ແມ່ຍິງ-ເດັກນ້ອຍ 03-02-2014

ມະນີຈັນ
2014.03.03
F-ht-w.jpg ອົງການສາກົນ ຕິດຕາມປາບປາມ ກຸ່ມຄ້າມະນຸດ ໃນພາກພື້ນເອເຊັຽ ເປັນຕົ້ນໃນໄທ ທີ່ມີການ ສ້ອງສຸມ ແມ່ຍິງແລະເດັກນ້ອຍ ບັງຄັບໃຫ້ ຄ້າປະເວນີ.
photonictech10/Sex Slaves Documentary

 

ການ ຄ້າມະນຸດ ແມ່ຍິງ ແລະ ເດັກນ້ອຍ ໃນແຂວງ ຕ່າງໆ ຂອງລາວ ຕາມສາຍຕາ ຂອງ ຄົນທົ່ວໄປ ເຫັນວ່າ ເປັນບັນຫາ ທີ່ໜ້າ ເປັນ ຫ່ວງ ແລະ ກໍມີ ແນວໂນ້ມ ໜັກຂຶ້ນ ເຖິງແມ່ນວ່າ ທາງການລາວ ຈະໄດ້ ເອົາໃຈໃສ່ ຢ່າງຈິງຈັງ, ຣ່ວມມືກັບ ປະເທດ ເພື່ອນບ້ານ ແລະ ການ ສນັບສນູນ ຈາກ ຕ່າງປະເທດ ກໍຕາມ ເພາະມັນ ເປັນບັນຫາ ທີ່ມາຈາກ ຫລາຍ ສາເຫດ, ຫລາຍປັຈຈັຍ. ໃນນັ້ນ ຕົ້ນຕໍກໍແມ່ນ ເຣື່ອງ ຄວາມຍາກຈົນ ຂອງ ຄອບຄົວ ທີ່ເຮັດໃຫ້ ບໍ່ໄດ້ ຮໍ່າຮຽນ ພໍເທົ່າໃດ.

ພ້ອມດຽວກັນ ພວກ ເຂົາເຈົ້າ ກໍຢາກສ່ຽງ ໄປຫາ ປະສົພການ ຢູ່ເມືອງໃຫຍ່ ຫລື ແມ່ນແຕ່ຢູ່ ນອກປະເທດ ໂດຍໄດ້ຣັບ ແຮງຈູງໃຈ ຈາກ ໝູ່ຄູ່ ທີ່ໄປເຫັນ ແລະ ໄດ້ສໍາພັດ ມາກ່ອນ; ໄດ້ເຫັນ ແສງສີ ດັ່ງທີ່ເຫັນກັນ ໃນໂທຣະທັສ. ໃນນັ້ນ ກໍມີທັງ ຜູ້ໄດ້ໄປ ເຮັດວຽກງານ ຄືກັນ ກັບບ້ານ ກັບເມືອງເພິ່ນ ແລະ ມີທັງຖືກ ຕົວະຍົວະ ຫລອກລວງ ໄປເຮັດວຽກ ຢູ່ປະເທດ ເພື່ອນບ້ານ ຊຶ່ງບາງ ກໍຣະນີ ກໍຖືກ ບັງຄັບ ໃຊ້ແຣງງານ ແບບຂ້າທາດ ຫລືຖືກ ບັງຄັບ ຂາຍ ບໍຣິການ ທາງເພດ ແລະອື່ນໆ ທີ່ບໍ່ເພິ່ງ ປາຖນາ ນໍາດ້ວຍ.

ແຕ່ຖ້າຖາມ ເຈົ້າໜ້າທີ່ ອົງການ ຈັດຕັ້ງ ສາກົລ ທີ່ກ່ຽວຂ້ອງ ໃນລາວ ກ່ຽວກັບ ເຣື່ອງດັ່ງກ່າວ, ຄໍາຕອບ ກໍຄືວ່າ ບໍ່ແນ່ໃຈ ວ່າການ ຄ້າມະນຸດ ໃນລາວ ຢູ່ ໃນສະພາບ ໜັກໜ່ວງ ຫລື ວ່າຫລຸດຜ່ອນ ລົງແນວໃດ ຍ້ອນ ບໍ່ໄດ້ ສໍາຣວດ ມາດົນແລ້ວ:

"ເຮົາຍັງບໍ່ທັນໄດ້ສໍາຣວດ ສໍາຣວດ ຕັ້ງແຕ່ປີ 2006-2008 ມາ ກໍບໍ່ໄດ້ ມີການ ສໍາຣວດ ທີ່ວ່າເຮັດ ອອກມາ ມີການ ພິມເຜີຍແຜ່ ເພາະ ສະນັ້ນ ກໍບໍ່ຮູ້ ວ່າມັນ ເພີ່ມຂຶ້ນ ຫລືວ່າ ຫລຸດລົງ ແຕ່ທີ່ແນ່ໆ ຮູບແບບ ຫັ້ນ ຊິປ່ຽນໄປ".

