ແມ່ຍິງ-ເດັກນ້ອຍ 03-09-2014
2014.03.09
ວັນແມ່ຍິງ ສາກົລ ທີ 8 ມິນາ ກໍວຽນມາ ຄົບຮອບ ອີກຕື່ມ ຊຶ່ງ ໃນປີ 2014 ນີ້ ກໍເປັນປີ ທີ 104 ຊຶ່ງ ມີການ ສເລີມ ສລອງກັນ ຢູ່ ປະເທດ ຕ່າງໆ ໃນໂລກ ບໍ່ວ່າຈະເປັນ ປະເທດ ທີ່ ຈະເຣີນ ທາງດ້ານ ອຸດສາຫະກັມ ຫລື ປະເທດ ທີ່ ກໍາລັງ ພັທນາ, ປະເທດທີ່ ດ້ອຍພັທນາ ຮວມທັງ ສປປລາວ ກໍມີ ການສລອງ ນໍາດ້ວຍ.
ທີ່ ສໍານັກງານ ໃຫຍ່ ຂອງ ສະຫະປະຊາຊາດ ໃນ ນະຄອນ ນິວຢ໊ອກ ສະຫະຣັຖ ອະເມຣິກາ ມີ ການສລອງກັນ ນັບແຕ່ ປີ 1975 ເປັນຕົ້ນມາ. ສໍາລັບ ປີ 2014 ນີ້ ການສລອງ ວັນແມ່ຍິງ ສາກົລ ທີ່ ດໍາເນີນໄປ ພາຍໃຕ້ ຫົວຂໍ້ “ຄວາມ ສເມີພາບ ສໍາລັບ ແມ່ຍິງ ເປັນຄວາມ ກ້າວໜ້າ ສໍາລັບ ທຸກຄົນ” ນັ້ນມີຂຶ້ນ ໃນວັນທີ 7 ມີນາ ກ່ອນໜ້າ ກອງປະຊຸມ ຄັ້ງທີ 58 ຂອງ ຄະນະ ກັມມາທິການ ກ່ຽວກັບ ຖານະ ຂອງແມ່ຍິງ ທີ່ຈະເລີ່ມ ຂຶ້ນ ໃນວັນທີ 10 ມີນາ ນີ້.
ບຸກຄົນ ສໍາຄັນ ທີ່ເຂົ້າຮ່ວມ ໃນການ ສລອງປີນີ້ ຕາມເວັບໄຊຕ໌ ຂອງ ແມ່ຍິງ ສະຫະປະຊາຊາດ UN Women ກໍມີທັງ ເລຂາທິການ ໃຫຍ່ ສະຫະ ປະຊາຊາດ ບານກິມູນ, ມາດາມ Phumzile MlamboNgcuka ຜູ້ອໍານວຍການ ຝ່າຍ ບໍຣິຫານ UN Women ແລະ ມາດາມ Hillary Rodham Clinton ອາດີດ ຣັຖມົນຕຣີ ກະຊວງ ການ ຕ່າງປະເທດ ສະຫະຣັຖ ອະເມຣິການ ຮວມຢູ່ດ້ວຍ. ຕາມທໍານຽມ ແລ້ວ ການສລອງ ແມ່ນເລີ່ມ ຈາກ ການອ່ານ ສານ ຂອງ ເລຂາທິການ ໃຫຍ່ ສະຫະ ປະຊາຊາດ ຊຶ່ງໃນປີ 2014 ນີ້ ທ່ານ ບານກິມູນ ໄດ້ເນັ້ນເຖິງ ຄວາມສໍາຄັນ ຂອງ ການບັນລຸ ຄວາມສເມີ ພາບ ຣະຫວ່າງ ຍິງ-ຊາຍ, ຄວາມ ສເມີພາບ ສໍາລັບ ຜູ້ຍິງ ແລະ ແມ່ຍິງ ວັຍສາວ ທີ່ ບໍ່ແມ່ນ ພຽງແຕ່ ເປັນຍ້ອນ ເຣື່ອງ ຄວາມທ່ຽງທັມ ແລະ ສິດທິມະນຸດ ຂັ້ນພື້ນຖານ ເທົ່ານັ້ນ ແຕ່ຫາກຍັງ ເປັນຍ້ອນ ຄວາມກ້າວໜ້າ ໃນຫລາຍ ຂົງເຂດ ອື່ນໆ ນໍາດ້ວຍ. ທ່ານວ່າ ບັນດາ ປະເທດ ທີ່ມີ ຄວາມສເມີພາບ ທາງເພດ ຫລາຍກວ່າ ຈະມີການ ເຕີບໂຕ ທາງເສຖກິດ ທີ່ດີກວ່າ. ບໍຣິສັດ ທີ່ມີຜູ້ນໍາ ເປັນແມ່ຍິງ ຫລາຍກວ່າ ຈະດໍາເນີນ ກິຈການ ໄດ້ດີກວ່າ. ຂໍ້ຕົກລົງ ສັນຕິພາບ ທີ່ມີແມ່ຍິງ ເຂົ້າຮ່ວມນໍາ ສັນຕິພາບ ນັ້ນ ຈະຍືນຍົງ ຫລາຍກວ່າ. ສະພາ ຜູ້ແທນ ຣາຊດອນ ທີ່ມີຜູ້ຍິງ ຈໍານວນ ຫລາຍນັ້ນ ຈະອອກ ກົດໝາຍ ກ່ຽວກັບ ບັນຫາ ສໍາຄັນ ທາງສັງຄົມ ຕ່າງໆ ຫລາຍຂຶ້ນ ເຊັ່ນ ບັນຫາ ສຸຂພາບ ການສຶກສາ ການຕ້ານ ການຈໍາແນກ ການອຸດໜູນ ເດັກນ້ອຍ ແລະ ບັນຫາ ສໍາຄັນໆ ອື່ນໆ ແລະ ກໍເປັນ ທີ່ຈະແຈ້ງວ່າ ຄວາມສເມີພາບ ສໍາລັບຜູ້ຍິງ ໝາຍເຖິງ ຄວາມກ້າວໜ້າ ສໍາລັບ ທຸກຄົນ. ພ້ອມດຽວກັນ ມາດາມ Phumzile MlamboNgcuka ກໍໄດ້ ອ່ານສານ ເນື່ອງໃນວັນ ແມ່ສາກົລ ທີ 8 ມີນາ 2014 ນີ້ວ່າ:
"Today, on IWD, I join all those who believe in all qualites of all HB ... ມາດາມ ກ່າວວ່າ ໃນວັນ ແມ່ຍິງ ສາກົລ ມື້ນີ້ ຂ້າພະເຈົ້າ ມາຮ່ວມກັບ ທຸກຄົນ ທີ່ມີ ຄວາມເຊື່ອໃນ ຄວາມ ສເມີພາບ ທຸກຢ່າງ ຂອງ ມວນມະນຸດ ທັງໝົດ. ມື້ນີ້ ພວກເຮົາ ມາຮ່ວມກັນ ຕາມທິດທາງ ຂອງ ຄວາມແນ່ນອນ ທີ່ ຕ້ອງເກີດຂຶ້ນ ຊຶ່ງວ່າ ຄວາມສເມີພາບ ສໍາລັບ ຜູ້ຍິງ ເປັນຄວາມ ກ້າວໜ້າ ສໍາລັບທຸກຄົນ. ການ ອາວະສານ ຂອງ ຄວາມຍາກຈົນ ຂອງແມ່ຍິງ ຈະເຮັດໃຫ້ ພວກເຮົາ ຫລຸດຜ່ອນ ຄວາມທຸກຍາກ ຂອງ ປະຊາຊົນ ໃນທົ່ວໂລກ ລົງໄດ້ ຢ່າງຍືນຍົງ ແລະ ມີຄວາມໝາຍ ສໍາຄັນ By keeping girls in school longer and offering quality education we will ensure that more women and girls have