ແມ່ຍິງ-ເດັກນ້ອຍ 05/15/17
2017.05.16
ການຂໍແຕ່ງດອງນໍາ ແມ່ຍິງລາວ ຂອງຜູ້ຊາຍຊາວຈີນ ສໍາລັບແມ່ຍິງລາວ ຫລາຍໆຄົນ ໃນທົ່ວປະເທດ ເປັນຕົ້ນຢູ່ ຫລາຍແຂວງ ພາກເໜືອຂອງລາວ ຊຶ່ງມີທັງ ເດັກນ້ອຍ ນັກຮຽນຍິງ ອອກໂຮງຮຽນ ມາແຕ່ງດອງນໍາ ໂດຍສະເພາະນັ້ນ ມັກກັບກາຍ ເປັນຝັນຮ້າຍ ໃນຫລາຍປີຜ່່ານມານີ້.
ໃນນັ້ນກໍມີຮວມທັງ ເດັກນ້ອຍແມ່ຍິງ ຊັ້ນມັທຍົມ ຢູ່ແຂວງຫລວງພຣະບາງ ທີ່ຖືກຫລອກລວງ ໄປປະເທດຈີນ ໂດຍທີ່ຜູ້ຊາຍຈີນ ໃຫ້ຄໍາໝັ້ນສັນຍາ ວ່າຈະໃຫ້ມີວຽກເຮັດ ສະບາຍ ມີຊີວິດ ການເປັນຢູ່ດີ ຍ້ອນວ່າ ຕົນເປັນຄົນຮັ່ງມີ. ແຕ່ໃນຄວາມ ເປັນຈິງ ຜູ້ຊາຍຈີນ ທີ່ເຂົ້າມາ ລາວນັ້ນ ຈໍານວນ ບໍ່ໜ້ອຍ ທີ່ພຽງແຕ່ເພື່ອ ຊອກຫາ ຫລອກລວງ ເອົາແມ່ຍິງ ໄປຂູດຮີດ ໃຊ້ແຮງງານ ໜັກ, ໄປຂາຍເຂົ້າຊ່ອງ ໂສເພນີ ຫລື ບັງຄັບ ໃຫ້ຂາຍ ບໍຣິການ ທາງເພດ ຮວມທັງ ຕາມຖນົນ ຢຸ່ປະເທດຈີນ ຊຶ່ງເປັນຮູບການ ນຶ່ງ ຂອງການ ຄ້າມະນຸດ ໂດຍທີ່ ແມ່ຍິງລາວ ບໍ່ນຶກບໍ່ຝັນ ມາກ່ອນ ວ່າມັນຈະເປັນໄປ ຄືແນວນັ້ນໄດ້.
ການທຳຕົນເປັນຄົນຮັ່ງມີ ຂອງຜູ້ຊາຍຈີນ ທີ່ເຂົ້າມາຫລອກລວງ ແມ່ຍິງລາວ ໄປ ຕົກຢູ່ໃນສະພາບ ທີ່ຖືກບັງຄັບ ຄືແນວນັ້ນ ເປັນກົລລວງ ແນວໃໝ່ ສໍາລັບ ແມ່ຍິງ ລາວໄປຈີນ ຮວມທັງ ແຕ່ງດອງ ເອົາກັນແລ້ວໄປ ຂນະທີ່ ປະເທດໄທ ເປັນຈຸດໝາຍ ປາຍທາງ ທີ່ຮູ້ຈັກກັນດີ ສໍາລັບ ແມ່ຍິງ ວັຍໜຸ່ມສາວລາວ ທົ່ວປະເທດ ຊຶ່ງ ຖືກບັງຄັບໃຊ້ ແຮງງານໜັກ, ໃຫ້ເປັນ ໂສເພນີ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ອົງການ ຈັດຕັ້ງສາກົລ ຕ້ານການ ຄ້າມະນຸດ ຢູ່ລາວ ທ່ານນຶ່ງ ທີ່ບໍ່ປະສົງ ອອກຊື່ ຕໍ່ RFA ເມື່ອໄວໆມານີ້:
"ສະເພາະແຕ່ເບື້ອງລາວ ອາດສິມີທ່າອ່ຽງ ອາດສິມີການ ຖືກຕົວະ ແຕ່ງງານໄປຈີນ ແບບຊີ້ ຫັ້ນນະ ອັນນີ້ບໍ່ແມ່ນ ສະເພາະເນາະ ມັນມີມາ ຮອດທາງໃຕ້ ກະມີ ທາງເໜືອ ກະມີ ລະກະວຽງຈັນ ກະມີ".
