ແມ່ຍິງ-ເດັກນ້ອຍ 01-19-2014
2014.01.20
ຣັຖບານ ລາວ ແລະ ວຽດນາມ ຈະດໍາເນີນ ການແກ້ໄຂ ບັນຫາ ການແຕ່ງດອງ ຣະຫວ່າງ ຄົນສອງ ສັນຊາດ ຊຶ່ງສ່ວນໃຫຍ່ ກໍເປັນ ແມ່ຍິງລາວ ແຕ່ງດອງ ກັບ ຜູ້ຊາຍ ວຽດນາມແລະ ການເຂົ້າເມືອງ ຜິດ ກົດໝາຍ ຂອງ ພົລເມືອງ ຮວມທັງ ແມ່ຍິງ ແລະ ເດັກນ້ອຍ ຢູ່ຕາມ ແນວຊາຍແດນ ຂອງ ສອງປະເທດ ນັ້ນ ຢ່າງເຂັ້ມງວດ ພາຍໃນ ຊ່ວງຕົ້ນປີ 2014 ນີ້ ພາຍຫລັງ ທີ່ເປັນ ບັນຫາ ມານັບເປັນ ສິບສິບ ປີ ມາແລ້ວ.
ຄໍາປະກາດ ດັ່ງກ່າວ ມີຂຶ້ນ ຢູ່ໃນ ກອງປະຊຸມ ຄນະ ກັມການ ຊາຍແດນ ລາວ-ວຽດນາມ ວຽດນາມ-ລາວ ປະຈໍາ ປີ ຄັ້ງທີ 23 ທີ່ ກຸງຮ່າໂໜ້ຍ ປະເທດ ວຽດນາມ ແຕ່ວັນທີ 8 ຫາທີ 10 ມົກຣາ 2014 ນີ້. ບັນຫາ ດັ່ງກ່າວ ເປັນບັນຫາ ທີ່ຣັຖບານ ຂອງ ທັງ 2 ປະເທດ ໄດ້ຕົກລົງ ທີ່ ຈະຮ່ວມກັນ ແກ້ໄຂ ແລະ ສະພາ ແຫ່ງຊາດ ຂອງທັງສອງ ປະເທດ ກໍໄດ້ໃຫ້ ສັຕຍາບັນ ສັນຍາ ດັ່ງກ່າວ ເມື່ອທ້າຍປີ 2013 ຜ່ານມາ.
ໃນກອງປະຊຸມ ຄັ້ງນີ້ ທັງ 2 ຝ່າຍໄດ້ ປຶກສາ ຫາລືກັນ ເຖິງເຣື່ອງ ການຈັດຕັ້ງ ປະຕິບັດ ຂໍ້ຕົກລົງ ຣະຫວ່າງ ຣັຖບານລາວ ແລະ ວຽດນາມ ກ່ຽວກັບ ການເຄື່ອນຍ້າຍ ຂອງ ພົລເມືອງ ຂອງສອງ ປະເທດ ແບບເສຣີ ແລະບັນຫາ ການແຕ່ງດອງ ທີ່ບໍ່ຖືກຕ້ອງ ຕາມກົດໝາຍ ຣະຫວ່າງ ປະຊາຊົນ ສອງຊາດ ທີ່ອາສັຍ ຢູ່ຕາມແນວ ຊາຍແດນ.
ຂໍ້ຕົກລົງ ຣະຫວ່າງ ຣັຖບານລາວ ແລະ ວຽດນາມ ວ່າດ້ວຍ ການແກ້ໄຂ ບັນຫາ ຜູ້ໂຍກຍ້າຍ ຖີ່ນຖານ ແລະ ການແຕ່ງດອງ ຢູ່ຕາມ ບໍຣິເວນ ຊາຍແດນ ຂອງສອງ ປະເທດ ນີ້ກໍຖືກນໍາຂຶ້ນ ປຶກສາຫາລື ແລະແກ້ໄຂ ຮ່ວມກັນ ໃນກອງປະຊຸມ ຂອງ ຣັຖບານ ປະຈໍາເດືອນ ທັນວາ 2013 ຜ່ານມາ.
