ຣັຖບານ ອອສເຕຣເລັຍ ຊ່ອຍປັບປຸງຫຼັກສູດ ການສຶກສາ ຂອງລາວ

ສຸພັດຕາ
2022.05.18
ຣັຖບານ ອອສເຕຣເລັຍ ຊ່ອຍປັບປຸງຫຼັກສູດ ການສຶກສາ ຂອງລາວ ນັກຮຽນ ໃນໂຮງຮຽນແຫ່ງນຶ່ງ ທີ່ຢູ່ເຂດຫ່າງໄກ ສອກຫລີກ ທາງພາກເໜືອ ຂອງລາວ.
ນັກຂ່າວ ພົລເມືອງ

ຣັຖບານປະເທດອອສເຕຣເລັຍ ຊ່ອຍປັບປຸງຫຼັກສູດການສຶກສາຂອງລາວ ແລະປັດຈຸບັນນີ້ ໄດ້ຊ່ອຍປັບປຸງຫຼັກສູດການສຶກສາ ຮອດຊັ້ນປະຖົມປີທີ 4 ແລ້ວ ໃນການປັບປຸງຫຼັກສູດການສຶກສາທີ່ວ່ານີ້ ຣັຖບານອອສເຕຣເລັຍ ພຍາຍາມປັບປຸງວິທີການສອນຂອງຄຣູ ແລະຂຽນປຶ້ມຫຼັກສູດໃນການສອນ ໃຫ້ນັກຮຽນມີໂອກາດກ້າປາກເວົ້າ ມີໂອກາດຖາມນາຍຄຣູຫຼາຍຂຶ້ນ ແລະໃຫ້ເຂົາເຈົ້າໄດ້ມີໂອກາດ ອອກຄໍາຄິດຄໍາເຫັນ.

ດັ່ງນາຍຄຣູຊັ້ນປະຖົມສຶກສາ ຢູ່ນະຄອນຫຼວງວຽງຈັນ ຜູ້ບໍ່ປະສົງອອກຊື່ແລະຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ພຶສພາ 2022 ນີ້ວ່າ:

“ໃຫ້ເດັກນ້ອຍໄດ້ເຂົ້າໃຈ ໃນບົດບາດຂອງໂຕເອງ ໃນການເຂົ້າມີສ່ວນຮ່ວມ ຮ່ວມພັທນາຊຸມຊົນແນວໃດ ການຕັດສິນໃຈ ຫຼືວ່າການຈັດຕັ້ງປະຕິບັດ ຮ່ວມສະແດງຄໍາຄິດຄໍາເຫັນ ລະກະໃນສ່ວນຂອງການຈັດຕັ້ງປະຕິບັດນີ້ ໝາຍຄວາມວ່າ ການເອົາຫຼັກສູດໄປສອນນີ້ ມັນກໍຂຶ້ນຢູ່ກັບວ່າ ຄຣູແຕ່ລະ ແຕ່ລະໂຮງຮຽນແຫຼະເນາະທີ່ສອນ.”

ໃນຂະນະດຽວກັນ ນາຍຄຣູຊັ້ນປະຖົມສຶກສາປີທີ 4 ຢູ່ເມືອງບໍຣິຄັນ ແຂວງບໍຣິຄໍາໄຊ ຜູ້ບໍ່ປະສົງອອກຊື່ແລະຕໍາແໜ່ງ ທ່ານນຶ່ງ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ກ່ຽວກັບປະສິດທິພາບ ໃນການສອນນັກຮຽນ ສໍາລັບເຣື່ອງຄວາມຮູ້ ແລະສິດທິຕ່າງໆນັ້ນ ຄຣູທີ່ຈະສອນຫຼັກສູດນີ້ ຍັງມີຈໍາກັດ.

“ອັນສໍາລັບປະສິດທິພາບນີ້ ອັນຄຶດວ່າເນາະ ນະໂຍບາຍມັນມີແລ້ວເນາະ ແລ້ວກໍແນວທາງມັນມີແລ້ວ ແຕ່ວ່າເວົ້າເຣື່ອງການຈັດຕັ້ງປະຕິບັດນີ້ ລົງໄປຊຸກຍູ້ນີ້ແຫຼະ ເວົ້າເຣື່ອງເຜີຍແຜ່ນີ້ແຫຼະ ຍັງຂ້ອນຂ້າງທີ່ຈະຈໍາກັດເນາະ ເພາະອີງໃສ່ງົບປະມານຫັ້ນນ່າ ແລ້ວກໍເວລາກໍຍັງຈໍາກັດ.”

