ແມ່ຍິງ-ເດັກນ້ອຍ 11-10-2014

ມະນີຈັນ
2014.11.12
F-weaving ສີມືຜ້າແຜ່ນແພ ຂອງ ແມ່ຍິງ ລາວ
RFA

 

ຜ້າແຜ່ນແພ ທີ່ ເປັນ ສີໄມ້ ລາຍມື ຂອງ ແມ່ຍິງລາວ ຈະຫາ ເບິ່ງໄດ້ ບໍ່ພຽງແຕ່ ຢູ່ ປະເທດ ລາວ ເທົ່ານັ້ນ ແຕ່ຍັງມີ ຢູ່ຕ່າງ ປະເທດ ນຳດ້ວຍ ເຊັ່ນ ຢູ່ ຫ້ອງ ວາງສະແດງ ແມ່ນ້ຳຂອງ ໃນ ນະຄອນ ຫລວງ ວໍຊິງຕັນ ດີຊີ.

ຜ້າຕຸ້ມ ຜ້າບ່ຽງ ແລະ ແຜ່ນແພ ຊນິດອື່ນໆ ຊຶ່ງຕ່ຳ ຫລື ຜລິດ ໂດຍສີໄມ້ ລາຍມື ຂອງ ແມ່ຍິງລາວ ຢູ່ ປະເທດລາວ ຂອງຕົນ ປັຈຈຸບັນ ບໍ່ແມ່ນວ່າ ຈະ ຫາຊົມໄດ້ ຢູ່ ພຽງແຕ່ ພາຍໃນ ລາວ ເທົ່ານັ້ນ ຫາກຍັງ ຫາຊົມໄດ້ ຢູ່ ປະເທດ ຕ່າງໆ ນຳດ້ວຍ. ໃນນັ້ນ ຮວມທັງ ຢູ່ບ້ານວາງ ສະແດງ ທີ່ ມີຊື່ວ່າ ແມ່ນ້ຳຂອງ ຫລື ແມ່ຂອງ ທີ່ເມືອງ Silver Spring ຣັຖ Maryland ສະຫະຣັຖ ອະເມຣິກາ.

ຍານາງ Susan McCauley ຜູ້ເປັນ ເຈົ້າຂອງບ້ານ ວາງສະແດງ ແມ່ຂອງ ທີ່ ໃຫ້ການ ຕ້ອນຮັບ ຂ້າພະເຈົ້າ ໃນນາມ ນັກຂ່າວ ວິທຍຸ ເອເຊັຽ ເສຣີ ໄດ້ ບອກເລົ່າ ເຖິງ ຄວາມເປັນມາ ແລະ ອະທິບາຍ ກ່ຽວກັບ ຜ້າແພ ແຜ່ນແພ ທີ່ ມີຢູ່ບ້ານ ວາງສະແດງ ຂອງ ນາງ:

"ນີ້ເປັນ ຜ້າໄໝ ແທ້ໆ ຂອງລາວ ຂ້ອຍ ໝາຍຄວາມ ວ່າ ມັນ ບໍ່ຄືກັບ ຜ້າແພໄໝ ທົ່ວໄປ ແຕ່ຫາກ ເປັນຜ້າ ແພໄໝ ທີ່ ງາມອີ່ຫລີ ຕ່ຳໂດຍ ນາງ ໄຕແກ້ວ ໃນ ນະຄອນ ຫລວງ ວຽງຈັນ ຜູ້ຕ່ຳທີ່ ຂ້ອຍມັກ ອີ່ຫລີ. ສີມື ຂອງ ໄຕແກ້ວ ງາມຫຼາຍ ເປັນຜ້າໄໝ ທີ່ຍ້ອມ ດ້ວຍສີ ທັມຊາດ ເປັນສີມື ທີ່ ຣະອຽດ ອ່ອນ ແລະ ປານີດ ເປັນ ລາຍແບບ ເກົ່າແກ່ ດັ້ງເດີມ ຂອງ ລາວ ຊຶ່ງ ໄຕແກ້ວ ເປັນຜູ້ທີ່ ມີຫົວຄິດ ຜລິດສ້າງ ເພີ່ມເຕີມ ຂຶ້ນຕື່ມ ເພື່ອ ໃຫ້ສີສັນ ຫລາກຫລາຍ ເພື່ອ ເພີ່ມຄວາມ ງາມ.
ຢູ່ລາວ ປັຈຈຸບັນ ມີຄົນຕ່ຳ ຜ້າແພ ຫລາຍ ແຕ່ ຍາກທີ່ຈະ ຫາຜູ້ ທີ່ມີຄວາມ ສາມາດ ຕໍ່າລາຍ ພື້ນເມືອງ ແບບ ດັ່ງເດີມ ທີ່ ສວຍງາມ ແລະ ໃຊ້ ສີ ທັມຊາດ ຍ້ອມ. ພ້ອມດຽວ ກັນ ຍານາງ ຊູຊານ ຍັງເຫລົ່າ ທົບທວນ ເຖິງຕອນ ທີ່ ນາງ ໄປ ຢ້ຽມຢາມ ລາວ ເປັນ ເທື່ອ ທໍາອິດ ໃນປີ 1989 ໂດຍ ຂີ່ເຮືອຈັກ ລໍານ້ອຍ ຂ້າມ ແມ່ນ້ຳຂອງ ຈາກ ຝັ່ງໄທ ມາລາວ ຊຶ່ງ ເວລາ ນັ້ນ ຍັງບໍ່ທັນ ມີ ຂົວ ມິຕພາບ ລາວ-ໄທ ວຽງຈັນ ໜອງຄາຍ ເທື່ອ. ເມື່ອຂ້າມ ເຖິງ ຝັ່ງລາວ ຍ່າງ ຂຶ້ນທ່າ ທີ່ ຊັນ ກໍມີ ພວກ ຜູ້ຊາຍ ຢືນ ຢູ່ຕະລິ່ງ ຄອຍຖ້າ ຮັບ ເອົາກະເປົາ ຄົນ ໂດຍສານ ຊຶ່ງ ທຳອິດ ນາງ ບໍ່ແນ່ໃຈ ແລະ ບໍ່ໄວ້ໃຈ ພວກເຂົາ ທີ່ ຮັບເອົາ ກະເປົາ ຂອງນາງ ຈະ ປອດພັຍ ຫລືບໍ່. ແຕ່ ແລ້ວມັນ ກໍເປັນໄປ ດ້ວຍດີ ບໍ່ມີບັນຫາ ຫຍັງຫຍູ້ງ ຍາກ ເກີດຂຶ້ນ.

ເວົ້າເຖິງ ແມ່ຍິງ ລາວ ຜູ້ຕໍ່າ ຜ້າແພ ແຜ່ນແພ ຍານາງ ຊູຊານ ບອກວ່າ ມີບາງຄົນ ກໍໃຊ້ ໄໝ ທີ່ຜລິດ ຈາກ ໂຮງງານ ທີ່ ເອີ້ນວ່າ Polyester ຕໍ່າ ແລະ ໃຊ້ໄໝ ບໍ່ຍ້ອມດ້ວຍ ສີ ທັມຊາດ. ແຕ່ ຫລາຍປີ ມານີ້ ນາງ ເຫັນວ່າ ມີແນວໂນ້ມ ໄປສູ່ ການ ປ່ຽນແປງ ໃຊ້ ວັດຖຸດິບ ທັມຊາດ ຫລາຍຂຶ້ນ. ມີ ແມ່ຍິງ ໃນ ນະຄອນ ຫລວງ ວຽງຈັນ ທີ່ ນາງໄດ້ ເຮັດວຽກນຳ ຢ່າງ ໃກ້ຊິດ ຊຶ່ງ ເປັນເຈົ້າຂອງ ຮ້ານ ທີ່ ມີຊື່ວ່າ ແພງໄໝ Phaengmai Gallery ນໍາ ມາ ຕັ້ງແຕ່ ປີ 1990 ນາງເວົ້າ ຕໍ່ໄປວ່າ:

"ເຈົ້າຮູ້ບໍ່ ວ່າ ພວກຕ່ຳ ແຜ່ນແພ ຢູ່ຮ້ານ ແພງໄໝ ນີ້ ເປັນຄົນ ທີ່ ພິເສດ ແທ້ໆ ແລະ ພວກ ເຂົາເຈົ້າ ອະນຸຮັກ ມູນເຊື້ອ ແບບແຜນ ຂອງ ແຜ່ນແພ ແລະ ລາຍເກົ່າແກ່ ດັ່ງເດີມ ໃຫ້ ຄົງຢູ່ ຕໍ່ໄປ".

ແຕ່ ພວກ ເຂົາເຈົ້າ ກໍກໍາລັງ ບູຣະນະ ສິ່ງ ດັ່ງກ່າວ ທີ່ ແຕກຕ່າງ ໄປຈາກ ຜູ້ຕໍ່າ ຄົນອື່ນໆ ຍ້ອນວ່າ ພວກ ເຂົາເຈົ້າ ໄດ້ຜລິດ ຄິດແຕ່ງ ເອົາ ລວດລາຍ ຈາກ ແຜ່ນແພ ດັ່ງເດີມ ຂອງ ລາວ ມາເປັນການ ຜລິດ ແຜ່ນແພ ທີ່ ທັນສມັຍ ຫລາຍ ຂຶ້ນ. ຍົກ ຕົວຢ່າງ ຜ້າແພ ແຜ່ນແພ ທີ່ ນາງ ຊູແຊນ ມີຢູ່ໃນ ຫ້ອງ ວາງສະແດງ ຂອງນາງ ຊຶ່ງ ເປັນຜ້າແພ ທີ່ ລຽບງ່າຍ ແບບລາວ, ເປັນ ລາຍພື້ນ ທີ່ ລຽບງ່າຍ. ແຕ່ຜູ້ຕໍ່າ ໄດ້ເຮັດ ໃຫ້ມັນເປັນ ທີ່ ນໍາຍຸກ ນໍາສມັຍ ຂຶ້ນ. ມັນເປັນຜ້າຄຸມ ຜ້າບ່ຽງ ມີຫລາຍ ພື້ນສີ ທີ່ ຜູ້ຕໍ່າ ຂາຍ ໃຫ້ລູກຄ້າ ຊາວ ຍີ່ປຸ່ນ ໄດ້ດີ ຫລາຍ ຢູ່ລາວ ເພື່ອໃຊ້ ເປັນ ຜ້າພັນຄໍ. ແລະ ກໍເປັນຜ້າ ທີ່ ຕໍ່າແບບ ນຽບນຽນ ແລະ ມີຄວາມ ແຕກຕ່າງ ໄປຈາກ ພື້ນຜ້າ ອື່ນໆ. ນອກນັ້ນ ຢູ່ຫ້ອງ ວາງສະແດງ ຂອງ ຊູຊານ ຍັງມີ ຜ້າແພໄໝ ທີ່ ມີສີພື້ນ ແຕກຕ່າງ ກັນ ຊຶ່ງ ຜູ້ຕໍ່າ ໄດ້ເຮັດ ໃຫ້ມີ 2 ສີ ພື້ນ ຕ່າງກັນ ແຕ່ຫາກ ກົມກຽວກັນ ແລະ ຍ້ອມດ້ວຍ ສີ ທັມຊາດ. ຜ້າຜືນນີ້ ງາມຫລາຍ ມີທັງ ພື້ນສີຟ້າແກ່ ແລະ ສີດໍາ ທີ່ ເຂົ້າກັນດີ. ຊູຊານ  ກ່າວ ຂນະທີ່ ຈັບຜ້າໄໝ ຜືນໜຶ່ງ ຂຶ້ນມາ:

"ສິ່ງໜຶ່ງ ທີ່ ສໍາຄັນ ຫລາຍ ກໍຄື ຜູ້ ຕໍ່າຜ້າແພ ສ່ວນໃຫຍ່ ຜລິດໄໝ ຂອງຕົນເອງ ໃນ ປັຈຈຸບັນ ເຖິງແມ່ນວ່າ ເຈົ້າຄົງ ໄດ້ຍິນ ຕລອດມາ ວ່າ ຢູ່ລາວ ມີໄໝ ໃຊ້ ບໍ່ພຽງພໍ. ແຕ່ ກໍຄິດວ່າ ຂນະນີ້ ພວກ ເຂົາເຈົ້າ ກຳລັງ ແກ້ໄຂ ບັນຫາ ການຂາດ ເຂີນ ໄໝ ທີ່ ບໍ່ພຽງພໍ ນັ້ນ ຢູ່".

ແມ່ນແຕ່ ຢູ່ ປະເທດໄທ ກໍມີການ ນຳໄໝ ຈາກ ປະເທດຈີນ ເຂົ້າມາຕໍ່າ ຂນະທີ່ ຊາວລາວ ມັກເວົ້າ ກັນສເມີວ່າ ພວກຕົນ ໃຊ້ໄໝລາວ ຕໍ່າ ຮ້ອຍສ່ວນຮ້ອຍ ຊຶ່ງ ໝາຍຄວາມ ວ່າ ບໍ່ໄດ້ນໍາ ໄໝ ຕ່າງປະເທດ ເຂົ້າມາເລີຍ. ແລະ ຍານາງ ຊູແຊນ ກໍ ພຍາຍາມ ຊື້ຜ້າແພໄໝ ທີ່ ຕໍ່າດ້ວຍ ໄໝສົດ ແລະ ຈາກສີມື ຂອງ ແມ່ຍິງລາວ ນັ້ນ ຕໍ່າແທ້ ແລະ ນາງ ກໍສາມາດ ຊື້ ສິ່ງ ທີ່ຕໍ່າ ດ້ວຍໄໝສົດ ລ້ວນໆ ເພາະ ເປັນຜ້າແພ ທີ່ ພວກເຂົາເຈົ້າ ບອກນາງ ດ້ວຍ ຄວາມຊື່ສັດ ວ່າ ພວກ ເຂົາເຈົ້າ ໄດ້ໄໝນັ້ນ ມາຈາກໃສ ສີຍ້ອມ ເປັນສີ ອັນໃດແທ້ ພວກ ເຂົາເຈົ້າ ຮັບປະກັນ ວ່າ ເປັນໄໝ ລາວແທ້ ແລະ ສີຍ້ອມ ກໍເປັນສີ ທັມຊາດ ແທ້. ຍານາງ ຊູແຊນ ເວົ້າວ່າ ຖ້າເຈົ້າ ໄປ ໂຮງງານ ຫລື ບ່ອນຜລິດ ແຜ່ນແພ ຂອງ ຍານາງ ກົງທອງ ກໍຈະເຫັນ ໝໍ້ຕົ້ມ ສີ-ຍ້ອມໄໝ ຢູ່ທີ່ນັ້ນ ມີພວກ ຜູ້ຊາຍ ຍົກໝໍ້ ໃຫຍ່ ຕົ້ມໄໝ ຍ້ອມໄໝ ຈະເຫັນ ຂັ້ນຕອນ ທຸກຢ່າງ ຕັ້ງແຕ່ຕົ້ນ ຈົນຈົບ:

"ແລະ ກີ່ ທີ່ໜ້າ ເຫລືອເຊື່ອ ທີ່ ພວກ ເຂົາເຈົ້າ ໃຊ້ຕໍ່າ ນັ້ນ ກໍເປັນ ກີ່ ທີ່ຕື່ນຕາ ຕື່ນໃຈ ແທ້ໆ".

