ມາຮອດປັຈຈຸບັນຫາຈຳນວນຄຣູ ບໍ່ພຽງພໍຍັງພົບເຫັນໄດ້ທົ່ວໄປ ໃນພື້ນທີ່ເຂດນອກ ແລະພື້ນທີ່ຫ່າງໄກສອກຫຼີກ ໂດຍຄຣູ 1 ຄົນຈະຕ້ອງທຳໜ້າທີ່ສອນໜັງສື ໃຫ້ແກ່ນັກຮຽນປະມານ 30 ຄົນ ເປັນນັກຮຽນທີ່ມາຈາກຫຼາຍຣະດັບຊັ້ນ ແລະຫຼາຍວິຊາພ້ອມກັນ. ເຈົ້າໜ້າທີ່ຜແນກກສຶກສາທິການ ແລະກິລາທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ 03 ມົກຣາ 2022 ວ່າ:
“ຈຳນວນນັກຮຽນມັນມີຫຼາຍແຕ່ຈຳນວນຄຣູມັນບໍ່ພຽງພໍເນາະຫັ້ນນ່າແຕ່ບາງບ່ອນຄຣູຜູ້ນຶ່ງກໍຕ້ອງສອນ 2 ຫ້ອງຊິຫັ້ນນ່າສອນຫ້ອງຄວບກໍມີໝາຍຄວາມວ່າຫ້ອງ ປ 1, ປ 2 ກໍມີຄຣູຜູ້ນຶ່ງຊິເນາະຫັ້ນນ່າປະມານ 10 ປາຍຄົນກໍມີເນາະ 20 ປາຍຄົນກໍມີເນາະຫັ້ນນ່າໂກຕ້າພະນັກງານຫັ້ນນ່າຍັງບໍ່ທັນພຽງພໍເນາະ.”
ສຳລັບສາເຫດ ທີ່ເຮັດໃຫ້ຈຳນວນຄຣູ ຫຼາຍພື້ນທີ່ທົ່ວປະເທດລາວຍັງບໍ່ທັນພຽງພໍ ເປັນຍ້ອນຈຳນວນໂຄຕ້າໃນການຊັບຊ້ອນ ຄຣູອາສາໃຫ້ຂຶ້ນເປັນຣັຖກອນຄຣູ ຕາມທີ່ໜ່ວຍງານທີ່ກ່ຽວຂ້ອງ ກຳນົດນັ້ນຍັງບໍ່ທັນເປັນລະບົບເທື່ອ ເຮັດໃຫ້ມີຄຣູອາສາໃນພື້ນທີ່ຫ່າງໄກສອກຫຼີກ ຈຳນວນນຶ່ງເກີດຄວາມຫຍໍ້ທໍ້ ແລະລາອອກຈາກການເປັນຄຣູອາສາ ເພື່ອໄປປະກອບອາຊີບ ອື່ນໆ ຢູ່ເລື້ອຍໆ .
ຄຣູທີ່ໄດ້ຮັບການບັນຈຸເປັນຣັຖກອນມາແລ້ວ 2 ປີ ຢູ່ແຂວງຫົວພັນ ນາງນຶ່ງກ່າວໃນມື້ດຽວກັນນີ້ວ່າ:
“ອາເຣື່ອງວ່າຄຣູບໍ່ພໍເນາະໃນເຂດດອຍນີ້ເພາະວ່ານັກຮຽນດຽວນີ້ຫຼາຍເພື່ອໃຫ້ຄຣູພຽງພໍເຂົາຈຳເປັນຕ້ອງໄດ້ໂຍກຍ້າຍເອົາອາຈານຢູ່ໃນເມືອງໃນໂຕເມືອງນີ້ຂຶ້ນດອຍເພາະວ່າດຽວນີ້ກຳລັງມີບັນຫາຢູ່ໃນຊ່ວງໄລຍະທີ່ເຂົາກຳລັງຊັບຊ້ອນພະນັກງານທີ່ວ່າ ຢູ່ໂຕເມືອງຂຶ້ນໄປດອຍແລ້ວເປັນອຸປະສັກນຶ່ງຄືກັນ.”