ຜູ້ຊາຍຈີນ ມັກເຂົ້າມາເລາະຕາມບ້ານຕ່າງໆ ເພື່ອຫາແມ່ຍິງ ເດັກນ້ອຍນັກຮຽນ, ທຳຕົນເປັນຄົນ ຮຽບຮ້ອຍ ອ່ອນໂຍນ ມີພຽບພ້ອມ ຊັບສິນເງິນຄຳ ເພື່ອເຮັດໃຫ້ ຜູ້ທີ່ພົບເຫັນເຂົາ ຄິດວ່າເປັນ ຄົນຮູ້ຜູ້ດີ ເປັນຄົນຮັ່ງມີ ແລະເຮັດໃຫ້ ຜູ້ເປັນພໍ່ແມ່ ຫລົງເຊື່ອວ່າ ເມື່ອລູກສາວ ຂອງພວກຕົນ ໄດ້ແຕ່ງດອງນຳ ແລະໄປຢູ່ປະເທດຈີນ ແລ້ວ ກໍຈະມີຄວາມສຸກ ສະດວກສະບາຍ ໂດຍຄິດບໍ່ເຖິງວ່າ ເມື່ອລູກສາວ ຂອງພວກຕົນ ຖືກພາໄປຮອດ ຈີນແລ້ວ ອາດຈະຖືກ ບັງຄັບໃຊ້ ແຮງງານໜັກ, ໃຫ້ຂາຍໂຕ ເປັນໂສເພນີ ຊຶ່ງເປັນເຣຶ່ອງ ທີ່ໜ້າເປັນຫ່ວງ ແລະຄວນຫາທາງ ແກ້ໄຂ. ດັ່ງ ເຈົ້າໜ້າທີ່ ທ່ານດຽວກັນນີ້ ກ່າວຕື່ມ ອີກວ່າ:
"ແມ່ນກໍາລັງໜ້າເປັນຫ່ວງ ຣັຖບານ ເພິ່ນກໍເອົາໃຈໃສ່ ຢູ່ດຽວນີ້ ເພິ່ນກະ ພຍາຍາມ ຊອກຫາຂໍ້ມູນ ມີການຕິດຕາມ ກໍຣະນີ ສົງໃສຢູ່".
ການຄ້າມະນຸດ ຕາມກົດໝາຍວ່າດ້ວຍ ການຕ້ານການຄ້າມະນຸດ ຂອງສປປລາວ ກຳນົດໄວ້ ຢູ່ໃນມາຕຣາ 2 ວ່າ ການຄ້າມະນຸດ ແມ່ນການ ຊອກຫາ ລັກພາຕົວ ການເຄື່ອນຍ້າຍ ການຂົນສົ່ງ ຫລືນຳສົ່ງ ຮັບເອົາຄົນ ຢູ່ພາຍໃນ ຫລື ຕ່າງປະເທດ ການໃຫ້ ບ່ອນພັກເຊົາ ຫລື ລີ້ຊ່ອນ ດ້ວຍການຂົນຂວາຍ ແນະນຳ ຕົວະຍົວະ ຫລອກລວງ, ຊື້ຈ້າງ, ຈອບອອຍ, ຍຸຍົງ, ສວຍໃຊ້ອຳນາດ, ບັງຄັບ, ນາບຂູ່, ຜູກມັດ ດ້ວຍໜີ້ສິນ, ການເອົາເດັກນ້ອຍ ມາລ້ຽງ ຫລື ເອົາເດັກ ເປັນລູກລ້ຽງ ແອບແຝງ, ໝັ້ນໝາຍແອບແຝງ, ແຕ່ງດອງແອບແຝງ, ການໃຫ້ຖືພາ, ຂໍທານ ແລະ ການຖ່າຍຮູບພາບ, ສະແດງ, ເຜີຍແຜ່ ສິ່ງລາມົກ ຫລື ດ້ວຍຮູບການອື່ນ ເພື່ອຂູດ ຮີດແຮງງານ, ຂູດຮີດທາງເພດ, ເປັນຂ້າທາດ, ຄ້າໂສເພນີ, ບັງຄັບໃຫ້ ເປັນໂສເພນີ, ເອົາອະວັຍວະ ຂອງຮ່າງກາຍ ໄປຂາຍ ແລະສິ່ງອື່ນ ເພື່ອຫາຜົລປະໂຫຍດ.