ເມື່ອຖາມ ຍານາງ ຊູແຊນ ວ່າ ຍານາງ ຮູ້ສຶກ ໄດ້ ເຖິງຄວາມ ແຕກຕ່າງ ຣະຫວ່າງ ໄໝ ລາວ ແທ້ ແລະ ໄໝ ທີ່ ມາຈາກ ປະເທດອື່ນ ແນວໃດນັ້ນ ຄຳຕອບ ກໍຄືວ່າ ຮູ້ໄດ້ແທ້:

"ຮູ້ໄດ້ ແນ່ນອນ ມັນບໍ່ພຽງ ແຕ່ ຈະຮູ້ວ່າ ເປັນໄໝ ທີ່ ມີ ຄຸນພາບ ດີ ເທົ່ານັ້ນ ແຕ່ຫາກຍັງ ມີຄວາມງາມ ແບບ ທົນທານ ມັນມີ ຄວາມງາມ ແທ້ໆ. ມັນງາມ ອີ່ຫລີ".

ຍົກ ຕົວຢ່າງ ຢູ່ຫ້ອງ ວາງສະແດງ ຂອງນາງ ນີ້ ກໍຍັງ ມີຜ້າ ມີແພໄໝ ອື່ນໆ ອີກຈໍານວນ ໜຶ່ງ ເປັນຜ້າແພ ທີ່ ໄດ້ມາຈາກ ຮ້ານຂອງ ຍານາງ ໄຕແກ້ວ ທີ່ ນະຄອນ ຫລວງ ວຽງຈັນ. ໄຕແກ້ວ ຊຶ່ງເປັນຜູ້ ຊ່ຽວຊານ ໃນການ ຍ້ອມສີ ແລະ ຜລິດ ລາຍ ດັ່ງເດີມ ອອກມາ ແລະ ໂຮງງານ ຂອງນາງ ໄດ້ກ່າຍ ແລະ ລຽນແບບ ລວດລາຍ ຜ້າແພ ສມັຍກ່ອນ ມາຕໍ່າ.

ຫາກ ຖາມເຖິງ ຄວາມ ແຕກຕ່າງ ກັນ ໃນການຕໍ່າ ການຜລິດ ແຜ່ນແພ ຂອງ ຍານາງ ໄຕແກ້ວ ແລະ ຍານາງ ກົງທອງ ຄໍາຕອບ ກໍຄືວ່າ ແຕກຕ່າງ ກັນ:

"ບາງແນວ ທີ່ ໄຕແກ້ວ ເຮັດ ແຕ່ ກົງທອງ ບໍ່ເຮັດ ນັ້ນ ຄືດັ່ງທີ່ ໄດ້ເວົ້າມາ ຄື ແບບ ລວດລາຍ ເກົ່າແກ່ ດັ່ງເດີມ ຂອງລາວ ເຊັ່ນການ ມັດໝີ່ ແບບ ທີ່ບໍ່ເຫັນ ຢູ່ ເມືອງໄທ".

ຢູ່ໄທ ດຽວນີ້ ມັກໃຊ້ ໄໝ ທີ່ບໍ່ໄດ້ ຜລິດ ຂຶ້ນມາ ດ້ວຍສີມື ຂອງ ຜູ້ຕ່ຳເອງ. ແລະ ສໍາລັບ ຢູ່ ປະເທດ ກັມພູຊາ ຍານາງ ຊູແຊນ ກໍບອກວ່າ ຫລັງໆ ມານີ້ ນາງ ບໍ່ໄດ້ໄປ ຍ້ອນວ່າ ພວກຕໍ່ ແຜ່ນແພ ທົ່ວໄປ ແລ້ວ ແມ່ນບໍ່ໃຊ້ ໄໝ ທີ່ ພວກ ເຂົາເຈົ້າ ຜລິດເອງ ແລະ ຍ້ອມເອງ.