ໃນຂະນະດຽວກັນ ການທີ່ທາງການກຳນົດໂຄຕ້າ ການຊັບຊ້ອນຣັຖກອນຄຣູ ໃນຈຳນວນທີ່ຈຳກັດນັ້ນ ເຮັດໃຫ້ຄຣູອາສາຈຳນວນນຶ່ງຕັດສີນໃຈລາອອກ ເພື່ອໄປປະກອບອາຊີບອື່ນ ຍ້ອນພວກເຂົາເຈົ້າເຮັດວຽກມາດົນແລ້ວ ແຕ່ບໍ່ໄດ້ຮັບການຊັບຊ້ອນຂຶ້ນເປັນຣັຖກອນ ແລະບໍ່ໄດ້ຮັບເງິນເດືອນ ສຳລັບການດຳເນີນຊີວິດ ແລະລ້ຽງຄອບຄົວ. ຊາວບ້ານທີ່ເຄີຍເຮັດວຽກ ເປັນຄຣູອາສາ ມາແລ້ວເປັນເວລາ 8 ປີ ຢູ່ບ້ານແກ້ງເກັຽ ເມືອງບາຈຽງຈະເຣີນສຸກ ແຂວງຈຳປາສັກ ນາງນຶ່ງກ່າວວ່າ:
" ເຫດຜົລທີ່ວ່າເຮົາບໍ່ໄດ້ສອນຢູ່ສອນຕໍ່ ເພາະວ່າສອນໄປແລ້ວບໍ່ໄດ້ເງິນເດືອນ ແລ້ວອີກຢ່າງນຶ່ງເຮົາກໍເສັຽເວລາມາຫຼາຍປີແລ້ວກໍບໍ່ໄດ້ຈັກເທື່ອຄຣູຈົບມາພ້ອມ ກັນນີ້ແຫຼະເຂົາໄດ້ເຂົ້າຢາກໃຫ້ຂັ້ນເມືອງຫຼືວ່າຂັ້ນເທີງໄດ້ເບີ່ງຄືນຊິນ່າແບບວ່າ ຄຣູສອນກ່ອນ ຢ່າງຫຼາຍໆ ປີ ກໍຢາກໃຫ້ໄດ້ກ່ອນຊິຫັ້ນນ່າຄຣູສອນກ່ອນກໍບໍ່ໄດ້ຈັກເທື່ອບາງເທື່ອມາຫຼັງໄດ້ກ່ອນຄືເປັນເຫດຜົລແນວໃດເນາະ. "
ທາງດ້ານຄຣູອາສາ ອີກຈຳນວນນຶ່ງທີ່ຕັດສີນໃຈໄປເຮັດວຽກ ໃນສາຂາອາຊີບອື່ນ ເປັນຍ້ອນບໍ່ມີການຢັ້ງຢືນແນວໃດວ່າ ຈະຕ້ອງເຮັດວຽກເປັນຄຣູ ອາສາຈັກປີແທ້ ຈຶ່ງຈະໄດ້ຮັບການຊັບຊ້ອນ ເປັນຣັຖກອນຄຣູ.
ຊາວບ້ານທີ່ເຄີຍເຮັດວຽກ ເປັນຄຣູອາສາມາແລ້ວ 5-6 ປີ ຢູ່ເມືອງໄກສອນພົມວິຫານ ແຂວງສວັນນະເຂດອີກທ່ານນຶ່ງກ່າວວ່າ:
“ໃຫ້ເຂົາມີເງິນເດືອນແນ່ ພວກອາສາຫັ້ນເນາະເພາະວ່າ ບາງຄົນກໍຖືພາລູກນຶ່ງລູກສອງ ກໍຍັງບໍ່ໄດ້ຫັ້ນນ່າເມື່ອຮຽນຈົບກໍ 5 ປີ ເພື່ອມາອາສາອີກກໍ 5-6 ປີຫັ້ນນ່າ ຂ້ອຍວ່າເສັຽເວລາເປັນປີ ໆ ມັນກໍຍັງບໍ່ມີຫຍັງຫັ້ນນ່າຜົວກໍອາສາເມັຽກໍອາສາແລ້ວສິເອົາເງິນ ຈາກໃສມາຊື້ນົມໃຫ້ລູກ.”
ໃນຂະນະທີ່ ສາເຫດທີ່ເຮັດໃຫ້ຄຣູອາສາ ທີ່ເຮັດວຽກມາແລ້ວເປັນເວລາດົນ ແຕ່ກໍບໍ່ໄດ້ຮັບການຊັບຊ້ອນເປັນຣັຖກອນຄຣູນັ້ນ ເປັນຍ້ອນຂັ້ນຕອນການຊັບຊ້ອນ ຣັຖກອນພາຍໃນປະເທດລາວ ບໍ່ມີຄວາມເປັນທັມແລະມັກໃຫ້ສິດແກ່ຜູ້ທີ່ມີເສັ້ນສາຍກ່ອນໝູ່.