ແລະໜັງສືພິມ ເຍິນເຍິນ ຂອງວຽດນາມ ສບັບ ລົງວັນທີ 6 ມົກຣາ 2014 ນີ້ ຣາຍງານວ່າ ລາວ ແລະ ວຽດນາມ ຈະເຮັດໃຫ້ ພົລເມືອງ ຂອງສອງ ປະເທດ ທີ່ ຂ້າມຊາຍແດນ ບໍ່ມີເອກສານ ນັ້ນ ໃຫ້ຖືກຕ້ອງ, ບັນຫາ ຊາວວຽດນາມ ຍ້າຍຖີ່ນຖານ ຫລືວ່າຂ້າມມາ ຢູ່ໃນດິນແດນ ຂອງລາວ ແລະແຕ່ງດອງ ກັບ ຄົນລາວ ແລະ ຄົນລາວ ຍ້າຍເຂົ້າໄປ ຢູ່ ໃນວຽດນາມ ແຕ່ງດອງ ກັບ ຄົນວຽດນາມ ໂດຍບໍ່ມີ ເອກສານ ຖືກຕ້ອງ ຕາມ ກົດໝາຍ ນັ້ນ ເປັນບັນຫາ ທີ່ເກີດຂຶ້ນມາດົນ ເປັນສິບສິບປີແລ້ວ ແລະທັງສອງ ຝ່າຍກໍໄດ້ ພຍາຍາມ ແກ້ໄຂ ມາໂດຍຕລອດ. ແລະວ່າ ນາຍົກ ຣັຖມົນຕຣີ ວຽດນາມ Nguyen Tan Dung ໄດ້ອະນຸມັດ ໂຄງການ ຈັດຕັ້ງ ປະຕິບັດ ຂໍ້ຕົກລົງ ຣະຫວ່າງ 2 ຣັຖບານ ລາວ-ວຽດນາມ ເພື່ອແກ້ໄຂ ບັນຫາ ການເຄື່ອນຍ້າຍ ແບບເສຣີ ແລະ ການແຕ່ງດອງ ທີ່ບໍ່ຖືກຕ້ອງ ຕາມກົດໝາຍ ຢູ່ ແນວຊາຍແດນ ນັ້ນ.
ພາຍໃຕ້ ໂຄງການ ທີ່ວ່ານີ້ ເຈົ້າໜ້າທີ່ ທັງສອງຝ່າຍ ຈະລົງສໍາຣວດ ກວດກາ ຕົວຈິງ ພາຍໃນ 10 ເດືອນ ຂ້າງໜ້າ ເພື່ອກໍານົດ ວ່າ ຄູ່ຜົວເມັຽໃດ ທີ່ມີເງື່ອນໄຂ ໃຫ້ອາສັຍ ຢູ່ໃນ ປະເທດໄດ້ ແລະ ຜູ້ທີ່ບໍ່ມີ ເງື່ອນໄຂ ຈະຕ້ອງຖືກ ສົ່ງກັບຄືນ ປະ ເທດ ຂອງຕົນ. ພາຍໃນ 3 ເດືອນ ຂ້າງໜ້ານີ້ ທາງການລາວ ຈະເຮັດບັນຊີ ຣາຍຊື່ ຊາວວຽດນາມ ທີ່ເຂົ້າມາ ຢູ່ລາວ ແບບເສຣີ ແລະ ແຕ່ງດອງ ກັບ ຄົນລາວ ໂດຍທີ່ເຈົ້າໜ້າທີ່ ອໍານາດ ການປົກຄອງ ຢູ່ຕາມ ຊາຍແດນ ບໍ່ໄດ້ຮັບຮູ້.
ແລະພາຍໃນ 20 ເດືອນ ອໍານາດ ການປົກຄອງ ທ້ອງຖີ່ນ ຕາມແນວ ຊາຍແດນ ນັ້ນ ຈະຕ້ອງສ້າງ ເງື່ອນໄຂ ໃຫ້ຜູ້ທີ່ໄດ້ ຮັບ ອານຸຍາດ ນັ້ນ ມີສິດຢູ່ ໃນປະເທດໄດ້ ແລະ ໃຫ້ສັນຊາດ ມີສິດເປັນ ພົລເມືອງ, ອອກໃບ ອະນຸຍາດ ແຕ່ງດອງໃຫ້, ແລະໃຫ້ເອກສານ ອື່ນໆທີ່ສອດຄ່ອງ ກັບ ຣະບຽບ ກົດໝາຍ ບ້ານເມືອງ. ລາວແລະວຽດນາມ ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ອົງການ ສາກົລ ປະຈໍາລາວ ວ່າໄດ້ ເຊັນຂໍ້ຕົກລົງ ຕ້ານ ການ ຄ້າມະນຸດ ກັນ ເມື່ອປີ 2010:
"ເຊັນລະ ວຽດນາມກັບ ຣັຖບານລາວ ເຊັນ 2010 ລະກະມີ ການຈັດຕັ້ງ ປະຕິບັດ ລະກະຮ່າງ ແຜນງານ 2013 ຫາ 2015".