ທ່ານເວົ້າ ຕໍ່ໄປວ່າ ມັນປ່ຽນແປງ ໄປແທ້ໆ ແຕ່ກ່ອນ ແມ່ຍິງ ແລະ ເດັກນ້ອຍ ລາວ ມີແຕ່ ຖືກຫລອກ ຂາຍໄປໄທ. ແຕ່ດຽວນີ້ ຈາກໄທ ເລີຍໄປເຖິງ ມາເລເຊັຽ, ອິນໂດເນເຊັຽ ແລະ ປະເທດອື່ນ ອີກ. ທ່ານວ່າ ໃນ ຈໍານວນ ນັ້ນ ໜ້ອຍຄົນ ທີ່ຖືກ ຊ່ວຍເຫລືອ ອອກມາໄດ້ ເມື່ອ ປີ 2 ປີມານີ້.

ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງລາວວ່າ ທີ່ຜ່ານມາ ພວກທີ່ ຖືກຄ້າ ໄປໄທ ສ່ວນໃຫຍ່ ກໍແມ່ນ ແມ່ຍິງ ແລະ ເດັກນ້ອຍ ຈາກເຂດ ຊົນນະບົດ ພາກໃຕ້ ຂອງລາວ ແລະ ປັຈຈຸບັນ ກໍຍັງສ່ຽງ ຕໍ່ ການທີ່ ຈະຕົກເປັນ ຜູ້ເຄາະຮ້າຍ ຈາກການ ຄ້າມະນຸດ ຫລາຍ ກວ່າ ທາງ ພາກກາງ ແລະ ພາກເໜືອ ໂດຍສະເພາະ ແຂວງ ສວັນນະເຂດ, ຈໍາປາສັກ, ສາຣະວັນ ຊຶ່ງເປັນແຂວງ ທີ່ມີ ຊາຍແດນ ຕິດກັບ ປະເທດໄທ.

ພວກຄ້າມະນຸດ ສວຍໂອກາດ ໃນຣະຍະ ທີ່ແມ່ຍິງ ໃນພາກໃຕ້ ຫລາຍຄົນ ຕ້ອງການເງິນ ພໍລ້ຽງຊີບ ແລະ ມີຄວາມຫວັງ ທີ່ຈະໄດ້ ໄປ ເຮັດວຽກ ຢູ່ ປະເທດໄທ ຊຶ່ງຄິດວ່າ ມັນຈະງ່າຍ ແລະ ມີຣາຍໄດ້ ດີກວ່າ ຢູ່ປະເທດ ຂອງຕົນເອງ, ໄປຊອກຫາ ຕາມບ້ານ ຕ່າງໆ ໃນເຂດ ຊົນນະບົດ ແລະ ທີ່ຫລົງເຊື່ອ ຄໍາຕົວະຍົວະ ທີ່ຈະໄດ້ ເຮັດວຽກດີ ເຮັດວຽກ ສະບາຍ ແລະ ໄດ້ເງິນ ຫລາຍ ແຕ່ແລ້ວ ມັນ ບໍ່ເປັນ ຄືເວົ້າ ຫລາຍຄົນ ຖືກໄປຂາຍ ບໍຣິການ ທາງເພດ ຊຶ່ງ ຈໍານວນນຶ່ງ ໂຊກດີ ຖືກ ຊ່ວຍເຫລືອ ອອກມາໄດ້ ຂະນະທີ່ ອາດຈະມີ ອີກ ຈໍານວນ ບໍ່ໜ້ອຍ ຍັງລໍຖ້າ ການ ຊ່ວຍເຫລືອ.

