ແມ່ຍິງ-ເດັກນ້ອຍ 05/05/18
ສຸພັດຕາ
2018.05.08
2018.05.08
ການອ່ານໜັງສື ຖືວ່າມີຄວາມສຳຄັນຫຼາຍສຳລັບເດັກນ້ອຍ ເພື່ອເຮັດໃຫ້ມີການພັທນາໃນດ້ານແນວຄິດ ຊ່ວຍເສີມສ້າງຄວາມຄິດຄວາມອ່ານ ໃຫ້ມີຄວາມກ້າວໜ້າໃນອະນາຄົດ ນອກຈາການອ່ານຈະສຳຄັນ ສຳລັບເດັກນ້ອຍ ເພື່ອການພັທນາທາງດ້ານແນວຄິດແລ້ວ ການອ່ານນັ້ນ ຍັງຊ່ວຍໃຫ້ນັກຂຽນບົດເຣື້ອງຕ່າງໆ ໄດ້ຂໍ້ມູນຫຼາຍ ເພື່ອມາປະກອບໃນບົດເຣື້ອງນັ້ນໆ ໃຫ້ຄົບຖ້ວນ ແລະ ສົມບູນຂຶ້ນ, ຊຶ່ງໃນມື້ນີ້ຂ້າພະເຈົ້າ ໄດ້ມີໂອກາດສັມພາດ ນັກຂຽນບົດນະວະນິຍາຍ ເຈົ້າຂອງນາມປະກາ ສ.ສາຍທອງຄຳ, ສອນທະນູໄຟ ແລະ ຟ້າປະທານພອນ ທີ່ມີຜົລງານ ຫຼາຍໆເຣື້ອງ ອອກທາງໜັງສືພິມ ແຮງງານ ແລະ ເຟດສບຸຄ ເປັນຕົ້ນແມ່ນເຣື້ອງ ລູກລ້ຽງ, ສູ້ດ້ວຍປັນຍາ ແລະ ເຣື້ອງ ນິມິດຮັກຂ້າມພົບ ສ່ວນວ່າ ການຂຽນເຣື້ອງຕ່າງໆຂອງເພິ່ນ ການອ່ານ ຈະມີສ່ວນສຳຄັນແນວໃດນັ້ນ ເຊີນທ່ານຮັບຟັງຈາກ ເອື້ອຍ ສຸພັກສອນ ສາຍທອງຄຳ ໄດ້ເລີຍ....