ປະເທດ Belgium.

ຮູບພາບ ການກິນ ອາຫານ ພື້ນເມືອງ ທີ່ ລຽບງ່າຍ ຂອງ ຄອບຄົວ ຊົນເຜົ່າ ຢູ່ ຊົນນະບົດ ຫ່າງໄກ ໃນເຂດ ພູດອຍ ເມືອງໃໝ່ ແຂວງ ຜົ້ງສາລີ ພາກເໜືອ ລາວ ທີ່ຖ່າຍ ໂດຍ ຊ່າງພາບ ຄົນຟິນແລັນ ປະຈໍາ ຢູ່ ນະຄອນ ຫລວງ ວຽງຈັນ ໄດ້ຮັບ ການ ຍ້ອງຍໍ ໃຫ້ເປັນ 1 ໃນ 3 ຮູບພາບ ເດັ່ນ ໃນ ການແຂ່ງຂັນ ຮູບພາບ ທີ່ກຸງ Brussels ປະເທດ Belgium ໂດຍ ມີພໍ່ຄົວ ຊື່ດັງ ຄົນອັງກິດ Chef Jamie Oliver ເປັນ ຜູ້ ໃຫ້ ຄະແນນ.

ຜູ້ ອໍານວຍການ ໂຄງການ ອາຫານໂລກ WFP ມາດາມ Ertharin Cousin ກ່າວ ເປີດງານ ວາງ ສະແດງ ຮູບພາບ ທີ່ ຣັຖສະພາ ຢູໂຣບ ກຸງ Brussels ປະເທດ Belgium ເມື່ອ ວັນທີ 23 ກຸມພາ 2015 ພາຍໃຕ້ ຫົວຂໍ້ ອາຫານ ຂອງ ຄອບຄົວ ນັ້ນວ່າ ມີ ອີ່ຫຍັງ ນໍາ ພວກເຮົາ ມາ ເຕົ້າໂຮມ ກັນ. ທ່ານຍ້ອງຍໍ ສັລເສີນ ມືກ້ອງ ທີ່ ໄດ້ ເອົາໃຈໃສ່ ເຖິງຄວາມ ສໍາຄັນ ຂອງ ອາຫານ ແລະ ທາດບໍາຣຸງ ໃນ ຊີວິດ ແຕ່ ລະມື້ ແລະ ບົດບາດ ຂອງ ຄອບຄົວ ໃນການ ບັນລຸ ເຖິງຄວາມ ບໍ່ ອຶດຢາກ ຫລື Zero Hunger.

ມາດາມ Cousin ກ່າວວ່າ ຮູບພາບ ເຫລົ່ານີ້ ເຮັດໃຫ້ ພວກເຮົາ ມີ ກໍາລັງໃຈ ຂຶ້ນ ເພາະ ມັນສະແດງ ໃຫ້ ເຫັນເຖິງ ບົດບາດ ທີ່ ງ່າຍດາຍ ຫາກມີ ພລັງແຮງ ໃນການທີ່ ໄດ້ນັ່ງ ແລະ ກິນເຂົ້າ ຮ່ວມກັນ ໃນຖານະ ຄອບຄົວ ຂອງ ແຕ່ລະ ປະເທດ ແລະ ທຸກ ວັທນະທັມ ຂອງ ປະເທດ ຕ່າງໆ ໃນ ທົ່ວໂລກ. ແລະວ່າ  ບໍ່ແມ່ນວ່າ ທຸກຄົນ ໃນໂລກ ຈະ ສາມາດ ມີ ໂອກາດ ຄືແນວນີ້ ຂນະທີ່ ມີ 805 ລ້ານ ຄົນ ບໍ່ມີ ອາຫານ ທາດບໍາຣຸງ ພຽງພໍ ເພື່ອ ດໍາຣົງ ຊີວິດ ຢ່າງມີ ຄຸນນະພາບ ແລະ ຈະເຣີນ ພັນ. ຍ້ອນ ເຫດຜົລ ແນວນີ້ ທາງ ອົງການ ອາຫານ ໂລກ ແລະ ຄູ່ຮ່ວມມື ຈຶ່ງ ເຮັດວຽກ ກັບ ສະຫະພາບ ຢູໂຣບ ເພື່ອ ຢຸດ ຄວາມ ອຶດຢາກ ແລະ ການຂາດ ສານ ອາຫານ ຢ່າງເປັນ ປະຈໍາ ໃນ ປະເທດ ຕ່າງໆ ທົ່ວໂລກ.

ງານວາງ ສະແດງ ແລະ ການ ແຂ່ງຂັນ ຮູບພາບ ເປັນ ສ່ວນໜຶ່ງ ຂອງ ການ ປຸກຣະດົມ ຊຸກຍູ້ ໂຄງການ ທີ່ ທາງ  ອົງການ ອາຫານ ໂລກ ໄດ້ ລິເລີ່ມ ເມື່ອ ປີກາຍ ໂດຍມີ ກົມ ຊ່ວຍເຫລືອ ມະນຸສທັມ ແລະ ປົກປ້ອງ ພົລເຮືອນ ECHO ຂອງ ຄນະ ກັມມາທິການ ຢູໂຣບ ໃຫ້ການ ສນັບສນູນ ທາງ ການເງິນ. ເປົ້າໝາຍ ຂອງ ໂຄງການ ນີ້ ຄື ເຕືອນ ຊາວ ຢູໂຣບ ໃນເຣື່ອງ ການ ຊ່ວຍເຫລືອ ດ້ານ ອາຫານ ໃນ ບັນດາ ຊາວ ຢູໂຣບ ແລະ ໃຫ້ ສະຫະພາບ ຢູໂຣບ ຊ່ວຍ ຄອບຄົວ ທີ່ ຢູ່ໃນ ສະພາບ ສ່ຽງ. ພ້ອມ ດຽວກັນ ກໍ ເນັ້ນເຖິງ ສັຈທັມ ທີ່ວ່າ ຄວາມ ອຶດຫິວ ສາມາດ ຖືກ ກໍາຈັດ ໃຫ້ໝົດໄປ ໄດ້ ໃນ ຊົ່ວ ຊີວິດ ຂອງເຮົາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.