ເຖິງຢ່າງໃດກໍຕາມ ຫາກອີງໃສ່ ຄໍາເວົ້າ ຂອງ ເຈົ້າໜ້າທີ່ ອົງການ ສາກົລ ໃນລາວ ທ່ານ ດຽວກັນ ກໍຈະຮູ້ ໄດ້ວ່າ ທຸກເຂດ ທຸກແຂວງ ກໍ ລ້ວນແຕ່ ສາມາດ ຕົກເປັນເຫຍື່ອ ຂອງ ພວກ ຄ້າມະນຸດ ກັນໄດ້ ທັງນັ້ນ ແຕ່ຜູ້ຢູ່ ຕາມ ຊົນນະບົດ ມີຄວາມສ່ຽງ ຫລາຍກວ່າ:

"ກະບໍ່ແນ່ ພວກທີ່ວ່າ ບໍ່ຮູ້ ບໍ່ມີ ຂໍ້ມູລ ກ່ຽວກັບ ເຣື່ອງນີ້ ບໍ່ຈໍາເປັນ ວ່າຕ້ອງແມ່ນ ຊົນນະບົດ ບາງເທື່ຶອ ຄົນ ໃນເມືອງ ເຫັນສີແສງ ໄປໄທ ເລື້ອຍ ຮູ້ດີ ແຕ່ວ່າ ຖືກຄ້າໄປ ກະມີ ແຕ່ວ່າພວກ ຊົນນະບົດ ນີ້ ມີຄວາມສ່ຽງ ຫລາຍກວ່າ".

ທ່ານວ່າ ເວົ້າແທ້ແລ້ວ ກໍແມ່ນ ພວກ ເດັກນ້ອຍ ແມ່ຍິງ ທີ່ກໍາລັງ ຮຽນຜ່ານ ຂັ້ນປະຖົມ ຂຶ້ນມັທຍົມ ນີ້ແຫລະ ມັກຕົກເປັນ ກຸ່ມສ່ຽງ ທີ່ ຈະຖືກ ພວກ ຄ້າມະນຸດ ຫລອກລວງ ໄປໄທ. ແຕ່ກໍມີ ຈໍານວນນຶ່ງ ໄປແບບ ສມັກໃຈ ແລະ ຖືກຕ້ອງ ຕາມກົດໝາຍ. ແຕ່ເມື່ອ ໄປຮອດ ແລ້ວ ກໍຕົກເປັນ ຜູ້ເຄາະຮ້າຍ ຖືກຄ້າ ທາງເພດ ຖືກແຮງງານ. ບັນຫາໜຶ່ງ ອີກ ທີ່ຫລາຍຄົນ ເປັນຫ່ວງ ຍ້ອນ ຢ້ານວ່າ ການ ຄ້າມະນຸດ ຄ້າແຣງງານ ລາວ ທີ່ຈະ ຮ້າຍແຮງ ຂຶ້ນ ໃນເມື່ອ 10 ປະເທດ ສະມາຊິກ ອາຊຽນ ເປັນ ປະຊາຄົມ ເສຖກິດ ອາຊຽນ ໃນປີ 2015 ເວັ້ນເສັຽ ແຕ່ວ່າ ທາງການລາວ ຈະມີ ວິທີ ແກ້ໄຂ ແລະ ປ້ອງກັນ ຂະນະທີ່ ພວກ ຄ້າມະນຸດ ອາຈປ່ຽນ ຮູບແບບ ແລະ ວິທີ ຄ້າມະນຸດ ແບບແນບນຽນ ກວ່າເກົ່າ. ດັ່ງ ເຈົ້າໜ້າທີ່ ອົງການ ສາກົລ ກ່າວວ່າ:

"ຄິດວ່າ ມັນຊິປ່ຽນ ຮູບແບບ ແນບນຽນ ຫລາຍຂຶ້ນ ກວ່າເກົ່າ ເຮົາກໍຕ້ອງ ໄດ້ ພຍາຍາມ ປັບໃຫ້ ມັນທັນ ຂ້າພະເຈົ້າ ຄິດວ່າ ເຮົາຕ້ອງ ໄດ້ ຕຣຽມພ້ອມ ເຮົາເອງ ຫັ້ນນະ ວ່າຊິຮັບມື ໄດ້ຈັ່ງໃດ ນີ້ຕ້ອງໄດ້ ຄິດ ທາງພາກ ຣັດເພິ່ນ ຕ້ອງໄດ້ຄິດ ເຮົາກໍຊ່ວຍ ພາກຣັດ ຄືກັນວ່າ ເຮົາຊິເຮັດ ຈັ່ງໃດ ເພາະວ່າ ຮູບແບບ ມັນຊິປ່ຽນໄປ ມັນຊິເອີ້ນວ່າ ຂຍາຍ ຕົວແຮງ ເພາະວ່າ ຄັນເປີດ ຄັນຈະໄປ ຕັ້ງທ່າຮັບ ຢ່າງດຽວ ກໍບໍ່ໄດ້ ເຮົາຕ້ອງ ມີວິທີ ການປ້ອງກັນ ແກ້ໄຂ ໄປພ້ອມ ຫັ້ນນະ ຄວນມີແຜນ ໄວ້ຫັ້ນນະ".