ເມື່ອຖາມເຖິງ ສີ ຂອງຜ້າແພ ທີ່ ຍານາງ ຊູແຊນ ມັກຊື້ ຈາກ ລາວ ມານັ້ນ ແມ່ນມັກ ເປັນສີໃດຫລາຍກວ່າໝູ່ ຄໍາຕອບ ກໍຄືວ່າ:

"ໂອ໋ ໃຫ້ ໄດ້ຕາມໃຈ ກໍຄື ຈະບໍ່ໄດ້ ແມ່ຍິງ ໃນ ສະຫະຣັຖ ອະເມຣິກາ ນິຍົມ ກັນ ນຸ່ງ ສີດໍາ".

ຍານາງ ຊູແຊນ ເວົ້າວ່າ ຫາກເຈົ້າ ໄປ ນະຄອນ ນິວຢອກ ເຈົ້າ ກໍ ຈະປາກົດ ເຫັນວ່າ ທຸກຄົນ ຕ້ອງການ ສີດໍາ ດັ່ງນັ້ນ ນາງຈຶ່ງມັກ ຂໍໃຫ້ ຜູ້ຕໍ່າ ເພີ່ມ ສີດໍາ ໃສ່ ລາຍຜ້າແພ ນັ້ນແດ່ ຈັກໜ່ອຍ ເພາະຄົນ ຈໍານວນ ຫລາຍ ນຸ່ງ ແຕ່ ສີດໍາ ແລ້ວ ກໍນຸ່ງ ແນວອື່ນ ປົກອີກ ຊຶ່ງ ມີພື້ນ ສີດໍາ ອັນເຮັດໃຫ້ ງາມຕາ ຫລາຍຂຶ້ນ ແທ້ໆ.

ເມື່ອຖາມເຖິງ ລູກຄ້າ ວ່າ ເປັນໃຜ ສ່ວນໃຫຍ່ ນັ້ນ ຍານາງ ຊູຊານ ບອກວ່າ ສ່ວນຫລາຍ ເປັນຜູ້ ທີ່ເຄີຍໄດ້ ໄປ ທ່ອງທ່ຽວ ຫລື ໃຊ້ຊີວິດ ຢູ່ ເອເຊັຽ ມາກ່ອນ:

"ອາຈເປັນ ເຈົ້າໜ້າທີ່ ກະຊວງ ການ ຕ່າງ ປະເທດ ສະຫະຣັຖ ຫລື ເປັນ ຄືກັນກັບ ພວກເຮົາ ທີ່ ເປັນ ເຈົ້າໜ້າທີ່ ທະຫານ ໃນ ເວລານັ້ນ. ສາມີ ຂອງຂ້ອຍ ໄດ້ສຶກສາ ຄົ້ນຄວ້າ ພຍາດ ເຂດຮ້ອນ ແລະ ກໍມີທັງ ໝູ່ຄູ່ ຂອງ ພວກ ເຂົາເຈົ້າ ທີ່ ບອກ ຕໍ່ໆກັນ ໄປ ແລະ ມີຈໍານວນ ຫລາຍຂຶ້ນ".

ຍານາງ ຊູຊານ ເວົ້າວ່າ ຍານາງ ບໍ່ໄດ້ ໂຄສະນາ ຢ່າງ ຈິງຈັງ ແຕ່ ຂຍາຍໂຕ ໂດຍ ປາກຕໍ່ປາກ ສື່ໆ ກ່ຽວກັບ ບ້ານ ວາງ ສະແດງ ແຜ່ນແພ ຈາກ ປະເທດ ເຂດ ແມ່ນໍ້າຂອງ ເປັນຕົ້ນມາ ຈາກ ປະເທດລາວ ທີ່ ເມືອງ ຊຽວເວີ ສະປຣິງ ຣັຖ ແມຣີແລັນ ສະຫະຣັຖ ອະເມຣິກາ. ນີ້ເປັນການ ສັມພາດ ພາກທີ 1.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.