ສໍາລັບຄວາມຮູ້ເຣື່ອງສິດທິຕ່າງໆ ໃນການດໍາເນີນຊີວິດນັ້ນ ເປັນສາຣະສໍາຄັນຂັ້ນພື້ນຖານ ທີ່ນັກຮຽນຊັ້ນປະຖົມຄວນຮັບຮູ້ ເປັນຕົ້ນ: ການສອນໃຫ້ເດັກນ້ອຍນັກຮຽນ ສາມາດກ້າສະແດງຄໍາຄິດ, ຄໍາເຫັນ ແລະຄວາມຕ້ອງການຂອງຕົນເອງ ໂດຍບໍ່ຕ້ອງປະຕິບັດຕາມ ຄວາມຕ້ອງການຂອງພໍ່ແມ່ ຜູ້ປົກຄອງແຕ່ພຽງຝ່າຍດຽວໄດ້, ໃນຂະນະດຽວກັນ ສໍາລັບຫຼັກສູດການສຶກສາ ໃນລະດັບຊັ້ນມັທຍົມສຶກສາ ປີທີ 1 ຫາ ປີທີ 7 ພັດບໍ່ໄດ້ໃຫ້ຄວາມຮູ້ສໍາຄັນກ່ຽວກັບທັກສະ ໃນການດໍາເນີນຊີວິດ ພາຍຫຼັງຈົບການສຶກສາ  ໃຫ້ແກ່ນັກຮຽນເທື່ອ ເປັນຕົ້ນ: ການຕຣຽມຄວາມພ້ອມ ສໍາລັບການກ້າວສູ່ວັຍຜູ້ໃຫຍ່, ການຊອກຫາໂອກາດ ໃນການສຶກສາ ແລະການຊອກວຽກເຮັດງານທໍາ.

ດັ່ງເຈົ້າໜ້າທີ່ອົງການຈັດຕັ້ງທາງສັງຄົມ ທີ່ເຮັດວຽກກ່ຽວກັບການສຶກສາທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ໃນເຣື່ອງມັທຍົມນີ້ນ່າ ເພາະວ່າຫຼັກສູດ ມັນຍັງບໍ່ໄດ້ເປີດກວ້າງຫຼາຍ ກໍຄືເຣື່ອງທັກສະ ຊີວິດເດັກນ້ອຍແລະວັຍໜຸ່ມນີ້ແຫຼະ ເພາະຂະເຈົ້າຈະກ້າວໄປເປັນຜູ້ໃຫຍ່ນີ້ເນາະ ໃນການປ່ຽນແປງພຶດຕິກັມຂອງຂະເຈົ້າ ແລ້ວກໍການທີ່ຈະກ້າວໄປເປັນຜູ້ໃຫຍ່ ໃນການທັກສະຊີວິດຂອງຂະເຈົ້າ ແລ້ວກໍການທີ່ ຈະຈົບໄປທີ່ ຂະເຈົ້າຈະຊອກວຽກເຮັດງານທໍາ ໃນຮູບແບບໃດຕ່າງໆນີ້ເນາະ ກໍຈະແຊກເອົາເຣື່ອງຫຼັກສູດ ທັກສະຊີວິດນີ້ແຫຼະເຂົ້າເນາະ.”

ທ່ານກ່າວຕື່ມວ່າ ການປັັບປຸງຫຼັກສູດການສຶກສາ ໃນໄລຍະການແຜ່ຣະບາດຂອງເຊື້ອໂຄວິດ-19 ທາງໜ່ວຍງານທີ່ກ່ຽວຂ້ອງ ໄດ້ມີການປັບຫຼຸດເນື້ອຫາ ແລະກິຈກັມບາງປະການທີ່ບໍ່ຈໍາເປັນ ແລະເຮັດໃຫ້ການຮຽນການສອນທີ່ບໍ່ຄ່ອງໂຕ ລົງປະມານ 20% ເພື່ອຊ່ອຍໃຫ້ຄຣູແລະນັກຮຽນ ສາມາດເຮັດການຮຽນການສອນໄດ້ສະດວກຂຶ້ນ.

