ສັປດາສາກົນການລ້ຽງລູກ ດ້ວຍ ນ້ຳນົມແມ່
2021.08.04

ເນື່ອງໃນ ວັນທີ 1 ຫາ 7 ເດືອນ ສິງຫາ ປີ 2021 ເປັນວັນສັປດາສາກົນ ຂອງການລ້ຽງລູກດ້ວຍນ້ຳນົມແມ່, ໃນປີນີ້ ຫຼາຍແຂວງ ທົ່ວປະເທດລາວ ກໍຍັງມີ ແມ່ຍິງລາວຈຳນວນຫຼາຍ ບໍ່ສາມາດລ້ຽງລູກ ດ້ວຍນົມແມ່ ໃຫ້ຄົບ 6 ເດືອນ. ຫຼັງຈາກຄອດລູກ ເຮັດໃຫ້ ເດັກນ້ອຍ ຂາດ ສານອາຫານ ຂາດການຈະເຣີນເຕີບໂຕ ແລະ ຂາດໄວຕາມິນທີ່ສຳຄັນ ສໍາລັບຫຼໍໍ່ລ້ຽງ ຮ່າງກາຍ ໃນຍາມໃຫຍ່ມາ ເຊິ່ງຖືວ່າ ເປັນສະພາບການ ທີ່ໜ້າເປັນຫ່ວງ.
“ປະຊາຊົນສ່ວນຫຼາຍ ຍັງຢາກຂະລຳອາຫານ ເຂົາເອີ້ນວ່າ ເວລາເກີດລູກແລ້ວ ຊິກິນຊີ້ນເປັນປະເພດ ເປັນໄກ່ເປັນຫຍັງຜິດ ແລ້ວ ມັນເຮັດໃຫ້ແມ່ ຂາດທາດບຳຣຸງຫັ້ນນ່າ ເຮັດໃຫ້ນ້ຳນົມ ລູກກໍບໍ່ໄດ້ຮັບສານອາຫານ ພຽງພໍຄືກັນ ມັນກໍເຮັດໃຫ້ບາງເທື່ອກໍລູກເຕົ້າ ຂາດເລືອດບໍ່ ມັນເກີດມາ ຮັບສານອາຫານບໍ່ພຽງພໍເດ້ ເຮັດຈັ່ງໃດ ຮ້ອງໃສ່ແຕ່ນົມແມ່ຢ່າງດຽວ ແມ່ກໍຂາດສານທາດອາຫານບຳຣຸງ ພໍແຮງແລ້ວ ກິນອາຫານອິສັງ ກໍບໍ່ກິນເດ່ ກິນແຕ່ຜັກ ຊີ້ນກໍບໍ່ຫານກິນ ໄກ່ກໍບໍ່ຫານກິນ.”
ເຈົ້າໜ້າທີ່ຜແນກສາທາຣະນະສຸຂ ແຂວງຫົວພັນ ທ່ານນຶ່ງກ່າວວ່າ, ການລ້ຽງລູກດ້ວຍນ້ຳນົມແມ່ ໃນກຸ່ມແມ່ຍິງລາວຢູ່ແຂວງຫົວພັນ ເຫັນວ່າ ເປັນໄປຢ່າງກວ້າງຂວາງ ແຕ່ກໍໜ້າ ເປັນຫວ່ງ ຍ້ອນວ່າ ການລ້ຽງລູກ ດ້ວຍນ້ຳນົມແມ່ນີ້ ພາຍໃນແຂວງ ບໍ່ເປັນໄປຕາມ ສະຖິຕິ ຂອງສາກົລ, ເນື່ອງຈາກວ່າ ແມ່ພາຍໃນແຂວງ ມັກລ້ຽງລູກດ້ວຍນ້ຳນົມແມ່ ພ້ອມກັບນົມກະປ່ອງ ຫລື ນົມງົວ ຕັ້ງແຕ່ລູກ ເກີດມາຈົນຄົບ 6 ເດືອນ, ເພາະຜູ້ເປັນແມ່ ຕ້ອງໄດ້ໄປເຮັດວຽກການ ແລະ ປະລູກໃຫ້ຢູ່ກັບແມ່ຕູ້ພໍ່ຕູ້ ລ້ຽງແທນ. ດັ່ງຍານາງໄດ້ ກ່າວໃນມື້ດຽວກັນນີ້ວ່າ:
“6-ເດືອນ ທີ່ວ່າໃຫ້ເລັ່ງກິນ ແຕ່ນົມແມ່ພຽງຢ່າງດຽວເນາະ ໃນຕາມທິສດີເນ່ ແຕ່ ໃນຕົວຈິງຫັ້ນນ່າ ມັນບໍ່ແມ່ນແຕ່ຢ່າງດຽວຫັ້ນນ່າ ເຂົາເຈົ້າເກີດມາບໍ່ພໍ ເຮົາກໍເສີມນົມພຸ້ນແລ້ວ ແຕ່ວ່າຄັນແມ່ນຣັຖ ເຂົາເຈົ້າໄດ້ຢູ່ລ້ຽງລູກດ້ວຍນົມແມ່ ຖືວ່າຈະໄດ້ເຕັມທີ່ປະມານນັ້ນ ສູງສຸດນ່າ ເຂົາເຈົ້າ ຈະຕ້ອງໄດ້ໄປການ, ອັນທີ່ທຽວໄປສົ່ງນົມ ມັນກໍຮັບໄດ້ຢູ່ດອກ ແຕ່ວ່າ ມັນຕ້ອງໄດ້ ຂາດຊ່ວງລ້ຽງ ການໄດ້ລ້ຽງ ເອົາເອງ.”
ຍານາງ ກ່າວຕື່ມວ່າ, ນອກຈາກນີ້ ວຽກງານການສົ່ງເສີມ ການລ້ຽງລູກດ້ວຍນ້ຳນົມແມ່ຖືວ່າ ໜ້າເປັນຫ່ວງ ຍ້ອນວ່າ ທາງການແຂວງ ບໍ່ມີງົບປະມານ ໃນການສົ່ງເສີມ, ຈື່ງເຮັດໃຫ້ ບັນຫານີ້ ບໍ່ຖືກແກ້ໄຂ.
ເຈົ້າໜ້າທີ່ ປະຈຳບ້ານ ນ້ຳພານ ເມືອງຄູນ ແຂວງຊຽງຂວາງ ກ່າວວ່າ, ການລ້ຽງລູກດ້ວຍນ້ຳນົມແມ່ ໃນເມືອງຄູນ ແຂວງຊຽງຂວາງ ຍັງມີບັນຫາຫຼາຍຢູ່ ເນື່ອງຈາກວ່າແມ່ຍິງຊົນເຜົ່າ ພາຍໃນບ້ານ ມັກຈະອອກໄປເຮັດໄຮ່ເຮັດນາ ຈຶ່ງເຮັດໃຫ້ການລ້ຽງລູກ ດ້ວຍນ້ຳນົມ ແມ່ບໍ່ຄົບ 6 ເດືອນ ຫຼັງຈາກຄອດລູກຕາມຫຼັກການສາກົລ. ສ່ວນຫຼາຍແມ່ຍິງໃນເຂດຊົນນະບົດ ຈະສາມາດລ້ຽງລູກດ້ວຍນ້ຳນົມແມ່ ຣະຫວ່າງ 3-4 ເດືອນ, ທີ່ເຫລືອແມ່ນ ໃຫ້ອາຫານເສີມ ເປັນນ້ຳເຂົ້າ ຫລື ນົມງົວແທນ.