ອັນນັ້ນ ເປັນເຣື່ອງ ທີ່ຈະຕ້ອງ ໄດ້ເອົາ ໃຈໃສ່ ຂະນະທີ່ ການ ຄ້າມະນຸດ ຄ້າແຮງງານ ຢູ່ລາວ ປັຈຈຸບັນ ເວົ້າໄດ້ວ່າ ເກີດມີ ຢູ່ທຸກເຂດ ທຸກແຂວງ. ແມ່ຍິງ ແລະ ເດັກນ້ອຍ ລາວ ຈໍານວນ ບໍ່ໜ້ອຍ ລ້ວນແຕ່ ຕົກຢູ່ໃນ ຄວາມສ່ຽງ ທີ່ຈະຖືກ ຕົວະຍົວະ ຫລອກລວງ ກັນໄດ້ ທັງນັ້ນ.

ຫາກເວົ້າເຖິງ ແຂວງ ພາກເໜືອ ເຈົ້າໜ້າທີ່ ລາວ ບອກວ່າ ຍັງຖືກ ພວກ ຄ້າມະນຸດ ຕົວະຍົວະ ໄປ ປະເທດຈີນ ຢູ່ຄືເກົ່າ, ແຕ່ວ່າ ໜ້ອຍກວ່າ ຢູ່ແຂວງ ພາກໃຕ້. ບາງ ກໍຣະນີ ພວກຄົນຈີນ ທີ່ເຂົ້າມາ ເຮັດວຽກ ກໍ່ສ້າງ ໃນ ພາກເໜືອ ກໍຕົວະຍົວະ ແມ່ຍິງລາວ ໄປ ຊຶ່ງ ເຈົ້າໜ້າທີ່ ກໍໄດ້ເຕືອນ ໃຫ້ຣະວັງ ຜູ້ມາ ຊັກຊວນ ໄປເຮັດວຽກ ຢູ່ນອກ ປະເທດ ທີ່ວ່າຈະ ໄດ້ ເຮັດວຽກດີ ແລະ ເງິນດີນັ້ນ, ຢ່າຫລົງເຊື່ອ ງ່າຍໆ.

ທ່ານວ່າ ທາງອໍານາດ ການປົກຄອງ ບ້ານເມືອງ ເພີ່ນກໍໄດ້ ເພີ່ມການ ຕິດຕາມ, ກວດກາ ປ້ອງກັນ ເຣື່ອງນີ້ ຫລາຍຂຶ້ນ. ກ່ອນໜ້ານີ້ ແມ່ຍິງ ຊົນເຜົ່າ ໃນແຂວງ ພາກເໜືອ ຂອງລາວ ມັກຕົກ ເປັນເຫຍື່ອ ຂອງພວກ ຄ້າມະນຸດ, ມີຫລາຍ ຄົນໄດ້ ຫາຍໄປ ປະເທດຈີນ ແລະ ບໍ່ສາມາດ ຕິດຕໍ່ ກັບຄອບຄົວ ໄດ້ອີກ.

ເຖິງຢ່າງໃດ ກໍຕາມ ຍ້ອນມີ ການກວດກາ ຊາຍແດນ ເຂັ້ມງວດຂຶ້ນ ສະພາບການ ຄ້າມະນຸດ ນັ້ນ ຈຶ່ງ ຜ່ອນຄາຍລົງ ແລະພວກ ຄ້າມະນຸດ ກໍປ່ຽນ ເປົ້າໝາຍ ມາຫາ ແມ່ຍິງ ຢູ່ພາກໃຕ້ ຂອງ ປະເທດແທນ ແລະໜັກ ຂຶ້ນກວ່າເກົ່າ.

ຢູ່ແຂວງ ພາກເໜືອ ຂອງລາວ ນອກຈາກ ຖືກຄ້າ ໄປຈີນ ແລ້ວ ແມ່ຍິງ ຍັງຖືກ ຕົວະຍົວະ ໄປຂາຍ ຢູ່ ປະເທດ ພະມ່າ ນໍາອີກ ຄື ແຂວງ ຫລວງນໍ້າທາ ແລະ ບໍ່ແກ້ວ ຊຶ່ງທາງການ ລາວ ແລະ ພະມ່າ ຈະຕ້ອງໄດ້ ປຶກສາ ຫາລືກັນ ແກ້ໄຂ ບັນຫານີ້ ໃຫ້ຕົກໄປ ກ່ອນຈະມີ ປະຊາຄົມ ເສຖກິດ ອາຊຽນ ໃນອີກ 2 ປີ ຂ້າງໜ້ານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.