ແມ່ຍິງ-ເດັກນ້ອຍ 10-13-2014

ມະນີຈັນ
2014.10.14
f-default ການໃຊ້ ຄວາມຮຸນແຮງ ຕໍ່ ແມ່ຍິງ ຢູ່ປະເທດລາວ ຍັງເປັນບັນຫາ ຢູ່ຕໍ່ໄປ
RFA

 

ການໃຊ້ ຄວາມ ຮຸນແຮງ ຕໍ່ແມ່ຍິງ ຢູ່ ປະເທດ ລາວ ຍັງເປັນ ບັນຫາ ຢູ່ຕໍ່ໄປ ຊຶ່ງ ທາງການ ກໍ ພຍາຍາມ ແກ້ໄຂ ໂດຍ ມີແຜນ ໃໝ່ ອອກມາ ເມື່ອມໍ່ໆ ມານີ້.

ການໃຊ້ ຄວາມ ຮຸນແຮງ ຕໍ່ ແມ່ຍິງ ຍັງມີ ຢ່າງ ແພ່ຫລາຍ ໃນ ທົ່ວ ປະເທດລາວ ເຖິງວ່າ ທາງການ ຮວມທັງ ສະຫະພັນ ແມ່ຍິງ ລາວ ໄດ້ ເອົາໃຈໃສ່ ແກ້ໄຂ ຕລອດມາ ກໍຕາມ ແລະ ພາກສ່ວນ ຕ່າງໆ ທີ່ ກ່ຽວຂ້ອງ ຂອງ ທາງການລາວ ກໍໄດ້ຈັດ ກອງປະຊຸມ ປຶກສາ ຫາຣື ກັບ ບັນດາ ຜູ້ຊ່ຽວຊານ ລາວ ທີ່ ນະຄອນ ຫລວງ ວຽງຈັນ ເມື່ອ ວັນທີ 8 ຕຸລາ 2014 ນີ້ ເພື່ອ ຊອກຮູ້ ວິທີການ ກ່ຽວກັບ ການນຳ ແຫລ່ງທຶນ ຕ່າງໆ ເຂົ້າຢູ່ ໃນການ ປະຕິບັດ ແຜນການ ສະກັດກັ້ນ ການໃຊ້ ຄວາມ ຮຸນແຮງ ຕໍ່ ແມ່ຍິງ ລາວ.

ຍານາງ ຈັນໂສດາ ພອນທິບ ຫົວໜ້າ ກອງ ເລຂາ ຄນະ ກັມການ ແຫ່ງຊາດ ເພື່ອ ຄວາມກ້າວໜ້າ ຂອງ ແມ່ຍິງ ກ່າວຕໍ່ ວຽງຈັນທາມ ຢູ່ ກອງປະຊຸມ ນັ້ນວ່າ ຂໍ້ມູລ ທີ່ ຮວບຮວມ ໄດ້ ເມື່ອ ປີ 2003 ຖືກນຳໃຊ້ ເຂົ້າໃນ ການສ້າງ ແຜນການ ຣະດັບຊາດ ເພື່ອ ລຶບລ້າງ ການໃຊ້ ຄວາມ ຮຸນແຮງ ຕໍ່ ແມ່ຍິງ ແລະ ເດັກນ້ອຍ ແຕ່ ປີ 2014 ຫາ 2020. ພ້ອມດຽວກັນ ນັ້ນ ກໍຈະໄດ້ ເອົາຂໍ້ມູລ ໃໝ່ ທີ່ໄດ້ ມາຈາກ ການ ສຳຣວດ ຣະດັບ ປະເທດ ກ່ຽວກັບ ການໃຊ້ ຄວາມ ຮຸນແຮງ ຕໍ່ແມ່ຍິງ ເພີ່ມເຂົ້າໃສ່ ຕື່ມອີກ.