“ເພາະວ່າ ບາງຄອບຄົວກໍມີ 3 ເດືອນ 4 ເດືອນ ເຂົາກໍໃຫ້ອາຫານເສີມແລ້ວ ເພາະວ່າ ປະຊາຊົນ ຢູ່ເຂດນີ້ ບາງຄັ້ງເຂົາບໍ່ຮູ້ຄວາມ ລາວ ບາງເທື່ອ ເຮົາເວົ້ານີ້ ເຂົາຟັງເຮົາຢູ່ ພັດເວລາໄປ ຂັ້ນຕອນຈັດຕັ້ງປະຕິບັດ ຫັ້ນນ່າ ແລ້ວເຂົາພັດວ່າ ບໍ່ແນະນຳ ຕາມທີ່ເຮົາ ແນະນຳ ສ່ວນຫລາຍ ເປັນຊາວໄຮ່ ນອນນາພຸ້ນນ່າ.“
ແມ່ລູກອ່ອນຢູ່ແຂວງຫົວພັນ ນາງນຶ່ງເວົ້າວ່າ, ລາວເອງເປັນພະນັກງານຣັຖ ໄດ້ລ້ຽງລູກດ້ວຍນ້ຳນົມແມ່ 5 ເດືອນເທົ່ານັ້ນເນື່ອງຈາກ ຣັຖບານກຳນົດໃຫ້ ແມ່ຍິງຖືພາຫຼັງຄອດລູກ ພັກວຽກພຽງແຕ່ 5 ເດືອນ ແລະ ແມ່ລູກອ່ອນສ່ວນຫຼາຍໃນບ້ານ ກໍພາກັນລ້ຽງລູກດ້ວຍ ນ້ຳນົມແມ່ ແລະ ບາງຄົນກໍຈະໃຫ້ລູກກິນນົມເສີມແທນ ຍ້ອນມີຄວາມຈຳເປັນ ກ່ຽວກັບວຽກງານ ຫຼືນ້ຳນົມບໍ່ພຽງພໍ, ດັ່ງຍານາງໄດ້ ກ່າວວ່າ:
“ສ່ວນຫຼາຍເຂົາເຈົ້າກໍລ້ຽງລູກ ດ້ວຍນ້ຳນົມແມ່ນີ້ແຫຼະ ມີບາງຄົນເນ່ ເຂົາເຈົ້າບໍ່ມີນົມຫັ້ນເນ່ ເຂົາເຈົ້າມີນ້ຳນົມຫນ້ອຍຫັ້ນນ່າ ເຂົາເຈົ້າ ກໍລ້ຽງນົມເສີມ ບາງຄັ້ງບາງຄາວເຮົາກໍວຽກຫຼາຍຫັ້ນນ່າ ບໍ່ທັນສົ່ງຫຼືວ່າໄປຝາກແມ່ລ້ຽງບໍ່ ຈັ່ງມາການເນ່ ມາຮອດວຽກ ຝາກແມ່ລ້ຽງ ແລ້ວ ບາງຄັ້ງບໍ່ທັນສົ່ງນົມ ສົ່ງຫຍັງຫັ້ນນ່າ ກໍກີນນົມເສີມ.“
ແມ່ລູກອ່ອນ ແຂວງຫົວພັນ ອີກຜູ້ນຶ່ງ ໄດ້ເວົ້າວ່າ, ທຸກໆຄັ້ງ ທີ່ລາວໄປກວດທ້ອງ ຫລືພາລູກສັກວັກຊີນ ກໍຈະໄດ້ຮັບຄຳແນະນຳຈາກ ທ່ານໝໍ ໃນການລ້ຽງດູລູກດ້ວຍນ້ຳນົມແມ່ຕລອດ ໂດຍສະເພາະ ການກິນອາຫານໃຫ້ຄົບທຸກໝວດ ເພື່ອໃຫ້ນ້ຳນົມ ມີສານອາຫານ ພຽງພໍ ໃນການລ້ຽງລູກ ເຊິ່ງຕົວເອງ ກໍບໍ່ມີບັນຫາຫຍັງ, ມີແຕ່ເຫັນແມ່ລູກອ່ອນ ທີ່ ຢູ່ເຂດນອກ ຈະບໍ່ຄ່ອຍມີ ນ້ຳນົມລ້ຽງລູກ ຍ້ອນ ຄອບຄົວທຸກຍາກ ບໍ່ມີເງີນຊື້ອາຫານຄົບທຸກໝວດ, ດັ່ງແມ່ລູກອ່ອນຜູ້ນີ້ເວົ້າ ໃນມື້ດຽວກັນນີ້ວ່າ:
“ແນະນຳໃຫ້ກິນອາຫານ ທີ່ມີປໂຍດຕໍ່ແມ່ລູກອ່ອນຫັ້ນນ່າ ກໍ ຊີ້ນປາ ຜັກ ແລະໝາກໄມ້ ແຕ່ວ່າບໍ່ຄືຢູ່ນອກແທ້ ອາຫານການກິນແທ້ ຈະບໍ່ສົມບູນຄືເຮົາຢູ່ໃນຕົວເມືອງ, ເຂົາເຈົ້າຈະໄປຊອກກິນເອງ ແບບທັມມະຊາດຫັ້ນນ່າ ມັນກໍບໍ່ພຽງພໍຫັ້ນນ່າ ແຕ່ວ່າຄົນສ່ວນຫຼາຍ ຢູ່ນອກຫັ້ນແທ້ ເຂົາຈະລ້ຽງລູກ ດ້ວຍນົມແມ່ແທ້ໆ.“
ກະຊວງ ສາທາຣະນະສຸຂ ໄດ້ສົ່ງເສີມ ໃຫ້ແມ່ຍິງລາວ ລ້ຽງລູກດ້ວຍນົມແມ່ ແທນນົມຜົງ ເພາະນົມແມ່ ຈະເຮັດໃຫ້ເດັກນ້ອຍເກີດໃໝ່ ມີສຸຂພາບແຂງແຮງ, ໂດຍສະເພາະ ຕັ້ງແຕ່ເລີ້ມເກີດ ຈົນເຖິງ 6 ເດືອນ.