ເວົ້າສະເພາະແຂວງຫລວງນ້ຳທາ ແຂວງຜົ້ງສາລີ ທີ່ຕິດກັບ ຊາຍແດນຈີນ ຕາມຄຳເວົ້າ ຂອງຊາວແຂວງ ຜົ້ງສາລີ ນາງນຶ່ງ ແລ້ວແມ່ນວ່າ ຜູ້ທີ່ມັກຖືກ ຄົນຈີນ ເຂົ້າມາຫລອກລວງ ແຕ່ງດອງນຳ ນັ້ນ ທົ່ວໄປແລ້ວ ເອົາກັນແບບ ອຳນາດ ການປົກຄອງ ທ້ອງຖິ່ນ ບໍ່ຮູ້ນຳ, ມີພຽງແຕ່ເອົາ ເງິນຄ່າດອງ ໃຫ້ຜູ້ເປັນ ພໍ່ແມ່ ແລ້ວກໍພາໄປ ຈີນ ໃນມື້ ສອງມື້ຕໍ່ມາ.
ແມ່ຍິງທີ່ວ່ານັ້ນ ມັກເປັນແມ່ຍິງ ຢູ່ເຂດຊົນເຜົ່າ ບໍ່ຄ່ອຍໄດ້ ເຂົ້າໂຮງຮຽນ ຄອບຄົວ ທຸກຍາກ ລຳບາກ. ຫລັງຈາກ ໄປປະເທດຈີນ ກັບຜົວແລ້ວ ບາງຄົນ ກໍບໍ່ສົ່ງຂ່າວ ກັບມາຫາ ພໍ່ແມ່ ຢູ່ທາງເມືອງລາວ ເຮັດໃຫ້ ຜູ້ເປັນພໍ່ແມ່ ແລະຄອບຄົວ ເປັນຫ່ວງ ຍ້ອນວ່າ ບໍ່ຮູ້ວ່າ ມີຊີວິດ ການເປັນຢູ່ ແນວໃດ. ດັ່ງທີ່ ຊາວຜົ້ງສາລີ ເວົ້າວ່າ:
"ມີຫລາຍ ດຽວນີ້ແຮງຫລາຍ ຈີນ ມາເອົາວາງເງິນ ຄ່າດອງຫລາຍ ເອົາຄົນລາວ ນຳກັນກະມີ ເອົາຈີນຫລາຍ ບໍ່ມີໃບ ແຕ່ງງານ ກໍມາເອົາກັນເມືອ ບໍ່ຮູ້ວ່າ ອະນາຄົດ ສິເກີດຫຍັງຂຶ້ນ ແຕ່ງປຶບ ເອົາເມືອເລີຍ".
ບາງກໍຣະນີ ກໍເອົາກັນໄປແຕ່ງດອງ ຢູ່ຈີນພຸ້ນ ກໍມີ. ຫາກເວົ້າເຖິງ ຜູ້ຊາຍຄົນຈີນ ທີ່ຢາກໄດ້ ເຈົ້າສາວ ເປັນຄົນລາວ ນັ້ນກໍມີ ຫລາກຫລາຍ ແບບ ບໍ່ໜ້າເຊື່ອ.