ການປັບປຸງຫຼັກສູດການສຶກສາ ໃຫ້ທັນກັບຍຸກສໄມໃນປັດຈຸບັນນັ້ນ ຍັງເປັນສິ່ງທີ່ທ້າທາຍຢ່າງຫຼວງຫຼາຍຂອງປະເທດລາວ ຍ້ອນບຸກຄາລາກອນ ທີ່ຈະມາຊ່ອຍດໍາເນີນການປັບປຸງ ຫຼັກສູດການສຶກສາໃຫ້ເໝາະສົມ, ຖືກຕ້ອງ ແລະມີຄວາມຮອບດ້ານນັ້ນ ຍັງບໍ່ທັນມີພຽງພໍເທື່ອ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບ ການປັບປຸງຫຼັກສູດການສຶກສາ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ນາງນຶ່ງ ກ່າວວ່າ:

“ຜູ້ພັທນາ ຜູ້ຂຽນ ຜູ້ຊ່ຽວຊານນີ້ແຫຼະ ໃນການຂຽນນີ້ນະ ຄົນເຮົາມັນໜ້ອຍ ການເຮັດວຽກຕ້ອງໃຫ້ທັນກັບເວລາ ໂຕນີ້ແຫຼະເປັນສິ່ງທ້າທ້າຍສໍາລັບເຮົາ ບາງວິຊາມັນຈະມີ 1-2 ຄົນຊີ້ເນາະ ດັ່ງນັ້ນ ປື້ມຫົວນຶ່ງ ຂຽນຜູ້ດຽວບໍ່ເປັນໃດ໋ ມັນຕ້ອງໄດ້ເອົາເຊີນຄົນຂ້າງນອກ ຫຼືຄຣູຈາກວິທຍາລັຍຄຣູຕ່າງໆມາຊ່ອຍເຮົາ ໃນການຂຽນ ອັນນັ້ນແຫຼະເປັນສິ່ງທ້າທາຍສໍາລັບເຮົາ.”

ຍານາງກ່າວຕື່ມວ່າ ຕາມຫຼັກວິຊາການສາກົລແລ້ວ ການປັບປຸງຫຼັກສູດການສຶກສາ ຄວນຈະດໍາເນີນການທຸກໆ 5 ປີ ແຕ່ເນື່ອງຈາກປະເທດລາວ ປະສົບບັນຫາດ້ານງົບປະມານ ເຮັດໃຫ້ການດໍາເນີນການດັ່ງກ່າວນີ້ ເປັນໄປຢ່າງຊັກຊ້າ ແລະນັບແຕ່ປີ 1975 ເປັນຕົ້ນມາ ໜ່ວຍງານທີ່ກ່ຽວຂ້ອງ ໄດ້ດໍາເນີນການປັບປຸງຫຼັກສູດການສຶກສາ ສໍາລັບນັກຮຽນຊັ້ນປະຖົມສຶກສາ ແລະຊັ້ນມັທຍົມສຶກສາໄປພຽງແຕ່ 2 ເທື່ອ ສ່ວນໃນປັດຈຸບັນນີ້ ຖືເປັນເທື່ອທີ່ 3 ໂດຍການປັບປຸງດັ່ງກ່າວນີ້ ຈະຕ້ອງການມີການສຶກສາຮູບແບບ ຫຼັກສູດຈາກຕ່າງປະເທດ ເປັນຕົ້ນ: ວຽດນາມ, ຈີນ, ໄທຍ, ຍີ່ປຸ່ນ ແລະອອສເຕຣເລັຍ ມາປັບໃຊ້ໃຫ້ເໝາະສົມ ກັບສະພາບການທາງສັງຄົມ ພາຍໃນປະເທດລາວນໍາດ້ວຍ.