ຍານາງ ຈັນໂສດາ ກ່າວວ່າ ພວກທ່ານ ບໍ່ຮູ້ວ່າ ມີແມ່ຍິງ ຫລາຍ ປານໃດ ທີ່ ຖືກຜູ້ຊາຍ ກົດຂີ່ ຂົ່ມເຫັງ ໂດຍໃຊ້ ຄວາມ ຮຸນແຮງ ຂນະທີ່ ການສຳຣວດ ຣະດັບ ປະເທດ ກ່ຽວກັບ ການໃຊ້ ຄວາມ ຮຸນແຮງ ຕໍ່ ແມ່ຍິງ ນັ້ນ ກຳລັງ ດຳເນີນຢູ່. ຍານາງ ວ່າ ການສຳຣວດ ທີ່ວ່ານັ້ນ ດຳເນີນໄປ ໃນ ຣະຍະ ເວລາ 2 ປີ ຊຶ່ງ ຈະສິ້ນສຸດ ລົງ ໃນເດືອນ ທັນວາ ປີ 2014 ນີ້. ນີ້ເປັນ ການສໍາຣວດ ທີ່ໄດ້ຮັບ ການສນັບ ສນູນ ຈາກ ອົງການ ແມ່ຍິງ ສະຫະ ປະຊາຊາດ UN Women ແລະ ກອງທຶນ ສະຫະ ປະຊາຊາດ ເພື່ອ ປະຊາກອນ.

ກອງປະຊຸມ workshop ປຶກສາ ຫາຣື ກັນ ກ່ຽວກັບ ການສນັບ ສນູນ ການສຶກສາ ເພື່ອ ສະກັດກັ້ນ ການໃຊ້ ຄວາມ ຮຸນແຮງ ຕໍ່ແມ່ຍິງ ລາວ ໃນຄັ້ງນີ້ ຖືກຈັດຂຶ້ນ ເພື່ອໃຫ້ ຄໍາແນະນໍາ ແກ່ ແມ່ຍິງ ໃນທຸກ ກະຊວງ ເພື່ອໃຫ້ມີ ງົບປະມານ ໃຊ້ຈ່າຍ ໃນ ວຽກງານ ຂອງ ພວກເຂົາເຈົ້າ ໃນການ ສະກັດກັ້ນ ການໃຊ້ ຄວາມ ຮຸນແຮງ ຕໍ່ແມ່ຍິງ. ຍານາງ ຈັນໂສດາ ເວົ້າວ່າ ແຕ່ລະ ກະຊວງ ຈໍາຕ້ອງມີ ງົບປະມານ ຂອງຕົນ ສໍາລັບ ປະຕິບັດ ແຜນການ ແຫ່ງຊາດ ເພື່ອ ລົບລ້າງ ການໃຊ້ ຄວາມ ຮຸນແຮງ ຕໍ່ ແມ່ຍິງ ແລະ ເດັກນ້ອຍ ແຕ່ປີ 2014 ຫາ ປີ 2020. ກ່ອນໜ້ານີ້ ພາກສ່ວນ ຕ່າງໆ ຂອງ ຣັຖບານ ບໍ່ໄດ້ມີ ໂຄງການ ຕ້ານ ການໃຊ້ ຄວາມ ຮຸນແຮງ ຕໍ່ແມ່ຍິງ. ໃນເມື່ອ ບໍ່ມີແຜນ ນີ້ແລ້ວ ກໍຈະບໍ່ ສາມາດ ເຮັດຫຍັງໄດ້. ເມື່ອເປັນຄື ແນວນັ້ນ ມາດຽວນີ້ ຕ້ອງໄດ້ ເຮັດໃຫ້ມີ ງົບປະມານ ໃຊ້ຈ່າຍ ຂອງ ພວກເຂົາເຈົ້າ ເອງ.

ນາງໄດ້ ຍົກເອົາ ກະຊວງ ສາທາຣະນະສຸກ ຂຶ້ນມາເປັນ ຕົວຢ່າງ ຄື ງົບປະມານ ຂອງ ກະຊວງ ນີ້ ຈະຕ້ອງ ມີສ່ວນແບ່ງ ເປັນ ເບັ້ຽລ້ຽງ ໃຫ້ ໃນເມື່ອ ແມ່ຍິງ ໄດ້ຮັບ ບາດເຈັບ ສາຫັດ ຈາກການໃຊ້ ຄວາມ ຮຸນແຮງ ຂອງ ຜູ້ຊາຍ ແລະ ໄດ້ຮັບ ການ ປີ່ນປົວ ເບິ່ງແຍງ ຢູ່ ໂຮງ ພຍາບານ. ພວກທີ່ມີ ໜ້າທີ່ ຮັບຜິດຊອບ ເຣື່ອງຂຶ້ນ ງົບປະມານ ຂອງ ກະຊວງ ນັ້ນ ຈະຕ້ອງ ໄດ້ຂຶ້ນແຜນ ງົບປະມານ ສຳລັບ ຊ່ວຍ ປົກປ້ອງ ແມ່ຍິງ ນໍາ ດ້ວຍ.