ຄຣູອາສາທີ່ເຮັດວຽກມາແລ້ວ 6 ປີ ຢູ່ນະຄອນຫຼວງວຽງຈັນທ່ານນຶ່ງກ່າວວ່າ:
“ຢູ່ນີ້ການຊັບຊ້ອນພະນັກງານ ມັນບໍ່ເປັນທັມຫັ້ນນ່າ ແລ້ວບັນຫາກໍຄືວ່າໄປສອບເສັງໄດ້ ກໍບໍ່ໄດ້ເອົາຕາມເສັງອັນນີ້ຖ້າຄັນເວົ້າແບບແປນໆ ກໍຄືວ່າອັນທີນຶ່ງກໍມີເງິນ ອັນທີສອງກໍເປັນລູກເຈົ້າຫຼານນາຍ.”
ກ່ຽວກັບເຣື່ອງນີ້ ໜ່ວຍງານທີ່ກ່ຽວຂ້ອງໄດ້ພະຍາຍາມ ແກ້ໄຂບັນຫາການຂາດເຂີນຄຣູ ໃນພື້ນທີ່ຫ່າງໄກສອກຫຼີກແລະຕຳແໜ່ງຄຣູເຫຼືອ ໃນເຂດໂຕເມືອງດ້ວຍການໂຍກຍ້າຍຄຣູ ໃນເຂດໂຕເມືອງໃຫ້ໄປປະຕິບັດໜ້າທີ່ຢູ່ໃນເຂດຊົນນະບົດ.
ຫົວໜ້າກົມສ້າງຄຣູ ກະຊວງສຶກສາທິການ ແລະກິລາ ກ່າວຕໍ່ໜັງສືພີມລາວພັທນາ ໃນໄລຍະທີ່ຜ່ານມານີ້ວ່າ:
“ສຳລັບຊັ້ນປະຖົມສຶກສາ ແລະການສຶກສາກ່ອນວັຍຮຽນ ກໍຄືອະນຸບານກໍໄດ້ຊັບຊ້ອນ ບ່ອນທີ່ມີຄຣູເຫຼືອໃຫ້ໄປສອນບ່ອນທີ່ຂາດເຂີນຄຣູໄປພ້ອມໆ ກັບການບັນຈຸຣັຖ ກອນໃໝ່ຕາມຂັ້ນຕອນຣະບຽບການ ແລະໃຫ້ຖືກຕາມຄວາມຕ້ອງການໂຕຈິງ ຂອງແຕ່ລະໂຮງ ຮຽນແລະແຕ່ລະທ້ອງຖິ່ນ.”
ທ່ານ ໄດ້ກ່າວຕື່ມວ່າຜແນກສຶກສາທິການແລະກິລາໃນຫຼາຍແຂວງຮວມເຖີງນະຄອນຫຼວງ ວຽງຈັນໄດ້ມີການຈັດລຳດັບຄວາມສຳຄັນກ່ຽວກັບການຊັບຊ້ອນຄຣູອາສາຂຶ້ນເປັນຣັຖກອນແບ່ງເປັນ 3 ປະເພດຄື ຄຣູອາສາປະເພດທຳອິດຈະໄດ້ຮັບເຂົ້າບັນຈຸເປັນຣັຖກອນຄຣູ. ຄຣູ ອາສາປະເພດທີສອງຈະໄດ້ຮັບການຊັບຊ້ອນເປັນຣັຖກອນເຊັ່ນກັນແຕ່ຈະຕ້ອງໄດ້ຮັບການຈັດສົ່ງໄປຍົກລະດັບຄວາມຮູ້ຄວາມສາມາດສອນໜັງສືໄດ້ແບບຖືກຊັ້ນ, ຖືກສາຍ ແລະ ຖືກ ວິຊາກ່ອນສ່ວນຄຣູອາສາປະເພດສຸດທ້າຍທາງໜ່ວຍງານທີ່ກ່ຽວຂ້ອງຈະສນັບສນູູນໃຫ້ພວກເຂົາເຈົ້າໄປຝຶກອົບຮົມເພື່ອໃຫ້ໄປປະກອບອາຊີບອື່ນພາຍຫຼັງສອບເສັງບໍ່ຜ່ານການຊັບຊ້ອນເຂົ້າເປັນຣັຖກອນຄຣູ.