a chance to play the full role in society ການເຮັດໃຫ້ ເດັກນ້ອຍ ແມ່ຍິງ ໄດ້ເຂົ້າ ໂຮງຮຽນ ດົນຂຶ້ນ ແລະ ໃຫ້ໄດ້ຮັບ ການສຶກສາ ທີ່ມີ ຄຸນນະພາບ ນັ້ນ ໝາຍເຖິງການ ຮັບປະກັນ ວ່າແມ່ຍິງ ຈະມີ ບົດບາດ ຢ່າງເຕັມສ່ວນ ໃນວຽກງານ ສັງຄົມ ເສຖກິດ ແລະ ການຕັດສິນ ບັນຫາ ການມີກົດໝາຍ ທີ່ທ່ຽງທັມ ມີ ນະໂຍບາຍ ແລະ ການຫລຸດຜ່ອນ ອຸປສັກ ນອກຕົວ ຕ່າງໆ ທີ່ ກີດຂວາງນັ້ນ. ການໃຫ້ ສິດ ອໍານາດ ທາງເສຖກິດ ແກ່ແມ່ຍິງ ຈະຊ່ວຍໃຫ້ ພວກເຮົາ ຫລຸດຜ່ອນ ຄວາມບໍ່ ສເມີພາບ ໃນໂລກ ລົງໄດ້ We need women's equal presentation in leadership position in peace-making in communities in politics in business and in religious institutions ມາດາມ ກ່າວວ່າ ພວກເຮົາ ຈໍາເປັນຕ້ອງ ມີຜູ້ຕາງໜ້າ ຜູ້ຍິງ ຢ່າງເທົ່າທຽມ ກັບ ເພດຊາຍ ໃນຕໍາແໜ່ງ ຂັ້ນນໍາ ໃນການ ເຮັດໃຫ້ມີ ສັນຕິພາບ ມີຄວາມ ສງົບສຸກ ໃນຊຸມຊົນ ໃນດ້ານ ການເມືອງ ທຸຣະກິດ ແລະ ໃນສະຖາບັນ ທາງສາສນາ".
ສໍາລັບ ຢູ່ ສປປລາວ ວັນແມ່ຍິງ ສາກົລ ທີ 8 ມີນາ ກໍຖືເປັນ ອີກວັນນຶ່ງ ທີ່ ໜ້າພາກພູມໃຈ ຊຶ່ງ ມີການຈັດ ກິຈກັມ ຕ່າງໆຂຶ້ນ ມີທັງການ ຈັດການອອກ ກໍາລັງກາຍ ເຕັ້ນອາໂຣບິກ ທີ່ ເດີ່ນ ພຣະທາດຫລວງ ກາງ ນະຄອນຫລວງ ວຽງຈັນ ໃນວັນທີ 6 ມີນາ. ຕາມຄໍາເວົ້າ ຂອງ ຊາວວຽງຈັນ ນາງນຶ່ງວ່າ ກິຈກັມ ນີ້ໄດ້ທັງ ເນື້ອໃນ ຄວາມສາມັກຄີ ແລະ ສົ່ງເສີມ ສຸຂພາບ ນໍາອີກດ້ວຍ:
"ບັນດາ ແມ່ຍິງ ໄປແຕ່ເຊົ້າ ຜູ້ໃຫຍ່ໄປ ໝົດ ຣະດັບ ຜູ້ນໍາ ເຫັນຍົກປ້າຍ ນໍ້າໃຈ ວັນທີ 8 ມິນາ ມີແຕ່ຜູ້ນໍາ ທັງຫລາຍ ປະທານ ປະເທດ ກໍໄປໝົດ ແຕ່ເດິກ ນຸ່ງເສື້ອສີຂາວ ນຸ່ງສົ້ງ ເມັຽ ປະທານ ແດ່ ທ່ານຍາທໍຕູ້ ຫຍັງໄປໝົດ".