ຕາມຂໍ້ມູລ ເບື້ອງຕົ້ນ ຂອງ ສອງປະເທດ ມີຊາວ ວຽດນາມ 7 ພັນ 66 ຄົນ ທີ່ເຂົ້າມາຢູ່ລາວ ໂດຍບໍ່ມີ ເອກສານ 679 ຄົນ ແຕ່ງດອງ ກັບ ຄົນລາວ ແບບຜິດ ກົດໝາຍ ຊຶ່ງສ່ວນໃຫຍ່ ກໍແມ່ນ ແຕ່ງດອງ ກັບ ແມ່ຍິງ ລາວ. ໃນຂະນະ ດຽວ ກັນ ກໍມີ ຊາວລາວ 4535 ຄົນ ໂຍກຍ້າຍໄປຢູ່ ວຽດນາມ ແລະ 1385 ຄົນ ແຕ່ງດອງ ກັບ ຊາວວຽດນາມ ແບບບໍ່ໄປ ຈົດທະບຽນ ໃຫ້ຖືກຕ້ອງ ຕາມກົດໝາຍ.
ຢ່າງໃດກໍຕາມ ໜັງສືພິມ VientianeTimes ສະບັບ ລົງວັນທີ 13 ທັນວາ 2013 ຜ່ານມາ ວ່າ ການ ຄ້າມະນຸດ ແລະການຍ້າຍ ຖີ່ນຖານ ແບບບໍ່ ຖືກຕ້ອງ ຕາມກົດໝາຍ ຂອງຄົນງານ ຈາກ ວຽດນາມ ເຂົ້າມາລາວ ໄດ້ກາຍເປັນ ບັນຫາ ສໍາຄັນ ທີ່ຈໍາເປັນ ຈະຕ້ອງໄດ້ ແກ້ໄຂ.
Vientiane Times ໄດ້ຣາຍງານ ໂດຍອ້າງ ອີງໃສ່ ຄໍາເວົ້ າຂອງ ຍານາງ ສຸດໃຈ ສຸກກະເສີມ ຫົວໜ້າຝ່າຍກົດໝາຍ ກົມກົງສູນ ກະຊວງ ການຕ່າງ ປະເທດລາວ ວ່າ ບັນຫາ ການເຂົ້າມາ ລາວ ຂອງຄົນງານ ວຽດ ນາມ ໄດ້ປາກົດ ຕົວຂຶ້ນ ເມື່ອໄວໆມານີ້ ຕາມແນວຊາຍ ແດນ ລາວ-ວຽດນາມ ໂດຍສະເພາະ ໃນເຂດ ແຂວງຄໍາມ່ວນ ແລະ ແຂວງ ບໍຣິຄໍາໄຊ. ນາງໄດ້ໃຫ້ ຄໍາເຫັນ ເຊັ່ນນີ້ ໃນວັນ ສາກົລ ຕ້ານການ ຄ້າມະນຸດ ວັນທີ 12 ທັນວາ 2012 ຂະນະທີ່ ຢູ່ລາວ ມີການເຕົ້າ ໂຮມກັນ ຮຽກຮ້ອງ ໃຫ້ຜູ້ຄົນມີ ສະຕິ ຣະວັງຕົວ ກ່ຽວກັບພັຍ ການຄ້າມະນຸດ ຊຶ່ງນາງວ່າ ການຄ້າມະນຸດ ເປັນບັນຫາ ທີ່ທົ່ວໂລກ ປະເຊີນ ຮວມທັງ ສປປລາວ.
ຂະນະທີ່ລາວ ເປັນເຂດ ທາງຜ່ານ ຈາກວຽດນາມ ໄປໄທ. ຍານາງສຸດໃຈ ກ່າວຕື່ມວ່າ ຢູ່ເຂດ ແຂວງ ຂອງລາວ ຈໍານວນນຶ່ງ ໂດຍສະເພາະ ໃນແຂວງ ບໍຣິຄໍາໄຊ ຈະເຫັນຊາວ ວຽດນາມ ຖືກ ຫລອກລວງ ເຂົ້າມາ ລາວ ເພື່ອການ ຄ້າທາງເພດ ຈໍານວນ ບໍ່ໜ້ອຍ ທີ່ເຂົ້າ ມາລາວແບບ ຜິດກົດໝາຍ. ໃນນັ້ນ ຈໍານວນນຶ່ງ ຖືກຊ່ວຍເຫລືອ ໄດ້ ແລະສົ່ງກັບ ຄືນປະເທດ. ແລະ ຈໍານວນນຶ່ງ ກໍສວຍໃຊ້ ນະໂຍບາຍ ຍົກເວັ້ນ ວີຊາ ຂອງ ທາງການ ຢູ່ລາວ ຕໍ່ໄປພາຍຫລັງ ວີຊາໝົດ ກໍານົດ ແລ້ວ.