ສຳລັບຜູ້ທີ່ໄດ້ຮັບການຄັດເລືອກເປັນຣັຖກອນ ແລະປະຕິບັດໜ້າທີ່ ໃນພື້ນທີ່ຫ່າງໄກສອກຫຼີກ ແລະທຸລະກັນດານຈະໄດ້ຮັບເງິນອຸດໜູນ ແບ່ງເປັນ 3 ປະເພດຄືລະດັບທີ 1 ຈະໄດ້ຮັບເງິນ ເດືອນເພີ່ມ 30% ຂອງເງິນເດືອນພື້ນຖານ, ລະດັບທີ 2 ໄດ້ຮັບເງິນເດືອນເພີ່ມ 25% ຂອງເງິນເດືອນພື້ນຖານ ແລະລະດັບທີ 3 ຈະໄດ້ຮັບເງິນອຸດໜູນເພີ່ມ 20% ຂອງເງິນເດືອນພື້ນຖານ ອີກທັງຈະໄດ້ເງິນເດືອນເພີ່ມເປັນ 2 ເທົ່າ ກໍຣະນີໄດ້ຮັບການແຕ່ງຕັ້ງ ໃຫ້ໄປເຮັດວຽກຢູ່ໃນພື້ນທີ່ຫ່າງໄກສອກຫຼີກ. ອີງຕາມດຳຣັຖວ່າດ້ວຍນະໂຍບາຍຕໍ່ພະນັກ ງານປະຕິບັດໜ້າທີ່ຢູ່ເຂດຫ່າງໄກສອກຫຼີກ ແລະທຸລະກັນດານເລກທີ 292/ລບ ລົງວັນທີ 5 ເມສາ 2021.
ກ່ອນໜ້ານີ້ສຳນັກງານນາຍົກຣັຖມົນຕຣີ ໄດ້ອອກຂໍ້ຕົກລົງວ່າດ້ວຍການແບ່ງໂຕເລກ ຣັຖກອນໃໝ່ປະຈຳປີ 2021 ເລກທີ 100.1/ນຍ ລົງວັນທີ 23 ຕຸລາ 2020 ຣະບຸວ່າ ໄດ້ມີການອະນຸມັດໂຄຕ້າ ຣັຖກອນໃໝ່ໃຫ້ກັບບັນດາກະຊວງ, ອົງການຈັດຕັ້ງຂັ້ນສູນກາງ ແລະ ທ້ອງຖິ່ນເປັນຈຳນວນ 1,600 ຄົນໃນນີ້ຈະດຳເນີນການຊັບຊ້ອນຄຣູອາສາໃນປີ 2020 ມີຈຳນວນຄຣູອາສາ ທີ່ລໍຖ້າບັນຈຸເປັນຣັຖກອນຄຣູ ໃນປີ 2021 ເປັນຈຳນວນເກືອບ 10,000 ຄົນ. ໃນນັ້ນກວມເອົາຄຣູອາສາ ທີ່ເຮັດວຽກມາແລ້ວ 6-8 ປີ ຈຳນວນ 600 ປາຍຄົນ, ອາສາ 3-5 ປີ 7,344 ຄົນ ແລະ ຕໍ່າກວ່າ 2 ປີ 1,802 ຄົນ. ສ່ວນທິດທາງໃນການແກ້ໄຂ 663 ຄົນ ມີຄວາມຈຳເປັນໄດ້ຖືກບັນຈຸ, ຈະສົ່ງໄປຍົກຣະດັບ 7,344 ຄົນ ແລະ 1,802 ຄົນ ຣະດົມໃຫ້ອອກໄປເຮັດອາຊີບອື່ນ.
ຕາມການຣາຍງານ ຂອງທາງການໃນປີ 2020 ຄຣູອາສາ ແມ່ນມີສອນຢູ່ທຸກແຂວງຫຼາຍກວ່າໝູ່ ແມ່ນຢູ່ບັນດາແຂວງໃຫຍ່ ແຂວງສວັນນະເຂດ 2,298 ຄົນ, ຮອງລົງມາຫຼວງພຣະບາງ 1,154 ຄົນ, ໄຊຍະບູລີ 920 ຄົນ, ນະຄອນຫຼວງ 876 ຄົນ, ອຸດົມໄຊ 687 ຄົນ, ຈຳປາສັກ 523 ຄົນ ແລະ ຄຳມ່ວນ, ຜົ້ ງສາລີ, ໄຊສົມບູນ, ບໍຣິຄຳໄຊ, ວຽງຈັນ, ສາຣະວັນ, ບໍ່ແກ້ວ, ຫຼວງນໍ້າທາ, ເຊກອງ, ຊຽງຂວາງ, ຫົວພັນ ສູງສຸດ 400 ປາຍຄົນ ແລະ ໜ້ອຍສຸດ 145 ຄົນ.
ໃນນີ້ຄຣູອາສາ ທີ່ແບ່ງຕາມຊັ້ນສອນ ຄຣູອາສາອະນຸມານມີ 1,954 ຄົນ, ປະຖົມສຶກສາ 3,163 ຄົນ, ມັທຍົມຕົ້ນ 3,003 ຄົນ ແລະ ມັທຍົມປາຍ 1,689 ຄົນ.