ການປຸກຣະດົມໃຫ້ແມ່ຍິງ ລ້ຽງລູກດ້ວຍນ້ຳນົມຂອງຕົນເອງນີ້, ທາງກະຊວງຈະເຣີ່ມຈາກ ເອົາເຈົ້າໜ້າທີ່ສາທາຣະນະສຸຂ ໃນແຕ່ລະ ແຂວງ ມາຝຶກອົບຮົມເຣື່ອງການໃຫ້ຄວາມຮູ້ ການເບິ່ງແຍງສຸຂພາບ ການປ້ອງກັນພຍາດ ການກິນອາຫານຕາມຫຼັກໂພຊນາການ.
ການສໍາຣວດຂອງທາງການແພດ ເມື່ອບໍ່ດົນມານີ້ວ່າ ຜູ້ຍິງລາວ ໃນເຂດຊົນນະບົດ ທີ່ລ້ຽງລູກດ້ວຍນ້ຳນົມຂອງຕົນເອງ ສ່ວນຫຼາຍ ຍັງບໍ່ມີຄວາມຮູ້ດີ ກ່ຽວກັບເຣື້ອງນີ້. ໃນເວລາຖືພາລູກ ກໍບໍ່ຮູ້ວ່າຈະຮັກສາສຸຂພາບ ຂອງຕົນແບບໃດ ຫຼືວ່າຈະກິນອາຫານປະເພດໃດ ທີ່ຈະຊ່ວຍໃຫ້ລູກໃນທ້ອງໄດ້ຮັບອາຫານ ທີ່ມີທາດບໍາຣຸງຮ່າງກາຍ. ເວລາຢູ່ກັມກໍຍິ່ງ ກິນແຕ່ນໍ້າຮ້ອນນໍ້າຮາກໄມ້ ກິນເຂົ້າກັບເກືອ ຂະລໍາອາຫານ ຫລາຍສິ່ງຫລາຍຢ່າງ ຮ່າງກາຍຈຶ່ງບໍ່ສາມາດ ຜລິດ ນໍ້ານົມ ໃຫ້ລູກກິນໄດ້ພຽງພໍ.
ອີງຕາມສະຖິຕິຫລ້າສຸດ ນັບແຕ່ມື້ເກີດ ຮອດອາຍຸ 6 ເດືອນ ເດັກນ້ອຍໃນລາວ ມີພຽງ 40 ເປີເຊັນ ເທົ່ານັ້ນ ທີ່ໄດ້ກິນນ້ຳນົມແມ່ ຄົບ 6 ເດືອນຫຼັງຈາກຄອດ. ໃນຂນະທີ່ເດັກນ້ອຍ ເກີດໃໝ່ໃນຕົວເມືອງ ໄດ້ກິນນົມຝຸ່ນ ຫຼື ນົມງົວແທນ ທັ້ງໆທີ່ ນໍ້ານົມແມ່ເປັນອາຫານ ດີທີ່ສຸດ ສໍາລັບລູກນ້ອຍ.