ນອກນັ້ນແລ້ວ ທາງ ສະຫະພັນ ແມ່ຍິງລາວ ຢູ່ແຂວງ ແລະ ກະຊວງ ທະບວງກົມ ຕ່າງໆ ກໍໄດ້ຈັດ ການເຕົ້າໂຣມ ເລົ່າປະຫວັດ ຄວາມເປັນມາ ຂອງ ວັນແມ່ຍິງ ສາກົລ, ມີການຖາມ ການຕອບ ກ່ຽວກັບ ເຣື່ອງຕ່າງໆ ທີ່ພົວພັນ ກັບວຽກງານ ການເຄື່ອນໄຫວ ຂອງ ສະຫະພັນ ແມ່ຍິງລາວ ຮວມທັງ ການຮ່ວມມື ກັບແມ່ຍິງ ໃນຂົງເຂດ ເອເຊັຍ ຕາເວັນ ອອກສຽງໃຕ້ ໃນພາກພື້ນ ແລະ ໃນໂລກ ນໍາດ້ວຍ.
ວັນແມ່ຍິງ ສາກົລ ເກີດຂຶ້ນ ໃນວັນທີ 8 ມີນາ ປີ 1857 ໂດຍມີ ກັມກອນ ແມ່ຍິງ ໃນໂຮງງານ ແຜ່ນແພ ຢູ່ຣັຖ New York ສະຫະຣັຖ ອະເມຣິກາ ໄດ້ພາກັນ ລຸກຂຶ້ນ ປະທ້ວງ ທວງໃຫ້ ນາຍຈ້າງ ເພີ້ມຄ່າ ແຮງງານ ແລະຮຽກຮ້ອງ ເອົາສິດທິ ຕ່າງໆ ຂອງ ພວກເຂົາເຈົ້າ. ມາໃນປີ 1907 ກັມກອນ ແມ່ຍິງ ໃນໂຮງງານ ແຜ່ນແພ ຢູ່ເມືອງ Chicargo ຂອງ ສະຫະຣັຖ ທີ່ຖືກ ກົດຂີ່ ຈາກນາຍຈ້າງ ໃຫ້ ເຮັດວຽກ ມື້ນຶ່ງ 16-17 ຊົ່ວໂມງ ໂດຍບໍ່ມີ ມື້ພັກ ບໍ່ມີ ປະກັນພັຍ ເຮັດໃຫ້ ລົ້ມປ່ວຍ ແລະຕາຍ ໂດຍທີ່ໄດ້ ຮັບຄ່າ ແຮງງານ ພຽງໜ້ອຍດຽວ ແລະ ເມື່ອຖືພາ ກໍຖືກໃຫ້ ອອກການ ກໍເລີຍ ພາກັນ ລຸກຮືຂຶ້ນ ປະທ້ວງ ຢ່າງເປັນ ປວັດການ.
ຄວາມທຸກ ທໍຣະມານ ທີ່ພວກ ແມ່ຍິງ ໃນທົ່ວໂລກ ໄດ້ຮັບນັ້ນ ເຮັດໃຫ້ ແມ່ຍິງ ຢູ່ປະເທດ ຕ່າງໆ ລຸກຂຶ້ນ ຕໍ່ສູ້ຢ່າງ ເປັນຂະບວນ ໃນນັ້ນຮວມ ທັງແມ່ຍິງ ເຢັຽຣະມັນ ຊື່ Clara Zetkin ຊຶ່ງເປັນ ນັກການເມືອງ ທີ່ມີ ແນວຄິດ ສນັບສນູນ ຄວາມສເມີພາບ ຍິງຊາຍ ຕັດສິນໃຈ ຊຸກຍູ້ແມ່ຍິງ ພ້ອມກັນ ນັດຢຸດງານ ປະທ້ວງ ໃນວັນທີ 8 ມີນາ ປີ 1907 ແລະ ທວງໃຫ້ ນາຍຈ້າງ ຫລຸດເວລາ ການເຮັດວຽກ ລົງມາ ຍັງເຫລືອ ວັນລະ 8 ຊົ່ວໂມງ ໃຫ້ປັບປຸງ ສວັດດີການ ສັງຄົມ ແລະ ໃຫ້ຜູ້ຍິງ ມີສິດ ອອກສຽງ ເລືອກຕັ້ງ.
