ແມ່ຍິງລາວຍັງຖືກໃຊ້ ຄວາມຮຸນແຮງ
2018.11.29
ແມ່ຍິງລາວ ຍັງຄົງຖືກສາມີທຳຮ້າຍຮ່າງກາຍ ແລະຖືກລະເມີດສິດທິ ຈາກຄົນໃກ້ຊິດຢູ່. ບັນຫາດັ່ງກ່າວ ເປັນສິ່ງທ້າທາຍ ຊຶ່ງພາກສ່ວນ ກ່ຽວຂ້ອງ ໄດ້ພຍາຍາມແກ້ໄຂ ໃນຫຼາຍປີທີ່ຜ່ານມາ ດ້ວຍການສົ່ງເສີມ ແລະໃຫ້ຄວາມຮູ້ແກ່ແມ່ຍິງ ໃນເຂດຊົນນະບົດ ທີ່ແມ່ຍິງມັກຕົກ ເປັນເຫຍື່ອ ຂອງຄວາມຮຸນແຮງ ໂດຍສະເພາະຈາກສາມີ ແລະຄົນໃກ້ຊິດ ທີ່ເຮັດໃຫ້ແມ່ຍິງ ບໍ່ກ້າອອກມາ ຮຽກຮ້ອງສິດຂອງຕົນ, ດັ່ງ ເຈົ້າໜ້າທີ່ສະຫະພັນແມ່ຍິງ ແຂວງຊຽງຂວາງ ກ່າວວ່າ:
“ໂຕທີ່ມາຂໍຄວາມຊ່ວຍເຫຼືອ ຈາກພວກເຮົານີ້ ຍັງບໍ່ເຫັນມີ ແຕ່ວ່າຄັນຄືກໍຣະນີແບບຂົ່ມຂືນເບາະ ຫຼືນີ້ເຫັນມີຢູ່ ມີກໍຣະນີນຶ່ງ ສອງກໍຣະນີ ນີ້ແຫຼະ.”
ທ່ານກ່າວຕື່ມວ່າ ເຖິງແມ່ນວ່າຈະບໍ່ມີແມ່ຍິງ ມາຂໍຄວາມຊ່ອຍເຫຼືອ ຈາກທາງການຫຼາຍພໍປານໃດ, ແຕ່ຄາດວ່າ ມີແມ່ຍິງຈຳນວນນຶ່ງ ທີ່ ອາດຖືກທຳຮ້າຍຮ່າງກາຍ ຈາກສາມີ ຫຼືຄົນໃກ້ຊິດ. ກ່ຽວກັບບັນຫາ ດັ່ງກ່າວນີ້ ເຈົ້າໜ້າທີ່ແຂວງວຽງຈັນ ທ່ານນຶ່ງ ກໍເວົ້າວ່າ ໃນຣະຍະ ຜ່ານມາ ມີກໍຣະນີ ທີ່ແມ່ຍິງຖືກທຳຮ້າຍຮ່າງກາຍຈາກສາມີ ແຕ່ດຽວນີ້ ບໍ່ມີແລ້ວ ມີແຕ່ຜິດຖຽງກັນເລັກໜ້ອຍ ດັ່ງທີ່ທ່ານກ່າວວ່າ:
“ມີແຕ່ຜິດຖຽງກັນເລັກໆໜ້ອຍໆ ແລ້ວກໍແບບວ່າ ໃຫ້ແມ່ຍິງເຮັດວຽກໜັກໜ່ວງ ແຕ່ກີ້ມັນມີ ແຕ່ດຽນນີ້ບໍ່ມີແລ້ວ ຜູ້ຊາຍກໍ່ເອີ້ນວ່າແບ່ງເບົາ ຄວາມຫຍຸ້ງຍາກຂອງແມ່ຍິງ ໄດ້ຫຼາຍແລ້ວ ບາດນີ້ ແຕ່ກີ້ມີ ແຕ່ກີ້ເຮົາຍັງບໍ່ທັນຮັບຮູ້ ເລື່ອງບົດບາດຍິງຊາຍເນາະ ມັນກໍມີບາງເລັກໜ້ອຍ ດຽວນີ້ເວົ້າເລື່ອງການຮຽນ ບົດບາດຍິງຊາຍ ມັນກໍເຂົ້າເຖິງແລ້ວ.”
ຢ່າງໃດກໍຕາມ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີລາວ ກໍໄດ້ເວົ້າໃນວັນສາກົນ ກ່ຽວກັບການລົບລ້າງ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ເມື່ອໄວໆມານີ້ວ່າ ເພື່ອຍຸຕິຄວາມຮຸນແຮງດ່ັງກ່າວ ຕ້ອງມີການດຳເນີນການຮ່ວມກັນ ທຸກພາກສ່ວນທັງພາກຣັຖ ແລະສັງຄົມ ເພາະເຫັນວ່າຄວາມຮຸນແຮງປະເພດນີ້ ຍັງຄົງມີຢູ່ ເຊິ່ງທາງການລາວ ໄດ້ໃຫ້ຄວາມສຳຄັນ ໃນການແກ້ໄຂ ແລະຫຼຸດຜ່ອນບັນຫານີ້.
ແລະຫາກເວົ້າເຖິງທົ່ວໂລກ ຕາມຂໍ້ມູນຂອງອົງການຕ້ານ ການຄ້າຢາເສບຕິດ ແລະອາຊຍາກັມແຫ່ງ ສະຫະປະຊາຊາດ ຫຼື (UNODC) ໃນແຕ່ລະມື້ ມີແມ່ຍິງທົ່ວໂລກ ເສັຍຊີວິດຍ້ອນຖືກສາມີ ຫຼືຄົນໃນຄອບຄົວຄາຕກັມ ສເລັ່ຽ 137 ຄົນ ເຊິ່ງເທົ່າກັບວ່າ ເຮືອນ ຄືສະຖານທີ່ ທີ່ແມ່ຍິງມີຄວາມສ່ຽງ ຕໍ່ການທີ່ຈະຖືກຄາຕກັມຫຼາຍທີ່ສຸດ.
ໃນປີ 2017 ກວ່າເຄິ່ງນຶ່ງຂອງແມ່ຍິງ 87 ພັນຄົນ ຖືກຄົນໃກ້ຊິດຄາຕກັມ ໃນນັ້ນ 30 ພັນຄົນ ຖືກສາມີຂອງຕົນເອງຄາຕກັມ ໃນຂນະທີ່ ອີກ 20 ພັນຄົນ ຖືກຍາດພີ່ນ້ອງຄາຕກັມ ແລະມີຣາຍງານວ່າໂດຍທົ່ວໄປ ຜູ້ຊາຍມີແນວໂນ້ມ ທີ່ຈະຖືກຄາຕກັມ ໂດຍເຈຕນາສູງກວ່າແມ່ຍິງ ເຖິງ 4 ເທົ່າ, ແຕ່ແມ່ຍິງຫຼາຍກວ່າ 8 ໃນ 10 ຄົນ ຕົກເປັນເຫຍື່ອຂອງການຄາຕກັມ ຈາກຜູ້ເປັນສາມີຂອງຕົນເອງ.