ການບໍ່ລ້ຽງລູກດ້ວຍນ້ຳນົມແມ່ ຫລັງຈາກຄອດ ຍັງເຮັດໃຫ້ເດັກນ້ອຍບາງຄົນ ເມື່ອໃຫຍ່ມາມີສຸຂພາບຈ່ອຍຜອມ ຕ່ຳເຕັ້ຽ ແລະ ບໍ່ ສົມບູນ ຍ້ອນຂາດສານອາຫານ. ນຶ່ງໃນນັ້ນແມ່ນ ແຂວງຜົ້ງສາລີ ຍັງມີນ້ຳຫນັກ ແລະ ລວງສູງຕ່ຳກວ່າມາຕຖານ ທີ່ ກະຊວງ ສາທາຣະນະສຸຂ ກຳນົດໄວ້ ຄື ທາງກະຊວງໄດ້ກຳນົດ ໃຫ້ແຂວງຜົ້ງສາລີ ຫຼຸດອັຕຣາເດັກນ້ອຍ ທີ່ມີຄວາມສູງ ບໍ່ໄດ້ມາຕຖານ ລົງໃຫ້ເຫຼືອ 21 ສ່ວນຮ້ອຍ ແຕ່ທາງແຂວງ ສາມາດຫຼຸດລົງໄດ້ ພຽງແຕ່ 28% ໝາຍຄວາມວ່າ ແຂວງຜົ້ງສາລີ ຍັງມີເດັກນ້ອຍ ອາຍຸຕ່ຳກວ່າ 5 ປີ ລົງມາ ຕ່ຳເຕັ້ຽ, ລວງສູງ ບໍ່ໄດ້ມາຕຖານ 28%.
ນອກຈາກນັ້ນ ກະຊວງສາທາຣະນະສຸຂ ຍັງໄດ້ກຳນົດ ໃຫ້ແຂວງຜົ້ງສາລີ ຫຼຸດຈຳນວນເດັກນ້ອຍ ອາຍຸຕ່ຳກວ່າ 5 ປີ ລົງມາ ທີ່ມີ ນ້ຳໜັກບໍ່ໄດ້ມາຕຖານລົງໃຫ້ໄດ້ 32% ແຕ່ສາມາດ ເຮັດໄດ້ພຽງແຕ່ 45%.
ສາເຫດສຳຄັນ ທີ່ເຮັດໃຫ້ເດັກນ້ອຍ ອາຍຸຕ່ຳກວ່າ 5 ປີ ມີນ້ຳໜັກ ແລະ ລວງສູງບໍ່ໄດ້ມາຕຖານ ຕາມທີ່ກະຊວງສາທາຣະນະສຸຂ ກຳນົດ ໄວ້ນັ້ນ, ຍ້ອນຂາດການກິນນ້ຳນົມແມ່ ຫຼັງຈາກຄອດ ແລະ ຂາດການກິນອາຫານ ຄົບ 6 ໝວດ ໃນຄາບເຂົ້າແຕ່ລະມື້ ເປັນຕົ້ນ: ຄາໂບໄຮເດຣດ (Carbohydrate), ໂປຣຕິນ ( Protein ), ໄວຕາມິນ (Vitamin) ແລະ ອື່ນໆ, ຊຶ່ງຄອບຄົວ ແລະ ພໍ່ແມ່ ບໍ່ສາມາດສນອງໄດ້.
ປັດຈຸບັນ ຜແນກສາທາຣະນສຸຂ ແຂວງຜົ້ງສາລີ ກໍເອົາໃຈໃສ່ ໂຄສະນາ ເຣື້ອງໂພຊນາການ ຫຼາຍຂຶ້ນ ເພື່ອສົ່ງເສີມ ຄຸນນະພາບ ແລະ ຮ່າງກາຍ ຂອງເດັກນ້ອຍ ໃຫ້ໄດ້ມາຕຖານ ຕາມທີ່ກະຊວງກຳນົດໄວ້. ບາງໂຄງການກໍໄດ້ຮັບການຊ່ອຍເຫຼືອ ຈາກອົງການ ຕ່າງຊາດ ແຕ່ກໍຍັງ ບໍ່ພຽງພໍກັບຄວາມຕ້ອງການ.
ເຖິງຢ່າງໃດກໍຕາມ ອີງຕາມ ການຣາຍງານ ຂອງ ອົງການແມ່ແລະເດັກ ຫລື UNICEF ການລ້ຽງລູກດ້ວຍ ນ້ຳນົມແມ່ ເປັນ ໂພຊນາການທີ່ີດີ ສຳລັບການຈະເຣີນເຕີບໂຕຂອງ ເດັກນ້ອຍ ສະນັ້ນ ເດັກນ້ອຍເກີດໃໝ່ ຕ້ອງໄດ້ລ້ຽງ ດ້ວຍນົມແມ່ໃຫ້ຄົບ 6 ເດືອນ ຫຼັງຈາກຄອດ ເພື່ອເຮັດໃຫ້ເດັກນ້ອຍ ແຂງແຮງ ແລະ ຫລຸດຜ່ອນ ຄວາມສ່ຽງ ຈາກພຍາດຕ່າງໆ.