ຕໍ່ມາອີກ ນຶ່ງປີ ຄືໃນ ວັນທີ 8 ມີນາ ປີ 1908 ກໍມີ ກັມກອນ ແມ່ຍິງ ຫລາຍກວ່າ 15 ພັນຄົນ ຮ່ວມກັນ ເດີນຂະບວນ ປະທ້ວງ ທົ່ວເມືອງ ນິວຢ໊ອກ ຮຽກຮ້ອງ ໃຫ້ຢຸດການ ໃຊ້ແຮງງານ ເດັກນ້ອຍ. ແລະ ສອງປີ ຕໍ່ມາ ໃນວັນທີ 8 ມີນາ ປີ 1910 ຄວາມ ພຍາຍາມຂ ອງພວກແມ່ຍິງ ກໍໄດ້ຂຍາຍ ໄປໃນວົງກວ້າງ ໄປສູ່ ປະເທດ ຕ່າງໆ ເຮັດໃຫ້ເກີດ ມີການ ຮ່ວມມື ກັນຂຶ້ນ ເມື່ອມີ ຜູ້ຕາງໜ້າ ແມ່ຍິງຈາກ 17 ປະເທດ ໃນໂລກ ເຂົ້າຮ່ວມ ກອງປະຊຸມ ແມ່ຍິງ ສາກົນ ທີ່ເມືອງ Copenhagen ປະເທດ Denmark. ໃນ ກອງປະຊຸມ ນັ້ນ ໄດ້ມີການ ປະກາດ ຮັບຮອງເອົາ ຂໍ້ຮຽກຮ້ອງ ຂອງບັນດາ ກັມກອນຍິງ ທີ່ໃຫ້ ຫລຸດເວລາ ເຮັດວຽກ ລົງ ເຫລືອ ມື້ລະ 8 ຊົ່ວໂມງ, ໃຫ້ເວລາ ໃນການ ສຶກສາ ຫາຄວາມຮູ້ ໃຫ້ເວລາ ພັກຜ່ອນ ຂຶ້ນຄ່າ ແຮງງານ ໃຫ້ເທົ່າທຽມ ກັບ ເພດຊາຍ ແລະ ໃຫ້ມີການ ຄຸ້ມຄອງ ດ້ານ ສວັດດີການ ສັງຄົມ ແກ່ແມ່ຍິງ ແລະ ຄຸ້ມຄອງ ແຮງງານ ເດັກນ້ອຍ. ພ້ອມກັນນັ້ນ ທີ່ປະຊຸມ ຍັງໄດ້ ຮັບຮອງເອົາ ຂໍ້ສເນີ ຂອງ ຍານາງ Clara Zetkin ທີ່ກໍານົດ ເອົາວັນທີ 8 ມີນາ ຂອງທຸກໆປີ ເປັນວັນ ແມ່ຍິງສາກົລ. ນັ້ນຄື ຄວາມເປັນມາ ໂດຍຫຍໍ້ ຂອງວັນ ແມ່ຍິງ ສາກົລ ຊຶ່ງເປັນວັນ ສົ່ງເສີມ ສິດທິ ຂອງແມ່ຍິງ ແລະ ເປີດໂອກາດ ໃຫ້ພວກ ເຂົາເຈົ້າ ມີສ່ວນຮ່ວມ ໃນວຽກງານ ຕ່າງໆ ທັງທາງດ້ານ ເສຖກິດ ການເມືອງ ແລ ະວັທນະທັມ ສັງຄົມ ຂອງຊາດ.