ໂດຍການ ຮ່ວມມື ກັບ ອົງການ ແມ່ຍິງ ສະຫະ ປະຊາຊາດ ຄນະ ກັມການ ເພື່ອຄວາມ ກ້າວໜ້າ ຂອງ ແມ່ຍິງ ໄດ້ເຊີນ ຜູ້ຕາງໜ້າ ພະນັກງານ ຈາກ ກະຊວງ ຕ່າງໆ ມາຮຽນຮູ້ ວິທີ ຂຶ້ນແຜນ ງົບປະມານ ສໍາລັບ ກະຊວງ ຂອງ ພວກເຂົາເຈົ້າ.

ຫລັງຈາກ ນັ້ນ ຮ່າງ ແຜນການ ຣະດັບ ປະເທດ ເພື່ອ ການລຶບລ້າງ ຄວາ ມຮຸນແຮງ ຕໍ່ ແມ່ຍິງ ແລະ ເດັກນ້ອຍ ສໍາລັບ ແຕ່ປີ 2014 ຫາ 2020 ກໍຈະຖືກ ນໍາໃຊ້ ເປັນ ຂໍ້ ແນະນໍາ ຄູ່ມື ທີ່ດີ ສໍາລັບ ທັງ ພາກຣັຖ ແລະ ພາກ ເອກຊົນ ເພື່ອໃຊ້ ເຜີຍແພ່ ເປັນ ຂໍ້ມູລ ຂ່າວສານ ເພື່ອເຮັດໃຫ້ ການໃຊ້ ຄວາມ ຮຸນແຮງ ຕໍ່ ແມ່ຍິງ ແລະ ເດັກນ້ອຍ ໃນທົ່ວ ປະເທດລາວ ຫລຸດຜ່ອນ ລົງ. ພ້ອມດຽວກັນ ນັ້ນ ມັນກໍເປັນ ຍຸທສາດ ທີ່ ສ້າງ ຂຶ້ນ ເພື່ອ ເພີ່ມທະວີ ຄວາມ ສເມີພາບ ຣະຫວ່າງ ຍິງ-ຊາຍ, ເພື່ອ ຄວາມ ກໍ້າເກິ່ງ ຂອງ ການມີສິດ ມີອໍານາດ ໃນການ ພົວພັນ ຣະຫວ່າງ ຍິງ-ຊາຍ, ເພື່ອ ຈໍານວນ ແມ່ຍິງ ໃນ ຕໍາແໜ່ງ ໜ້າທີ່ ທີ່ມີສິດ ຕັດສິນ ບັນຫາ ນັ້ນ ມີຫລາຍ ຂຶ້ນ ແລະ ປັບປຸງ ການເຂົ້າ ເຖິງການ ບໍຣິການ ທາງສັງຄົມ ຂອງ ແມ່ຍິງ ແລະ ເດັກນ້ອຍ ໃຫ້ ດີຂຶ້ນ ຮວມເຖິງ ການໃຫ້ ໂອກາດ ວຽກເຮັດ ງານທຳ ເພື່ອໃຫ້ ມີຣາຍໄດ້ ດີ ນໍາດ້ວຍ.

ເວົ້າເຖິງ ສະພາບ ການໃຊ້ ຄວາມ ຮຸນແຮງ ຕໍ່ແມ່ຍິງ ໃນລາວ ຕາມ ຄໍາເວົ້າ ຂອງ ເຈົ້າໜ້າທີ່ ຂັ້ນສູງ ຂອງ UN Women ກ່ອນໜ້ານີ້ ແລ້ວ ປາກົດວ່າ ສອດຄ່ອງ ກັບ ຄໍາເວົ້າ ຂອງ ຫົວໜ້າ ກອງ ເລຂາ ຄນະ ກັມການ ແຫ່ງຊາດ ເພື່ອ ຄວາມ ກ້າວໜ້າ ຂອງ ແມ່ຍິງລາວ ຊຶ່ງ ທ່ານໄດ້ ກ່າວ ຕອນໜຶ່ງ:

"we don’t know what the level of violence no professional survey but we are doing the prevalence work study but it’s clear it’s quite high… ທ່ານກ່າວ ວ່າ ພວກທ່ານ ບໍ່ຮູ້ ແນ່ນອນ ວ່າ ການໃຊ້ ຄວາມ ຮຸນແຮງ ຕໍ່ ແມ່ຍິງ ໃນລາວ ຢູ່ໃນ ຣະດັບໃດ ກັນແທ້ ເພາະຍັງ ບໍ່ມີການ ສໍາຣວດ ໂດຍ ນັກວິຊາການ ຄັກແນ່ ແຕ່ການ ສຶກສາ ເບິ່ງເປັນ ກໍຣະນີ ໄປນັ້ນ ເປັນທີ່ ຈະແຈ້ງວ່າ ມີຢູ່ ຂ້ອນຂ້າງ ສູງ".

ແລະ ຫາກຖາມ ເຈົ້າໜ້າທີ່ ລາວ ກ່ຽວກັບ ແມ່ຍິງລາວ ທີ່ ຖືກກະທໍາ ຮຸນແຮງ ນັ້ນ ທົ່ວໄປແລ້ວ ຈະໄດ້ຍິນ ຄໍາຕອບ ວ່າ ຍັງມີຢູ່ ໂດຍສະເພາະ ຢູ່ເຂດ ຊົນນະບົດ ໃນເຂດ ແຂວງຕ່າງໆ ຂອງລາວ ບາງ ກໍຣະນີ ກໍ ກ່ຽວຂ້ອງ ກັບ ຄວາມ ທຸກຍາກ ການ ກິນເຫລົ້າ ເມົາຢາ ຄວາມ ເຄີຍຊິນ ກໍມີ. ດັ່ງ ເຈົ້າໜ້າທີ່ ລາວ ທ່ານໜຶ່ງ ທີ່ ບໍ່ ປະສົງ ອອກຊື່ ເພາະ ບໍ່ຢູ່ໃນ ຖານະທີ່  ຈະເວົ້ານັ້ນ ໄດ້ກ່າວ ຕອນໜຶ່ງ ວ່າ:

"ປາກົດການ ໂຕນີ້ ຍັງມີຢູ່ ແຕ່ວ່າຍັງ ເປັນ ປະເພນີ ຢູ່ ຈໍານວນໜຶ່ງ ຫັ້ນນະ ຢູ່ ໃນ ບາງບ່ອນ ມັນກະບໍ່ ທົ່ວໄປ ເນາະ ໂຕນີ້ມັນ ບັນຫາ ຄອບຄົວ ຫັ້ນແຫລະ ຢູ່ເຂດນອກ ເຂດຫຍັງ ຢູ່ໃນເຂດ ຊົນນະບົດ ຫັ້ນນະ ມັນ ກໍຍັງມີ ຢູ່".

ການໃຊ້ ຄວາມ ຮຸນແຮງ ຕໍ່ ແມ່ຍິງ ແລະ ເດັກນ້ອຍ ໃນລາວ ຕາມ ຄຳເວົ້າ ຂອງ ຍານາງ ຈັນໂສດາ ແລ້ວ ແມ່ນວ່າ ເປັນ ເຫດການ ທີ່ ສ່ວນໃຫຍ່ ເກີດຂຶ້ນ ໃນ ຄອບຄົວ ບໍ່ວ່າ ຈະດ້ານ ຮ່າງກາຍ ຈິດໃຈ ແລະ ທາງ ເພດ ຫລື ການປະຖີ້ມ ອື່ນໆ. ຍານາງ ກ່າວຕໍ່ ວຽງຈັນທາມ ວ່າ ການກົດຂີ່ ຂົ່ມເຫັງ ແມ່ຍິງ ແລະ ເດັກນ້ອຍ ໃນລາວ ເກີດຂຶ້ນ ໃນຫລາຍ ຮູບແບບ ເຊັ່ນການ ຄ້າມະນຸດ ການຄ້າ ປະເວນີ ແມ່ຍິງ ແລະ ເດັກນ້ອຍ ແລະ ການກະທໍາ ອານາຈານ ຕ່າງໆ ຕໍ່ ເດັກນ້ອຍ.