ມີຂ່າວວ່າ ຄົນລາວ ຈໍານວນນຶ່ງ ບໍ່ຮູ້-ບໍ່ເຂົ້າໃຈ ບັນຫາ ເຣື່ອງການ ເຄື່ອນຍ້າຍ ຂອງ ຄົນງານ ວຽດນາມ ແລະ ຈ້າງພວກ ເຂົາເຈົ້າ ເພາະ ຄ່າແຮງງານ ຖືກໂດຍ ທີ່ບໍ່ຮູ້ວ່າ ຕົນກໍາລັງ ສນັບສນູນ ການເຄື່ອນຍ້າຍ ຄົນງານ ຜິດກົດໝາຍນັ້ນ.
ພ້ອມດຽວກັນ ຍານາງສຸດໃຈ ກໍກ່າວເຖິງ ຄົນລາວ ຫລາຍໆຄົນ ທີ່ຕົກເປັນ ຜູ້ເຄາະຮ້າຍໃນຮູບຂອງ ການຄ້າມະນຸດ ແລະ ຖືກຫລອກລວງ ໄປ ປະເທດຕ່າງໆ ເຊັ່ນ ໄທ ຈີນ ມາເລເຊັຽ ແລະ ຫລັງໆມານີ້ ກໍໄປຮອດ ອິນໂດເນເຊັຽ ຍ້ອນຫລົງ ເຊື່ອຄໍາໝັ້ນ ສັນຍາທີ່ວ່າ ຈະມີວຽກງານ ດີເຮັດ ແລະ ຈະໄດ້ເງິນດີ ຢູ່ປະເທດ ນັ້ນໆ. ແຕ່ ໃນຕົວຈິງ ພວກເຂົາເຈົ້າ ຈໍານວນ ບໍ່ໜ້ອຍ ກໍຕົກເຂົ້າສູ່ ສະພາບ ວຽກງານ ທີ່ໄດ້ຮັບ ຄ່າຈ້າງ ແຮງງານຖືກ.
ຍານາງ ສຸດໃຈ ເວົ້າຕື່ມວ່າ ປະຊາຊົນລາວ ທີ່ ປະສົງຢາກໄປ ເຮັດວຽກ ຢູ່ນອກ ປະເທດ ສ່ວນໃຫຍ່ ບໍ່ຄ່ອຍຮູ້ເຣື່ອງ ກ່ຽວກັບ ການເຄື່ອນໃຫວ ຂອງພວກ ຄ້າມະນຸດ ບໍ່ຮູ້ວິທີ ທີ່ຈະຊ່ວຍໃຫ້ ພວກເຂົາເຈົ້າ ໄດ້ໄປເຮັດ ວຽກຢູ່ຕ່າງ ປ ະເທດ ແບບຖືກຕ້ອງ ຕາມກົດໝາຍ.
ບັນຫາ ດັ່ງກ່າວ ມັກເກີດຂຶ້ນ ຢູ່ຕາມເຂດ ຊົນນະບົດ ຫ່າງໄກ ຊຶ່ງຜູ້ຄົນ ຮວມທັງ ແມ່ຍິງ ແລະ ເດັກນ້ອຍ ໄດ້ຮັບການ ສຶກສາ ໜ້ອຍ ຊຶ່ງກໍຍິ່ງ ມີບັນຫາ ໜັກໜ່ວງ ຫລາຍຂຶ້ນ. ເວົ້າເຣື່ອງການ ແກ້ໄຂ ບັນຫາ ການແຕ່ງ ດອງ ຣະຫວ່າງ ຄົນສອງຊາດ ຊຶ່ງສ່ວນໃຫຍ່ ກໍຄົງເປັນ ແມ່ຍິງລາວ ແຕ່ງກັບ ຜູ້ຊາຍ ວຽດນາມ ແບບບໍ່ຖືກ ກົດໝາຍ ແລະການ ເຂົ້າເມືອງ ຜິດກົດໝາຍ ຂອງພົລເມືອງ ທີ່ຢູ່ຕາມ ແນວຊາຍແດນ ລາວ-ວຽດນາມ ນີ້ຈະໄດ້ຮັບ ຜົລໜ້ອຍຫລາຍ ພຽງໃດ ກໍຄົງຕ້ອງ ໄດ້ຄອງຖ້າ ເບິ່ງກັນ ຕໍ່ໄປ.