ຂ່າວ China Morning Post ສະບັບລົງວັນທີ 6 ກຸມພາ 2017 ຣາຍງານ ໂດຍພາດຫົວຂໍ້ ວ່າ ແມ່ຍິງລາວ ທີ່ເປັນເຈົ້າສາວ ໄດ້ໜີຈາກ ເຈົ້າບ່າວຄົນຈີນ ພາຍຫລັງ ທີ່ໄດ້ຮັບເງິນ ຄ່າດອງແລ້ວ. ຜູ້ເປັນພໍ່ແມ່ ຂອງເຈົ້າບ່າວ ວັຍ 28 ປີ ທີ່ມີ ນາມສະກຸລ ວ່າ Duan ຢູ່ເມືອງ Xianyan ແຂວງ Shaanxi ໄດ້ ໂທຣະສັບ ໄປຫາ ເຈົ້າໜ້າທີ່ ຕໍາຣວດຈີນ ພາຍຫລັງທີ່ ເຈົ້າສາວ ໜີໄປຈາກ ຄອບຄົວ ຫລັງແຕ່ງດອງ ກັນໄດ້ພຽງ 2-3 ມື້.
ກ່ອນຈະມີເງິນ ໄປແຕ່ງດອງ ເອົາແມ່ຍິງລາວ ນັ້ນ ຊາຍຈີນຄົນນີ້ ໄດ້ກູ້ຢືມເງິນ ຈໍານວນ 110 ພັນຢັວນ ເພື່ອເອົາໄປ ເປັນຄ່າແຕ່ງດອງ ກັບ ແມ່ຍິງລາວ ໃນປະເທດລາວ ຂນະທີ່ ຄວາມຄາດຫວັງ ອັນໃຫຍ່ຫລວງ ຂອງ ແມ່ຍິງຈີນ ແມ່ນຕ້ອງ ການສາມີ ທີ່ມີຣາຍໄດ້ ເດືອນນຶ່ງ 6700 ຢັວນ ຊຶ່ງເປັນຣາຍໄດ້ ສະເລັ່ຍ ສູງ ກວ່າຄົນງານ ທົ່ວໄປ ຢູ່ໃນປະເທດຈີນ ເຖິງ 2 ເທົ່າ.
ນາງ Li ໄດ້ພົບພໍ້ ກັບຜູ້ເປັນສາມີ ຂອງນາງ ຊື່ທ້າວ ດັວນ ພຽງຄັ້ງດຽວ ເມື່ອເດືອນທັນວາ ປີ 2016 ຊຶ່ງ ມີຣາຍງານວ່າ ນາງໄດ້ ເອົາຕົວຫລົບໜີ ກ່ອນໜ້າ ທາງຄອບຄົວ ຂອງຜູ້ເປັນ ສາມີ ຈະມາເຕົ້າ ໂຮມກັນ ໃນວັນທີ 29 ທັນວາ ປີກາຍ ຄືເປັນມື້ທີ 2 ຂອງບຸນປີໃໝ່ ຈີນ ແລະ ກໍບໍ່ພໍ ເທົ່າໃດມື້ ຫລັງແຕ່ງດອງ. ພໍ່ຂອງທ້າວ Duan ເວົ້າວ່າ ລູກໄພ້ ຂອງຕົນ ນາງປະພຶດຕົນ ຂ້ອນຂ້າງດີ ຫລັງພວກເຂົາ ແຕ່ງດອງກັນ ແລ້ວ. ແລະວ່າ ນາງ ໄດ້ໄປກັບ ລູກຊາຍ ຂອງພວກຕົນ ເພື່ອພົບພໍ້ ກັບ ຍາດພີ່ນ້ອງ ທີ່ໃຫ້ ຊອງສີແດງ ຄືຊອງຂອງຂັວນ ເປັນເງິນ ແກ່ນາງ. ແຕ່ປັດຈຸບັນ ລູກໄພ້ ຂອງພວກຕົນ ໄດ້ລັກໜີໄປ ແບບເສີຍໆແລ້ວ.