ຕາມ ການສຶກສາ ພົບວ່າ ປະຊາຊົນ ລາວ ສ່ວນໃຫຍ່ ຍອມຮັບ ການກົດຂີ່ ຂົ່ມເຫັງ ສ່ວນໜຶ່ງ ໃນ ຄອບຄົວ. ໃນຈໍານວນ ຜູ້ຊາຍ ແລະ ແມ່ຍິງ 10 ຄົນ ທີ່ ຖືກຖາມ ມີ 8 ຄົນ ຕອບວ່າ ເປັນເຣື່ອງ ທັມດາ ທີ່ ແມ່ຍິງ ຖືກ ສາມີ ຫລື ຄູ່ຮັກ ຕີ. ນາງເວົ້າ ອີກວ່າ ຈາກການ ຄົ້ນຄວ້າ ພົບວ່າ ໃນ ປັຈຈຸບັນ  ມີເດັກນ້ອຍ ຜູ້ຊາຍ ຖືກ ຂົ່ມເຫັງ ຫລາຍກວ່າ ເດັກນ້ອຍ ແມ່ຍິງ ແລະວ່າ ຫົວໜ້າ ຄອບຄົວ ທີ່ ມີການ ສຶກສາ ຕ່ຳ ແລະ ທຸກຍາກ ນັ້ນ ກໍມັກໃຊ້ ຄວາມ ຮຸນແຮງ ກັບ ລູກເມັຽ.

ກ່າວກັນວ່າ ການໃຊ້ ຄວາມ ຮຸນແຮງ ຕໍ່ ແມ່ຍິງ ໃນລາວ ເປັນບັນຫາ ທີ່ ບໍ່ຄ່ອຍ ມີການ ເປີດເຜີຍ ເພາະ ຖືເປັນ ເຣື່ອງ ໜ້າອາຍ ຫາກ ເວົ້າໃຫ້ ຄົນ ພາຍນອກ ຮູ້.  ແລະ ກ່ອນໜ້ານີ້ ກໍມີ ອົງການ ແມ່ຍິງ ສາກົລ ໃນ ນະຄອນ ຫລວງ ວຽງຈັນ ກໍໄດ້ ຮຽກຮ້ອງ ໃຫ້ ແມ່ຍິງ ທີ່ ຖືກ ລ່ວງເກີນ ຖືກ ທໍາຮ້າຍ ແລະ ເອົາລັດ ເອົາປຽບ ຈາກ ຜູ້ຊາຍ ໂດຍສະເພາະ ຈາກຄົນ ຢູ່ໃນ ຄອບຄົວ ດຽວກັນ ເປັນຕົ້ນ ຜົວ ທໍາຮ້າຍ ເມັຽ ພໍ່ທໍາ ຮ້າຍ ລູກ ໃຫ້ແຈ້ງ ຕໍ່ ເຈົ້າໜ້າທີ່ ຫລື ອົງການ ກ່ຽວຂ້ອງ ຕ່າງໆ ເພື່ອ ຂໍຄວາມ ເປັນທັມ ຊຶ່ງ ອາຈຊ່ວຍ ຫລຸດຜ່ອນ ເຫດການ ຄວາມ ຮຸນແຮງ ຕໍ່ ແມ່ຍິງ ແລະ ເດັກນ້ອຍ ໄດ້. ທີ່ ຜ່ານມາ ຜູ້ອອກມາ ຮ້ອງຮຽນ ແມ່ນ ຍັງມີ ໜ້ອຍ ເຕັມທີ່.

ເວົ້າເຖິງ ແຜນການ ໃໝ່ ທີ່ ເວົ້າມາ ຂ້າງເທິງ ເຈົ້າໜ້າທີ່ ລາວ ເວົ້າວ່າ ຈະເປັນ ຜົລດີ ໃນການ ພັທນາ ແມ່ຍິງ ແລະ ເດັກນ້ອຍ ໃຫ້ຂຶ້ນສູ່ ສະພາບ ທີ່ ດີກວ່າເກົ່າ ອັນຈະເປັນ ພາກສ່ວນ ສໍາຄັນ ທີ່ເຮັດໃຫ້ ການໃຊ້ ຄວາມ ຮຸນແຮງ ຕໍ່ ແມ່ຍິງ ແລະ ເດັກນ້ອຍ ຢູ່ລາວ ຫລຸດ ຜ່ອນລົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.