ເຖິງແມ່ນວ່າ ປະເທດລາວ ຈະປະກອບດ້ວຍໄປກຸ່ມຄົນຈາກຫຼາຍຊົນເຜົ່າ ທີ່ມີການໃຊ້ພາສາຂອງໂຕເອງ ບໍ່ແມ່ນສະເພາະແຕ່ພາສາລາວ ແຕ່ຢ່າງໃດກໍຕາມ ຖ້າຫາກກຸ່ມຄົນດັ່ງກ່າວ ທີ່ຕ້ອງການເຂົ້າສູ່ລະບົບການສຶກສາ ຫຼືໂຮງຮຽນເອກກະຊົນ ທີ່ດໍາເນີນກິຈການສອນພາສາຕ່າງປະເທດ ພາຍໃນປະເທດລາວ ພວກເຂົາເຈົ້າຈະຕ້ອງຮຽນຮູ້ ແລະໃຊ້ປື້ມຮຽນພາສາລາວ ທີ່ຮຽບຮຽງໂດຍ ສະຖາບັນຄົ້ນຄວ້າວິທຍາສາດການສຶກສາ ກະຊວງສຶກສາທິການແລະກິລາ ຂອງປະເທດລາວເທົ່ານັ້ນ ສ່ວນແບບຮຽນເສີມຕ່າງໆ ພັດຕ້ອງຜ່ານການກວດສອບຈາກທາງການກ່ອນ ຈຶ່ງຈະນໍາໃຊ້ໃນການຮຽນການສອນໄດ້.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບ ການປັບປຸງຫຼັກສູດການສຶກສາ ຜູ້ດຽວກັນນີ້ກ່າວຕື່ມວ່າ:

“ສ່ວນຫຼາຍຈະເປັນ ປຶ້ມຈາກກະຊວງສຶກສາເປັນຫຼັກໃດ໋ ແບບຮຽນເນາະ ແຕ່ອະນຸບານ ຈົນຈົບມັທຍົມ ແຕ່ກະຊວງສຶກສາ ເປັນຜູ້ອອກໃຫ້ໝົດປື້ມນີ້ນ່າ ສ່ວນເອກະຊົນ ຫຼືວ່າ Private ຫັ້ນນ່າ ຂະເຈົ້າຈະໃຊ້ປື້ມຂອງເຮົາຄືກັນ ໂດຍສະເພາະ ໂຮງຮຽນທີ່ເປັນ bilingual (ສອງພາສາ) ເນາະ ເຂົາມີຫຼັກສູດພາສາຂອງຂະເຈົ້າເນາະ ແຕ່ວ່າຊິເປັນວິຊາພາສາລາວ ຫຼືວ່າເປັນວິຊາສັງຄົມອິຫຍັງນີ້ ແລ້ວເປັນຫຼັກສູດແຫ່ງຊາດ ເອກະພາບກັນທົ່ວປະເທດເດ້.”

ກ່ອນໜ້ານີ້ ທ່ານອ່ອນແກ້ວ ນວນນະວົງ ຜູ້ອໍານວຍການສະຖາບັນ ຄົ້ນຄວ້າວິທຍາສາດສຶກສາ ກະຊວງສຶກສາທີ່ການແລະກິລາ ໄດ້ກ່າວວ່າ ປັດຈຸບັນ ທາງການລາວ ໄດ້ດໍາເນີນການປັບປຸງຫຼັກສູດການສຶກສາ ມາຈົນຮອດຊັ້ນປະຖົມສຶກສາປີທີ 4 ແລ້ວ ແຕ່ໃນຂະນະດຽວກັນ ໜ່ວຍງານທີ່ກ່ຽວຂ້ອງ ກໍໄດ້ພຍາຍາມປັບປຸງ ວິທີການຈັດການຮຽນການສອນ ໃຫ້ແກ່ຄຣູຜູ້ສອນນໍາດ້ວຍ ໂດຍໃນເດືອນກັນຍາ ປີ 2022 ນີ້ ຈະດໍາເນີນການຈັດການຝຶກອົບຮົມ ກ່ຽວກັບຫຼັກສູດປັບປຸງໃໝ່ ໃຫ້ແກ່ຄຣູສອນຊັ້ນປະຖົມສຶກສາປີທີ 4 ຈໍານວນ 9,000 ປາຍຄົນ ເພື່ອຊ່ອຍໃຫ້ພວກເຂົາເຈົ້າ ມີຄວາມເຂົ້າໃຈ ແລະສາມາດຈັດການຮຽນການສອນ ໃຫ້ນັກຮຽນຕໍ່ໄປໄດ້ຢ່າງມີປະສິດທິພາບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.