ທ້າວ Duan ກໍຄືກັນກັບ ຜູ້ຊາຍຈີນ ຫລາຍໆຄົນ ທີ່ຫາເມັຽຍາກ ຢູ່ພາຍໃນ ປະເທດ ຂອງພວກເຂົາ ຍ້ອນຈີນ ເປັນປະເທດ ທີ່ມີຜູ້ຊາຍ ຫລາຍກວ່າ ແມ່ຍິງຫລາຍ ຍ້ອນເມື່ອກ່ອນ ຈີນ ມີນະໂຍບາຍ ລູກຄົນດຽວ ເຮັດໃຫ້ໃຜໆ ກໍຕ້ອງການ ລູກຊາຍ ເພື່ອໃຫ້ ສືບທອດຕະກູນ ຕໍ່ໆໄປ.
ແຕ່ກໍຣະນີທ້າວ Duan ປາກົດວ່າ ຈະປະສົບ ຄວາມຫຍູ້ງຍາກ ຍິ່ງກວ່າ ຜູ້ຊາຍຈີນ ຫລາຍໆຄົນ ຍ້ອນມືຊ້າຍ ຂອງເຂົາ ພິການ ແລະພໍ່ແມ່ ຂອງເຂົາ ກໍພິການ ທາງຮ່າງກາຍ ເຊັ່ນກັນ.
ດັ່ງນັ້ນ ຜູ້ເປັນພໍ່ແມ່ ຈຶ່ງໄດ້ ຕົກລົງກັນ ທີ່ຈະໄປຫາ ແມ່ຍິງລາວ ມາເປັນເຈົ້າສາວ ໃຫ້ຂອງລູກຊາຍ ຂອງພວກຕົນ ຫລັງຈາກ ເຫັນລູກຊາຍ ຂອງຄອບຄົວ ເພື່ອນບ້ານ ຕ່າງກໍພາກັນໄປ ແຕ່ງດອງກັບ ແມ່ຍິງລາວ ຢູ່ ປະເທດລາວ ກັນທັງນັ້ນ.
ຄອບຄົວ ຂອງທ້າວ Duan ໄດ້ຈ່າຍເງິນໃຫ້ ຄອບຄົວ ຂອງນາງ Li ຈໍານວນ 60 ພັນຢັວນ ຕອນທີ່ລູກຊາຍ ແລະ ລູກສາວທັງ 2 ຄົນ ພົບພໍ້ກັນ ເທື່ອທໍາອິດ ເມື່ອ ເດືອນທັນວາ ປີກາຍ ແລະຈ່າຍໃຫ້ ອີກ 30 ພັນຢັວນ ເມື່ອນາງ ເດີນທາງ ເຖິງບ້ານ ຂອງພວກເຂົາ ຢູ່ຈີນ ໃນເດືອນ ມົກຣາ ທີ່ຫາກໍ່ ຜ່ານມານີ້. ແລະຈ່າຍໃຫ້ຕື່ມ ອີກ 20 ພັນຢັວນ ເມື່ອວີຊາ ແລະເອກສານ ແຕ່ງດອງ ແລ້ວໆ.
ຫ້ອງການສະຖິຕິ ແຫ່ງຊາດຈີນ ຣາຍງານ ເມື່ອວັນທີ 26 ມົກຣາ 2017 ນີ້ວ່າ ປັດຈຸບັນ ຈຳນວນ ຜູ້ຊາຍຈີນ ມີຫລາຍກວ່າ ແມ່ຍິງເຖິງ 33 ລ້ານຄົນ ໃນຈໍານວນ ປະຊາກອນຈີນ ທັງໝົດ 1 ພັນ 380 ລ້ານຄົນ.
ສຳລັບກໍຣະນີ ຂອງນາງລີ ນີ້ ບໍ່ເປັນທີ່ຮູ້ໄດ້ ຢ່າງຈະແຈ້ງວ່າ ເປັນຫຍັງ ນາງຈຶ່ງໜີໄປ ນາງ ໄປຢູ່ໃສ ກັບເມືອງລາວ ໄປແລ້ວ ຫລືວ່າ ຍັງຢູ່ຈີນ ເພາະຂ່າວ ບໍ່ເວົ້າເຖິງ ເຣື່ອງນີ້ເລີຍ ແລະ ກໍບໍ່ຄ່ອຍ ມີຂ່າວແບບນີ້ ເກີດຂຶ້ນ ກັບ ແມ່ຍິງລາວ ທີ່ໄປແຕ່ງດອງ ກັບ ຜູ້ຊາຍຄົນຈີນ ຢູ່ປະເທດຈີນ. ການທີ່ນາງ ໜີໄປ ແບບບໍ່ມີປີ່ ມີຄຸ່ຍ ນັ້ນ ເຮັດໃຫ້ທາງ ຄອບຄົວ ພໍ່ແມ່ ຂອງເຈົ້າບ່າວ ຫລືແມ່ນແຕ່ ເຈົ້າບ່າວ ເອງກໍບໍ່ຮູ້ວ່າ ເປັນການດີ ຫລືບໍ່ດີ ສຳລັບນາງ.
ເພື່ອປ້ອງກັນ ບໍ່ໃຫ້ມີເຣຶ່ອງ ດັ່ງກ່າວ ເກີດຂຶ້ນ ຫລາຍຕື່ມອີກ ທາງການລາວ ກໍໄດ້ເອົາ ໃຈໃສ່ ໂຄສະນາ ເຕືອນເດັກນ້ອຍ ນັກຮຽນຍິງລາວ ໃນເຂດ ແຂວງຕ່າງໆ ບໍ່ໃຫ້ເຊື່ອ ຄວາມຄົນງ່າຍ ບໍ່ວ່າຈະເປັນຄົນ ລາວ ດ້ວຍກັນ ຫລືວ່າ ຄົນຮູ້ຈັກກັນ ຫລືຄົນ ແປກໜ້າ ເພາະອາດຈະເປັນ ຄວາມສ່ຽງ ຕໍ່ການທີ່ ອາດຈະຕົກເປັນ ຜູ້ເຄາະຮ້າຍ ຈາກການ ຄ້າມະນຸດ ຢູ່ຕ່າງປະເທດ ເປັນຕົ້ນຢູ່ໄທ ແລະຈີນ ກໍເປັນໄດ້. ທາງດ້ານຊາຍແດນ ທີ່ຕິດກັບຈີນ ກໍມີຂ່າວ ກ່ອນໜ້າ ນີ້ວ່າ ມີການຍາມ ແລະເຝົ້າຣະວັງ ກວດກາ ຊາຍແດນ ເຂັ້ມງວດຂຶ້ນ ຂນະທີ່ ເຈົ້າໜ້າທີ່ລາວ ຄາດການວ່າ ມີຄົນຈີນ ຈໍານວນນຶ່ງ ເຂົ້າມາ ເຄື່ອນໄຫວ ຢູ່ເຂດແຂວງ ຕ່າງໆຂອງລາວ ເປັນຕົ້ນ ຢູ່ເຂດ ເມືອງໜອງແຮດ.
ເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ໄປວ່າ ເມື່ອປີ 2014 ທາງເຈົ້າໜ້າທີ່ ສາມາດ ສະກັດກັ້ນ ແລະຊ່ວຍແມ່ຍິງລາວ ຄົນເມືອງໜອງແຮດ ຄົນນຶ່ງ ໄດ້ ທີ່ເມືອງສິງ ແຂວງຫລວງນ້ຳທາ ທີ່ຖືກຜູ້ຊາຍ ຄົນຈີນ ຕົວະຍົວະ ພາເດີນທາງ ໄປຢູ່ຈີນ. ແລະ ເມື່ອປີກາຍ ກໍມີ ແມ່ຍິງ ຄົນອີກນຶ່ງ ອາຍຸ 15 ປີ ຢູ່ບ້ານ ຍອດຄາ ກໍຖືກຄົນຈີນ ຕົວະໄປຄ້າ ຢູ່ຈີນ ຈົນມາຮອດ ມື້ນີ້ ກໍຍັງບໍ່ຮູ້ ຊະຕາກັມ ຂອງນາງເລີຍ ເຖິງແມ່ນວ່າ ເຈົ້າໜ້າທີ່ ຈະໄດ້ ພຍາຍາມ ຕິດຕາມ ຊອກຫາ ຢ່າງເຕັມທີ່ ທັງຂໍໃຫ້ ເຈົ້ານ້າທີ່ ຈີນ ຊ່ວຍຕາມຫາ ນຳດ້ວຍ ກໍຕາມ.